7371

@ 0j k; c]t gsfdko j 24/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ທ່ານ ກິແກ້ວ ໄຂຄໍາພິທູນ ຖືເອົາວຽກງານ...ືົ ສະຫລອງບຸນ...ຸ ຄະນະປະຈຳສະພາ... ໃນວັນທີ 22 ກັນຍາ 2026 ໂດຍ ມີ ທ່ານ ກິແກ້ວ ໄຂຄໍາພິທູນ ປະທານສູນກາງແນວລາວສ້າງ ຊາດ, ທ່ານ ນາງ ຝາງ ຫົງ ເອກ ອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ລາວ, ມີບັນດາການນຳ ພັກ, ລັດ, ຊາວຈີນຕ່າງດ້າວ ແລະ ວິສາຫະກິດຈີນຢູ່ລາວ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ບູລະພາ ສັນຕິຄົງຄາ ປະທານສະພາການ ຄ້າຊາວຈີນຕ່າງດ້າວ ປະຈໍາ ສປປ ລາວ, ທັງເປັນປະທານສະມາຄົມ ຈີນ ນະຄອນຫລວງວຽງຈັນ ໄດ້ ກ່າວວ່າ: ການຈັດງານສະ ເຫລີມ ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2026 ນີ້, ຈັດຂຶ້ນເນື່ອງໃນໂອກາດ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດ ລາວຈີນ ແລະ ປີມິດຕະພາບ ລາວ-ຈີນ. ຕະຫລອດໄລຍະເວລາ 65 ປີ ທີ່ ສປປ ລາວ ແລະ ສປ ຈີນ ໄດ້ເຊື່ອມ ໂຍງກັນດ້ວຍພູຜາ ແລະ ແມ່ນໍ້າ, ມີວັດທະນະທໍາທີ່ຄ້າຍຄືກັນ ແລະ ມີສາຍພົວພັນທີ່ໃກ້ຊິດ ລະຫວ່າງ ປະຊາຊົນ. ມິດຕະພາບອັນຍາວ ນານຂອງສອງປະເທດໄດ້ຜ່ານ ການທົດສອບເວລາແລະການຮ່ວມ ມືຕົວຈິງຢ່າງເລິກເຊິ່ງຍິ່ງຂຶ້ນ. ເທສະການໄຫວ້ພະຈັນ ແມ່ນເທສະ ການແຫ່ງການເຕົ້າໂຮມຍາດຕິພີ່ ນ້ອງຂອງປະຊາຊາດຈີນ, ດວງຈັນ ທີ່ສະຫວ່າງສະໄຫວ ເຮັດໃຫ້ຄິດ ຮອດບ້ານເກີດເມືອງນອນ ແລະ ໝູ່ເພື່ອນ, ງານລ້ຽງທີ່ເຊື່ອມໂຍງ ສາຍພົວພັນໃນຄອບຄົວ ແລະ ມິດ ຕະພາບ. ສໍາລັບຊາວຈີນຕ່າງດ້າວ ທີ່ອາໄສ, ດຳເນີນທຸລະກິດຢູ່ລາວ ມາເປັນເວລາດົນນານ, ຄືນທີ່ດວງ ຈັນເຕັມດວງເຮັດໃຫ້ພວກເຮົາຮູ້ສຶກ ເຖິງຄວາມໝາຍຂອງ“ບ້ານ”. ເຖິງ ວ່າພວກເຮົາມາຈາກບ່ອນທີ່ແຕກ ຕ່າງກັນ ແລະ ເຮັດວຽກໃນອຸດສາ ຫະກຳທີ່ແຕກຕ່າງກັນ, ແຕ່ໃນດິນ ແດນລາວແຫ່ງນີ້, ພວກເຮົາມີຊີວິດ ຮ່ວມກັນ, ອຸດົມການຮ່ວມກັນ ແລະ ພວກເຮົາໄດ້ເຫັນທຸກໆໄລຍະເວລາ ທີ່ສໍາຄັນໃນການພັດທະນາຂອງ ການຮ່ວມມືມິດຕະພາບລະຫວ່າງ ລາວ-ຈີນ ຢ່າງຕໍ່ເນື່ອງ. ທ່ານ ກິແກ້ວ ໄຂຄໍາພິທູນ ກໍໄດ້ ມີຄໍາເຫັນວ່າ: ງານສະເຫລີມສະ ຫລອງບຸນໄຫວ້ພະຈັນ ໃນຄັ້ງນີ້, ສະ ແດງໃຫ້ເຫັນເຖິງການແລກປ່ຽນ ມິດຕະພາບລະຫວ່າງ ປະຊາຊົນ ສອງປະເທດພວກເຮົາ ຊຶ່ງເປັນບຸນ ປະເພນີພື້ນເມືອງຂອງຈີນ ທີ່ເນັ້ນ ເຖິງການເຕົ້າໂຮມຍາດພີ່ນ້ອງ, ສ້າງຄວາມສາມັກຄີເໝືອນດັ່ງ ຄອບຄົວດຽວກັນ, ພ້ອມທັງສະແດງ ຄວາມຂອບໃຈແລະ ຊົມເຊີຍມາຍັງ ຊາວຈີນຕ່າງດ້າວ ແລະ ວິສາຫະ ກິດຈີນປະຈໍາລາວ ທີ່ໄດ້ສ້າງຮາກ ຖານ, ດໍາເນີນທຸລະກິດ, ດຶງດູດການ ລົງທຶນ, ທັງເປັນຂົວຕໍ່ໃຫ້ກັບປະ ຊາຊົນສອງປະເທດທຸກລະດັບ ໄດ້ ມີການພົວພັນຮ່ວມມືກັນ ນັບມື້ນັບ ຫລາຍຂຶ້ນຊຶ່ງເປັນການສົ່ງເສີມເສດ ຖະກິດ-ສັງຄົມ ໃນ ສປປ ລາວ ແລະ ເສີມຂະຫຍາຍໃຫ້ສາຍພົວພັນສອງ ປະເທດໃຫ້ນັບມື້ນັບແໜ້ນແຟ້ນ ຍິ່ງໆຂຶ້ນ. ຢ່າງໃດກໍຕາມ, ແນວລາວ ສ້າງຊາດ ຈະສືບຕໍ່ເພີ່ມທະວີແລກ ປ່ຽນກັບສປຈີນໂດຍສະເພາະແມ່ນ ຊາວຈີນຕ່າງດ້າວແລະວິສາຫະກິດ ຈີນ ຢູ່ລາວ ເພື່ຶອສົ່ງເສີມແລກປ່ຽນ ການທູດປະຊາຊົນ ແລະ ການພົວ ພັນຮ່ວມມື ດ້ານວັດທະນະທໍາສັງຄົມ ເພື່ອປະກອບສ່ວນເພີ່ມທະ ວີມິດຕະພາບ ແລະ ຄວາມເຂົ້າອົກ ເຂົ້າໃຈລະຫວ່າງພັກ-ລັດ ແລະ ປະ ຊາຊົນລາວ-ຈີນ, ຈີນ-ລາວໃຫ້ເລິກ ເຊິ່ງ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າ. ຂ່າວ: ທະນູທອງ; ພາບ: ເກດສະໜາ ບໍລິຫານລັດ, ກວດໃຫ້ເຫັນດ້ານ ດີ, ຜົນສຳເລັດ ເພື່ອຈັດຕັ້ງຜັນຂະ ຫຍາຍ, ກວດໃຫ້ເຫັນດ້ານອ່ອນ ເພື່ອປັບປຸງແກ້ໄຂ. ວຽກງານກວດກາ ເປັນວຽກ ງານຂອງຄະນະພັກ, ຄະນະປະຈຳ ພັກ ໂດຍສະເພາະແມ່ນສະຫາຍ ເລຂາຄະນະພັກ ຕ້ອງຮັບຜິດຊອບ ໂດຍກົງໃນການນໍາພາ-ຊີ້ນຳ, ຊຸກ ຍູ້, ຕິດຕາມວຽກງານກວດກາເພື່ອ ແກ້ໄຂບັນຫາຕ່າງໆ, ແຜນການ ເຄື່ອນໄຫວຂອງຄະນະກວດກາ ຂັ້ນແຂວງ, ຂັ້ນເມືອງຕ້ອງໄດ້ຫັນ ມາເປັນແຜນຂອງຄະນະພັກ, ຄະ ນະກວດກາ ແມ່ນເປັນຜູ້ປະຕິບັດ ຕາມແຜນການຂອງຄະນະປະຈຳ, ຄະນະກວດກາແມ່ນເປັນເສນາທິ ການໃຫ້ຄະນະພັກ. ສະນັ້ນ, ຕ້ອງ ເອົາໃຈໃສ່ເພີ່ມທະວີວຽກງານກວດ ກາພັກ, ຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກ, ກວດກາໝາກ ຜົນການຈັດຕັ້ງປະຕິບັດວຽກງານ ຕ່າງໆ. ວຽກງານກວດກາລັດ ຕ້ອງ ເພີ່ມທະວີໃນການກວດກາອົງການ ອຳນາດລັດ, ກວດກາຜູ້ບໍລິຫານລັດ ເພື່ອເປັນການສະກັດກັ້ນແຕ່ຫົວທີບໍ່ ໃຫ້ມີການລະເມີດ, ກວດກາບັນດາ ໂຄງການລົງທຶນຂອງລັດ, ການຈັດ ຊື້-ຈັດຈ້າງ, ການຄຸ້ມຄອງນຳໃຊ້ ງົບປະມານ, ກວດກາການນຳໃຊ້ ແຮ່ທາດຕ່າງໆ, ກວດກາການລົງ ທຶນຂອງເອກະຊົນ; ເອົາໃຈໃສ່ແກ້ ໄຂຜົນການກວດກາ ໃຫ້ເປັນໄປ ຕາມຂັ້ນຕອນທີ່ກຳນົດໄວ້ໃນກົດ ໝາຍກວດກາລັດ, ບັນຫາໃດທີ່ບໍ່ ສາມາດແກ້ໄດ້ ກໍໃຫ້ສະເໜີຕໍ່ຂັ້ນ ເທິງເພື່ອຄົ້ນຄວ້າແກ້ໄຂ; ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດ ບັງຫລວງ ຊຶ່ງເປັນໜ້າທີ່ຍຸດທະ ສາດຂອງພັກເຮົາທີ່ຕ້ອງໄດ້ເອົາໃຈ ໃສ່, ສະນັ້ນຕ້ອງໄດ້ເພີ່ມທະວີ ໃນ ການໂຄສະນາສຶກສາອົບຮົມເຮັດ ໃຫ້ພະນັກງານ, ທະຫານ-ຕຳຫລວດ ແລະ ປະຊາຊົນໄດ້ເຫັນຜົນຮ້າຍ ຂອງການສໍ້ລາດບັງຫລວງ. ໃນກອງປະຊຸມ, ສະຫາຍ ບຸນ ຫລາຍ ບຸດທິ ກຳມະການສູນກາງ ພັກ, ເລຂາພັກແຂວງ, ປະທານສະ ພາປະຊາຊົນແຂວງ ໄດ້ວ່າ: ກອງ ປະຊຸມວຽກງານກວດກາທົ່ວແຂວງ ໃນຄັ້ງນີ້ ແມ່ນຈະໄດ້ພ້ອມກັນຄົ້ນ ຄວ້າ ແລະ ປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດສະຫລຸບຕີລາຄາວຽກ ງານກວດກາ ທົ່ວແຂວງເຊກອງ 5 ປີ (2021-2025) ໂດຍຕິດພັນ ກັບການຜັນຂະຫຍາຍເນື້ອໃນຈິດ ຄົ້ນຄວ້າ ແລະ ພິຈາລະນາໜັງສືສະ ເໜີຂອງລັດຖະບານ ເປັນຕົ້ນ ການ ສະເໜີພິຈາລະນາກ່ຽວກັບການລະ ດົມທຶນມາພັດທະນາປະເທດ; ພິຈາ ລະນາກ່ຽວກັບຜ່ອນຜັນການປະຕິ ບັດບາງມາດຕາຂອງກົດໝາຍວ່າ ດ້ວຍແຮ່ທາດ ທີ່ພົວພັນກັບໂຄງ ການສຳຫລວດຖ່ານຫີນຢູ່ແຂວງ ຜົ້ງສາລີ; ພິຈາລະນາຜົນການເຈລະ ຈາສັນຍາ ເພື່ອຫລີກເວັ້ນການເກັບ ອາກອນຊ້ຳຊ້ອນ ແລະ ຫລົບຫລີກ ການເສຍອາກອນລາຍໄດ້ DTC ລະຫວ່າງ ສປປ ລາວ ກັບ ຮົງກົງ; ພິຈາລະນາການຜ່ອນຜັນການປະຕິ ບັດບາງມາດຕາຂອງກົດໝາຍວ່າ ດ້ວຍອາກອນຊົມໃຊ້ ສຳລັບນ້ຳມັນ ເຊື້ອໄຟ; ຮັບຟັງລາຍງານຜົນການ ກວດກາເນື້ອໃນຮອບດ້ານ 5 ຮ່າງ ກົດໝາຍສະບັບປັບປຸງທີ່ຈະນຳເຂົ້າ ພິຈາລະນາຮັບຮອງໃນກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X ຄື: ກົດໝາຍວ່າດ້ວຍກຳ ລັງປ້ອງກັນຄວາມສະຫງົບປະຊາ ຊົນ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງ ໄຊເບີ, ກົດໝາຍວ່າດ້ວຍການຄວບ ຄຸມເຄື່ອງດື່ມທີ່ມີທາດເຫລົ້າ, ກົດ ໝາຍວ່າດ້ວຍລັດຖະບານ ແລະ ກົດ ໝາຍວ່າດ້ວຍການບິນພົນລະເຮືອນ. ນອກຈາກນັ້ນ, ກອງປະຊຸມຍັງ ໄດ້ຮັບຟັງລາຍງານກ່ຽວກັບຄວາມ ພ້ອມການກະກຽມກອງປະຊຸມສະ ໄໝສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີ X ແລະ ວຽກງານ ບຸກຄະລາກອນຈຳນວນໜຶ່ງຂອງ ສພຊ. ຂ່າວ: ອາລິນ ສຸພິມມະປະດິດ ເຂົ້າຮ່ວມ. ໃນນັ້ນ, ທ່ານອັນໂຕນີໂອ ກູເຕເຣັສ ເລຂາທິການໃຫຍ່ອົງ ການ ສປຊ ໄດ້ກ່າວປາໄສໂດຍໄດ້ ຕີລາຄາສະພາບການໂລກແລະເນັ້ນ ໜັກໃຫ້ເຫັນ 4 ບົດທົດສອບອໍານາດ ຂອງໂລກ ຄື: ບົດທົດສອບດ້ານ ສັນຕິພາບ ແລະ ຄວາມປອດໄພ ໂດຍຮຽກຮ້ອງໃຫ້ບັນດາປະເທດ ເຄົາລົບກົດບັດ ສປຊ, ກົດໝາຍ ສາກົນ, ປົກປ້ອງພົນລະເຮືອນ ແລະ ຮັບປະກັນການຊ່ວຍເຫລືອດ້ານມະ ນຸດສະທຳ; ດ້ານຄວາມບໍ່ສະເໝີ ພາບ ໄດ້ເນັ້ນຢໍ້າເຖິງການແກ້ໄຂ ບັນຫາໂຄງສ້າງການເງິນສາກົນ, ສະໜັບສະໜູນການຜ່ອນຜັນໜີ້ສິນ ແລະ ເສີມສ້າງໂອກາດທີ່ເທົ່າທຽມ ໂດຍສະເພາະໃຫ້ແກ່ແມ່ຍິງ; ດ້ານ ວິກິດການ ການປ່ຽນແປງດິນຟ້າ ອາກາດ ໄດ້ຮຽກຮ້ອງໃຫ້ເລັ່ງລັດ ການຫັນປ່ຽນອອກຈາກການນໍາ ໃຊ້ເຊື້ອໄຟຟອດຊິນ, ເພີ່ມການສະ ໜອງທາງການເງິນ ເພື່ອການປັບ ຕົວຕໍ່ສະພາບດິນຟ້າອາກາດຢ່າງ ເປັນທໍາ; ດ້ານAI ໄດ້ຍົກໃຫ້ເຫັນວ່າ ເປັນອໍານາດຮູບແບບໃໝ່ທີ່ມີການ ພັດທະນາຢ່າງວ່ອງໄວ ແລະ ອາດ ສ້າງຄວາມສ່ຽງຖ້າຫາກຂາດການ ຄຸ້ມຄອງທີ່ດີ ແລະ ຂາດຄວາມໂປ່ງ ໃສ. ສະນັ້ນ,ຈຶ່ງຮຽກຮ້ອງໃຫ້ວົງ ຄະນາຍາດສາກົນ ຮ່ວມກັນສ້າງ ແຜນການຄຸ້ມຄອງຄວາມສ່ຽງ ດ້ານ AI ແລະ ຮັບປະກັນໃຫ້ AI ສາ ມາດຮັບໃຊ້ມວນມະນຸດ ເພື່ອສ້າງອະ ນາຄົດໃຫ້ມີສັນຕິພາບ, ຄວາມຍຸຕິ ທຳ ແລະ ເປັນປະໂຫຍດແກ່ທຸກຄົນ. ໃນໂອກາດດຽວກັນ, ທ່ານ ຄາລີ ຮອງນາຍົກ...ົ ຕ່າງໆ ເຊັ່ນ: ການພັດທະນາແບບ ຍືນຍົງ, ການເຊື່ອມຈອດ, ເສດຖະ ກິດດີຈິຕອນ ແລະ ວັດທະນະທຳ. ພ້ອມດຽວກັນ, ການເຂົ້າຮ່ວມຂອງ ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ຍັງໄດ້ສະແດງເຖິງການປະຕິບັດ ຕາມບົດບາດຢ່າງຕັ້ງໜ້າແລະການ ປະກອບສ່ວນສຳຄັນເຂົ້າໃນການ ເພີ່ມທະວີສາຍພົວພັນຮ່ວມມື ອາ ຊຽນ-ພັນທະມິດພາກພື້ນປາຊີຟິກ. ສຳລັບ ສປປ ລາວ, ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ມີແຜນຈະຂຶ້ນກ່າວປາ ໄສໃນກອງປະຊຸມພາກອະພິປາຍ ທົ່ວໄປຂອງສະມັດຊາໃຫຍ່ ອົງ ການ ສປຊ ສະໄໝທີ 81 ໃນວັນທີ 26 ກັນຍາ 2026. ກອງປະຊຸມດັ່ງ ກ່າວ, ຈະສືບຕໍ່ດຳເນີນໄປຈົນຮອດ ວັນທີ 28 ກັນຍາ 2026. ສາມັກຄີ ແລະ ຄວາມກ້າວໜ້າຂອງ ຊົນເຜົ່າ ແຫ່ງສາທາລະນະລັດ ປະ ຊາຊົນຈີນ ໃນວັນທີ 22 ກັນຍາ 2026 ຜ່ານມາ ທີ່ ສນຊ ໂດຍການ ເປັນປະທານຮ່ວມຂອງ ທ່ານ ລາວ ປາວຊົ່ງ ນະວົງໄຊ ກຳມະການ ສູນກາງພັກ, ຮອງປະທານ ສນຊ ແລະ ທ່ານ ນາງ ຟາງ ຫົງ (Fang Hong) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຄະນະ ຜູ້ແທນຄະນະກຳມະການວຽກງານ ຊົນເຜົ່າແຫ່ງຊາດຈີນ, ຄະນະພັກຄະນະປະຈຳ, ມີພະນັກງານ-ລັດຖະ ກອນ ສນຊ, ຜູ້ຕາງໜ້າຈາກບັນດາ ກະຊວງ-ອົງການ ແລະ ນະຄອນ ຫລວງວຽງຈັນ ເຂົ້າຮ່ວມ. ທ່ານ ນາງ ຟາງ ຫົງ ໄດ້ໃຫ້ຮູ້ ວ່າ: ປະເທດຈີນ ປະກອບມີ 56 ຊົນ ເຜົ່າ, ພັກກອມມູນິດຈີນ ໄດ້ຖືວຽກ ງານຊົນເຜົ່າເປັນວຽກງານໜຶ່ງທີ່ ສຳຄັນຂອງຊາດ. ການຈັດກອງປະ ຊຸມຄັ້ງນີ້, ເພື່ອເປັນການເສີມຂະ ຫຍາຍສາຍພົວພົວອັນເປັນມູນເຊື້ອ ຂອງສອງພັກ-ສອງລັດແລະປະຊາ ຊົນສອງຊາດລາວ-ຈີນ, ຈີນ-ລາວ ແລະ ຍັງເປັນການເຜີຍແຜ່, ແລກ ປ່ຽນຄວາມຮູ້, ປະສົບການກ່ຽວກັບ ວຽກງານຊົນເຜົ່າ ເຊິ່ງກັນ ແລະ ກັນ. ທ່ານ ຊູ ເ ຊົ້າ ເ ວີນ (Xu Shaowen) ຮອງເລຂາຄະນະພັກ ແລະ ຮອງອະທິການບໍດີມະຫາວິ ທະຍາໄລຊົນເຜົ່າຕາເວັນຕົກສຽງ ເໜືອ ໄດ້ເຜີຍແຜ່ກົດໝາຍວ່າດ້ວຍ ການສົ່ງເສີມຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າແຫ່ງ ຊາດຈີນ ຊຶ່ງໄດ້ຍົກໃຫ້ເຫັນ 4 ຫົວຂໍ້ ທີ່ສຳຄັນເປັນຕົ້ນສະພາບລວມຂອງ ປະເທດທີ່ມີຫລາຍຊົນເຜົ່າ ໂດຍ ໄດ້ກຳນົດ 5 ດ້ານທີ່ເຊື່ອມເຂົ້າກັນ ແລະ 4 ສິ່ງຮ່ວມກັນ; ນະໂຍບາຍ ວຽກງານຊົນເຜົ່າຂອງພັກກອມມູ ນິດຈີນໃນຍຸກໃໝ່ ໂດຍໄດ້ກຳນົດ ພາລະກິດສຳຄັນ 5 ປະການ; ແນວ ຄິດ ແລະ ການຊີ້ນຳ ຂອງທ່ານ ສີ ຈິ້ນຜິງກ່ຽວກັບການເສີມສ້າງແລະ ປັບປຸງວຽກງານຊົນເຜົ່າ ທີ່ເປັນ ແກ່ນແທ້ໂດຍໄດ້ກຳນົດ 12 ຕ້ອງ; ການປົກຄອງຕາມກົດໝາຍ ແລະ ການຮັບປະກັນການສົ່ງເສີມຄວາມ ສາມັກຄີ ແລະ ຄວາມກ້າວໜ້າຂອງ ຊົນເຜົ່າໃນໄລຍະໃໝ່. ພ້ອມກັນນີ້, ທ່ານຍັງໄດ້ຍົກໃຫ້ເຫັນການຮ່ວມມື ກັນກໍ່ສ້າງຄູ່ຮ່ວມຊາຕາກຳລາວຈີນ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມ ກັນປະກອບຄຳຄິດເຫັນແລກປ່ຽນ ບົດຮຽນ ເຊິ່ງກັນ ແລະ ກັນ ຢ່າງກົງ ໄປກົງມາຕໍ່ວຽກງນດັ່ງກ່າວ. ໂອກາດນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ໄດ້ກ່າວສະແດງຄວາມ ຂອບໃຈເປັນຢ່າງຍິ່ງຕໍ່ຄະນະຜູ້ ແທນຈີນ ທີ່ໄດ້ໃຫ້ການຮ່ວມມືຈັດ ກອງປະຊຸມຄັ້ງນີ້, ທ່າມກາງສາຍ ພົວພັນມິດຕະພາບ, ການຮ່ວມມືອັນ ເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມ ຊາຕາກຳລາວ-ຈີນ ທີ່ສອງຝ່າຍໄດ້ ຮ່ວມກັນສືບຕໍ່ເສີມຂະຫຍາຍໃຫ້ ນັບມື້ເລິກເຊິ່ງ, ຮອບດ້ານພ້ອມຕີ ລາຄາສູງຕໍ່ສາຍພົວພັນຮ່ວມມືອັນ ໃກ້ຊິດແລະສະໝ່ຳສະເໝີລະຫວ່າງ ຄະນະກຳມະການ ສນຊ ກັບ ຄະນະ ກຳມະການວຽກງານຊົນເຜົ່າແຫ່ງ ຊາດຈີນ. ຂ່າວ-ພາບ: ສນຊ “ຂອບການຄຸ້ມຄອງຄວາມສ່ຽງ ດ້ານການເງິນພາກລັດ ໃນ ສປປ ລາວ” ເພື່ອສ້າງຄວາມເຂັ້ມແຂງ ແລະ ຮັບມືກັບສິ່ງທ້າທ້າຍທາງ ດ້ານເສດຖະກິດການເງິນ ໂດຍເປັນ ປະທານຂອງ ທ່ານ ສິດທິຣົດ ຣາຊະ ພົນ ຮອງລັດຖະມົນຕີກະຊວງການ ເງິນ ແລະ ທ່ານ ຟາຊູຣິນ ຈາມາລູ ດິນ ຜູ້ຕາງໜ້າ IMF ປະຈຳ ສປປ ລາວ ແລະ ຫວຽດນາມ. ການສໍາມະນາໃນຄັ້ງນີ້, ມີຄວາມ ໝາຍຄວາມສຳຄັນພາຍຫລັງທີ່ ສປປ ລາວ ພົບວິກິດການທາງດ້ານ ເສດຖະກິດ-ການເງິນ ນັບແຕ່ການ ລະບາດຂອງພະຍາດໂຄວິດ ເປັນ ຕົ້ນມາ, ພ້ອມທັງຢູ່ໃນໄລຍະຂ້າມ ຜ່ານ ການຫລຸດພົ້ນອອກຈາກສະ ຖານະພາບ ປະເທດດ້ອຍພັດທະນາ ໃນທ້າຍປີ 2026 ນີ້. ເປົ້າໝາຍຂອງ ການຝຶກອົບຮົມ ແນໃສ່ເພື່ອຍູ້ແຮງ ໃຫ້ກະຊວງການເງິນ ສາມາດລະບຸ, ຈັດລຳດັບຄວາມສຳຄັນຂອງຄວາມ ສ່ຽງດ້ານການເງິນ; ກະກຽມຮ່າງ ບັນດາຄວາມສ່ຽງທາງດ້ານການ ເງິນ (Fiscal Risk RegisterFRR), ພ້ອມທັງກໍານົດກ່ຽວກັບ ຂອບການຄຸ້ມຄອງ ແລະ ວາງແຜນ ງານທີ່ສາມາດນຳໄປຈັດຕັ້ງປະຕິ ບັດໄດ້ຈິງ ກ້າວໄປສູ່ການສ້າງບົດ ລາຍງານຄວາມສ່ຽງດ້ານການ ເງິນ ສະບັບທຳອິດ. ໂອກາດນີ້, ສຳມະນາກອນຈະ ໄດ້ຮຽນຮູ້ການກຳນົດຂອບວຽກ, ລະບຸຄວາມສ່ຽງດ້ານງົບປະມານ; ການແນະນຳເຄື່ອງມືປະເມີນຄວາມ ສ່ຽງດ້ານການເງິນ(FRAT), ກຳ ນົດວິທີການໃຫ້ຄະແນນ ແລະ ເລີ່ມ ຕົ້ນຕັ້ງຄ່າເຄື່ອງມື FRAT ຮ່ວມ ກັນ; ປະເມີນຄວາມສ່ຽງທີ່ສຳຄັນ ໃນຂົງເຂດຕ່າງໆ ເຊັ່ນ: ຄວາມສ່ຽງ ດ້ານເສດຖະກິດມະຫາພາກ, ຄວາມ ສ່ຽງທີ່ກ່ຽວຂ້ອງກັບໜີ້ສິນສາທາ ລະນະ ແລະ ສະຖາບັນ, ລັດວິສາຫະ ກິດ ລວມທັງຂະແໜງໄຟຟ້າ, ການ ຄໍ້າປະກັນເງິນກູ້ຢືມຂອງລັດຖະ ບານ, ໂຄງການຮ່ວມມືລະຫວ່າງ ພາກລັດ ແລະ ເອກະຊົນ (PPP); ໄພພິບັດ ແລະ ເຫດການທີ່ກ່ຽວ ຂ້ອງກັບສະພາບການປ່ຽນແປງ ດິນຟ້າອາກາດ, ການຮວບຮວມ ແລະ ກຳນົດບຸລິມະສິດໃຫ້ແກ່ບັນຊີ ລາຍຊື່ຄວາມສ່ຽງ, ພັດທະນາຂອບ ການຄຸ້ມຄອງຄວາມສ່ຽງດ້ານງົບ ປະມານຂອງສປປລາວ, ສ້າງແຜນ ການໃນການຈັດຕັ້ງປະຕິບັດ ແລະ ການຮ່າງບົດລາຍງານຄວາມສ່ຽງ ດ້ານງົບປະມານດັ່ງກ່າວ. ໂອກາດດັ່ງກ່າວ, ທ່ານ ສິດທິ ຣົດ ຣາດຊະພົນ ໄດ້ເນັ້ນໜັກໃຫ້ຜູ້ ເຂົ້າຮ່ວມທີ່ຕາງໜ້າຈາກບັນດາກົມ ແລະ ຂະແໜງການທີ່ກ່ຽວຂ້ອງ ຕ່າງໆ ຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຕໍ່ການຖ່າຍຖອດບົດ ຮຽນຈາກຜູ້ຊ່ຽວຊານ IMF, ພ້ອມ ທັງແລກປ່ຽນບົດຮຽນຕົວຈິງໃນ ການປະຕິບັດໜ້າວຽກງານຂອງ ຕົນ ເພື່ອນໍາເອົາບົດຮຽນໃນການ ສໍາມະນາຄັ້ງນີ້, ມາໝູນໃຊ້ເຂົ້າໃນ ການປະຕິບັດວຽກງານຕົວຈິງ ໃຫ້ ມີປະສິດທິພາບບັນລຸຕາມຈຸດປະ ສົງ ແລະ ເປົ້າໝາຍ. ຂໍ້ມູນ-ພາບ: ກະຊວງການເງິນ ເຜີຍແຜ່ນິຕິກຳ...ີ່ິິ ສ້າງຄວາມເຂັ້ມແຂງ...້ັ້ ເລີຣາມານ(Khalilur Rahman) ປະທານກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81 ກໍໄດ້ ເນັ້ນໃສ່ 7 ເນື້ອໃນສໍາຄັນຄື: ການ ຟື້ນຟູຄວາມເຊື່ອໝັ້ນຕໍ່ອົງການ ສປຊ; ການຮັກສາສັນຕິພາບ ແລະ ຄວາມປອດໄພ; ການປະຕິຮູບສະ ພາຄວາມໝັ້ນຄົງ ສປຊ; ເລັ່ງລັດ ການພັດທະນາ; ສິດທິມະນຸດ ແລະ AI; ການປັບປຸງການດຳເນີນງານ ຂອງສປຊ; ການສົ່ງເສີມຄວາມ ຮ່ວມມືແບບຮອບດ້ານ ໂດຍການ ມີສ່ວນຮ່ວມຈາກຫລາຍພາກສ່ວນ. ພ້ອມນັ້ນ, ທ່ານຮອງນາຍົກລັດ ຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ເຄື່ອນໄຫວພົບປະນອກຮອບ ກັບບັນດາຄູ່ຮ່ວມຕໍາແໜ່ງ ກໍຄື ລັດ ຖະມົນຕີຕ່າງປະເທດຣູມານີ, ອິນ ໂດເນເຊຍ, ຕີມໍແລັດສະເຕ, ມົງໂກລີ ແລະ ກຽກກິດສະຖານ ຊຶ່ງການ ພົບປະດັ່ງກ່າວ, ໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບແລະປຶກສາ ຫາລືກ່ຽວກັບທິດທາງແຜນການ ຮ່ວມມືໃນຕໍ່ໜ້າ. ໃນວັນດຽວກັນ, ຕາມການມອບ ໝາຍຂອງ ທ່ານຮອງນາຍົກລັດຖະ ມົນຕີ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ສືບຕໍ່ເຂົ້າຮ່ວມກອງ ປະຊຸມລັດຖະມົນຕີຕ່າງປະເທດ ອາ ຊຽນ-ພັນທະມິດພາກພື້ນປາຊີຟິກ (ASEAN-Pacific Alliance Foreign Minister Meeting) ຄັ້ງທໍາອິດ, ຖືເປັນບາດກ້າວສໍາຄັນ ປະຫວັດສາດ ໃນການຊຸກຍູ້ການ ຮ່ວມມືລະຫວ່າງສອງອົງການຈັດ ຕັ້ງພາກພື້ນ. ກອງປະຊຸມໄດ້ຕົກລົງ ເພີ່ມທະວີການຮ່ວມມືໃນຂົງເຂດ ໃຈຂອງກອງປະຊຸມວຽກງານກວດ ກາທົ່ວປະເທດ ຄັ້ງທີ V. ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຜູ້ແທນ ກອງປະຊຸມທຸກພາກສ່ວນ ຈົ່ງເຊີດ ຊູຄວາມເປັນເຈົ້າການ, ຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຕົນ, ຄົ້ນຄວ້າ, ສຸມສະຕິປັນຍາ, ປຶກສາຫາລື ແລະ ປະກອບຄຳຄິດ ຄຳເຫັນທີ່ເປັນປະໂຫຍດຕໍ່ເນື້ອໃນ ຕ່າງໆ ທີ່ໄດ້ຜ່ານຕໍ່ກອງປະຊຸມ ຄັ້ງນີ້ຢ່າງເລິກເຊິ່ງ, ແທດເຖິງ, ພາ ວະວິໄສ,ກົງໄປກົງມາແລະກ້າວໄປ ເຖິງຄວາມເປັນເອກະພາບສູງຕໍ່ທຸກ ບັນຫາທີ່ຕັ້ງຂຶ້ນ ໂດຍສະເພາະ ກ່ຽວ ກັບທິດທາງແຜນການໃນຕໍ່ໜ້າ 2026-2030 ເພື່ອເປັນບ່ອນອີງໃນ ການນໍາພາ-ຊີ້ນຳເຂົ້າໃນໜ້າວຽກ ຕົວຈິງຢ່າງເຂັ້ມງວດ. ໂອກາດດຽວ ກັນນີ້, ສະຫາຍຍັງໄດ້ເຜີຍແຜ່ເຊື່ອມ ຊຶມບົດໂອ້ລົມຂອງສະຫາຍເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກຕໍ່ກອງປະຊຸມວຽກ ງານກວດກາທົ່ວປະເທດ ຄັ້ງທີ V. ພ້ອມນີ້, ກອງປະຊຸມໄດ້ຜ່ານ ຮ່າງບົດສະຫລຸບວຽກງານກວດ ກາທົ່ວແຂວງ 5 ປີ ໂດຍຕິດພັນ ກັບການຜັນຂະຫຍາຍບາງເນື້ອ ໃນຜົນສຳເລັດຂອງກອງປະຊຸມ ວຽກງານກວດກາທົ່ວປະເທດຄັ້ງ ທີ V, ບົດສະຫລຸບການຈັດຕັ້ງປະ ຕິບັດແຜນດໍາເນີນງານ ຂອງຄະນະ ກວດກາພັກແຂວງ, ອົງການກວດ ກາລັດແຂວງເຊກອງ ໄລຍະ 5 ປີ ຜ່ານມາ ແລະ ແຜນການເຄື່ອນໄຫວ ໃນຕໍ່ໜ້າຕິດພັນກັບການຜັນຂະ ຫຍາຍບາງແຜນວຽກຈຸດສຸມຂອງ ຄະນະກວດກາສູນກາງພັກ; ເຜີຍ ແຜ່ມະຕິ 67/ຄບສພ ວ່າດ້ວຍການ ເພີ່ມທະວີ, ຕ້ານແລະແກ້ໄຂພະຍາດ ອາດຍາສິດ, ການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ການຟູມເຟືອຍ ໃນກົງຈັກການຈັດຕັ້ງພັກ, ລັດ ແລະ ສັງຄົມ; ເຜີຍແຜ່ບົດແນະນຳ ວ່າ ດ້ວຍການຈັດຕັ້ງປະຕິບັດກົດລະ ບຽບພັກສະໄໝທີXII ກ່ຽວກັບການ ຕິດຕາມ, ກວດກາຂອງກວດກາສູນ ກາງ ສະບັບເລກທີ 377/ຄກສພ, ລົງວັນທີ 18 ສິງຫາ 2026. ໃນໂອກາດດຽວກັນນີ້, ສະຫາຍ ວັນໄຊ ພອງສະຫວັນ ຍັງໄດ້ຕາງ ໜ້າມອບເງິນຈຳນວນ 100 ລ້ານ ກີບ ໃຫ້ຄະນະກວດກາພັກແຂວງ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວ ວຽກງານກວດກາຂອງແຂວງ ແລະ ມອບເງິນຈຳນວນ 100 ລ້ານ ກີບ ໃຫ້ແຂວງເພື່ອນໍາໃຊ້ເຂົ້າໃນ ການສະກັດກັ້ນ ແລະ ແກ້ໄຂໄພພິ ບັດອີກດ້ວຍ.

RkJQdWJsaXNoZXIy MTc3MTYxMQ==