7359

08/09/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ທົບທວນການຮ່ວມມື...ົ່ື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫາລືທິດທາງ...ືິ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເປີດໂອກາດ...ີ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການຟື້ນຟູປ່າໄມ້ ແລະ ຕ່ອງໂສ້ ມູນຄ່າ ທີ່ພົວພັນກັບປ່າໄມ້ຢ່າງຍືນ ຍົງ ແລະ ຮັບຮອງເອົາທິດທາງຍຸດ ທະສາດທີ່ສໍາຄັນ ສໍາລັບການກະ ກຽມໄລຍະສືບຕໍ່ ແລະ ຂະຫຍາຍ ໂຄງການ. ໂຄງການ ProFEB ໄດ້ສະ ໜັບສະໜູນການປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດປ່າໄມ້ຢ່າງຍືນ ຍົງ ໄປພ້ອມກັບການເພີ່ມການມີ ສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ໂດຍສະເພາະແມ່ນແມ່ຍິງ ໃນຕ່ອງ ໂສ້ທີ່ພົວພັນກັບປ່າໄມ້ຢ່າງຍືນຍົງ. ໂຄງການ ProFEB ໄດ້ຮັບການ ຮ່ວມທຶນຈາກສະຫະພາບເອີຣົບ ສິ້ນສຸດໄລຍະຈັດຕັ້ງປະຕິບັດ. ທ່ານ ສົມຫວັງ ພິມມະວົງ ກ່າວ ວ່າ: ເປົ້າໝາຍຂອງພວກເຮົາ ແມ່ນ ການຮ່ວມມືກັນເພື່ອສ້າງຮາກຖານ ທີ່ເຂັ້ມແຂງ ແລະ ຍືນຍົງ ໃຫ້ກັບ ໄລຍະໃໝ່ຂອງໂຄງການ ProFEB ໂດຍຢຶດຖືຄວາມເປັນເຈົ້າການຂອງ ຊາດຢ່າງໜັກແໜ້ນ. ການເປັນຄູ່ ຮ່ວມງານຈະປະກອບສ່ວນໂດຍກົງ ຕໍ່ເປົ້າໝາຍໄລຍະຍາວ ຂອງ ສປປ ລາວ ເພື່ອການຄຸ້ມຄອງປ່າໄມ້ຢ່າງ ຍືນຍົງ ແລະ ການເຕີບໂຕສີຂຽວ ແບບມີສ່ວນຮ່ວມ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ໃນ ສປປ ລາວ ເພື່ອເປີດເວທີໃຫ້ ຜູ້ຕາງໜ້າຈາກພາກລັດ, ອົງກອນ ຕາງໜ້າຜູ້ອອກແຮງງານ, ຜູ້ໃຊ້ ແຮງງານ, ສະມາຄົມທຸລະກິດ, ວິສາ ຫະກິດ, ອົງການແຮງງານສາກົນ (ILO) ແລະ ພາກສ່ວນກ່ຽວຂ້ອງ ໄດ້ຮ່ວມແລກປ່ຽນຄຳເຫັນ ເພື່ອ ເສີມສ້າງຄວາມເຂົ້າໃຈຮ່ວມກັນ ກ່ຽວກັບ RBC. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ປຶກສາຫາລືກ່ຽວກັບສະພາບຕົວ ຈິງ, ຄວາມຕ້ອງການ ແລະ ຂໍ້ຈຳ ກັດຂອງວິສາຫະກິດລາວ ໂດຍ ສະເພາະຈຸນລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ເພື່ອໃຫ້ບົດແນະນຳ ທີ່ຈະພັດທະນາຂຶ້ນ ມີຄວາມເຂົ້າ ໃຈງ່າຍ, ນຳໃຊ້ໄດ້ຈິງ ແລະ ເໝາະ ສົມກັບວິສາຫະກິດທຸກຂະໜາດ. ພ້ອມນີ້,ຍັງໄດ້ທົບທວນແລະປຶກສາ ຫາລືຮ່າງອົງປະກອບ ແລະ ຂອບ ເຂດໜ້າທີ່ຂອງກຸ່ມ “ຜູ້ຕາງໜ້າ RBC” ຫລື RBC Champions. ກຸ່ມດັ່ງກ່າວ ຖືກສະເໜີໃຫ້ເປັນກົນ ໄກສຳລັບການປຶກສາຫາລື, ການ ຮ່ວມພັດທະນາ, ການທົບທວນແລະ ການຮ່ວມກຳນົດທິດທາງຂອງບົດ ແນະນຳ. ໂອກາດນີ້, ທ່ານ ໄຊບັນດິດ ຣາຊະພົນ ຮອງປະທານສະພາ ການຄ້າ ແລະ ອຸດສາຫະກຳ ແຫ່ງ ຊາດລາວ ໄດ້ເນັ້ນເຖິງຄວາມພ້ອມ ຂອງ ສຄອຊ ໃນການສະໜັບສະ ໜູນແລະ ເປັນຫລັກໃນການປະສານ ງານໂຄງການລິເລີ່ມນີ້. ສຄອຊ ພ້ອມທີ່ຈະເປັນຫລັກໃນການຈັດຕັ້ງ ປະຕິບັດໂຄງການລິເລີ່ມນີ້ ໃນຖາ ນະອົງກອນຕາງໜ້າຜູ້ໃຊ້ແຮງງານ, ແຕ່ການພັດທະນາ RBC ບໍ່ສາ ມາດເຮັດໂດຍຝ່າຍໃດຝ່າຍໜຶ່ງ ພວກເຮົາຕ້ອງການຄຳເຫັນ ແລະ ການແລກປ່ຽນປະສົບການຈາກ ພາກລັດ, ສູນກາງສະຫະພັນກຳມະ ບານລາວ, ສະມາຄົມທຸລະກິດ ແລະ ວິສາຫະກິດ. ພ້ອມກັນນີ້, ທ່ານ ວິບູນ ສິດທິມໍ ລະດາ ຄະນະບໍລິຫານງານ ສຄອຊ ກໍໄດ້ເນັ້ນເຖິງຄວາມສຳຄັນທາງ ຍຸດທະສາດຂອງ RBC ຕໍ່ການ ກະກຽມຄວາມພ້ອມຂອງວິສາຫະ ກິດລາວ ໃນໄລຍະການປ່ຽນຜ່ານ ຂອງປະເທດ. ໃນຂະນະທີ່ ສປປ ລາວ ກຳລັງກະກຽມກ້າວພົ້ນຈາກ ສະຖານະປະເທດດ້ອຍພັດທະນາ (LDC), ການດຳເນີນທຸລະກິດ ຢ່າງມີຄວາມຮັບຜິດຊອບຈະມີ ຄວາມຈຳເປັນຢ່າງຍິ່ງຕໍ່ການຮັກ ສາໂອກາດໃນການເຂົ້າເຖິງຕະ ຫລາດແລະການເສີມສ້າງຂີດຄວາມ ສາມາດໃນການແຂ່ງຂັນຂອງວິສາ ຫະກິດລາວ, ແຜນວຽກງານທີ່ມີ ຄຸນຄ່າ ແລະ ເປັນທຳ(DWCP) ສະບັບໃໝ່ ເປັນເວທີສຳຄັນໃນການ ຊ່ວຍໃຫ້ພາກທຸລະກິດກະກຽມ ຄວາມພ້ອມ ສຳລັບການປ່ຽນຜ່ານ ດັ່ງກ່າວ. ຂໍ້ມູນ-ພາບ: ສຄອຊ ນັກລົງທຶນທີ່ໜ້າເຊື່ອຖື ຈາກ ສປ ຈີນ ແລະ ສ ເກົາຫລີ. ງານພົບປະຈັບຄູ່ທາງທຸລະກິດ ໃນຄັ້ງນີ້, ເປັນຂັ້ນຕອນສຸດທ້າຍ ທາງດ້ານຄວາມຕ້ອງການຈາກ ພາຍນອກ ຂອງການລິເລີ່ມສອງ ຂັ້ນຕອນ ພາຍໃຕ້ໂຄງການລິເລີ່ມ ການຮ່ວມມືເຊິ່ງກັນ ແລະ ກັນ ຂອງ ອົງການ FAO