7370

@ 0j k; c]t gsfdko j 23/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ໃຜແລະບໍ່ມີປະເທດໃດຄື.ການຢ້ຽມ ຢາມຂອງ ສະຫາຍ ຟ້າມ ຢາ ຕຸກ ໃນຄັ້ງນີ້ ມີຄວາມໝາຍຄວາມສໍາ ຄັນເປັນຢ່າງຍິ່ງ ຊຶ່ງເປັນການປະ ກອບສ່ວນອັນສຳຄັນ ເຂົ້າໃນການ ເພີ່ມທະວີ ແລະ ເສີມຂະຫຍາຍສາຍ ພົວພັນພິເສດຂອງສອງປະເທດ ໂດຍສະເພາະການສືບຕໍ່ຈັດຕັ້ງຜັນ ຂະຫຍາຍຢ່າງຕັ້ງໜ້າ ບັນດາຂໍ້ຕົກ ລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມຄະນະກຳມະ ການຮ່ວມມື ລາວ-ຫວຽດນາມ ຄັ້ງ ທີ 48 ແລະ ເປັນໂອກາດດີ ທີ່ສອງ ຝ່າຍໄດ້ພ້ອມກັນທົບທວນ, ຕີລາຄາ ຄືນ ການຈັດຕັ້ງປະຕິບັດບັນດາເນື້ອ ໃນຜົນຂອງກອງປະຊຸມດັ່ງກ່າວ ໃນ 9 ເດືອນຕົ້ນປີ 2026 ແລະ ວາງທິດທາງແຜນການຮ່ວມມືໃນ 3 ເດືອນທ້າຍປີ, ພ້ອມທັງສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນການພົບປະ ແລະ ເຮັດວຽກ ຮ່ວມກັບ ສະຫາຍຮອງນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ຊຶ່ງເຕັມໄປດ້ວຍບັນຍາກາດແຫ່ງ ໄມຕີຈິດມິດຕະພາບ ໂດຍມີການ ປຶກສາຫາລື ແລະ ເປັນເອກະພາບ ກັນໃນຫລາຍບັນຫາທີ່ສຳຄັນ. ພ້ອມ ກັນນັ້ນ, ສະຫາຍນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ຝາກຄໍາຢື້ ຢາມຖາມຂ່າວອັນອົບອຸ່ນ ເຖິງ ສະ ຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມທັງໄດ້ ຕາງໜ້າໃຫ້ພັກ, ລັດແລະ ປະຊາຊົນ ລາວບັນດາເຜົ່າ ສະແດງຄວາມຮູ້ ບຸນຄຸນແລະຂອບໃຈຢ່າງສູງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ໃຫ້ ແກ່ ສປປ ລາວ ຕະຫລອດມາ. ສອງຝ່າຍ ໄດ້ແຈ້ງສະພາບການ ພາຍໃນໂດຍຫຍໍ້ຂອງສອງປະເທດ ໃຫ້ກັນຊາບ ແລະ ໄດ້ສະແດງ ຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ທີ່ທັງສອງປະເທດ ຍາດມາໄດ້ໃນ ໄລຍະຜ່ານມາ. ພ້ອມທັງ ຕີລາຄາ ສູງຕໍ່ການພົວພັນຮ່ວມມືສອງຝ່າຍ ແລະ ມີຄວາມປິຕິຊົມຊື່ນທີ່ເຫັນວ່າ ພາຍຫລັງການຍົກລະດັບສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລາວ-ຫວຽດນາມ ຂຶ້ນ ເປັນ “ການເປັນຫຸ້ນສ່ວນຍຸດທະ ສາດ”, ສາຍພົວພັນດັ່ງກ່າວ ກໍຍິ່ງ ໄດ້ຮັບການເສີມຂະຫຍາຍຢ່າງມີ ຊີວິດຊີວາ ແລະ ກ້າວເຂົ້າສູ່ລວງ ເລິກໃນທຸກຂົງເຂດວຽກງານ ໂດຍ ສະເພາະທາງດ້ານການເມືອງ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ທີ່ເປັນເສົາຄໍ້າອັນໜັກແໜ້ນ ຊຶ່ງສະແດງອອກໃນການແລກປ່ຽນ ຄະນະຜູ້ແທນຂັ້ນສູງແລະຂັ້ນຕ່າງໆ ຢ່າງເປັນປົກກະຕິ ແຕ່ສູນກາງຮອດ ທ້ອງຖິ່ນ, ບັນດາໂຄງການຮ່ວມມື ທີ່ມີລັກສະນະຍຸດທະສາດ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງມີປະສິດທິ ຜົນ ແລະ ສໍາເລັດຕາມຄາດໝາຍ ເປັນຕົ້ນ ໂຄງການກໍ່ສ້າງສູນບັນຊາ ການ, ກະຊວງປ້ອງກັນຄວາມສະ ຫງົບ ແລະ ໂຄງການສ້າງຖານຂໍ້ ມູນຄຸ້ມຄອງບັດປະຈໍາຕົວ ແລະ ພົນ ລະເມືອງລາວ. ນອກຈາກນັ້ນ, ສອງ ຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ທີ່ຈະສືບຕໍ່ປະສານສົມທົບກັນຢ່າງ ໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງສອງກົມການເມືອງ ສູນກາງພັກ ກໍຄື ແຜນການຮ່ວມມື ລະຫວ່າງ ສອງລັດຖະບານ ໃຫ້ປະ ກົດຜົນເປັນຈິງ ໂດຍສະເພາະແມ່ນ ຊຸກຍູ້ບັນດາໂຄງການເຊື່ອມຈອດ ພື້ນຖານໂຄງລ່າງທີ່ສໍາຄັນ ໃຫ້ມີ ຄວາມຄືບໜ້າ ເຊັ່ນ: ໂຄງການທາງ ດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການ ພັດທະນາເສັ້ນທາງລົດໄຟ ລາວຫວຽດນາມ, ໂຄງການບໍ່ເກືອກາລີ ຢູ່ ແຂວງຄຳມ່ວນ, ໂຄງການກໍ່ສ້າງ ທໍ່ສົ່ງນໍ້າມັນ. ສອງຝ່າຍ ເຫັນດີເປັນ ເອກະພາບທີ່ຈະສືບຕໍ່ເພີ່ມທະວີ ຄວາມສາມັກຄີ ແລະ ປະສານສົມ ທົບກັນຢ່າງແໜ້ນແຟ້ນ ໃນຂອບ ສອງຝ່າຍແລະຫລາຍຝ່າຍ ເພື່ອຮັບ ມືກັບສະພາບການຕ່າງໆຢ່າງທັນ ການແລະສືບຕໍ່ກະກຽມໃຫ້ແກ່ການ ສະເຫລີມສະຫລອງປີສາມັກຄີມິດ ຕະພາບລາວ-ຫວຽດນາມປີ2027 ທີ່ຈະມາເຖິງນີ້ ເພື່ອສະເຫລີມສະ ຫລອງ65ປີແຫ່ງການສ້າງຕັ້ງສາຍ ພົວພັນການທູດ ແລະ 50 ປີ ແຫ່ງ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງ ປະເທດ ລາວ-ຫວຽດນາມ. ໃນຂະນະດຽວກັນ, ສະຫາຍ ຟ້າມ ຢາ ຕຸກ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບ ອັນອົບອຸ່ນຂອງພັກ-ລັດແຫ່ງສປປ ລາວ ແລະ ສະແດງຄວາມໝາຍ ໝັ້ນວ່າ ຈະສືບຕໍ່ຊຸກຍູ້ການຈັດຕັ້ງປະ ຕິບັດບັນດາຂໍ້ຕົກລົງທີ່ສອງຝ່າຍ ໄດ້ລົງນາມຮ່ວມກັນ ໃຫ້ປະກົດຜົນ ນາຍົກລັດຖະມົນຕີ...