16/09/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ທ່ານ ພັທ ຄອນສະຫວັນ ຈັນທະວົງ ປກສ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຝຶກອົບຮົມ...ຶົົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຕຳຫລວດຈະລາຈອນ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຜູ້ຖືກເຄາະຮ້າຍ...ູ້ື້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫລາຍພາກສ່ວນ...່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກ ຫວ່ານ ຮອບວຽນທີ 3 ຈາກບັນດາ ບໍລິສັດ ລວມມູນຄ່າເກືອບ 7 ຕື້ກີບ. ບໍລິສັດທີ່ມາມອບທຶນສະໜັບ ສະໜູນໃນຄັ້ງນີ້ ປະກອບມີ: ກຸ່ມ ບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ແລະ ທະນາຄານສົ່ງເສີມກະສິກຳ ຈຳກັດ 2,3 ຕື້ກີບ, ບໍລິສັດຈະເລີນ ເຊກອງພະລັງງານຈຳກັດ 2,2 ຕື້ ກວ່າກີບ, ບໍລິິສັດ ວີເອັສ ແອັດເວີ ທາຍ ຈຳກັດຜູ້ດຽວ 1,7 ຕື້ກວ່າກີບ, ບໍລິສັດກຸ່ມບໍລິສັດລາວໂທລະຄົມ 450 ລ້ານກີບ, ທະນາຄານການ ຄ້າຕ່າງປະເທດ ມະຫາຊົນ 100 ລ້ານກີບ, ບໍລິສັດ ເອສເອັມພີ ທີ່ປຶກ ສາ 100 ລ້ານກີບ, ບໍລິສັດເບຍລາວ 80 ລ້ານກີບ, ບໍລິສັດກາເຟມີລາໂຄ 50 ລ້ານກີບ ແລະ ກຸ່ມບໍລິສັດດາວ ເຮືອງ ສະໜອງກາເຟ ແລະ ນ້ຳດື່ມ ລວມມູນຄ່າ 9 ລ້ານກວ່າກີບ. ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບ ໃຈຕໍ່ບັນດາບໍລິສັດທີ່ເຫັນໄດ້ຄວາມ ສຳຄັນ ນຳເອົາເງິນຈຳນວນດັ່ງ ກ່າວ ມາມອບໃຫ້ໃນຄັ້ງນີ້, ພ້ອມ ທັງຢືນຢັນວ່າຈະນໍາເອົາເງິນທີ່ໄດ້ ຮັບໃນຄັ້ງນີ້ ໄປໝູນໃຊ້ໃຫ້ເກີດຜົນ ປະໂຫຍດສູງສຸດ ກໍຄື ນຳໃຊ້ເຂົ້າໃນ ວຽກງານຕ່າງໆປິ່ນອ້ອມ ໃນກອງ ປະຊຸມທົບທວນສົນທິສັນຍາວ່າ ດ້ວຍລະເບີດລູກຫວ່ານ ຮອບວຽນ ທີ 3 ທີ່ ສປປ ລາວ ໄດ້ຮັບກຽດເປັນ ເຈົ້າພາບໃນຄັ້ງນີ້ ໃຫ້ດຳເນີນໄປ ດ້ວຍຜົນສຳເລັດອັນຈົບງາມ. ຂ່າວ: ທະນູທອງ; ພາບ: ເກດສະໜາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ທີ່ ຈັດຂຶ້ນໃນວັນທີ 14-18 ກັນຍາ 2026 ຢູ່ນະຄອນຫລວງວຽງຈັນ. ທ່ານ ພັທ ຄອນສະຫວັນ ຈັນທະ ວົງ ຫົວໜ້າພະແນກຈັດກໍາລັງປ້ອງ ກັນ ແລະ ເປີດທາງ ກົມຕໍາຫລວດ ຈະລາຈອນ ກົມໃຫຍ່ຕໍາຫລວດ ກະ ຊວງປ້ອງກັນຄວາມສະຫງົບໃຫ້ສໍາ ພາດ ໃນວັນທີ 14 ກັນຍາ 2026 ນີ້ວ່າ: ເພື່ອອຳນວຍຄວາມສະດວກ ໃຫ້ແກ່ກອງປະຊຸມທົບທວນສົນທິ ສັນຍາ ວ່າດ້ວຍການເກືອດຫ້າມລະ ເບີດລູກຫວ່ານ ຮອບວຽນທີ 3 ດຳ ເນີນໄປດ້ວຍຜົນສຳເລັດ ພະແນກ ຈັດກໍາລັງປ້ອງກັນ ແລະ ເປີດທາງ ໄດ້ຈັດວາງກໍາລັງເຈົ້າໜ້າທ່ີຕໍາ ຫລວດຈະລາຈອນ ຢູ່ຈຸດດ້ານໜ້າ ຫໍປະຊຸມແຫ່ງຊາດ ແລະ ຈຸດອື່ນໆ ໂດຍໄດ້ບັນຈຸກໍາລັງ ເຂົ້າປະຈໍາການ ນັບແຕ່ວັນທີ11 ກັນຍາ 2026 ເປັນ ຕົ້ນມາ ເພື່ອກະກຽມຮັບໃຊ້ແລະອຳ ນວຍຄວາມສະດວກໃຫ້ແກ່ຄະນະ ຜູ້ແທນທີ່ເດີນທາງມາເຂົ້າຮ່ວມ ກອງປະຊຸມ CCM ໃຫ້ມີຄວາມ ສະດວກສະບາຍ, ທັນເວລາ. ນັບແຕ່ ມື້ເລີ່ມປະຈຳການກຳລັງຕຳຫລວດ ຈະລາຈອນໄດ້ຕັ້ງໜ້າປະຕິບັດວຽກ ວິຊາສະເພາະດ້ວຍຄວາມຮັບຜິດ ຊອບສູງ ໂດຍໄດ້ຈັດລົດເປີດທາງ ແລະ ນຳພາຂະບວນລົດຂອງແຂກ ຈາກສະໜາມບິນສາກົນວັດໄຕ ໄປ ຈາກພົນລະເມືອງດີວ່າ ພົບເຫັນ ກຸ່ມຄົນບໍ່ດີຈໍານວນໜຶ່ງມີພຶດຕິກໍາ ສົງໄສວ່າຂົນສົ່ງວັດຖຸອອກລິດຕໍ່ ຈິດປະສາດ ປະເພດຢາສູບໄຟຟ້າ. ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ແຕ່ງ ຕັ້ງວິຊາສະເພາະ ລົງກວດກາພື້ນທີ່ ພົບເຫັນກຸ່ມເປົ້າໝາຍ 09 ຄົນ, ຍິງ 01 ຄົນ ໃນນີ້, ມີຄົນລາວ 04 ຄົນ, ຄົນຈີນ 05 ຄົນ, ຍິງ 01 ຄົນ ກໍາລັງ ເຄື່ອນຍ້າຍສິນຄ້າທີ່ສົງໄສ ຈາກລົດ ບັນທຸກ 06 ລໍ້ ທະບຽນ K135114 (ປ້າຍຈີນ) ໄປໃສ່ລົດບັນທຸກ 06 