7368

08 xtgmf]k; gsfdko{dkora fmtok a 21/09/2026 ໃນວັນທີ 17 ກັນຍາ 2026 ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ (Umoney) ໄດ້ຄວ້າ ລາງວັນ Laos Technology Excellence Award ສຳລັບ Fintech ສາຂາ Financial Services ໃນເວທີລະດັບສາກົນ Asian Technology Excel lence Awards 2026 ເຊີງງານດັ່ງກ່າວໄດ້ຈັດຂື້ນທີ່ບາງກອກ,ປະເທດໄທ * Umoney ສ້າງບົດໃໝ່ແຫ່ງການເງິນດິຈິຕອນ ໃນ ສປປ ລາວ ຈາກການໄດ້ຮັບການ ຍອມຮັບໃນງານປະກວດລາງວັນລະດັບພາກພື້ນອາຊີ ” Asian Technology Excellence Awards 2026”, Umoney ພວມກ້າວໄປໜ້າເພື່ອສານຕໍ່ຄວາມມຸ່ງມາດປາດຖະໜາ ໃນການ ສ້າງລະບົບນິເວດການເງິນດິຈິຕອນ ທີ່ຄອບຄຸມ, ເຂົ້າເຖິງງ່າຍ ແລະ ເຊື່ອມໂຍງກັນຫຼາຍຂຶ້ນສຳລັບ ສປປ ລາວ. ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ( Umoney , ເຊິ່ງເປັນບໍລິສັດໃນເຄືອຂອງ ຢູນີເທວ (Unitel), ຢູມັນນີ ໄດ້ພັດທະນາຕົນເອງຈາກແພລັດຟອມການຊຳລະເງິນ ແລະ ກະເປົາເງິນເທິງ ມືຖື ກາຍມາເປັນລະບົບນິເວດແບບຄົບວົງຈອນ ທີ່ເຊື່ອມຕໍ່ຜູ້ບໍລິໂພກ, ຮ້ານຄ້າ ແລະ ພາກທຸລະກິດ ເຂົ້າກັບການບໍລິການທາງດ້ານການເງິນ ແລະ ການບໍລິການໃນຊີວິດປະຈຳວັນທີ່ຫຼາກຫຼາຍ. ນັບ ຮອດເດືອນມີນາ 2026, ແພລັດຟອມດັ່ງກ່າວ ໄດ້ໃຫ້ບໍລິການຜູ້ໃຊ້ງານແລ້ວຫຼາຍກວ່າ 1.8 ລ້ານ ຄົນ, ລວມມີຜູ້ໃຊ້ງານເຄື່ອນໄຫວຕົວຈິງເຖິງ 250,000 ຄົນຕໍ່ເດືອນ, ໂດຍໄດ້ຮັບການສະໜັບ ສະໜູນຈາກໂຄງລ່າງພື້ນຖານທີ່ກວ້າງຂວາງກວມເອົາທັງ 18 ແຂວງທົ່ວປະເທດ. * ຫົວໃຈສຳຄັນຂອງການພັດທະນາ ຢູມັນນີ ແມ່ນຫຼັກການທີ່ເຂົ້າເຖິງງ່າຍຄື: ເຕັກໂນໂລຊີ ຄວນເຮັດໃຫ້ການບໍລິການທາງດ້ານການເງິນສາມາດເຂົ້າເຖິງໄດ້ງ່າຍຂຶ້ນສຳລັບທຸກຄົນ, ໂດຍ Umoney ຄວ້າລາງວັນຄວາມເປ� ນເລີດທາງດ້ານເຕ� ກໂນໂລຊີແຫ່ງສປປລາວ ສາຂາ ຟິນເທ� ກ - ການບໍລິການທາງດ້ານການເງິນ ບໍ່ມີອຸປະສັກທາງດ້ານທີ່ຕັ້ງ ຫຼື ລະດັບລາຍຮັບ. ແນວທາງດັ່ງກ່າວ ໄດ້ສະທ້ອນໃຫ້ເຫັນເຖິງການປະສົມປະສານລະຫວ່າງ ໂຄງ ລ່າງພື້ນຖານດ້ານດິຈິຕອນ ແລະ ດ້ານການເຂົ້າເຖີງຂອງ ຢູມັນນີ: * ສຳລັບລູກຄ້າທົ່ວໄປ: ແພລັດຟອມເທິງມືຖື ຊ່ວຍໃຫ້ລູກຄ້າສາມາດໂອນເງິນຂ້າມທະນາຄານພາຍໃນ ສປປ ລາວ, ຊຳລະຄ່າ ບໍລິການຕ່າງໆໃນຊີວິດປະຈຳວັນ, ເຂົ້າເຖິງການຝາກປະຢັດອອນລາຍ ແລະ ບໍລິການທາງການເງິນອື່ນໆ. ໃນຂະນະດຽວກັນ, ເຄືອຂ່າຍຕົວແທນ ແລະ ຈຸດບໍລິການທົ່ວປະເທດ ກໍໄດ້ຊ່ວຍຂະຫຍາຍການເຂົ້າເຖິງຊຸມຊົນທີ່ຢູ່ນອກເໜືອຊ່ອງທາງຂອງທະນາຄານ ແບບດັ້ງເດີມ. * ສຳລັບຮ້ານຄ້າ ແລະ ທຸລະກິດ: ລະບົບນິເວດນີ້ກວມເອົາ ການຊຳລະເງິນຜ່ານ QRCode, ບໍລິການຊ່ອງທາງການຊຳລະເງິນ (Payment gateway), ການຈັດການການຂາຍ, ບັດສ່ວນຫຼຸດ (Vouchers), ລະບົບສະສົມຄະແນນ (Loyalty solutions) ແລະ ເຕັກໂນໂລຊີແຈ້ງເຕືອນການຊຳລະເງິນ. * ກ້າວສູ່ຍຸກໃໝ່ຂອງສິນເຊື່ອດິຈິຕອນ ໃນປີ 2026, ຢູມັນນີ ໄດ້ເຂົ້າສູ່ໄລຍະໃໝ່ ທະນາຄານແຫ່ງ ສປປ ລາວ ໄດ້ອະນຸມັດໃຫ້ ບໍລີສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ ( Umoney ) ເຂົ້າຮ່ວມໃນໂຄງການທົດສອບນະວັດຕະກຳທາງການເງິນ (Regulatory Sandbox) ສຳລັບການປ່ອຍສິນເຊື່ອດິຈິຕອນ, ເຊິ່ງເຮັດໃຫ້ກາຍເປັນ ບໍລິສັດທຳອິດໃນລາວ ທີ່ໄດ້ຮັບອະນຸຍາດໃຫ້ທົດ ສອບການປ່ອຍສິນເຊື່ອດິຈິຕອນ ພາຍໃຕ້ການຄຸ້ມຄອງດັ່ງກ່າວ ແທນທີ່ຈະເບິ່ງວ່າການປ່ອຍສິນເຊື່ອເປັນພຽງຜະລິດຕະພັນດ່ຽວ, ໂຄງການທົດສອບດັ່ງກ່າວ ຖືກອອກແບບມາເພື່ອສຶກສາຮູບແບບການນຳໃຊ້ ເຊັ່ນ: ການເບີກເງິນເດືອນລ່ວງໜ້າ, ສິນເຊື່ອ ເງິນສົດຂະໜາດນ້ອຍ ແລະ ການຊຳລະແບບຜ່ອນຈ່າຍ; ໂດຍມີການຮອງຮັບຈາກລະບົບການຢືນຢັນຕົວຕົນເອເລັກໂຕຣ ນິກ (eKYC), ການແບ່ງກຸ່ມລູກຄ້າ, ການປະເມີນຄະແນນສິນເຊື່ອ (Credit scoring), ການປ້ອງກັນການສໍ້ໂກງ ແລະ ການຕິດຕາມກວດກາສິນເຊື່ອຢ່າງໃກ້ຊິດ.ແນວທາງດັ່ງກ່າວ ແມ່ນເນັ້ນໃສ່ຄວາມຮັບຜິດຊອບໃນການປ່ອຍສິນເຊື່ອ ແລະ ການ ບໍລິຫານຄວາມສ່ຽງແບບຍືນຍົງ ຫຼາຍກວ່າການສຸມໃສ່ຂະຫຍາຍສິນເຊື່ອພຽງຢ່າງດຽວ. * ນອກເໜືອຈາກການບໍລິການທາງດ້ານການເງິນແລ້ວ, ຢູມັນນີ ຍັງສືບຕໍ່ຂະຫຍາຍບົດບາດແພລັດຟອມໃນຊີວິດປະຈຳວັນ ຜ່ານການຮ່ວມມືໃນຂະແໜງການຄົມມະນາຄົມ, ການບິນ, ການຄ້າ ແລະ ການຊຳລະເງິນລະຫວ່າງປະເທດ. ການຮ່ວມມືກັບ ອົງກອນຊັ້ນນຳ ເຊັ່ນ: ລັດວິສາຫະກິດ ການບິນລາວ (Lao Airlines), ວີຊາ (Visa), ໂລກ້າ (Loca) ແລະ ກຣີນ ເອັສເອັມ (Green SM) ສະແດງໃຫ້ເຫັນເຖິງລະບົບນິເວດ ທີ່ນັບມື້ນັບເຊື່ອມໂຍງການຊຳລະເງິນເຂົ້າກັບເສດຖະກິດດິຈິຕອນໃນວົງກວ້າງ ຢ່າງແທ້ຈິງ. ສໍາລັບ ຢູມັນນີ, ບົດໃຫມ່ໃນກ້າວຕໍ່ໄປ ຈຶ່ງມີຄວາມໝາຍຫຼາຍກວ່າການເປັນພຽງສັງຄົມໄຮ້ເງິນສົດ. ແຕ່ຄືການປ່ຽນແປງ ການເຊື່ອມຕໍ່ດິຈິຕອນທີ່ພວມເຕີບໂຕຂອງປະເທດລາວ ໃຫ້ກາຍເປັນ ການສ້າງໂອກາດໃນການເຂົ້າເຖິງການບໍລິການທາງການເງິນ ຢ່າງທົ່ວເຖິງ. ບ່ອນທີ່ເຕັກໂນໂລຊີ, ຂໍ້ມູນ ແລະ ເຄືອຂ່າຍທົ່ວປະເທດ ໄດ້ເຮັດວຽກຮ່ວມກັນ ເພື່ອໃຫ້ປະຊາຊົນ ແລະ ພາກທຸລະກິດ ສາມາດເຂົ້າເຖິງການບໍລິການທາງການເງິນ ທີ່ເປັນປະໂຫຍດ, ປອດໄພ ແລະ ມີຄວາມຮັບຜິດຊອບຢ່າງແທ້ຈິງ. * Umoney ເພື່ອນຄູ່ໃຈທາງການເງິນ ຫຼາຍກວ່າການຊຳລະເງິນ ຄືການກ້າວສູ່ການເງິນດິຈິຕອນທີ່ທຸກຄົນເຂົ້າເຖິງໄດ້ # AsianTechnologyExcellenceAward 2026 # Umoney # YourMoneyBuddy # ເພື່ອນຄູ່ໃຈທາງການເງິນ 08 xtgmf]k; 37ltok c]t [= ]y = dy ko 18/09/2026 1 08 xtgmf]k; 37ltok c]t [= ]y = dy ko 18/09/2026 1

RkJQdWJsaXNoZXIy MTc3MTYxMQ==