g,n v'w-glf4k [a o]5 dkolh k'g,n v'rQ om5 d 100% 21/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ຂປລ.ລະເບີດບໍ່ທັນແຕກ(ລບຕ/ UXO) ທີ່ຕົກຄ້າງຈາກສົງຄາມ ຍັງ ເປັນໄພອັນຕະລາຍທີ່ສົ່ງຜົນກະທົບ ຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ ແລະ ການພັດທະນາຂອງປະຊາຊົນ ລາວ. ໄລຍະຜ່ານມາປະຊາຊົນ ຈຳນວນຫລາຍຕ້ອງຜະເຊີນກັບການ ບາດເຈັບ, ຄວາມພິການ ແລະ ການ ສູນເສຍຊີວິດຈາກລະເບີດທີ່ຍັງຫລົງ ເຫລືອຢູ່. ໃນນັ້ນ ເດັກນ້ອຍ ແລະ ປະຊາຊົນທີ່ທຳການຜະລິດຢູ່ຕາມ ທົ່ງນາ ແລະ ພື້ນທີ່ກະສິກຳຍັງມີ ຄວາມສ່ຽງຈາກລະເບີດບໍ່ທັນແຕກ. ຂະນະທີ່ຜູ້ລອດຊີວິດ ແລະ ຄອບຄົວ ຕ້ອງຜະເຊີນກັບຄວາມເຈັບປວດ, ຄວາມຢ້ານກົວ. ດັ່ງ ທ້າວ ສັນຕິ ອາຍຸ 28 ປີ, ປັດຈຸບັນອາໄສຢູ່ບ້ານນາທອງ, ເມືອງຄໍາ, ແຂວງຊຽງຂວາງ ຜູ້ ລອດຊີວິດຈາກອຸບັດເຫດລະເບີດ ບໍ່ທັນແຕກ ໄດ້ເລົ່າເຫດການຂອງ ລາວໃນກອງປະຊຸມທົບທວນສົນ ທິສັນຍາວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່າງຮອບຮຽນທີ 3 ທີ່ນະຄອນຫລວງວຽງຈັນວ່າ: ໃນ ວັນທີ 15 ມິຖຸນາ 2010 ຊຶ່ງເປັນມື້ ທີ່ປ່ຽນແປງຊີວິດຂອງຂ້າພະເຈົ້າໄປ ຕະຫລອດການ. ໃນເວລານັ້ນຕົນມີ ອາຍຸພຽງແຕ່ 12 ປີ. ໃນຕອນເຊົ້າ ເວລາປະມານ 9:00 ໂມງ ໄດ້ອອກ ໄປຊ່ວຍວຽກຄອບຄົວຕາມປົກກະຕິ ໂດຍການເສຍຫຍ້ານາ. ແຕ່ເຫດ ການທີ່ບໍ່ຄາດຝັນກໍເກີດຂຶ້ນເມື່ອຈົກ ເສຍຫຍ້າໄດ້ໄປກະທົບໃສ່ລະເບີດທີ່ ຝັງຢູ່ກ້ອງດິນ. ສຽງລະເບີດດັງກ້ອງ ສະໜັ່ນ, ແສງແວບ ແລະ ຄວັນໄດ້ ປົກຄຸມທຸກຢ່າງອ້ອມໂຕກາຍເປັນ ຄວາມມືດມົນໃນທັນທີ. ພໍແຕ່ຟື້ນ ຄືນສະຕິອີກ ເທື່ອໜຶ່ງຢູ່ໂຮງໝໍ,ໂດຍ ຕ້ອງນອນປິ່ນປົວຢູ່ໃນຫ້ອງມໍລະ ສຸມ (ICU) ເປັນເວລາເຖິງ 8 ມື້. ອຸບັດເຫດໃນ ມື້ນັ້ນ, ໄດ້ພາກເອົາ ຮ່າງກາຍທີ່ສົມບູນແບບຂອງເດັກ ນ້ອຍອາຍຸ 12 ປີໄປ. ຈາກເດັກນ້ອຍ ທີ່ເຄີຍມີຄວາມຝັນ, ເຄີຍແລ່ນຮ້ອງ ແລະ ເປັນແຮງຊ່ວຍແບ່ງເບົາພາລະ ຂອງພໍ່ແມ່, ກັບຕ້ອງມາເພິ່ງພາຄົນ ອື່ນຍ້ອນຄວາມພິການ(ແຂນລ່ອຍ). ໃນໄລຍະທໍາອິດ, ມັນເປັນເລື່ອງ ຍາກທີ່ຈະຍອມຮັບຄວາມຈິງ ແລະ ຕອບຄໍາຖາມຕົນເອງວ່າ “ຍ້ອນ ຫຍັງຕ້ອງເປັນເຮົາ?”. ເຖິງຢ່າງໃດ ກໍຕາມ, ສິ່ງທີ່ເຮັດໃຫ້ຕົນກ້າວຜ່ານ ຄວາມມືດມົນນັ້ນມາໄດ້ແມ່ນ “ກໍາ ລັງໃຈ, ຄວາມຮັກ ແລະ ການຊ່ວຍ ເຫລືອຢ່າງບໍ່ມີເງື່ອນໄຂຈາກພໍ່ແມ່ ແລະ ຄອບຄົວ”. ຄວາມຮັກຂອງ ພວກເພິ່ນເປັນດັ່ງແສງສະຫວ່າງ ທີ່ເຮັດໃຫ້ຕົນຄ່ອຍໆປັບໂຕເຂົ້າກັບ ສະພາບຄວາມເປັນຈິງ. ເຖິງວ່າ ການດໍາເນີນຊີວິດໃນປັດຈຸບັນຈະ ມີຄວາມທ້າທາຍ ແລະ ອຸປະສັກ ຫລາຍຢ່າງ, ແຕ່ກໍຈະບໍ່ທໍ້ຖອຍ, ຈະ ເຂັ້ມແຂງ ແລະ ພະຍາຍາມສູ້ຊົນ ຕໍ່ໄປເພື່ອພໍ່ແມ່, ຄອບຄົວ, ແລະ ເພື່ອ ເປັນກໍາລັງໃຈໃຫ້ຜູ້ອື່ນໆ. ສຸດທ້າຍນີ້, ຂໍຝາກເຫດການ ຂອງຕົນ ເພື່ອເປັນສຽງສະທ້ອນ ໃຫ້ເຫັນເຖິງຜົນກະທົບທີ່ຮ້າຍແຮງ ຂອງ ລບຕ ທີ່ຍັງຕົກຄ້າງຢູ່ປະເທດ ລາວເຮົາ ແລະ ຫວັງວ່າຈະບໍ່ມີເດັກ ນ້ອຍ ຫລື ຄອບຄົວໃດຕ້ອງມາພົບພໍ້ ກັບໂຊກຊາຕາກໍາ ແລະ ຄວາມເຈັບ ປວດແບບທີ່ຕົນເຄີຍຜະເຊີນອີກ. ທ້າວ ສັນຕິ ກ່າວ. ຂປລ. ທົ່ວເມືອງໄຊເສດຖາ ແຂວງອັດຕະປື ສາມາດບັນລຸການ ສ້າງເມືືອງພົ້ນທຸກ 100% ໂດຍ ທັງ 22 ບ້ານຂອງເມືອງໄດ້ພົ້ນທຸກ ແລ້ວ. ປັດຈຸບັນເມືອງມີພົນລະເມືອງ ທັງໝົດ 40.413 ຄົນ, ຍິງ 20.350 ຄົນ ແລະ ມີ 8.610 ຄອບຄົວ. ໃນ ນັ້ນ, ຄອບຄົວພົ້ນທຸກມີ 8.108 ຄອບຄົວ ກວມເອົາ 94,27% ຂອງ ຄອບຄົວທັງໝົດ, ຄອບຄົວບໍ່ພົ້ນທຸກ ມີ 493 ຄອບຄົວ ກວມເອົາ 