75 o]a dltotrN o4ko0v'dkosa ogxa oma oltw\la '7q ,oy pq ,0v' lxx ]k; c0;'[+ cdh ; -5 dp6 h dkozt]y frb fza d s]5 fdkogry j 'rk9kdrkpovd 24/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ ຂປລ. ພາຍຫລັງການປົດປ່ອຍ ປະເທດໄດ້ຢ່າງສົມບູນ ໃນປີ 1975 ເປັນຕົ້ນມາ. ພັກປະຊາຊົນປະຕິວັດ ລາວ ໄດ້ສືບຕໍ່ຍຶດໝັ້ນທິດທາງ ສັງຄົມນິຍົມ ແລະ ພະຍາຍາມ ຊອກຄົ້ນເສັ້ນທາງການພັດທະນາ ທີ່ເໝາະສົມກັບສະພາບການຕົວ ຈິງຂອງປະເທດຕົນ ໂດຍສະເພາະ ແຕ່ປີ 1986 ເປັນຕົ້ນມາ ເມື່ອໄດ້ ເປີດສັງກາດແຫ່ງຂະບວນການ ປ່ຽນແປງໃໝ່ຂອງລາວ ກໍ່ໄດ້ສ້າງ ເສັ້ນທາງແຫ່ງການພັດທະນາການ ຫັນເປັນທັນສະໄໝສັງຄົມນິຍົມທີ່ ມີລັກສະນະພິເສດຂອງລາວເທື່ອ ລະກ້າວ. ອັນທໍາທິດ, ການຍຶດໝັ້ນການັໍິຶັ້ ນຳພາຂອງພັກ ຕິດພັນກັບການປະ ັິັັ ດິດສ້າງທິດສະດີ.ິ້ິີ ພັກປະຊາຊົນປະຕິວັດລາວ ຍາມໃດກໍຍຶດໝັ້ນການຖືເອົາລັດ ທິມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ ເປັນແນວທາງ ນຳພາ. ກອງປະຊຸມໃຫຍ່ ຄັ້ງທີ XI I ຂອງພັກປະຊາຊົນປະຕິວັດ ຂປລ.ໃນຍຸກທີ່ຄ່າຄອງຊີບ ແລະ ລາຄາສິນຄ້າເປັນສິ່ງທີ່ທຸກຄົນໃຫ້ ຄວາມສົນໃຈ, ການເພິ່ງຕົນເອງ ກຸ້ມຕົນເອງດ້ານອາຫານ ຈຶ່ງເປັນ ຫົວໃຈສຳຄັນຕໍ່ການຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນ. ຫລ້າສຸດ ເມື່ອມໍ່ໆມານີ້ ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ປະທານຄະນະ ກຳມະການປົກຄອງແຂວງບໍ່ແກ້ວ ໂດຍ: ເຊີນຢ້ຽນີ້ ຫົວໜ່ວຍສັງກັດ: ກຸ່ມສື່ໜັງສືພິມົ່ັັຸ່ື່ັືິ ລາຍວັນຢຸນນານ (Yunnan Daily ັຸ Press Group) ລາວ ໄດ້ກ່າວວ່າ: ການປ່ຽນແປງ ໃໝ່ພາຍໃຕ້ການນຳພາຂອງພັກ ແມ່ນໜ້າທີ່ປະຕິວັດທີ່ເລິກເຊິ່ງ ແລະ ຮອບດ້ານ ຊຶ່ງຕ້ອງດຳເນີນຢ່າງ ຮອບດ້ານ, ຕໍ່ເນື່ອງ ແລະ ໄລຍະ ຍາວ ເພື່ອຕອບສະໜອງຄວາມມຸ່ງ ມາດປາຖະໜາອັນແຮງກ້າຂອງ ປະຊາຊົນບັນດາເຜົ່າໃນການຍົກ ສູງລະດັບຊີວິດການເປັນຢູ່ ແລະ ນຳພາປະເທດຊາດກ້າວໄປສູ່ສັງຄົມ ນິຍົມ. ພັກປະຊາຊົນປະຕິວັດລາວ ຍາມໃດກໍຍຶດໝັ້ນທິດທາງການ ພັດທະນາປະເທດຊາດ, ຖືເອົາການ ນຳພາທາງດ້ານການເມືອງຂອງ ພັກ ປະຕິບັດໃຫ້ເປັນຈິງໃນທຸກຂົງ ເຂດ ຄື: ເສດຖະກິດ, ການເມືອງ, ວັດທະນະທຳສັງຄົມ ແລະ ອື່ນໆ ເພື່ອຮັບປະກັນໃຫ້ການພັດທະນາ ການຫັນເປັນທັນສະໄໝກ້າວໄປ ໜ້າຢ່າງໝັ້ນທ່ຽງຕາມທິດທາງທີ່ ຖືກຕ້ອງຂອງສັງຄົມນິຍົມ. ພັກປະຊາຊົນປະຕິວັດລາວ ຍາມ ໃດກໍຍຶດໝັ້ນການນຳເອົາຫລັກການ ພື້ນຖານຂອງລັດທິມາກ-ເລນິນ ຕິດ ພັນກັບສະພາບການຕົວຈິງຂອງປະ ເທດຕົນ ແລະ ໄດ້ເສີມຂະຫຍາຍ ການປະດິດສ້າງດ້ານທິດສະດີຢ່າງ ບໍ່ຢຸດຢັ້ງ ໂດຍເນັ້ນໜັກວ່າ “ປະເທດ ສັງຄົມນິຍົມຕ້ອງເພີ່ມທະວີການ ເຊື່ອມໂຍງທິດສະດີລັດທິມາກເລນິນ ກັບສະພາບຕົວຈິງຂອງຊາດ ຕົນຕື່ມອີກ ພ້ອມທັງຊອກຄົ້ນເສັ້ນ ທາງສັງຄົມນິຍົມທີ່ເໝາະສົມກັບ ສະພາບການຕົວຈິງຂອງຊາດຕົນ” ຊຶ່ງໄດ້ສະແດງໃຫ້ເຫັນເຖິງຄຸນ ລັກສະນະທິດສະດີທີ່ກ້າວຕາມຍຸກ ສະໄໝຂອງພັກການເມືອງມາກຊິດ, ເຮັດໃຫ້ລັດທິມາກ-ເລນິນ ໄດ້ມີຊີວິດ ຊີວາໃນພຶດຕິກໍາຕົວຈິງຢູ່ລາວ. ຄຸນລັກສະນະສໍາຄັນຂອງການ ຫັນເປັນທັນສະໄໝສັງຄົມນິຍົມ ຂອງລາວ ແມ່ນການນຳເອົາການ ຍຶດໝັ້ນການນຳພາຂອງພັກ ແລະ ການຊຸກຍູ້ການປະດິດສ້າງທິດສະດີ ຕິດພັນກັບການສ້າງສັງຄົມນິຍົມ. ການຍຶດໝັ້ນການນຳພາຂອງພັກ ໄດ້ສະໜອງການຮັບປະກັນທາງ ດ້ານການເມືອງ ແລະ ພື້ນຖານ ດ້ານອົງການຈັດຕັ້ງໃຫ້ແກ່ການ ປະດິດສ້າງດ້ານທິດສະດີ, ເຮັດໃຫ້ ການປະດິດສ້າງສືບຕໍ່ກ້າວໄປໜ້າ ຕາມທິດທາງສັງຄົມນິຍົມ; ສ່ວນ ການປະດິດສ້າງດ້ານທິດສະດີນັ້ນ ກໍໄດ້ສ້າງເນື້ອໃນຄວາມໝາຍທາງ ວິທະຍາສາດໃຫ້ແກ່ການນຳພາ ຂອງພັກ, ເຮັດໃຫ້ພັກສາມາດຮັບ ຮູ້ທ່າອ່ຽງ ແລະ ກົດເກນຂອງການ ພັດທະນາໃນຍຸກສະໄໝ ແລະ ຕອບ ສະໜອງຄວາມຮຽກຮ້ອງຕ້ອງ ການຂອງພາກປະຕິບັດຕົວຈິງໄດ້ ຢ່າງຖືກຕ້ອງ. ພາຍໃຕ້ຄວາມ ເປັນອັນໜຶ່ງອັນດຽວກັນແບບ ວິທະຍາສາດຂອງທັງສອງດ້ານ ນີ້, ຈຶ່ງໄດ້ຊອກຄົ້ນເສັ້ນທາງການ ພັດທະນາການຫັນເປັນທັນສະໄໝ ສັງຄົມນິຍົມທີ່ມີລັກສະນະພິເສດ ຂອງຕົນຂຶ້ນມາ. ອັນທີສອງ, ການຍຶດໝັ້ນການັີຶັ້ ກຳນົດທິດທາງສັງຄົມນິຍົມຕິດພັນົິັົິົິັ ກັບກຳລັງແຮງຂອງຕະຫລາດ.ັັ ການຊອກຄົ້ນລະບົບເສດຖະກິດ ທີ່ເໝາະສົມກັບລະດັບການພັດທະ ນາຂອງກຳລັງການຜະລິດຂອງ ຊາດຕົນແມ່ນຈຸດສຳຄັນຂອງການ ຫັນເປັນທັນສະໄໝສັງຄົມນິຍົມ ຂອງລາວ. ພັກປະຊາຊົນປະຕິວັດລາວ ໄດ້ ຮັບຮູ້ຢ່າງເລິກເຊິ່ງວ່າ: ເສດຖະກິດ ຕະຫລາດມີບົດບາດອັນສຳຄັນທີ່ບໍ່ ສາມາດປ່ຽນແທນໄດ້ ໃນການຊຸກຍູ້ ການພັດທະນາກຳລັງການຜະລິດ ແລະ ເພີ່ມທະວີປະສິດທິພາບໃນ ການຈັດສັນຊັບພະຍາກອນ; ສ່ວນ ທາດແທ້ຂອງສັງຄົມນິຍົມແມ່ນ ການປົດປ່ອຍ ແລະ ພັດທະນາກຳ ລັງການຜະລິດ, ກຳຈັດຄວາມທຸກ ຍາກ ແລະ ບັນລຸຄວາມຮັ່ງມີຮ່ວມ ກັນ. ໂດຍຖືເອົາການຍົກສູງລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ເປັນເປົ້າໝາຍພື້ນຖານ, ພັກປະຊາ ຊົນປະຕິວັດລາວ ໄດ້ຖືເອົາການ ພັດທະນາກຳລັງການຜະລິດເປັນ ໜ້າທີ່ຕົ້ນຕໍຂອງການສ້າງສັງຄົມ ນິຍົມ, ພ້ອມທັງສະເໜີວ່າການ ສ້າງເສດຖະກິດຕະຫລາດທີ່ມີທິດ ທາງສັງຄົມນິຍົມແມ່ນທ່າອ່ຽງທີ່ ຈຳເປັນ ແລະ ເປັນໜ້າທີ່ສຳຄັນໃນ ປັດຈຸບັນ ແລະ ໄລຍະຍາວ. ພາຍໃຕ້ ການນຳພາຂອງແນວຄິດດັ່ງກ່າວ, ໂດຍຖືເອົາການສ້າງ “ເສດຖະກິດ ຕະຫລາດຕາມທິດທາງສັງຄົມ ນິຍົມ” ເປັນພື້ນຖານ, ລາວໄດ້ສົ່ງ ເສີມໃຫ້ບັນດາພາກສ່ວນເສດຖະ ກິດຕ່າງໆດຳເນີນການຕາມກົນໄກ ຕະຫລາດພາຍໃຕ້ການຄຸ້ມຄອງ ແລະ ການຄວບຄຸມຂອງລັດຖະ ບານ, ໂດຍເນັ້ນວ່າບັນດາພາກສ່ວນ ເສດຖະກິດລ້ວນແຕ່ມີຄວາມສະ ເໝີພາບກັນຕາມກົດໝາຍ, ພ້ອມ ທັງພັດທະນາເສດຖະກິດ, ຊຸກຍູ້ ການລົງທຶນຂອງພາກເອກະຊົນ ແລະ ການມີສ່ວນຮ່ວມຂອງທຶນ ຕ່າງປະເທດ ໃນການສ້າງສາປະ ເທດຊາດ. ບົນພື້ນຖານດັ່ງກ່າວ, ພັກປະຊາຊົນປະຕິວັດລາວ ໄດ້ ຈັດຕັ້ງປະຕິບັດ “ກົນໄກເສດຖະກິດ ໃໝ່” ຢ່າງສ້າງສັນ, ເປີດປະຕູ ສູ່ການປ່ຽນແປງດ້ານເສດຖະ ກິດ.“ເສດຖະກິດຕະຫລາດທີ່ມີ ທິດທາງສັງຄົມນິຍົມ” ນີ້ທັງໄດ້ ປົດປ່ອຍຄວາມມີຊີວິດຊີວາຂອງ ກຳລັງການຜະລິດສັງຄົມ. ອັນທີສາມ, ການນຳໃຊ້ການ ັີ້ ເຊື່ອມໂຍງ-ເຊື່ອມຈອດຂອງພາກື່ື່ ພື້ນ ເພື່ອແກ້ໄຂຂໍ້ຈຳກັດດ້ານການື້ື່້ໍ້ັ້ ພັດທະນາ.