@ 0j k; c]t gsfdko j 07/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ລາວ-ກາຊັກສະຖານ ຮັດແໜ້ນ...ັັ້ ເມືອງໄຊ...ື ປະທານປະເທດ... ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ (ຊ້າຍ) ຊົນລາວ ໄດ້ນໍາພາຄະນະຜູ້ແທນ ຂັ້ນສູງຂອງ ສປປ ລາວ ເດີນທາງ ຢ້ຽມຢາມ ສາທາລະນະລັດ ກາຊັກ ສະຖານ ຢ່າງເປັນທາງການ ໃນ ວັນທີ 3-4 ກັນຍາ 2026. ໃນຕອນເຊົ້າຂອງວັນທີ3ກັນຍາ 2026 ທີ່ ທໍານຽບເອກະລາດ ແຫ່ງ ສ ກາຊັກສະຖານ (Palace of Independence) ໄດ້ມີພິທີຕ້ອນຮັບ ຢ່າງເປັນທາງການ ຈັດຂຶ້ນຢ່າງຍິ່ງ ໃຫຍ່ ແລະ ສົມກຽດ ໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບອັນອົບອຸ່ນຂອງ ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ປະທານາທິບໍດີ ແຫ່ງ ສ ກາຊັກສະ ຖານ ພ້ອມດ້ວຍຄະນະ. ຈາກນັ້ນ, ໄດ້ມີການພົບປະ ສອງຝ່າຍຢ່າງເປັນທາງການລະ ຫວ່າງ ສອງປະມຸກລັດ ລາວ ແລະ ກາຊັກສະຖານ. ໃນໂອກາດນີ້, ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ໄດ້ ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນ ແລະ ຕີລາຄາສູງ ຕໍ່ການ ຢ້ຽມຢາມ ກາຊັກສະຖານ ຢ່າງເປັນ ທາງການຂອງຄະນະຜູ້ແທນຂັ້ນ ສູງຂອງ ສປປ ລາວ ໃນຄັ້ງນີ້ ຊຶ່ງ ທ່ານ ທອງລຸນ ສີສຸລິດ ກໍໄດ້ສະ ແດງຄວາມປິຕິຍິນດີ ແລະ ຂອບໃຈ ຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບ ອຸ່ນດັ່ງກ່າວ. ການຢ້ຽມຢາມກາຊັກ ສະຖານ ຢ່າງເປັນທາງການ ຄັ້ງນີ້ ເປັນການຢ້ຽມຢາມຄັ້ງທຳອິດໃນ ຂັ້ນປະມຸກລັດຂອງ ສປປ ລາວ ຊຶ່ງ ຖືເປັນຂີດໝາຍໃໝ່ອັນສຳຄັນໃນ ການຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມືໃນໄລຍະ ໃໝ່ ບົນພື້ນຖານມູນເຊື້ອແຫ່ງສາຍ ພົວພັນມິດຕະພາບທີ່ມີມາແຕ່ດົນ ນານລະຫວ່າງສອງປະເທດ ນັບຕັ້ງ ແຕ່ການສ້າງຕັ້ງສາຍພົວພັນການ ທູດ ໃນປີ 1997 ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ໃນການພົບປະ, ສອງຝ່າຍໄດ້ ປຶກສາຫາລື ແລະ ທົບທວນຄືນການ ພົວພັນຮ່ວມມື ລະຫວ່າງ ສອງປະ ເຂົ້າຮ່ວມກອງປະຊຸມອົງການຮ່ວມ ມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ (SCO Plus). ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນ ດີເປັນຢ່າງຍິ່ງທີ່ໄດ້ພົບປະກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ ອີກ ເທື່ອໜຶ່ງ ພາຍຫລັງການພົບປະກັນ ທີ່ເມືອງກາຊານ, ສ ຣັດເຊຍ ໃນ ເດືອນຕຸລາ 2024 ຜ່ານມາ. ການ ພົບປະຄັ້ງນີ້, ຖືເປັນຂີດໝາຍສໍາ ຄັນເພື່ອປະກອບສ່ວນເຂົ້າໃນການ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສອງ ປະເທດ ໃຫ້ນັບມື້ນັບມີໝາກຜົນ ເອກະພາບໃນການສືບຕໍ່ໃຫ້ມີການ ປຶກສາຫາລືກັນຜ່ານກົນໄກການ ຮ່ວມມືທີ່ມີຢູ່ແລ້ວ ເພື່ອຊຸກຍູ້ການ ຈັດຕັ້ງປະຕິບັດບັນດາໂຄງການ ຮ່ວມມືສອງຝ່າຍ ໃຫ້ໄດ້ຮັບໝາກ ຜົນເປັນຮູບປະທຳຍິ່ງຂຶ້ນ ເພື່ອນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດ ລາວ-ເບລາຣຸດຊີ ໃຫ້ຫລາຍກວ່າເກົ່າ. ໃນໂອກາດນີ້, ທ່ານ ອາເລັກ ຊານເດີ ລູກາເຊັນໂກ ກໍໄດ້ສະແດງ ຄວາມຊົມເຊີຍຕໍ່ ທ່ານ ທອງລຸນ ສີສຸລິດ ທີ່ໄດ້ຮັບການເລືອກຕັ້ງ ເປັນ ປະທານປະເທດລາວ ອີກໜຶ່ງ ສະໄໝ ແລະ ຖືໂອກາດດັ່ງກ່າວເຊື້ອ ເຊີນໄປຢ້ຽມຢາມ ເບລາຣຸດຊີ ຢ່າງ ເປັນທາງການ ໃນໂອກາດທີ່ເໝາະ ສົມ, ພ້ອມທັງສະແດງຄວາມມຸ່ງ ໝັ້ນ ທີ່ຈະສືບຕໍ່ຊຸກຍູ້ສາຍພົວພັນ ແລະ ການຮ່ວມມືທີ່ເປັນມູນເຊື້ອ ອັນດີງາມທີ່ມີມາແຕ່ດົນນານ ລະ ຫວ່າງ ລາວ ແລະ ເບລາຣຸດຊີ ໃຫ້ ເຂັ້ມແຂງ, ເລິກເຊິ່ງ ແລະ ແຕກ ດອກອອກຜົນຍິ່ງຂຶ້ນ. ມອບຕຳແໜ່ງ...່ ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ ທ່ານ ອາເລັກຊານເດີ ລູກາເຊັນໂກ ພ້ອມຄະນະ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີທ່ານຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງສຶກ ສາທິການແລະ ກິລາ, ບັນດາລັດຖະ ມົນຕີ, ຜູ້ອຳນວຍການໃຫຍ່ ມຊ, ປະທານ-ຮອງປະທານສະພາ ມຊ ພ້ອມດ້ວຍຄະນະອຳນວຍການ ມຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂດຍການຄົ້ນຄວ້າ ຂອງມະຫາ ວິທະຍາໄລແຫ່ງຊາດ ຕໍ່ຜົນງານ ຂອງບັນດາທ່ານທີ່ໄດ້ອຸທິດກຳ ລັງກາຍ, ກຳລັງໃຈ, ສະຕິປັນຍາ ແລະ ຄວາມຮູ້-ຄວາມສາມາດ ເຂົ້າ ໃນພາລະກິດສ້າງສາພັດທະນາປະ ເທດຊາດ ໂດຍສະເພາະ ຂົງເຂດ ການສຶກສາ, ການພັດທະນາວິທະ ຍາສາດ ແລະ ຊັບພະຍາກອນມະ ນຸດ. ສະນັ້ນ, ສະພາມະຫາວິທະຍາ ໄລແຫ່ງຊາດ ໄດ້ຕົກລົງມອບຕຳ ແໜ່ງວິຊາການຄູບໍ່ປະຈຳ ໃຫ້ແກ່ ບັນດາທ່ານ ທີ່ມີຜົນງານດັ່ງກ່າວ ຈໍານວນ6ທ່ານ. ໃນນັ້ນ, ຂັ້ນສາສະ ດາຈານກິດຕິມະສັກ ຈໍານວນ 2 ທ່ານ ຄື: ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ທ່ານ ສົມມາດ ພົນເສນາ ອະດີດຮອງປະ ທານສະພາແຫ່ງຊາດ; ຂັ້ນສາສະ ດາຈານພິເສດ ຈຳນວນ 2 ທ່ານ ຄື: ທ່ານ ຮສ. ປອ. ຄໍາຜາດ ສຸລິນພູມີ ຄະນະຊັບພະຍາກອນນ້ຳ ມຊ ແລະ ທ່ານ ຮສ. ປອ. ທອງວັນ ສິຣິວັນ ຄະນະເສດຖະສາດ ແລະ ບໍລິຫານ ທຸລະກິດ ມຊ; ຂັ້ນປະລິນຍາເອກ ກິດຕິມະສັກ ຈໍານວນ 2 ທ່ານ ຄື: ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງ ລັດແລະ ທ່ານ ໂອມຽງປະທານສະ ມາຄົມມິດຕະພາບ ລາວ-ເກົາຫລີ. ໃນໂອກາດດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີ ໄດ້ໃຫ້ກຽດມີຄໍາເຫັນ ຕໍ່ພິທີ ໂດຍສະແດງຄວາມປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ ຢ້ຽມຢາມສະຖາບັນຂົງຈື, ມະຫາວິ ທະຍາໄລແຫ່ງຊາດ ຊຶ່ງເປັນສະຖາ ບັນການສຶກສາຂັ້ນສູງອັນດັບໜຶ່ງ ຂອງຊາດ, ເປັນຄັງຊັບສົມບັດທາງ ດ້ານສະຕິປັນຍາ, ແຫລ່ງຄົ້ນຄວ້າ ວິທະຍາສາດ ແລະ ນະວັດຕະກຳ ທີ່ເປັນເສົາຄໍ້າສຳຄັນ ໃນການກຳ ນົດອະນາຄົດຂອງກຳລັງຄົນ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະ ເທດຊາດ. ພ້ອມກັນນັ້ນ, ໃນໂອກາດ ທີ່ມະຫາວິທະຍາໄລແຫ່ງຊາດ ກຳ ລັງກະກຽມສະເຫລີມສະຫລອງວັນ ສ້າງຕັ້ງ ຄົບຮອບ 30 ປີ ໃນທ້າຍ ປີ 2026 ນີ້, ທ່ານນາຍົກລັດຖະມົນ ຕີ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈ ທີ່ກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ ກໍານົດວ່າ: “ພັດທະນາວຽກງານ ສຶກສາໃຫ້ທົ່ວເຖິງ, ມີຄຸນນະພາບ ເພື່ອຮອງຮັບການພັດທະນາປະ ເທດຊາດ ແລະ ເຊື່ອມໂຍງກັບສາ ກົນ”, ພ້ອມທັງຍຶດໝັ້ນຄຸນນະພາບ, ປັບຕົວໃຫ້ທັນຍຸກທັນສະໄໝ ແຕ່ ຕ້ອງຮັກສາ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ, ສ້າງ ຄົນທີ່ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຮູ້ສູງ; ປະຕິຮູບຫລັກ ສູດໃຫ້ທັນສະໄໝ, ສອດຄ່ອງກັບ ຕະຫລາດແຮງງານ, ເສດຖະກິດດີ ຈິຕອນ ແລະ ເຕັກໂນໂລຊີປັນຍາປະ ດິດ (AI); ເນັ້ນການວິໄຈ ໄປຕາມ ທິດຫັນຈາກ “ຄົ້ນຄວ້າ ເພື່ອມີຜົນ ງານ” ໄປສູ່“ຄົ້ນຄວ້າ ເພື່ອສ້າງຜົນ ກະທົບ” ເພື່ອສາມາດນຳໄປໃຊ້ໄດ້ ຕົວຈິງແລະຮອງຮັບການຂ້າມຜ່ານ ອອກຈາກສະຖານະປະເທດດ້ອຍ ພັດທະນາ; ສ້າງມະຫາວິທະຍາໄລ ດີຈິຕອນ ໂດຍເລັ່ງລົງທຶນໃນວຽກ ງານເຕັກໂນໂລຊີ, ຫ້ອງຮຽນ/ຫໍສະ ໝຸດອັດສະລິຍະ ແລະ ສິ່ງອຳນວຍ ຄວາມສະດວກ; ສືບຕໍ່ຮ່ວມມືກັບສາ ກົນ ໂດຍສົ່ງເສີມສ້າງຄວາມສຳພັນ ແລະ ຍາດແຍ່ງເອົາການສະໜັບສະ ໜູນຈາກບັນດາປະເທດເພື່ອນມິດ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ. ເທດ ໃນໄລຍະຜ່ານມາ ໂດຍໄດ້ສະ ແດງຄວາມຊົມເຊີຍ ແລະ ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ບົນພື້ນຖານການເຄົາ ລົບນັບຖື ແລະ ໄວ້ເນື້ອເຊື່ອໃຈ ເຊິ່ງ ກັນ ແລະ ກັນ ຊຶ່ງໄດ້ຮັບການເສີມ ຂະຫຍາຍຢ່າງຕໍ່ເນື່ອງ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ. ສອງ ຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຢ່າງ ກົງໄປກົງມາ ດ້ວຍບັນຍາກາດແຫ່ງ ໄມຕີຈິດມິດຕະພາບ ເພື່ອພ້ອມກັນ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມທີ່ດີລະ ຫວ່າງສອງປະເທດ; ເຫັນດີສືບຕໍ່ຊຸກ ຍູ້ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ໃຫ້ເປັນປົກກະຕິ; ຊຸກຍູ້ ສົ່ງເສີມການພົວພັນຮ່ວມມືສອງ ຝ່າຍໃນຂົງເຂດຕ່າງໆເປັນຕົ້ນດ້ານ ການເມືອງ, ເສດຖະກິດ-ການຄ້າການລົງທຶນ, ການຂົນສົ່ງ, ພະລັງ ງານ, ການສຶກສາ, ວັດທະນາທຳສັງຄົມ, ວຽກງານໄອຍະການປະຊາ ຊົນສູງສຸດ ລວມເຖິງການສະໜັບ ສະໜູນ ເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ ໂດຍສະເພາະ ໃນຂອບ ສປຊ, ຂອບການຮ່ວມມື ອົງການຮ່ວມມືຊຽງໄຮ້ (SCO) ແລະ ອື່ນໆ. ໃນໂອກາດດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕາງໜ້າໃຫ້ ລັດຖະບານແລະປະຊາຊົນລາວສະ ແດງຄວາມຮູ້ບຸນຄຸນຢ່າງສູງມາຍັງ ລັດຖະບານ ແລະ ປະຊາຊົນ ກາຊັກ ສະຖານ ທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫລືອ ສປປ ລາວ ໂດຍສະເພາະການສ້າງບຸກຄະລາ ກອນ ຕັ້ງແຕ່ສະໄໝສະຫະພາບໂຊ ວຽດ ຊຶ່ງໄດ້ກາຍເປັນກຳລັງແຮງ ອັນສຳຄັນໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ຂອງ ສປປ ລາວ ໃນປັດຈຸບັນ. ພ້ອມກັນນັ້ນ, ຍັງໄດ້ເຊື້ອເຊີນ ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ມາ ຢ້ຽມຢາມ ສປປ ລາວ ໃນໂອກາດ ຄົບຮອບ 30 ປີ ແຫ່ງ ການສ້າງ ຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ກາຊັກສະຖານ ໃນປີ 2027. ພາຍຫລັງສໍາເລັດການພົບປະ ສອງຝ່າຍ, ສອງປະມຸກລັດ ລາວ ແລະ ກາຊັກສະຖານ ໄດ້ຮັບຮອງ ເອົາຖະແຫລງການຮ່ວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ສາທາລະນະລັດ ກາຊັກສະຖານ ພ້ອມທັງໄດ້ເປັນ ສັກຂີພິຍານໃນພິທີແລກປ່ຽນເອກະ ສານຮ່ວມມື ຈໍານວນ 4 ສະບັບຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການປຶກສາຫາລືດ້ານການເມືອງ ລະຫວ່າງ ກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ສ ກາ ຊັກສະຖານ; ບົດບັນທຶກຄວາມເຂົ້າ ໃຈ ລະຫວ່າງ ອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ ກາຊັກສະຖານ; ບົດບັນ ທຶກຄວາມເຂົ້າໃຈ ວ່າດ້ວຍການ ຮ່ວມມືດ້ານຂໍ້ມູນຂ່າວສານ, ເຕັກ ໂນໂລຊີການສື່ສານ ແລະ ການບໍລິ ຫານລັດດ້ວຍລະບົບເອເລັກໂຕຣ ນິກ ລະຫວ່າງ ກະຊວງເຕັກໂນໂລ ຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງພັດທະນາດີຈິ ຕອນ ແລະ ປັນຍາປະດິດ ແຫ່ງ ສ ກາຊັກສະຖານ; ບົດບັນທຶກຄວາມ ເຂົ້າໃຈ ວ່າດ້ວຍການສ້າງຕັ້ງສາຍ ພົວພັນນະຄອນມິດຕະພາບ ລະ ຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນຫລວງ ອາສ໌ຕານາ. ໃນຕອນທ່ຽງຂອງວັນດຽວກັນ, ທ່ານ ກາຊຶມ-ໂຈມາດ ໂຕກາຢຽບ ຍັງໄດ້ເປັນເຈົ້າພາບຈັດງານລ້ຽງ ຮັບຮອງເປັນກຽດໃຫ້ແກ່ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຢ່າງສົມກຽດ. ໃນໂອກາດເຄື່ອນໄຫວຢ້ຽມ ຢາມ ສ ກາຊັກສະຖານ ຢ່າງເປັນ ທາງການ ໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງ ທ່ານ ໂອຊາສ໌ ເບກເຕນອບ ນາຍົກລັດຖະມົນຕີ ແຫ່ງ ສ ກາຊັກສະຖານ (H.E. Mr. Olzhas Bektenov). ນອກຈາກ ນີ້, ທ່ານ ທອງລຸນ ສີສຸລິດ ພ້ອມ ດ້ວຍຄະນະຍັງໄດ້ໄປຢ້ຽມຢາມ ສູນການເງິນສາກົນ (AIFC), ສູນ ປັນຍາປະດິດສາກົນ (ICAI), ອົງ ການສົ່ງເສີມການສ້າງມາດຕະ ການເພື່ອຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ (CICA) ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວສໍາ ຄັນຂອງກາຊັກສະຖານ ຈໍານວນ ໜຶ່ງ ເປັນຕົ້ນ ພິພິທະພັນແຫ່ງຊາດ ກາຊັກສະຖານ, ອະນຸສອນສະຖານ ນັກຮົບ ແພນຟິລັອບ 28 (28 Panfilov Guardsmen), ພິພິທະ ພັນສິລະປະ ອານມາຕີ ແລະ ໂບດ ໂອໂຕດັອກຣັດເຊຍ (Ascension C a t h e d r a l R u s s i a n