7358

07/09/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປະກາດສ້າງຕັ້ງ...້ັ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ປົກຄອງເມືອງເງິນ, ມີພະເຖຣານຸເຖຣະ ຈາກສູນກາງ, ແຂວງ, ເມືອງ, ຄະນະນໍາຂອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນການຂະຫຍາຍ ໂອກາດທາງດ້ານການສຶກສາ ໃຫ້ ແກ່ພະພິຂຸສົງ-ສາມະເນນ ໃນທ້ອງ ຖິ່ນ, ເປີດໂອກາດໃຫ້ໄດ້ສຶກ ສາທັງ ທາງທໍາ (ຫລັກທໍາຄໍາສອນ) ແລະ ທາງໂລກ (ວິຊາສາມັນ) ຄວບຄູ່ ກັນໄປ. ພ້ອມນີ້, ຍັງເປັນການສ້າງ ບຸກຄະລາກອນທີ່ມີຄຸນນະພາບ ທັງ ດ້ານຄວາມຮູ້ ແລະ ຄຸນສົມບັດ ມາ ຊ່ວຍພັດທະນາປະເທດຊາດ ແລະ ສືບທອດພະພຸດທະສາສະໜາ. ທ່ານ ບຸນລົດ ສີຖາວອນ ຮອງ ຫົວໜ້າຫ້ອງການສຶກສາ ແລະ ກິລາ ເມືອງໄດ້ໃຫ້ຮູ້ວ່າ:ການສຶກສາຂອງ ພະສົງ-ສາມະເນນພາຍໃນເມືອງ ເງິນ ໃນໄລຍະຜ່ານມາ ແມ່ນໄດ້ເຂົ້າ ຮຽນຮ່ວມກັບສຶກສາຝ່າຍໂລກ ຊຶ່ງ ມີຄວາມຫຍຸ້ງຍາກ, ບໍ່ໄດ້ຮຽນຫລັກ ສູດສາຍພຸດທະສາສະໜາ ເປັນຕົ້ນ ແມ່ນວິຊາທຳມະ-ປາລີ-ວິໄນ ຊຶ່ງ ເປັນວິຊາຫລັກຂອງພະສົງສາມະ ເນນ. ໃນໄລຍະຜ່ານມາ, ນັກຮຽນ ທີ່ເປັນພະສົງ-ສາມະເນນທີ່ຢູ່ຕາມ ວັດຕ່າງໆພາຍໃນເທສະບານເມືອງ ເງິນ ແມ່ນໄດ້ໄປເຂົ້າຮຽນທີ່ໂຮງ ຮຽນມັດທະຍົມສົມບູນເມືອງເງິນ ແລະ ໂຮງຮຽນມັດທະຍົມສົມບູນ ນໍ້າເງິນ ຮ່ວມກັບອອກຕົນຍາດໂຍມ ລວມທັງຍິງ-ຊາຍໃນໂຮງຮຽນສາ ມັນຝ່າຍນອກ, ແຕ່ມີຈຳນວນໜຶ່ງກໍ ໄດ້ໄປຮຽນຕໍ່ຢູ່ໂຮງຮຽນສົງຢູ່ຕ່າງ ເມືອງ, ຕ່າງແຂວງທີ່ມີໂຮງຮຽນ ສົງ ຍ້ອນໂຮງຮຽນສົງສະເພາະ ຢູ່ໃນເມືອງເງິນຍັງບໍ່ທັນມີ. ໃນສົກ ຮຽນ 2020-2021 ອພສ ເມືອງ ໄດ້ສົມທົບກັບຫ້ອງການສຶກສາທິ ການ ແລະ ກິລາເມືອງ, ອົງການປົກ ຄອງເມືອງ ແລະ ພາກສ່ວນກ່ຽວ ຂ້ອງ ເຫັນດີເປັນເອກະພາບເປີດ ຫ້ອງຮຽນສົງ ຢູ່ວັດສະຫລີດອນ ແກ້ວ ຂຶ້ນກັບໂຮງຮຽນ ມສ ເມືອງ ເງິນ ແລະ ໄດ້ສະເໜີສ້າງຕັ້ງເປັນ ໂຮງຮຽນມັດທະຍົມຕົ້ນສົງ ເມືອງ ເງິນ. ມາຮອດສົກຮຽນ 20252026 ຈຶ່ງໄດ້ຮັບອະນຸມັດສ້າງຕັ້ງ ຂຶ້ນ ແລະ ມື້ນີ້ກໍໄດ້ຈັດພິທີປະກາດ ສ້າງຕັ້ງ ໂຮງຮຽນມັດທະຍົມຕົ້ນສົງ ເມືອງເງິນ ແຂວງໄຊຍະບູລີ ຢ່າງ ເປັນທາງການ. ໂຮງຮຽນມັດທະຍົມຕອນຕົ້ນ ສົງ ເມືອງເງິນ ປະກອບມີ ອາຄານ ຮຽນ 1 ຫລັງ, ມີ 6 ຫ້ອງ, ເປັນອາ ຄານຖາວອນ ໃຊ້ເປັນຫ້ອງຮຽນ 4 ຫ້ອງ, ຫ້ອງການ 1 ຫ້ອງ, ຫ້ອງ ຄອມພີວເຕີ 1 ຫ້ອງ, ມີຄອມພິວເຕີ ຈຳນວນ 12 ຊຸດ, ເຄື່ອງປຣິນເອ ກະສານ 3 ໜ່ວຍ, ເຄື່ອງ LCD 1 ຊຸດ, ມີຫ້ອງນໍ້າຖາວອນ 6 ຫ້ອງ, ມີລະບົບໄຟຟ້າໃນອາຄານຄົບຊຸດ. ປັດຈຸບັນ(ສົກຮຽນ2026-2027) ມີຄູສອນ ທັງໝົດ 8 ທ່ານ, ເປັນ ພະສົງ 3 ອົງ, ຄາລະວາດ 5 ຄົນ, ຍິງ 2 ຄົນ, ມີນັກຮຽນທັງໝົດ 66 ອົງ. ໃນນັ້ນ, ຂັ້ນ ມ1 ມີ 1 ຫ້ອງ ມີ ນັກຮຽນ 26 ອົງ, ມ2 ມີ 1 ຫ້ອງ ມີນັກຮຽນ 18 ອົງ, ມ3 ມີ 1 ຫ້ອງ ມີນັກຮຽນ 8 ອົງ ແລະ ມ4 ມີ 1 ຫ້ອງ ມີນັກຮຽນ 14 ອົງ. ໂອກາດດຽວກັນນີ້, ຄະນະກໍາ ມາທິການເຜີຍແຜ່ສີລະທໍາ ແລະ ປະຕິບັດກໍາມະຖານນະຄອນຫລວງ ວຽງຈັນ ກໍໄດ້ມອບອຸປະກອບການ ຮຽນ-ການສອນ ແລະ ທຶນການ ສຶກສາຈໍານວນໜຶ່ງໃຫ້ແກ່ນັກຮຽນ ພາຍໃນໂຮງຮຽນດັ່ງກ່າວ. ໃນການພັດທະນາຊັບພະຍາກອນ ມະນຸດ, ສົ່ງເສີມການຮ່ວມມື ແລະ ເສີມຂະຫຍາຍຄວາມກ້າວໜ້າຢູ່ ອະນຸພາກພື້ນແມ່ນ້ຳຂອງ. ໃນໂອກາດດັ່ງກ່າວ, ທ່ານ ສົມບູນ ສີຫານາດ ໄດ້ຂຶ້ນກ່າວຄໍາ ເຫັນ ເພື່ອສະແດງຄວາມຊົມເຊີຍ ຕໍ່ ສະຖາບັນແມ່ນ້ຳຂອງ ທີ່ໄດ້ປະ ກອບສ່ວນສໍາຄັນເຂົ້າໃນການພັດ ທະນາ ແລະ ການຮ່ວມມືໃນອະນຸ ພາກພື້ນແມ່ນໍ້າຂອງ ຕະຫລອດ ໄລຍະ 30 ປີ ຜ່ານມາ ແລະ ຍັງໄດ້ ສະແດງຄວາມຂອບໃຈ ຕໍ່ບັນດາ ຜູ້ກໍ່ຕັ້ງ, ຜູ້ອໍານວຍການສະຖາບັນ ແມ່ນໍ້າຂອງ ໃນແຕ່ລະໄລຍະ, ຕະ ຫລອດຮອດບັນດາພະນັກງານ ຂອງສະຖາບັນແມ່ນໍ້າຂອງ ທີ່ໄດ້ ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການປະ ຕິບັດໜ້າທີ່ຂອງຕົນ ດ້ວຍຄວາມ ເສຍສະລະ, ມີຫົວຄິດປະດິດສ້າງ ແລະມີຄວາມຮັບຜິດຊອບສູງ, ພ້ອມ ທັງໄດ້ສະແດງຄວາມຂອບໃຈ ຕໍ່ບັນ ດາຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງອື່ນໆ ທີ່ໄດ້ໃຫ້ ການສະໜັບສະໜູນແລະການຮ່ວມ ມືທີ່ດີຕະຫລອດມາ. ນອກນັ້ນ, ຍັງ ໄດ້ຢືນຢັນຄືນຄວາມໝາຍໝັ້ນ ທີ່ ສປປ ລາວ ຈະສືບຕໍ່ຊຸກຍູ້ ແລະ ໃຫ້ ການຮ່ວມມືແກ່ສະຖາບັນແມ່ນໍ້າ ຂອງ ໃນປັດຈຸບັນກໍຄືໃນຕໍ່ໜ້າ ໂດຍ ສະເພາະ ໃນໄລຍະ ທີ່ ສປປ ລາວ ປະຕິບັດໜ້າທີ່ປະທານສະພາບໍລິ ຫານງານສະຖາບັນແມ່ນໍ້າຂອງ. ພ້ອມນີ້, ຍັງມີຜູ້ຕາງໜ້າຈາກ ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ, ສປ ຈີນ ແລະ ສສ ຫວຽດ ນາມ ທີ່ຂອນແກ່ນ ໄດ້ຂຶ້ນກ່າວຄໍາ ເຫັນຊົມເຊີຍໃນງານດັ່ງກ່າວ. ຄຽງ ຄູ່ກັນນີ້, ທ່ານ Narongchai Akrasanee ປະທານຄະນະປະ ຈຳສະຖາບັນແມ່ນ້ຳຂອງ ກໍໄດ້ຂຶ້ນ ກ່າວຄໍາເຫັນ ເພື່ອຫວນຄືນເຖິງ ການເຕີບໃຫຍ່ຂະຫຍາຍຕົວຂອງ ສະຖາບັນແມ່ນໍ້າຂອງ ຕະຫລອດ 3 ທົດສະວັດຜ່ານມາ. ໃນໂອກາດນີ້, ທ່ານ Suriyan Vichitlekarn ໄດ້ຂຶ້ນກ່າວຄໍາ ເຫັນອໍາລາ ໃນໂອກາດສິ້້ນສຸດວາ ລະການດໍາລົງຕໍາແໜ່ງເປັນຜູ້ອໍາ ນວຍການສະຖາບັນແມ່ນໍ້າຂອງ ແລະ ທ່ານ ອານຸລັກ ກິດຕິຄຸນ ກໍ ໄດ້ຂຶ້ນກ່າວຄໍາເຫັນແນະນໍາຕົນ ເອງ ໃນໂອກາດເຂົ້າຮັບຕໍາແໜ່ງ ເປັນຜູ້ອຳນວຍການຄົນໃໝ່ ຂອງ ສະຖາບັນແມ່ນ້ຳຂອງ. ຄົນໃໝ່ປະຈຳ ສາທາລະນະລັດ ລັດເວຍ. ໃນໂອກາດດັ່ງກ່າວ, ທ່ານ Edgars Rinkevics ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບຸນທະວີ ວິລະວົງ ໃນການ ມາຮັບໜ້າທີ່ເປັນ ເອກອັກຄະລັດຖະ ທູດ ແຫ່ງ ສປປ ລາວ ຄົນໃໝ່ ປະ ຈຳ ສາທາລະນະລັດ ລັດເວຍ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະ ລັດຖະທູດ ປະຕິບັດໜ້າທີ່ການທູດ ອັນມີກຽດຂອງຕົນດ້ວຍຜົນສຳ ເລັດອັນຈົບງາມ ເພື່ອສົ່ງເສີມສາຍ ພົວພັນ ແລະ ການຮ່ວມມືຂອງ ສອງປະເທດ ລາວ-ລັດເວຍ ໃຫ້ຂະ ຫຍາຍຕົວຂື້ນໄປຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ຕີລາຄາສາຍພົວພັນ ຂອງສອງປະເທດທີ່ຢູ່ໃນລະດັບດີ ໃນໄລຍະຜ່ານມາ ແລະ ເຫັນຄວນ ໃຫ້ສືບຕໍ່ຮັກສາ ແລະ ພັດທະນາໃຫ້ ເກີດດອກອອກຜົນຂຶ້ນໄປເລື້ອຍໆ. ທ່ານ ບຸນທະວີ ວິລະວົງ ໄດ້ແຈ້ງ ສະພາບການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ ໃຫ້ ທ່ານປະທານາທິບໍດີຮັບຊາບ, ພ້ອມ ທັງສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນຳເອົາຄວາມຢື້ຢາມຖາມ ຂ່າວ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ. ລາວ ເຖິງ ທ່ານ Edgars Rinkevics. ພ້ອມກັນ ນັ້ນ, ທ່ານປະທານາທິບໍດີ ກໍໄດ້ ສະແດງຄວາມຂອບໃຈແລະ ໄດ້ສົ່ງ ຄວາມຢື້ຢາມຖາມຂ່າວ ແລະ ອວຍ ພອນໄຊອັນປະເສີດມາຍັງທ່ານ ປະທານປະເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ໃນໂອກາດດຽວກັນ ນີ້, ທ່ານເອກອັກຄະລັດຖະທູດ ກໍ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຕໍ່ລັດຖະບານ ລັດເວຍ ທີ່ ໄດ້ໃຫ້ການສະໜັບສະໜູນ ແລະ ຮັກສາການພົວພັນທີ່ດີຕໍ່ ສປປ ລາວ ໃນໄລຍະຜ່ານມາ. ສປປ ລາວ ແລະ ສາທາລະນະ ລັດ ລັດເວຍ ໄດ້ສ້າງຕັ້ງສາຍພົວພັນ ການທູດນຳກັນ ໃນວັນທີ 24 ເມສາ 1995, ຊຶ່ງໃນປີ 2025 ທີ່ຜ່ານມາ, ສອງປະເທດໄດ້ຮ່ວມກັນສະເຫລີມ ສະຫລອງ ຄົບຮອບ 30 ໃນການ ສ້າງຕັ້ງສາຍພົວພັນທາງການທູດ ນຳກັນ ແລະ ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍ ເຖິງຄູ່ຮ່ວມຕໍາແໜ່ງຝ່າຍລັດເວຍ. ເວົ້າລວມແລ້ວ, ສອງປະເທດໄດ້ມີ ການພົວພັນກັນໃນລະດັບປົກກະຕິ: ມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບອົງການສະຫະປະຊາ ຊາດ, ມີການແລກປ່ຽນສານຊົມ ເຊີຍນໍາກັນໃນໂອກາດ ແລະ ວັນສໍາ ຄັນຕ່າງໆຂອງທັງຝ່າຍ ໂດຍສະ ເພາະແມ່ນວັນຊາດ ແລະ ຄົບຮອບ ວັນສ້າງຕັ້ງສາຍພົວພັນການທູດ. ໃນໂອກາດການເດີນທາງໄປ ຄັ້ງນີ້, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ ຍັງໄດ້ພົບປະ ສອງຝ່າຍກັບບັນດາກົມທີ່ກ່ຽວ ຂ້ອງຂອງກະຊວງການຕ່າງປະ ເທດ, ພົບປະກັບທ່ານຮອງປະທານ ລັດຖະສະພາແຫ່ງຊາດ, ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ແລະ ກົມທີ່ກ່ຽວຂ້ອງຂອງລັດເວຍ ເພື່ອປຶກສາຫາລືການພົວພັນສອງ ຝ່າຍ ລາວ-ລັດເວຍ ແລະ ເພີ່ມທະ ວີການຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ໃນຕໍ່ໜ້າ ຕື່ມອີກ. ລະດັບຊາດ ທີ່ມາຈາກອົງການໄອ ຍະການປະຊາຊົນສູງສຸດ, ກະຊວງ ປ້ອງກັນຄວາມສະຫງົບ, ຫ້ອງວ່າ ການສໍານັກງານປະທານປະເທດ, ຫ້ອງວ່າການສໍານັກງານນາຍົກ ລັດຖະມົນຕີ ແລະ ສານປະຊາຊົນ ສູງສຸດ ເຂົ້າຮ່ວມ. ໃນວາລະກອງປະຊຸມ, ທ່ານ ບົວລີ ເພັດມີໄຊ ຫົວໜ້າກົມຕິດຕາມ ກວດກາຄ້າຍຄຸມຂັງ-ດັດສ້າງ ອົງ ການໄອຍະການປະຊາຊົນສູງສຸດ ໄດ້ລາຍງານຜົນການຄົ້ນຄວ້າ, ກວດກາ ຂອງນັກໂທດປະຫານຊີ ວິດ ປະຈໍາປີ 2026 ຕາມຫ້ອງວ່າ ການສໍານັກງານປະທານປະເທດ ສັງຮວມ ແລະ ນໍາສົ່ງມາຍັງກອງ ເລຂາ ຄະນະກໍາມະການອະໄພຍະ ໂທດລະດັບຊາດ ແລະ ຕາມຂໍ້ຕົກ ລົງແບ່ງຄວາມຮັບຜິດຊອບຂອງ ກອງເລຂາຄະນະກໍາມະການອະໄພ ຍະໂທດລະດັບຊາດ ສະບັບເລກທີ 52/ກລຂ, ລົງວັນທີ 2 ກໍລະກົດ 2026. ຈາກນັ້ນ, ຜູ້ເຂົ້າຮ່ວມກອງ ປະຊຸມ ກໍໄດ້ມີການປະກອບຄໍາຄິດ ຄໍາເຫັນ ເຈາະຈີ້ມກ່ຽວກັບຜົນການ ຄົ້ນຄວ້າ, ກວດກາຂອງແຕ່ລະທ່ານ ທີ່ຮັບຜິດຊອບຄົ້ນຄວ້າ ຢ່າງກົງໄປ ກົງມາ ດ້ວຍຄວາມຮັບຜິດຊອບ ສູງ ບົນພື້ນຖານຕາມລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ສະ ບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ແລະ ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ສະບັບປັບປຸງປີ 2017 ເພື່ອເຮັດໃຫ້ ການຄົ້ນຄວ້າຄໍາຮ້ອງຂໍອະໄພຍະ ໂທດຂອງນັກໂທດປະຫານ ປະຈໍາ ປີ 2026 ນີ້ມີຄວາມຍຸຕິທໍາ, ໂປ່ງ ໃສ ແລະ ທັນກໍານົດເວລາ. ໂອກາດນີ້, ທ່ານ ບຸນທັນ ບຸນ ທະວິໄລ ໄດ້ເນັ້ນໃຫ້ຄະນະຮັບຜິດ ຊອບກອງເລຂາ ຄະນະກໍາມະການ ອະໄພຍະໂທດລະດັບຊາດ ຮີບຮ້ອນ ປັບປຸງຕາມການຕົກລົງຂອງກອງ ປະຊຸມໂດຍເໜັ້ນໜັກໃຫ້ຜູ້ຮັບຜິດ ຊອບກວດກາຄືນກ່ຽວກັບບັນດາຂໍ້ ມູນຕ່າງໆ ຂອງນັກໂທດແຕ່ລະຄົນ ໃຫ້ຖືກຕ້ອງຄົບຖ້ວນຮັບປະກັນບໍ່ໃຫ້ ມີການຜິດພາດແລະຫລີກລ່ຽງການ ປັບປຸງເອກະສານ ຫລົບໄປຫລົບມາ ຫລາຍຄັ້ງ ເພື່ອນໍາສະເໜີຕໍ່ກອງປະ ຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດພິຈາລະນາຕາມຂັ້ນຕອນ ທີ່ກໍານົດໄວ້ໃນລັດຖະບັນບັນຍັດວ່າ ດ້ວຍການໃຫ້ອະໄພຍະໂທດ ແລະ ຮັບປະກັນໃຫ້ທັນກໍານົດເວລາໃນ ການສະເໜີຫາຫ້ອງວ່າສໍານັກງານ ນາຍົກລັດຖະມົນຕີ ເພື່ອສະເໜີຕໍ່ ທ່ານປະທານປະເທດ ແຫ່ງ ສປປ ລາວ ອອກລັດຖະດໍາລັດອະໄພຍະ ໂທດໃຫ້ແກ່ນັກໂທດ ໃນວັນຊາດທີ 2 ທັນວາ 2026. ຂ່າວ: ສຸກ ອອປສ ປະລິມານ ແລະ ຄຸນນະພາບ ຊຶ່ງ ໂຮງຮຽນສອງພາສາ ລາວ-ຫວຽດ ນາມ ຫງວຽນຢູ ໄດ້ເລີ່ມເຂົ້າຮຽນ ນັບແຕ່ວັນທີ 1 ກັນຍາ ເປັນຕົ້ນມາ, ສ່ວນມື້້ເປີດສົກຮຽນໃໝ່ 20262027 ຢ່າງເປັນທາງການ ຈະຈັດ ຂຶ້ນໃນວັນທີ 14 ກັນຍາ 2026 ທີ່ ຈະມາເຖິງນີ້. ທ່ານ ນາງ ນ້ຳທິບ ອິນທະວົງ ຮັກສາການຜູ້ອຳນວຍການໂຮງ ຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນ ວັນທີ 4 ກັນຍາ 2026 ນີ້ວ່າ: ໃນ ສົກຮຽນໃໝ່ 2026-2027 ນີ້, ໂຮງຮຽນສອງພາສາ ລາວ-ຫວຽດ ນາມ ຫງວຽນຢູ ໄດ້ມີຄວາມພ້ອມ ຮອບດ້ານ ໂດຍໄດ້ກຳນົດທິດທາງ ແລະ ວຽກງານຈຸດສຸມທີ່ສຳຄັນ ຫລາຍດ້ານ ເປັນຕົ້ນ ຍຶດໝັ້ນຍົກສູງ ຄຸນນະພາບການສຶກສາຮອບດ້ານ ເປັນຫລັກ ອີງຕາມ 3 ລັກສະນະ 5 ຫລັກມູນ ແລະ 3 ຂໍ້ແຂ່ງຂັນ ທີ່ກະ ຊວງສຶກສາທິການ ແລະ ກິລາ ວາງ ອອກ ໂດຍເນັ້ນໃຫ້ ຄູ-ອາຈານ ສຸມ ໃສ່ພັດທະນາຕົນເອງ, ຫັນເອົາການ ຮຽນ-ການສອນ ເປັນທັນສະໄໝ ເພື່ອຖ່າຍທອດຄວາມຮູ້ ໃຫ້ນັກ ຮຽນໄດ້ຢ່າງມີປະສິດທິພາບ, ນອກ ຈາກປະຕິບັດຕາມຫລັກສູດການ ຮຽນ-ການສອນ ທີ່ກະຊວງສຶກສາ ທິການ ແລະ ກິລາ ວາງອອກແລ້ວ, ໂຮງຮຽນ ຍັງໄດ້ເນັ້ນການສອນ ພາສາຫວຽດນາມ ເປັນຫລັກ ເພື່ອ ເຮັດໃຫ້ນັກຮຽນ ທີ່ຮຽນຈົບຈາກ ໂຮງຮຽນດັ່ງກ່າວສາມາດຟັງ, ເວົ້າ ແລະ ຂຽນພາສາຫວຽດນາມ ໄດ້ ໂດຍພື້ນຖານ, ພ້ອມທັງສົ່ງເສີມ ສຶກສາອົບຮົມນັກຮຽນ ໃຫ້ຮູ້ຈັກຮັກ ສາ ແລະ ສືບທອດເອກະລັກທາງ ດ້ານວັດທະນະທຳ ຄຽງຄູ່ກັບການ ເສີມຂະຫຍາຍສາຍພົວພັນມິດຕະ ພາບແບບພິເສດຂອງ2ຊາດລາວຫວຽດນາມ. ພ້ອມນີ້, ໂຮງຮຽນ ຍັງ ມຸ່ງໝັ້ນສ້າງສະພາບແວດລ້ອມ ການສຶກສາທີ່ປອດໄພ, ມີລະບຽບ ວິໄນ, ມີມະນຸດສະທໍາ ແລະ ທັນ ສະໄໝ, ຢຶດຖືນັກຮຽນເປັນໃຈກາງ ໂດຍໃຫ້ຄວາມສຳຄັນຕໍ່ການພັດທະ ນາຄຸນສົມບັດ, ຄວາມສາມາດ, ທັກ ສະ ແລະ ຈິດໃຈການເຊື່ອມໂຍງສູ່ ສາກົນຂອງນັກຮຽນ. ທ່ານ ນາງ ນ້ຳທິບ ອິນທະວົງ ໄດ້ກ່າວອີກວ່າ: ດ້ວຍນ້ຳໃຈແຫ່ງ ຄວາມສາມັກຄີ, ການປ່ຽນແປງ ໃໝ່,ຄວາມຮັບຜິດຊອບແລະຄວາມ ມຸ່ງໝັ້ນຢ່າງໜັກແໜ້ນ, ຄະນະບໍລິ ຫານ, ຄູ-ອາຈານ ແລະ ພະນັກງານ ທຸກຄົນ ຂອງໂຮງຮຽນ ຈະພ້ອມໃຈ ກັນມຸ່ງໝັ້ນປະຕິບັດໜ້າທີ່ວຽກງານ ກໍຄື ການຮຽນ-ການສອນ ໃນສົກ ຮຽນ 2026-2027 ໃຫ້ປະສົບຜົນ ສຳເລັດ ແລະ ບັນລຸຕາມເປົ້າໝາຍທີ່ ວາງໄວ້, ສົມກັບຄວາມໄວ້ວາງໃຈ ຂອງພໍ່ແມ່-ຜູ້ປົກຄອງ, ນັກຮຽນ ແລະ ສັງຄົມ, ພ້ອມທັງວາງຮາກ ຖານອັນໝັ້ນຄົງ ເພື່ອການພັດທະນາ ໂຮງຮຽນແບບຍືນຍົງໃນອະນາຄົດ. ຂ່າວ-ພາບ: ທະນູທອງ ທູດລາວ...ູ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສະຫລອງຄົບຮອບ...ົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ລາຍງານການຄົ້ນຄວ້າ...ົ້້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໂຮງຮຽນຫວງຽນຢູ...ູ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທ່ານ ບຸນທະວີ ວິລະວົງ (ຊ້າຍ)

RkJQdWJsaXNoZXIy MTc3MTYxMQ==