ລໍ້ ທະບຽນ ຫລວງພະບາງ ບກ 3859 ເຈົ້າໜ້າທີ່ຈຶ່ງຂໍອະນຸຍາດກວດເບິ່ງ ສິນຄ້າ. ຈາກການກວດຄົ້ນພົບວັດຖຸ ຂອງກາງເປັນຢາສູບໄຟຟ້າ ແກັດ ໃຫຍ່ ຈໍານວນ 110 ແກັດ, ແກັດ ນ້ອຍ 13 ແກັດ ເຊື່ອງມາກັບສິນ ຄ້າປະເພດອື່ນ ເພື່ອອຳພາງຕໍ່ເຈົ້າ ໜ້າທີ່ ບັນຈຸຢູ່ໃນແກັດທັງໝົດລວມ ມີຢາສູບໄຟຟ້າ ຈໍານວນ 35.600 ອັນ.ການກະທໍາດັ່ງກ່າວ,ແມ່ນການ ກະທໍາຜິດໃນຂໍ້ຫາຂົນສົ່ງວັດຖຸອອກ ລິດຕໍ່ຈິດປະສາດ (ປະເພດຢາສູບໄຟ ຟ້າ) ມາດຕາ 315 ຂອງປະມວນ ກົດໝາຍອາຍາ ແຫ່ງ ສປປ ລາວ. ປັດຈຸບັນ, ກອງບັນຊາການ ປກສ ເຂດບໍ່ເຕ່ນ ໄດ້ມອບໃຫ້ພະ ແນກກຽວຂ້ອງ ຂອງກອງບັນຊາ ການ ປກສ ແຂວງຫລວງນໍ້າທາ ເພື່ອນໍາໄປສືບສວນ-ສອບສວນ ຂະ ຫຍາຍຜົນຫາຕົ້ນຕໍຂອງຂະບວນ ການ ພ້ອມທັງຢຶດຂອງກາງທັງໝົດ ເພື່ອດຳເນີນຄະດີຕາມລະບຽບກົດ ໝາຍຢ່າງເດັດຂາດ. ຢາສູບໄຟຟ້າ ເປັນສິ່ງທີ່ຜິດກົດໝາຍ ແລະ ສົ່ງຜົນ ເສຍຫາຍອັນຮ້າຍແຮງຕໍ່ສຸຂະພາບ ຂອງຜູ້ເສບ ຫລື ນຳໃຊ້. ຍັງສະຖານທີ່ພັກເຊົາ ແລະ ຈາກ ສະຖານທີ່ພັກເຊົາໄປຫາຫໍປະຊຸມ ແຫ່ງຊາດ.ນອກຈາກນັ້ນ,ຍັງໄດ້ຈັດ ກຳລັງລົງປະຈຳຕາມຈຸດສຳຄັນ ຕ່າງໆ ເພື່ອລະບາຍການສັນຈອນ, ອຳນວຍຄວາມສະດວກແລະຮັກສາ ຄວາມເປັນລະບຽບຮຽບຮ້ອຍໃນ ການເດີນທາງຂອງຜູ້ແທນ ແລະ ແຂກທີ່ເຂົ້າຮ່ວມກອງປະຊຸມ. ທ່ານ ພັທ ຄອນສະຫວັນ ຈັນ ທະວົງ ຍັງໄດ້ຮຽກຮ້ອງໃຫ້ທຸກ ພາກສ່ວນລວມທັງປະຊາຊົນ ຜູ້ ໃຊ້ລົດໃຊ້ຖະໜົນ ປະຕິບັດຕາມກົດ ຈະລາຈອນ ແລະ ໃຫ້ການຮ່ວມມື ແກ່ເຈົ້າໜ້າທີ່, ພ້ອມທັງຮ່ວມກັນ ເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ກອງ ປະຊຸມຄັ້ງສຳຄັນໃນຄັ້ງນີ້ດຳເນີນໄປ ດ້ວຍຄວາມເປັນລະບຽບຮຽບຮ້ອຍ ແລະ ບັນລຸຜົນສຳເລັດ. ການລະດົມກຳລັງຂອງຕຳ ຫລວດຈະລາຈອນໃນຄັ້ງນີ້ ຖືເປັນ ອີກພາກສ່ວນສຳຄັນໃນການຮັບ ປະກັນດ້ານການຈະລາຈອນ ແລະ ອຳນວຍຄວາມສະດວກໃຫ້ແກ່ ຄະນະຜູ້ແທນຈາກປະເທດຕ່າງໆ, ທັງສະທ້ອນໃຫ້ເຫັນເຖິງຄວາມ ພ້ອມແລະຈິດໃຈການເປັນເຈົ້າພາບ ຂອງ ສປປ ລາວ ໃນການຈັດກອງ ປະຊຸມ ໃນຄັ້ງນີ້. ຂ່າວ: ທະນູທອງ ບໍລິຫານງານພັກ, ຮອງປະທານຄະ ນະບໍລິຫານງານສູນກາງສະຫະພັນ ແມ່ຍິງລາວ,ມີທ່ານຄໍາກອງທໍາມະ ເທວາ ກໍາມະການຄະນະພັກ, ຫົວ ໜ້າກົມອົບຮົມ ຄະນະໂຄສະນາອົບ ຮົມສູນກາງພັກ. ທັງນີ້, ກໍເພື່ອເປັນ ການສ້າງຄວາມເຂັ້ມແຂງ ໃຫ້ພະ ນັກງານ-ລັດຖະກອນຂອງສູນກາງ ສະຫະພັນແມ່ຍິງລາວ ໃນການຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ທິດສະ ດີ-ແນວທາງຂອງພັກ ໃນແຕ່ລະ ໄລຍະ ເພື່ອດັດປັບເຂົ້າໃນການຈັດ ຕັ້ງປະຕິບັດໜ້າທີ່ວຽກງານຂອງ ຕົນ ຕາມພາລະບົດບາດ ແລະ ການ ຈັດຕັ້ງມອບໝາຍໃຫ້. ຝຶກອົບຮົມຄັ້ງນີ້, ຈະໄດ້ດໍາເນີນ ແຕ່ວັນທີ 14-25 ກັນຍາ 2026, ມີສໍາມະນາກອນ ເຂົ້າຮ່ວມທັງໝົດ 41 ສະຫາຍ, ຍິງ 36 ສະຫາຍ. ສ່ວນເນື້ອໃນເອກະສານຝຶກອົບຮົມ ໃນຄັ້ງນີ້ປະກອບມີ:ຄວາມຮູ້ພື້ນຖານ ກ່ຽວກັບລັດທິມາກ-ເລນິນ, ວິທີວັດ ຖຸນິຍົມສັດຈະວິພາກ, ການກໍາເນີດ ພັກປະຊາຊົນປະຕິວັດລາວ, ສ້າງ ແລະ ບູລະນະລະບອບປະຊາທິປະ ໄຕ, ແນວທາງປ່ຽນແປງໃໝ່ຮອບ ດ້ານ ມີຫລັກການຂອງພັກ, ຝຶກຝົນ ຄຸນທາດການເມືອງ ແລະ ຄຸນສົມ ບັດສິນທໍາປະຕິວັດ, ສ້າງການຫັນ ປ່ຽນວຽກງານພະນັກງານ ໃນ ເງື່ອນໄຂປັດຈຸບັນ, ສັງຄົມສາມັກຄີ ປອງດອງ ແມ່ນບໍ່ເກີດແຫ່ງກໍາລັງ ແຮງຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ແນວທາງເສດຖະກິດຂອງພັກ ຕິດ ພັນກັບການພັດທະນາວັດທະນະ ທໍາ ແລະ ສິ່ງແວດລ້ອມ, ສ້າງລັດ ແຫ່ງກົດໝາຍເທື່ອລະກ້າວ ພາຍໃຕ້ ການນໍາພາຂອງພັກ, ແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານ, ການ ຫັນເປັນອຸດສາຫະກໍາ ແລະ ທັນສະ ໄໝຢູ່ປະເທດເຮົາ, ແນວທາງການ ຕ່າງປະເທດທີ່ສ້າງສັນ, ການພົວ ພັນເພື່ອນມິດຍຸດທະສາດ, ການຈັດ ຕັ້ງປະຕິບັດແນວທາງແລະແຜນນະ ໂຍບາຍຂອງພັກເຂົ້້າສູ່ຊີວິດຕົວຈິງ. ໂອກາດນີ້, ທ່ານ ນາງ ທໍາມາ ເພັດວິໄຊ ໄດ້ມີຄໍາເຫັນວ່າ: ການ ເປີດຝຶກອົບຮົມໃນຄັ້ງນີ້, ຈຸດປະສົງ ເພື່ອຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ກໍຄື ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ ຄັ້ງທີ IX (2026-2030) ໃນ ວິຊາຊີບ ແລະ ການຈ້າງງານ ເພື່ອ ໃຫ້ສາມາດກັບຄືນມາດໍາລົງຊີວິດ ຢ່າງມີຄຸນຄ່າ. ທ້າວ ສັນຕິ ອາຍຸ 28 ປີ, ຜູ້ເຄາະ ຮ້າຍຈາກ ລບຕ ຢູ່ບ້ານນາທອງ ເມືອງຄໍາ ແຂວງຊຽງຂວາງ ໄດ້ ເລົ່າວ່າ: ເຫດການເກີດຂຶ້ນໃນວັນທີ 15 ມິຖຸນາ 2010 ໃນຂະນະທີ່ຕົນ ເອງມີອາຍຸພຽງ 12 ປີ. ເວລາປະ ມານ 09:00 ໂມງ ໄດ້ອອກໄປຊ່ວຍ ວຽກຄອບຄົວ, ກໍາລັງເສຍຫຍ້າຢູ່ ທົ່ງນາ ແລະ ບັງເອີນໄປຖືກລະເບີດ ທີ່ຝັງຢູ່ໃນດິນ. ຫລັງຈາກເກີດສຽງ ລະເບີດ ຕົນເອງໄດ້ໝົດສະຕິ ແລະ ມາຮູ້ສຶກຕົວຢູ່ໂຮງໝໍ ກ່ອນຈະຕ້ອງ ຮັກສາຕົວຢູ່ຫ້ອງ ICU ເປັນເວລາ 8 ມື້. ເຫດການດັ່ງກ່າວ, ໄດ້ປ່ຽນ ແປງຊີວິດຂອງທ້າວ ສັນຕິ ໄປຕະ ຫລອດການ ຈາກເດັກນ້ອຍທີ່ເຄີຍ ມີຮ່າງກາຍສົມບູນ ແລະ ສາມາດ ຊ່ວຍແບ່ງເບົາພາລະຄອບຄົວ ກາຍ ເປັນຜູ້ພິການ (ແຂນລ່ອຍ). ແນວ ໃດກໍຕາມດ້ວຍກໍາລັງໃຈ, ຄວາມ ຮັກ ແລະ ການເບິ່ງແຍງຈາກພໍ່ແມ່ ແລະ ຄອບຄົວ ເຮັດໃຫ້ຕົນເອງ ຄ່ອຍໆປັບຕົວ ແລະ ດໍາເນີນຊີວິດຕໍ່ ໄປ ໂດຍບໍ່ທໍ້ຖອຍ ແລະ ຈະພະຍາ ຍາມສູ້ຊົນເພື່ອພໍ່ແມ່ ແລະ ຄອບຄົວ. ຂະນະດຽວກັນ, ທ້າວ ນວຍ ພອນສົມໄຊ, ອາຍຸ 28 ປີ, ຜູ້ເຄາະ ຮ້າຍຈາກ ລບຕ ຢູ່ບ້ານແກ້ງຫົວປາ ເມືອງເຊໂປນ ແຂວງສະຫວັນນະ ເຂດ, ປັດຈຸບັນເຮັດວຽກເປັນທີມ ງານທໍາລາຍລະເບີດເຄື່ອນທີ່ຂອງ ອົງການຮາໂລທັສ ກໍໄດ້ເລົ່າວ່າ: ໃນປີ 2006 ຂະນະທີ່ມີອາຍຸ 