ົັົີ ຄະນະຜູ້ແທນຂັ້ນສູງ,,,ູ້ັູ້ ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ພ້ອມຄະນະ (ຂວາ) ກອງປະຊຸມ...ຸ ສຳເລັດການແຂ່ງຂັນ...ັ່ັ ໄດ້ເດີນທາງມາຢ້ຽມຢາມສັນທະ ວະໄມຕີ ແລະ ເຮັດວຽກ ຢູ່ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-25 ກັນຍາ 2026. ວັນທີ 22 ກັນຍາ 2026, ສະ ຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະ ຫາຍ ເຊຣ໌ເກ ອາເລັກຊັນໂດຣວິຈ໌ ຊືຣັນກົບ ເລຂາທິການທີໜຶ່ງ ຄະນະ ບໍລິຫານງານສູນກາງພັກກອມມູ ນິດເບລາຣຸດຊີ. ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນຕໍ່ການຢ້ຽມ ຢາມລາວຄັ້ງທໍາອິດ ຂອງຄະນະ ຜູ້ແທນ, ຕີລາຄາສູງຕໍ່ການຢ້ຽມ ຢາມ ຊຶ່ງຖືເປັນການປະກອບສ່ວນ ສໍາຄັນໃນການຮັດແໜ້ນສາຍພົວ ພັນ ລະຫວ່າງ ສອງພັກ, ສະແດງ ຄວາມປິຕິຍິນດີ ແລະ ຕີລາຄາສູງຕໍ່ ການພົວພັນ ແລະ ຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວແລະພັກ ກອມມູນິດເບລາຣຸດຊີ, ສະແດງ ຄວາມຊົມເຊີຍແລະຕີລາຄາສູງຕໍ່ຜົນ ສໍາເລັດ ທີ່ ພັກກອມມູນິດເບລາຣຸດ ຊີ ຍາດມາໄດ້ໃນໄລຍະຜ່ານມາ. ໃນໂອກາດດັ່ງກ່າວ, ສະຫາຍ ເຊຣ໌ເກ ອາເລັກຊັນໂດຣວິຈ໌ ຊືຣັນ ກົບ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ການຕ້ອນຮັບອັນອົບອຸ່ນ, ຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງ ການນໍາພາປະເທດ ຂອງພັກປະຊາ ຊົນປະຕິວັດລາວ ໂດຍມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ເປັນຜູ້ນໍາໜ້າທີ່ສໍາຄັນໃນການສ້າງ ສາພັດທະນາປະເທດຊາດ, ສະຫາຍ ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວ ກັບການເຄື່ອນໄຫວອັນພົ້ນເດັ່ນ ຂອງພັກກອມມູນິດເບລາຣຸດຊີ. ໃນວັນດຽວກັນ, ກໍໄດ້ມີກອງ ປະຊຸມພົບປະສອງຝ່າຍ ລະຫວ່າງ ຄະນະຜູ້ແທນຂັ້ງສູງ ພັກກອມມູນິດ ເບລາຣຸດຊີ ນໍາໂດຍ ສະຫາຍ ເຊຣ໌ ເກ ອາເລັກຊັນໂດຣວິຈ໌ ຊືຣັນກົບ ແລະ ຄະນະຜູ້ແທນພັກປະຊາຊົນ ປະຕິວັດລາວ ນໍາໂດຍ ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຜູ້ປະຈໍາ ການຄະນະເລຂາທິການສູນກາງ ພັກ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມື ໃນໄລຍະຜ່ານ ມາ,ແຈ້ງສະພາບການພົ້ນເດັ່ນຂອງ ແຕ່ລະປະເທດ, ການເຄື່ອນໄຫວອັນ ພົ້ນເດັ່ນ ຂອງແຕ່ລະພັກໃຫ້ກັນຊາບ, ປຶກສາຫາລືສະພາບການສາກົນທີ່ ສອງຝ່າຍໃຫ້ຄວາມສົນໃຈ ແລະ ຢືນຢັນຈະສືບຕໍ່ການພົວພັນຮ່ວມມື, ສະໜັບສະໜູນແລະຊ່ວຍເຫລືອເຊິ່ງ ກັນແລະກັນໃນການເຄື່ອນໄຫວໃນ ພາກພື້ນ ແລະ ສາກົນ ໃນຕໍ່ໜ້າ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ປຶກສາ ຫາລື ເພື່ອຊອກຫາຊ່ອງທາງຮ່ວມ ກັນຮັດແໜ້ນ ແລະ ເສີມຂະຫຍາຍ ການຮ່ວມມື ລະຫວ່າງສອງພັກ ໃຫ້ ກ້າວຂຶ້ນສູ່ລວງເລິກ ແລະ ມີໝາກມີ ຜົນ ກໍຄື ບັນລຸການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືທີ່ສອງຝ່າຍໄດ້ລົງນາມ ຮ່ວມກັນ ໃນກາງປີ 2026. ໃນໂອກາດການມາຢ້ຽມຢາມ ແລະເຮັດວຽກຢູ່ສປປລາວໃນເທື່ອ ນີ້, ຄະນະຜູ້ແທນຂັ້ນສູງ ພັກກອມມູ ນິດເບລາຣຸດຊີ ຍັງໄດ້ຢ້ຽມຊົມສະ ຖານທີ່ສໍາຄັນທາງປະຫວັດສາດ ແລະວັດທະນະທໍາຈໍານວນໜຶ່ງໃນນະ ຄອນຫລວງວຽງຈັນ ແລະ ແຂວງ ຫລວງພະບາງ. ພາບ: ເກດສະໜາ ການຈັດຕັ້ງປະຕິບັດມະຕິ 02/ລບ ລົງວັນທີ25ກຸມພາ2026ວ່າດ້ວຍ ການແບ່ງຄວາມຮັບຜິດຊອບໃນ ການຈັດຕັ້ງປະຕິບັດມະຕິ04/ກມສພ ລົງວັນທີ 11 ເມສາ 2024 ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່;ການ ປະຕິບັດຂໍ້ຕົກລົງ 08/ນຍ, ລົງວັນທີ 09 ກຸມພາ 2026 ວ່າດ້ວຍການ ແບ່ງຄວາມຮັບຜິດຊອບຈັດຕັ້ງຜັນ ຂະຫຍາຍບັນດາຂໍ້ສະເໜີ ຂອງບັນ ດາກະຊວງ-ອົງການ ແລະ ອົງການ ປົກຄອງນະຄອນຫລວງ ແລະ ບັນ ດາແຂວງ ຕໍ່ການນໍາພາລວມ ຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ຕິດພັນກັບຄວາມ ຮັບຜິດຊອບຂອງລັດຖະບານ; ລາຍ ງານຄວາມຄືບໜ້າໃນການປະຕິບັດ ຂໍ້ຕົກລົງ 27/ນຍ, ລົງວັນທີ 20 ເມສາ 2026, ວ່າດ້ວຍການແບ່ງ ຄວາມຮັບຜິດຊອບໃຫ້ກະຊວງອົງການທຽບເທົ່າລົງຊ່ວຍ ນະຄອນ ຫລວງວຽງຈັນ ແລະ ບັນດາແຂວງ ທົ່ວປະເທດ; ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດມະຕິ 62/ຄບສພ ແລະ ມະຕິ 34/ສພຊ ກ່ຽວກັບວຽກງານກໍ່ສ້າງຮາກຖານ ການເມືອງ, ການພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຕິດ ພັນກັບວຽກງານ 3 ສ້າງ ໃນໄລຍະ ໃໝ່ ແລະ ຄວາມຄືບໜ້າໃນການ ກະກຽມຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ; ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຕິດພັນກັບການແບ່ງຄວາມຮັບຜິດ ຊອບ ໃນດໍາລັດ 08/ນຍ, ລົງວັນທີ 27 ມັງກອນ 2026. ພ້ອມນີ້ ກອງປະຊຸມຍັງໄດ້ຮ່າງ ແຜນດໍາເນີນງານແຫ່ງຊາດ ຄື: ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບ ຍິງ-ຊາຍ 5 ປີ ຄັ້ງທີ V (2026-2030); ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV (2026-2030); ຮ່າງແຜນດໍາ ເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030). ພ້ອມ ທັງຮ່າງຍຸດທະສາດ ປັນຍາປະດິດ ແຫ່ງຊາດ (2026-2035); ຮ່າງ ຍຸດທະສາດ ພັດທະນາ ແລະ ນໍາໃຊ້ ດາວທຽມຢູ່ ສປປ ລາວ ໄລຍະແຕ່ ປີ (2026-2035). ກອງປະຊຸມຍັງໄດ້ສະເໜີຂໍນໍາ ໃຊ້ໂລໂກ້ໃໝ່ ຂອງກະຊວງວັດທະ ນະທໍາ ແລະ ການທ່ອງທ່ຽວ; ຮ່າງ ກົດໝາຍ ແລະ ຮ່າງນິຕິກໍາ ເປັນຕົ້ນ ຮ່າງກົດໝາຍ ວ່າດ້ວຍໄຟຟ້າ (ສະ ບັບປັບປຸງ), ຮ່າງກົດໝາຍວ່າດ້ວຍ ແຮ່ທາດ (ສະບັບປັບປຸງ), ລາຍ ງານການໂຮມ ຮ່າງກົດໝາຍວ່າ ດ້ວຍປະກັນສຸຂະພາບແລະຮ່າງກົດ ໝາຍ ວ່າດ້ວຍປະກັນສັງຄົມ ເຂົ້າ ເປັນກົດໝາຍດຽວກັນ, ຜົນການຄົ້ນ ຄວ້າຮ່າງນິຕິກໍາກ່ຽວກັບການແບ່ງ ຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດ ຊອບຂອງຂະແໜງການຕ່າງໆ ຂັ້ນ ຕາແສງ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ຮຽກຮ້ອງມາ ຍັງບັນດາທ່ານສະມາຊິກລັດຖະ ບານ ແລະ ບັນດາທ່ານ ທີ່ເຂົ້າຮ່ວມ ກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ ແລະ ປະກອບຄໍາເຫັນຢ່າງ ເລິກເຊິ່ງ, ແທດກັບສະພາບຄວາມ ເປັນຈິງຂອງແຕ່ລະບັນຫາ ດ້ວຍ ການສະເໜີທັດສະນະ ຢ່າງກົງໄປ ກົງມາ, ກະທັດຮັດ, ມີຈຸດສຸມ, ມີ ທາງອອກທີ່ຈະແຈ້ງ ແລະ ຢູ່ໃນ ກອບເວລາທີ່ກຳນົດ ເຮັດໃຫ້ຜົນ ຂອງກອງປະຊຸມຄັ້ງນີ້ ໄດ້ຮັບຜົນ ສຳເລັດເປັນຢ່າງດີ. ພາບ: ຂັນໄຊ ທ່ານ ສອນໄຊ ສີພັນດອນ (ປະທານ) ແລະການສື່ສານແຂວງ, ພ້ອມດ້ວຍ ນັກສຶກສາ ເຂົ້າຮ່ວມ. ການປະກວດ Lao Digital Award