23/09/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ທ່ານ ພົທ ວັນທອງ ກອງມະນີ (ຜູ້ທີ 2 ນັບຈາກຂວາຫາຊ້າຍ) 4 ພາກສ່ວນ...່ ຍົກລະດັບ...ົັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເຊກອງ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ແລະ ສິ່ງທ້າທາຍທົດສອບຫລາຍ ປະການ ເປັນຕົ້ນ ບັນຫາທາງດ້ານ ການເມືອງ, ວິກິດການທາງດ້ານ ເສດຖະກິດການເງິນ ແລະ ການ ປະທະກັນດ້ວຍອາວຸດຮ້າຍແຮງຢູ່ ຕາເວັນອອກກາງ ຊຶ່ງສົ່ງຜົນກະທົບ ເຖິງລາຄານ້ຳມັນ ແລະ ເສດຖະກິດ ໂລກ, ການໂຈລະກຳ, ການກໍ່ການ ຮ້າຍ, ໄພພິບັດທາງທຳມະຊາດ, ພະຍາດລະບາດ ແລະ ບັນຫາອື່ນ, ແຕ່ເຈົ້າໜ້າທີ່ຕຳຫລວດ, ໄອຍະ ການປະຊາຊົນ, ຜູ້ພິພາກສາ ແລະ ພະນັກງານປະຕິບັດຄໍາຕັດສິນຂອງ ສານ ກໍໄດ້ສຸມໃສ່ບຸກບືນຜ່ານຜ່າ ແກ້ໄຂຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນ ຄວາມຍຸຕິທໍາ, ປັບປຸງກົນໄກ, ປະ ສານງານ ແລະ ການຈັດຕັ້ງໃຫ້ມີ ຄວາມໜັກແໜ້ນ, ເຂັ້ມແຂງ, ມີການ ຫັນປ່ຽນທີ່ຕັ້ງໜ້າ, ສາມາດເຮັດ ສຳເລັດຕາມພາລະບົດບາດໜ້າທີ່ ຂອງຕົນ ເພື່ອເປັນການພັດທະນາ ວຽກງານການດໍາເນີນຄະດີຕາມ ຂະບວນການຍຸຕິທໍາ, ຍົກສູງການ ຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ ຖືກຕ້ອງຕາມລະບຽບກົດໝາຍ ແລະ ຍຸຕິທໍາ ເທື່ອລະກ້າວ ຕາມທີ່ ໄດ້ກຳນົດໄວ້ຢູ່ໃນມະຕິກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ, ມະຕິ ກົມການເມືອງສູນກາງພັກເລກທີ 112/ກມສພ ວ່າດ້ວຍການຍົກສູງ ຄຸນນະພາບການດໍາເນີນຄະດີຕາມ ຂະບວນຍຸຕິທໍາ ແລະ ມະຕິຄະນະ ບໍລິຫານງານສູນກາງພັກເລກທີ 037/ຄບສພ ວ່າດ້ວຍການຍົກສູງ ປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ ເຂົ້າສູ່ລວງເລິກແລະ ເປັນຮູບປະທໍາ, ຊອກໃຫ້ເຫັນດ້ານດີ ເພື່ອເປັນບົດ ຮຽນໃນການສືບຕໍ່ເສີມຂະຫຍາຍ, ຊອກຮູ້ສິ່ງທີ່ເປັນຂໍ້ຫຍຸ້ງຍາກ, ຂໍ້ ຂາດຕົກບົກຜ່ອງ ເພື່ອພ້ອມກັນຫາ ວິທີປັບປຸງແກ້ໄຂ, ສ້າງເງື່ອນໄຂ ເຮັດໃຫ້ການຈັດຕັ້ງ ແລະ ການ ເຄື່ອນໄຫວວຽກງານຂອງພວກ ເຮົາໃຫ້ເປັນຮູບປະທຳ ແລະ ມີຄຸນ ນະພາບສູງຂຶ້ນເທື່ອລະກ້າວ. ພ້ອມນີ້, ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ກໍາມະການສໍາຮອງສູນ ກາງພັກ, ຮອງລັດຖະມົນຕີ, ຫົວໜ້າ ກົມໃຫຍ່ຕໍາຫລວດ ກະຊວງ ປກສ ໄດ້ໃຫ້ຮູ້ວ່າ: ໃນໄລຍະການຈັດຕັ້ງ ປະຕິບັດເນື້ອໃນບົດບັນທຶກຮ່ວມ 4 ພາກສ່ວນ ຄັ້ງທີ VII ເປັນເວລາ 2 ປີຜ່ານມາ ສາມາດເຮັດສໍາເລັດໜ້າ ທີ່ການດໍາເນີນຄະດີຕາມຂະບວນຍຸ ຕິທໍາ ຄື: ອົງການສືບສວນ-ສອບ ສວນ ເຈົ້າໜ້າທີ່ຕໍາຫລວດ ສາມາດ ມ້າງຄະດີໄດ້ 12.488 ເລື່ອງ, ມີຜູ້ ຖືກຫາ 19.401 ຄົນ, ຍິງ 2.410 ຄົນ ແລະ ຄົນຕ່າງປະເທດ 869 ຄົນ, ຍິງ 165 ຄົນ. ໃນນັ້ນ, ມີຄະດີ ຢາເສບຕິດ 7.470 ເລື່ອງ ຈັບຜູ້ ຖືກຫາ ຈໍານວນ 11.345 ຄົນ, ຍິງ 824 ຄົນ, ຕ່າງປະເທດ 440 ຄົນ, ຍິງ 72 ຄົນ ແລະ ດໍາເນີນຄະດີ ສໍາເລັດ 9.917 ເລື່ອງ, ຜູ້ຖືກຫາ 14.879 ຄົນ, ຍິງ 1.784 ຄົນ, ຕ່າງປະເທດ 634 ຄົນ, ຍິງ 77 ຄົນ; ອົງການໄອຍະການປະຊາຊົນ ໄດ້ຄົ້ນຄວ້າ ແລະ ແກ້ໄຂຄະດີອາ ຍາສຳເລັດ 24.741 ເລື່ອງ; ສານ ປະຊາຊົນ ສາມາດຕັດສິນຄະດີ ອາຍາໄດ້ທັງໝົດ 12.308 ເລື່ອງ ແລະ ກະຊວງຍຸຕິທໍາ ສາມາດປະຕິ ບັດຄຳຕັດສິນຂອງສານສໍາເລັດ 4.758 ເລື່ອງ. ໃນນັ້ນ, ສາມາດ ເກັບກູ້ຊັບສິນ, ວັດຖຸ, ເງິນ-ຄຳ ແລະ ເຄື່ອງຂອງອື່ນໆຄືນໃຫ້ຜູ້ຊະນະ ຄະດີ ແລະ ຮີບເປັນຂອງລັດ ຕາມ ປະເດັນຄຳຕັດສິນໄດ້ຢ່າງຄົບຖ້ວນ. ໃນວາລະກອງປະຊຸມຄັ້ງນີ້, ຍັງໄດ້ເຊັນບົດບັນທຶກຮ່ວມກັນ ທາງດ້ານວິຊາການກ່ຽວກັບການ ຈັດຕັ້ງປະຕິບັດກົດໝາຍ ແລະ ການ ດໍາເນີນຄະດີ ເພື່ອເປັນບ່ອນອີງໃນ ການປະຕິບັດໃຫ້ຖືກຕ້ອງ ແລະ ເປັນ ເອກະພາບໃນການດໍາເນີນຄະດີ ແລະ ການປະຕິບັດກົດໝາຍ. ຂ່າວ: ລັດດາວັນ ໂນໂລຊີປັນຍາປະດິດ (AI) ເຂົ້າ ໃນການເຮັດວຽກປະຈຳວັນຢ່າງ ມີປະສິດທິພາບ ໂດຍເນັ້ນໃສ່ການ ນຳໃຊ້ AI ຢ່າງມີຄວາມຮັບຜິດ ຊອບ, ການຄຳນຶງຄວາມປອດໄພ ຂອງຂໍ້ມູນ ແລະ ການຮັກສາຄວາມ ລັບຂອງເອກະສານທາງການ, ການຮ່າງເອກະສານທາງການ ແລະ ອີເມວ, ເຕັກນິກການໃຊ້ AI ຊ່ວຍຮຽບຮຽງ, ກວດກາຄວາມ ຖືກຕ້ອງ ແລະ ສ້າງຮ່າງເອກະສານ ໄດ້ຢ່າງວ່ອງໄວ, ການແປພາສາ ແລະ ການຈັດກອງປະຊຸມ, ການ ນຳໃຊ້ເຄື່ອງມື AI ໃນການແປ ພາສາ, ການສະຫລຸບເນື້ອຫາ, ພ້ອມທັງການຊ່ວຍວາງແຜນ ແລະ ເກັບກຳເນື້ອຫາການປະຊຸມຢ່າງມີ ໂຄງສ້າງ. ການຈັດຊຸດຝຶກອົບຮົມໃນຄັ້ງ ນີ້, ເປັນການຮ່ວມມືສໍາຄັນລະ ຫວ່າງ ສູນກາງສະຫະພັນແມ່ຍິງ ລາວ ແລະ ອົງການມູນນິທິເອເຊຍ ເພື່ອສົ່ງເສີມໃຫ້ບຸກຄະລາກອນໃນ ຂະແໜງການແມ່ຍິງ ແລະ ອົງການ ຈັດຕັ້ງຕ່າງໆ ສາມາດຫັນເປັນດີຈິ ຕອນ, ນຳໃຊ້ເຕັກໂນໂລຊີທີ່ທັນສະ ໄໝເຂົ້າໃນການປະຕິບັດໜ້າທີ່ວຽກ ງານໃຫ້ມີຄວາມກ້າວໜ້າ ແລະ ທັນ ກັບຍຸກສະໄໝ. ພາຍໃນຫ້ອງວາງສະແດງ. ຫ້ອງວາງສະແດງດັ່ງກ່າວ, ໄດ້ນໍາສະເໜີຈຸດເດັ່ນ ຂອງແຂວງ ເຊກອງ ທັງດ້ານການທ່ອງທ່ຽວ ທໍາມະຊາດ, ປະຫວັດສາດ, ວັດທະ ນະທໍາ, ສິນຄ້າກະສິກໍາ, ຫັດຖະກໍາ ແລະ ທ່າແຮງດ້ານການລົງທຶນ, ພ້ອມທັງນໍາໃຊ້ຮູບພາບ ແລະ ສື່ ປະກອບທີ່ສວຍງາມ ເພື່ອໃຫ້ຜູ້ມາ ຊົມໄດ້ຮັບຮູ້ເຖິງເອກະລັກ ແລະ ສະເໜ່ຂອງແຂວງເຊກອງ ຢ່າງ ກວ້າງຂວາງ. ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະ ກໍາ ແລະ ການຄ້າແຂວງເຊກອງ, ກອງເລຂາຄະນະຮັບຜິດຊອບຂັ້ນ ແຂວງເຂົ້າຮ່ວມງານ ໄດ້ກ່າວວ່າ: ການທີ່ໄດ້ຮັບລາງວັນດັ່ງກ່າວ, ແມ່ນເປັນກຽດຢ່າງສູງຂອງຫ້ອງ ວາງສະແດງແຫ່ງຊາດ ແລະ ເປັນ ກໍາລັງໃຈສໍາຄັນ ໃຫ້ແຂວງເຊກອງ ສືບຕໍ່ຍົກສູງການປັບປຸງຜະລິດຕະ ພັນສິນຄ້າທ່າແຮງຂອງແຂວງ, ການສົ່ງເສີມສິນຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ກໍຄື ທ່າແຮງ ຂອງແຂວງໃຫ້ເປັນທີ່ຮູ້ຈັກຫລາຍ ຂຶ້ນ. ພ້ອມນີ້, ທ່ານຍັງໄດ້ສະແດງ ຄວາມຂອບໃຈການນໍາພັກ-ລັດຖະ ບານ ທັງສອງຝ່າຍ, ການນໍາຂອງ ແຂວງ, ຂະແໜງການກ່ຽວຂ້ອງ ຂັ້ນສູນກາງ-ແຂວງ ແລະ ຍ້ອງ ຍໍຊົມເ ຊີຍພະນັກງານ-ລັດຖະ ກອນ, ຄະນະຮັບຜິດຊອບຈັດງານ CAEXPO ຄັ້ງທີ 23 ແລະ ຜູ້ມີ ສ່ວນຮ່ວມທຸກພາກສ່ວນທີ່ໄດ້ທຸ່ມ ເທກໍາລັງແຮງກາຍ, ຄວາມສາ ມາດຈົນສາມາດນໍາພາບພົດ“ແຂວງ ເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ອອກສູ່ສາຍຕາຂອງ ສາກົນ ໄດ້ຢ່າງໂດດເດັ່ນ ແລະ ມີ ຜົນສໍາເລັດ. ຂ່າວ: ສັນຍາ; ພາບ: ໄຊສະຫວັນ mq [m;odko75h ,7v'vvd.