Orthodox). ພິເສດ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ໄປຢ້ຽມ ຢາມມະຫາວິທະຍາໄລແຫ່ງຊາດ L.N. GumilyovEurasian, ພ້ອມ ທັງໄດ້ໃຫ້ກຽດຂຶ້ນກ່າວບັນຍາຍ ຕໍ່ ຄູອາຈານ-ນັກສຶກສາ ແລະ ຍັງ ໄດ້ເປັນກຽດຮັບນາມມະຍົດ ສາສະ ດາຈານ ກິດຕິມະສັກ ຈາກມະຫາ ວິທະຍາໄລດັ່ງກ່າວ ອີກດ້ວຍ. ເປັນຮູບປະທຳຍິ່ງໆຂື້ນ. ພ້ອມກັນ ນີ້, ທ່ານປະທານປະເທດແຫ່ງສປປ ລາວ ກໍໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ ທ່ານປະທານາທິບໍດີ ແລະ ລັດຖະບານເບລາຣຸດຊີ ທີ່ໃຫ້ ການສະໜັບສະໜູນ ສປປ ລາວ ໃນ ການເຂົ້າເປັນຄູ່ຮ່ວມເຈລະຈາຂອງ ອົງການ SCO ພ້ອມທັງຢືນຢັນ ວ່າ ສປປ ລາວ ຈະສືບຕໍ່ປະກອບ ສ່ວນຢ່າງຫ້າວຫັນໃນເວທີດັ່ງກ່າວ ຕາມຄວາມສາມາດ ແລະ ເງື່ອນໄຂ ຕົວຈິງ. ໃນການພົບປະດັ່ງກ່າວ, ສອງ ຝ່າຍໄດ້ຕີລາຄາສູງຕໍ່ການພົວພັນ ຮ່ວມມືອັນດີ ລະຫວ່າງ ລາວ-ເບລາ ຣຸດຊີ ທີ່ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງຕະຫລອດໄລຍະຜ່ານ ມາ ໂດຍສະເພາະທາງດ້ານການ ເມືອງ ແລະ ຄວາມໝັ້ນຄົງ, ພ້ອມ ທັງເຫັນດີສືບຕໍ່ໃຫ້ມີການແລກປ່ຽນ ການຢ້ຽມຢາມຂອງຄະນະຜູ້ແທນ ໃນຫລາຍລະດັບ; ສອງຝ່າຍ ຍັງໄດ້ ທົບທວນຄືນເຖິງການພົວພັນຮ່ວມ ມືໃນໄລຍະຜ່ານມາ ແລະ ປຶກສາຫາ ລືກ່ຽວກັບທິດທາງແຜນການຮ່ວມ ມືໃນຕໍ່ໜ້າ ໂດຍສະເພາະສືບຕໍ່ຊຸກ ຍູ້ການຈັດຕັ້ງປະຕິບັດບັນດາໂຄງ ການຮ່ວມມືໃນຂົງເຂດຕ່າງໆ ທີ່ ໄດ້ມີການຕົກລົງ ແລະ ເຫັນດີເປັນ ເອກະພາບຮ່ວມກັນແລ້ວນັ້ນ ໃຫ້ ເປັນຮູບປະທຳຍິ່ງຂຶ້ນ ເປັນຕົ້ນ ດ້ານ ເສດຖະກິດ, ການຄ້າ, ການລົງທຶນ, ທະນາຄານ ແລະ ການເງິນ, ການ ສຶກສາ, ວັດທະນະທຳ, ການທ່ອງ ທ່ຽວ ແລະ ສາທາລະນະສຸກ. ນອກ ຈາກນີ້, ສອງຝ່າຍຍັງໄດ້ເຫັນດີເປັນ ທ່ານ ສອນໄຊ ສີພັນດອນ (ຂວາ) ສົ່ງນ້ຳເຂົ້າສູ່ເນື້ອທີ່ການຜະລິດກະ ສິກຳໄດ້ທັນລະດູການ. ການອອກແຮງງານຄັ້ງນີ້, ສະ ແດງໃຫ້ເຫັນເຖິງຄວາມເອົາໃຈ ໃສ່, ຄວາມເປັນຫ່ວງເປັນໃຍຂອງ ການນຳຂັ້ນແຂວງ, ເມືອງ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນ ເພື່ອຮັບປະກັນໃຫ້ ນ້ຳສາມາດໄຫລສະດວກ ແລະ ຕອບສະໜອງໃຫ້ແກ່ການຜະລິດ ກະສິກຳຂອງກະສິກອນໄດ້ຢ່າງ ທັນການ. ການອອກແຮງງານລວມຄັ້ງນີ້ ລວມມີແຮງງານຜູ້ເຂົ້າຮ່ວມ 200 ກວ່າຄົນ ໂດຍໃຊ້ເວລາ 1 ຕອນ ຈຶ່ງສຳເລັດ. ຂ່າວ-ພາບ: ໄມພອນ ພົມມະຈັນ
RkJQdWJsaXNoZXIy MTc3MTYxMQ==