23/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ພາບປະກອບ ພາບປະກອບ ພາບປະກອບ ra d{]a f g]aj 'ra fmtok-q oot[q f c]t cdh w07;k,m5 dpkd ຂປລ.ທ່ານລິນຄຳດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວໃນກອງ ປະຊຸມເຜີຍແຜ່ເອກະສານວາລະ ແຫ່ງຊາດ ວ່າດ້ວຍການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກເມື່ອບໍ່ດົນມານີ້ວ່າ: ວາລະ ແຫ່ງຊາດ ວ່າດ້ວຍການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກໄລຍະ 2027-2030 ແມ່ນເພື່ອຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026mh k; o;p rvolq ,w- 9kdz6h g7ktIh kpl6j z6h gda [d6h ]tg[u f8q d7h k' 2030) ມະຕິສູນກາງພັກ ສະບັບ ເລກທີ 62/ຄບສພ ມະຕິສະພາແຫ່ງ ຊາດ ສະບັບເລກທີ 34/ສພຊ ແລະ ມະຕິສະພາແຫ່ງຊາດ ສະບັບເລກທີ 19/ສພຊ ເພື່ອລະດົມກຳລັງແຮງ ສັງລວມໃນການແກ້ໄຂຄວາມທຸກ ຍາກສ້າງພື້ນຖານໂຄງລ່າງຢູ່ເຂດ ຊົນນະບົດ ແລະ ປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ກອງປະຊຸມຄັ້ງນີ້, ຍັງເປັນການ ກຳນົດແຜນວຽກງານຕົວຈິງທີ່ເປັນ ບຸລິມະສິດ ແລະ ຈຳເປັນຮີບດ່ວນໃນ ການປຸກລະດົມກຳລັງແຮງ ແລະ ຄວາມສາມາດບົ່ມຊ້ອນຂອງທົ່ວ ສັງຄົມເຂົ້າໃນການແກ້ໄຂຄວາມ ທຸກຍາກ ແລະ ປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນ ເພື່ອກ້າວ ໄປສູ່ຄວາມຢູ່ດີກິນດີສູ້ຊົນສ້າງ ຄອບຄົວພົ້ນທຸກໃຫ້ໄດ້ຫລາຍກວ່າ 100.000 ຄອບຄົວ (ເພື່ອດຶງ ອັດຕາຄວາມທຸກຍາກໃຫ້ຫລຸດລົງ ມາເຫລືອພຽງໜຶ່ງຕົວເລກ) ສ້າງ ບ້ານພົ້ນທຸກໃຫ້ໄດ້ຫລາຍກວ່າ 1.000 ບ້ານ, ສ້າງເມືອງພົ້ນ ທຸກໃຫ້ໄດ້ຫລາຍກວ່າ 25 ເມືອງ ພ້ອມທັງສ້າງບ້ານຈຸດສຸມຕົວແບບ ຢ່າງໜ້ອຍແຂວງລະ 4-5 ບ້ານ. ທັງສຸມໃສ່ສ້າງອາຊີບເຂົ້າເຖິງ ລະບົບປົກປ້ອງສັງຄົມ, ພັດທະນາ ພື້ນຖານໂຄງລ່າງຈັດສັນພູມລໍາ ເນົາ ແລະ ປັບປຸງລະບົບການເມືອງ ຢູ່ຮາກຖານໃຫ້ເຂັ້ມແຂງ. ຂ ະ ນ ະທີ່ ທ່າ ນ ສອນ ໄ ຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນວ່າ “ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກແມ່ນວຽກງານຍຸດທະສາດທີ່ ສຳຄັນ ແລະ ເປັນບຸລິມະສິດແຖວ ໜ້າຂອງພັກ-ລັດ ຕິດພັນກັບທິດນຳ “3 ສ້າງ” ແລະ ເປົ້າໝາຍການ ພັດທະນາແບບຍືນຍົງ (SDGs) ຂອງອົງການສະຫະປະຊາຊາດ. ເນື່ອງຈາກປະເທດເຮົາຍັງມີຄອບ ຄົວບໍ່ທັນພົ້ນທຸກເຖິງ 189.792 ຄອບຄົວ (14,78%) ບ້ານບໍ່ພົ້ນ ທຸກ 2.173 ບ້ານ ແລະ ເມືອງບໍ່ພົ້ນ ທຸກ 66 ເມືອງ ເພື່ອແກ້ໄຂບັນຫາ ດັ່ງກ່າວ ຕ້ອງຖື 5 ວຽກສຳຄັນ ຄື: 1). ເລັ່ງຫັນຈາກການເຮັດກະ ສິກຳແບບດັ້ງເດີມກຸ້ມກິນໄປສູ່ ການຜະລິດເປັນສິນຄ້າສ້າງກຸ່ມ/ ສະຫະກອນເຂົ້າເຖິງທຶນດອກເບ້ຍ ຕໍ່າຊອກຫາຕະຫລາດຮອງຮັບ ແລະ ສົ່ງເສີມອຸດສາຫະກຳປຸງແຕ່ງຢູ່ ທ້ອງຖິ່ນ; 2). ເລັ່ງສ້າງ-ສ້ອມແປງ ເສັ້ນທາງຊົນນະບົດໃຫ້ທຽວໄດ້ 2 ລະດູ ຂະຫຍາຍໄຟຟ້າ, ນ້ຳສະອາດ, ສັນຍານໂທລະຄົມມະນາຄົມ ເພື່ອ ໃຫ້ປະຊາຊົນເຂົ້າເຖິງຂໍ້ມູນຂ່າວ ສານ 3). ແກ້ໄຂບັນຫາການປະ ລະການຮຽນດຶງດູດຄູ-ແພດໝໍ ໄປ ປະຈຳຢູ່ເຂດຊົນນະບົດ ແລະ ເອົາ ໃຈໃສ່ດ້ານໂພຊະນາການຂອງເດັກ ນ້ອຍ ເພື່ອພັດທະນາຮ່າງກາຍ ແລະ ມັນສະໝອງ; 4). ເອົາໃຈໃສ່ກໍ່ສ້າງ ພະນັກງານຮາກຖານ ມອບອຳນາດ ແລະ ງົບປະມານໃຫ້ທ້ອງຖິ່ນບໍລິ ຫານຈັດການຫັນພະນັກງານລົງ ຮາກຖານຢ່າງມີຈຸດສຸມ ເພື່ອຮ່ວມ ທຸກຮ່ວມສຸກ ແລະ ແກ້ໄຂບັນຫາ ຮ່ວມກັບປະຊາຊົນ; 5.) ເລັ່ງສຳ ຫລວດຈັດສັນ ແລະ ອອກໃບຕາ ດິນໃຫ້ປະຊາຊົນພ້ອມທັງສືບຕໍ່ການ ຊອກຄົ້ນ ແລະ ເກັບກູ້ລະເບີດຕົກ ຄ້າງອອກຈາກພື້ນທີ່ທຳການຜະລິດ ເພື່ອຄວາມປອດໄພຂອງປະຊາຊົນ. ການແກ້ໄຂຄວາມທຸກຍາກບໍ່ແມ່ນ ໜ້າທີ່ຂອງຂະແໜງການໃດໜຶ່ງແຕ່ ແມ່ນຄວາມຮັບຜິດຊອບລວມຂອງ ທົ່ວພັກ ທົ່ວລັດ ທົ່ວກຳລັງປະກອບ ອາວຸດ ແລະ ທົ່ວປວງຊົນທ່ານໄດ້ ຮຽກຮ້ອງໃຫ້ທຸກພາກສ່ວນນຳເອົາ ເນື້ອໃນຈິດໃຈຂອງວາລະແຫ່ງຊາດ ນີ້ ໄປຜັນຂະຫຍາຍເຂົ້າໃນແຜນ ວຽກຂອງຕົນຢ່າງເປັນຮູບປະທຳ ເພື່ອນຳພາປະຊາຊົນກ້າວອອກຈາກ ຄວາມທຸກຍາກຢ່າງຍືນຍົງ”. ກອງປະຊຸມຄັ້ງນີ້ ໂດຍການ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີ, ຮອງ ລັດຖະມົນຕີ, ປະທານຄະນະກຳມະ ການປົກຄອງແຂວງ, ຫົວໜ້າກົມ, ຫົວໜ້າພະແນກການຂັ້ນທ້ອງ ຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຂປລ. ບັນຫາລະເບີດບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຢູ່ ສປປ ລາວ ບໍ່ພຽງແຕ່ໄດ້ສ້າງຄວາມສູນເສຍ ທາງດ້ານຮ່າງກາຍ, ຈິດໃຈ ແລະ ການດຳລົງຊີວິດ, ແຕ່ທ່າມກາງ ຄວາມໂຊກຮ້າຍຈາກ ລບຕ ຍັງມີ ຫລາຍເລື່ອງລາວຂອງຜູ້ລອດຊີວິດ ທີ່ສາມາດລຸກຂຶ້ນສູ້ຊີວິດ ແລະ ປ່ຽນ ບາດແຜໃນອະດີດໃຫ້ເປັນພະລັງ ໃນການຊ່ວຍເຫລືອສັງຄົມ. ໜຶ່ງໃນ ນັ້ນ ແມ່ນທ້າວ ນວຍ ພອນສົມໄຊ ຜູ້ ລອດຊີວິດຈາກ ລບຕ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ກາຍເປັນ ແບບຢ່າງຂອງຄວາມເຂັ້ມແຂງ ແລະ ການສູ້ຊົນທີ່ສາມາດປ່ຽນ ຄວາມໂຊກຮ້າຍໃຫ້ເປັນພະລັງໃນ ການຮັບໃຊ້ມວນຊົນ. ປັດຈຸບັນໄດ້ເຮັດວຽກເປັນທີມງານ ທໍາລາຍລະເບີດເຄື່ອນທີ່ຂອງອົງ ການຮາໂລທັສ (The HALO Trust) ເພື່ອມີສ່ວນຮ່ວມໃນການ ເກັບກູ້ ລບຕ ອອກຈາກແຜ່ນດິນ ລາວ ໃຫ້ບ້ານເກີດເມືອງນອນມີ ຄວາມປອດໄພ. ໃນນາມຜູ້ເຄາະຮ້າຍຈາກ ລບຕ, ທ້າວ ນວຍ ໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈມາຍັງທຸກໆ ພາກສ່ວນທັງພາກລັດ, ເອກະຊົນ, ອົງການຈັດຕັ້ງສາກົນ, ຜູ້ໃຫ້ທຶນ ແລະ ອົງການປະຕິບັດງານທຸກອົງ ການທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຊ່ວຍເຫລືອຜູ້ເຄາະ ຮ້າຍຈາກ ລບຕ ຕະຫລອດມາ. ພ້ອມດຽວກັນນີ້, ຂໍຮຽກຮ້ອງ ແລະ ຫວັງວ່າທຸກພາກສ່ວນຈະສືບຕໍ່ໃຫ້ ການຊ່ວຍເຫລືອທັງດ້ານວັດຖຸ ແລະ ຈິດໃຈ ໂດຍສະເພາະແມ່ນການ ເປີດໂອກາດໃຫ້ຜູ້ຖືກເຄາະຮ້າຍໄດ້ ເຂົ້າເຖິງການບໍລິການດ້ານຕ່າງໆ ເຊັ່ນ: ການສຶກສາ, ການປິ່ນປົວ, ການຝຶກວິຊາຊີບ ແລະ ການມີວຽກ ເຮັດງານທໍາ ໂດຍສະເພາະໂອກາດ ໃນການເຮັດວຽກຂະແໜງການ ທ້າວ ນວຍ ພອນສົມໄຊ ອາຍຸ 28 ປີ, ປັດຈຸບັນອາໄສຢູ່ບ້ານແກ້ງ ຫົວປາ, ເມືອງເຊໂປນ, ແຂວງສະ ຫວັນນະເຂດໄດ້ກ່າວວ່າ: ຍ້ອນ ຄວາມຮູ້ເທົ່າບໍ່ເຖິງການໃນໄວເດັກ, ໃນປີ 2006 (ຕອນອາຍຸ 10 ປີ), ຕົນໄດ້ພົບເຫັນລະເບີດບໍ່ທັນແຕກ (ລບຕ) ແຕ່ຄິດວ່າແມ່ນກ້ອນຫີນ ຈຶ່ງໄດ້ຈັບມາໂຍນຫລິ້ນຈົນເກີດ ເຫດການບໍ່ຄາດຝັນ ເມື່ອລະເບີດ ໄດ້ແຕກໃສ່ມືເບື້ອງຂວາ. ແມ່ ແລະ ພໍ່ໄດ້ຟ້າວນໍາສົ່ງໄປໂຮງໝໍ ເຊໂປນ, ແຕ່ເມື່ອຕື່ນຂຶ້ນມາຕ້ອງຮັບຮູ້ຄວາມ ຈິງທີ່ເຈັບປວດວ່າ ໄດ້ເສຍມືເບື້ອງ ຂວາໄປຢ່າງຖາວອນ. “ຄວາມຮູ້ສຶກຕອນນັ້ນມັນຄື ກັນກັບຝັນຮ້າຍທີ່ບໍ່ຢາກມີຊີວິດຢູ່ ຕໍ່ຍ້ອນຍອມຮັບຄວາມຈິງບໍ່ໄດ້,”. ທ້າວ ນວຍ ໄດ້ເລົ່າເຖິງຄວາມ ຮັກສະພາບຈິດໃຈໃນອະດີດ. ແຕ່ ໃນຄວາມໂຊກຮ້າຍນັ້ນ ຍັງມີ ຄວາມໂຊກດີທີ່ມີຄອບຄົວຄອຍຢູ່ ຄຽງຂ້າງ, ໃຫ້ກຳລັງໃຈ ແລະ ຊ່ວຍ ເຫລືອຕະຫລອດມາ. ດ້ວຍກຳລັງ ໃຈຈາກຄອບຄົວ ແລະ ຄວາມຫວັງ ທີ່ບໍ່ຢາກໃຫ້ເດັກນ້ອຍຮຸ່ນຫລັງຕ້ອງ ມາພົບພໍ້ເຫດການຄືຕົນເອງ, ຈຶ່ງ ຕັດສິນໃຈເຂົ້າສະໝັກວຽກ ແລະ ລບຕ. ການໃຫ້ໂອກາດເຫລົ່ານີ້, ບໍ່ ພຽງແຕ່ເຮັດໃຫ້ຜູ້ເຄາະຮ້າຍໄດ້ມີ ສ່ວນຮ່ວມໃນການແກ້ໄຂບັນຫາ ລບຕ ເທົ່ານັ້ນ, ແຕ່ຍັງສ້າງລາຍຮັບ ໃຫ້ຕົນເອງ ແລະ ຄອບຄົວ, ຊ່ວຍ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ສາມາດກັບຄືນມາໃຊ້ຊີວິດ ຢ່າງມີຄຸນຄ່າພ້ອມດ້ວຍຮ້ອຍຍິ້ມ ທັງເປັນການຫລຸດຜ່ອນພາລະແບກ ຫາບຂອງຄອບຄົວ ແລະ ສັງຄົມ.
RkJQdWJsaXNoZXIy MTc3MTYxMQ==