7359

64 xu lkprq ;ra odkom6 f ]k;{s;Pfok, Ij ;,lh k'Ij ;,ra fmtok c]t dh k;wxl6 j s5 h olj ;op5 fmtlkf 08/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ຄະນະ ບກ (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ)ື່ັ້ັ້ົັູົີ l6 o7Q o7;h kdko]h P'la f gru j ,mt;u ra fmtokco;ra o c]t g8a doy ddko]h P'la f lh k']kpIa [\A o7q '.sh -k;dtly dvo ໂດຍ: ທະນູທອງ ຂປລ. ສູນຄົ້ນຄວ້າການລ້ຽງ ສັດ (ສລສ) ເປັນກົງຈັກໜຶ່ງຂອງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ(ສກປພ) ມີພາລະບົດບາດສຳຄັນໃນການຄົ້ນ ຄວ້າ, ພັດທະນາ ແລະ ຖ່າຍທອດ ອົງຄວາມຮູ້ດ້ານການລ້ຽງສັດໃຫ້ ແກ່ຂະແໜງກະສິກຳ ແລະ ຊາວ ກະສິກອນ, ລວມເຖິງການສຳຫລວດ ແນວພັນ, ການປັບປຸງແນວພັນ, ການຄົ້ນຄວ້າອາຫານສັດ, ການ ທົດລອງເຕັກນິກໃໝ່ ແລະ ການນຳ ຜົນງານການຄົ້ນຄວ້າໄປປະຍຸກໃຊ້ ໃນການຜະລິດຕົວຈິງ. ທັງນີ້ ແນ ໃສ່ຊຸກຍູ້ສົ່ງເສີມຊາວກະສິກອນໃນ ຂອບເຂດທົ່ວປະເທດ ໃຫ້ມີລາຍຮັບ ທີ່ໝັ້ນຄົງ ແລະ ມີຊີວິດການເປັນຢູ່ ທີ່ດີຂຶ້ນເປັນກ້າວໆ ຊຶ່ງສູນຄົ້ນຄວ້າ ດັ່ງກ່າວ ຕັ້ງຢູ່ບ້ານສີວິໄລ, ເມືອງ ນາຊາຍທອງ, ນະຄອນຫລວງ ວຽງຈັນ. ທ່ານ ພູຄຳ ວຽງວິໄລ ຮອງຫົວ ຕະຫລອດໄລຍະແຫ່ງການພັດ ທະນາຂອງຫວຽດນາມ ລ້ວນແຕ່ ມີການຮ່ວມມືຂອງປະເທດຊາດ ກໍຄື ປະຊາຊົນລາວອ້າຍນ້ອງ. ສາຍ ພົວພັນ ລາວ-ຫວຽດນາມ ແມ່ນ ສາຍພົວພັນທີ່ພິເສດ ຊຶ່ງໄດ້ຮັບ ການກໍ່ຕັ້ງໂດຍປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ແລະ ໄດ້ຮັບການ ເພີ່ມພູນຄູ້ນສ້າງໂດຍຜູ້ນຳ ແລະ ປະ ຊາຊົນສອງປະເທດຫລາຍຮຸ່ນຕໍ່ໆ ໄປ. ສາຍພົວພັນນັ້ນ ໄດ້ຮັບການ ຫລໍ່ຫລອມຜ່ານການທົດສອບຂອງ ປະຫວັດສາດ ແລະ ໄດ້ກາຍເປັນຊັບ ສົມບັດລວມອັນລ້ຳຄ່າຂອງສອງ ຊາດ ແລະ ເປັນແຫລ່ງກໍາລັງອັນ ໃຫຍ່ຫລວງໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ. ໃນປັດຈຸບັນ, ຄວາມຕ້ອງການຕັ້ງຂຶ້ນແມ່ນຕ້ອງ ສືບຕໍ່ຄຽງບ່າຄຽງໄຫລ່ ເພື່ອຮ່ວມ ກັນພັດທະນາ, ຮ່ວມກັນສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ແລະ ຮ່ວມ ກັນຍົກສູງຖານະບົດບາດຂອງແຕ່ ລະປະເທດໃນສະພາບການຂອງ ໂລກທີ່ກຳລັງມີການປ່ຽນແປງຢ່າງ ໄວວາ. ທ້າຍປີ 2025, ລາວຫວຽດນາມ ໄດ້ເຫັນດີເພີ່ມເນື້ອ ໃນ “ຫຸ້ນສ່ວນຍຸດທະສາດ” ເຂົ້າ ໃນກອບສາຍພົວພັນ “ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ”. “ຫຸ້ນສ່ວນ ຍຸດທະສາດ” ນີ້ບໍ່ພຽງແຕ່ເປັນ ການເພີ່ມເທົ່ານັ້ນ, ແຕ່ຍັງເປັນການ ພັດທະນາໃໝ່ໃນຄຸນນະພາບຂອງ ສາຍພົວພັນລະຫວ່າງສອງປະເທດ, ນັ້ນແມ່ນການເປັນຫຸ້ນສ່ວນດ້ານ ວິໄສທັດ ແລະ ຜົນປະໂຫຍດການ ພັດທະນາຍາວນານ; ຫຸ້ນສ່ວນລະ ຫວ່າງສະຖຽນລະພາບ, ຄວາມ ໝັ້ນຄົງ, ການພັດທະນາຂອງແຕ່ລະ ປະເທດ; ຫຸ້ນສ່ວນລະຫວ່າງສອງ ພື້ນຖານເສດຖະກິດ ແລະ ພື້ນທີ່ ການພັດທະນາ; ສິ່ງທີ່ສຳຄັນທີ່ສຸດ ແມ່ນຫຸ້ນສ່ວນອະນາຄົດຂອງສອງ ຊາດບົນພື້ນຖານຂອງຄວາມເປັນ ເອກະລາດ, ເປັນເຈົ້າຕົນເອງ ແລະ ມີຜົນປະໂຫຍດຮ່ວມກັນ. ການພົວພັນດ້ານການເມືອງ ສືບຕໍ່ໄດ້ຮັບການປັບປຸງຢ່າງໜັກ ແໜ້ນ, ສະໜິດສະໜົມ, ຄວາມ ໄວ້ເນື້ອເຊື່ອໃຈ, ເປັນແກນກາງ ຫລັກແຫລ່ງກຳນົດທິດສັງລວມ ໃຫ້ແກ່ສາຍພົວພັນລະຫວ່າງສອງ ປະເທດ, ປະສານສົມທົບຢ່າງໜັກ ແໜ້ນໃນບັນດາວຽກງານກ່ຽວກັບ ຄວາມໝັ້ນຄົງ ແລະ ການພັດທະນາ ຂອງແຕ່ລະປະເທດ. ເສົາຄໍ້າການ ຮ່ວມມືດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບນັບມື້ ສະໜິດແໜ້ນ, ເລິກເຊິ່ງ ແລະ ເປີດ ກວ້າງຮອບດ້ານ; ການຮ່ວມມື ດ້ານລົງທຶນ, ການຄ້າໄດ້ຮັບການ ເອົາໃຈໃສ່ຊຸກຍູ້ຈາກທັງສອງ ຝ່າຍ, ມີຫລາຍການຫັນປ່ຽນຢ່າງ ແຂງແຮງ, ຫັນໄປສູ່ປະສິດທິພາບ ແລະ ແທດຕົວຈິງ. ຫວຽດນາມ ສືບ ຕໍ່ເປັນໜຶ່ງໃນບັນດານັກລົງທຶນ, ຄູ່ ຮ່ວມມືດ້ານການຄ້າທີ່ໃຫຍ່ທີ່ສຸດ ຢູ່ລາວ. ໃນ 7 ເດືອນຕົ້ນຂອງ ປີ 2026, ບັນດາວິສາຫະກິດ ຫວຽດນາມ ໄດ້ດຳເນີນໂຄງການ ລົງທຶນໃໝ່ 18 ໂຄງການຕື່ມອີກ ໃນຕະຫລາດລາວ, ທຶນຈົດທະບຽນ ທັງໝົດຫລາຍກວ່າ 300 ລ້ານ ໂດລາສະຫະລັດ (ເພີ່ມຂຶ້ນ 2,2 ເທົ່າທຽບກັບໄລຍະດຽວກັນຂອງ ປີ 2025); ຍອດມູນຄ່າການຄ້າ ສອງຝ່າຍບັນລຸປະມານ 1,47 ຕື້ ໂດລາສະຫະລັດ ແລະ ສືບຕໍ່ຮັກສາ ລະດັບການເຕີບໂຕຢ່າງຕັ້ງໜ້າ. ໃນນັ້ນ, ຫວຽດນາມ ຂາດດຸນ ການຄ້າຫລາຍກວ່າ 635 ລ້ານ ໂດລາສະຫະລັດ ຈາກການນໍາ ເຂົ້າສິນຄ້າຂອງລາວ. ເພື່ອສ້າງ ບາດກ້າວຫັນປ່ຽນທີ່ແຂງແຮງ ໃນການເຊື່ອມຈອດສອງພື້ນຖານ ເສດຖະກິດ ໂດຍສະເພາະແມ່ນ ຜ່ານບັນດາໂຄງການຍຸດທະສາດ ເຊັ່ນ: ທ່າເຮືອສາກົນຫວຸງອ່າງ, ທາງລົດໄຟວຽງຈັນ-ຫວຸງອ່າງ, ທາງດ່ວນຮ່າໂນ້ຍ-ວຽງຈັນ, ການເຊື່ອມຕໍ່ລະບົບພະລັງງານ ແລະ ບັນດາແລວເສດຖະກິດ ຕາເວັນອອກ-ຕາເວັນຕົກ. ເປົ້າ ໝາຍໃນໄລຍະຍາວນານແມ່ນ ເຊື່ອມຕໍ່ພື້ນຖານເສດຖະກິດສອງ ປະເທດ, ຂະຫຍາຍພື້ນທີ່ການ ພັດທະນາຂອງທັງສອງປະເທດ; ຊ່ວຍລາວເສີມຂະຫຍາຍທ່າແຮງ ທາງພູມມີສາດເສດຖະກິດໃຫ້ດີ ຂຶ້ນ; ເພີ່ມທະວີຄວາມສາມາດ ໃນການເຊື່ອມຕໍ່ກັບທະເລ ແລະ ບັນດາສູນກາງເສດຖະກິດຂອງ ພາກພື້ນ ພ້ອມກັນນັ້ນ, ສ້າງ ລະບົບຕ່ອງໂສ້ການຜະລິດ, ການ ຄ້າ ແລະ ໂລຈິສຕິກ (logistics) ໃໝ່ທີ່ທັງສອງປະເທດຈະໄດ້ຮັບຜົນ ປະໂຫຍດ. 64 ປີ ຂອງສາຍພົວພັນການທູດ ເປັນຫລັກໝາຍສຳຄັນໃນການ ຫວນຄືນເຖິງບົດຮຽນອັນລ້ຳຄ່າ. ຈາກການຄຽງບ່າຄຽງໄຫລ່ໃນ ໄລຍະຕໍ່ສູ້, ສູ່ການຮ່ວມມືສ້າງສາ ປະເທດ, ຈົນຮອດການເປັນຫຸ້ນ ສ່ວນຍຸດທະສາດໃນປັດຈຸບັນ, ສາຍ ພົວພັນ ລາວ-ຫວຽດນາມ ໄດ້ ພິສູດໃຫ້ເຫັນເຖິງຄວາມໝັ້ນຄົງ, ຄວາມຈິງໃຈ ແລະ ຄວາມຍືນຍົງ. ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວຫວຽດນາມ ຈະສືບຕໍ່ເປັນຊັບສົມບັດ ອັນລ້ຳຄ່າຂອງສອງຊາດ, ເປັນຂົວ ເຊື່ອມຈາກອະດີດສູ່ປັດຈຸບັນ ແລະ ເປີດທາງສູ່ອະນາຄົດຮ່ວມກັນຢ່າງ ໝັ້ນຄົງ, ສັນຕິສຸກ ແລະ ຈະເລີນ ຮຸ່ງເຮືອງ. *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ໜ້າສູນຄົ້ນຄວ້າການລ້ຽງສັດ ທັງ ເປັນຜູ້ຊີ້ນຳກຸ່ມວຽກຄົ້ນຄວ້າການ ລ້ຽງສັດຄ້ຽວເອື້ອງໃຫ້ສຳພາດຕໍ່ ນັກຂ່າວສຳນັກຂ່າວສານປະເທດ ລາວ ໃນວັນທີ 8 ສິງຫາ 2026 ຜ່ານມານີ້ວ່າ: ສູນຄົ້ນຄວ້າການ ລ້ຽງສັດ ມີພາລະບົດບາດໃນການ ຄົ້ນຄວ້າ, ທົດລອງ, ສາທິດ ແລະ ຝຶກອົບຮົມດ້ານການລ້ຽງສັດ ໃຫ້ແກ່ ບຸກຄະລາກອນຂະແໜງກະສິກຳ ທັງຂັ້ນແຂວງ ແລະ ຂັ້ນເມືອງໃນ ຂອບເຂດທົ່ວປະເທດ. ຕະຫລອດ ໄລຍະການດຳເນີນງານ, ສູນໄດ້ ມຸ່ງເນັ້ນການສຳຫລວດ, ເຕົ້າໂຮມ, ສຶກສາ ແລະ ຕີລາຄາຊີວະນາໆພັນ ຂອງສັດ ແລະ ພືດອາຫານສັດ ເພື່ອ ສ້າງຖານຂໍ້ມູນສຳລັບການນຳໃຊ້ ແລະ ອະນຸລັກ. ພ້ອມກັນນັ້ນ, ຍັງ ຄົ້ນຄວ້າ, ຄັດເລືອກ, ປັບປຸງ ແລະ ຂະຫຍາຍແນວພັນສັດ ເຊັ່ນ: ງົວ, ໝູ, ແບ້ ແລະ ສັດປີກ ໂດຍມຸ່ງເນັ້ນ ໃຫ້ແນວພັນສັດ ມີຜະລິດຕະພາບ ດີ, ແຂງແຮງ ແລະ ສາມາດປັບ ຕົວຕໍ່ສະພາບດິນຟ້າອາກາດຂອງ ສປປ ລາວ. ອີກດ້ານໜຶ່ງສູນຍັງ ໃຫ້ຄວາມສຳຄັນຕໍ່ການຄົ້ນຄວ້າ ລະບົບ, ເຕັກໂນໂລຊີ ແລະ ຮູບແບບ ການຜະລິດສັດທີ່ແທດເໝາະກັບ ແຕ່ລະທ້ອງຖິ່ນ. ການຄົ້ນຄວ້າດັ່ງ ກ່າວ ມີເປົ້າໝາຍໃຫ້ຊາວກະສິກອນ ສາມາດນຳເຕັກນິກທີ່ເໝາະສົມໄປ ໃຊ້ໃນສະພາບຕົງຈິງທັງດ້ານພັນ ສັດ, ອາຫານ, ການຈັດການຟາມ, ສຸຂະພາບສັດ ແລະ ການຕະຫລາດ. ສຳລັບດ້ານການພັດທະນາຕ່ອງ ໂສ້ມູນຄ່າ, ສູນຄົ້ນຄວ້າການລ້ຽງ ສັດ ຍັງໃຫ້ຄວາມສຳຄັນຕໍ່ການປຸງ ແຕ່ງຜະລິດຕະພັນຈາກສັດໃຫ້ໄດ້ ມາດຕະຖານ, ເພີ່ມມູນຄ່າ ແລະ ສ້າງໂອກາດໃນການເຂົ້າເຖິງຕະ ຫລາດ. ເປົ້າໝາຍສຳຄັນຄື ບໍ່ໃຫ້ ງານຄົ້ນຄວ້າຢຸດຢູ່ພຽງໃນຫ້ອງທົດ ລອງ ຫລື ສະຖານີທົດລອງແຕ່ຕ້ອງ ສາມາດນຳໄປສາທິດ, ຝຶກອົບຮົມ ແລະ ຂະຫຍາຍສູ່ການຜະລິດຕົວ ຈິງໄດ້. ປັດຈຸບັນ ສູນມີສັດລ້ຽງທີ່ນຳ ໃຊ້ໃນວຽກງານຄົ້ນຄວ້າ ແລະ ປັບ ປຸງແນວພັນຫລາຍຊະນິດ ໃນນັ້ນ ມີງົວ ທັງໝົດ 114 ໂຕ, ເປັນງົວ ພັນພື້ນເມືອງ 50 ໂຕ, ງົວພັນລູກ ປະສົມ F1 (ບຣາມັນແດງກັບ ງົວພື້ນເມືອງ 64 ໂຕ. ການຮັກສາ ງົວພັນພື້ນເມືອງຄວບຄູ່ກັບງົວລູກ ປະສົມເປັນພື້ນຖານສຳຄັນສຳລັບ ການສຶກສາ, ປຽບທຽບ ແລະ ປັບ ປຸງແນວພັນງົວໃຫ້ເໝາະສົມກັບ ການລ້ຽງໃນສະພາບດິນຟ້າອາ ກາດຂອງ ສປປ ລາວ. ພ້ອມນີ້ ຍັງ ມີແບ້ນົມ ພັນຊາແນນ ຈຳນວນ 40 ແມ່, ມີໝູ 70 ໂຕ, ໃນນັ້ນມີແມ່ພັນ ໝູລາດ 15 ແມ່. ສຳລັບ ສັດປີກ ມີ ພໍ່-ແມ່ພັນ ລວມ 1.020 ໂຕ ໃນ ນັ້ນ ມີໄກ່ລາຍໜອງແຕ່ງ 645 ໂຕ, ເປັດເທບ 99 ໂຕ, ໄກ່ຕັອກ 239 ໂຕ ແລະ ໄກ່ລາດດູກດຳ 37 ໂຕ. ຝູງສັດປີກດັ່ງກ່າວ ປະກອບມີ ພໍ່ ພັນ 177 ໂຕ ແລະ ແມ່ພັນ 843 ໂຕ ຊຶ່ງເປັນພື້ນຖານສຳລັບວຽກງານ ຄັດເລືອກ, ຂະຫຍາຍ ແລະ ປັບປຸງ ແນວພັນ. ການຄົ້ນຄວ້າດ້ານການລ້ຽງ ສັດຂອງສູນ ບໍ່ໄດ້ດຳເນີນງານຢ່າງ ໂດດດ່ຽວແຕ່ມີການຮ່ວມມືກັບ ຫລາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດ. ໜຶ່ງໃນວຽກງານ ສຳຄັນແມ່ນການຮ່ວມມືກັບກົມ ລ້ຽງສັດ ແລະ ການປະມົງ ໃນ ການກໍ່ສ້າງສູນຜະລິດນ້ຳເຊື້ອແຊ່ ແຂງງົວ ຜ່ານໂຄງການປັບປຸງ ສຸຂະພາບສັດ ແລະ ຕ່ອງໂສ້ມູນຄ່າ ຂອງການລ້ຽງສັດຕາມແລວຊາຍ ແດນຂອງ ສປປ ລາວ ໂດຍໄດ້ ຮັບທຶນຈາກທະນາຄານພັດທະນາ ອາຊີ (ADB). ນອກນັ້ນ, ຍັງໄດ້ ຮ່ວມມືກັບ ສປ ຈີນ ໃນການຄົ້ນ ຄວ້າ ແລະ ພັດທະນາແນວພັນງົວ ແລະ ແບ້ຊີ້ນທັງໝົດ 2 ໂຄງການ. ພ້ອມທັງຮ່ວມມືກັບ ສ ເກົາຫລີ ໃນການຈັດຕັ້ງໂຄງການທົດສອບ ແນວຄວາມຄິດດ້ານການຫັນປ່ຽນ ທາງດີຈິຕອນ ແລະ ປັນຍາປະດິດ (AI) ລະດັບສາກົນ. ການຮ່ວມມື ໃນຫລາຍດ້ານນີ້ ເປັນກົນໄກສຳຄັນ ໃນການນຳເອົາອົງຄວາມຮູ້, ເຕັກ ໂນໂລຊີ ແລະ ປະສົບການໃໝ່ໆ ມາປະຍຸກໃຊ້ກັບວຽກງານລ້ຽງສັດ ຂອງ ສປປ ລາວ. ພ້ອມນີ້ ການ ນຳໃຊ້ເຕັກໂນໂລຊີດີຈິຕອນ ແລະ AI ເຂົ້າໃນວຽກງານລ້ຽງສັດ ຍັງ ສາມາດເປີດທິດທາງໃໝ່ໃນການ ຕິດຕາມຝູງສັດ, ການຈັດການຟາມ, ການບັນທຶກຂໍ້ມູນແນວພັນ ແລະ ການວິເຄາະຜົນຜະລິດ. ຖ້າສາມາດ ນຳໃຊ້ໄດ້ຢ່າງເໝາະສົມເຕັກໂນໂລ ຊີເຫລົ່ານີ້ຈະຊ່ວຍຫລຸດພາລະການ ຈັດການ ແລະ ເພີ່ມຄວາມແມ໋ນຍຳ ໃນການຄົ້ນຄວ້າ. ຈາກພາລະບົດບາດ ແລະ ວຽກ ງານທີ່ສູນຄົ້ນຄວ້າການລ້ຽງສັດກຳ ລັງດຳເນີນຢູ່ ຈະເຫັນວ່າສູນແຫ່ງ ນີ້ມີບົດບາດຫລາຍດ້ານນັບຕັ້ງແຕ່ ການອະນຸລັກແນວພັນສັດ, ການ ປັບປຸງພັນ, ການຄົ້ນຄວ້າອາຫານ ສັດ, ການພັດທະນາເຕັກນິກການ ລ້ຽງ, ການຝຶກອົບຮົມໄປຈົນເຖິງ ການພັດທະນາຕ່ອງໂສ້ມູນຄ່າ. ສິ່ງ ສຳຄັນຄືການນຳຜົນງານຈາກການ ຄົ້ນຄວ້າໄປສູ່ຜູ້ນຳໃຊ້ຕົວຈິງ ໂດຍ ສະເພາະຊາວກະສິກອນ ເພື່ອໃຫ້ອົງ ຄວາມຮູ້ກາຍເປັນຜົນຜະລິດ, ລາຍ ໄດ້ ແລະ ອາຊີບທີ່ໝັ້ນຄົງ. ໃນພາບລວມ ສູນຄົ້ນຄວ້າການ ລ້ຽງສັດກຳລັງມີບົດບາດເປັນຂົວ ເຊື່ອມລະຫວ່າງ “ການຄົ້ນຄວ້າ” ກັບ “ການຜະລິດ” ໂດຍໃຊ້ແນວ ພັນສັດ, ເຕັກນິກ, ອາຫານ ແລະ ອົງຄວາມຮູ້ເປັນພື້ນຖານ. ການ ສືບຕໍ່ຍົກສູງວຽກງານຄົ້ນຄວ້າ, ຂະຫຍາຍການຮ່ວມມື ແລະ ຖ່າຍ ທອດເຕັກນິກສູ່ຊາວກະສິກອນຈະ ເປັນກົນໄກສຳຄັນໃນການພັດທະ ນາການລ້ຽງສັດຂອງລາວ ໃຫ້ມີ ຜະລິດຕະພາບສູງ, ສາມາດແຂ່ງ ຂັນໄດ້ ແລະ ສ້າງລາຍໄດ້ຢ່າງຍືນ ຍົງໃຫ້ແກ່ຊາວກະສິກອນ.

RkJQdWJsaXNoZXIy MTc3MTYxMQ==