16/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າາົ່ຕົ່ງ່ງ ໂດຍ: ມາລີດດາີ ບົດສະເໜີົີ ພາບປະກອບ ພາບປະກອບ ພາບປະກອບ ຂປລ. ໃນຍຸກສະໄໝທີ່ໂລກກຳ ລັງຜັນແປໄປຢ່າງສັບສົນ ແລະ ເຕັມໄປດ້ວຍສິ່ງທ້າທາຍທາງດ້ານ ເສດຖະກິດມະຫາພາກ, ພັກ ແລະ ລັດຖະບານ ສປປ ລາວ ໄດ້ວາງ ຍຸດທະສາດອັນເປັນຍອດຍິ່ງ ແລະ ເປັນຈຸດຫັນປ່ຽນປະຫວັດສາດຄື: ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລ ຍະໃໝ່ (ສອຈ). ມະຕິນີ້ ບໍ່ພຽງ ,t8y lv9 g0a ,my f-U mk'l6j 7;k,g0A ,c0' c]t -u ;y fdkogxa o16j muj fu 0B o0v'xt-k-q o]k; ແຕ່ເປັນເອກະສານທາງດ້ານການ ເມືອງ-ເສດຖະກິດທົ່ວໄປ, ແຕ່ມັນ ຄືຫົວໃຈໃນການກຳນົດຊາຕາກຳ ຂອງປະເທດຊາດ ແລະ ມີຜົນໂດຍ ກົງຕໍ່ກະເປົາເງິນ, ຄວາມສະຫງົບ ສຸກ ແລະ ຄວາມຜາສຸກຂອງປະຊາ ຊົນລາວທຸກຖ້ວນໜ້າ. ດັ່ງທີ່ພວກເຮົາຮູ້ແລ້ວວ່າ, ການ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງໝາຍເຖິງການຫລຸດຜ່ອນ ການເພິ່ງພາອາໄສຕ່າງປະເທດ ຫລາຍຈົນເກີນໄປ ໂດຍສະເພາະ ດ້ານວັດຖຸດິບ, ພະລັງງານ ແລະ ສິນຄ້າອຸປະໂພກ-ບໍລິໂພກ. ໃນ ນັ້ນ, ເມື່ອເຮົາສາມາດຜະລິດເອງ ໄດ້ຫລາຍຂຶ້ນ, ຜົນກະທົບຈາກ ວິກິດການເງິນຕາ ຫລື ໄພເງິນເຟີ້ ຈະຫລຸດລົງ, ຊ່ວຍປົກປ້ອງກຳ ລັງຊື້ຂອງປະຊາຊົນບໍ່ໃຫ້ຕົກຕ່ຳ. ຊຸກຍູ້ໃຫ້ປະຊາຊົນຫັນມານຳໃຊ້ທ່າ ແຮງກະສິກຳພາຍໃນປະເທດ ເພື່ອ ຮັບປະກັນວ່າປະຊາຊົນລາວທຸກ ຄົນຈະມີກິນມີໃຊ້ ແລະ ບໍ່ຂາດເຂີນ. ສ້າງວຽກເຮັດງານທຳ ແລະ ກະຈາຍລາຍໄດ້ລົງສູ່ຮາກຖານ ຄືຫົວໃຈສຳຄັນຂອງ ສອຈ ແມ່ນ ການສົ່ງເສີມການຜະລິດພາຍໃນ, ວິສາຫະກິດຂະໜາດກາງ ແລະ ນ້ອຍ. ສ້າງອາຊີບທີ່ໝັ້ນຄົງເມື່ອ ໂຮງງານ, ຫັດຖະກຳ ແລະ ວິສາ ຫະກິດພາຍໃນປະເທດເຕີບໃຫຍ່, ມັນກໍຈະເກີດການຈ້າງງານຈຳ ນວນຫລວງຫລາຍໃຫ້ແກ່ຊາວໜຸ່ມ ແລະ ແຮງງານພາຍໃນປະເທດ ໂດຍບໍ່ຈຳເປັນຕ້ອງອອກໄປຂາຍ ແຮງງານຢູ່ຕ່າງປະເທດ. ເພີ່ມລາຍ ໄດ້ຄອບຄົວດ້ວຍການຫັນຈາກການ ສົ່ງອອກວັດຖຸດິບມາເປັນການປຸງ ແຕ່ງພາຍໃນ ຈະສ້າງມູນຄ່າເພີ່ມ ຊຶ່ງໝາຍເຖິງຜົນຕອບແທນ ແລະ ລາຍໄດ້ທີ່ສູງຂຶ້ນຂອງປະຊາຊົນ ແລະ ຜູ້ປະກອບການທ້ອງຖິ່ນ. ຍົກລະດັບຄຸນນະພາບຊີວິດ ແລະ ການບໍລິການສັງຄົມ ເພື່ອເຮັດ ໃຫ້ເສດຖະກິດມີຄວາມເຂັ້ມແຂງ ຈາກພາຍໃນ ຊຶ່ງຈະເປັນທຶນຮອນ ໃຫ້ລັດຖະບານສາມາດຈັດເກັບ ລາຍຮັບໄດ້ດີຂຶ້ນ ໂດຍລາຍຮັບ ເຫລົ່ານີ້ຈະຖືກຫັນມາລົງທຶນໃສ່ ພື້ນຖານໂຄງລ່າງ ໂດຍສະເພາະ ທາງຄົມມະນາຄົມ, ໄຟຟ້າ, ນ້ຳປະ ປາ ແລະ ລະບົບດີຈິຕອນທີ່ເຂົ້າເຖິງ ຊຸມຊົນຫ່າງໄກສອກຫລີກ, ຊ່ວຍ ໃຫ້ການຄ້າຂາຍ ແລະ ການໄປມາ ສະດວກສະບາຍຂຶ້ນ. ສາທາລະນະ ສຸກ ແລະ ການສຶກສາຈະຊ່ວຍ ໃຫ້ປະຊາຊົນເຂົ້າເຖິງການປິ່ນປົວ ແລະ ການສຶກສາທີ່ມີຄຸນນະພາບ ຫລາຍຂຶ້ນ. ແນວໃດກໍດີ, ມະຕິວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງໃນໄລຍະໃໝ່ (ສອຈ) ບໍ່ແມ່ນເລື່ອງໄກໂຕ, ແຕ່ມັນແມ່ນ ຄວາມຢູ່ດີກິນດີຂອງປະຊາຊົນລາວ ແຕ່ລະຄົນ. ການທີ່ປະເທດຊາດເຮົາ ມີເສດຖະກິດທີ່ຂະຫຍາຍຕົວໄດ້ຢ່າງ ໝັ້ນຄົງຈະເຮັດໃຫ້ຊີວິດການເປັນ ຢູ່ຂອງປະຊາຊົນມີຄວາມຜາສຸກ, ມີລາຍໄດ້ໝັ້ນຄົງ ແລະ ມີຄວາມ ພາກພູມໃຈໃນຜົນງານການຜະລິດ ຂອງຊາດລາວເຮົາເອງ. ນອກຈາກ ນີ້, ເສດຖະກິດຂອງຊາດຈະເຂັ້ມ ແຂງໄດ້, ຕ້ອງເລີ່ມຕົ້ນຈາກການທີ່ ປະຊາຊົນມີຄວາມເຂັ້ມແຂງທາງ ດ້ານເສດຖະກິດຄອບຄົວ. ຂປລ. ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ແມ່ນສາຍພົວ ພັນແບບພິເສດທີ່ມີຮາກຖານເລິກ ເຊິ່ງຈາກປະຫວັດສາດເກີດຈາກ ການຮ່ວມທຸກ, ຮ່ວມສູ້ຮົບໃນຂຸມ ຄອງອັນດຽວກັນ, ຮ່ວມເສຍສະລະ ແລະ ຮ່ວມໄຊຊະນະມານຳກັນ. ການນຳພັກ-ລັດສອງປະເທດ ຈຶ່ງ ຮ່ວມກັນພັດທະນາສາຍພົວພັນນີ້ ວ່າ: “ສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ” ຊຶ່ງເປັນສາຍ ພົວພັນ “ໜຶ່ງບໍ່ມີສອງ”. ທ່ານ ວັນນະສິນ ສິມມະວົງ ຜູ້ ອໍານວຍການໃຫຍ່ ສໍານັກຂ່າວ ສານປະເທດລາວ (KPL) ໃຫ້ ສຳພາດເນື່ອງໃນໂອກາດວັນ ສ້າງຕັ້ງສຳນັກຂ່າວສານຫວຽດ ນາມ (VNA) ຄົບຮອບ 