7368

21/09/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ກອງປະຊຸມທົບທວນ...ຸົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນ ລະຫວ່າງວັນທີ 14-18 ກັນຍາ 2026 ຢູ່ນະຄອນຫລວງວຽງຈັນ ປິດລົງດ້ວຍຜົນສໍາເລັດ ໂດຍມີຄະ ນະຜູ້ແທນ ຈາກ 91 ປະເທດ, ໃນ ນັ້ນ 74 ປະເທດພາຄີ ແລະ 17 ປະ ເທດສັງເກດການ ແລະ ອົງການ ຈັດຕັ້ງສາກົນຕ່າງໆ ທັງໝົດ 27 ອົງການ ເຂົ້າຮ່ວມ. ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ, ທັງເປັນປະທານຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂ ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຖະແຫລງຜົນ ການເປັນເຈົ້າພາບ ແລະ ປະທານ ກອງປະຊຸມ 3RC-CCM ໃນວັນ ທີ 18 ກັນຍາ 2026 ນີ້ວ່າ: ກອງ ປະຊຸມໄດ້ປິດລົງດ້ວຍຜົນສໍາເລັດ ອັນຈົບງາມຕາມເປົ້າໝາຍແລະ ໄດ້ ຮັບຮອງເອົາເອກະສານຜົນກອງ ປະຊຸມຢ່າງເປັນເອກະສັນຈໍານວນ 3 ສະບັບ ຄື: ເອກະສານທົບທວນ ການຈັດຕັ້ງປະຕິບັດແຜນປະຕິບັດ ງານໂລຊານ 2022-2026; ຖະ ແຫລງການການເມືອງ ນະຄອນ ຫລວງວຽງຈັນ ແລະ ແຜນປະຕິ ບັດງານນະຄອນຫລວງວຽງຈັນ (VCAP) 2027-2031. ຕະ ຫລອດໄລຍະການດໍາເນີນກອງ ປະຊຸມບັນດາລັດພາຄີ, ປະເທດ ລົງນາມ, ປະເທດສັງເກດການ, ອົງ ການຈັດຕັ້ງສາກົນ ແລະ ພາກພື້ນ, ອົງການຈັດຕັ້ງທາງສັງຄົມ, ຜູ້ລອດ ຊີວິດ ແລະ ຕົວແທນຈາກຊຸມຊົນທີ່ ໄດ້ຮັບຜົນກະທົບ ໄດ້ເອົາໃຈໃສ່, ສຸມ ທຸກສະຕິປັນຍາ ແລະ ປຶກສາຫາລື ໃນຫົວຂໍ້ສໍາຄັນຂອງກອງປະຊຸມ ຢ່າງກົງໄປກົງມາ, ສ້າງສັນ ແລະ ສາມາດເປັນເອກະພາບກັນກ່ຽວ ກັບການຈັດຕັ້ງປະຕິບັດສົນທິສັນ ຍາ, ສິ່ງທ້າທາຍ, ບັນຫາຄົງຄ້າງ ແລະ ວິທີການແກ້ໄຂໃນຕໍ່ໜ້າ. ກອງປະຊຸມ ໄດ້ທົບທວນຄວາມ ຄືບໜ້າໃນຫລາຍຂົງເຂດວຽກງານ ທີ່ສໍາຄັນ ເປັນຕົ້ນ ການຂະຫຍາຍ ຈໍານວນລັດພາຄີຂອງສົນທິສັນຍາ, ການທໍາລາຍຄັງອາວຸດລະເບີດລູກ ຫວານ, ການເກັບກູ້ລະເບີດໃນພື້ນ ທີ່ຕົກຄ້າງ, ການໂຄສະນາສຶກສາ ຄວາມສ່ຽງ ຈາກ ລບຕ ໃຫ້ແກ່ຊຸມ ຊົນທີ່ໄດ້ຮັບຜົນກະທົບ, ການຊ່ວຍ ເຫລືອຜູ້ໄດ້ຮັບເຄາະຮ້າຍ ແລະ ຜູ້ ລອດຊີວິດ, ມາດຕະການຈັດຕັ້ງປະ ຕິບັດ, ການສ້າງບົດລາຍງານແຫ່ງ ຊາດ ແລະ ການຮ່ວມມື ແລະ ຊ່ວຍ ເຫລືອໃນລະດັບສາກົນ. ແຜນປະຕິບັດງານນະຄອນ ຫລວງວຽງຈັນ (ຫລື VCAP) 2027-2031 ແມ່ນແຜນທີ່ຍຸດທະ ສາດທີ່ສໍາຄັນ ໃນການຂະຫຍາຍ ຈໍານວນລັດພາຄີຂອງສົນທິສັນຍາ ແລະ ການຈັດຕັ້ງປະຕິບັດສົນທິ ສັນຍາວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ແບບຮອບດ້ານ ນັບແຕ່ນີ້ ຈົນຮອດຮອບວຽນທົບ ທວນໃນຄັ້ງຕໍ່ໄປໃນຫ້າປີຕໍ່ໜ້າ. ແຜນປະຕິບັດງານສະບັບນີ້, ໄດ້ ກຳນົດແຜນການທີ່ເປັນຮູບປະ ທໍາ, ສອດຄ່ອງ ແລະ ເນັ້ນໃສ່ການ ປະຕິບັດ 43 ໜ້າວຽກ (Action) ຊຶ່ງກວມເອົາບັນດາເສົ້າຄໍ້າ ແລະ ວຽກງານສໍາຄັນຂອງສົນທິສັນຍາ ໂດຍເນັ້ນໃສ່ການລະດົມທຶນຈາກ ແຫລ່ງທຶນພາຍໃນ ຄຽງຄູ່ກັບການ ລະດົມທຶນທີ່ຍືນຍົງ ແລະ ຄາດຄະເນ ໄດ້ຈາກພາຍນອກ. ພ້ອມນັ້ນ, ແຜນ ປະຕິບັດງານນະຄອນຫລວງວຽງ ຈັນ ຍັງໄດ້ເນັ້ນໜັກເຖິງການຈັດ ຕັ້ງປະຕິບັດທີ່ອີງໃສ່ຫລັກຖານ, ວິທີການທີ່ສົ່ງເສີມການມີສ່ວນ ຮ່ວມຂອງຊຸມຊົນທີ່ໄດ້ຮັບຜົນກະ ທົບ, ຜູ້ລອດຊີວິດ ແລະ ຜູ້ຖືກເຄາະ ຮ້າຍ ລວມທັງການພິຈາລະນາປັດ ໄຈດ້ານສິ່ງແວດລ້ອມ ແລະ ການ ປ່ຽນແປງດິນຟ້າອາກາດ, ການມີ ສ່ວນຮ່ວມທີ່ມີຄວາມໝາຍ, ການ ເປັນຄູ່ຮ່ວມງານທີ່ດີ ແລະ ການ ຮ່ວມມືລະຫວ່າງປະເທດ ແລະ ພາກ ພື້ນ. ເອກະສານ VCAP ມີເປົ້າ ໝາຍເພື່ອນໍາພາລັດພາຄີ ແລະ ຄູ່ ຮ່ວມງານ ໃຫ້ສາມາດບັນລຸຄວາມ ຄືບໜ້າທີ່ສາມາດວັດແທກໄດ້ ແລະ ມີຄວາມຍືນຍົງ. ບັນດາເອກະສານທີ່ໄດ້ຮັບຮອງ ເອົາໃນກອງປະຊຸມໃນຄັ້ງນີ້, ໄດ້ຢໍ້າ ຄືນເຖິງຄວາມສໍາຄັນຂອງສົນທິ ສັນຍາ ແລະ ໃຫ້ທິດທາງໃໝ່ ໃນ ຄວາມພະຍາຍາມຮ່ວມກັນຂອງ ບັນດາປະເທດພາຄີໃນຊຸມປີຕໍ່ໜ້າ. ນອກນີ້, ຍັງສະແດງໃຫ້ເຫັນເຖິງ ຄວາມໝາຍໝັ້ນຮ່ວມກັນຂອງວົງ ຄະນາຍາດສາກົນ ໃນການລຶບລ້າງ ໄພຂົ່ມຂູ່ ທີ່ເກີດຈາກລະເບີດລູກ ຫວ່ານ ແລະ ປ້ອງກັນບໍ່ໃຫ້ເກີດອັນ ຕະລາຍຕໍ່ປະຊາຊົນ ໃນອະນາຄົດ. ສໍາລັບ ສປປ ລາວ ແມ່ນມີຄວາມ ໝາຍສໍາຄັນເປັນພິເສດ ເນື່ອງຈາກ ພວກເຮົາຍັງສືບຕໍ່ຜະເຊີນກັບຜົນ ກະທົບໄລຍະຍາວ ທາງດ້ານມະນຸດ ສະທຳ, ການພັດທະນາເສດຖະກິດສັງຄົມ ແລະ ຜົນກະທົບຕໍ່ສິ່ງແວດ ລ້ອມ ຈາກລະເບີດທີ່ບໍ່ທັນແຕກທີ່ ຕົກຄ້າງຈໍານວນຫລາຍ. ຫລາຍ ຊຸມຊົນ ຍັງຕ້ອງດໍາລົງຊີວິດຢູ່ກັບ ຄວາມສ່ຽງຕໍ່ຄວາມປອດໄພ ແລະ ໂອກາດໃນການມີຊີວິດການເປັນຢູ່ ທີ່ດີ ແລະ ປອດໄພຂອງປະຊາຊົນ. ສໍາລັບ ສປປ ລາວ ຜົນກະທົບ ຂອງລະເບີດລູກຫວ່ານ ແມ່ນບໍ່ ເຄີຍໄດ້ສິ້ນສຸດລົງ ຜ່ານມາຫລາຍ ປີຫລັງຈາກສົງຄາມລະເບີດທີ່ບໍ່ ທັນແຕກ ຍັງສືບຕໍ່ສົ່ງຜົນກະທົບຕໍ່ ຄອບຄົວ ແລະ ຊຸມຊົນໃນຂອບເຂດ ທົ່ວປະເທດ ມາຫລາຍເຊັ່ນຄົນ. ສະ ນັ້ນ, ການສືບຕໍ່ສຸມທຸກກໍາລັງແຮງ ເພື່ອເກັບກູ້, ການໂຄສະນາສຶກສາ ຄວາມສ່ຽງ ຈາກ ລບຕ ແລະ ການ ຊ່ວຍເຫລືອຜູ້ເຄາະຮ້າຍ ຍັງສືບຕໍ່ ເປັນວຽກງານບຸລິມະສິດ ແຫ່ງຊາດ ແລະ ເປັນພື້ນຖານຂອງການຈັດຕັ້ງ ປະຕິບັດສົນທິສັນຍານີ້. ໃນກອງປະຊຸມ ບັນດາຜູ້ແທນ ໄດ້ເນັ້ນໜັກວ່າ ປະເທດທີ່ໄດ້ຮັບ ຜົນກະທົບແມ່ນບໍ່ສາມາດແກ້ໄຂ ສິ່ງທ້າທາຍເຫລົ່ານີ້ໄດ້ຕາມລໍາ ພັງ. ສະນັ້ນ, ຄວາມສາມັກຄີ ແລະ ການຮ່ວມມືທີ່ແໜ້ນແຟ້ນໃນລະດັບ ສາກົນທີ່ຕໍ່ເນື່ອງ, ການສະໜັບສະ ໜູນທາງດ້ານທຶນຮອນທີ່ຄາດຄະ ເນໄດ້, ການຊ່ວຍເຫລືອດ້ານເຕັກ ນິກແລະ ການມີສ່ວນຮ່ວມຂອງທຸກ ພາກສ່ວນ ແມ່ນມີຄວາມຈຳເປັນ ເພື່ອເຮັດໃຫ້ພວກເຮົາ ສາມາດ ບັນລຸຄວາມຄືບໜ້າໃນການຈັດຕັ້ງ ປະຕິບັດສົນທິສັນຍາ CCM ໃນຕໍ່ ໜ້າ ຢ່າງເປັນຮູບປະທໍາ ຫລາຍຂຶ້ນ. ດັ່ງນັ້ນ ສປປ ລາວ ຈຶ່ງຮຽກຮ້ອງ ໃຫ້ທຸກປະເທດ, ບັນດາອົງການ ຈັດຕັ້ງສາກົນ, ຜູ້ໃຫ້ທຶນ ແລະ ຄູ່ ຮ່ວມງານດ້ານມະນຸດສະທຳ ຈົ່ງ ເພີ່ມທະວີການສະໜັບສະໜູນໃຫ້ ແກ່ບັນດາປະເທດ ແລະ ຊຸມຊົນທີ່ ໄດ້ຮັບຜົນກະທົບຫລາຍກວ່າໝູ່. ພວກຂ້າພະເຈົ້າ ຊຸກຍູ້ໃຫ້ທຸກປະ ເທດທີ່ຍັງບໍ່ທັນໄດ້ເຂົ້າຮ່ວມເປັນ ພາຄີ ເຂົ້າມາມີສ່ວນຮ່ວມໃນສົນທິ ສັນຍານີ້ ເພື່ອບັນລຸເປົ້າໝາຍການ ຂະຫຍາຍຈຳນວນລັດພາຄີ. ກອງປະຊຸມ ຍັງໄດ້ຮັບຮູ້ເຖິງ ການປະກອບສ່ວນທີ່ສໍາຄັນຢ່າງ ຍິ່ງ ຂອງຜູ້ທີ່ລອດຊີວິດ, ຊຸມຊົນ ແລະ ສັງຄົມທີ່ໄດ້ຮັບຜົນກະທົບ ຊຶ່ງປະສົບການ ແລະ ຂໍ້ສະເໜີ ຂອງເຂົາເຈົ້າຕ້ອງເປັນໃຈກາງໃນ ຄວາມພະຍາຍາມຮ່ວມກັນຂອງ ພວກເຮົາ ເພື່ອເຮັດໃຫ້ສົນທິສັນຍາ ດ້ານມະນຸດສະທຳນີ້ ຕອບສະໜອງ ຕໍ່ຄວາມຕ້ອງການຕົວຈິງ ແລະ ເຄົາລົບສິດທິໃນການດໍາລົງຊີວິດ ທີ່ປອດໄພຂອງປະຊາຊົນ ໂດຍ ປາສະຈາກຜົນກະທົບຂອງອາວຸດ ຮ້າຍແຮງເຫລົ່ານີ້. ໃນໄລຍະດໍາເນີນກອງປະຊຸມ ບັນດາປະເທດລັດພາຄີ, ປະເທດ ຜູ້ສັງເກດການ, ອົງການຈັດຕັ້ງ ສາກົນ ລວມທັງອົງການປະຕິບັດ ງານ ຍັງໄດ້ຮ່ວມການຈັດຫລາຍ ກິດຈະກຳປິ່ນອ້ອມ ໃນຫລາຍຫົວ ຂໍ້ສໍາຄັນ ເພື່ອຊຸກຍູ້ໃຫ້ການຈັດຕັ້ງ ປະຕິບັດສົນທິສັນຍາ ລວມທັງໝົດ 18 ກິດຈະກໍາ, ໃນນັ້ນ ສປປ ລາວ ໄດ້ປະກອບສ່ວນໃນ 9 ກິດຈະກຳ ປິ່ນອ້ອມ. ອີກເຫດການໜຶ່ງທີ່ພົ້ນ ເດັ່ນ ໃນໄລຍະດໍາເນີນກອງປະຊຸມ ສາທາລະນະລັດ ປະຊາທິປະໄຕ ຕີມໍແລັດສະເຕ ໄດ້ລົງນາມໃນຖະ ແຫລງການສະແດງເຈດຈຳນົງ ເພື່ອເຂົ້າຮ່ວມເປັນພາຄີສົນທິສັນ ຍາ CCM ຊຶ່ງ ສປປ ລາວ ໄດ້ມີ ຄວາມພະຍາຍາມຢ່າງຕໍ່ເນື່ອງ ໃນນາມປະທານກອງປະຊຸມ ເພື່ອ ລະດົມຂົນຂວາຍການເພີ່ມຈຳນວນ ປະເທດພາຄີຂອງສົນທິສັນຍາ ເພື່ອ ສົ່ງເສີມສັນຕິພາບ ແລະ ຫລັກການ ມະນຸດສະທຳສາກົນ. ທ່ານ ທອງສະຫວັນ ພົມວິຫານ ໃຫ້ຮູ້ອີກວ່າ: ຂໍ້ຄວາມຈາກນະຄອນ ຫລວງວຽງຈັນ ທີ່ສົ່ງໄປຍັງປະຊາ ຄົມໂລກ ແມ່ນຈະແຈ້ງຄື: ການນໍາ ໃຊ້ລະເບີດລູກຫວ່ານ ເປັນສິ່ງທີ່ບໍ່ ສາມາດຍອມຮັບໄດ້, ຄວາມທຸກ ທໍລະມານທີ່ເກີດຈາກລະເບີດເຫລົ່າ ນີ້ ຕ້ອງຢຸດຕິລົງ ແລະ ຄວາມພະຍາ ຍາມຮ່ວມກັນຂອງພວກເຮົາ ຕ້ອງ ສືບຕໍ່ໄປ ຈົນກວ່າພື້ນທີ່ທີ່ໄດ້ຮັບຜົນ ກະທົບທັງໝົດຈະຖືກເກັບກູ້, ບັນດາ ຄັງລະເບີດທີ່ເກັບໄວ້ທັງໝົດຈະ ຖືກທໍາລາຍ, ຜູ້ເຄາະຮ້າຍ ແລະ ຜູ້ ລອດຊີວິດທຸກຄົນ ຈະໄດ້ຮັບການ ຊ່ວຍເຫລືອຕາມທີ່ຕ້ອງການ. ພ້ອມ ທັງຢໍ້າຄືນວ່າ ຜົນສໍາເລັດຂອງ ກອງປະຊຸມນີ້ ບໍ່ພຽງແຕ່ວັດແທກ ໄດ້ຈາກການເຫັນດີ, ຮັບຮອງເອ ກະສານໃນມື້ນີ້ເທົ່ານັ້ນ, ແຕ່ຕ້ອງ ສາມາດວັດແທກໄດ້ ຈາກການຈັດ ຕັ້ງປະຕິບັດຕົວຈິງ ໃນຕໍ່ໜ້າ. ລັດຖະ ບານ ສປປ ລາວ ຈະສືບຕໍ່ຄວາມ ໝາຍໝັ້ນຂອງຕົນ ຮ່ວມກັບບັນດາ ຄູ່ຮ່ວມງານທຸກພາກສ່ວນ ເພື່ອ ຊຸກຍູ້ໃຫ້ວຽກງານເກັບກູ້ລະເບີດ, ການຊ່ວຍເຫລືອຜູ້ເຄາະຮ້າຍ, ການ ໂຄສະນາຄວາມສ່ຽງໄພ ແລະ ການ ຮ່ວມມືສາກົນ ໃຫ້ບັນລຸຜົນຕາມ ເປົ້າໝາຍ. ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບ ໃຈມາຍັງບັນດາຄະນະຜູ້ແທນແລະ ທຸກພາກສ່ວນທີ່ມີສ່ວນຮ່ວມ ແລະ ໃຫ້ການຮ່ວມມືເປັນຢ່າງດີ. ພ້ອມ ທັງສະແດງຄວາມຂອບໃຈເປັນ ພິເສດຕໍ່ອົງການສະຫະປະຊາຊາດ, ໜ່ວຍງານສະໜັບສະໜູນການ ຈັດຕັ້ງປະຕິບັດສົນທິສັນຍາ (ISUCCM), ຄະນະກຳມະການກາ ແດງສາກົນ, ເຄືອຂ່າຍຕ້ານລະເບີດ ລູກຫວ່ານ, ອົງການຈັດຕັ້ງມະນຸດ ສະທຳ, ຜູ້ລອດຊີວິດ ແລະ ບັນດາ ຄູ່ຮ່ວມງານທັງໝົດ ທີ່ໄດ້ປະກອບ ສ່ວນ ເຮັດໃຫ້ກອງປະຊຸມໃນຄັ້ງ ນີ້ ປະສົບຜົນສໍາເລັດຢ່າງຈົບງາມ. ຂ່າວ: ທະນູທອງ; ພາບ: ເກດສະໜາ ລາວ-ໄທ ແຫ່ງທີ 1 ນະຄອນຫລວງ ວຽງຈັນ-ໜອງຄາຍ, ຄະນະສະ ເພາະກິດ ກະຊວງປ້ອງກັນຄວາມ ສະຫງົບລາວ ໄດ້ມອບຜູ້ຖືກຫາ ສັນຊາດໄທ ທີ່ກໍ່ອາຊະຍາກຳທາງ ດ້ານອິນເຕີເນັດ ແລະ ການພະນັນ ອອນລາຍ ຈໍານວນ 129 ຄົນ, ຍິງ 57 ຄົນ ໃຫ້ເຈົ້າໜ້າທີ່ທາງການ ໄທ ສືບຕໍ່ດໍາເນີນຄະດີຕາມລະບຽບ ກົດໝາຍ ຊຶ່ງຜູ້ຖືກຫາຈໍານວນດັ່ງ ກ່າວ ແມ່ນຖືກເຈົ້າໜ້າທີ່ສະເພາະ ກິດກະຊວງປ້ອງກັນຄວາມສະຫງົບ ກັກຕົວໄດ້ໃນລະຫວ່າງການເຂົ້າ ກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳ ທາງອິນເຕີເນັດ ແລະ ການພະນັນ ອອນລາຍ ຢູ່ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຕັ້ງຢູ່ ບ້ານຝາຍ ເມືອງໄຊເສດຖາ ນະ ຄອນຫລວງວຽງຈັນ ໃນວັນທີ 28 ສິງຫາ 2026. ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ເຊັນບົດບັນທຶກມອບໂດຍ ທ່ານ ພັທ ແກ່ນຄໍາ ແກ່ນທະວົງ ຫົວໜ້າຕໍາ ຫລວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນຂົວມິດຕະພາບ ລາວໄທ ແຫ່ງທີ 1 ແລະ ເຈົ້າໜ້າທີ່ຝ່າຍ ໄທ ເຊັນຮັບໂດຍ ທ່ານ ພັທ ທິຍາ ຊະພັດ ຣັງສິພຣາມະນາກຸນ ຮອງ ຜູ້ກຳກັບການກວດຄົນເຂົ້າ-ອອກ ເມືອງ ຈັງຫວັດໜອງຄາຍ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມ. ຕໍ່ກັບບັນຫາດັ່ງກ່າວ, ຖ້າຫາກ ທ່ານໃດພົບເຫັນການເຄື່ອນໄຫວ ຂອງກຸ່ມຄົນ ຫລື ບຸກຄົນ ທີ່ອາດ ເປັນກຸ່ມແກ້ງກໍ່ອາຊະຍາກຳທາງ ອິນເຕີເນັດ ແລະ ພະນັນອອນລາຍ ສາມາດແຈ້ງໄປຍັງເຈົ້າໜ້າທີ່ ເບີ ສາຍດ່ວນ 1533 ໄດ້ຕະຫລອດ 24 ຊົ່ວໂມງ. ຂ່າວ: ຄໍາໂຖ ມອບຕົວ...ົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການຄົ້ນຄວ້າຈາກຫ້ອງຮຽນ ແລະ ການຮ່ວມມືກັນ ໄດ້ຊ່ວຍເສີມສ້າງ ພື້ນຖານດ້ານພາສາ ແລະ ການ ອ່ານ-ການຂຽນພາສາລາວ ໃຫ້ ແກ່ນັກຮຽນຂັ້ນ ປ1 ຢ່າງເຂັ້ມແຂງ ໂດຍສະເພາະແມ່ນເດັກທີ່ບໍ່ເວົ້າພາ ສາລາວເປັນຫລັກຢູ່ໃນຄອບຄົວ. ການນຳສະເໜີໃນຄັ້ງນີ້, ເປັນ ການບອກເລົ່າບົດຮຽນ ແລະ ປະ ສົບການສຳຄັນຂອງ ສປປ ລາວ ໃນ ການນຳເອົາຫລັກຖານ ແລະ ຜົນ ການວິໄຈຕົວຈິງຈາກຫ້ອງຮຽນ ມາພັດທະນາເປັນນະວັດຕະກຳ ດ້ານການຮຽນຮູ້ ແລະ ຂະຫຍາຍ ຜົນສູ່ລະດັບຊາດ. ໂຄງການດັ່ງ ກ່າວ ໄດ້ເລີ່ມຕົ້ນຈາກການທົດລອງ ຢູ່ 7 ເມືອງ ໃນໄລຍະປີ 20192021, ກ່ອນຈະຂະຫຍາຍພື້ນທີ່ ທົດລອງເປັນ 21 ເມືອງ ໃນສົກ ຮຽນ 2023-2024. ຈາກຜົນ ການທົດລອງ, ການປະເມີນ ແລະ ການປັບປຸງຢ່າງຕໍ່ເນື່ອງ, ບົດຮຽນ ຝຶກເວົ້າພາສາລາວ ໄດ້ຖືກນຳເຂົ້າ ໃນການຮຽນ-ການສອນເສີມ ສຳ ລັບວິຊາພາສາລາວ ໃນຫລັກສູດ ແຫ່ງຊາດຢ່າງເປັນຮູບປະທຳ. ສື່ການຮຽນ-ການສອນດັ່ງ ກ່າວ, ເນັ້ນພັດທະນາທັກສະການ ຟັງ ແລະ ການເວົ້າພາສາລາວ ສຳ ລັບນັກຮຽນຊັ້ນປະຖົມສຶກສາປີທີ 1(ປ1) ໂດຍສະເພາະແມ່ນນັກ ຮຽນທີ່ບໍ່ໄດ້ໃຊ້ພາສາລາວເປັນພາ ສາແມ່ (ພາສາທຳອິດ) ແລະ ນັກ ຮຽນທີ່ມີຄວາມຫຍຸ້ງຍາກຫລືຮຽນ ອ່ອນດ້ານພາສາລາວ ຊຶ່ງຊຸດສື່ປະ ກອບມີ: ຄູ່ມືຄູ, ປຶ້ມແບບຮຽນ, ຊຸດ ເກມການສຶກສາ, ຕຸກກະຕາເຈ້ຍ ແລະ ບັດຄຳສັບ ໂດຍນຳໃຊ້ວິທີ ການຮຽນ-ການສອນ ທີ່ເນັ້ນນັກ ຮຽນເປັນໃຈກາງ. ທ່ານ ວົງເພັດ ອຸດົມລິດ ຜູ້ອຳ ນວຍການ ສະຖາບັນຄົ້ນຄວ້າວິທະ ຍາສາດການສຶກສາ, ກະຊວງສຶກ ສາທິການ ແລະ ກິລາ ໄດ້ກ່າວວ່າ: ຜົນງານນີ້, ແມ່ນຕົວຢ່າງຂອງການ ນຳເອົາບັນຫາຕົວຈິງຈາກຫ້ອງ ຮຽນ ມາພັດທະນາເປັນວິທີແກ້ໄຂ ໃນລະດັບຊາດ ຜ່ານການນຳໃຊ້ ຫລັກຖານທາງວິທະຍາສາດ ໂດຍ ໄດ້ຮັບການຮ່ວມມືຢ່າງໃກ້ຊິດຈາກ ລັດຖະບານອົດສະຕຣາລີ ຜ່ານ ແຜນງານບີຄວາ (BEQUAL) ທີ່ ໄດ້ຜ່ານການຈັດຕັ້ງປະຕິບັດ ແລະ ປັບປຸງຢ່າງເປັນລະບົບຕາມຫລັກ ວິທະຍາສາດການສຶກສາ. ທ່ານ ນາງ ແກ້ວມະນີ ທອງ ປະເສີດ ຮອງຜູ້ອຳນວຍການສູນ ຄົ້ນຄວ້າພາສາລາວ, ສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາ ໄດ້ ເນັ້ນຕື່ມວ່າ: ການນຳສະເໜີ ຢູ່ມະ ຫາວິທະຍາໄລ ອອກສະຟອດ ໃນ ຄັ້ງນີ້, ບໍ່ພຽງແຕ່ເປັນການເຜີຍແຜ່ ໂຄງການຝຶກເວົ້າພາສາລາວເທົ່າ ນັ້ນ, ແຕ່ເປັນການບອກເລົ່າບົດ ຮຽນຂອງ ສປປ ລາວ ຕໍ່ວົງການ ການສຶກສາສາກົນ ວ່າການທົດ ລອງທີ່ອີງໃສ່ຫລັກຖານມານຳພາ, ມີການຮ່ວມມື, ການປະເມີນ ແລະ ການປັບປຸງຢ່າງຕໍ່ເນື່ອງນັ້ນ ສາ ມາດກ້າວໄປສູ່ການກຳນົດນະໂຍ ບາຍ ແລະ ການນຳໃຊ້ຕົວຈິງໃນ ລະດັບຊາດໄດ້. ໃນຂະນະດຽວກັນ, ທ່ານ ໄມໂຄ ຄາຣີ ເລຂາເອກສະຖານທູດອົດ ສະຕຣາລີ ປະຈຳ ສປປ ລາວ, ທັງ ເປັນຜູ້ຊີ້ນຳແຜນງານບີຄວາ ໄດ້ ກ່າວວ່າ: ສະຖານທູດອົດສະຕຣາລີ ມີຄວາມພູມໃຈເປັນຢ່າງຍິ່ງ ທີ່ໄດ້ ໃຫ້ການສະໜັບສະໜູນ ກະຊວງ ສຶກສາທິການ ແລະ ກິລາ ໃນການ ພັດທະນາສື່ການຮຽນ-ການສອນ ຝຶກເວົ້າພາສາລາວ. ຜົນສຳເລັດ ຄັ້ງນີ້, ສະທ້ອນໃຫ້ເຫັນຄຸນຄ່າຂອງ ການຮ່ວມມື ໃນການສ້າງຜົນງານ ທີ່ຍືນຍົງ ແລະ ນຳໄປໃຊ້ໄດ້ຈິງ, ສື່ນີ້ ຈະຊ່ວຍສ້າງພື້ນຖານດ້ານພາສາ ແລະ ການຮູ້ໜັງສືໃຫ້ແກ່ເດັກຕັ້ງ ແຕ່ໄວເລີ່ມຮຽນ ຊຶ່ງເປັນພື້ນຖານ ສຳຄັນຕໍ່ການຮຽນຮູ້ໃນທຸກວິຊາ. ພ້ອມນີ້ ຍັງເປັນບົດຮຽນທີ່ສາມາດ ນຳໄປແບ່ງປັນໃນລະດັບສາກົນ ແລະ ເປັນການລົງທຶນທີ່ວາງພື້ນ ຖານສຳຄັນ ໃຫ້ແກ່ການພັດທະນາ ຊັບພະຍາກອນມະນຸດ ກໍຄື ການພັດ ທະນາ ສປປ ລາວ ໃນໄລຍະຍາວ. ສປປ ລາວ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 231 ວັກ 2 ຊຶ່ງໃນພາກປະຕິບັດຕົວ ຈິງ ຍັງມີການເຂົ້າໃຈ ແລະ ນຳໃຊ້ ບໍ່ທັນເປັນເອກະພາບກັນ ໂດຍການ ເປັນປະທານໂດຍ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ພ້ອມ ດ້ວຍ ທ່ານສາດສະດາຈານກົດ ໝາຍອາວຸໂສ, ຜູ້ແທນຈາກອົງການ ໄອຍະການປະຊາຊົນ, ສານປະຊາ ຊົນ, ອົງການສືບສວນ-ສອບສວນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານ ລະບົບທາງໄກ. ທ່ານ ຄຳເພັດ ສົມວໍລະຈິດ ເນັ້ນເຖິງຄວາມສຳຄັນຂອງການ ນຳເອົາບັນຫາຈາກພາກປະຕິບັດ, ພຶດຕິກຳຕົວຈິງ ມາຄົ້ນຄວ້າດ້ວຍ ຫລັກນິຕິສາດ ເພື່ອຊອກຫາແນວ ທາງທີ່ຈະແຈ້ງ, ມີເຫດຜົນ ແລະ ສາ ມາດນຳໃຊ້ໄດ້ຢ່າງກົມກຽວ ໂດຍ ສະເພາະສຳລັບກົດໝາຍອາຍາ, ການເຂົ້າໃຈຖ້ອຍຄຳໃຫ້ຈະແຈ້ງ ມີຄວາມສຳຄັນໂດຍກົງ ຕໍ່ການກຳ ນົດອົງປະກອບ ແລະ ເຄື່ອງໝາຍ ລະດົມຄຳເຫັນ...ົັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂອງການກະທຳຜິດ, ຂອບເຂດ ຄວາມຮັບຜິດຊອບທາງອາຍາ ແລະ ການຮັບປະກັນຄວາມຍຸຕິທຳ ຕາມກົດໝາຍ. ເນື້ອໃນຂອງກອງ ປະຊຸມຄັ້ງນີ້, ໄດ້ການນຳສະເໜີຜົນ ການຄົ້ນຄວ້າສອງປະເດັນຄື: ການ ຄົ້ນຄວ້າກ່ຽວກັບຄວາມໝາຍ ແລະ ຂອບເຂດການນຳໃຊ້ ຂອງຄຳວ່າ “ຜົວ ຫລື ເມຍ” ຕາມມາດຕາ 247 ໂດຍຊັ່ງຊາລະຫວ່າງສະພາບຄອບ ຄົວຕົວຈິງ ກັບຄວາມແນ່ນອນຂອງ ກົດໝາຍ; ການຄົ້ນຄວ້າຄວາມ ໝາຍ ແລະ ຂອບເຂດການນຳໃຊ້ ຂອງຄຳວ່າ “ງັດແງະ” ຕາມມາດ ຕາ 231 ວັກ 2 ເພື່ອຈຳແນກການ ລັກຊັບທົ່ວໄປ ກັບການລັກຊັບທີ່ມີ ລັກສະນະໜັກຂຶ້ນ. ພາຍຫລັງການນຳສະເໜີ, ບັນ ດາຜູ້ແທນໄດ້ຮ່ວມກັນແລກປ່ຽນ ຄຳເຫັນຢ່າງກົງໄປກົງມາ ແລະ ສ້າງສັນ ໂດຍພິຈາລະນາ ທັງໃນ ຫລັກການຂອງກົດໝາຍ, ພຶດຕິກຳ ໃນການນຳໃຊ້ ແລະ ຜົນຂອງການ ປະຕິບັດກົດໝາຍ ການລະດົມຄຳ ເຫັນບໍ່ໄດ້ມີຈຸດປະສົງ ໃນການຊອກ ຫາພຽງແຕ່ຄວາມເຫັນດີເຫັນພ້ອມ ກັນ, ແຕ່ຍັງພ້ອມກັນຊອກຫາເຫດ ຜົນທາງດ້ານນິຕິສາດທີ່ໜັກແໜ້ນ ເພື່ອສ້າງພື້ນຖານໃຫ້ການນຳໃຊ້ ກົດໝາຍມີມາດຕະຖານດຽວກັນ. ຜົນຂອງກອງປະຊຸມ ຈະໄດ້ຮັບ ການສັງລວມ, ປັບປຸງ ແລະ ປະ ກອບເຂົ້າໃນບົດຄົ້ນຄວ້າ ເພື່ອເປັນ ຂໍ້ມູນ ແລະ ພື້ນຖານ ໃນການກຳນົດ ແນວທາງນຳໃຊ້, ປັບປຸງນິຕິກຳ ຫລື ສະເໜີອົງການ ທີ່ມີສິດອຳນາດ ພິຈາລະນາຕີຄວາມໝາຍຕາມລະ ບຽບການ ແລະ ກົດໝາຍ. ກອງປະຊຸມຄັ້ງນີ້, ຈຶ່ງບໍ່ພຽງ ແຕ່ເປັນເວທີແລກປ່ຽນທາງດ້ານ ນິຕິສາດ, ແຕ່ຍັງເປັນການເຊື່ອມ ໂຍງ ລະຫວ່າງການຄົ້ນຄວ້າ-ການ ນຳໃຊ້-ການພັດທະນາກົດໝາຍ, ອັນຈະປະກອບສ່ວນຍົກສູງຄຸນນະ ພາບການດຳເນີນຄະດີ, ສ້າງຄວາມ ກົມກຽວ ແລະ ເປັນເອກະພາບ ໃນ ການນຳໃຊ້ກົດໝາຍ, ປົກປ້ອງສິດ ແລະຜົນປະໂຫຍດອັນຖືກຕ້ອງຕາມ ກົດໝາຍ ແລະ ເສີມສ້າງຄວາມ ເຊື່ອໝັ້ນຂອງສັງຄົມຕໍ່ຂະບວນ ການຍຸຕິທຳ ຢູ່ປະເທດເຮົາ.

RkJQdWJsaXNoZXIy MTc3MTYxMQ==