5,73% ຂປລ. ຫລາຍຄົນມັກຄິດວ່າ ຫລັງຈາກພົ້ນອາຍຸການ ຫລື ບຳ ນານແລ້ວແມ່ນຊ່ວງເວລາແຫ່ງ ການພັກຜ່ອນຢູ່ເຮືອນຊື່ໆ, ແຕ່ສຳ ລັບທ່ານ ໄຊຍະແສງ ອິນທະວົງສາ ຢູ່ບ້ານໂມ, ເມືອງລະມາມ, ແຂວງ ເຊກອງ ກັບເລືອກເສັ້ນທາງທີ່ແຕກ ຕ່າງປ່ຽນມືຈັບປາກກາມາຈັບຈົກ ຈັບຊ້ວມ ບຸກເບີກເນື້ອທີ່ຂຸດໜອງ ລ້ຽງປາ ຈົນກາຍເປັນ “ຄອບຄົວ ຕົວແບບ” ທີ່ສ້າງລາຍຮັບໄດ້ເຖິງ 272 ລ້ານກີບຕໍ່ປີ. ທ່ານ ໄຊຍະແສງ ອິນທະວົງສາ ເລົ່າສູ່ຟັງວ່າ: ຈາກທຶນ 5 ລ້ານ ສູ່ອານາຈັກກະສິກຳວົງຈອນປິດ ເສັ້ນທາງສາຍເສດຖະກິດນີ້ ບໍ່ໄດ້ ມາແບບສຸ່ມ. ຫລັງຈາກຮັບເງິນບຳ ນານແລ້ວ, ມາໃນປີ 2007 ດ້ວຍ ຄວາມມັກຮັກໃນການກະສິກຳບວກ ກັບຄວາມດຸໝັ່ນອົດທົນຄອບຄົວໄດ້ ເລີ່ມຕົ້ນລົງທຶນພຽງ 5 ລ້ານກີບ ໃນ ເນື້ອທີ່ 2 ເຮັກຕາ, ສ້າງ 8 ໜອງປາ. ໂດຍ: ພອນປະເສີດີ ຂອງຄອບຄົວທັງໝົດ, ຄອບຄົວ ພັດທະນາ ມີ 8.032 ຄອບຄົວ ເທົ່າກັບ 93,38%, ຂອງຄອບຄົວ ທັງໝົດ. ສ່ວນບ້ານພັດທະນາລວມ ມີ 21 ບ້ານ ກວມເອົາ 95,45% ຂອງຈຳນວນບ້ານທັງໝົດ. ທ່ານ ອໍາພອນ ໃສມະນີ ຫົວໜ້າ ຫ້ອງວ່າການເມືອງໄຊເສດຖາ ແຂວງອັດຕະປື ລາຍງານຕໍ່ກອງ ປະຊຸມສະຫລຸບວຽກງານກໍ່ສ້າງ ຮາກຖານການເມືອງພັດທະນາ ຊົນນະບົດຮອບດ້ານ ແລະ ວຽກ ງານ 3 ສ້າງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2026 ເມື່ອບໍ່ດົນມານີ້ວ່າ: ຕະຫລອດໄລຍະ 6 ເດືອນຜ່ານມາ ຄະນະພັກ, ຄະນະກໍາມະການອົງ ການປົກຄອງເມືອງໄຊເສດຖາ ໄດ້ເອົາໃຈໃສ່ນຳພາ-ຊີ້ນໍາຕໍ່ວຽກ ງານພັດທະນາຊົນນະບົດຮອບດ້ານ, ການແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໂດຍເນັ້ນການ ກໍ່ສ້າງຮາກຖານການເມືອງຕິດ ພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຢ່າງ ແຂງແຮງເຮັດໃຫ້ວຽກງານນີ້ມີ ຫລາຍອັນບັນລຸຜົນສໍາເລັດ.ພ້ອມ ນີ້, ເມືອງຍັງໄດ້ກະກຽມເນື້ອໃນ ເອກະສານຕ່າງໆ ເພື່ອປະກາດຮັບ ຮອງເປັນເມືອງພົ້ນທຸກ, ທັງໄດ້ສໍາ ເລັດການຕົກລົງຮັບຮອງກຳນົດຈຸດ ສຸມພັດທະນາ ແລະ ຈຸດສຸມບ້ານທຸກ ຍາກຂອງເມືອງ 5 ປີ, ສັງລວມບັນຊີ ລາຍຊື່ຄອບຄົວທຸກຍາກທີ່ບໍ່ບັນລຸ 6 ມາດຖານໃຫ້ອົງການປົກຄອງຕາ ແສງ ເພື່ອແກ້ໄຂໃຫ້ເປັນຄອບຄົວພົ້ນ ທຸກ. ສຳລັບການສ້າງບ້ານໃຫຍ່ເປັນ ຕົວເມືອງໃນຊົນນະບົດ 2 ບ້ານ ຄື: ບ້ານໃຫຍ່ອຸດົມ ແລະ ບ້ານຫາດຊັນ ຊຶ່ງທັງສອງບ້ານບັນລຸໄດ້ 12 ຕົວ ຊີ້ບອກເທົ່າກັບ 75% ແລະ ບໍ່ບັນລຸ 4 ຕົວຊີ້ບອກ ເທົ່າກັບ 25%. ສ່ວນ ການສ້າງເມືອງພັດທະນາສາມາດ ບັນລຸ 14 ຕົວຊີ້ບອກກວມ 82,35% ແລະ ຍັງບໍ່ບັນລຸ 3 ຕົວຊີ້ບອກກວມ 17,65%. ຜົນສຳເລັດດັ່ງກ່າວ ສະແດງ ໃຫ້ເຫັນເຖິງຄວາມພະຍາຍາມຂອງ ເມືອງໄຊເສດຖາ ໃນການດຳເນີນ ວຽກງານລຶບລ້າງຄວາມທຸກຍາກ, ພັດທະນາຊົນນະບົດ ແລະ ສ້າງ ຄອບຄົວ, ບ້ານ, ເມືອງ ໃຫ້ມີການ ພັດທະນາຕາມບັນດາຕົວຊີ້ບອກທີ່ ກຳນົດໄວ້. gxu fl6 f]a [ mj ko w-ptcl' lh k']kpIa [ 272 ]h kodu [8xu + 9kd/a oIh kp0v' ][8 l6 j de]a '.9.odkol6 h -u ;y f ຈາກຈຸດເລີ່ມຕົ້ນອັນນ້ອຍໆທຸລະກິດ ຄ່ອຍໆຂະຫຍາຍຕົວໂດຍມີຈຸດປ່ຽນ ຄັ້ງສຳຄັນເກີດຂຶ້ນໃນປີ 2010 ເມື່ອ ໄດ້ຮັບການສະໜັບສະໜູນຈາກ ພັກ-ລັດ ແລະ ໂຄງການ ADB ລວມທັງທຶນກູ້ຢືມຈາກທະນາຄານ ນະໂຍບາຍ ເຮັດໃຫ້ທຸລະກິດເຕີບ ໃຫຍ່ຂະຫຍາຍຕົວຂຶ້ນຢ່າງກ້າວ ກະໂດດ. ສຳລັບປາທີ່ລ້ຽງ ກໍມີປາ ຫລາກຫລາຍຊະນິດ. ໃນນັ້ນ, ລ້ຽງ ທັງປາດຸກ, ປານິນ, ປາປາກ ແລະ ປາເຂັງ. ຂະນະທີ່ລ້ຽງສັດ ແລະ ເຮັດທຸລະກິດເສີມນັ້ນ, ຄອບຄົວບໍ່ ພຽງແຕ່ລ້ຽງປາ ຍັງລ້ຽງໄກ່ລາດ, ໝູລາດ ແລະ ເປີດຮ້ານອາຫານຢູ່ ແຄມໜອງປາຕື່ມອີກ. ຕົວເລກທີ່ ໜ້າຕົກໃຈປັດຈຸບັນສາມາດສ້າງ ຍອດຂາຍລວມທັງໝົດ 912 ລ້ານ ກີບຕໍ່ປີ, ເມື່ອຫັກຕົ້ນທຶນແລ້ວເຫລືອ ຜົນກຳໄລປະມານ 272 ລ້ານກີບ/ປີ ບວກກັບລາຍຮັບຈາກຮ້ານອາຫານ ອີກ 54 ລ້ານກີບ/ປີ. ບົດຮຽນຈາກ ຄວາມສຳເລັດບໍ່ມີຄວາມສຳເລັດ ໃດໄດ້ມາໂດຍບໍ່ລົງເຫື່ອລົງແຮງ. ເຖິງວ່າຜົນກຳໄລຈະງາມ, ແຕ່ ເບື້ອງຫລັງຄວາມສຳເລັດແມ່ນເຕັມ ໄປດ້ວຍສິ່ງທ້າທາຍ. ທ່ານ ໄຊຍະແສງ ກ່າວຕື່ມວ່າ: ການລ້ຽງປາຂະໜາດໃຫຍ່ຕ້ອງໃຊ້ ທຶນສູງເພາະຫົວອາຫານ ແລະ ແນວ ພັນຕ້ອງນຳເຂົ້າຈາກຕ່າງແຂວງ. ນອກຈາກນີ້, ການຄວບຄຸມລະບົບ ນ້ຳ ແລະ ການບຳລຸງວິຕາມິນ ຕາມ ອາຍຸຂອງປາກໍຕ້ອງເອົາໃຈໃສ່ຢ່າງ ໃກ້ຊິດ ໂດຍອາໄສແຮງງານໃນ ຄອບຄົວ 6 ຄົນ ແລະ ຈ້າງເພີ່ມ ອີກ 1 ຄົນ ເພື່ອຊ່ວຍວຽກ. ແນວ ໃດກໍຕາມ, ດ້ວຍຄວາມພາກພຽນ, ຄວາມດຸໝັ່ນ ແລະ ການຮູ້ຈັກຕໍ່ ຍອດອາຊີບ, ປັດຈຸບັນຄອບຄົວ ໄຊຍະແສງ ອິນທະວົງສາ ບໍ່ໄດ້ມີ ພຽງແຕ່ມີຢູ່ມີກິນ, ມີຊັບສິນ ແລະ ຖານະຄວາມເປັນຢູ່ດີຂຶ້ນ, ດ້ວຍຜົນ ງານດັ່ງກ່າວ ຄອບຄົວ ໄຊຍະແສງ ໄດ້ໃບຢັ້ງຢືນຄອບຄົວຕົວແບບຈາກ ເມືອງ ແລະ ແຂວງ. ນອກຈາກນີ້, ຍັງສາມາດຊື້ລົດໃຫຍ່ 2 ຄັນ ແລະ ລົດຈັກ 3 ຄັນ, ສ້າງເຮືອນຢູ່ເຮືອນ ຖາວອນ 2 ຫລັງ, ດິນປຸກສ້າງ 2 ຕອນ ແລະ ດິນກະສິກຳ 1 ຕອນ. ເສັ້ນທາງຈາກທຶນເລີ່ມຕົ້ນ ພຽງ 5 ລ້ານກີບ ສູ່ການສ້າງລາຍ ຮັບຫລາຍຮ້ອຍລ້ານກີບຕໍ່ປີ ອັນ ສະແດງໃຫ້ເຫັນເຖິງຄວາມອົດທົນ, ຄວາມດຸໝ່ັ່ນ, ການຮູ້ຈັກວາງແຜນ, ການຕໍ່ຍອດອາຊີບ ແລະ ການນຳ ໃຊ້ໂອກາດຈາກແຫລ່ງສະໜັບສະ ໜູນຕ່າງໆ ເພື່ອພັດທະນາອາຊີບ ແລະ ສ້າງຖານະຄວາມເປັນຢູ່ໃຫ້ດີ ຂຶ້ນເລື້ອຍໆ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==