7358

64 xu lkprq ;ra odkom6 f ]k;{s;Pfok, Ij ;,lh k'Ij ;,ra fmtok c]t dh k;wxl6 j s5 h olj ;op5 fmtlkf g,n v'mj krt[kf ,u [h korQ om5 d 26 [h ko 07/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ບົດສະເໜີົີ ໂດຍ: ຄະນະ ບກ (ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ື່ັ້ັ້ົັູ ລາວ-ຫວຽດນາມ ຄົບຮອບ 64 ປີ)ົີ ຂປລ. ໃນ 6 ເດືອນຕົ້ນປີ 2026, ເມືອງລະມາມ ແຂວງເຊກອງ ໄດ້ ສຸມໃສ່ການນຳພາ-ຊີ້ນຳການພັດ ທະນາເສດຖະກິດ-ສັງຄົມ ຄຽງຄູ່ ກັບການພັດທະນາພື້ນຖານໂຄງ ລ່າງ ແລະ ຍົກສູງຄຸນນະພາບຄວາມ ເປັນຢູ່ຂອງປະຊາຊົນ ໂດຍສາມາດ ຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 6,39 ຕື້ກີບ, ບັນລຸ 49% ຂອງ ແຜນການປີ. ໃນຈຳນວນລາຍຮັບ ດັ່ງກ່າວ, ລາຍຮັບຈາກສ່ວຍສາອາ ກອນ 5,78 ຕື້ກີບ ທຽບໃສ່ແຜນປີ ເທົ່າກັບ 47% ແລະ ລາຍຮັບຈາກ ຊັບສິນ 610 ລ້ານກີບ ທຽບໃສ່ແຜນ ປີເທົ່າກັບ 77%. ຂະນະທີ່ລາຍຈ່າຍ ປະຕິບັດໄດ້ 24,82 ຕື້ກີບ ກວມເອົາ 42% ຂອງແຜນການປີ. ທ່ານ ບົວໄລ ວິໄລວົງ ປະທານ ຄະນະກໍາມະການປົກຄອງເມືອງ ລະມາມ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຂປລ. ສາຍພົວພັນລາວ ແລະ ຫວຽດນາມ ແມ່ນສາຍພົວພັນພິເສດ ທີ່ຫາຍາກໃນໂລກ. ສອງປະເທດ ເປັນເພື່່ອນບ້ານທີ່ມີຊາຍແດນຕິດ ຈອດກັນ, ມີຄວາມໃກ້ຊິດທາງພູມ ສາດ, ປະຫວັດສາດ, ວັດທະນະທຳ ແລະ ປະເພນີ. ແຕ່ສິ່ງທີ່ເຮັດໃຫ້ສາຍ ພົວພັນນີ້ມີຄວາມໝາຍເລິກເຊິ່ງຍິ່ງ ກວ່ານັ້ນ ແມ່ນນ້ຳໃຈຂອງການຄຽງ ບ່າຄຽງໄຫລ່, ການຮ່ວມທຸກຮ່ວມ ສຸກ ແລະ ການຊ່ວຍເຫລືອກັນຜ່ານ ທຸກບົດທົດສອບຂອງປະຫວັດສາດ. ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ແມ່ນ ສອງພັກທີ່ມີຮາກຖານຮ່ວມກັນຈາກ ພັກກອມມູນິດອິນດູຈີນ.