ຈັດຂຶ້ນບົນພື້ນຖານ ຂອງກອງປະຊຸມປຶກສາຫາລື ເພື່ອ ທົບທວນສະພາບເງື່ອນໄຂໃນໄລ ຍະຜ່ານມາ ຊຶ່ງໄດ້ກຳນົດຖານ ການຜະລິດແຫ່ງຊາດ ແລະ ລະບຸ ຄວາມສາມາດໃນການສົ່ງອອກ ແລະ ຊ່ອງວ່າງໃນການປະຕິບັດ ຕາມມາດຕະຖານ, ທັງເປັນການ ເປີດໂອກາດໃຫ້ຜູ້ປະກອບການກະ ສິກຳລາວ ສາມາດເຈລະຈາໂດຍ ກົງກັບຄູ່ຮ່ວມງານທີ່ມີຄວາມຕ້ອງ ການຊື້ ຕື່ມອີກ. ໂອກາດນີ້, ທ່ານ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະ ຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ໝາກເຜັດ ແມ່ນສ່ວນ ໜຶ່ງຂອງຄວາມເປັນຄົນລາວ, ຜູກ ພັນເລິກເຊິ່ງກັບວັດທະນະທຳອາ ຫານ ແລະ ຊີວິດການເປັນຢູ່ຂອງ ກະສິກອນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈະເປັນຜູ້ນຳໃນການ ອອກແບບ ແລະ ທົດລອງລະບົບຕິດ ຕາມກວດສອບຄືນ ສຳລັບພື້ນທີ່ ປູກ ແລະ ໂຮງງານບັນຈຸພັນທີ່ຂຶ້ນ ທະບຽນ ຊຶ່ງເປັນບາດກ້າວທີ່ສຳ ຄັນ ກ້າວໄປສູ່ການສົ່ງອອກຕົວຈິງ. ທ່ານ ມະໂນທອງ ວົງໄຊ ຮອງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: ພວກເຮົາ ຮັບຮູ້ວ່າ ຜູ້ສົ່ງອອກ ແລະ ວິສາຫະ ກິດຂະໜາດນ້ອຍ ແລະ ກາງ ຂອງ ລາວ ຈຳເປັນຕ້ອງໄດ້ຮັບການສະ ໜັບສະໜູນທີ່ເປັນຮູບປະທຳ ເພື່ອ ປ່ຽນຄວາມສົນໃຈໃຫ້ກາຍເປັນການ ຄ້າ, ພວກເຮົາຈະເປັນຜູ້ນຳຮ່ວມໃນ ການເປີດຕົວກົນໄກສະເພາະດ້ານ SMEແລະການເງິນສີຂຽວສຳລັບ ຂະແໜງການກ່ຽວກັບໝາກເຜັດ ໂດຍມີຂະໜາດພຽງພໍທີ່ຈະຊ່ວຍ ກຸ່ມຜູ້ຜະລິດ ໃນການຮັບຜິດຊອບ ຄ່າໃຊ້ຈ່າຍໃນການຮັບຮອງມາດ ຕະຖານ GAP, ພື້ນຖານໂຄງລ່າງ ຫລັງການເກັບກ່ຽວ ແລະ ສາງເຢັນ. ພ້ອມນີ້, ທ່ານ ນາງ ຄະຢອງ ມີ ຄິມ ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ກໍໄດ້ມີຄຳເຫັນ ວ່າ: ອົງການ FAO ມຸ່ງໝັ້ນທີ່ຈະ ໄປໃນເສັ້ນທາງນີ້ ຮ່ວມກັບລັດຖະ ບານລາວ ຈາກຫລັກຖານ, ໄປສູ່ໂອ ກາດ ແລະ ການເຂົ້າເຖິງຕະຫລາດ, ອົງການ FAO ໄດ້ໃຫ້ການຊ່ວຍ ເຫລືອດ້ານເຕັກນິກ ໃນທຸກຂັ້ນຕອນ, ລວມທັງການສະໜັບສະໜູນການ ວິເຄາະຕ່ອງໂສ້ມູນຄ່າຢ່າງໄວວາ, ການໃຫ້ການສົ່ງເສີມຂັ້ນແຂວງ ກ່ຽວກັບມາດຕະຖານ GAP ແລະ ຂີດຈຳກັດສານພິດຕົກຄ້າງ ແລະ ການຊ່ວຍຈັດໂຄງສ້າງກົນໄກການ ເງິນສຳລັບກະສິກອນຂະໜາດນ້ອຍ. ແລະ ກະຊວງ ເພື່ອການຮ່ວມມືທາງ ດ້ານເສດຖະກິດ ແລະ ການພັດທະ ນາແຫ່ງ ສະຫະພັນ ເຢຍລະມັນ (BMZ) ແລະ ຈັດຕັ້ງປະຕິບັດໂດຍ ອົງການ GIZ. ສະຫະພາບເອີຣົບ ໄດ້ອະນຸມັດງົບປະສົມເພີ່ມເຕີມຈໍາ ນວນ 5 ລ້ານເອີໂຣ ສໍາລັບແຜນ ງານຂະແໜງການປ່າໄມ້ ແລະ ຄວາມມຸ່ງໝັ້ນທີ່ຈະຂະຫຍາຍໄລ ຍະການຈັດຕັ້ງປະຕິບັດໂຄງການ ໄປຮອດສິ້ນສຸດປີ 2028. ການເຈ ລະຈາລະດັບລັດຖະບານ ກ່ຽວກັບ ການຮ່ວມມື ເພື່ອການພັດທະນາ ລະ ຫວ່າງ ລາວ-ເຢຍລະມັນ ທີ່ຈະຈັດ ຂຶ້ນໃນເດືອນພະຈິກ ຈະເປັນບ່ອນ ອີງໃນການຕັດສິນໃຈ ແລະ ຢັ້ງຢືນ ການເພີ່ມງົບປະສົມ ແລະ ການສືບ ຕໍ່ໂຄງການ ProFEB ຫລັງຈາກ Iv']a f4t,q o8u dt-;'dko8j k'xtgmf 8h voIa [ z6h 8k'|h kvq 'dko lx- grnj vdkora fmtok g0Q kpnj olkoc8j '8A ' ຂປລ. ໃນວັນທີ 7 ກັນຍາ 2026 ນີ້, ທ່ານ ອານຸພາບ ວົງໜໍ່ ແກ້ວ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ, ຕາງໜ້າໃຫ້ ລັດ ຖະບານ ແຫ່ງ ສປປ ລາວ, ຕ້ອນ ຮັບການເຂົ້າຍື່ນສານແຕ່ງຕັ້ງຂອງ ທ່ານ ນາງ ອາຍຊານີ ອີລານກາ ມາ ດາການໂກດາ ລາເບ (Ayshanie I l anka Medagangoda - Lab�) ຜູ້ຕາງໜ້າອົງການສະຫະ ປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ຄົນ ໃໝ່ ໂດຍມີການເຂົ້າຮ່ວມຂອງ ບັນດາກົມກ່ຽວຂ້ອງຂອງກະຊວງ ການຕ່າງປະເທດ ແລະ ຄະນະຈາກ ອົງການ UNDP ປະຈໍາ ສປປ ລາວ. ໂອກາດດັ່ງກ່າວ,ທ່ານອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຕ້ອນ ຮັບຢ່າງອົບອຸ່ນແລະສະແດງຄວາມ ຊົມເຊີຍຕໍ່ກັບ ທ່ານ ນາງ ອາຍຊານີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງ ຕໍາແໜ່ງເປັນຜູ້ຕາງໜ້າອົງການ UNDP ປະຈໍາ ສປປ ລາວ ຄົນໃໝ່, ພ້ອມຕີລາຄາສູງຕໍ່ການຮ່ວມມືທີ່ດີ ລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ UNDP ໃນໄລຍະ ຜ່ານມາ ຊຶ່ງອົງການ UNDP