81 ປີ (15 ກັນຍາ 1945-15 ກັນຍາ 2026) ໃນວັນທີ 15 ກັນຍາ 2026 ນີ້ວ່າ: ໃນນາມຄະນະ ພັກ, ຄະນະນໍາ ແລະ ພະນັກ ງານ-ລັດຖະກອນທົ່ວສໍານັກຂ່າວ ສານປະເທດລາວ ຂໍສົ່ງຄໍາອວຍ ພອນອັນອົບອຸ່ນ ແລະ ຈິງໃຈມາ ຍັງຄະນະນໍາ, ນັກຂ່າວ, ບັນນາທິ ການ ແລະ ບຸກຄະລາກອນຂອງ leoa d0j k;lkoxtgmf]k; 8u ]k7kl6 ',6 og-N vxt8y ;a f c]t zq o'ko 81 xu 0v'leoa d0j k;lkos;Pfok, ຂ່າວສານຫວຽດນາມ ທຸກສະຫາຍ ໃນໂອກາດອັນມີຄວາມໝາຍນີ້. ຕະຫລອດ 81 ປີຜ່ານມາ, ສຳນັກ ຂ່າວສານຫວຽດນາມ ບໍ່ພຽງແຕ່ ເປັນສຳນັກຂ່າວແຫ່ງຊາດ ທີ່ສະ ໜອງຂໍ້ມູນຂ່າວສານຢ່າງທັນການ ແລະ ໜ້າເຊື່ອຖືໃຫ້ແກ່ສັງຄົມແຕ່ ຍັງໄດ້ຢືນຄຽງຂ້າງປະເທດຊາດ ແລະ ປະຊາຊົນຫວຽດນາມ ຜ່ານ ທຸກໄລຍະສໍາຄັນຂອງການປະຕິ ວັດນັບແຕ່ການຕໍ່ສູ້ ເພື່ອເອກະ ລາດ, ການທ້ອນໂຮມປະເທດຊາດ ເປັນເອກະພາບຈົນເຖິງພາລະກິດ ແຫ່ງການສ້າງສາ ແລະ ພັດທະນາ ປະເທດຊາດ. ບັນດາຮຸ່ນນັກຂ່າວ ສຳນັກຂ່າວສານຫວຽດນາມ ໄດ້ ຢືນຢູ່ແນວໜ້າ, ເຄື່ອນໄຫວຢູ່ສະ ໜາມຮົບ, ບ່ອນທີ່ມີຄວາມລຳບາກ ແລະ ອັນຕະລາຍ ເພື່ອບັນທຶກເຫດ ການ ແລະ ຄວາມຈິງຂອງຍຸກສະ ໄໝ. ດັ່ງນັ້ນ, ຜົນງານຂອງພວກ ສະຫາຍເຫລົ່ານັ້ນຈຶ່ງບໍ່ແມ່ນພຽງ ຂ່າວສານ ຫລື ຮູບພາບໃນແຕ່ລະ ມື້ແຕ່ຍັງເປັນການບັນທຶກປະຫວັດ ສາດຂອງຊາດ. ໃນຍຸກແຫ່ງສັນຕິພາບສຳນັກ ຂ່າວສານຫວຽດນາມ ຍັງຄົງຮັກ ສາບົດບາດສໍາຄັນໃນການເປັນ ແຫລ່ງສະໜອງຂໍ້ມູນຂ່າວສານ ໃຫ້ແກ່ສື່ມວນຊົນ ແລະ ສັງຄົມ, ໂຄສະນາຜັນຂະຫຍາຍແນວທາງ ແລະ ນະໂຍບາຍຂອງພັກ, ລັດ, ຜົນງານການພັດທະນາປະເທດ ກໍຄື ສະຖານະການຂອງຫວຽດນາມ ສູ່ ສາກົນໄດ້ຮັບຊາບ. ມາຮອດຍຸກດີ ຈິຕອນ, ຂ່າວສານຫວຽດນາມ ຍັງ ສືບຕໍ່ປັບປຸງ ແລະ ຫັນປ່ຽນຕົນເອງ ໃຫ້ເປັນສຳນັກຂ່າວທີ່ທັນສະໄໝ ມີຄວາມຫລາກຫລາຍ, ຮັກສາ ບົດບາດເປັນແຫລ່ງຂ່າວຫລັກ ແລະ ແຫລ່ງຂ່າວຍຸດທະສາດທີ່ໜ້າ ເຊື່ອຖືຂອງພັກ ແລະ ລັດ, ພ້ອມ ທັງປັບປຸງ ແລະ ຫັນປ່ຽນສູ່ສຳນັກ ຂ່າວທີ່ທັນສະໄໝ, ຫລາກຫລາຍ ແລະ ສາມາດສື່ສານສູ່ສາກົນ. ໃນທັດສະນະຂອງສຳນັກຂ່າວ ສານປະເທດລາວ, ສິ່ງທີ່ໜ້າຊື່ນ ຊົມ ແລະ ສັນລະເສີນທີ່ສຸດ ກໍຄື ຂ່າວສານຫວຽດນາມ ບໍ່ໄດ້ຈຳກັດ ບົດບາດຂອງຕົນຢູ່ພາຍໃນປະເທດ ແຕ່ຍັງເປັນຂົວຕໍ່ສໍາຄັນໃນວຽກ ງານຂ່າວຕ່າງປະເທດ, ໃນນັ້ນ ສາຍພົວພັນລາວ-ຫວຽດນາມ ເປັນ ຂົງເຂດທີ່ VNA ໃຫ້ຄວາມສໍາຄັນ ມາໂດຍຕະຫລອດ. ສໍາລັບ KPL ແລ້ວ, 81 ປີຂອງ ຂ່າວສານຫວຽດນາມ ຈຶ່ງເປັນ 81 ປີຂອງການສະສົມບົດຮຽນ, ຄວາມເສຍສະລະ, ຄວາມມຸ່ງໝັ້ນ ແລະ ການປັບຕົວເຂົ້າສູ່ຍຸກສະໄໝ ທີ່ນັບມື້ມີການປ່ຽນແປງໄດ້ຢ່າງ ກົມກຽວ. ຂ້າພະເຈົ້າເຊື່ອວ່າ VNA ຈະສືບຕໍ່ຮັກສາມູນເຊື້ອອັນລໍ້າຄ່າ ນີ້, ພັດທະນາໃຫ້ທັນສະໄໝຍິ່ງຂຶ້ນ ແລະ ສືບຕໍ່ເປັນກໍາລັງຂ່າວສານສໍາ ຄັນໃນການສ້າງສາ ແລະ ພັດທະນາ ປະເທດຫວຽດນາມຕໍ່ໄປ. ສຳ ລັບອ ະ ນ າ ຄົດ , KP L ແລະ VNA ຈະໄດ້ສືບຕໍ່ທົບທວນ ແລະ ປະຕິບັດເນື້ອໃນຈິດໃຈຂອງ ອະນຸສັນຍາຮ່ວມມືທີ່ເຊັນກັນໄວ້ໃນ ປີກ່ອນ. ພ້ອມທັງຍົກລະດັບການ ຮ່ວມມືໃນ 5 ດ້ານສໍາຄັນຄື: ໜຶ່ງ, ຕ້ອງຮັກສາ ແລະ ເພີ່ມພູນການ ແລກປ່ຽນຂ່າວສານ ໂດຍສະເພາະ ຂ່າວທີ່ສະທ້ອນຜົນງານຂອງສອງ ປະເທດ, ສອງພັກ, ສອງລັດ ແລະ ສອງປະຊາຊົນ. ເພາະການໃຫ້ ຂ່າວສານທີ່ຖືກຕ້ອງ, ທັນການ ແລະ ຮອບດ້ານແມ່ນວິທີສຳຄັນໃນ ການໃຫ້ສັງຄົມສອງປະເທດສືບຕໍ່ ເຂົ້າໃຈເຊິ່ງກັນ ແລະ ກັນ. ສອງ, ຄວນຮ່ວມກັນຜະລິດບົດຄວາມ, ສາລະຄະດີ, ຮູບພາບ ແລະ ວິດີໂອ ພິເສດກ່ຽວກັບມູນເຊື້ອມິດຕະພາບ ແລະ ຄວາມສາມັກຄີພິເສດລາວຫວຽດນາມ ເພື່ອບອກເລົ່າຈາກ ຄວາມຊົງຈຳຂອງຄົນຮຸ່ນກ່ອນ ໄປສູ່ຄົນຮຸ່ນໃໝ່. ເພາະມູນເຊື້ອທີ່ ດີຈະຍືນຍົງໄດ້ກໍຕ້ອງມີການບັນ ທຶກ ແລະ ບອກເລົ່າຢ່າງຕໍ່ເນື່ອງ. ສາມ, ຄວນຍົກລະດັບການຮ່ວມມື ດ້ານວິຊາຊີບ ໂດຍສະເພາະການ ຝຶກອົບຮົມນັກຂ່າວ, ຊ່າງພາບ, ຊ່າງວິດີໂອ, ບັນນາທິການ ແລະ ພະນັກງານເຕັກນິກໃຫ້ກ້າວທັນກັບ ການປ່ຽນແປງຂອງວົງການສື່ໃນ ຍຸກດີຈິຕອນ ໂດຍສະເພາະ AI, ສື່ ຫລາຍແພລດຟອມ, ວິທີກວດສອບ ຂ່າວ ແລະ ການຕ້ານຂ່າວປອມ. ນີ້ ສອດຄ່ອງກັບທິດທາງການຮ່ວມມື ສື່ລາວ-ຫວຽດນາມ ໃນປັດຈຸບັນທີ່ ໄດ້ເລີ່ມເນັ້ນເຕັກໂນໂລຊີ, AI ແລະ ວາລະສານດີຈິຕອນແລ້ວ. ສີ່, ຄວນ ສືບຕໍ່ຮັກສາກົນໄກການພົບປະ, ຢ້ຽມຢາມ ແລະ ແລກປ່ຽນຄະນະ ນຳ ແລະ ພະນັກງານວິຊາຊີບຂອງ ສອງສຳນັກຂ່າວ. ການທີ່ສອງ ຝ່າຍຫາກໍໄດ້ທົບທວນອະນຸສັນຍາ 2022-2025 ແລະ ກໍານົດກອບ ຮ່ວມມືໃໝ່ 2026-2030 ແມ່ນ ພື້ນຖານສໍາຄັນຫລາຍສໍາລັບການ ຍົກລະດັບສາຍພົວພັນໃນໄລຍະ ໃໝ່. ຫ້າ, ຂ້າພະເຈົ້າເຫັນວ່າໃນ ຖານະສຳນັກຂ່າວແຫ່ງຊາດຂອງ ສອງປະເທດ, KPL ແລະ VNA ຕ້ອງສືບຕໍ່ຢືນຄຽງຂ້າງກັນ, ຊ່ວຍ ກັນສະໜອງຂໍ້ມູນຂ່າວສານທີ່ຖືກ ຕ້ອງ, ສ້າງຄວາມເຂົ້າໃຈອັນດີ ແລະ ຕ້ານຂ່າວສານທີ່ບິດເບືອນ ຫລື ຂໍ້ມູນປອມທີ່ອາດສົ່ງຜົນກະທົບ ຕໍ່ມິດຕະພາບ ແລະ ຄວາມໄວ້ເນື້ອ ເຊື່ອໃຈລະຫວ່າງສອງພັກ-ລັດ ແລະ ປະເທດຊາດ. ທ່ານ ວັນນະສິນ ສິມມະວົງ ກ່າວ ຕື່ມວ່າ: ການຮ່ວມມື KPL-VNA ບໍ່ແມ່ນການເລີ່ມຕົ້ນຈາກມື້ນີ້ ແລະ ກໍບໍ່ຄວນຈົບລົງຢູ່ທີ່ອະນຸສັນຍາ ສະບັບໃດສະບັບໜຶ່ງ, ແຕ່ເປັນມູນ ເຊື້ອສາຍພົວພັນທີ່ສືບຕໍ່ມາຈາກ ຮຸ່ນສູ່ຮຸ່ນ, ຈາກຄົນຮຸ່ນກ່ອນສູ່ຄົນ ຮຸ່ນໃໝ່ ແລະ ຈາກສະໄໝສົງຄາມ ຕໍ່ສູ້ກູ້ຊາດສູ່ຍຸກສັນຕິພາບ, ການ ສ້າງສາພັດທະນາປະເທດຊາດ ແລະ ດີຈິຕອນ. ຂ້າພະເຈົ້າເຊື່ອ ວ່າດ້ວຍມູນເຊື້ອອັນເລິກເຊິ່ງນີ້, KPL ແລະ VNA ຈະສືບຕໍ່ຈັບມື ກັນ, ຢືນຄຽງບ່າຄຽງໄຫລ່ກັນ, ຮ່ວມກັນບອກເລົ່າເລື່ອງລາວຂອງ ມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ລາວ-ຫວຽດນາມ ໃຫ້ ໂລກໄດ້ຮັບຮູ້ຫລາຍຂຶ້ນ ເພື່ອໃຫ້ ສາຍພົວພັນ “ໜຶ່ງບໍ່ມີສອງ” ນີ້ສືບຕໍ່ ຍືນຍົງ ແລະ ຮັດແໜ້ນຍິ່ງໆຂຶ້ນຕໍ່ໄປ. ຂໍອວຍພອນໃຫ້ສາຍພົວມິດຕະ ພາບ ແລະ ການຮ່ວມມືລະຫວ່າງ KPL-VNA ນັບມື້ແຕກດອກ ອອກຜົນ, ຈະເລີນງອກງາມ ແລະ ພ້ອມກັນກ້າວຂຶ້ນເປັນສໍານັກຂ່າວ ທາງການທີ່ພັກ-ລັດໄວ້ເນື້ອເຊື່ອໃຈ, ປະຊາຊົນເຊື່ອໝັ້ນ ແລະ ສາກົນໃຫ້ ການຍອມຮັບ.
RkJQdWJsaXNoZXIy MTc3MTYxMQ==