[vto5 pkf [= ]y la f fegou om5 ]tdy ffh ko1k{zt]y f8tra odkocrf ຂປລ. ກອງປະຊຸມທົບທວນວຽກ ງານການຄຸ້ມຄອງອອກໃບອະນຸ ຍາດ ບໍລິສັດດຳເນີນທຸລະກິດທາງ ດ້ານຢາ ແລະ ຜະລິດຕະພັນການ ແພດ ຈັດຂຶ້ນໃນວັນທີ 18 ກັນຍາ 2026 ຜ່ານມາ ໂດຍການເປັນ ປະທານຂອງ ທ່ານ ສຸກສົມຄວນ ຈັນທະມາດ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ມີຜູ້ຕາງໜ້າຈາກພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ກອງປະຊຸມໄດ້ສະຫລຸບ ແລະ ທົບທວນການຈັດຕັ້ງປະຕິບັດວຽກ ງານການອອກໃບອະນຸຍາດ, ການ ຕິດຕາມທຸລະກິດການຜະລິດ, ຂາ ອອກ-ຂາເຂົ້າຢາ ແລະ ຜະລິດຕະ ພັນການແພດ ໃນໄລຍະຜ່ານມາ. ນອກຈາກນີ້, ຍັງໄດ້ເຜີຍແຜ່ການປະ ເມີນຄວາມສ່ຽງຂອງບໍລິສັດ ເພື່ອ ກະກຽມລົງກວດກາຕິດຕາມປະຈຳ ປີ, ແນະນຳກ່ຽວກັບການຄຸ້ມຄອງ, ຂັ້ນຕອນການຂຶ້ນທະບຽນຢາ, ອຸປະ ກອນການແພດ ສຳລັບການຄຸມກຳ ເນີດ ແລະ ຢາທີ່ໃຊ້ໃນສູນຄວາມ ງາມແນໃສ່ເຮັດໃຫ້ບໍລິສັດຂາອອກຂາເຂົ້າດ້ານຢາ ແລະ ຜະລິດຕະພັນ ການແພດ ມີຄວາມຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງກ່ຽວກັບລະບຽບ ການ ແລະ ວິທີການລົງກວດກາຕິດ ຕາມຂອງພາກລັດ, ທັງປະກອບ ສ່ວນເຂົ້າໃນການ ຂໍອະນຸຍາດຂຶ້ນ ທະບຽນ, ນຳເຂົ້າ ແລະ ສະໜອງ ຜະລິດຕະພັນຢາທີ່ຈຳເປັນພື້ນຖານ ທີ່ມີຄວາມຕ້ອງການນຳໃຊ້ໃນການ ບໍລິການສາທາລະນະສຸກໃຫ້ມີປະ ສິດທິພາບ. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງໄດ້ ຖາມ-ຕອບ ແລະ ແລກປ່ຽນຄຳຄິດ ຄຳເຫັນຢ່າງກົງໄປກົງມາ ກ່ຽວກັບ ວຽກງານການຂຶ້ນທະບຽນຢາ, ການສະໜອງ, ການເຂົ້າຮ່ວມປະ ມູນ-ຈັດຊື້ຂອງພາກລັດ ເພື່ອເຮັດ ໃຫ້ການຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າມີຄວາມຮັດກຸມ, ໂປ່ງໃສ ແລະ ໄດ້ມາດຕະຖານຍິ່ງຂຶ້ນ. 7totra d{7totoe c0;'9exkla d 8h v'lh k'dkosa o xj Po.