ໄດ້ ປະກອບສ່ວນອັນສໍາຄັນເຂົ້າການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງ ທີ IX, ການສ້າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງ ທີ X (2026-2030) ແລະ ການ ສະໜັບສະໜູນຂະບວນການກອງ ປະຊຸມໂຕະມົນ, ວຽກງານເກັບກູ້ລະ ເບີດບໍ່ທັນແຕກ, ການຈັດຕັ້ງປະຕິ ຂປລ. ສະພາບຜົນກະທົບຈາກ ໄພພິບັດນ້ຳຖ້ວມ ຢູ່ແຂວງຫລວງ ນ້ຳທາ ທີ່ເກີດຂຶ້ນໃນລະຫວ່າງວັນ ທີ 29-31 ສິງຫາ 2026 ຈາກຝົນ ຕົກໜັກຕິດຕໍ່ກັນເປັນເວລາຫລາຍ ວັນ ໄດ້ສ້າງຄວາມເສຍຫາຍຕໍ່ ພື້ນຖານໂຄງລ່າງ, ຊັບສິນຂອງລັດ ແລະ ປະຊາຊົນຢ່າງໜັກໜ່ວງ. ໄພ ພິບັດຄັ້ງນີ້, ໄດ້ກະທົບ 5 ເມືອງ ຄື: ເມືອງຫລວງນ້ຳທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ, ກວມເອົາ 81 ບ້ານ ຫລື 23,14% ຂອງບ້ານທັງໝົດ, ມີ 4.420 ຫລັງຄາເຮືອນ ແລະ 24.849 ຄົນ, ມີ 457 ຫລັງຄາ ເຮືອນ ຖືກກະທົບໜັກ ແລະ 12 ຫລັງຄາເຮືອນຖືກນ້ຳພັດໄຫລ ໃນນີ້, ເມືອງຫລວງນ້ຳທາ ເປັນເມືອງທີ່ຖືກ ກະທົບຫລາຍກວ່າໝູ່ ໂດຍຫລາຍ ດ້ານທີ່ໄດ້ຮັບຄວາມເສຍຫາຍເປັນ ຕົ້ນຄົມມະນາຄົມ,ນ້ຳປະປາ, ໄຟຟ້າ, ການສຶກສາ, ສາທາລະນະສຸກ, ກະສິກຳ ແລະ ອຸດສາຫະກຳ. ອີງຕາມການລາຍງານໃນວັນທີ 7 ກັນຍາ 2026 ໃຫ້ຮູ້ວ່າ: ສຳລັບ ດ້ານຄົມມະນາຄົມ ມີເສັ້ນທາງ ຫລວງແຫ່ງຊາດເສຍຫາຍ 311,1 ກິໂລແມັດ ມູນຄ່າກວ່າ 2.712,67 ຕື້ກີບ, ທາງຫລວງແຂວງ 573,8 ກິໂລແມັດ ມູນຄ່າກວ່າ 853,34 ຕື້ກີບ ແລະ ຍັງມີທາງຫລວງເມືອງ, ທາງຊົນນະບົດ, ຂົວ ແລະ ສະໜາມ ບິນໄດ້ຮັບຜົນກະທົບ. ຂະນະທີ່ລະ ບົບນ້ຳປະປາ ແລະ ໄຟຟ້າກໍໄດ້ຮັບ ຄວາມເສຍຫາຍ, ລວມທັງໂຮງ ຮຽນ 29 ແຫ່ງ ແລະ ສະຖານທີ່ ສາທາລະນະສຸກຫລາຍແຫ່ງ. ສ່ວນ ດ້ານກະສິກຳ ມີເນື້ອທີ່ນາເສຍຫາຍ 108,9 ເຮັກຕາ, ໄຮ່ 22 ເຮັກຕາ, ສວນອ້ອຍ 210 ເຮັກຕາ ແລະ ຢາງ ພາລາ 97 ເຮັກຕາ, ຊົນລະປະທານ 9 ແຫ່ງ ແລະ ໂຮງງານອຸດສາຫະ ກຳປຸງແຕ່ງ 7 ແຫ່ງ. ຕໍ່ສະພາບການດັ່ງກ່າວ, ທາງ ແຂວງໄດ້ປະກາດໃຫ້ຫລວງນ້ຳທາ ເປັນເຂດປະສົບໄພພິບັດນ້ຳຖ້ວມ ແລະ ລະດົມກຳລັງກວ່າ 300 ຄົນ ພ້ອມພາຫະນະ ແລະ ເຮືອຫລາຍ ປະເພດເຂົ້າຊ່ວຍເຫລືອ ພ້ອມທັງ ຍົກຍ້າຍປະຊາຊົນອອກຈາກເຂດ ພື້ນທີ່ສ່ຽງ. ພ້ອມນັ້ນ, ຍັງລະດົມກຳ ລັງ ປກສ, ປກຊ, ອາສາສະໝັກ ແລະ ປະຊາຊົນປະມານ 2.500 ຄົນ ຕໍ່ມື້ ເຂົ້າຮ່ວມຟື້ນຟູພື້ນທີ່ດັ່ງກ່າວ. ປັດຈຸບັນ, ມີການຈັດຕັ້ງສູນພັກ ເຊົາຊົ່ວຄາວ3ແຫ່ງຮອງຮັບປະຊາ ຊົນ 547 ຄົນ ພ້ອມມີທີມແພດຕິດ ຕາມສຸຂະພາບ. ຂະນະດຽວກັນ, ທາງແຂວງໄດ້ຈັດຕັ້ງສູນຮັບ-ແຈກ ຢາຍເຄື່ອງອຸປະໂພກ-ບໍລິໂພກ ແລະ ໜ່ວຍປຸງແຕ່ງອາຫານ ເພື່ອຊ່ວຍ ເຫລືອຜູ້ປະສົບໄພ. ການຟື້ນຟູຈະສືບ ຕໍ່ເນັ້ນໃສ່ການແຈກຢາຍເຂົ້າສານ, ອາຫານແຫ້ງ ແລະ ເຄື່ອງຈຳເປັນ ພ້ອມເລັ່ງອະນາໄມເສັ້ນທາງ, ໂຮງ ຮຽນ, ໂຮງໝໍ, ສະໜາມບິນ, ດ່ານ ສາກົນ ແລະ ເຮືອນຊານຂອງປະຊາ ຊົນ ພ້ອມທັງປະສານກັບຄະນະຄຸ້ມ ຄອງໄພພິບັດຂັ້ນສູນກາງ ເພື່ອປະ ເມີນຄວາມເສຍຫາຍ ແລະ ວາງ ແຜນຟື້ນຟູໃນໄລຍະຍາວ. ບັດວາລະ 2030 ເພື່ອການພັດທະ ນາແບບຍືນຍົງ ແນໃສ່ສະໜັບສະ ໜູນໃຫ້ ສປປ ລາວ ສາມາດຫລຸດ ພົ້ນອອກຈາກສະຖານະພາບດ້ອຍ ພັດທະນາຢ່າງໂລ່ງລ່ຽນ, ມີຄຸນນະ ພາບ ແລະ ຍືນຍົງ. ສຳລັບການ ຮ່ວມມືໃນຊຸມປີຕໍ່ໜ້າ ພາຍໃຕ້ການ ນໍາພາຂອງຜູ້ຕາງໜ້າອົງການ UNDP ປະຈໍາ ສປປ ລາວ ຄົນໃໝ່ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ໂດຍ ສະເພາະບັນດາບຸລິມະສິດຕ່າງໆ ຂອງ ລັດຖະບານ ແລະ ບັນດາແຜນ ງານທີ່ນອນຢູ່ໃນເອກະສານແຜນ ງານຮ່ວມມື ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ UNDP ສົກປີ 2027-2031. ໂອກາດດັ່ງກ່າວ, ທ່ານ ນາງ ອາຍຊານີ ໄດ້ສະແດງຄວາມຂອບ ໃຈຢ່າງສູງມາຍັງ ທ່ານ ອານຸພາບ ວົງໜໍ່ແກ້ວ ກໍຄື ໃນນາມລັດຖະບານ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ພ້ອມທັງໃຫ້ຄໍາໝາຍໝັ້ນວ່າ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນບັນດາແຜນພັດທະ ນາເສດຖະກິດ-ສັງຄົມ ແລະ ບູລິ ມະສິດຕ່າງໆຂອງລັດຖະບານລາວ ໃນຊຸມປີຕໍ່ໜ້າ. s];'oEmk g]aj '2N o26 rkps]a 'oE4h ;,

RkJQdWJsaXNoZXIy MTc3MTYxMQ==