7359

@ 0j k; c]t gsfdko j 08/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຫ້ອງວ່າການສູນກາງພັກ...ູ້່ັ ຮອງປະທານສະພາແຫ່ງຊາດ...່ ຂປລ. ກຸ່ມແມ່ຍິງອາຊຽນທີ່ ນະຄອນຫລວງວຽງຈັນ (ກຍອວ) ຫລືASEANWomen’s Circle in Vientiane (AWCV) ຈັດ ກອງປະຊຸມປະຈຳປີ 2026 ໃນ ວັນທີ 4 ກັນຍາ 2026 ຢູ່ນະຄອນ ຫລວງວຽງຈັນ, ພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ແສງດາ ວັນ ວົງໄຊ ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ, ທັງເປັນ ປະທານສະຫະພັນແມ່ຍິງກະຊວງ ການຕ່າງປະເທດ ແລະ ປະທານກຸ່ມ ກຍອວ ຊຶ່ງມີທ່ານເອກອັກຄະລັດຖະ ທູດເພດຍິງ, ພັນລະຍາຂອງທ່ານ ເອກອັກຄະລັດຖະທູດ, ນັກການທູດ ຍິງ ແລະ ພັນລະຍາຂອງນັກການ ທູດຈາກບັນດາສະຖານທູດ ຂອງ ປະເທດສະມາຊິກອາຊຽນປະຈໍາ ສປປ ລາວ ລວມທັງນັກການທູດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ເພື່ອທົບທວນຄືນການຈັດຕັ້ງປະຕິ ບັດວຽກງານແລະກິດຈະກຳຕ່າງໆ ໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບທິດທາງການເຄື່ອນໄຫວ ໃນຕໍ່ໜ້າ ໂດຍສະເພາະການປັບປຸງ ກົງຈັກການຈັດຕັ້ງ, ການປະກອບ ສ່ວນພັນທະປະຈໍາປີ, ການຂຶ້ນແຜນ ການເຄື່ອນໄຫວສໍາລັບປີ 20262027 ໃນຂົງເຂດການຊ່ວຍເຫລືອ ສັງຄົມແລະການຈັດກິດຈະກໍາ ເພື່ອ ຮັດແໜ້ນຄວາມສາມັກຄີຮັກແພງ ການຮັບຮອງເອົາດ້ານຫລັກການຕໍ່ ຮ່າງມະຕິຂອງຄະນະບໍລິຫານງານ ສູນກາງພັກ ວ່າດ້ວຍວຽກງານກໍ່ ສ້າງຮາກຖານການເມືອງ, ວຽກ ງານພັດທະນາຊົນນະບົດ-ແກ້ໄຂ ຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະໃໝ່; ຮ່າງມະຕິຂອງຄະ ນະບໍລິຫານງານສູນກາງພັກ ວ່າ ດ້ວຍການຕ້ານ, ສະກັດກັ້ນ, ປ້ອງ ກັນ ແລະ ແກ້ໄຂພະຍາດອາດຍາ ສິດ, ສໍ້ລາດບັງຫລວງ, ປະກົດການ ຫຍໍ້ທໍ້ ແລະ ການຟຸມເຟືອຍໃນກົງ ຈັກການຈັດຕັ້ງແລະ ໃນສັງຄົມ; ສືບ ຕໍ່ແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງ ໃຫ້ຕົກໄປເປັນກ້າວໆ ເປັນຕົ້ນ ບັນ ຫາຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ, ຮັບປະກັນບໍ່ໃຫ້ຂາດ ແຄນນໍ້າມັນເຊື້ອໄຟ ດ້ວຍມາດຕະ ການຮອງຮັບຕ່າງໆ, ຄຸ້ມຄອງລາ ຄາສິນຄ້າ, ຄ່າຄອງຊີບ ແລະ ອັດ ຕາແລກປ່ຽນ, ສຸມໃສ່ແກ້ໄຂປະກົດ ການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນ ຫາຢາເສບຕິດ, ອາວຸດເຖື່ອນ, ການ ລັກລອບຂຸດຄົ້ນແຮ່ທາດ, ຂຸດຄົ້ນ ຊັບພະຍາກອນທໍາມະຊາດອື່ນໆ ທີ່ ຜິດກົດໝາຍ, ສືບຕໍ່ປາບປາມ ແລະ ແກ້ໃຫ້ຕົກບັນຫາສະແກມເມີ, ຄໍ ເຊັນເຕີ, ປຸ້ນຈີ້ຊີງຊັບ, ອຸບັດເຫດ ຕາມທ້ອງຖະໜົນ ແລະ ອື່ນໆ. ໃນໂກາດດຽວກັນ, ສະຫາຍ ຜາຄຳ ອິນແສງ ກຳມະການສູນ ກາງພັກ, ຮອງຫົວໜ້າຫ້ອງວ່າ ການສູນກາງພັກ ກໍໄດ້ເຜີຍແຜ່ມະຕິ ຕົກລົງຂອງກົມການເມືອງສູນກາງ ພັກ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງຫ້ອງວ່າການສູນ ກາງພັກ ສະບັບເລກທີ 68/ກມສພ, ລົງວັນທີ 20 ສິງຫາ 2026 (ສະ ບັບປັບປຸງໃໝ່). ຫລັງຈາກນັ້ນ, ສະ ຫາຍ ມີໄຊ ພົມເຂ ກຳມະການສຳ ຮອງສູນກາງພັກ, ຮອງຫົວໜ້າຫ້ອງ ວ່າການສູນກາງພັກ ກໍໄດ້ເຜີຍແຜ່ ຄຳສັ່ງວ່າດ້ວຍການຈັດຕັ້ງຜັນຂະ ຫຍາຍຄຳສັ່ງນາຍົກລັດຖະມົນຕີວ່າ ດ້ວຍການເກັບກູ້ອາວຸດປືນແລະວັດ ຖຸລະເບີດ ແລະ ປາຖະກະຖາ 3 ວັນ ປະຫວັດສາດຂອງຊາດ ຄື: ເອກກະ ສານກ່ຽວກັບວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991-15/8/2026), ວັນຢຶດອຳນາດ ຄົບຮອບ 81 ປີ (23/8/1945-23/8/2026) ແລະ ເອກະສານມູນເຊື້ອການກຳ ເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການແນວລາວສ້າງຊາດ ເນື່ອງໃນໂອກາດ ຄົບຮອບ 76 ປີ (13/8/ 1950-13/8/2026). ການຈັດຕັ້ງເຜີຍແຜ່ເອກະສານ ແລະ ປາຖະກະຖາວັນສຳຄັນຂອງ ພັກ-ຂອງຊາດ ຄັ້ງນີ້, ເພື່ອເຮັດໃຫ້ ສະມາຊິກພັກ ແລະ ພະນັກງານລັດ ຖະກອນ ໃນທົ່ວຫ້ອງວ່າການສູນ ກາງພັກ ໄດ້ຮັບຮູ້, ກຳແໜ້ນ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງເນື້ອໃນ, ຄວາມໝາຍແລະຄວາມສຳຄັນຂອງ ເອກະສານສຳຄັນຂອງພັກ-ຂອງ ຊາດ. ພ້ອມກັນນັ້ນ, ຈະເປັນການສ້າງ ຄວາມເອກະພາບທາງດ້ານແນວ ຄິດ, ການຮັບຮູ້ ແລະ ການປະຕິບັດ ພາຍໃນອົງການຈັດຕັ້ງ ເພື່ອນຳເອົາ ເນື້ອໃນມະຕິ ແລະ ແນວທາງຕ່າງໆ ໄປຜັນຂະຫຍາຍ ແລະ ນຳໄປປະຕິ ບັດໃຫ້ເກີດຜົນເປັນຮູບປະທຳ. ຂ່າວ: ກິດຕາ; ພາບ: ເກດສະໜາ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມ ໄຊ ເພື່ອຕິດຕາມສະພາບການເປັນຢູ່ ແລະ ສະແດງຄວາມເປັນຫ່ວງເປັນ ໃຍຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມຢູ່ຫລາຍເມືອງ ແລະ ຫລາຍບ້ານຂອງແຂວງອຸດົມ ໄຊ. ພ້ອມທັງໄດ້ນຳເອົາເຄື່ອງອຸປະ ໂພກ-ບໍລິໂພກ ແລະ ເງິນສົດ ລວມ ມູນຄ່າ150ລ້ານກີບມອບໃຫ້ແຂວງ ອຸດົມໄຊ ເພື່ອຈັດສັນ ແລະ ແບ່ງປັນ ໃຫ້ຜູ້ປະສົບໄພຢ່າງທົ່ວເຖິງ. ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ, ປະທານສະພາປະ ຊາຊົນແຂວງອຸດົມໄຊ ໄດ້ລາຍງານ ສະພາບໄພນ້ຳຖ້ວມ ໃນໄລຍະຜ່ານ ມາ, ວິທີການຮັບມື, ວິທີການແກ້ໄຂ ສຸກເສີນແລະແຜນການບຳລຸງສ້ອມ ແປງ ເພື່ອໃຫ້ສະພາບການກັບຄືນສູ່ ປົກກະຕິໃນຕໍ່ໜ້າ. ຈາກເຫດການໄພ ນ້ຳຖ້ວມ ໄດ້ສົ່ງຜົນກະທົບຢ່າງໜັກ ໜ່ວງ ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ສູນຫາຍ 1 ຄົນ. ດ້ານຊັບສິນ ແລະ ພື້ນຖານໂຄງລ່າງ ຂອງປະຊາ ຊົນ ແລະ ຂອງລັດ ເສຍຫາຍຢ່າງ ຫລວງຫລາຍ ເປັນຕົ້ນ ໂຮງຮຽນ, ໂຮງໝໍ, ລະບົບຊົນລະປະທານ, ໄຮ່- ນາ, ຮົ້ວ-ສວນ, ເຮືອນຊານ-ບ້ານ ຊ່ອງ, ສັດລ້ຽງ, ໜອງປາ, ຕາໜ່າງ ໄຟຟ້າ, ນ້ຳປະປາ ແລະ ຖະໜົນຫົນ ທາງ ພ້ອມທັງລະບົບຄົມມະນາຄົມ ຖືກຕັດຂາດ ເປັນເວລາຫລາຍວັນ. ຕໍ່ກັບສະພາບການດັ່ງກ່າວ, ທ່ານ ກອງແກ້ວ ໄຊສົງຄາມ ໄດ້ ເນັ້ນໃຫ້ອົງການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈ ໃສ່ ແລະ ລະມັດລະວັງເປັນພິເສດ ກ່ຽວກັບໂລກໄພໄຂ້ເຈັບທີ່ອາດຈະ ມາກັບນ້ຳຖ້ວມທັງໃນຄົນ ແລະ ສັດ ລ້ຽງ ພ້ອມທັງໃຫ້ເພີ່ມທະວີຄວາມ ເອົາໃຈໃສ່ໃນການຊີ້ນຳ ປະຊາຊົນ ເພື່ອຟື້ນຟູຊີວິດການເປັນຢູ່ຕໍ່ຄອບ ຄົວຜູ້ທີ່ໄດ້ຮັບຜົນກະທົບ ໃຫ້ກັບມາ ສູ່ສະພາບປົກກະຕິໂດຍພື້ນຖານ. ສຳລັບເສັ້ນທາງທີ່ຖືກຕັດຂາດແມ່ນ ຕ້ອງໄດ້ເລັ່ງແກ້ໄຂໃຫ້ໄວທີ່ສຸດ ແລະ ບໍ່ໃຫ້ມີບັນຫາໃນຂອດການ ຈັດຕັ້ງປະຕິບັດ ໂດຍຕ້ອງປະຕິບັດ ຢ່າງລະອຽດອ່ອນ ແລະ ຄຳນຶງເຖິງ ຜົນປະໂຫຍດຂອງທຸກຝ່າຍ. ນອກ ຈາກນີ້, ຕໍ່ກັບຄອບຄົວຜູ້ເສຍຊີວິດ ແມ່ນໃຫ້ຮ່ວມເຮັດບຸນສິນກິນທານ ນຳຄອບຄົວທີ່ສູນເສຍຕາມເງື່ອນ ໄຂເພື່ອຊ່ວຍເຫລືອບັນເທົາທຸກແລະ ສະແດງເຖິງຄວາມມີມະນຸດສະທຳ. ໂອກາດດຽວກັນ,ຄະນະດັ່ງກ່າວ ໄດ້ລົງເຄື່ອນໄຫວຢ້ຽມຢາມຄອບ ຄົວທີ່ໄດ້ຮັບຜົນກະທົບຈາກໄພພິບັດ ນ້ຳຖ້ວມໂດຍກົງ ຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ພ້ອມທັງນຳເອົາ ເຄື່ອງອຸປະໂພກ-ບໍລິໂພກມອບໃຫ້ປະ ຊາຊົນຜູ້ປະສົບໄພ ເພື່ອຊ່ວຍເຫລືອ ບັນເທົາທຸກ ແລະ ເພື່ອເປັນການໃຫ້ ກຳລັງໃຈ, ສ້າງຄວາມອົບອຸ່ນໃຫ້ ກັບປະຊາຊົນໃນການຟື້ນຟູ ແລະ ດຳເນີນຊີວິດປະຈຳວັນຕໍ່ໄປ. ວິຊາການ, ດ້ານພະລາທິການ, ຈົນ ຮອດດ້ານການຕ້ອນຮັບ ແລະ ການ ຮັກສາຄວາມປອດໄພ. ລັດຖະບານ ໄດ້ຕົກລົງເຫັນດີສ້າງຕັ້ງຄະນະຊີ້ ນຳລະດັບຊາດ ທີ່ປະກອບດ້ວຍຄະ ນະຮັບຜິດຊອບວຽກງານສະເພາະ ດ້ານຂຶ້ນມາ ເພື່ອຮັບປະກັນໃຫ້ທຸກ ຂະແໜງການທີ່ກ່ຽວຂ້ອງ ມີການ ປະສານສົມທົບກັນຢ່າງລະອຽດ ໃນການກະກຽມວຽກງານທັງທາງ ດ້ານເນື້ຶອໃນ ແລະ ພາລາທິການ, ພ້ອມກັບໃຫ້ມີການຕິດຕາມກວດ ກາຄວາມຄືບໜ້າຢ່າງເປັນປົກກະຕິ ແລະ ເປັນລະບົບ. ໃນດ້ານເນື້ອໃນ ແມ່ນມີຄວາມ ຄືບໜ້າຕາມກຳນົດ, ສັນຍາການເປັນ ເຈົ້າພາບ ລະຫວ່າງ ສປປ ລາວ ກັບ ອົງການສະຫະປະຊາຊາດ ໄດ້ສຳ ເລັດການເຊັນຮ່ວມກັນເປັນທີ່ຮຽບ ຮ້ອຍແລ້ວ. ພ້ອມກັນນັ້ນ, ບັນດາເອ ກະສານສຳຄັນ ເປັນຕົ້ນເເມ່ນແຜນ ປະຕິບັດງານນະຄອນຫລວງວຽງ ຈັນ ສະບັບໃໝ່ (VCAP 20272031) ແລະ ຖະແຫລງການການ ເມືອງ ກໍກໍາລັງຢູ່ໃນຂັ້ນຕອນສຸດ ທ້າຍຂອງການເຈລະຈາ ເພື່ອກຽມ ນໍາສະເໜີໃຫ້ບັນດາປະເທດພາຄີ ພິຈາລະນາ ແລະ ຮັບຮອງເອົາຢ່າງ ເປັນທາງການ ໃນໄລຍະກອງປະ ຊຸມ 14-18 ກັນຍາ 2026 ນີ້. ມາຮອດປັດຈຸບັນ, ແມ່ນຄາດວ່າ ຈະມີຄະນະຜູ້ແທນລະດັບສູງ ຈາກ ທົ່ວທຸກມູມໂລກເດີນທາງເຂົ້າຮ່ວມ ກອງປະຊຸມເປັນຈຳນວນຫລວງ ຫລາຍ ຊຶ່ງໜັງສືເຊື້ອເຊີນ ພ້ອມທັງ ເອກະສານທີ່ຈຳເປັນ ໄດ້ຖືກສົ່ງໄປ ໃຫ້ບັນດາປະເທດສະມາຊິກ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ຢ່າງທົ່ວເຖິງແລ້ວ. ດ້ານສະຖານທີ່ ຈັດກອງປະຊຸມ ແລະ ການອຳນວຍ ຄວາມສະດວກຕ່າງໆ ກໍແມ່ນຢູ່ໃນ ຂັ້ນຕອນສຸດທ້າຍຂອງການກະ ກຽມເຊັ່ນກັນ ໂດຍໄດ້ຮັບການຮ່ວມ ມືຈາກທຸກພາກສ່ວນ ທັງພາກລັດ ແລະ ພາກເອກະຊົນ ຢ່າງພ້ອມພຽງ. ທ່ານ ນາງ ມຸກດາວັນ ສີສຸລິດ ໄດ້ກ່າວອີກວ່າ: ຂ້າພະເຈົ້າມີຄວາມ ໝັ້ນໃຈຢ່າງສູງ ດ້ວຍພື້ນຖານປະ ສົບການທີ່ ສປປ ລາວ ເຄີຍໄດ້ຮັບ ກຽດເປັນເຈົ້າພາບຈັດກອງປະຊຸມ ສາກົນໃນລັກສະນະດຽວກັນນີ້ມາ ກ່ອນ, ປະກອບກັບຄວາມຮ່ວມມື ອັນແໜ້ນແຟ້ນຈາກທຸກພາກສ່ວນ ທັງພາຍໃນປະເທດ ແລະ ບັນດາປະ ເທດຄູ່ຮ່ວມພັດທະນາສາກົນ, ຂ້າ ພະເຈົ້າມີຄວາມເຊື່ອໝັ້ນວ່າ ສປປ ລາວ ຈະສາມາດປະຕິບັດພາລະບົດ ບາດເປັນປະທານ ແລະ ເຈົ້າພາບ ກອງປະຊຸມທົບທວນສົນທິສັນຍາ CCM ຮອບວຽນທີ 3 ນີ້ໄດ້ຢ່າງມີ ປະສິດທິຜົນ ແລະ ເປັນທີ່ຍອມຮັບ ຂອງວົງຄະນະຍາດສາກົນ. ຮອງອໍານວຍການໂຮງໝໍເລກ 2 ມະຫາວິທະຍາໄລການແພດກອງ ທັບບົກ ສປ ຈີນ, ທີ່ປຶກສາທູດປ້ອງ ກັນຊາດ ສປ ຈີນ ປະຈໍາ ສປປ ລາວ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ບົວສິງ ອິນທະວົງ ກໍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ແລະ ກ່າວຄວາມຍິນດີຕ້ອນຮັບຢ່າງອົບ ອຸ່ນ ແລະ ສະແດງເຖິງມູນເຊື້ອ ຄວາມສາມັກຄີຮັກແພງ ລະຫວ່າງ ສອງຊາດ, ສອງພັກ, ສອງກອງ ທັບ ກໍຄື ສອງເຫລົ່າຮົບເສນາຮັກ ກອງທັບປະຊາຊົນລາວກັບກອງ ທັບປົດປ່ອຍປະຊາຊົນຈີນ ໃຫ້ນັບມື້ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ຈຸດປະສົງການມາເຄື່ອນໄຫວວຽກ ງານໃນຄັ້ງນີ້, ເພື່ອຈັດຕັ້ງປະຕິບັດ ແຜນການລວມໃນການຮ່ວມມື ດ້ານການທະຫານ ລະຫວ່າງ ສອງ ກອງທັບລາວ-ຈີນ ໃຫ້ເປັນຮູບປະ ທຳ, ລົງເລິກຂະຫຍາຍການຮ່ວມ ມືທາງດ້ານສາທາລະນະສຸກ ລະ ຫວ່າງ ສອງກອງທັບລາວ-ຈີນ ໃຫ້ ປະກົດຜົນເປັນຈິງ, ຍົກລະດັບຄວາມ ສາມາດ ໃນການຮ່ວມກັນບັນຊາ ວຽກງານເສນາຮັກ-ພະລາທິການ ແລະ ຮ່ວມກອບກູ້ຊ່ວຍເຫລືອ ລະ ຫວ່າງສອງກອງທັບໃຫ້ສູງຂຶ້ນ ແລະ ເພື່ອສ້າງເປັນແບບແຜນສະ ເພາະໃຫ້ແກ່ການແລກປ່ຽນຮ່ວມມື ດ້ານການແພດການທະຫານ ລະ ຫວ່າງສອງຝ່າຍ, ທັງເປັນການສືບ ຕໍ່ເສີມຂະຫຍາຍໄມຕິຈິດມິດຕະ ພາບອັນເປັນມູນເຊື້ອຂອງສອງ ປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ໄປ, ຊຸກຍູ້ການພົວພັນມິດຕະພາບ ຂອງສອງປະເທດ, ສອງກອງທັບ ໃຫ້ປະກົດຜົນເປັນຈິງ. ຂ່າວ-ພາບ: ຄໍາປະສົງ ລາດຊະວົງ ການແຂ່ງຂັນຮອບຄັດເລືອກ, ຄັ້ງ ທີ 3 ການແຂ່ງຂັນຮອບຮອງຊະນະ ເລີດ ແລະ ຄັ້ງທີ 4 ການແຂ່ງຂັນ ຮອບຊີງຊະນະເລີດ, ມູນຄ່າເງິນ ລາງວັນການແຂ່ງຂັນ 760 ລ້ານ ກີບ ໂດຍຈະອອກອາກາດຢູ່ໂທລະ ພາບແຫ່ງຊາດລາວ ຊ່ອງ ທຊລ 3 ໃນທ້າຍປີ 2026 ນີ້. ທ່ານ ນາງ ໄພວັນ ບຸນທະວົງ ຜູ້ຮັບຜິດຊອບລາຍການດາວດວງ ໃໝ່ ໄດ້ໃຫ້ຮູ້ໃນໂອກາດຖະແຫລງ ຂ່າວເປີດລາຍການແຂ່ງຂັນ ສຽງ ເພງລາວທົ່ວປະເທດ “ລາຍການ ດາວດວງໃໝ່ 2026” ໃນວັນທີ 4 ກັນຍາ 2026 ຜ່ານມາວ່າ: ການ ແຂ່ງຂັນຮ້ອງເພງຄັ້ງນີ້, ເປັນການ ອະນຸລັກ ແລະ ສົ່ງເສີມສິລະປະວັນ ນະຄະດີຂອງຊາດລາວ ໃຫ້ຄຽງຢູ່ ຄູ່ກັບຄົນລາວຕະຫລອດໄປ, ທັງ ເປັນການພັດທະນາລາຍການຂອງ ໂທລະພາບແຫ່ງຊາດລາວ ໃຫ້ມີ ຫລາກຫລາຍສີສັນ ແລະ ດຶງດູດຜູ້ ຊົມໃຫ້ຫັນມາຕິດຕາມໂທລະພາບ ແຫ່ງຊາດເພີ່ມຂຶ້ນ, ເພື່ອເປັນເວທີ ໃນການສົ່ງເສີມ, ຮັກສາ ແລະ ສືບ ສານສິລະປະວັດທະນະທໍາໃຫ້ໄວ ໜຸ່ມທີ່ມີພອນສະຫວັນ, ມີຄວາມສາ ມາດກ້າສະແດງອອກ ແລະ ຮ່ວມ ເປັນກໍາລັງໃຈໃຫ້ທຸກຄວາມສາ ມາດໄດ້ເປັ່ງປະກາຍອອກມາຍ່າງ ເຕັມທີ່. ນອກຈາກນີ້, ກໍເພື່ອໃຫ້ ລາຍການດາວດວງໃໝ່ ເປັນບ່ອນ ສົ່ງຕໍ່ແຮງບັນດານໃຈ ແລະ ພະລັງ ບວກໃຫ້ກັບຜູ້ຊົມ ທີ່ກຳລັງລຸກຂຶ້ນ ໄລ່ຕາມຄວາມຝັນຂອງຕົນເອງ, ເພື່ອຄົ້ນຫາ ແລະ ເປີດໂຕເພັດເມັດ ງາມ, ດາວດວງໃໝ່ ທີ່ອາດຈະຍັງ ບໍ່ທັນມີໃຜໄດ້ເຫັນໃຫ້ມີໂອກາດມາ ແຈ້ງເກີດໃນເວທີນີ້ ຊຶ່ງເວທີນີ້ບໍ່ ພຽງແຕ່ເປັນການແຂ່ງຂັນ ແຕ່ເປັນ ເວທີແຫ່ງການຮຽນຮູ້ ທີ່ເປີດໂອ ກາດໃຫ້ຜູ້ເຂົ້າຮ່ວມ ໄດ້ພັດທະນາ ຕົນເອງ ແລະ ເຕີບໃຫຍ່ຢ່າງມີຄຸນ ນະພາບ. ທ່ານໃດທີ່ສົນໃຈ ສາມາດສະ ໝັກເຂົ້າຮ່ວມແຂ່ງຂັນ ທາງເວັບໄຊ www.laosinger.com ຫລື ສະ ແກນ ຄິວອາໂຄດ ເພື່ອລົງສະໝັກ, ສ່ວນເງື່ອນໄຂຂອງຜູ້ສະໝັກ ບໍ່ຈໍາ ກັດເພດ, ຕ້ອງແມ່ນຄົນລາວ ທີ່ມີອາ ຍຸ 15-40 ປີ, ຕ້ອງຮ້ອງເພງລາວ (ສະຕິງ ຫລື ລູກທົ່ງບ້ານນາ). ສຳ ລັບ ລາງວັນຊະນະເລີດ ລວມມູນ ຄ່າ 300 ລ້ານກີບ. ໃນນັ້ນ, ເງິນສົດ 200 ລ້ານກີບ, ຂັນລາງວັນ, ໃບຢັ້ງ ຢືນ, ທຶນຝຶກອົບຮົມ 3 ເດືອນຢູ່ ສປ ຈີນ ແລະ ເຊັນສັນຍາເປັນສິລະປິນ; ລາງວັນຮອງຊະນະເລີດລວມມູນ ຄ່າ 200 ລ້ານກີບ. ໃນນັ້ນ, ເງິນສົດ 100 ລ້ານກີບ, ຂັນລາງວັນ, ໃບຢັ້ງ ຢືນ, ທຶນຝຶກອົບຮົມ 3 ເດືອນ ຢູ່ ສປ ຈີນ ແລະ ເຊັນສັນຍາເປັນສິລະປິນ; ຮອງອັນດັບ 2 ລວມມູນຄ່າຂອງ ລາງວັນ 150 ລ້ານກີບ, ເງິນສົດ 50 ລ້ານກີບ, ຂັນລາງວັນ, ໃບຢັ້ງ ຢືນ, ທຶນຝຶກອົບຮົມ 3 ເດືອນ ທີ່ ສປ ຈີນ, ເຊັນສັນຍາເປັນສິລະປິນ, ທີ 4-10, ລວມມູນຄ່າຂອງລາງວັນ 10 ລ້ານກີບ, ໃບຢັ້ງຢືນ, ເຊັນສັນ ຍາເປັນສິລະປິນ (ອັນດັບ 4-5 ຈະ ໄດ້ຮັບທຶນຝຶກອົບຮົມ ຢູ່ ສປ ຈີນ 3 ເດືອນ) ແລະ ທີ 11-30 ລວມມູນ ຄ່າຂອງລາງວັນ 2 ລ້ານກີບ, ເງິນ ສົດ 2 ລ້ານກີບ ແລະ ໃບຢັ້ງຢືນ. ໂອກາດນີ້, ທ່ານ ວັນລາຕີ ຄໍາ ວານວົງສາ ຜູ້ອໍານວຍການໃຫຍ່ ໂທລະພາບແຫ່ງຊາດ ໄດ້ກ່າວວ່າ: ໂທລະພາບແຫ່ງຊາດລາວ ມີຄວາມ ພະຍາຍາມ, ມີຄວາມຕັ້ງໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ຈະໄດ້ມີ ລາຍການໃໝ່ ອອກສູ່ສາຍຕາຜູ້ຊົມ ໂດຍສະເພາະແມ່ນລາຍການບັນ ເທີງ ກໍຄື ການແຂ່ງຂັນສຽງເພງ ຂອງຄົນລາວ, ຂອງໄວໜຸ່ມລາວ ແລະ ຜູ້ທີ່ມີຄວາມສົນໃຈ, ມັກຮັກໃນ ການຮ້ອງເພງ ຊຶ່ງລາຍການແຂ່ງ ຂັນສຽງເພງຄັ້ງນີ້, ເປັນການປະ ກອບສ່ວນໃນການສ້າງຂະບວນ ການ ແລະ ສົ່ງເສີມທາງດ້ານວັດທະ ນະທໍາ ໂດຍສະເພາະດ້ານສິລະປະການສະແດງ, ທັງເປັນການສືບ ທອດ, ສືບສານມູນເຊື້ອ, ຮີດຄອງ ປະເພນີ, ການປະດິດຄິດແຕ່ງ, ສຽງ ເພງ, ສຽງຂັບ, ສຽງລໍາ ທີ່ເປັນເອ ກະລັກ, ເປັນມໍລະດົກຂອງປວງຊົນ ລາວ ແລະ ໃຫ້ຢູ່ຄຽງຄູ່ກັບສັງຄົມ ລາວຕະຫລອດໄປ, ລາຍການນີ້ ເປັນພຽງຈຸດເລີ່ມຕົ້ນໜຶ່ງ ແລະ ກໍ ເປັນການປະກອບສ່ວນໃນການ ແລກປ່ຽນວັດທະນະທໍາ ຜ່ານສຽງ ເພງ ກັບບັນດາປະເທດໃນພາກພື້ນ ແລະ ສາກົນ ໃນຕໍ່ໜ້າອີກດ້ວຍ. ຂ່າວ: ກິດຕາ; ພາບ: ເກດສະໜາ ລະຫວ່າງ ບັນດາສະມາຊິກພາຍໃນ ກຸ່ມ ກຍອວ ກໍຄື ບັນດາປະເທດສະ ມາຊິກອາຊຽນ. ທ່ານ ນາງ ແສງດາວັນ ວົງໄຊ ປະທານກຸ່ມ ກຍອວ ໄດ້ສະແດງ ຄວາມຍິນດີຕ້ອນຮັບບັນດາສະມາ ຊິກໃໝ່ຂອງກຸ່ມດັ່ງກ່າວ ແລະ ມີ ຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອເປັນ ນິມິດໝາຍອັນດີໃນການຈະສືບຕໍ່ ເຄື່ອນໄຫວວຽກງານ ແລະ ກິດຈະ ກໍາຕ່າງໆ ໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້, ແນໃສ່ປະ ກອບສ່ວນເຂົ້າໃນການເຄື່ອນໄຫວ ໃນຂະບວນການລວມຂອງອາ ຊຽນ. ພ້ອມກັນນີ້, ທ່ານ ນາງ ຂັນ ມາລາ ພັນດານຸວົງ ອະດີດປະທານ ກຸ່ມ ກຍອວ ກໍໄດ້ລາຍງານຕໍ່ກອງ ປະຊຸມກ່ຽວກັບບັນດາວຽກງານ ແລະ ກິດຈະກໍາຂອງກຸ່ມດັ່ງກ່າວ ໃນໄລຍະຜ່ານມາ, ລວມທັງການ ນໍາໃຊ້ຄັງເງິນຂອງກຸ່ມ. ກອງປະ ຊຸມຄັ້ງນີ້, ໄດ້ເຫັນດີຕໍ່ການແຕ່ງຕັ້ງ ບັນດາທ່ານຮອງປະທານຂອງກຸ່ມ ດັ່ງກ່າວ ໂດຍແມ່ນ ທ່ານເອກອັກ ຄະລັດຖະທູດຟີລິບປິນປະຈໍາ ສປປ ລາວ; ພັນລະຍາຂອງທ່ານເອກ ອັກຄະລັດຖະທູດສິງກະໂປ ປະຈໍາ ສປປ ລາວ ແລະ ພັນລະຍາຂອງ ທ່ານຮອງລັດຖະມົນຕີກະຊວງ ການຕ່າງປະເທດແຫ່ງ ສປປ ລາວ. ກຸ່ມແມ່ຍິງອາຊຽນທີ່ນະຄອນ ຫລວງວຽງຈັນ ສ້າງຕັ້ງຂຶ້ນໃນປີ 2017 ໂດຍມີຈຸດປະສົງເພື່ອສົ່ງ ເສີມຄວາມສາມັກຄີໃນອາຊຽນ, ການຮ່ວມມື ແລະ ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນລະຫວ່າງແມ່ຍິງ ອາຊຽນທີ່ນະຄອນຫລວງວຽງຈັນ, ພ້ອມທັງສ້າງໂອກາດໃຫ້ມີການ ແລກປ່ຽນທາງດ້ານວັດທະນະທຳ ແລະ ສັງຄົມລະຫວ່າງສະມາຊິກ ດ້ວຍກັນ. ປັດຈຸບັນ, ປະທານກິດຕິ ມະສັກຂອງກຸ່ມ ກຍອວ ແມ່ນທ່ານ ນາງ ວາດສະໜາ ພົມວິຫານ ພັນ ລະຍາຂອງທ່ານຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ. ສປປ ລາວ... ເປີດຮັບສະໝັກ...ີັັ ກອງປະຊຸມ...ຸ ຄະນະຊ່ຽວຊານ...່

RkJQdWJsaXNoZXIy MTc3MTYxMQ==