\j fh ko9y o8tokdko dj P;da [;Pd'kod;fdk ຂປລ. ໃນໂອກາດເຂົ້າຮ່ວມກອງ ປະຊຸມສະຫລຸບຕີລາຄາວຽກງານ ກວດກາທົ່ວແຂວງຈໍາປາສັກ 5 ປີ (2021-2025) ແລະ ທິດທາງແຜນ ການ 5 ປີ(2026-2030) ໃນທ້າຍ ອາທິດຜ່ານມາ, ສະຫາຍ ວັນໄຊ ພອງ ສະຫວັນກຳມະການກົມການເມືອງສູນ ກາງພັກ, ຄະນະເລຂາທິການສູນກາງ ພັກ, ປະທານຄະນະກວດກາສູນກາງ ພັກ, ປະທານອົງການກວດກາແຫ່ງ ລັດ, ຫົວໜ້າອົງການຕ້ານການສໍ້ລາດ ບັງຫລວງສູນກາງ ໄດ້ໃຫ້ທິດຊີ້ນໍາ ຕໍ່ ຄະນະພັກ, ຄະນະນຳຂອງແຂວງຕ້ອງ ໄດ້ສ້າງການຫັນປ່ຽນໃໝ່ທາງດ້ານ ຈິນຕະນາການກ່ຽວກັບວຽກງານ ກວດກາ, ໃຫ້ຖືເອົາວຽກງານກວດ ກາເປັນເຄື່ອງມືໃນການນຳພາ, ເປັນ ເຄື່ອງມືໃນການບໍລິຫານ. ການກວດກາແມ່ນກວດໃຫ້ເຫັນ ດ້ານດີ, ຜົນສຳເລັດ ເພື່ອຈັດຕັ້ງຜັນ ຂະຫຍາຍ, ກວດໃຫ້ເຫັນດ້ານອ່ອນ ເພື່ອປັບປຸງແກ້ໄຂ, ວຽກງານກວດກາ ເປັນວຽກງານຂອງຄະນະພັກ, ຄະນະ ປະຈຳພັກ ໂດຍສະເພາະແມ່ນສະຫາຍ ເລຂາຄະນະພັກ ຕ້ອງກຳກັບຮັບຜິດ ຊອບໂດຍກົງ ໃນການນໍາພາ-ຊີ້ນຳຊຸກ ຍູ້ຕິດຕາມວຽກງານກວດກາ ເພື່ອແກ້ ໄຂບັນຫາຕ່າງໆ, ແຜນການເຄື່ອນໄຫວ ຂອງຄະນະກວດກາຂັ້ນແຂວງ, ຂັ້ນ ເມືອງຕ້ອງໄດ້ຫັນມາເປັນແຜນຂອງ ຄະນະພັກ, ຄະນະກວດກາ ແມ່ນເປັນ ຜູ້ປະຕິບັດຕາມແຜນການຂອງຄະນະ ປະຈຳ, ຄະນະກວດກາແມ່ນເປັນເສນາ ທິການໃຫ້ຄະນະພັກ. ສະນັ້ນ, ຕ້ອງເອົາ ໃຈໃສ່ເພີ່ມທະວີວຽກງານກວດກາພັກ, ຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ, ກວດກາໝາກຜົນການຈັດ ຕັ້ງປະຕິບັດວຽກງານຕ່າງໆ. ສ່ວນ ວຽກງານກວດກາລັດ ຕ້ອງເພີ່ມທະວີ ໃນການກວດກາອົງການອຳນາດ ລັດ, ກວດກາຜູ້ບໍລິຫານລັດ ເພື່ອເປັນ ການສະກັດກັ້ນແຕ່ຫົວທີ ເພື່ອບໍ່ໃຫ້ມີ ການລະເມີດ, ກວດກາບັນດາໂຄງການ ລົງທຶນຂອງລັດ, ການຈັດຊື້-ຈັດຈ້າງ, ການຄຸ້ມຄອງນຳໃຊ້ງົບປະມານ, ກວດ ກາການນຳໃຊ້ແຮ່ທາດຕ່າງໆ, ກວດ ກາການລົງທຶນຂອງເອກະຊົນ; ເອົາ ໃຈໃສ່ແກ້ໄຂຜົນການກວດກາໃຫ້ເປັນ ໄປຕາມຂັ້ນຕອນທີ່ກຳນົດໄວ້ໃນກົດ ໝາຍກວດກາລັດ, ບັນຫາໃດທີ່ບໍ່ສາ ມາດແກ້ໄດ້ກໍໃຫ້ສະເໜີຕໍ່ຂັ້ນເທິງເພື່ອ ຄົ້ນຄວ້າແກ້ໄຂ; ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ຊຶ່ງ ເປັນໜ້າທີ່ຍຸດທະສາດຂອງພັກເຮົາ ທີ່ຕ້ອງໄດ້ເອົາໃຈໃສ່, ສະນັ້ນຕ້ອງໄດ້ ເພີ່ມທະວີໃນການໂຄສະນາສຶກສາ ອົບຮົມເຮັດໃຫ້ພະນັກງານ, ທະຫານຕຳຫລວດ ແລະ ປະຊາຊົນ ໄດ້ເຫັນ ຜົນຮ້າຍຂອງການສໍ້ລາດບັງຫລວງ. ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກ ແຂວງ, ປະທານສະພາປະຊາຊົນ ແຂວງ ກໍໄດ້ມີຄໍາເຫັນວ່າ: ວຽກງານ ກວດກາ ແມ່ນເນື້ອໃນສໍາຄັນຂອງວິທີ ການນໍາພາຂອງພັກ ຊຶ່ງແມ່ນເຄື່ອງມື ອັນແຫລມຄົມໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ. ແຂວງ ຈໍາປາສັກ ໄດ້ພະຍາຍາມຢ່າງສູງໃນ ການຈັດຕັ້ງປະຕິບັດວຽກງານຕິດ ຕາມ, ກວດກາ, ຕ້ານການສໍ້ລາດບັງ ຫລວງ ແລະ ການແກ້ໄຂຜົນຂອງການ ກວດກາຢ່າງແຂງແຮງ ຊຶ່ງສາມາດສະ ກັດກັ້ນ ແລະ ເຮັດໃຫ້ປະກົດການຫຍໍ້ ທໍ້ຕ່າງໆຫລຸດໜ້ອຍຖອຍລົງ, ປະກອບ ສ່ວນສໍາຄັນເຂົ້າໃນການຮັກສາສະ ຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ການຂະຫຍາຍ ຕົວທາງດ້ານເສດຖະກິດ-ສັງຄົມ ຂອງແຂວງ. ໄລຍະ 5 ປີຜ່ານມາແຂວງຈຳປາ ສັກ ໄດ້ຕິດຕາມ, ກວດກາໂຄງການ ລົງທຶນຂອງລັດມູນຄ່າ 10 ຕື້ກີບຂຶ້ນໄປ ແລະ 10 ຕື້ກີບລົງມາ ຈໍານວນ 221 ໂຄງການ; ຕິດຕາມໂຄງການເລີ່ມແຕ່ ຫົວທີ 2 ໂຄງການ; ຕິດຕາມການຈັດ ເກັບລາຍຮັບ ແລະ ການປະຕິບັດລາຍ ຈ່າຍ; ຕິດຕາມ, ກວດກາຕາມຜົນການ ກວດສອບ ແລະ ຕາມມະຕິຂອງສະພາ ປະຊາຊົນແຂວງ 18 ເປົ້າໝາຍ; ກວດ ກາຕາມມະຕິສະພາແຫ່ງຊາດ ເລກທີ 113/ສພຊ ແລະ 139/ສພຊ; ການຈັດ ຕັ້ງປະຕິບັດຄຳສັ່ງ 15/ນຍ; ຕິດຕາມ, ກວດກາການປະຕິບັດຜົນການກວດ ກາ; ໄດ້ດໍາເນີນການສືບສວນ-ສອບ ສວນຕໍ່ພະນັກງານລັດ ທີ່ມີພຶດຕິກຳສໍ້ ລາດບັງຫລວງ ແລະ ບຸກຄົນທີ່ມີສ່ວນ ພົວພັນ ຕາມກົດໝາຍວ່າດ້ວຍການ ຕ້ານການສໍ້ລາດບັງຫລວງ ແລະ ກົດ ໝາຍວ່າດ້ວຍການດໍາເນີນຄະດີອາ ຍາ ແລະ ນິຕິກຳອື່ນໆຢ່າງເຂັ້ມງວດ ແລະ ເດັດຂາດ; ໄດ້ດໍາເນີນຄະດີທັງ ໝົດ 37 ຄົນ, ພະນັກງານລັດ 17 ຄົນ, ພະນັກງານບໍລິສັດ 10 ຄົນ, ພະນັກ ງານລັດວິສາຫະກິດ 7 ຄົນ ແລະ ປະ ຊາຊົນ 3 ຄົນ. ໃນໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ຍັງໄດ້ມອບເງິນຈຳ ນວນ 100 ລ້ານກີບ ໃຫ້ຄະນະກວດ ກາພັກແຂວງ ເພື່ອນຳໃຊ້ເຂົ້າໃນການ ເຄື່ອນໄຫວວຽກງານກວດກາຂອງ ແຂວງ ແລະ ມອບເງິນຈຳນວນ 100 ລ້ານກີບ ໃຫ້ແຂວງເພື່ອຊ່ວຍເຫລືອ ວຽກງານສະກັດກັ້ນ ແລະ ແກ້ໄຂໄພພິ ບັດ ຕື່ມອີກ. ສະຫາຍ ວັນໄຊ ພອງສະຫວັນ
RkJQdWJsaXNoZXIy MTc3MTYxMQ==