ໄຊຊະນະຄັ້ງນີ້, ພັກກອມມູນິດ ຫວຽດນາມ ໄດ້ກາຍເປັນພັກກຳ ອຳນາດ ແລະ ໄດ້ສ້າງປະຖົມປັດໄຈ ພື້ນຖານອັນສຳຄັນສຳລັບໄຊຊະນະ ໃນໄລຍະຕໍ່ມາ. ການປະຕິວັດເດືອນສິງຫາ ບໍ່ ພຽງແຕ່ມີຄວາມໝາຍພິເສດສະ ເພາະຕໍ່ປະຫວັດສາດຫວຽດນາມ ເທົ່ານັ້ນ, ແຕ່ຍັງມີຄວາມໝາຍໃນ ລະດັບຍຸກສະໄໝ ແລະ ມີລັກສະນະ ສາກົນຢ່າງເລິກເຊິ່ງ. ໄຊຊະນະ ດັ່ງກ່າວ ໄດ້ສ້າງແຮງບັນດານໃຈ ອັນໃຫຍ່ຫລວງໃຫ້ແກ່ບັນດາຊາດ ຫົວເມືອງຂຶ້ນ ແລະ ປະຊາຊົນຜູ້ຖືກ ກົດຂີ່ຂູດຮີດທົ່ວໂລກໃຫ້ລຸກຂຶ້ນຕໍ່ສູ້ ເພື່ອເອກະລາດ, ອິດສະລະພາບ, ປະຊາທິປະໄຕ ແລະ ຄວາມກ້າວໜ້າ ທາງສັງຄົມ. ດ້ວຍໄຊຊະນະດັ່ງ ກ່າວ, ຊາດຫວຽດນາມ ບໍ່ພຽງແຕ່ ຍາດໄດ້ເອກະລາດເທົ່ານັ້ນ, ແຕ່ຍັງ ຢັ້ງຢືນເຖິງຖານະບົດບາດແລະ ເສັ້ນ ທາງການພັດທະນາຂອງຕົນໃນກະ ແສປະຫວັດສາດໂລກຍຸກໃໝ່. ການປະຕິວັດເດືອນສິງຫາ ປີ 1945 ເປັນຂີດໝາຍອັນສະຫງ່າ ງາມໃນຂະບວນວິວັດແຫ່ງການ ສ້າງສາ ແລະ ປົກປັກຮັກສາປະເທດ ຊາດຂອງຊາວຫວຽດນາມ. ໃນ ສະພາບແວດລ້ອມທີ່ຫວຽດນາມ ກຳລັງກ້າວເຂົ້າສູ່ສັງກາດໃໝ່, ບົດ ຮຽນທາງປະຫວັດສາດທີ່ຖອດ ຖອນໄດ້ຈາກການປະຕິວັດເດືອນ ສິງຫາ ຍັງມີຄຸນຄ່າທັງດ້ານທິດສະ ດີ, ພຶດຕິກຳຕົວຈິງ ແລະ ມີລັກສະນະ ຮ່ວມສະໄໝຢ່າງເລິກເຊິ່ງ: ບົດຮຽນທີໜຶ່ງ: ການຮັກສາ ບົດບາດການນຳພາຂອງພັກຢ່າງ ໝັ້ນຄົງ, ຍົກສູງຄັນທຸງແນວຄິດ ໂຮ່ຈີ່ມິງ ແລະ ຍຶດໝັ້ນໃນແນວທາງ ແລະ ເປົ້າໝາຍ “ເອກະລາດແຫ່ງ ຊາດ ຕິດພັນກັບລັດທິສັງຄົມນິຍົມ”. ປະທານ ໂຮ່ຈີ່ມິງ ເຄີຍຢັ້ງຢືນວ່າ: “ຕົວຈິງໃນຫວຽດນາມ ໄດ້ພິສູດ ແລ້ວວ່າດ້ວຍການນຳພາຂອງພັກ ມາກຊິດ-ເລນິນນິດ, ການປະຕິວັດ ຈຶ່ງສາມາດຍາດໄດ້ໄຊຊະນະອັນ ສະຫງ່າງາມໃນພາລະກິດປົດປ່ອຍ ຊາດ ແລະ ກ້າວໄປສູ່ການສ້າງສາ ສັງຄົມນິຍົມ”. ເມື່ອກ້າວເຂົ້າສູ່ສັງ ກາດໃໝ່, ເຖິງວ່າສະພາບການ ພາຍໃນ ແລະ ສາກົນຈະມີການຜັນ ແປຢ່າງຫລວງຫລາຍ, ແຕ່ກໍສາ ມາດຢັ້ງຢືນໄດ້ວ່າບົດບາດການນຳ ພາ ແລະ ຄວາມສາມາດໃນການ ຕໍ່ສູ້ຂອງພັກ ຍັງແມ່ນປັດໄຈຕັດສິນ ຊີ້ຂາດຕໍ່ທຸກໆໄຊຊະນະຂອງການ ປະຕິວັດຫວຽດນາມ. ບົດຮຽນທີສອງ: ການກຳແໜ້ນ “ກາລະໂອກາດແລະການຍາດແຍ່ງ ກາລະໂອກາດ”. ນັບຕັ້ງແຕ່ກອງ ປະຊຸມຄະນະບໍລິຫານງານສູນກາງ ພັກ ຄັ້ງທີ 8 ເມື່ອເດືອນພຶດສະພາ ປີ 1941, ພັກກອມມູນິດຫວຽດ ນາມ ໄດ້ກຳນົດທິດທາງໃຫ້ຮີບຮ້ອນ ກະກຽມກຳລັງຢ່າງຕັ້ງໜ້າ ແລະ ລໍຖ້າກາລະໂອກາດສຳລັບການລຸກ ຮື້ຂຶ້ນ. ດັ່ງນັ້ນ, ເມື່ອຈັກກະພັດຍີ່ປຸ່ນ ປະກາດຍອມຈຳນົນຕໍ່ຝ່າຍສຳພັນ ທະມິດໃນວັນທີ15ສິງຫາປີ1945 ແລະ ລັດຖະບານຫຸ່ນຮັບໃຊ້ຍີ່ປຸ່ນ ຕົກຢູ່ໃນສະພາບສັບສົນເສຍຂວັນ, ຜູ້ ນຳ ໂຮ່ຈີ່ມິງ ຈຶ່ງໄດ້ຊີ້ແຈງວ່ານີ້ແມ່ນ “ກາລະໂອກາດພັນປີມີເທື່ອໜຶ່ງ”. 03/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ dkoxt8y ;a fgfn voly 'sk xu 1945 gsfdkova opy j '.spj .oxts;a flkf-kfs;Pfok, ໂດຍ: ຄະນະ ບກ (ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ)ື່ັ່ັັົິົົີ ຂປລ. ວັນທີ 2 ກັນຍາ ປີ 1945 ຖືເປັນວັນປະຫວັດສາດສຳຄັນ ຂອງຊາດຫວຽດນາມ. ທີ່ສະໜາມ ຫລວງບາດິ່ງ, ປະທານ ໂຮ່ຈີ່ມິງ ໄດ້ອ່ານຖະແຫລງການປະກາດ ເອກະລາດ ແລະ ປະກາດຢ່າງສະ ຫງ່າງາມຕໍ່ປະຊາຄົມໂລກ ເຖິງສິດ ທິແຫ່ງເອກະລາດ, ອິດສະລະ ພາບ ແລະ ຄວາມສະເໝີພາບຂອງ ຊາດຫວຽດນາມ ວ່າ: “ປະເທດ ຫວຽດນາມ ມີສິດທີ່ຈະໄດ້ຮັບອິດ ສະລະພາບ ແລະ ເອກະລາດ ແລະ ຄວາມຈິງແລ້ວໄດ້ກາຍເປັນປະເທດ ທີ່ມີອິດສະລະພາບ ແລະ ເອກະລາດ. ປະຊາຊົນຫວຽດນາມທົ່ວທັງຊາດ ເດັດດ່ຽວຈະອຸທິດທັງຈິດໃຈ, ກຳ ລັງ, ຊີວິດ ແລະ ຊັບສິນ ເພື່ອປົກ ປັກຮັກສາສິດເສລີພາບ ແລະ ເອກະ ລາດນັ້ນໄວ້ໃຫ້ໝັ້ນຄົງ”. ສາທາລະ ນະລັດ ປະຊາທິປະໄຕ ຫວຽດນາມ ຈຶ່ງໄດ້ກຳເນີດຂຶ້ນອັນເປັນຂີດໝາຍ ແຫ່ງການເລີ່ມຕົ້ນສັງກາດໃໝ່ຂອງ ຊາດ ຄື: ສັງກາດແຫ່ງເອກະລາດ, ອິດສະລະພາບ ແລະ ການເປັນເຈົ້າ ຊາຕາກຳຂອງປະເທດຊາດດ້ວຍ ຕົນເອງ. ໄຊຊະນະຂອງການປະຕິວັດ ເດືອນສິງຫາ ປີ 1945 ແມ່ນຜົນ ສຳເລັດຈາກຫລາຍປັດໄຈປະກອບ ກັນ ໂດຍສະເພາະຢ່າງຍິ່ງແມ່ນການ ປະສົມປະສານຢ່າງແໜ້ນແຟ້ນລະ ຫວ່າງກາລະໂອກາດທາງປະຫວັດ ສາດທີ່ເອື້ອອຳນວຍກັບການກະ ກຽມຢ່າງຮອບຄອບ, ເປັນລະບົບ ຕະຫລອດຮອດການນຳພາອັນສະ ຫລາດສ່ອງໃສ ແລະ ປ່ຽນແປງ ຢ່າງມີໄຫວພິບຂອງພັກກອມມູນິດ ຫວຽດນາມ ພາຍໃຕ້ການນຳພາ ຂອງປະທານ ໂຮ່ຈີ່ມິງ. ຂປລ. ພາສາເປັນເຄື່ອງມືສຳຄັນ ໃນການສື່ສານຂອງມະນຸດ. ທຸກໆ ພາສາທີ່ມີໃຊ້ຢູ່ໃນໂລກ ລ້ວນແຕ່ ເປັນພາສາທີ່ມີສຽງສະເພາະຂອງ ຕົນເອງເຊັ່ນດຽວກັບພາສາລາວທີ່ມີ ລະບົບສຽງເປັນເອກະລັກສະເພາະ. ການສຶກສາສຽງ ແລະ ຕົວອັກສອນ s]a ddkorN o4ko dkooe.-h 8q ;va dlvo]k; ລາວຈຶ່ງເປັນພື້ນຖານສຳຄັນສຳລັບ ການອ່ານ, ການຂຽນ ແລະ ການ ນຳໃຊ້ພາສາລາວໃຫ້ຖືກຕ້ອງ. ເມື່ອມະນຸດສື່ສານກັນ ເຊັ່ນ: ການ ທັກທາຍສະບາຍດີ, ການຂໍຄວາມ ຊ່ວຍເຫລືອ ຫລື ສະແດງຄວາມ ຮູ້ສຶກອອກມາໃຫ້ຜູ້ອື່ນຮູ້, ກໍຈະມີ ການເປັ່ງສຽງອອກມາເປັນຄໍາເວົ້າ ເພື່ອໃຫ້ອີກຝ່າຍໜຶ່ງເຂົ້າໃຈຈຸດປະ ສົງຂອງຕົນ. ສຽງທີ່ເປັ່ງອອກມາ ໃນເວລາສື່ສານກັນນັ້ນ ເອີ້ນວ່າ: ສຽງໃນພາສາລາວ. ສຽງໃນພາສາລາວເກີດມາ ຈາກການໃຊ້ອະໄວຍະວະຕ່າງໆ ຊຶ່ງແຕ່ລະພາກສ່ວນສາມາດເຮັດ ໃຫ້ສຽງເວົ້າແຕກຕ່າງກັນໄປ. ອະໄວຍະວະທີ່ມີໜ້າທີ່ໂດຍກົງໃນ ການອອກສຽງເວົ້າໄດ້ແກ່ຮິມສົບ, ດ້ວຍຄວາມໄວ ແລະ ນໍ້າໜັກເທົ່າກັນ ຈຶ່ງເກີດເປັນສຽງໃໝ່. ສຽງສະຫລະ ປະສົມໃນພາສາລາວ ມີ 6 ສຽງ ຄື: ສະຫລະປະສົມສຽງສັ້ນໄດ້ແກ່: ເxັຍ, xົວະ, ເxຶອ ແລະ ສະຫລະປະ ສົມສຽງຍາວໄດ້ແກ່: ເxຍ, xົວ, ເxືອ. ສ່ວນສະຫລະ ໄx ເxົາ xຳ ເປັນສຽງສະຫລະປະສົມກັບສຽງ ພະຍັນຊະນະທ້າຍພະຍາງ (ຕົວສະ ກົດ) ດັ່ງນີ້: ແຂ້ວ, ເຫືອກ, ເພດານແຂງ, ເພດານ ອ່ອນ, ລີ້ນໄກ່, ຜົ້ງດັງ, ລີ້ນ, ກ່ອງ ສຽງ, ຜົ້ງຄໍ ແລະ ເສັ້ນສຽງ. ນອກ ນັ້ນປອດ ແລະ ຫລອດລົມກໍມີບົດ ບາດສຳຄັນໃນການສ້າງສຽງ. ອະໄວຍະວະເຫລົ່ານີ້ເຮັດວຽກ ປະສານກັນເຮັດໃຫ້ເກີດເປັນສຽງ ຫລາຍຮູບແບບ ເພື່ອໃຊ້ສື່ຄວາມ ໝາຍລະຫວ່າງມະນຸດດ້ວຍກັນ. ໂດຍທົ່ວໄປສຽງໃນພາສາລາວແບ່ງ ອອກເປັນ 3 ຈຳພວກ ຄື: ສຽງສະ ຫລະ, ສຽງພະຍັນຊະນະ ແລະ ສຽງ ວັນນະຍຸດ. ສຽງສະຫລະ: ແມ່ນສຽງທີ່ຖືກ ເປັ່ງອອກມາທາງປາກ ໂດຍທີ່ບໍ່ມີ ອະໄວຍະວະສ່ວນໃດໃນປາກມາ ອັດຕັນທາງລົມໄວ້, ແຕ່ອະໄວຍະວະ ໃນປາກສາມາດປ່ຽນຕຳແໜ່ງ ແລະ ຮູບຮ່າງໄດ້ເຮັດໃຫ້ຜົ້ງປາກມີລັກ ສະນະຕ່າງກັນ ແລະ ເກີດເປັນ ສຽງສະຫລະທີ່ແຕກຕ່າງກັນ. ສຽງ ສະຫລະໃນພາສາລາວມີ 24 ສຽງ, ໃນນັ້ນ ແບ່ງສຽງສະຫລະເຄົ້າ 18 ສຽງ ແລະ ສະຫລະປະສົມ 6 ສຽງ. 1. ສຽງສະຫລະເຄົ້າມີ 18 ສຽງ ແບ່ງເປັນສະຫລະສຽງສັ້ນ ແລະ ສະຫລະສຽງຍາວ. ສະຫລະສຽງສັ້ນ ປະກອບມີ: xະ, xິ, xຸ, ເxະ, ແxະ, ໂxະ, ເxິ ແລະ ສະຫະສຽງຍາວ ປະກອບມີ: xາ, xີ, xູ, ເx, ແx, xໍ, ໂx, ເxີ. 2.ສຽງສະຫລະປະສົມແມ່ນ ສຽງສະຫລະເຄົ້າ 2 ສຽງທີ່ຕ່າງ ກັນແລ້ວອ່ານອອກສຽງຕໍ່ເນື່ອງກັນ ໃx ໄx /aj/ ເກີດຈາກສຽງສະຫລະ xະ /a/ ປະສົມກັບ ຍ /j/ ເxົາ /aw/ ເກີດຈາກສຽງສະຫລະ xະ /a/ ປະສົມກັບ ວ /w/ xຳ /am/ ເກີດຈາກສຽງສະຫລະ xະ /a/ ປະສົມກັບ ມ /m/ ຄວາມແຕກຕ່າງດ້ານສຽງຕາມ ທ້ອງຖິ່ນ: ພາສາລາວຍັງມີຄວາມ ຫລາກຫລາຍດ້ານການອອກສຽງ ຕາມພູມສາດ. ສຳລັບສະຫລະ ໃx ໃນສຳນຽງທ້ອງຖິ່ນຫລວງພະບາງ ຫລື ເອີ້ນວ່າ: ສຽງຫລວງພະບາງ (ມີຢູ່ແຂວງຫລວງພະບາງ, ໄຊຍະ ບູລີ, ອຸດົມໄຊ, ບໍ່ແກ້ວ, ຫລວງນ້ຳ ທາ ແລະ ຜົ້ງສາລີ) ຈະມີການອອກ ສຽງເປັນ ອາເອີ ຊຶ່ງເກີດຈາກສຽງ ສະຫລະ xາ ປະສົມກັບ ເxີ. ສ່ວນ ພາສາທ້ອງຖິ່ນຊຽງຂວາງ ແລະ ຫົວພັນຈະອອກສຽງເປັນ ເxີ. ໄຊຊະນະດັ່ງກ່າວ ມີຮາກຖານ ມາຈາກການນຳພາທີ່ຖືກຕ້ອງ ແລະ ທັນການຂອງພັກກອມມູນິດຫວຽດ ນາມ. ແນວທາງການປະຕິວັດຊົນ ຊາດ ແລະ ປະຊາທິປະໄຕປະຊາຊົນ ທີ່ພັກກຳນົດຂຶ້ນສອດຄ່ອງກັບ ຄວາມມຸ່ງມາດປາຖະໜາຂອງມະ ຫາຊົນຢ່າງກວ້າງຂວາງ. ພັກໄດ້ ສະແດງໃຫ້ເຫັນເຖິງວິໄສທັດຍຸດທະ ສາດ ແລະ ຄວາມສາມາດອັນໂດດ ເດັ່ນໃນການຈັດຕັ້ງ ແລະ ຊີ້ນຳການ ປະຕິບັດຕົວຈິງ ໂດຍໄດ້ນຳພາປະ ຊາຊົນທົ່ວປະເທດລຸກຮື້ຂຶ້ນພ້ອມ ກັນໃນຊ່ວງເວລາທີ່ເໝາະສົມ, ສາ ມາດຢຶດອຳນາດການປົກຄອງທົ່ວ ປະເທດໄດ້ຢ່າງວ່ອງໄວດ້ວຍຈິດໃຈ ທີ່ວ່າ: “ເຖິງແມ່ນວ່າຈະຕ້ອງເຜົາ ຜານສາຍພູຫລວງທັງໝົດກໍຕ້ອງ ເດັດດ່ຽວຍາດເອົາເອກະລາດມາ ໃຫ້ໄດ້”. ໄຊຊະນະຂອງການປະຕິວັດ ເດືອນສິງຫາ ແມ່ນຜົນສຳເລັດຂອງ ຂະບວນການກະກຽມໄລຍະຍາວ ແລະ ຮອບດ້ານທັງດ້ານການເມືອງ, ການຈັດຕັ້ງ, ແນວຄິດ ແລະ ກຳລັງ ປະກອບອາວຸດ. ນັບຕັ້ງແຕ່ຂະບວນ ການໂຊວຽດເຫງະຕິ້ງ, ຂະບວນ ການປະຊາທິປະໄຕ, ກະແສການ ຕໍ່ຕ້ານຍີ່ປຸ່ນກູ້ຊາດ, ການສ້າງຕັ້ງ ແນວໂຮມຫວຽດມິນ, ການສ້າງຕັ້ງ ກຳລັງປະກອບອາວຸດ, ການສ້າງ ຖານທີ່ໝັ້ນ ແລະ ການຂະຫຍາຍ ກຳລັງມະຫາຊົນ. ພັກໄດ້ທຸ້ມເທກະ ກຽມຄວາມພ້ອມຢ່າງເປັນລະບົບ ເພື່ອໃຫ້ສາມາດຍາດແຍ່ງກາລະ ໂອກາດເມື່ອວາລະມາເຖິງ. ການ ລິເລີ່ມການລຸກຮື້ຂຶ້ນເປັນບາງສ່ວນ ກ່ອນກ້າວເຂົ້າສູ່ການລຸກຮື້ຂຶ້ນທົ່ວ ປະເທດຍັງສະທ້ອນໃຫ້ເຫັນເຖິງ ຄວາມຄ່ອງແຄ້ວ, ວ່ອງໄວ ແລະ ໄຫວພິບໃນການຊີ້ນຳການປະຕິວັດ. ໄຊຊະນະຂອງການປະຕິວັດ ເດືອນສິງຫາ ຍັງແມ່ນໝາກຜົນ ຈາກນ້ຳໃຈຮັກຊາດ, ມູນເຊື້ອແຫ່ງ ຄວາມບໍ່ຍອມຈຳນົນ ແລະ ຄວາມ ມຸ່ງຫວັງອັນແຮງກ້າຕໍ່ເອກະລາດ ແລະ ອິດສະລະພາບຂອງປະຊາ ຊົນຫວຽດນາມທັງຊາດ. ພາຍໃຕ້ ຄັນທຸງແຫ່ງຄວາມສາມັກຄີຂອງ ແນວໂຮມຫວຽດມິນ, ປະຊາຊົນ ຫວຽດນາມ ໄດ້ພ້ອມໃຈກັນລຸກຂຶ້ນ ທົ່ວທັງສາມພາກ, ຕັ້ງແຕ່ເຂດທົ່ງ ພຽງຮອດເຂດພູດອຍ, ຈາກຕົວ ເມືອງສູ່ຊົນນະບົດ, ຈາກແຜ່ນດິນ ໃຫຍ່ຮອດໝູ່ເກາະ. ນີ້ແມ່ນພາບ ສະທ້ອນອັນມີຊີວິດຊີວາຂອງກໍາ ລັງແຮງແຫ່ງຄວາມສາມັກຄີອັນ ຍິ່ງໃຫຍ່ທົ່ວປວງຊົນ ຊຶ່ງເປັນປັດ ໄຈພາຍໃນທີ່ມີຄວາມໝາຍຕັດ ສິນຊີ້ຂາດຕໍ່ໄຊຊະນະຂອງການ ປະຕິວັດ. ໄຊຊະນະຂອງການປະຕິວັດ ເດືອນສິງຫາ ເກີດຂຶ້ນໃນສະພາບ ແວດລ້ອມທີ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ ພ້ອມກັບຄວາມປະລາ ໄຊຢ່າງສິ້ນເຊີງຂອງລັດທິຟາດຊິດ ເຢຍລະມັນ ແລະ ຍີ່ປຸ່ນ. ພັກກອມ ມູນິດຫວຽດນາມ ໄດ້ຕີລາຄາຢ່າງ ຖືກຕ້ອງເຖິງ “ກາລະໂອກາດພັນ ປີມີເທື່ອໜຶ່ງ” ແລະ ອອກຄຳສັ່ງໃຫ້ ປະຊາຊົນທົ່ວປະເທດລຸກຮື້ຂຶ້ນ ເພື່ອ ຢຶດອຳນາດການປົກຄອງ. ຄວາມສຳເລັດຂອງການປະຕິ ວັດເດືອນສິງຫາ ປີ 1945 ໄດ້ເປີດ ຈຸດປ່ຽນອັນຍິ່ງໃຫຍ່ໃນປະຫວັດ ສາດຊາດຫວຽດນາມ. ໄຊຊະນະ ຄັ້ງນັ້ນ ໄດ້ທັບມ້າງຄວາມເປັນຂ້ອຍ ຂ້າພາຍໃຕ້ແອກປົກຄອງຂອງລ່າ ເມືອງຂຶ້ນຝຣັ່ງ ທີ່ແກ່ຍາວມາກວ່າ 80 ປີ, ຍຸຕິການຄອບງຳຂອງລັດທິ ຟາດຊິດຍີ່ປຸ່ນ ທີ່ດຳເນີນມາເກືອບ 5 ປີ ແລະ ໂຄ່ນລົ້ມລະບອບສັກດີນາທີ່ ມາຫລາຍສັດຕະວັດ, ນຳໄປສູ່ການ ກຳເນີດຂຶ້ນຂອງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຊຶ່ງເປັນ ລັດທີ່ປະຊາຊົນຜູ້ອອກແຮງງານ ເປັນເຈົ້າຂອງອຳນາດ. ໄຊຊະນະຂອງການປະຕິວັດ ເດືອນສິງຫາ ເປັນບາດກ້າວກະໂດດ ຂັ້ນຄັ້ງສຳຄັນຂອງການປະຕິວັດ ຫວຽດນາມ ແລະ ເປັນຈຸດເລີ່ມຕົ້ນ ສັງກາດໃໝ່ຂອງຊາດ ຄື: ສັງກາດ ແຫ່ງເອກະລາດ ແລະ ອິດສະລະ ພາບ, ສັງກາດທີ່ປະຊາຊົນຜູ້ອອກ ແຮງງານໄດ້ກຳອຳນາດລັດ, ເປັນ ເຈົ້າຂອງປະເທດຊາດ ແລະ ເຈົ້າ ຊາຕາກຳຂອງຊົນຊາດ ແລະ ສັງ ກາດແຫ່ງເອກະລາດແຫ່ງຊາດ ຕິດພັນກັບລັດທິສັງຄົມນິຍົມ. ຈາກ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==