10 ປີ ໄດ້ພົບເຫັນ ລບຕ ແຕ່ດ້ວຍຄວາມ ຮູ້ເທົ່າບໍ່ເຖິງການ ແລະ ຄິດວ່າເປັນ ກ້ອນຫີນ ຈຶ່ງໄດ້ຈັບຂຶ້ນມາໂຍນ ຫລິ້ນ ເຮັດໃຫ້ລະເບີດແຕກໃສ່ມື ເບື້ອງຂວາ. ພາຍຫລັງເກີດເຫດ ຄອບຄົວໄດ້ຮີບນໍາສົ່ງໄປໂຮງໝໍເຊ ໂປນ, ເມື່ອຮູ້ສຶກຕົວ ຈຶ່ງຮັບຮູ້ວ່າຕົນ ເອງໄດ້ສູນເສຍມືເບື້ອງຂວາໄປ ແລ້ວ, ຄວາມຮູ້ສຶກຕອນນັ້ນມັນຄື ກັບຝັນຮ້າຍ ແຕ່ຍັງໂຊກດີທີ່ຍັງ ມີຄອບຄົວຢູ່ຄຽງຂ້າງໃຫ້ກໍາລັງ ໃຈ, ຊ່ວຍເຫລືອເຮັດໃຫ້ຂ້າພະເຈົ້າ ສາມາດປັບຕົວ ແລະ ກ້າວຜ່ານ ຄວາມລໍາບາກ. ຕໍ່ມາຈຶ່ງຕັດສິນໃຈ ເຂົ້າເຮັດວຽກເປັນທີມງານທໍາລາຍ ລະເບີດເຄື່ອນທີ່ ຂອງອົງການ ຮາ ໂລທັສ ເພື່ອຢາກມີສ່ວນຮ່ວມໃນ ການເກັບກູ້ ລບຕ ອອກຈາກຊຸມຊົນ ແລະປ້ອງກັນບໍ່ໃຫ້ເດັກນ້ອຍຮຸ່ນໃໝ່ ຕ້ອງປະສົບເຫດການແບບດຽວກັນ. ໂອກາດນີ້, ທ້າວ ນວຍ ພອນສົມ ໄຊ ຍັງໄດ້ສະແດງຄວາມຂອບໃຈ ມາຍັງທຸກພາກສ່ວນ ທັງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງສາ ກົນ, ຜູ້ໃຫ້ທຶນ ແລະ ອົງການປະຕິ ບັດງານດ້ານ ລບຕ ທັງພາຍໃນ ແລະ ຕ່າງປະເທດ ທີ່ສືບຕໍ່ໃຫ້ການ ຊ່ວຍເຫລືອແກ່ຜູ້ເຄາະຮ້າຍຈາກ ລບຕ. ພ້ອມທັງຮຽກຮ້ອງໃຫ້ສືບ ຕໍ່ເປີດໂອກາດໃຫ້ຜູ້ເຄາະຮ້າຍເຂົ້າ ເຖິງການສຶກສາ, ການປິ່ນປົວ, ການ ຝຶກວິຊາຊີບ ແລະ ການມີວຽກເຮັດ ງານທໍາ ໂດຍສະເພາະ ເປີດໂອກາດ ໃຫ້ຜູ້ເຄາະຮ້າຍມີສ່ວນຮ່ວມໃນຂະ ແໜງການ ລບຕ ຊຶ່ງບໍ່ພຽງແຕ່ຊ່ວຍ ໃຫ້ຜູ້ເຄາະຮ້າຍມີສ່ວນຮ່ວມແກ້ໄຂ ບັນຫາ ລບຕ ເທົ່ານັ້ນ, ແຕ່ຍັງຊ່ວຍ ສ້າງລາຍຮັບໃຫ້ຕົນເອງ ແລະ ຄອບ ຄົວ, ຍົກສູງຊີວິດການເປັນຢູ່ ແລະ ຊ່ວຍໃຫ້ສາມາດກັບຄືນມາດໍາລົງ ຊີວິດໄດ້ຢ່າງມີຄຸນຄ່າ. ຈາກເຫດການຂອງຜູ້ເຄາະ ຮ້າຍທັງສອງຄົນ ສະທ້ອນໃຫ້ເຫັນ ວ່າ: ລບຕ ຍັງເປັນປະກົດການຫຍໍ້ ທໍ້, ສ້າງຜົນກະທົບຕໍ່ຊີວິດ ແລະ ຄອບຄົວຂອງປະຊາຊົນໄດ້ໃນລະ ຍະຍາວ. ດັ່ງນັ້ນ, ການສືບຕໍ່ເກັບກູ້ ແລະ ທໍາລາຍ ລບຕ ຕະຫລອດຮອດ ການຟື້ນຟູ ແລະ ສະໜັບສະໜູນຜູ້ ເຄາະຮ້າຍ ຈຶ່ງຍັງເປັນວຽກງານສໍາ ຄັນທີ່ຕ້ອງອາໄສຄວາມຮ່ວມມື ຈາກຫລາຍພາກສ່ວນ ທັງພາຍໃນ ແລະ ຕ່າງປະເທດ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ການສ້າງຄວາມເຂັ້ມແຂງ ໃຫ້ພະ ນັກງານ-ລັດຖະກອນຂອງສູນກາງ ສະຫະພັນແມ່ຍິງລາວ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ທິດສະດີ- ແນວທາງຂອງພັກ ໃນແຕ່ລະໄລຍະ ເພື່ອດັດປັບເຂົ້າໃນການຈັດຕັ້ງປະຕິ ບັດໜ້າທີ່ວຽກງານຂອງຕົນຕາມພາ ລະບົດບາດ ແລະ ການຈັດຕັ້ງມອບ ໝາຍໃຫ້. ນອກນັ້ນ, ເຮັດໃຫ້ພະນັກ ງານ, ສະມາຊິກພັກ ກໍຄື ສໍາມະນາ ກອນມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການສ້າງ ແລະ ການບູລະ ນະລະບອບປະຊາທິປະໄປະຊາຊົນ ຕາມທິດສັງຄົມນິຍົມ ໂດຍສະເພາະ ແມ່ນແນວທາງປ່ຽນແປງໃໝ່ຮອບ ດ້ານ ມີຫລັການຂອງພັກ, ການປົກ ປັກຮັກສາແລະການສ້າງສາພັດທະ ນາປະເທດຊາດ ແລະ ຍັງເປັນການ ເປີດໂອກາດແລກປ່ຽນບົດຮຽນ, ປະສົບການຕົວຈິງ ນໍານັກວິທະຍາ ກອນ ທີ່ມີປະສົບການ ແລະ ມີບົດ ຮຽນຫລາກຫລາຍ ຊຶ່ງເປັນຂໍ້ມູນ ພື້ນຖານອັນສໍາຄັນ ແລະ ຄວາມຮູ້ ອັນລໍ້າຄ່າ ທີ່ສາມາດນໍາໄປໝູນໃຊ້ ເຂົ້າໃນການເຄື່ອນໄຫວວຽກງານຂະ ແໜງການຂອງຕົນຮອບຜິດຊອບ, ທັງເປັນການຍົກລະດັບຄວາມຮັບ ຮູ້, ເຂົ້າໃຈ ຕໍ່ທິດສະດີມາກ-ເລນິນ, ຕໍ່ແນວທາງນະໂຍບາຍຂອງພັກລັດ ໃຫ້ແກ່ນັກຝຶກອົບຮົມ, ເປັນ ການເພີ່ມຄວາມເຊື່ອໝັ້ນ, ຄວາມ ຫ້າວຫັນໃນການປະຕິບັດໜ້າທີ່ ວຽກງານທີ່ໄດ້ຮັບມອບໝາຍ ແລະ ສືບຕໍ່ອົດທົນ, ສູ້ຊົນຜ່ານຜ່າຄວາມ ຫຍຸ້ງຍາກ ສ້າງບາດກ້າວບຸກທະລຸ ໃນວຽກງານຕ່າງໆທີ່ຖືກມອບໝາຍ ໃຫ້ສໍາເລັດ. ຂ່າວ-ພາບ: ພະແນກອົບຮົມພະນັກ ງານ ແລະ ສະມາຊິກພັກ
RkJQdWJsaXNoZXIy MTc3MTYxMQ==