7365

@ 0j k; c]t gsfdko j 16/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ສຳເລັດກອງປະຊຸມ...ັຸ ທົບທວນສົນທິສັນຍາ...ົົິັ ຜ່ານຮ່າງມະຕິ...່່ິ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ, ທັງ ເປັນປະທານຄະນະກຳມະການຄຸ້ມ ຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໂດຍມີຄະນະຜູ້ແທນຈາກບັນດາປະ ເທດລັດພາຄີ, ອົງການຈັດຕັ້ງສາ ກົນ, ບັນດາປະເທດຜູ້ສັງເກດການ, ພ້ອມດ້ວຍຄະນະຜູ້ແທນ ຈາກວົງ ຄະນາຍາດສາກົນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນຈຸດປະສົງ ແລະລະດັບຄາດໝາຍຂອງກອງປະ ຊຸມທົບທວນສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ແນໃສ່ກວດກາຄືນ ຄວາມຄືບໜ້າຜ່ານມາ ແລະ ກຳນົດ ທິດທາງໃນການຮ່ວມມືໃນອະນາ ຄົດ ເປັນຕົ້ນ ແມ່ນໄດ້ຮຽກຮ້ອງໃຫ້ ປະເທດສະມາຊິກກໍຄືວົງຄະນະຍາດ ສາກົນ ເອົາໃຈໃສ່ປະຕິບັດສົນທິສັນ ຍາດັ່ງກ່າວໃຫ້ເກີດຜົນເປັນຈິງ, ເພີ່ມ ທະວີຄວາມສາມັກຄີ, ຖືເອົາປະຊາ ຊົນ ແລະ ຜູ້ລອດຊີວິດເປັນໃຈກາງ, ຫລີກລ່ຽງການສ້າງພາລະເພີ່ມແກ່ ປະເທດທີ່ໄດ້ຮັບຜົນກະທົບ, ເລັ່ງລັດ ຈັດຕັ້ງປະຕິບັດສົນທິສັນຍາ, ເພີ່ມ ທະວີການບຸກເບີກພື້ນທີ່, ໃຫ້ການ ສຶກສາກ່ຽວກັບຄວາມສ່ຽງດ້ານ ລະເບີດ, ຊ່ວຍເຫລືອຜູ້ປະສົບ ເຄາະຮ້າຍ, ຊຸກຍູ້ການເຂົ້າຮ່ວມ ເປັນພາຄີທົ່ວໂລກ, ເພີ່ມທະວີການ ຮ່ວມມື ແລະ ລະດົມທຶນຮອນຈາກ ສາກົນ. ໃນກອງປະຊຸມລະດັບສູງນີ້, ທ່ານ ນາງ ອາມິດາ ອາລິສຈາ ບານາ ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ເລຂາ ບໍລິຫານຄະນະກຳມະການເສດຖະ ກິດ-ສັງຄົມ ສປຊ ປະຈຳພາກພື້ນ ອາຊີ-ປາຊີຟິກ (UN ESCAP), ທ່ານ ຢືກ ເລົາເບີ ຮອງປະທານ ຄະນະກຳມະການກາແດງສາກົນ (ICRC) ແລະ ຜູ້ຕາງໜ້າຈາກ ເຄືອຂ່າຍເພື່ອການເກືອດຫ້າມລະ ເບີດລູກຫວ່ານ (CMC) ໄດ້ຜັດ ປ່ຽນກັນຂຶ້ນກ່າວຄຳເຫັນ ກ່ຽວກັບ ການຈັດຕັ້ງປະຕິບັດສົນທິສັນຍາ ແລະຄວາມຄາດຫວັງຕໍ່ກອງປະຊຸມ ທົບທວນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນ ເຖິງການສະໜັບສະໜູນອັນສະເໝີ ຕົ້ນສະເໝີປາຍ ຈາກອົງການສາ ກົນ ຕໍ່ຂະບວນການຂອງສົນທິສັນ ຍາ, ພ້ອມທັງຊົມເຊີຍຄວາມພະຍາ ຍາມຂອງ ສປປ ລາວ ຕະຫລອດ 16 ປີທີ່ຜ່ານມາ ນັບແຕ່ການເປັນ ເຈົ້າພາບກອງປະຊຸມລັດພາຄີຄັ້ງ ທີ 1 ໃນປີ 2010 ຈາກເປັນປະເທດ ຜູ້ເຄາະຮ້າຍ ກາຍເປັນປະເທດທີ່ ນຳພາການຈັດຕັ້ງປະຕິບັດສົນທິ ສັນຍາດັ່ງກ່າວຢ່າງຕັ້ງໜ້າ. ໃນໂອກາດ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ໄດ້ຕາງໜ້າ ຄະນະຜູ້ແທນ ສປປ ລາວ ຂຶ້ນມີຄໍາ ເຫັນ ໂດຍຢໍ້າຄືນເຖິງຜົນກະທົບ ຂອງລະເບີດບໍ່ທັນແຕກ ຢູ່ ສປປ ລາວ ຍັງສືບຕໍ່ເປັນໄພອັນຕະລາຍ ຕໍ່ຊີວິດ ແລະ ເປັນອຸປະສັກຕໍ່ການ ພັດທະນາເສດຖະກິດ-ສັງຄົມ ນັບ ແຕ່ອະດີດຈົນເຖິງປັດຈຸບັນ ຊຶ່ງລັດ ຖະບານ ແຫ່ງ ສປປ ລາວ ໄດ້ກໍານົດ ເອົາການແກ້ໄຂບັນຫາລະເບີດບໍ່ ທັນແຕກທີ່ຕົກຄ້າງ ເປັນບຸລິມະສິດ ໃນຍຸດທະສາດໄລຍະຍາວ ແລະ ຮັບ ຮອງເອົາເປົ້າໝາຍການພັດທະນາ ທີ່ຍືນຍົງແຫ່ງຊາດທີ 18 “ຊີວິດ ປອດໄພຈາກລະເບີດບໍ່ທັນແຕກ”. ພ້ອມທັງຍົກໃຫ້ເຫັນສິ່ງທ້າທາຍ ດ້ານງົບປະມານທີ່ສົ່ງຜົນກະທົບ ຕໍ່ການເກັບກູ້ລະເບີດບໍ່ທັນແຕກທີ່ ຕົກຄ້າງຢ່າງຫລີກລ່ຽງບໍ່ໄດ້, ຈຶ່ງ ຮຽກຮ້ອງໃຫ້ມີການຊ່ວຍເຫລືອ ແລະ ຄວາມຮ່ວມມືຈາກສາກົນ ຢ່າງຕໍ່ເນື່ອງ, ຢໍ້າຄືນຄວາມໝາຍ ໝັ້ນຮ່ວມກັນ ແລະ ເປົ້າໝາຍທີ່ສຳ ຄັນໃນກອງປະຊຸມຄັ້ງນີ້ ກໍເພື່ອຮັບ ຮອງເອົາແຜນປະຕິບັດງານນະ ຄອນຫລວງວຽງຈັນ ປີ 20272031 ເພື່ອເປັນທິດທາງໃນການ ຮ່ວມມືກັນແກ້ໄຂບັນຫາລະເບີດລູກ ຫວ່ານໃນ 5 ປີຂ້າງໜ້າ. ພ້ອມນີ້ ທ່ານ ລີ ທຸດ ລັດຖະມົນຕີ ອາວຸໂສ, ຮອງປະທານຜູ້ທີ່ໜຶ່ງ ຂອງຄະນະກຳມະການແກ້ໄຂບັນ ຫາລະເບີດຕົກຄ້າງ ແລະ ການຊ່ວຍ ເຫລືອຜູ້ຖືກເຄາະຮ້າຍ ລາຊະອາ ນາຈັກກຳປູເຈຍ, ທ່ານ ເບັນດິໂຕ ດອສ ຊານໂຕສ ຟີອິດຕ້າ ລັດຖະ ມົນຕີກະຊວງການຕ່າງປະເທດ ຕີມໍ ແລັດສະເຕ, ທ່ານ ນາງ ຫງວຽນ ວາງ ເວິນ ຮອງລັດຖະມົນຕີກະ ຊວງການຕ່າງປະເທດຫວຽດນາມ ແລະ ທ່ານ ຊາລຸນ ຈະເລີນສຸວັນ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ລາຊະອານາຈັກໄທ ໄດ້ຜັດ ປ່ຽນກັນຂຶ້ນມີຄຳເຫັນ ໂດຍໄດ້ສະ ແດງຄວາມມຸ່ງໝັ້ນຕໍ່ສົນທິສັນຍາ, ຍົກຜົນງານ ແລະ ຄວາມສຳຄັນ ຂອງການຮ່ວມມືພາກພື້ນ ແລະ ສາ ກົນເພື່ອຮັບປະກັນການປະຕິບັດສົນ ທິສັນຍາໃຫ້ເກີດຜົນເປັນຈິງ. ໃນຕອນແລງຂອງວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ເປັນເຈົ້າພາບຈັດງານ ລ້ຽງອາຫານຄໍ່າ ເພື່ອຕ້ອນຮັບບັນ ດາຄະນະຜູ້ແທນທີ່ເຂົ້າຮ່ວມກອງ ປະຊຸມໃນຄັ້ງນີ້ ຊຶ່ງເປັນໂອກາດອັນ ດີ ໃຫ້ບັນດາຜູ້ແທນໄດ້ພົບປະສົນທະ ນາ ແລກປ່ຽນຄວາມຄິດເຫັນໃນບັນ ຍາກາດບໍ່ເປັນທາງການ, ພ້ອມກັນ ນັ້ນກໍໄດ້ຮັບຊົມການສະແດງສິລະ ປະ ແລະ ວັດທະນະທຳອັນເປັນເອ ກະລັກຂອງ ສປປ ລາວ ອີກດ້ວຍ. ກອງປະຊຸມ 3RC-CCM ຈະ ດຳເນີນໄປຈົນຮອດວັນທີ 18 ກັນ ຍາ 2026 ຜູ້ເຂົ້າຮ່ວມ ຈະໄດ້ຮ່ວມ ກັນເຈລະຈາ ແລະ ຮັບຮອງເອົາເອ ກະສານສຳຄັນ 3 ສະບັບ ຄື: ເອກະ ສານທົບທວນການຈັດຕັ້ງປະຕິບັດ ສົນທິສັນຍາ, ແຜນປະຕິບັດງານ ນະຄອນຫລວງວຽງຈັນ 20272031 (Vientiane Capital Action Plan 2027-2031) ແລະ ຖະແຫລງການການເມືອງ (Political Declaration) ທີ່ຈະ ກໍານົດທິດທາງ ແລະ ບຸລິມະສິດ ຂອງສົນທິສັນຍາ CCM ໃນໄລຍະ 5 ປີຕໍ່ໜ້າ. ກອງປະຊຸມທົບທວນຄັ້ງ ນີ້ ແມ່ນການສືບຕໍ່ບາດກ້າວສຳຄັນ ໜຶ່ງ ໃນຄວາມພະຍາຍາມຮ່ວມກັນ ຂອງປະຊາຄົມໂລກ ເພື່ອສ້າງໂລກ ທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດ ລູກຫວ່ານຢ່າງແທ້ຈິງ. ທ່ານ ອານຸພາບ ວົງໜໍ່ແກ້ວ (ຜູ້ທີ 2 ນັບຈາກຊ້າຍຫາຂວາ ແຖວໜ້າ) ສະໄໝທີ IX ໂດຍໄດ້ຕີລາຄາຢ່າງ ພາວະວິໄສ ຕໍ່ຜົນງານການເຄື່ອນ ໄຫວວຽກງານຈັດຕັ້ງ ແລະ ການ ປົກຄອງ ໄລຍະ 5 ປີ ຜ່ານມາ; ໄດ້ ຄົ້ນຄວ້າປຶກສາຫາລື ແລະ ເປັນເອ ກະສັນກັນຮັບຮອງເອົາບັນດາທິດ ທາງ,ໜ້າທີ່ຈຸດສຸມວຽກງານຈັດຕັ້ງ ແລະ ການປົກຄອງ ໃນໄລຍະ 5 ປີຕໍ່ ໜ້າ; ແຜນພັດທະນາວຽກງານຈັດ ຕັ້ງ ແລະ ການປົກຄອງ (20262030) ໃນ 8 ແຜນງານ, 37 ໂຄງ ການ ແລະ 9 ແຜນງານ, 46 ໂຄງການ, ໄດ້ຮັບຮອງເອົາບົດສໍາ ຫລວດການນໍາພາລວມຂອງຄະ ນະພັກ ຄະນະຈັດຕັ້ງສູນກາງພັກ ຊຸດທີ IX ໂດຍໄດ້ຕີລາຄາສູງຕໍ່ ຄວາມພະຍາຍາມ ໃນການນໍາພາຊີ້ນໍາຈັດຕັ້ງປະຕິບັດໜ້າທີ່ການ ເມືອງຂອງຄະນະພັກຊຸດເກົ່າ ມີຜົນ ສໍາເລັດທີ່ຕັ້ງໜ້າຫລາຍປະການ. ກອງປະຊຸມໄດ້ຮັບຟັງການປະ ກອບຄໍາເຫັນກ່ຽວກັບການປັບປຸງ ກົງຈັກການຈັດຕັ້ງຢູ່ພາຍໃນຄະນະ ຈັດຕັ້ງສູນກາງພັກ; ບົດບາດເປັນ ເສນາທິການໃຫ້ແກ່ຄະນະບໍລິຫານ ງານສູນກາງພັກ, ກົມການເມືອງ ສູນກາງພັກ, ຄະນະເລຂາທິການ ສູນກາງພັກແລະ ລັດກ່ຽວກັບວຽກ ງານກໍ່ສ້າງພັກ, ພະນັກງານ, ລັດຖະ ກອນ-ພະລາກອນ, ກົງຈັກການຈັດ ຕັ້ງ, ການປົກຄອງ ແລະ ວຽກງານ ແຂ່ງຂັນ-ຍ້ອງຍໍ ໃນຂອບເຂດທົ່ວ ປະເທດ ຊຶ່ງບົດປະກອບຄຳເຫັນ ດັ່ງກ່າວ ລ້ວນແຕ່ສະແດງໃຫ້ເຫັນ ເຖິງຄວາມເປັນເອກະພາບ ຕໍ່ບົດ ລາຍງານການເມືອງ, ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານ ຮອບດ້ານຂອງຄະນະພັກ. ກອງປະຊຸມທີ່ມີຄວາມໝາຍສໍາ ຄັນນີ້, ໄດ້ດໍາເນີນການປ່ອນບັດ ເລືອກຕັ້ງເອົາຄະນະບໍລິຫານງານ ພັກ ຄະນະຈັດຕັ້ງສູນກາງພັກ ຊຸດ ໃໝ່ ຈໍານວນ 15 ສະຫາຍ, ຍິງ 2 ສະຫາຍ (ຈາກຜູ້ສະໝັກ 18 ສະຫາຍ, ຍິງ 3 ສະຫາຍ). ກອງ ປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອ ກະສັນກັນເລືອກເອົາຄະນະປະຈໍາ ພັກ 5 ສະຫາຍ ຄື: ສະຫາຍ ນາງ ສີໃສ ລືເດດມູນສອນ, ສະຫາຍ ວິໄລວັນ ບຸດດາຄຳ, ສະຫາຍ ດອນ ໄພວົງ, ສະຫາຍ ວັນນະ ບຸບຜາ ແລະ ສະຫາຍ ພອນສະຫວັນ ໄຊຊະນະ. ໃນນັ້ນ, ໄດ້ເລືອກເອົາ ສະຫາຍ ນາງ ສີໃສ ລືເດດມູນສອນ ສືບຕໍ່ເປັນເລຂາຄະນະບໍລິຫານ ງານພັກ ຄະນະຈັດຕັ້ງສູນກາງພັກ ສະໄໝທີ X, ສະຫາຍ ວິໄລວັນ ບຸດດາຄຳ ເປັນຮອງເລຂາ, ສະ ຫາຍ ພອນສະຫວັນ ໄຊຊະນະ ເປັນ ປະທານກວດກາພັກ, ເລືອກເອົາ ສະຫາຍ ຄຳກອງ ລາວລີ ແລະ ສະຫາຍ ນາງ ຂັນຄໍາ ແສງປະທຸມ ມາ ເປັນຮອງປະທານກວດກາພັກ. ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການ ກົມການເມືອງສູນກາງພັກ, ຜູ້ປະ ຈໍາການຄະນະເລຂາທິການສູນ ກາງພັກ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຜົນງານ ແລະ ຜົນສໍາເລັດ ທີ່ຄະນະຈັດຕັ້ງສູນກາງພັກຍາດ ມາໄດ້ໃນໄລຍະຜ່ານມາ, ພ້ອມທັງ ໄດ້ເນັ້ນບາງບັນຫາຄື: ຄະນະພັກ, ຄະນະຈັດຕັ້ງສູນກາງພັກ ຕ້ອງຍົກ ສູງຄວາມຮັບຜິດຊອບການເມືອງ ຂອງຕົນ, ເປັນເຈົ້າການນໍາພາສຶກ ສາອົບຮົມການເມືອງ, ນໍາພາແນວ ຄິດ ໃຫ້ສະມາຊິກພັກ ແລະ ພະນັກ ງານ-ລັດຖະກອນ ທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ, ເຊື່ອມຊຶມ, ກຳແໜ້ນມະຕິກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ, ໂຄງການການເມືອງສະບັບທີ່ ສາມຂອງພັກ, ກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XII ກໍຄືບັນດາມະຕິຂອງສູນກາງ ພັກ ໃຫ້ເລິກເຊິ່ງ, ຍຶດໝັ້ນທັດສະ ນະພື້ນຖານຂອງພັກ ກ່ຽວກັບສ້າງ ການຫັນປ່ຽນໃໝ່ດ້ານຈິນຕະນາ ການ, ຍົກລະດັບຄຸນນະພາບວຽກ ງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ເຮັດໃຫ້ຖັນແຖວ ການນຳຂັ້ນຍຸດທະສາດ, ພະນັກ ງານຫລັກແຫລ່ງແຕ່ລະຂັ້ນໄດ້ ຮັບການປະກອບຄວາມຮູ້ ລັດທິ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ບົດຮຽນຂອງປະເທດ ເພື່ອນມິດຍຸດທະສາດ ເພື່ອສ້າງ ພື້ນຖານທິດສະດີ ແລະ ທັກສະໃນ ການວິເຄາະ, ໄຈ້ແຍກບັນຫາໃໝ່ໆ ທີ່ເລັ່ງທວງໃຫ້ມີການແກ້ໄຂຢ່າງ ຖືກຕ້ອງໃນແຕ່ລະໄລຍະ; ສືບຕໍ່ ເພີ່ມທະວີວຽກງານກໍ່ສ້າງພັກໃຫ້ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ພາຍໃນອົງຄະນະພັກ ຄະນະຈັດຕັ້ງ ສູນກາງພັກ ຄວບຄູ່ກັບການປະຕິ ບັດໜ້າທີ່ການເມືອງ ກໍຄື ສິດ, ໜ້າ ທີ່ຂອງຄະນະຈັດຕັ້ງສູນກາງພັກ; ຕິດຕາມ ຊຸກຍູ້ຄະນະພັກກະຊວງອົງການ, ນະຄອນຫລວງ ແລະ ບັນ ດາແຂວງ ເພື່ອຍົກສູງຄວາມຮັບຜິດ ຊອບ ແລະ ຖືສໍາຄັນການກໍ່ສ້າງພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍ ຍຶດໝັ້ນແລະປະຕິບັດຢ່າງຖືກຕ້ອງເຂັ້ມງວດຕາມ 5 ຫລັກການ ແລະ 3 ທິດນໍາ ໃນການກໍ່ສ້າງ ແລະ ປັບ ປຸງພັກ; ຄຸ້ມຄອງ, ຕີລາຄາຄຸນນະ ພາບຂອງການຈັດຕັ້ງພັກ ແລະ ສະ ມາຊິກພັກເປັນປົກກະຕິ, ປະຕິບັດ ການຍ້ອງຍໍສະມາຊິກພັກຜູ້ທີ່ດີ ເດັ່ນ, ດໍາເນີນມາດຕະການທາງ ດ້ານວິໄນຕໍ່ຜູ້ທີ່ລະເມີດກົດລະບຽບ ພັກ, ກົດໝາຍ ແລະ ລະບຽບການ ຕ່າງໆຂອງລັດຢ່າງເຂັ້ມງວດ ແລະ ເດັດຂາດ ເພື່ອສະກັດກັ້ນປະກົດ ການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນຖັນແຖວ ສະມາຊິກພັກ, ພະນັກງານ-ລັດຖະ ກອນ; ຄົ້ນຄວ້າຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ເນື້ອໃນກອງ ປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ທີ່ຫາກໍສໍາເລັດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນ ແຜນງານ, ໂຄງການ, ມະຕິ, ຄໍາສັ່ງ, ກົນໄກ, ລະບອບລະບຽບການລະ ອຽດ ຂອງຄະນະຈັດຕັ້ງໂດຍໄວ; ຕ້ອງຮີບຮ້ອນແບ່ງໜ້າທີ່ຄວາມ ຮັບຜິດຊອບໃຫ້ແຕ່ລະສະຫາຍໃຫ້ ຈະແຈ້ງ, ພ້ອມທັງຍົກສູງຄວາມ ຮັບຜິດຊອບທາງການເມືອງ ແລະ ຄວາມເປັນແບບຢ່າງນໍາໜ້າຂອງ ຕົນໃຫ້ສູງກວ່າເກົ່າ; ສືບຕໍ່ປັບປຸງ ແບບແຜນການນໍາພາ ແລະ ວິທີເຮັດ ວຽກຂອງຄະນະພັກ ໃຫ້ຖືກຕ້ອງ ແລະ ມີປະສິດທິພາບສູງ, ຕ້ອງເຄົາ ລົບ, ຍຶດໝັ້ນ ແລະ ປະຕິບັດຫລັກ ການລວມສູນປະຊາທິປະໄຕຂອງ ພັກ, ຄົ້ນຄວ້າຕົກລົງບັນຫາສໍາຄັນ ຕ່າງໆເປັນໝູ່ຄະນະ, ແບ່ງວຽກໃຫ້ ບຸກຄົນຮັບຜິດຊອບ, ມີການຕິດ ຕາມ, ກວດກາ, ຊຸກຍູ້ການປະຕິບັດ ວຽກງານຕົວຈິງ ຢູ່ໜ່ວຍພັກຮາກ ຖານຕ່າງໆ; ປະຕິບັດລະບອບປະ ຊຸມ, ລະບອບຕິຊົມຕົນເອງ ແລະ ຕິຊົມກັນເປັນປົກກະຕິຕາມກົດລະ ບຽບພັກກໍານົດໄວ້, ມີການສະຫລຸບ ລາຍງານ, ຂໍການຊີ້ນໍາຈາກຂັ້ນ ເທິງ ແລະ ແຈ້ງຂ່າວໃຫ້ຂັ້ນລຸ່ມເປັນ ປົກກະຕິ. ໃນຖານະເປັນຜູ້ນໍາພາປະຕິບັດ ພາລະບົດບາດເປັນເສນາທິການ ກ່ຽວກັບວຽກງານກໍ່ສ້າງພັກ-ພະ ນັກງານ, ວຽກງານປັບປຸງກົງຈັກ ການຈັດຕັ້ງ ກໍຄື ວຽກງານປົກຄອງ ໃຫ້ເປັນລະບົບຄົບຊຸດ ເປັນຕົ້ນການ ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ການກຳນົດຕຳແໜ່ງ ງານ; ການບໍລິການຜ່ານປະຕູດຽວ; ປັບປຸງກົນໄກບໍລິຫານ, ການຄຸ້ມ ຄອງລັດໃຫ້ທັນສະໄໝ, ເປັນດີຈິ ຕອນ ແລະ ນຳໃຊ້ປັນຍາປະດິດ (AI); ການຄຸ້ມຄອງ ແລະ ແກ້ໄຂ ວຽກງານເຂດແດນເຊື່ອມຕໍ່; ສຸມ ໃສ່ການສ້າງຕາແສງ ໃຫ້ສໍາເລັດ ແລະ ສາມາດເຄື່ອນໄຫວໄດ້ຕາມ ພາລະບົດບາດຢ່າງເຕັມສ່ວນ; ປັບ ປຸງບ້ານໃຫ້ກາຍເປັນການຈັດຕັ້ງ ຊຸມຊົນ ໃນຂອບເຂດທົ່ວປະເທດ ໃຫ້ມີຜົນສໍາເລັດເທື່ອລະກ້າວ. ສະ ນັ້ນ ຄະນະພັກ ຕ້ອງກຳແໜ້ນວຽກ ງານຕົ້ນຕໍດັ່ງກ່າວ ເພື່ອເປັນໃຈກາງ ນໍາພາປະຕິບັດໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ, ຕ້ອງມີຄວາມ ເຂັ້ມງວດແທ້, ເດັດຂາດນໍາກັນແທ້. ບັນຫາໜຶ່ງອີກ, ກໍຕ້ອງກໍາພະນັກ ງານຂອງຕົນໃຫ້ແໜ້ນ, ນຳໃຊ້ໃຫ້ ຖືກ, ຜູ້ທີ່ເຮັດດີ ມີຜົນງານກໍຕ້ອງ ໄດ້ຮັບການຍ້ອງຍໍສັນລະເສີນ ແລະ ສົ່ງເສີມໃຫ້ມີຄວາມກ້າວໜ້າ, ຜູ້ທີ່ ລ່ວງລະເມີດກົດລະບຽບຂອງພັກ, ກົດໝາຍຂອງລັດຕ້ອງໄດ້ລົງວິໄນ ຢ່າງເຄັ່ງຄັດແທ້, ເຮັດໄດ້ແນວນີ້ ແມ່ນເປັນການປັບປຸງ ພາຍໃນພັກລັດເຮົາໃຫ້ມີຄວາມໜັກແໜ້ນ, ເຂັ້ມ ແຂງ, ປອດໄສ ແລະ ຂາວສະອາດ, ສ້າງໄດ້ຄວາມເຊື່ອໝັ້ນແລະສັດທາ ຂອງປະຊາຊົນຕໍ່ບົດບາດການນໍາ ພາຂອງພັກ ແລະ ການຄຸ້ມຄອງ ບໍລິຫານລັດຕາມກົດໝາຍ; ບັນດາ ສະຫາຍຄະນະພັກຊຸດໃໝ່ ທີ່ໄດ້ຮັບ ການເລືອກຕັ້ງຈາກກອງປະຊຸມ ໃຫຍ່ຄັ້ງນີ້ ຕ້ອງສືບຕໍ່ນຳພາ-ຊີ້ນຳ ວຽກງານຮອບດ້ານຕະຫລອດໄລ ຍະ 5 ປີຕໍ່ໜ້າ, ເສີມຂະຫຍາຍມູນ ເຊື້ອທີ່ດີ ທີ່ຄະນະພັກຊຸດຜ່ານມາໄດ້ ສ້າງໄວ້, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ໃຫ້ຕົກໄປ; ເອົາໃຈໃສ່ ແລະ ຍົກ ສູງຄວາມຮັບຜິດຊອບການເມືອງ ທີ່ໄດ້ຮັບມອບໝາຍ, ເປັນໃຈກາງ ເຕົ້າໂຮມຄວາມສາມັກຄີຢູ່ພາຍໃນ ໃຫ້ເປັນປຶກແຜ່ນ, ປະຕິບັດຫລັກ ການນໍາພາຂອງພັກ ຢ່າງເຂັ້ມ ງວດ, ປຸກລະດົມກຳລັງແຮງໃນທົ່ວ ອົງຄະນະພັກ ເພື່ອພ້ອມກັນປະຕິບັດ ໜ້າທີ່ວຽກງານໃຫ້ມີຜົນສຳເລັດ. ຂ່າວ: ພິດສະໄໝ ວິໄລຮັກ; ພາບ: ຄຈສພ ກອງປະຊຸມໃນຄັ້ງນີ້, ແນໃສ່ ເພື່ອສ້າງຄວາມເຂົ້າໃຈຮ່ວມກັນ ຕໍ່ຮ່າງມະຕິ, ເປີດກວ້າງລະດົມ ແນວຄວາມຄິດ ແລະ ຂໍ້ສະເໜີຈາກ ບັນດາພາກສ່ວນຕ່າງໆ ເພື່ອນໍາ ມາປັບປຸງໃຫ້ຮ່າງມະຕິດັ່ງກ່າວ ມີ ເນື້ອໃນຄົບຖ້ວນສົມບູນ, ພ້ອມ ທັງກຳນົດແນວທາງ ແລະ ມາດ ຕະການບຸກທະລຸ ໃນການນໍາໃຊ້ ວິທະຍາສາດ, ເຕັກໂນໂລຊີ, ນະ ວັດຕະກຳ ແລະ ດີຈິຕອນ ໃຫ້ເປັນ ກຳລັງສໍາຄັນໃນການຂັບເຄື່ອນ ແລະ ສ້າງການພັດທະນາປະເທດ ໃຫ້ກ້າວໜ້າຢ່າງຍືນຍົງ. ກອງ ປະຊຸມໄດ້ເນັ້ນເຖິງບົດບາດຂອງ ວິທະຍາສາດ, ເຕັກໂນໂລຊີ, ນະວັດ ຕະກຳ ແລະ ດີຈິຕອນ ຕ້ອງເປັນ ຂອດບຸກທະລຸ ແລະ ແຮງຂັບເຄື່ອນ ຕົ້ນຕໍຂອງການພັດທະນາ, ຄຽງຄູ່ ກັບການປັບປຸງກົນໄກ-ນະໂຍບາຍ, ເພີ່ມການລົງທຶນ, ພັດທະນາພື້ນ ຖານໂຄງລ່າງ ແລະ ຊັບພະຍາກອນ ມະນຸດ, ຊຸກຍູ້ການຫັນເປັນດີຈິຕອນ ຢ່າງຮອບດ້ານ ທັງລັດຖະບານດີຈິ ຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ, ພ້ອມທັງສົ່ງເສີມ ພາກວິສາຫະກິດໃຫ້ມີສ່ວນຮ່ວມ ໃນການຄົ້ນຄວ້າ, ປະດິດສ້າງ ແລະ ນໍາໃຊ້ເຕັກໂນໂລຊີສະໄໝໃໝ່ ໂດຍ ສະເພາະ ປັນຍາປະດິດ (AI). ພ້ອມກັນນັ້ນ, ຍັງຍົກໃຫ້ເຫັນວ່າ ຮ່າງມະຕິ ໄດ້ກຳນົດເປົ້າໝາຍເປັນ 3 ໄລຍະ ຄື: ຮອດປີ 2030 ວາງ ຮາກຖານໃຫ້ໜັກແໜ້ນ, ຮອດປີ 2035 ສູ້ຊົນກ້າວສູ່ປະເທດລາຍ ຮັບປານກາງສູງ, ຮອດປີ 2055 ສູ້ຊົນໃຫ້ປະເທດຫຍັບເຂົ້າໃກ້ກຸ່ມ ປະເທດລາຍຮັບສູງ. ໃນຕອນທ້າຍຂອງກອງປະຊຸມ, ທ່ານ ສັນຕິສຸກ ສິມມາລາວົງ ໄດ້ ເນັ້ນ 5 ດ້ານສໍາຄັນ ຄື: ກຳນົດຈຸດ ບຸກທະລຸໃຫ້ຈະແຈ້ງແລະຈັດລໍາດັບ ຄວາມສໍາຄັນ, ການກຳນົດຄາດ ໝາຍໃຫ້ມີພື້ນຖານຂໍ້ມູນ ສາມາດ ວັດແທກ ແລະ ຕິດຕາມປະເມີນຜົນ ໄດ້, ຖືເອົາການພັດທະນາ, ດຶງດູດ ແລະ ຮັກສາບຸກຄະລາກອນຄຸນນະ ພາບສູງເປັນຮາກຖານ, ການຍູ້ແຮງ ຜັກດັນການຫັນເປັນດີຈິຕອນໃຫ້ ເປັນລະບົບ ໂດຍລະບົບ ແລະ ຂໍ້ມູນ ສາມາດເຊື່ອມໂຍງ-ນໍາໃຊ້ຮ່ວມ ກັນໄດ້, ຮັບປະກັນຄວາມປອດໄພ ໄຊເບີແລະຂໍ້ມູນໃຫ້ຄຽງຄູ່ກັບການ ພັດທະນາຕັ້ງແຕ່ຂັ້ນອອກແບບ. ກອງປະຊຸມຄັ້ງນີ້, ເປັນເວທີສໍາຄັນ ໃນການລະດົມສະຕິປັນຍາ, ຮັບ ຟັງຄຳເຫັນ ແລະ ສ້າງຄວາມເປັນ ເອກະພາບ ເພື່ອປັບປຸງຮ່າງມະຕິ ໃຫ້ສາມາດຜັນຂະຫຍາຍສູ່ການ ປະຕິບັດ ແລະ ສ້າງຜົນປະໂຫຍດ ຢ່າງເປັນຮູບປະທຳ. ສຽງແຄນລາວ ນຳໂດຍ ທ່ານ ຈະເລີນ ເຍຍປາວເຮີ ອະດີດກຳມະ ການສູນກາງພັກ, ອະດີດຮອງປະ ທານສະພາແຫ່ງຊາດ, ປະທານ ກິດຕິມະສັກ ສະມາຄົມສຽງແຄນ ລາວ ເພື່ອລາຍງານການເຄື່ອນໄຫວ ຂອງສະມາຄົມສຽງແຄນລາວ ແລະ ຮັບການຊີ້ນຳຈາກການນຳ ພັກ-ລັດຂັ້ນສູງ. ທ່ານ ຈະເລີນ ເຍຍປາວເຮີ ໄດ້ ລາຍງານຈຸດປະສົງໃນການມາ ຢ້ຽມຢາມ ໃຫ້ທ່ານລັດຖະມົນຕີ ວທ ໄດ້ຮັບຊາບ ພາຍຫລັງທີ່ສຽງ ແຄນເຊື້ອຊາດລາວ ໄດ້ຮັບການຈົດ ທະບຽນເປັນມໍລະດົກທາງດ້ານວັດ ທະນະທຳນາມມະທຳ ຂອງຄົນເຊື້ອ ຊາດລາວ ແລະ ເປັນມໍລະດົກທາງ ດ້ານວັດທະນະທຳຂອງມວນມະ ນຸດໂລກ, ສະມາຄົມສຽງແຄນລາວ ໄດ້ສະເໜີຕໍ່ຂັ້ນເທິງ ເພື່ອຂໍອະນຸມັດ ນໍາໃຊ້ທີ່ດິນລັດທີ່ເໜາະສົມ ເພື່ອ ເປັນບ່ອນກໍ່ສ້າງຫໍພິພິທະພັນມູນ ເຊື້ອແຄນລາວ ເພື່ອເປັນການອະນຸ ລັກຮັກສາ ແຄນ ແລະ ສຽງແຄນ ລາວ ຊຶ່ງເປັນມໍລະດົກວັດທະນະທຳ ອັນລໍ້າຄ່າ ຕິດພັນກັບວິຖີຊີວິດ ແລະ ວັດທະນະທຳອັນດີງາມຂອງຄົນ ລາວ ຊາດລາວ ເປັນຈຸດເຕົ້າໂຮມ ນາຍຊ່າງແຄນ ແລະ ໝໍແຄນໃຫ້ ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ. ໂອກາດນີ້, ທ່ານ ນາງ ສວນ ສະຫວັນ ວິຍະເກດ ກໍໄດ້ສະແດງ ຄວາມຕ້ອນຮັບ ແລະ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ການເຄື່ອນ ໄຫວຂອງສະມາຄົມສຽງແຄນ ລາວ ຊຶ່ງຈະເປັນການປະກອບສ່ວນ ໃນການປົກປັກຮັກສາແຄນ ແລະ ສຽງແຄນລາວ ທີ່ເປັນມໍລະດົກວັດ ທະນະທຳອັນລໍ້າຄ່າ ຕິດພັນກັບວິຖີ ຊີວິດ ແລະ ວັດທະນະທຳອັນດີງາມ ຂອງຄົນລາວ ຊາດລາວ ຊຶ່ງໄດ້ສືບ ທອດກັນມາແຕ່ດຶກດຳບັນ. ການ ສະເໜີຂອງສະມາຄົມສຽງແຄນ ລາວ ເພື່ອຂໍອະນຸມັດນຳໃຊ້ທີ່ດິນ ລັດທີ່ເໜາະສົມ ເພື່ອເປັນບ່ອນກໍ່ ສ້າງຫໍພິພິທະພັນມູນເຊື້ອແຄນລາວ ທາງກະຊວງ ຈະນຳໄປສະເໜີຕໍ່ ຂັ້ນເທິງ. ຂ່າວ-ພາບ: ບຸນຕອມ. ລັດຖະມົນຕີ ວທ...ັົີ

RkJQdWJsaXNoZXIy MTc3MTYxMQ==