ຈັດຂຶ້ນພາຍໃຕ້ຄຳຂວັນ: “ຮ່ວມສ້າງສັນນະວັດຕະກໍາທີ່ກ້າວ ໜ້າ ເພື່ອສົ່ງເສີມການຫັນເປັນດີຈິ ຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະຍືນຍົງໂດຍແບ່ງການແຂ່ງຂັນ ອອກເປັນແຕ່ລະໝວດ ຄື: ໝວດບໍລິ ການພາກລັດອັນດັບ1ໄດ້ແກ່ຄະນະ ຈັດຕັ້ງສູນກາງພັກ, ອັນດັບ 2 ພະ ແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ, ອັນດັບ 3 ບໍລິສັດສະຕາໂທລະຄົມຈຳກັດ;ໝວດ ພາກເອກະຊົນອັນດັບ1ບໍລິສັດລາລິ ເຈັ້ນ ຈໍາກັດຜູ້ດຽວ, ອັນດັບ 2 ບໍລິ ສັດລາວໂທລະຄົມມະນາຄົມມະຫາ ຊົນ, ອັນດັບ 3 ບໍລິສັດສະຕາໂທລະ ຄົມຈຳກັດ; ໝວດທຸລະກິດດີຈິຕອນ ເລີ່ມຕົ້ນອັນດັບ1ບໍລິສັດລາວເວຈໍາ ກັດ,ອັນດັບ2ບໍລິສັດລາຍລາວແອັບ ແຊບ ຈຳກັດ, ອັນດັບ 3 ບໍລິສັດລາວ ໄອທີດີເວີລອບເມັນ ຈໍາກັດ; ໝວດ ນະວັດຕະກຳດີຈິຕອນອັນດັບ1ບໍລິ ສັດລາວສະຕາຟິນເທັກ ຈຳກັດຜູ້ ດຽວ, ອັນດັບ 2 ບໍລິສັດບິດຄິກ ຈໍາ ກັດ, ອັນດັບ 3 ບໍລິສັດສະດວກດີໂອ ໂຕເມຊັນກຣຸບ ຈຳກັດ; ໝວດການ ສ້າງຄວາມມີສ່ວນຮ່ວມທາງດີຈິ ຕອນ ອັນດັບ 1 ບໍລິສັດ ເອັມບີເອັກ ໂລໂບຕິກ (MBX Robotics), ອັນດັບ 2 ບໍລິສັດອານັນຊັບ ຈໍາກັດ, ອັນດັບ 3 ບໍລິສັດໂອກາດເທັກ ຈຳ ກັດ;ໝວດທຸລະກິດດີຈິຕອນເລີ່ມຕົ້ນ ສຳລັບບຸກຄົນອັນດັບ1ທ່ານຈິລະຢຸດ ນິດວົງໄຂ, ອັນດັບ 2 ທ່ານ ຈິດຕະ ພອນ ໄພສັກຂາ ແລະ ອັນດັບ 3 ໄດ້ ແກ້ ທ່ານ ມາວິນ ອຸ່ນຄຳ. ຜູ້ຊະນະ ໃນແຕ່ລະໝວດ ໄດ້ຮັບໂລລາງວັນ, ເງິນລາງວັນ ແລະ ອື່ນໆຕື່ມອີກ. ໂອກາດດັ່ງກ່າວ, ທ່ານສັນຕິສຸກ ສິມມາລາວົງໄດ້ກ່າວວ່າ: ການແຂ່ງ ຂັນໃນເວທີນີ້ ບໍ່ໄດ້ສະທ້ອນພຽງ ແຕ່ວ່າໃຜເປັນຜູ້ຊະນະຫລືໃຜໄດ້ຮັບ ລາງວັນ, ແຕ່ຍັງສະທ້ອນໃຫ້ເຫັນ ວ່າ ສປປ ລາວ ຂອງພວກເຮົາ ມີຄົນ ຮຸ່ນໃໝ່, ມີນັກພັດທະນາ, ນັກຄິດ ແລະ ມີຜູ້ສ້າງນະວັດຕະກຳ ທີ່ພ້ອມ ຈະຮ່ວມກັນຂັບເຄື່ອນປະເທດ ໄປສູ່ ອະນາຄົດດີຈິຕອນ. ການຫັນເປັນດີ ຈິຕອນຂອງ ສປປ ລາວ ບໍ່ສາມາດ ສຳເລັດໄດ້ດ້ວຍພາກລັດພຽງຝ່າຍ ດຽວ, ພາກລັດ ຕ້ອງກ້າປ່ຽນແປງ, ພາກເອກະຊົນ ຕ້ອງກ້າລົງທຶນ ແລະ ສ້າງນະວັດຕະກຳ, ສະຖາບັນການ ສຶກສາຕ້ອງກ້າສ້າງຄົນຮຸ່ນໃໝ່, ນັກ ພັດທະນາ ຕ້ອງກ້າສ້າງຜົນງານ ແລະ ເຍົາວະຊົນລາວ ຕ້ອງກ້າຝັນ, ກ້າຄິດແລະກ້າລົງມືເຮັດ. ພວກເຮົາ ຕ້ອງຮ່ວມກັນສ້າງລະບົບນິເວດດີຈິ ຕອນຂອງລາວ ໃຫ້ເປັນບ່ອນທີ່ຄົນ ມີຄວາມຄິດສາມາດສ້າງຜົນງານ, ຄົນມີຄວາມສາມາດສ້າງອາຊີບ, ທຸ ລະກິດສາມາດສ້າງຄຸນຄ່າ ແລະ ນະ ວັດຕະກຳສາມາດສ້າງອະນາຄົດ. ທ່ານ ສັນຕິສຸກ ສິມມາລາວົງ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ: Lao Digi tal Award ຈະບໍ່ ແມ່ນພຽງເວທີປະຈຳປີ, ແຕ່ຈະ ຄ່ອຍໆກາຍເປັນເວທີແຫ່ງການ ສ້າງຄົນ, ສ້າງນະວັດຕະກຳ, ສ້າງ ໂອກາດແລະສ້າງຊື່ສຽງໃຫ້ແກ່ສັກ ກະຍະພາບດີຈິຕອນຂອງລາວ. ຂ່າວ-ພາບ: ທະນູທອງ ທ້ອງຖິ່ນ ປະກອບສ່ວນເຂົ້າໃນ ການສ້າງລາຍຮັບຂອງບັນດາຊົນ ເຜົ່າໃຫ້ນັບມື້ດີຂຶ້ນ ເພື່ອໃຫ້ບັນດາ ຊາວຊ່າງແລະຜູ້ປະກອບການດ້ານ ຫັດຖະກຳ ໄດ້ມີໂອກາດເຂົ້າເຖິງ ການຕະຫລາດ ຫລື ມີບ່ອນຂາຍ ຜະລິດຕະພັນຫັດຖະກໍາຂອງຕົນ, ພ້ອມທັງ ໄດ້ມີໂອກາດພົບປະແລກ ປ່ຽນບົດຮຽນ, ປະສົບການທາງ ດ້ານການຜະລິດ, ການວາງສະ ແດງ ແລະ ການຂາຍ, ທັງເປັນການ ສະໜັບສະໜູນນະໂຍບາຍຂອງ ລັດຖະບານ ໃນການແກ້ໄຂຄວາມ ທຸກຍາກໃຫ້ປະຊາຊົນ, ສ້າງບັນ ຍາກາດການທ່ອງທ່ຽວດ້ານຫັດ ຖະກຳພາຍໃນນະຄອນຫລວງວຽງ ຈັນ ໃຫ້ມີຄວາມຟົດຟື້ນ. ໂອກາດນີ້, ທ່ານ ວິລະກອນ ພິ ລົມລັກ ຮອງຫົວໜ້າກົມສົ່ງເສີມ ກະຊວງອຸດສາຫະກຳແລະການຄ້າ ໄດ້ກ່າວວ່າ: ນອກຈາກຈະມີວາງ ສະແດງ ແລະ ຂາຍຜະລິດຕະພັນ ຫັດຖະກໍາແລ້ວ ພາຍໃນງານຍັງມີ ຫລາຍກິດຈະກໍາ ເປັນຕົ້ນ ກິດຈະ ກຳຍ່າງເພື່ອສະເຫລີມສະຫລອງ ວັນຫັດຖະກຳລາວ ວັນທີ 1 ພະຈິກ, ການປະກວດທິດາຫັດຖະກຳ, ກິດ ຈະກໍາວາງສະແດງ ແລະ ຂາຍສິນ ຄ້າຫັດຖະກຳຂອງບັນດາຊົນເຜົ່າ ຈາກແຂວງຕ່າງໆ, ກິດຈະກຳສາ ທິດຂັ້ນການຜະລິດສິນຄ້າຫັດຖະ ກຳ ຂອງຊາວຊ່າງຫັດຖະກຳລາວ ທີ່ມາຈາກ 18 ແຂວງທົ່ວປະເທດ, ວິຖີຕະຫລາດບູຮານ, ກິດຈະກໍາ ສໍາມະນາແລກປ່ຽນຄວາມຮູ້ທີ່ໜ້າ ສົນໃຈຫລາຍຫົວຂໍ້, ປະກວດແຂ່ງ ຂັນຜະລິດຕະພັນຫັດຖະກຳດີເດັ່ນ ປະຈໍາປີ, ສະແດງສິລະປະວັນນະ ຄະດີພື້ນເມືອງ, ສອນການປະດິດ ເຄື່ອງທີ່ລະນຶກຈາກວັດຖຸເສດເຫລືອ. ໃນຄໍ່າຄືນ ຂອງວັນທີ 6 ພະຈິກ 2026 ທ່ານຈະໄດ້ພົບງານເດີນ ແບບອາພອນລາວບັນດາເຜົ່າ ແລະ ກິດຈະກຳອື່ນໆທີ່ຫລາກຫລາຍ. ຂ່າວ-ພາບ: ກິດຕາ ເປັນຮູບປະທໍາ ເພື່ອນໍາເອົາຜົນປະ ໂຫຍດສູງສຸດມາສູ່ປະຊາຊົນສອງ ຊາດ ຫວຽດນາມ-ລາວ ພ້ອມທັງ ອວຍພອນໄຊອັນປະເສີດມາຍັງການ ນໍາພັກ-ລັດ ແລະ ປະຊາຊົນລາວບັນ ດາເຜົ່າ ທີ່ໄດ້ປະກອບສ່ວນອັນສໍາ ຄັນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຈົ່ງໝັ້ນຄົງ ຂະໜົງແກ່ນ ຕະຫລອດກາລະນານ. ພາບ: ເກດສະໜາ ວາງສະແດງ ແລະ ຂາຍສິນຄ້າ ຫັດຖະກໍາລາວ ຄັ້ງທີ 25 ປະຈໍາປີ 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 8 ພະຈິກ 2026 ທີ່ສູນວາງ ສະແດງສິນຄ້າລາວ-ໄອເຕັກ (ຕຶກ ເກົ່າ) ໂດຍຈະຮວບຮວມເອົາແຜ່ນ ແພ (ຜ້າໄໝ, ຜ້າຝ້າຍ); ເຄື່ອງປະ ດັບ(ເງິນ,ຄໍາ,ແກ້ວປະເສີດ); ເຄື່ອງ ຈັກສານ (ຫວາຍ-ໄມ້ປ່ອງ); ຜະ ລິດຕະພັນວັດທະນະທໍາ (ເຄື່ອງປັ້ນ ດິນເຜົາ, ໄມ້ແກະສະຫລັກ, ເຄື່ອງ ດົນຕີພື້ນເມືອງ); ອາຫານພື້ນເມືອງ, ສະໝຸນໄພແລະຫັດຖະກຳບັນດາປະ ເທດອາຊຽນ ແລະ ຍີ່ປຸ່ນ ເຂົ້າຮ່ວມ ວາງສະແດງຫລາຍກວ່າ200ຫ້ອງ. ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ໄດ້ກ່າວໃນງານຖະແຫລງຂ່າວໃນ ວັນທີ 21 ກັນຍາ 2026 ວ່າ: ມະຫະ ກໍາສີມືຫັດຖະກໍາລາວ ຄັ້ງທີ 25 ຈັດ ຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມື ຄືອຸທິຍານແຫ່ງການທ່ອງທ່ຽວ, 25ປີແຫ່ງການເຕີບໃຫຍ່ສານສາຍ ໄຍພູມປັນຍາ ເຊີດຊູຄຸນຄ່າຫັດຖະ ກຳລາວສູ່ມໍລະດົກໂລກ” ເພື່ອສະ ເຫລີມສະຫລອງ “ວັນຫັດຖະກໍາ ແຫ່ງຊາດ ວັນທີ 1 ພະຈິກ” ແລະ ສະຫລອງຄົບຮອບ 25ປີມະຫະກຳ ສີມືຫັດຖະກຳລາວ. ນອກຈາກນີ້, ຍັງເປັນການສ້າງກາລະໂອກາດ ໃຫ້ຊຸມຊົນ ແລະ ລູກຄ້າ ຜູ້ມາທ່ຽວ ຊົົມທ່ຽວຊື້ ໄດ້ພົບ-ໄດ້ເຫັນຄວາມ ຫລາກຫລາຍຂອງເຄື່ອງຫັດຖະກໍາ ລາວ, ສ້າງຄວາມປະທັບໃຈ ແລະ ຫລົງໄຫລ ໃນຄວາມມະຫັດສະຈັນ ຂອງສີ ໄມ້ລາຍມື ຂອງຊາວຊ່າງ ຫັດຖະກໍາລາວ, ເຕົ້າໂຮມຄວາມສາ ມັກຄີ ບັນດາຊາວຊ່າງຫັດຖະກຳ ທຸກທ້ອງຖິ່ນໃນທົ່ວປະເທດ ພ້ອມ ກັນອະນຸລັກ ແລະ ສົ່ງເສີມເຄື່ອງ ຫັດຖະກໍາ ທີ່ມີລັກສະນະເປັນມູນ ເຊື້ອ, ສົ່ງເສີມພູມປັນຍາ, ຂຸດຄົ້ນທ່າ ແຮງທາງດ້ານຫັດຖະກຳຢູ່ທຸກ ກຽມພົບກັບ...ົັ

RkJQdWJsaXNoZXIy MTc3MTYxMQ==