7371

24/09/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຜົນກອງປະຊຸມ...ົຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທ່ານ ເຂິງຄໍາ ແກ້ວໜູຈັນ ຊຶ່ງກອງປະຊຸມໄດ້ຄົ້ນຄວ້າ, ປຶກສາ ຫາລື, ປະກອບຄໍາເຫັນ ແລະ ພິຈາ ລະນາ ຫລາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນ ສະພາບພົ້ນເດັ່ນແລະ ວຽກງານຈຸດສຸມ ຮີບດ່ວນ ຄື: ການປະຕິບັດວຽກຈຸດ ສຸມພົ້ນເດັ່ນ ປະຈໍາເດືອນກັນຍາ ແລະ ທິດທາງແຜນການ ປະຈຳເດືອນຕຸລາ 2026 ຂອງລັດຖະບານ; ການຈັດຕັ້ງ ປະຕິບັດມະຕິ 02/ລບ, ລົງວັນທີ 25 ກຸມພາ 2026 ວ່າດ້ວຍການແບ່ງ ຄວາມຮັບຜິດຊອບໃນການຈັດຕັ້ງປະ ຕິບັດມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງ ເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່; ການປະຕິບັດຂໍ້ຕົກລົງ 08/ນຍ, ລົງວັນທີ 09 ກຸມພາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ຈັດຕັ້ງຜັນຂະຫຍາຍບັນດາຂໍ້ສະເໜີ ຂອງບັນດາກະຊວງ-ອົງການ ແລະ ອົງການປົກຄອງນະຄອນຫລວງ ແລະ ບັນດາແຂວງ ຕໍ່ການນໍາພາລວມ ຂອງ ຄະນະບໍລິຫານງານສູນກາງພັກ ສະ ໄໝທີ XII ທີ່ຕິດພັນກັບຄວາມຮັບຜິດ ຊອບຂອງລັດຖະບານ;ລາຍງານຄວາມ ຄືບໜ້າໃນການປະຕິບັດ ຂໍ້ຕົກລົງສະ ບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026 ວ່າດ້ວຍການແບ່ງຄວາມຮັບ ຜິດຊອບໃຫ້ກະຊວງ-ອົງການທຽບ ເທົ່າລົງຊ່ວຍ ນະຄອນຫລວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ; ການ ຜັນຂະຫຍາຍ ແລະ ການຈັດຕັ້ງປະ ຕິບັດມະຕິ 62/ຄບສພ ແລະ ມະຕິ 34/ສພຊ ກ່ຽວກັບວຽກງານກໍ່ສ້າງ ຮາກຖານການເມືອງ, ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃນໄລຍະ ໃໝ່ ແລະ ຄວາມຄືບໜ້າໃນການກະ ກຽມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນງົບປະ ມານແຫ່ງລັດ ແລະ ແຜນເງິນຕາປະ ຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຕິດພັນກັບການແບ່ງ ຄວາມຮັບຜິດຊອບ ໃນດໍາລັດ 08/ນຍ, ລົງວັນທີ 27 ມັງກອນ 2026. ໃນນັ້ນ, ຕໍ່ການສະຫລຸບວຽກງານພົ້ນເດັ່ນ ປະ ຈໍາເດືອນກັນຍາ 2026 ຂອງລັດຖະ ບານກອງປະຊຸມ ໄດ້ຕີລາຄາວ່າ ເຖິງ ສະພາບການສາກົນ ແລະ ພາກພື້ນ ຍັງ ສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດ ເດົາໄດ້ຍາກ, ບວກກັບສະພາບພາຍໃນ ປະເທດ ມີຝົນຕົກໜັກ ເຮັດໃຫ້ນໍ້າ ຖ້ວມ-ນໍ້າໄຫລຊຸ ຢູ່ບາງທ້ອງຖິ່ນພາ ໃຫ້ມີຜົນເສຍຫາຍ ທັງຊີວິດ ແລະ ຊັບ ສິນ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງ ປະຕິບັດບັນດາວຽກຈຸດສຸມ ແລະ ມາດ ຕະການທີ່ກຳນົດໄວ້ ມີຜົນສໍາເລັດ ຫລາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບ ຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານ ການເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ; ໄດ້ສືບຕໍ່ຫັນ ລົງກໍ່ສ້າງຮາກຖານການເມືອງ ຢູ່ບັນ ດາຮາກຖານ ແລະ ຈຸດຫລໍ່ແຫລມ; ໄດ້ ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະ ກົດການຫຍໍ້ທໍ້ຕ່າງໆ; ມາຮອດປັດຈຸ ບັນ ສາມາດເກັບລາຍຮັບເຂົ້າງົບປະ ມານໄດ້ 78%ຂອງແຜນການປີ, ປະຕິ ບັດແຜນລາຍຈ່າຍງົບປະມານໄດ້ 56% ຂອງແຜນການປີ, ສາມາດ ຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນ ລະດັບ 7,7%; ໄດ້ຮີບຮ້ອນປະສານ ສົມທົບ ສະກັດກັ້ນ, ຕອບໂຕ້ ແລະ ແກ້ ໄຂ ການລະບາດຂອງພະຍາດອະຫິວາ ໝູ ຢູ່ 6 ແຂວງ ຕາມຫລັກວິຊາການ ເພື່ອບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ; ໄດ້ເອົາໃຈໃສ່ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນ ສິນຄ້າ, ທັງຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ໄດ້ສຸມໃສ່ປັບປຸງ ກົນໄກຄຸ້ມຄອງການຂົນສົ່ງລົດໄຟໃຫ້ ມີຄວາມສະຫງົບ ແລະ ປອດໄພຮອບ ດ້ານ; ໄດ້ພັດທະນາສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງ ຊາດ ແລະ ສົ່ງເສີມທຸກພາກສ່ວນເສດ ຖະກິດ ຈັດຫາວຽກເຮັດງານທໍາ ເຂົ້າສູ່ ຕະຫລາດແຮງງານ ພາຍໃນ ແລະ ຕ່າງປະເທດ ທີ່ຖືກຕ້ອງຕາມກົດໝາຍ ໄດ້ 11 ພັນກວ່າຄົນ, ເທົ່າກັບ 174% ຂອງແຜນການເດືອນ; ໄດ້ສົ່ງເສີມມາດ ຕະຖານແຮງງານ, ປົກປ້ອງສິດຜົນປະ ໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ ໃຊ້ແຮງງານຕາມກົດໝາຍ ແລະ ລະ ບຽບການ; ສໍາເລັດການສ້າງຂະບວນ ການເປີດສົກຮຽນໃໝ່ 2026-2027 ແລະ ສະຫລຸບຖອດຖອນບົດຮຽນ ການ ຈັດຕັ້ງປະຕິບັດການສອບເສັງຈົບຊັ້ນ ມັດທະຍົມສຶກສາຕອນປາຍ ສົກຮຽນ 2025-2026 ທົ່ວປະເທດ; ໄດ້ເອົາໃຈ ໃສ່ປັບປຸງການບໍລິການດ້ານສາທາລະ ນະສຸກ ແລະ ປ້ອງກັນການແຜ່ລະບາດ ຂອງພະຍາດຕາມລະດູການຢ່າງໃກ້ ຊິດ; ການນຳ ແລະ ສະມາຊິກລັດຖະ ບານຈຳນວນໜຶ່ງ ໄດ້ລົງຮາກຖານຢູ່ ບາງບ້ານ, ຕາແສງ, ເມືອງ ແລະ ບາງ ແຂວງ, ພ້ອມທັງນໍາເອົາວັດຖຸ ແລະ ທຶນຮອນຈໍານວນໜຶ່ງໄປຊ່ວຍແກ້ໄຂ ຜົນກະທົບຈາກໄພນໍ້າຖ້ວມ; ໄດ້ສືບຕໍ່ ສຸມໃສ່ບູລະນະສ້ອມແປງເສັ້ນທາງ ຫລວງແຫ່ງຊາດ, ບັນດາເສັ້ນທາງທີ່ ໄດ້ຮັບຜົນກະທົບຈາກໄພພິບັດ ໃຫ້ສາ ມາດທຽວໄປມາໄດ້; ໄດ້ສຸມໃສ່ປັບປຸງ ສະພາບແວດລ້ອມທ່ອງທ່ຽວ ແລະ ສິ່ງ ອໍານວຍຄວາມສະດວກຕ່າງໆ; ໄດ້ເອົາ ໃຈໃສ່ຕິດຕາມສະພາບການພາກພື້ນ ແລະ ສາກົນຢ່າງໃກ້ຊິດ, ການນຳພັກລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາ ປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນ ດາກອງປະຊຸມສາກົນ, ທັງໄດ້ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ແລະ ອົງການຈັດ ຕັ້ງສາກົນ ຢູ່ ສປປ ລາວ. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ກໍ ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງ ໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂ ໃຫ້ມີປະສິດ ທິຜົນຫລາຍກວ່າເກົ່າ ເປັນຕົ້ນ ການຈັດ ຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ ແລະ ນິຕິກຳຂອງລັດຖະບານ; ການນຳພາ ທາງດ້ານການເມືອງ-ແນວຄິດ ໃຫ້ພະ ນັກງານ ແລະ ປະຊາຊົນ; ບັນຫາສະ ແກມເມີ, ອຸບັດເຫດຕາມທ້ອງຖະໜົນ, ການຄ້າຂາຍຢາເສບຕິດ, ການຄ້າຂາຍ ແລະ ນຳເຂົ້າສິນຄ້ານອກລະບົບ, ການ ແອບອ້າງທາງດ້ານພຸດທະສາສະໜາ; ການຄຸ້ມຄອງບັນດາໂຮງໝໍ, ຫ້ອງ ກວດພະຍາດ ຂອງເອກະຊົນ ແລະ ສະ ຖານທີ່ເສີມຄວາມງາມ; ການແກ້ໄຂ ແລະ ຄຸ້ມຄອງແຮງງານຕ່າງປະເທດ; ສະພາບການສ້າງຂ່າວປອມ, ຂ່າວບິດ ເບືອນ, ການຍຸແຫຍ່ແບ່ງແຍກຄວາມ ສາມັກຄີພາຍໃນ ແລະ ບັນຫາອື່ນໆ. ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງແຜນດໍາເນີນງານ ແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງຊາຍ 5 ປີ ຄັ້ງທີ V (2026-2030); ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອ ແມ່ ແລະ ເດັກ 5 ປີ ຄັ້ງທີ IV (20262030); ຮ່າງແຜນດໍາເນີນງານແຫ່ງ ຊາດ ເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມ ຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (20262030) ໂດຍໄດ້ຊີ້ນໍາສູນກາງສະຫະ ພັນແມ່ຍິງລາວ ສົມທົບກັບຂະແໜງ ການແລະ ພາກສ່ວນກ່ຽວຂ້ອງປັບປຸງ ບັນດາຮ່າງແຜນດຳເນີນງານດັ່ງກ່າວ ຕາມຄຳເຫັນຂອງສະມາຊິກລັດຖະ ບານ ເປັນຕົ້ນ ບົດບາດຄວາມສຳຄັນ ຂອງວຽກງານ, ຂໍ້ມູນສະຖິຕິດ້ານ ຕ່າງໆທີ່ກ່ຽວຂ້ອງ, ການກຳນົດບັນດາ ເປົ້າໝາຍຈຸດສຸມ ກໍຄື ໜ້າວຽກທີ່ຈະ ຕ້ອງໄດ້ແກ້ໄຂ ແລະ ຜັນຂະຫຍາຍ-ສົ່ງ ເສີມ, ການນຳໃຊ້ເຕັກໂນໂລຊີ ເຂົ້າໃນ ວຽກງານ, ການກຳນົດແຜນໂຄສະນາ ເຜີຍແຜ່-ແນະນຳ ແລະ ອື່ນໆ ໃຫ້ລະ ອຽດຈະແຈ້ງ ແລະ ຄົບຖ້ວນສົມບູນ ກວ່າເກົ່າ. ພ້ອມນີ້, ຍັງໄດ້ເຫັນດີດ້ານ ຫລັກການ ຮັບຮອງເອົາຮ່າງຍຸດທະ ສາດປັນຍາປະດິດແຫ່ງຊາດ(20262035); ຮ່າງຍຸດທະສາດ ພັດທະນາ ແລະ ນໍາໃຊ້ດາວທຽມຢູ່ ສປປ ລາວ ໄລຍະແຕ່ປີ(2026-2035), ໂດຍໄດ້ ຊີ້ນຳກະຊວງເຕັກໂນໂລຊີ ແລະ ການ ສື່ສານ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳ ເຫັນຂອງສະມາຊິກລັດຖະບານ ເປັນ ຕົ້ນ ການກຳນົດຈຸດສຸມພັດທະນາລະ ບົບພື້ນຖານໂຄງລ່າງ, ຖານຂໍ້ມູນ, ຊັບ ພະຍາກອນມະນຸດ ແລະ ການນຳໃຊ້; ການກຳນົດຂອບເຂດການນຳໃຊ້; ການກຳນົດເງື່ອນໄຂການລົງທຶນ ແລະ ການຮ່ວມມື ໃນວຽກງານດັ່ງກ່າວ; ການກຳນົດຍຸດທະສາດ ຄວາມເປັນ ກາງ ໃນການຮ່ວມມືທາງດ້ານເຕັກໂນ ໂລຊີ; ການຈັດລຽງບຸລິມະສິດ ແລະ ນະໂຍບາຍ ຕໍ່ຂົງເຂດວຽກງານຕ່າງໆ ທີ່ຈະຕ້ອງນຳໃຊ້ໃຫ້ເກີດປະໂຫຍດສູງ ສຸດ. ພ້ອມທັງ ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍ ໄຟຟ້າ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍແຮ່ທາດ (ສະບັບປັບປຸງ); ການໂຮມຮ່າງກົດໝາຍ ວ່າດ້ວຍການ ປະກັນສຸຂະພາບ ແລະ ຮ່າງກົດໝາຍ ວ່າດ້ວຍການປະກັນສັງຄົມ ເຂົ້າເປັນ ກົດໝາຍດຽວກັນ; ຜົນການຄົ້ນຄວ້າ ຮ່າງນິຕິກໍາ ກ່ຽວກັບການແບ່ງຂັ້ນຄຸ້ມ ຄອງ ແລະ ຄວາມຮັບຜິດຊອບຂອງຂະ ແໜງການຕ່າງໆ ຂັ້ນຕາແສງ ໂດຍໄດ້ ຊີ້ນຳກະຊວງ-ອົງການສົມທົບກັບພາກ ສ່ວນກ່ຽວຂ້ອງ ນຳເອົາຮ່າງນິຕິກຳ ທີ່ ຕິດພັນກັບຂະແໜງການຂອງຕົນໄປປັບ ປຸງຕາມຄຳເຫັນຂອງສະມາຊິກລັດຖະ ບານ ໃຫ້ມີເນື້ອໃນສອດຄ່ອງກັບສະ ພາບຕົວຈິງ, ລະອຽດຈະແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງ ປະຕິບັດໄດ້ຢ່າງໂລ່ງລ່ຽນ, ທັນການ, ມີປະສິດທິພາບ ແລະ ປະສິດທິຜົນສູງ. ກອງປະຊຸມ ຍັງໄດ້ຊີ້ນຳການປັບ ປຸງການອອກແບບກາໝາຍໃໝ່ ຂອງ ກະຊວງວັດທະນະທໍາ ແລະ ການທ່ອງ ທ່ຽວ, ແລ້ວມາຜ່ານທ່ານນາຍົກລັດ ຖະມົນຕີ ແລະ ບັນດາທ່ານຮອງນາຍົກ ລັດຖະມົນຕີ ເພື່ອມີຄຳເຫັນຕື່ມອີກ. ສຳລັບທິດທາງແຜນວຽກຈຸດສຸມ ປະຈຳເດືອນຕຸລາ 2026 ກອງປະຊຸມ ໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາ ວຽກງານສຳຄັນ ຄື: ສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ທົ່ວປວງຊົນ ຮອບດ້ານ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເພີ່ມທະ ວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໂດຍສະເພາະບັນຫາສະ ແກຣມເມີ, ບັນຫາຢາເສບຕິດ, ບັນຫາ ການປຸ້ນຈີ້ຊີງຊັບ, ບັນຫາອຸບັດເຫດ ຕາມທ້ອງຖະໜົນ ໃຫ້ຫລຸດຜ່ອນລົງ ແລະ ຮັບປະກັນຄວາມປອດໄພຮອບ ດ້ານ; ສືບຕໍ່ສຸມໃສ່ການເກັບລາຍຮັບ ງົບປະມານ ຈາກແຫລ່ງລາຍຮັບທີ່ມີ ແລ້ວໃຫ້ຄົບຖ້ວນ ແລະ ຊອກແຫລ່ງ ລາຍຮັບອື່ນ ຕາມທ່າແຮງຂອງຕົນ, ທັງຫັນເປັນທັນສະໄໝ ແລະ ຄຸ້ມຄອງ ລາຍຈ່າຍໃຫ້ມີປະສິດທິພາບສູງກວ່າ ເກົ່າ; ສືບຕໍ່ລົງຊ່ວຍແຂວງ ໃນການ ສ້າງຄວາມເຂັ້ມແຂງໃຫ້ແກ່ຕາແສງ ໂດຍສະເພາະ ໃຫ້ເລັ່ງປັບປຸງນິຕິກໍາ ກ່ຽວກັບການແບ່ງຄວາມຮັບຜິດຊອບ ຂອງຂະແໜງການຕ່າງໆ ຕໍ່ວຽກງານ ດັ່ງກ່າວ; ສຸມໃສ່ກະກຽມເນື້ອໃນ ແລະ ເຂົ້າຮ່ວມລາຍງານຕໍ່ກອງປະຊຸມສະ ໄໝວິສາມັນ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XII ທີ່ຈະຈັດຂຶ້ນ ໃນໄລຍະມໍ່ໆນີ້ ໂດຍສະເພາະ ຮ່າງນິຕິ ກຳ ທີ່ຕິດພັນກັບກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນປະເທດ ແລະ ກະຊວງອຸດສາຫະກຳ ແລະ ການ ຄ້າ; ສຸມໃສ່ກະກຽມເນື້ອໃນ ທີ່ຕິດພັນ ກັບຄວາມຮັບຜິດຊອບຂອງລັດຖະ ບານ ທີ່ຈະລາຍງານຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ X ທີ່ຈະຈັດຂຶ້ນ ໃນເດືອນ ຕຸລານີ້ ໃຫ້ສໍາເລັດທັນເວລາ. ໃນນັ້ນ, ໃຫ້ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ສົມທົບກັບກະຊວງການ ເງິນ ກະກຽມບົດລາຍງານຂອງລັດຖະ ບານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027. ນອກນັ້ນ, ໃຫ້ກະຊວງ-ອົງການທີ່ກ່ຽວ ຂ້ອງ ກະກຽມລາຍງານຮ່າງກົດໝາຍ 8 ສະບັບ ທີ່ໄດ້ກໍານົດໄວ້ ໂດຍໃຫ້ສຸມ ໃສ່ເລັ່ງທວງ ແລະ ປັບປຸງບັນດານິຕິ ກໍາ ກໍຄື ນະໂຍບາຍສໍາຄັນຂອງລັດຖະ ບານທີ່ໄດ້ຜ່ານກອງປະຊຸມລັດຖະບານ ແລະ ກອງປະຊຸມນາຍົກ-ຮອງນາຍົກ ຜ່ານມາ ເປັນຕົ້ນ ຄໍາສັ່ງ ກ່ຽວກັບການ ກໍານົດເງື່ອນໄຂພັດທະນາແຮ່ທາດ ແລະ ດໍາລັດ ກໍານົດນະໂຍບາຍ ສໍາລັບ ແຂວງຜົ້ງສາລີ ແລະ ແຂວງຫົວພັນ; ໃຫ້ຮີບຮ້ອນແກ້ໄຂບັນຫາສູນປະຕິບັດ ທຳຫລັກ 38 ເມືອງປາກງື່ມ ທີ່ມີການ ເຄື່ອນໄຫວບໍ່ສອດຄ່ອງກັບແນວທາງ ນະໂຍບາຍ, ກົດໝາຍ ແລະ ລະບຽບ ການ, ທັງບິດເບືອນຫລັກທຳຄຳສອນ ທາງພຸດທະສາສະໜາ ແລະ ຮີດຄອງ ປະເພນີອັນດີງາມຂອງຊາດ ເພື່ອບໍ່ ໃຫ້ສັງຄົມຫລົງເຊື່ອ ແລະ ເຂົ້າໃຈຜິດ. ພ້ອມກັນນັ້ນ, ໃຫ້ຫ້ອງວ່າການສໍານັກ ງານນາຍົກລັດຖະມົນຕີ ສົມທົບກັບ ພາກສ່ວນກ່ຽວຂ້ອງ ເລັ່ງປັບປຸງດຳລັດ 315/ລບ, ລົງວັນທີ 16 ສິງຫາ 2016 ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວສາສະໜາຢູ່ສປປລາວ ໃຫ້ສອດຄ່ອງກັບສະພາບເງື່ອນໄຂໃນ ປັດຈຸບັນ; ສືບຕໍ່ສຸມໃສ່ກໍ່ສ້າງ, ສ້ອມ ແປງບັນດາເສັ້ນທາງຫລວງແຫ່ງຊາດ ແລະ ເສັ້ນທາງຕ່າງໆ ໃຫ້ສຳເລັດຕາມ ແຜນກຳນົດ ໂດຍສະເພາະໂຄງການ ທີ່ມີທຶນແລ້ວ ທັງທຶນ ODA, ທຶນລັດ ແລະ ການມີສ່ວນຮ່ວມຂອງພາກເອກະ ຊົນ ຕາມມະຕິ 05/ລບ; ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດລະດູຝົນ, ການຜະລິດສິນຄ້າ ເພື່ອທົດແທນການ ນຳເຂົ້າ ແລະ ປຸງແຕ່ງ ເພື່ອສົ່ງອອກ ໃຫ້ບັນລຸຕາມແຜນ, ພ້ອມທັງ ເພີ່ມທະວີ ການຕິດຕາມເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ອະຫິວາໝູ ທີ່ກຳລັງລະບາດຢູ່ຫລາຍ ທ້ອງຖິ່ນ ໂດຍໃຫ້ລົງເລິກຊອກຫາສາ ເຫດຕົວຈິງ ເພື່ອມີມາດຕະການປ້ອງ ກັນ ບໍ່ໃຫ້ເກີດຂຶ້ນອີກຕໍ່ໜ້າ. ພ້ອມກັນ ນັ້ນ, ກໍໃຫ້ຮີບຮ້ອນຄົ້ນຄວ້ານະໂຍບາຍ ຊ່ວຍເຫລືອຜູ້ປະກອບການ ແລະ ຄອບ ຄົວທີ່ລ້ຽງໝູ; ສືບຕໍ່ປະຕິບັດມາດຕະ ການຕ່າງໆ ຈຳກັດການນຳເຂົ້າສິນຄ້າ ຟຸມເຟືອຍ ແລະ ສິນຄ້າທີ່ພາຍໃນສາ ມາດຜະລິດໄດ້ ໃຫ້ແຂງແຮງກວ່າເກົ່າ. ພ້ອມກັນນັ້ນ, ກໍສົ່ງເສີມການນຳໃຊ້ລົດ ໄຟຟ້າ ແລະ ພະລັງງານທາງເລືອກ; ກະກຽມຈັດພິທີສະເຫລີມສະຫລອງ ວັນຄູແຫ່ງຊາດ 07 ຕຸລາ 2026 ຄົບ ຮອບ32ປີໃຫ້ດີ,ມີເນື້ອໃນແລະຄວາມ ໝາຍ, ເນັ້ນຄວາມສຳຄັນຂອງການ ສຶກສາ, ຄູ, ນັກຮຽນ ໂດຍຖືເປັນຂະ ບວນການປຸກລະດົມການຮັກອາຊີບຄູ, ການເຂົ້າຮຽນ ແລະ ອື່ນໆ; ສືບຕໍ່ສຸມ ໃສ່ການຜັນຂະຫຍາຍແຜນພັດທະນາ ສາທາລະນະສຸກ5ປີຄັ້ງທີX(20262030), ເພີ່ມທະວີການໂຄສະນາສຸຂະ ສຶກສາ, ການສັກຢາກັນພະຍາດ ແລະ ສົ່ງເສີມສຸຂະພາບ ໃຫ້ທຸກພາກສ່ວນໃນ ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ; ພ້ອມ ທັງຍົກລະດັບຄຸນນະພາບ ໃນການບໍລິ ການຂອງບັນດາໂຮງໝໍລັດ ໃຫ້ດີຂຶ້ນ ກວ່າເກົ່າ. ໃຫ້ບັນດາກະຊວງ-ອົງການ ສືບຕໍ່ລົງຊ່ວຍນະຄອນຫລວງວຽງຈັນ ແລະ ບັນດາແຂວງ ຕາມຂໍ້ຕົກລົງ ສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026 ໃຫ້ໄດ້ຮັບຜົນດີ; ສືບຕໍ່ ກະກຽມການເຄື່ອນໄຫວຕ່າງປະເທດ ຂອງການນຳຂັ້ນສູງ ແລະ ກະກຽມ ຕ້ອນຮັບຄະນະຜູ້ແທນປະເທດຕ່າງໆ ໃຫ້ດີ ແລະ ສົມກຽດ. ນອກຈາກນັ້ນ, ທ່ານນາຍົກລັດຖະ ມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ແລະ ການນຳ ບັນດາທ້ອງຖິ່ນ ນໍາເອົາແຜນວຽກຈຸດ ສຸມ ປະຈຳເດືອນກັນຍາ 2026 ທີ່ ກອງປະຊຸມໄດ້ເອກະພາບກັນ ໄປປັບ ປຸງເຂົ້າໃນແຜນວຽກຂອງຂະແໜງ ການ ແລະ ທ້ອງຖິ່ນຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ ສອດຄ່ອງກັບສະພາບຄວາມເປັນຈິງ ຂອງການຈັດຕັ້ງແຕ່ລະຂັ້ນ ແລະ ມີ ຄາດໝາຍເວລາສຳເລັດທີ່ຊັດເຈນ. ພາບ: ຫສນຍ. ເອດີບີ...ີີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ບອບບາງ ຕໍ່ແຮງກະທົບຈາກພາຍ ນອກ ແລະ ຄວາມສ່ຽງທີ່ກ່ຽວພັນກັບ ສະພາບດິນຟ້າອາກາດ. ອັດຕາເງິນເຟີ້ທີ່ຫລຸດລົງ ແລະ ສະ ຖຽນລະພາບຂອງອັດຕາແລກປ່ຽນໄດ້ ຊ່ວຍເສີມສ້າງຄວາມເຊື່ອໝັ້ນ. ແນວ ໃດກໍຕາມ, ການຂະຫຍາຍໂຕທາງເສດ ຖະກິດ ຄາດວ່າຈະຊ້າລົງໃນປີ 2026 ເນື່ອງຈາກລາຄານ້ຳມັນເຊື້ອໄຟໃນ ຕະຫລາດໂລກ ແລະ ຕົ້ນທຶນການນຳ ເຂົ້າທີ່ສູງຂຶ້ນ, ຄວາມຕ້ອງການຈາກ ຕ່າງປະເທດທີ່ອ່ອນໂຕລົງ, ຂອບເຂດ ການດຳເນີນນະໂຍບາຍການເງິນ ແລະ ເງິນຕາທີ່ຈຳກັດ. ນອກຈາກນີ້, ຄວາມ ສ່ຽງທີ່ກ່ຽວພັນກັບສະພາບດິນຟ້າ ອາກາດ ອາດສົ່ງຜົນກະທົບເພີ່ມເຕີມ ຕໍ່ການຜະລິດໄຟຟ້າພະລັງນ້ຳ ແລະ ການຜະລິດກະສິກຳໃນປີ 2027. ທ່ານ ນາງ ແຊນນີ ແຄມເບວ (Shanny Campbell) ຜູ້ຕາງໜ້າ ຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ສປປ ລາວ ມີຄວາມຄືບໜ້າທີ່ສຳຄັນໃນການ ຟື້ນຟູສະຖຽນລະພາບດ້ານເສດຖະກິດ ມະຫາພາກ ໂດຍອັດຕາເງິນເຟີ້ທີ່ຜ່ອນ ຄາຍລົງ ແລະ ອັດຕາແລກປ່ຽນທີ່ມີ ສະຖຽນລະພາບຫລາຍຂຶ້ນ ໄດ້ຊ່ວຍ ຊຸກຍູ້ກິດຈະກຳທາງເສດຖະກິດ, ພ້ອມ ນີ້ການຮັກສານະໂຍບາຍເສດຖະກິດ ມະຫາພາກທີ່ຮັດກຸມ ຄຽງຄູ່ກັບການ ປັບປຸງການອຳນວຍຄວາມສະດວກ ດ້ານການຄ້າ, ການຫັນການສົ່ງອອກ ໃຫ້ມີຄວາມຫລາກຫລາຍ ແລະ ການ ເຊື່ອມສານຄວາມທົນທານຕໍ່ສະພາບ ດິນຟ້າອາກາດເຂົ້າໃນການວາງແຜນ ພັດທະນາ ຈະເປັນປັດໄຈສຳຄັນໃນ ການຮັກສາການຟື້ນໂຕທີ່ທົ່ວເຖິງ ແລະ ທົນທານ. ຂະແໜງບໍລິການ ຍັງສືບຕໍ່ຊຸກຍູ້ ການຂະຫຍາຍໂຕທາງເສດຖະກິດ ໂດຍຈຳນວນນັກທ່ອງທ່ຽວສາກົນ ບັນລຸ 2,6 ລ້ານຄົນ ໃນເຄິ່ງປີທຳອິດ ຂອງປີ 2026, ເພີ່ມຂຶ້ນ 9,9% ເມື່ອ ທຽບໃສ່ໄລຍະດຽວກັນຂອງປີຜ່ານ ມາ. ຂະແໜງອຸດສາຫະກຳ ຄາດວ່າ ຈະຍັງເປັນແຮງຂັບເຄື່ອນສຳຄັນຂອງ ການຂະຫຍາຍໂຕ ໂດຍໄດ້ຮັບແຮງ ໜູນຈາກການລົງທຶນໃນພະລັງງານ ທົດແທນ, ຂະແໜງກໍ່ສ້າງ, ຂະແໜງບໍ່ ແຮ່ ແລະ ການສົ່ງອອກໄຟຟ້າ, ໃນຂະ ນະທີ່ຂະແໜງກະສິກຳ ຄາດວ່າຈະ ປະກອບສ່ວນໃນລະດັບຈຳກັດ. ຢ່າງ ໃດກໍຕາມ, ຂະແໜງອຸດສາຫະກຳ ແລະ ຂະແໜງກະສິກຳ ຕ່າງກໍມີຄວາມສ່ຽງ ເພີ່ມຂຶ້ນ ຈາກຜົນກະທົບດ້ານດິນຟ້າ ອາກາດ,ລວມທັງໄພນ້ຳຖ້ວມ, ໄພແຫ້ງ ແລ້ງ ແລະ ຝົນຕົກບໍ່ສະໝ່ຳສະເໝີ. ສ່ວນອັດຕາເງິນເຟີ້ສະເລ່ຍຄາດວ່າ ຈະຢູ່ໃນລະດັບ 8,0% ໃນປີ 2026 ກ່ອນຈະຫລຸດລົງມາເປັນ 6,5% ໃນ ປີ 2027. ໃນບົດລາຍງານລະບຸວ່າ: ຄວາມ ສ່ຽງຕໍ່ເສດຖະກິດປະກອບມີລາຄາ ໃນຕະຫລາດໂລກທີ່ສູງຂຶ້ນ, ລາຍຮັບ ຈາກການທ່ອງທ່ຽວທີ່ອ່ອນໂຕລົງ ແລະ ແຮງກົດດັນຈາກການຊຳລະ ໜີ້ສິນທີ່ຍັງສືບຕໍ່ ຊຶ່ງອາດສ້າງແຮງ ກົດດັນຕໍ່ການຂະຫຍາຍໂຕ; ແຮງກະ ທົບຈາກສະພາບດິນຟ້າອາກາດ, ລວມ ທັງໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ຝົນຕົກບໍ່ສະໝ່ຳສະເໝີ ອາດສົ່ງຜົນ ກະທົບຕໍ່ການຜະລິດໄຟຟ້າພະລັງນ້ຳ, ການຜະລິດກະສິກຳ, ການສົ່ງອອກ ແລະ ລາຍຮັບເປັນເງິນຕາຕ່າງປະເທດ. ຂໍ້ມູນ: ເອດີບີ ອ່ານບົດກະວີ...່ົີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ພ້ອມດ້ວຍບັນດາຄູ-ອາຈານ, ນັກ ຮຽນ-ນັກສຶກສາ ເຂົ້່າຮ່ວມ. ງານສະເຫລີມສະຫລອງບຸນໄຫວ້ ພະຈັນໃນຄັ້ງນີ້, ຈັດຫລາຍກິດຈະກໍາ ເປັນຕົ້ນ ອ່ານບົດກະວີ ລາວ-ຈີນ ຈາກ ສູນວັດທະນະທຳຈີນ ແລະ ນັກສຶກສາ ລາວ ຈາກພາກວິຊາພາສາຈີນ ຄະນະ ອັກສອນສາດ ມະຫາວິທະຍາໄລແຫ່ງ ຊາດ,ພ້ອມທັງສະແດງສິລະປະ(ຟ້ອນ, ຮ້ອງເພງລວມໝູ່, ສະແດງກັງຟູຈີນ, ສະແດງງິ້ວຈີນ ແລະ ອື່ນໆ ຊຶ່ງສ້າງ ຄວາມເບີກບານມ່ວນຊື່ນໃຫ້ແກ່ຜູ້ເຂົ້າ ຮ່ວມງານ ຢ່າງຄຶກຄື້ນ. ໂອກາດນີ້, ທ່ານ ຫລົວ ເວີ້ຍຈ້ຽນ ໄດ້ກ່າວວ່າ: ກະວີຈີນມີຄວາມໝາຍໃນ ພາສາລາວວ່າ: “ແສງຈັນເປັ່ງປະກາຍ ຂຶ້ນເໜືອທະເລ ຜູ້ຢູ່ສຸດຂອບຟ້າກໍຮ່ວມ ຊົມພະຈັນດວງດຽວກັນ.”ເມື່ອ1.300 ກວ່າປີກ່ອນ ທ່ານ ຈ່າງ ຈິວຫລິງ ໄດ້ຈາລຶກຖ້ອຍຄຳນີ້ໄວ້ພາຍໃຕ້ແສງ ຈັນໃນດິນແດນຫລິງໜານ, ກະວີດັ່ງ ກ່າວ ບໍ່ມີພົມແດນ ແລະ ບໍ່ມີຄວາມ ແຕກຕ່າງຂອງເວລາ. ໃນປີ 2026 ແມ່ນວາລະຄົບຮອບ 65 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ລາວຈີນ ແລະ “ປີມິດຕະພາບ ລາວ-ຈີນ”. ຕະຫລອດໄລຍະ 65 ປີແຫ່ງການຮ່ວມ ທຸກຮ່ວມສຸກ ແລະ ຜ່ານຜ່າອຸປະສັກມາ ຮ່ວມກັນ, ຈາກປະເທດບ້ານໃກ້ເຮືອນ ຄຽງທີ່ “ຮ່ວມດື່ມນໍ້າຈາກແມ່ນໍ້າສາຍ ດຽວກັນ”, ການຈັບມືຮ່ວມກັນສ້າງຄູ່ ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການຂອງ ຍຸກໃໝ່, ສອງຊາດ ລາວ-ຈີນ ໄດ້ຜູກ ພັນກັນດ້ວຍໃຈ, ປະຕິບັດຕໍ່ກັນດ້ວຍ ຄວາມຈິງໃຈ, ຊ່ວຍເຫລືອເກື້ອກູນ ກັນໃນຍາມຜະເຊີນກັບຄວາມທຸກຍາກ ລຳບາກ ແລະ ຮ່ວມສ້າງຄວາມສຳ ເລັດ ໃຫ້ແກ່ກັນໃນເສັ້ນທາງແຫ່ງການ ພັດທະນາ. ດັ່ງຄຳສຸພາສິດລາວທີ່ວ່າ: ເມື່ອແມ່ນໍ້າໄຫລລົງສູ່ທະເລ ແສງຈັນ ກໍຫວນຄືນເຕັມດວງ. ຂະບວນລົດໄຟ ລາວ-ຈີນ ອັນຍາວໄກດັ່ງມັງກອນ ເຫລັກທີ່ແລ່ນຜ່ານພູຜາ ແລະ ພູຜາ ໄດ້ ປ່ຽນ “ໄລຍະຫ່າງສຸດຂອບຟ້າ” ໃຫ້ ກາຍເປັນ “ບ້ານໃກ້ເຮືອນຄຽງ, ແມ່ ນ້ຳລ້ານຊ້າງ ແລະ ແມ່ນໍ້າຂອງທີ່ໄຫລ ຢ່າງບໍ່ຢຸດຢັ້ງ ກໍໄດ້ປ່ຽນຄໍາວ່າ “ເພື່ອນ ບ້ານ” ໃຫ້ກາຍເປັນ “ຍາດຕິພີ່ນ້ອງ”. ພ້ອມນີ້, ທ່ານ ຫລົວ ເວີ້ຍຈ້ຽນ ຍັງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງມະຫາວິທະຍາໄລແຫ່ງຊາດ ລາວ, ໂດຍສະເພາະພາກວິຊາພາສາ ຈີນ ຕະຫລອດຫລາຍປີທີ່ຜ່ານມາ ໄດ້ ເປັນເພື່ອນຮ່ວມທາງທີ່ໝັ້ນຄົງ ແລະ ອົບອຸ່ນທີ່ສຸດຂອງສູນວັດທະນະທໍາ ຈີນ ປະຈຳ ລາວ, ບັນດາທ່ານໄດ້ເປີດ ປະຕູສູ່ໂລກແຫ່ງຕົວອັກສອນຈີນ ໃຫ້ ແກ່ຊາວໜຸ່ມລາວມາຮຸ່ນສູ່ຮຸ່ນ, ເຮັດ ໃຫ້ພວກເຂົາໄດ້ພົບກັບ ຫລີ່ໄປ໋ ຜ່ານ ການອ່ານບົດກະວີ “ຍົກຈອກເຊີນ ແສງຈັນ” ແລະ ໄດ້ເຂົ້າໃຈປະເທດ ຈີນ ຜ່ານຄຳຖາມໃນບົດກະວີທີ່ກ່າວ ວ່າ “ດວງຈັນທີ່ສ່ອງສະຫວ່າງມີມາ ແຕ່ຍາມໃດ”. ທ່ານ ອຸ່ນຫລ້າ ສີວັນເພັງ ຮອງຜູ້ ອຳນວຍການໃຫຍ່ມະຫາວິທະຍາໄລ ແຫ່ງຊາດ ກໍໄດ້ກ່າວວ່າ: ງານຄັ້ງນີ້, ບໍ່ ພຽງແຕ່ເປັນການພົບປະແລກປ່ຽນ ທາງດ້ານວັດທະນະທຳຈີນຢູ່ຕ່າງປະ ເທດ, ແຕ່ຍັງເປັນການພົບປະລະຫວ່າງ ນັກສຶກສາສອງຊາດ ລາວ-ຈີນ ດ້ວຍ ກັນ, ຍິ່ງເປັນການເພີ່ມມິດຕະພາບທີ່ ແໜ້ນແຟ້ນຂອງ ລາວ-ຈີນ ອີກດ້ວຍ, ເປັນການເຮັດໃຫ້ວັດທະນະທຳດ້ານ ພາສາຈີນ ມີເອກະລັກ ແລະ ມົນສະເໜ່ ຍິ່ງກວ່າເກົ່າ, ພ້ອມທັງຫວັງຢ່າງຍິ່ງ ວ່ານັກສຶກສາລາວ ຈະໄດ້ຮັບຄວາມຮູ້ ແລະ ຮຽນຮູ້ປະສົບການທີ່ດີຈາກກິດ ຈະກຳໃນຄັ້ງນີ້, ໃຫ້ກາຍເປັນຜູ້ສືບ ທອດ ແລະ ສືບສານພັດທະນາຕະ ຫລອດໄປ. ທ່ານ ອຸ່ນຫລ້າ ສີວັນເພັງ ຍັງໃຫ້ຮູ້ ອີກວ່າ: ລາວ-ຈີນ ເປັນປະເທດທີ່ມີແມ່ ນ້ຳ ແລະ ສາຍພູຕິດຈອດກັນ, ສາຍພົວ ພັນມິດຕະພາບດັ້ງເດີມມີມາຍາວນານ. ໃນໄລຍະປີຜ່ານມາ, ໄດ້ມີໂຄງການ “ໜຶ່ງແລວ ໜຶ່ງເສັ້ນທາງ” ແນວຄິດ ຂໍ້ລິເລີ່ມການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ໄດ້ເປີດນຳໃຊ້ຢ່າງ ເປັນທາງການ, ເຮັດໃຫ້ການໄປມາຫາ ສູ່ຂອງປະຊາຊົນສະດວກສະບາຍ, ມີການແລກປ່ຽນດ້ານການສຶກສາ, ວັດທະນະທຳ ແລະ ການຮ່ວມມືຂອງ ບັນດາຊາວໜຸ່ມສອງຊາດ. ພາສາ ແລະ ວັດທະນະທຳ ເປັນຂົວຕໍ່ທີ່ດີ ທີ່ສຸດໃນການເຊື່ອມໂຍງຈິດໃຈຂອງ ປະຊາຊົນ. ຂ່າວ-ພາບ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==