ໃນຕົ້ນຊຸມ ປີແຫ່ງການຕໍ່ສູ້ຕ້ານການຮຸກຮານ ແລະ ການກົດຂີ່ຂອງລ່າເມືອງຂຶ້ນ ຝັ່ງ, ເຖິງວ່າບັນດາຂະບວນການ ຕໍ່ສູ້ທັງໝົດຈະຖືກພວກລ່າເມືອງຂຶ້ນ ກົດຂີ່ ແລະ ລົບລ້າງ, ແຕ່ປະຊາຊົນ ສອງປະເທດ ລາວ-ຫວຽດນາມ, ຫວຽດນາມລາວ ກໍຍັງຄົງຄຽງບ່າ ຄຽງໄຫລ່. ນີ້ເປັນຫລັກຖານຊັດ ເຈນວ່າການສ້າງຕັ້ງກອງກຳລັງ ສາມັກຄີໃນການຕໍ່ສູ້ແມ່ນຄວາມ ຕ້ອງການທີ່ເປັນຫລັກວິຊາການ ແລະ ຄວາມຈຳເປັນຂອງສອງຊາດ. ໃນສະພາບການດັ່ງກ່າວ, ປະທານ ໂຮ່ຈີ່ມິງ ໄດ້ໝູນໃຊ້ຫລັກການຂອງ ມາກ-ເລນິນ ຢ່າງມີຫົວຄິດປະດິດ ສ້າງກັບເງື່ອນໄຂສະເພາະຂອງ ຫວຽດນາມ ເພື່ອກຳນົດເສັ້ນທາງ ປົດປ່ອຍຊາດຫວຽດນາມ ໃນທິດ 6 gfn vo8Q oxu g,n v']t,k, gda []kpIa [g0Q k'[xt,kowfh 6,39 8N du [ q ໂດຍ: ສັນຍາ ຕະຫລອດໄລຍະ 6 ເດືອນຜ່ານ, ຄະນະພັກ-ຄະນະກໍາມະການປົກ ຄອງເມືອງໄດ້ສຸມໃສ່ນຳພາພະນັກ ງານ-ສະມາຊິກພັກ ປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ຕາມ ທິດສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງໃນໄລຍະໃໝ່; ເອົາໃຈ ໃສ່ບູລະນະສ້ອມແປງ, ປັບປຸງຍົກ ລະດັບເສັ້ນທາງທັງໃນຕົວເມືອງ ແລະ ຊົນນະບົດ, ຂະຫຍາຍຕາຂ່າຍ ໄຟຟ້າ, ລະບົບນໍ້າປະປາ (ນໍ້າລິນ) ແລະ ລະບົບຊົນລະປະທານ ເພື່ອ ອໍານວຍຄວາມສະດວກໃຫ້ແກ່ການ ດໍາລົງຊີວິດ, ປະຈໍາວັນຂອງປະຊາ ຊົນ; ຊຸກຍູ້ສົງເສີມການຜະລິດຫັດ ຖະກໍາ ແລະ ການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ເພື່ອການບໍລິ ໂພກພາຍໃນ ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ; ຕິດຕາມ ກວດກາລາຄາສິນຄ້າ, ສິນຄ້ານອກ ລະບົບ, ສິນຄ້າລອກຮຽນແບບນໍາເຂົ້າບໍ່ຖືກຕ້ອງ; ຂະຫຍາຍຕາ ໜ່າງດ້ານການສຶກສາ, ປັບປຸງຄຸນ ນະພາບການຮຽນ-ການສອນໃຫ້ ສູງຂຶ້ນ; ຫັນການບໍລິການດ້ານ ສາທາລະນະສຸກລົງສູ່ຮາກຖານ, ຍົກສູງຄຸນນະພາບການບໍລິການ ປິ່ນປົວພະຍາດ, ຕິດຕາມເຝົ້າລະວັງ ແລະ ຄວບຄຸມການແຜ່ລະບາດຂອງ ພະຍາດຕາມລະດູການ; ເສີມຂະ ຫຍາຍມູນເຊື້ອວັດທະນະທໍາ, ຮັກສາ ປະເພນີອັນດີງາມຂອງບັນດາເຜົ່າ, ໂຄສະນາ-ຊຸກຍູ້ສົ່ງເສີມການທ່ອງ ທ່ຽວ ແລະ ຍົກສູງຄຸນນະພາບການ ບໍລິການດ້ານການທ່ອງທ່ຽວ; ພັດ ທະນາສີມືແຮງງານ, ຝຶກອົບຮົມ ວິຊາຊີບ, ປະຕິບັດລະບອບປະກັນ ສັງຄົມ, ສ້າງເທສະບານເມືອງໃຫ້ ມີຄວາມສະອາດ, ສວຍງາມ ແລະ ເປັນລະບຽບຮຽບຮ້ອຍ. ທ່ານ ບົວໄລ ວິໄລວົງ ໃຫ້ຮູ້ຕື່ມ ວ່າ: ສໍາລັບວຽກງານກໍ່ສ້າງຮາກ ຖານການເມືອງ, ພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກຕິດ ພັນກັບວຽກງານ 3 ສ້າງ, ຄະນະ ພັກ-ຄະນະກໍາມະການປົກຄອງ ເມືອງ ໄດ້ຖືເປັນວຽກບຸລິມະສິດສໍາ ຄັນໃນນີ້, ໄດ້ສຸມທຶນຮອນເຂົ້າໃນ ການພັດທະນາພື້ນຖານໂຄງລ່າງ ຕິດພັນກັບການປັບປຸງລະບົບການ ຈັດຕັ້ງເຮັດໃຫ້ລະບົບການເມືອງຢູ່ ຂັ້ນຮາກຖານມີຄວາມເຂັ້ມແຂງ, ປະຊາຊົນສາມັກຄີປອງດອງ, ພື້ນ ຖານໂຄງລ່າງ, ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາ. ປັດຈຸບັນ, ທົ່ວເມືອງມີບ້ານທີ່ມີເສັ້ນທາງເຂົ້າ ເຖິງ (ທຽວໄດ້ສອງລະດູ) 45 ບ້ານກວມເອົາ 100%, ມີຄອບຄົວ ພົ້ນທຸກ 5.289 ຄອບຄົວກວມເອົາ 66,33% ແລະ ຄອບຄົວພັດທະ ນາ 2.734 ຄອບຄົວກວມເອົາ 34,29% ຂອງຄອບຄົວທັງໝົດ. ຂປລ. ເມືອງທ່າພະບາດ ແຂວງ ບໍລິຄຳໄຊ ສາມາດບັນລຸຜົນສຳເລັດ ໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ໂດຍ ປັດຈຸບັນມີທັງໝົດ 26 ບ້ານ ໃນທົ່ວ ເມືອງໄດ້ບັນລຸມາດຕະຖານບ້ານ ພົ້ນທຸກ ແລະ ຄອບຄົວພົ້ນທຸກກວມ 100%. ຕາມການລາຍງານຂອງທ່ານ ສະຫວັນເພັດ ຈັນທະວົງສາ ຮອງ ເລຂາພັກເມືອງ, ປະທານຄະນະ ກໍາມະການປົກຄອງເມືອງທ່າພະ ບາດ ແຂວງບໍລິຄຳໄຊ ລາຍງານຕໍ່ ທ່ານ ໄຊອໍາພອນ ສີຫາວົງ ກຳມະ ການປະຈໍາພັກແຂວງ, ຮອງປະ ທານສະພາປະຊາຊົນແຂວງ (ຜູ້ ປະຈໍາການ) ພ້ອມດ້ວຍຄະນະ ໃນ ໂອກາດລົງເຄື່ອນໄຫວຕິດຕາມຊຸກ ຍູ້ການຈັດຕັ້ງປະຕິບັດວຽກງານ ພັດທະນາຊົນນະບົດ, ລຶບລ້າງ ຄວາມທຸກຍາກເມື່ອມໍ່ໆນີ້ວ່າ: ເມືອງ ທ່າພະບາດປະກອບມີ 3 ຕາແສງ, ມີ 26 ບ້ານ, ມີພົນລະເມືອງທັງໝົດ 30.287 ຄົນ, ຍິງ 15.795 ຄົນ, ມີ 6.166 ຄອບຄົວ. ປະຊາຊົນພາຍໃນ ເມືອງສ່ວນຫລາຍ ແມ່ນຢຶດຖືອາຊີບ ຜະລິດກະສິກຳເປັນຕົ້ນແມ່ນປູກ ເຂົ້າ, ປູກພືດເປັນສິນຄ້າ, ລ້ຽງສັດ ແລະ ຫັດຖະກຳຈັກສານເປັນອາຊີບ ສ້າງລາຍໄດ້ໃຫ້ແກ່ປະຊາຊົນ. ຕະຫລອດໄລຍະຜ່ານມາ, ເມືອງ ທ່າພະບາດ ໄດ້ຖືເອົາວຽກງານ ກໍ່ສ້າງຮາກຖານການເມືອງ, ພັດ ທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ເປັນບູລິມະສິດ, ພ້ອມທັງສຸມໃສ່ແກ້ໄຂ້ຄວາມທຸກ ຍາກໃຫ້ປະຊາຊົນພາຍໃນເມືອງ ໂດຍສະເພາະແມ່ນ 25 ຄອບຄົວ ທາງຂອງປະຕິວັດກຳມະຊີບ. ຄວາມສຳພັນລາວ-ຫວຽດນາມ ມີຮາກຖານມາແຕ່ດົນນານ ແລະ ໄດ້ ຮັບການຫລໍ່ຫລອມຜ່ານການຕໍ່ສູ້ ຕ້ານລັດທິລ່າເມືອງຂຶ້ນ. ການກໍ່ຕັ້ງ ພັກກອມມູນິດອິນດູຈີນ ໃນປີ 1930 ໄດ້ເປີດໜ້າປະຫວັດສາດໃໝ່ ໃນ ການຮ່ວມມືຂອງຂະບວນການ ປະຕິວັດລາວ ແລະ ຫວຽດນາມ. ປະທານ ໂຮ່ຈີ່ມິງ ແມ່ນຜູ້ວາງຮາກ ຖານສຳຄັນດ້ານແນວຄິດ ແລະ ປະຕິບັດໃນການສ້າງສາຍພົວພັນ ສາມັກຄີ ລາວ-ຫວຽດນາມ. ພ້ອມກັນນັ້ນ, ປະທານ ໄກສອນ ພົມວິຫານ ແລະ ສະເດັດເຈົ້າ ສຸພານຸວົງ ກໍໄດ້ຮ່ວມກັນທະນຸບຳ ລຸງສາຍພົວພັນດັ່ງກ່າວໃຫ້ໝັ້ນຄົງ. ໃນໄລຍະຕໍ່ສູ້ກູ້ຊາດ, ປະຊາຊົນ ແລະ ກອງກຳລັງຂອງສອງຊາດໄດ້ຄຽງ ບ່າຄຽງໄຫລ່, ຮ່ວມກັນຕໍ່ສູ້ຕ້ານ ສັດຕູ. ການເສຍສະລະເລືອດເນື້ອ, ການຮ່ວມທຸກຮ່ວມສຸກ ແລະ ການ ຊ່ວຍເຫລືອກັນໄດ້ກາຍເປັນຮາກ ຖານອັນໝັ້ນຄົງຂອງຄວາມໄວ້ເນື້ອ ເຊື່ອໃຈ ແລະ ມິດຕະພາບພິເສດ ລະຫວ່າງສອງຊາດ. ວັນທີ 5 ກັນຍາ 1962, ການທີ່ ລັດຖະບານສະຫະພັນລາວ ໄດ້ສ້າງ ຕັ້ງສາຍພົວພັນທາງການທູດກັບ ຫວຽດນາມ ໄດ້ກາຍເປັນຈົດໝາຍ ສຳຄັນໃນປະຫວັດສາດການພົວພັນ ລາວ-ຫວຽດນາມ ໃນຍຸກສະໄໝ ໃໝ່. ປະທານ ໂຮ່ຈີ່ມິງ ໄດ້ເນັ້ນວ່າ ພື້ນຖານໃນການສ້າງຕັ້ງການພົວ ພັນເພື່ອນບ້ານໃກ້ເຮືອນຄຽງກັບ ລາວ ແມ່ນ 5 ຫລັກການຢູ່ຮ່ວມກັນ ຢ່າງສັນຕິພາບ, ທີ່ບັນດາປະເທດ ໃນຂະບວນການ “ບໍ່ເຂົ້າຝ່າຍໃດ” ໄດ້ຮັບຮອງຢ່າງເປັນທາງການ ແລະ ຢືນຢັນໃນການປະຊຸມ “ບັນ ດຸງ” ປີ 1955. ທັນທີຫລັງຈາກ ສ້າງຕັ້ງສາຍພົວພັນທາງການທູດ ກັບຫວຽດນາມ, ໃນກອງປະຊຸມ ກັບກອງທັບລາວ. ສະເດັດເຈົ້າ ສຸພານຸວົງ ໄດ້ກ່າວວ່າ: “ຫລັງຈາກ ສ້າງຕັ້ງສາຍພົວພັນທາງການທູດ ກັບບັນດາປະເທດ, ພວກເຮົາມີ ເພື່ອນມິດເພີ່ມຂຶ້ນຫລາຍ, ແຕ່ຄົນ ທີ່ເປັນເພື່ອນຮ່ວມເປັນຮ່ວມຕາຍ, ຢູ່ຮ່ວມຂຸມຕະຄອງດຽວກັນມີພຽງ ແຕ່ຫວຽດນາມ.” ນັບແຕ່ນັ້ນ ມາ, ພາຍໃຕ້ການນຳພາຂອງ ສອງພັກ, ປະຊາຊົນສອງປະເທດ ລາວ-ຫວຽດນາມ ໄດ້ພະຍາຍາມ ຊ່ວຍເຫລືອກັນຢ່າງເຕັມທີ່, ຢືນ ຄຽງຂ້າງກັນໃນຂະບວນການຕໍ່ສູ້ ຕ້ານສັດຕູຕົວດຽວ, ນຳພາເຮືອປະ ຕິວັດຂອງສອງຊາດໄປສູ່ໄຊຊະນະ ຢ່າງສົມບູນໃນປີ 1975. ເມື່ອເບິ່ງຄືນເສັ້ນທາງແຫ່ງການ ພັດທະນາການພົວພັນຂອງສອງ ປະເທດໃນໄລຍະຜ່ານມາ, ພວກເຮົາ ລ້ວນແຕ່ມີຄວາມພາກພູມໃຈ ເມື່ອ ເຫັນວ່ານ້ຳໃຈມິດຕະພາບພິເສດ ອັນຊື່ສັດ ແລະ ການຮ່ວມມືຮອບ ດ້ານ ລາວ-ຫວຽດນາມ ໄດ້ຮັບ ການປັບປຸງ, ປ່ຽນແປ່ງໃໝ່ ແລະ ພັດທະນາໃຫ້ເລິກເຊິ່ງ, ປະກອບ ສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດ, ເພື່ອ ການພັດທະນາຂອງແຕ່ລະປະເທດ. ແຕ່ລະບາດກ້າວຂອງສອງປະເທດ ແລະ ສອງຊາດໃນມື້ນີ້ ລ້ວນແຕ່ ສະທ້ອນໃຫ້ເຫັນການປະກອບສ່ວນ ຢ່າງຕັ້ງໜ້າຂອງທັງສອງຝ່າຍ, ເຮັດໃຫ້ການພົວພັນພິເສດ ລາວຫວຽດນາມ ນັບມື້ນັບສະໜິດຕິດ ແໜ້ນ, ໝັ້ນຄົງ ແລະ ເກິດດອກອອກ ຜົນຢ່າງບໍ່ຢຸດຢັ້ງ. ທີ່ຍັງບໍ່ທັນພົ້ນທຸກ, ໃນນັ້ນການ ແກ້ໄຂແມ່ນເນັ້ນໃສ່ການປັບປຸງ ມາດຖານທີ່ຢູ່ອາໄສຂອງປະຊາຊົນ ໃຫ້ມີຄວາມໝັ້ນຄົງ ແລະ ປອດໄພ ຊຶ່ງສາມາດແກ້ໄຂສໍາເລັດ 100%, ຄຽງຄູ່ກັບການກໍ່ສ້າງ ແລະ ປັບປຸງ ພື້ນຖານໂຄງລ່າງ, ປັບປຸງດ້ານການ ສຶກສາ ແລະ ສາທາລະນະສຸກ ເພື່ອ ໃຫ້ປະຊາຊົນສາມາດເຂົ້າເຖິງການ ປິ່ນປົວ ແລະ ການຮຽນ-ການສອນ ໃນລະດັບພື້ນຖານ. ດ້ວຍຄວາມເອົາໃຈໃສ່ທີ່ກ່າວ ມານັ້ນ, ໃນໄລຍະ 6 ເດືອນຜ່ານ ມາການແກ້ໄຂຄວາມທຸກຍາກໂດຍ ຜ່ານການປະເມີນຕາມດໍາລັດ 348/ ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ, ໄດ້ ເຮັດໃຫ້ທົ່ວເມືອງທ່າພະບາດ ຊຶ່ງ ໃນເມື່ອກ່ອນມີ 33 ບ້ານ, ໄດ້ເຕົ້າ ໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່ ມາເປັນ 26 ບ້ານ; ປັດຈຸບັນທົ່ວ ເມືອງມີບ້ານພົ້ນທຸກ 26 ບ້ານ, ມີ ຄອບຄົວພົ້ນທຸກກວມ 100%, ມີ ບ້ານພັດທະນາ 26 ບ້ານ, ມີຄອບ ຄົວພັດທະນາ 5.513 ຄອບຄົວ ກວມ 99,96%, ຍັງ 2 ຄອບຄົວ ກວມ 0,04%. ສຳລັບທິດທາງຕໍ່ໜ້າ, ເມືອງທ່າ ພະບາດມີແຜນການສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ເປົ້າໝາຍຈໍານວນ 3 ບ້ານ (ບ້ານ ປາກທວາຍ, ບ້ານຫ້ວຍເລິກ ແລະ ບ້ານທວາຍໃຫຍ່) ສໍາລັບການ ປະເມີນທ້າຍປີ 2025 ຜ່ານມາ, ແມ່ນໄດ້ປະ ເມີນແຕ່ບ້ານປາກ ທວາຍ. ຜ່ານການປະເມີນແມ່ນ ບັນລຸ 15 ມາດຖານ, ບໍ່ບັນລຸ 1 ມາດ ຖານ (ຂໍ້16) ຄືມາດຖານພົນລະ ເມືອງ, ຜົນການປະເມີນມາດຕະ ຖານເມືອງພົ້ນທຸກ (9 ມາດຕະ ຖານ) ແມ່ນບັນລຸ 100%, ມາດຕະ ຖານເມືອງເຂັ້ມແຂງຮອບດ້ານ (16 ມາດຕະຖານ 60 ຕົວຊີ້ບອກ) ບັນລຸ 58 ຕົວຊີ້ບອກ, ບໍ່ບັນລຸ 2 ຕົວ ຊີ້ບອກ. ຜົນສຳເລັດດັ່ງກ່າວ ສະແດງ ໃຫ້ເຫັນເຖິງຄວາມພະຍາຍາມຂອງ ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນເມືອງທ່າພະບາດໃນການ ສຸມໃສ່ພັດທະນາຊົນນະບົດ, ຍົກສູງ ຊີວິດ-ຄວາມເປັນຢູ່, ລຶບລ້າງຄວາມ ທຸກຍາກ ແລະ ກ້າວສູ່ການສ້າງ ບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນ ຊົນນະບົດຕາມແຜນການທີ່ວາງໄວ້.

RkJQdWJsaXNoZXIy MTc3MTYxMQ==