ັ ເພື່ອສືບຕໍ່ຍູ້ແຮງລະດັບການ ເຊື່ອມໂຍງ-ເຊື່ອມຈອດຂອງລາວ ແລະ ປະກອບສ່ວນຊຸກຍູ້ການພັດທະ ນາເສດຖະກິດ-ສັງຄົມຂອງລາວໃຫ້ ມີຄວາມຍືນຍົງ, ລັດຖະບານລາວ ໄດ້ວາງຍຸດທະສາດ ແລະ ແຜນ ພັດທະນາ “ຫັນປະເທດທີ່ບໍ່ມີທາງ ອອກສູ່ທະເລໃຫ້ກາຍເປັນປະເທດ ທີ່ສາມາດເຊື່ອມໂຍງ-ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ”. ການເປີດນຳໃຊ້ລົດໄຟ ລາວຈີນ ແມ່ນຜົນສຳເລັດທີ່ເປັນເອກະ ລັກຂອງຍຸດທະສາດດັ່ງກ່າວ. ທາງ ລົດໄຟສາຍນີ້ ບໍ່ພຽງແຕ່ໄດ້ຫັນປ່ຽນ ລາວ ຈາກ “ປະເທດທີ່ບໍ່ມີທາງ ອອກສູ່ທະເລ” ມາເປັນ “ປະເທດທີ່ ເຊື່ອມຈອດ-ເຊື່ອມໂຍງ” ເທົ່ານັ້ນ, ແຕ່ຍັງໄດ້ສ້າງຄວາມສະດວກໃຫ້ ແກ່ການຄ້າ ແລະ ການເຄື່ອນໄຫວ ຂອງປະຊາຊົນລະຫວ່າງ ລາວ-ຈີນ ແລະ ບັນດາປະເທດອາຊຽນນຳ ອີກ. ໂດຍໄດ້ນຳເອົາການພັດທະນາ ການຫັນເປັນທັນສະໄໝເຂົ້າໃນຂອບ ກອບອັນໃຫຍ່ຫລວງຂອງການ ເຊື່ອມໂຍງເຂົ້າກັນໃນພາກພື້ນ ເພື່ອ ຊຸກຍູ້ໃຫ້ມີການສ້າງສາພື້ນຖານ ໂຄງລ່າງຂະໜາດໃຫຍ່, ເຮັດໃຫ້ ຂໍ້ບົກຜ່ອງດ້ານພູມສາດຂອງຊາດ ຕົນກາຍເປັນຂໍ້ໄດ້ປຽບດ້ານທີ່ຕັ້ງ ໃນການເຊື່ອມໂຍງ-ເຊື່ອມຈອດກັບ ທຸກພາກສ່ວນໃນພາກພື້ນ. ຮູບແບບ ການຫັນເປັນທັນສະໄໝແບບເປີດ ກວ້າງນີ້ ບໍ່ພຽງແຕ່ໄດ້ຊຸກຍູ້ການ ໝູນວຽນຂອງສິນຄ້າ, ປະຊາຊົນ ແລະ ທຶນຮອນພາຍໃນປະເທດລາວ ເທົ່ານັ້ນ, ແຕ່ຍັງໄດ້ເຮັດໃຫ້ລາວ ໄດ້ຮັບຜົນປະໂຫຍດຈາກກະແສໂລ ກາພິວັດຜ່ານການເພີ່ມທະວີການ ຮ່ວມມືໃນພາກພື້ນນຳອີກ. ພ້ອມດ້ວຍພະແນກການກະສິກຳ ແລະ ສິ່ງແວດລ້ອມແຂວງ ແລະ ເມືອງຫ້ວຍຊາຍ ໄດ້ລົງພື້ນທີ່ກວດ ກາ ແລະ ຊຸກຍູ້ການຜະລິດພືດຜັກ ຂອງປະຊາຊົນທີ່ບ້ານປຸງນາໜູນ ແລະ ກຸ່ມປູກຜັກເຂດບ້ານນ້ຳຄຳ, ເມືອງຫ້ວຍຊາຍ ເພື່ອຊຸກຍູ້ໃຫ້ຊາວ ກະສິກອນເພີ່ມກຳລັງການຜະລິດ ຜັກໃຫ້ມີຄຸນນະພາບພຽງພໍກັບ ຄວາມຕ້ອງການຂອງຕະຫລາດ ແລະ ຫລຸດຜ່ອນການເອື່ອຍອີງຜັກ ຈາກຕ່າງປະເທດ. ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານປະທານຄະນະກຳມະການປົກ ຄອງແຂວງ ພ້ອມຄະນະໄດ້ຮັບຟັງ ລາຍງານຢ່າງລະອຽດກ່ຽວກັບ ສະພາບການຜະລິດບໍ່ວ່າຈະເປັນ ຊະນິດແນວພັນ, ເນື້ອທີ່, ປະລິມານ ຜົນຜະລິດ, ຕົ້ນທຶນ ແລະ ລາຍ ຮັບຂອງຄອບຄົວ. ພ້ອມດຽວກັນ ນັ້ນ, ກໍໄດ້ຮັບຮູ້ເຖິງສິ່ງທ້າທາຍ ທີ່ຊາວກະສິກອນກຳລັງຜະເຊີນ ໜ້າຢູ່ເຊັ່ນ: ລະບົບໄຟຟ້າຍັງບໍ່ທັນ ສະດວກຕໍ່ການນຳໃຊ້ເຂົ້າໃນການ ຜະລິດ ແລະ ຫົດສວນ; ຕົ້ນທຶນ ການຜະລິດສູງ, ປັດໄຈການຜະລິດ ມີລາຄາແພງ ແລະ ການເຂົ້າເຖິງ ແຫລ່ງທຶນຍັງມີຂໍ້ຈຳກັດ; ແຮງ ກົດດັນຈາກຕະຫລາດນອກ ໂດຍ ສະເພາະການນຳເຂົ້າພືດຜັກຈາກ ຕ່າງແຂວງ ແລະ ຕ່າງປະເທດ ໄດ້ ສົ່ງຜົນກະທົບໂດຍກົງຕໍ່ລາຄາ ແລະ ການຈຳໜ່າຍຜົນຜະລິດຂອງປະຊາ ຊົນໃນທ້ອງຖິ່ນ. ເພື່ອແກ້ໄຂບັນຫາຫຍຸ້ງຍາກດັ່ງ ກ່າວ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຊາວກະສິກອນຢ່າງແທ້ຈິງ, ທ່ານປະທານຄະນະກຳມະການ ປົກຄອງແຂວງ ໄດ້ເນັ້ນໜັກ ແລະ ແນະນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ 3 ປະເດັນຫລັກຄື: ນຳໃຊ້ ເຕັກນິກທີ່ເໝາະສົມໂດຍເລືອກແນວ ພັນພືດທີ່ມີຄຸນນະພາບ ແລະ ວາງ ແຜນການຜະລິດໃຫ້ສອດຄ່ອງກັບ ລະດູການ ແລະ ຄວາມຕ້ອງການ ຂອງຕະຫລາດ; ສ້າງຄວາມເຂັ້ມ ແຂງແບບກຸ່ມ ດ້ວຍການສົ່ງເສີມ ໃຫ້ຊາວກະສິກອນລວມຕົວເປັນກຸ່ມ ຜະລິດ ເພື່ອຮ່ວມກັນວາງແຜນ, ຈັດ ຫາແນວພັນ, ຄວບຄຸມປະລິມານຜົນ ຜະລິດ ແລະ ສ້າງອຳນາດຕໍ່ລອງ ໃນຕະຫລາດ; ມຸ່ງເນັ້ນຜະລິດສິ່ງທີ່ ແຂວງເຮົາສາມາດເຮັດໄດ້ເອງ ເພື່ອ ຫລຸດຜ່ອນການນຳເຂົ້າຈາກພາຍ ນອກ, ພ້ອມທັງເປັນການກະຈາຍ ລາຍຮັບ ແລະ ສ້າງຄວາມຢູ່ດີກິນ ດີໃຫ້ແກ່ຄອບຄົວປະຊາຊົນຊາວ ແຂວງບໍ່ແກ້ວ ຢ່າງແທ້ຈິງ. ການລົງເຄື່ອນໄຫວໃນຄັ້ງນີ້ ບໍ່ ພຽງແຕ່ເປັນການໃຫ້ກຳລັງໃຈຊາວ ກະສິກອນ, ແຕ່ຍັງເປັນບາດກ້າວ ສຳຄັນໃນຊຸກຍູ້ການຜະລິດພືດ-ຜັກ ພາຍໃນແຂວງບໍ່ແກ້ວ ໃຫ້ສາມາດ ຕອບສະໜອງຕະຫລາດ, ສ້າງ ລາຍຮັບໃຫ້ປະຊາຊົນ ແລະ ວາງ ພື້ນຖານໃຫ້ແກ່ການກຸ້ມຕົນເອງ ດ້ານອາຫານຢ່າງຍືນຍົງ.
RkJQdWJsaXNoZXIy MTc3MTYxMQ==