@ 0j k; c]t gsfdko j 03/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ທ່ານ ທອງລຸນ ສີສຸລິດ (ຊ້າຍ) ສານສະແດງ... ປະທານປະເທດ... ປະທານຄະນະກຳມະການ... ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ແບບຍືນຍົງຢູ່ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໄຊອັນປະເສີດມາ ຍັງສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳ ເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງສົມເດັດ ແລະ ອວຍພອນໃຫ້ປະຊາຊົນ ມາເລເຊຍ ເພື່ອນມິດສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນະຖາ ວອນຕະຫລອດໄປ. ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງ ຄວາມຊົມເຊີຍ ເຖິງ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ທ່ານ ໂມ ຮາເມັດ ບິນ ຮາຈິ ຮາຊານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ ເຊັ່ນດຽວກັນ. ບວກຄູ່ຮ່ວມເຈລະຈາ ຕໍ່ການສ້າງ ໂລກຫລາຍຂົ້ວ ໂດຍມີບັນດາປະມຸກ ລັດ,ຫົວໜ້າລັດຖະບານແລະຜູ້ແທນ ຈາກບັນດາປະເທດສະມາຊິກ, ຄູ່ ຮ່ວມເຈລະຈາ ແລະ ປະເທດສັງເກດ ການ ຂອງອົງການຮ່ວມມືຊຽງໄຮ້ (SCO) ເຂົ້າຮ່ວມ. ພິເສດ, ການ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຖືເປັນ ຄັ້ງທໍາອິດທີ່ສປປລາວໄດ້ເຂົ້າຮ່ວມ ໃນນາມປະເທດຄູ່ເຈລະຈາຂອງ ອົງການຮ່ວມມືຊຽງໄຮ້ (SCO Dialogue Partner) ຢ່າງເປັນ ທາງການ. ໃນໂອກາດນີ້, ທ່ານປະທານ ປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກ່າວຄໍາເຫັນ ໂດຍ ໄດ້ຕີລາຄາສູງຕໍ່ເນື້ອໃນຄໍາຂວັນ ຂອງກອງປະຊຸມອົງການຮ່ວມມື ຊຽງໄຮ້ ບວກຄູ່ຮ່ວມເຈລະຈາ ຄັ້ງ ນີ້ ຊຶ່ງສະແດງໃຫ້ເຫັນເຖິງຄວາມ ສໍາຄັນ ແລະ ແທດເໝາະກັບສະ ພາບການຂອງໂລກໃນປັດຈຸບັນ ໃນ ທ່າມກາງທີ່ບັນດາປະເທດກໍາລັງ ພັດທະນາ ທີ່ຮັກຫອມສັນຕິພາບ ໄດ້ຢືນຢັນຄືນຄວາມໝາຍໝັ້ນ ແລະ ເຈດຕະນາລົມ ເພື່ອຍົກສູງບົດບາດ ຂອງຂອບການຮ່ວມມືແບບຫລາຍ ຝ່າຍ ເພື່ອສ້າງສະພາບແວດລ້ອມ ອັນເອື້ອອໍານວຍໃຫ້ແກ່ການບັນລຸ ເປົ້າໝາຍການພັດທະນາແບບຍືນ ຍົງ ໂດຍຮ່ວມກັນຊອກຫາຊ່ອງ ທາງ ເພື່ອຜ່ານຜ່າອຸປະສັກໃນທ່າມ ກາງສິ່ງທ້າທາຍປັດຈຸບັນ ຢ່າງເປັນ ລະບົບ. ພ້ອມນີ້, ທ່ານປະທານປະ ເທດ ຍັງໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ບັນດາປະເທດສະມາ ຊິກອົງການຮ່ວມມືຊຽງໄຮ້ ສໍາລັບ ຄວາມເຊື່ອໝັ້ນທີ່ມີຕໍ່ ສປປ ລາວ ກໍຄື ການຮັບເອົາ ສປປ ລາວ ເຂົ້າ ເປັນປະເທດຄູ່ຮ່ວມເຈລະຈາ ຂອງ ອົງການຮ່ວມມືຊຽງໄຮ້ ຊຶ່ງເຫດ ການສໍາຄັນດັ່ງກ່າວ ບໍ່ເປັນພຽງແຕ່ ຄວາມພາກພູມໃຈເທົ່ານັ້ນ, ແຕ່ຍັງ ເປັນໜ້າທີ່ ແລະ ຄວາມຮັບຜິດຊອບ ສູງ ຂອງ ສປປ ລາວ ໃນການມີ ສ່ວນຮ່ວມ ໂດຍພາຍໃຕ້ຂອບການ ຮ່ວມມືລະດັບພາກພື້ນ ເພື່ອຈັດຕັ້ງ ຜັນຂະຫຍາຍ “ນໍ້າໃຈຊຽງໄຮ້” (Shanghai Spirit) ໃຫ້ເປັນຮູບ ປະທໍາຢ່າງແທ້ຈິງ ແລະ ຍົກສູງບົດ ບາດຂອງຫລັກການຮ່ວມມືຫລາຍ ຝ່າຍ. ບົນຈິດໃຈດັ່ງກ່າວ, ສປປ ລາວ ໄດ້ຢືນຢັນຄວາມພ້ອມໃນການ ເປັນຄູ່ຮ່ວມເຈລະຈາ ທີ່ສາມາດ ປະກອບສ່ວນຢ່າງສ້າງສັນເຂົ້າ ໃນວຽກງານທີ່ປິ່ນອ້ອມອົງການ ຮ່ວມມືຊຽງໄຮ້, ລວມທັງບັນດາ ຂົງເຂດບຸລິມະສິດ ເປັນຕົ້ນ ການຮັດ ແໜ້ນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງສອງພາກພື້ນອາຊຽນ ແລະ ຢູຣາເຊຍ ໃຫ້ມີຄວາມສະໜິດ ແໜ້ນຂຶ້ນໃນທຸກລະດັບ. ສປປ ລາວ ສະໜັບສະໜູນຢ່າງ ສະເໝີຕົ້ນສະເໝີປາຍ ຕໍ່ບົດບາດ ສຳຄັນຂອງອົງການສະຫະປະຊາ ຊາດແລະບັນດາຫລັກການພື້ນຖານ ພາຍໃຕ້ກົດບັດສະຫະປະຊາຊາດ ໂດຍເຊື່ອວ່າ ລະບຽບການສາກົນທີ່ ມີຄວາມຍຸຕິທຳ ແລະ ສົມດຸນຄວນ ຕັ້ງຢູ່ບົນພື້ນຖານຂອງຄວາມສະເໝີ ພາບທາງດ້ານອະທິປະໄຕ, ການ ເຄົາລົບເຊິ່ງກັນ ແລະ ກັນ, ການບໍ່ ແຊກແຊງ, ການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີ ແລະ ການຮ່ວມມືທີ່ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ສະນັ້ນ, ອົງການສະຫະປະຊາຊາດ ຈຶ່ງເປັນອົງປະກອບທີ່ສໍາຄັນ ແລະ ຂາດບໍ່ໄດ້ ໃນການຮັບປະກັນໃຫ້ສັນ ຕິພາບສາກົນ ມີຄວາມຍືນຍົງ ແລະ ອົງການຮ່ວມມືຊຽງໄຮ້ ຖືເປັນກົນ ໄກການຮ່ວມມືລະດັບພາກພື້ນທີ່ສາ ມາດຊ່ວຍເສີມສ້າງບົດບາດຄວາມ ເປັນແກນກາງຂອງອົງການ ສປຊ ໃຫ້ພົ້ນເດັ່ນຂຶ້ນຕື່ມ. ໃນໂອກາດນີ້, ສປປ ລາວ ໄດ້ ສະເໜີ 4 ຂົງເຂດ ທີ່ເປັນທ່າແຮງ ສໍາລັບການຮ່ວມມືພາຍໃຕ້ອົງການ ຮ່ວມມືຊຽງໄຮ້ ຊຶ່ງລວມມີ: ດ້ານກະ ສິກໍາ ແລະ ຄວາມໝັ້ນຄົງທາງດ້ານ ສະບຽງອາຫານ; ການຫັນເປັນດີຈິ ຕອນ; ການຂົນສົ່ງ ແລະ ການເຊື່ອມ ໂຍງ-ເຊື່ອມຈອດ; ການຮ່ວມມື ດ້ານທະນາຄານ ແລະ ການເງິນ. 4 ບູລິມະສິດເຫລົ່ານີ້ແມ່ນເຊື່ອມ ໂຍງ ແລະ ເສີມສ້າງເຊິ່ງກັນ ແລະ ກັນ, ພ້ອມທັງຈະສາມາດປະກອບ ສ່ວນເຂົ້າໃນເປົ້າໝາຍລວມ ເພື່ອ ການພັດທະນາແບບຍືນຍົງ. ໃນໂອ ກາດກອງປະຊຸມຄັ້ງນີ້, ທ່ານປະ ທານປະເທດ ແຫ່ງ ສປປ ລາວ ຍັງ ໄດ້ພົບປະກັບ ທ່ານ ຊາດືຊ ຊາປາ ຣົບ(Sadyr JAPAROV)ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ກຽກກິດສະຖານ, ທ່ານ ອາເລັກ ຊານເດີລູກາເຊັນໂກ(Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ແລະ ທ່ານ ນູຣລານ ເຢຍເມັກບາ ຢຽບ(NurlanYermekbayev) ເລຂາທິການໃຫຍ່ອົງການ SCO ເພື່ອປຶກສາຫາລື ແລະ ແລກປ່ຽນ ສອງຝ່າຍ ກ່ຽວກັບທິດທາງການ ຮ່ວມມືໃນຕໍ່ໜ້າ ລະຫວ່າງ ສປປ ລາວ ກັບສອງປະເທດດັ່ງກ່າວ, ລວມທັງແຜນການຮ່ວມມືລະຫວ່າງ ສປປ ລາວ ແລະ ອົງການ SCO ໃນຕໍ່ໜ້າ. ອົງການຮ່ວມມືຊຽງໄຮ້ ແມ່ນ ອົງການຈັດຕັ້ງລະຫວ່າງລັດຖະ ບານ ສ້າງຕັ້ງຂຶ້ນໃນວັນທີ 15 ມິຖຸ ນາ 2001 ໂດຍມີສໍານັກງານໃຫຍ່ ຕັ້ງຢູ່ນະຄອນຫລວງປັກກິ່ງສປຈີນ; ມີປະເທດສະມາຊິກ 10 ປະເທດ ຄື: ສປ ຈີນ, ອິນເດຍ, ອີຣານ, ກາຊັກ ສະຖານ, ກຽກກິດສະຖານ, ປາກິດ ສະຖານ,ຣັດເຊຍ,ຕັດຈິກິດສະຖານ, ອຸດສະເບກິດສະຖານ ແລະ ເບລາ ຣຸດຊີ. ສປປ ລາວ ໄດ້ລິເລີ່ມການ ສຶກສາຄວາມເປັນໄປໄດ້ໃນການ ເປັນຄູ່ຮ່ວມເຈລະຈາ ໃນປີ 2023 ແລະ ສະແດງເຈດຈໍານົງເຂົ້າເປັນຄູ່ ຮ່ວມເຈລະຈາ ຢ່າງເປັນທາງການ ໃນປີ 2024. ໃນເດືອນສິງຫາ 2025, ກອງປະຊຸມສຸດຍອດຂອງ ອົງການ SCO ໄດ້ມີມະຕິຮັບຮອງ ເອົາ ສປປ ລາວ ເຂົ້າເປັນຄູ່ຮ່ວມເຈ ລະຈາ ແລະ ໃນວັນທີ 10 ກໍລະກົດ 2026 ທີ່ຜ່ານມານີ້ ສປປ ລາວ ໄດ້ ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການໃຫ້ສະຖານະພາບແກ່ ສປປ ລາວ ເປັນຄູ່ຮ່ວມເຈລະຈາ ຂອງອົງການຮ່ວມມືຊຽງໄຮ້ ຢ່າງ ເປັນທາງການ ລະຫວ່າງ ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ຕາງ ໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ທ່ານເລຂາທິການ ໃຫຍ່ອົງການ SCO ທີ່ນະຄອນ ຫລວງປັກກິ່ງ ສປ ຈີນ. ມາຮອດປັດ ຈຸບັນ, ອົງການ SCO ມີຄູ່ຮ່ວມມື ທັງໝົດ 17 ປະເທດ (ໃນນັ້ນມີ 2 ປະເທດສັງເກດການ ຄື: ອັຟກາ ນິດສະຖານ ແລະ ມົງໂກລີ ແລະ 15 ປະເທດຄູ່ຮ່ວມເຈລະຈາ ເຊັ່ນ: ອາແຊກໄບຊານ, ອາກເມນີ, ກໍາປູ ເຈຍ, ເນປານ, ຕວັກກີ, ສີລັງກາ, ອາຣັບບີ ຊາອູດິດ, ເອຢິບ, ກາຕາ, ບາເຣນ, ມານດີວ, ມຽນມາ, ສະຫະ ນະຄອນ ເອເມຣັດ ອາຣັບ ແລະ ກູເວດ, ລວມທັງ ສປປ ລາວ. ປະທານຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນສູນກາງ, ພ້ອມດ້ວຍ ທ່ານ ໂພໄຊ ໄຊຍະສອນກຳມະການ ສູນກາງພັກ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງລົງເຄື່ອນໄຫວເຮັດວຽກຮ່ວມ ກັບຄະນະພັກ-ຄະນະນໍາແຂວງອຸ ດົມໄຊ, ຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ແລະ ເມືອງ, ພ້ອມທັງໄດ້ມອບເງິນສົດ ສົມທົບ ເຂົ້າກອງທຶນຄຸ້ມຄອງໄພພິບັດຂັ້ນ ແຂວງຈໍານວນ300ລ້ານກີບແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 633 ລ້ານກີບ, ລວມມູນຄ່າທັງໝົດ 933 ລ້ານກີບ. ພ້ອມກັນນີ້, ກະຊວງ ປ້ອງກັນປະເທດ ກໍໄດ້ມອບເງິນ 200ລ້ານກີບ, ກຸ່ມບໍລິສັດພົງຊັບທະ ວີ300ລ້ານກີບ, ບໍລິສັດຮ່ວມມືພັດ ທະນາສາກໄນ 100 ລ້ານກີບ, ບໍລິ ສັດ ແອວໄອທີໂຊລູຊັບ 100 ລ້ານ ກີບ, ບໍລິສັດໄຊອີນເຕີຈໍາກັດແຂວງ ອຸດົມໄຊ 100 ລ້ານກີບ ໃຫ້ແກ່ ແຂວງອຸດົມໄຊ ເພື່ອຊ່ວຍເຫລືອຜູ້ ປະສົບໄພ. ໃນໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ກຳມະການສູນ ກາງພັກ, ເລຂາພັກແຂວງ, ປະທານ ສະພາປະຊາຊົນ ແຂວງອຸດົມໄຊ ໄດ້ລາຍງານກ່ຽວກັບສະພາບນໍ້າ ຖ້ວມທີ່ເກີດຂຶ້ນຢູ່ ແຂວງອຸດົມໄຊ ໃນໄລຍະທ້າຍເດືອນກໍລະກົດ ຈົນ ມາຮອດທ້າຍເດືອນສິງຫາ 2026 ແຂວງອຸດົມໄຊ ມີຝົນຕົກໜັກຕໍ່ ເນື່ອງເປັນເວລາຫລາຍວັນ ສົ່ງຜົນ ໃຫ້ລະດັບນໍ້າໃນແມ່ນໍ້າຕ່າງໆ ຂອງ ແຂວງເພີ່ມຂຶ້ນຢ່າງໄວວາ ແລະ ສູງ ກວ່າລະດັບເຕືອນໄພ. ສະເພາະ ເດືອນສິງຫານີ້, ມີສະພາບນໍ້າຖ້ວມ ເກີດຂຶ້ນທັງໝົດ 3 ຄັ້ງຄື: ວັນທີ 7-8 ສິງຫາ 2026 ເກີດນໍ້າຖ້ວມ ຢູ່ ເມືອງນາໝໍ້, ເມືອງງາ ຊຶ່ງສ້າງຜົນ ກະທົບຕໍ່ເສັ້ນທາງຄົມມະນາຄົມ, ພື້ນທີ່ທໍາການຜະລິດ, ເຮືອນຊານ ປະຊາຊົນ ແລະ ຕາຂ່າຍໄຟຟ້າ; ວັນທີ 19 ສິງຫາ 2026 ໄດ້ເກີດນໍ້າ ໄຫລຊຸ ຢູ່ເມືອງແບງ ສົ່ງຜົນກະທົບ ໜັກຢູ່ 3 ບ້ານ, ສ້າງຜົນເສຍຫາຍ ດ້ານທີ່ຢູ່ອາໄສ, ເສັ້ນທາງຄົມມະ ນາຄົມ, ລະບົບນໍ້າປະປາ, ໂຮງໝໍ, ເນື້ອທີ່ທຳການຜະລິດ, ລະບົບຊົນ ລະປະທານ. ນອກນີ້, ຢູ່ເມືອງຮຸນ ໄດ້ເກີດສະພາບນໍ້າໄຫລນອງຈຸດ ຂົວວັງລໍ່າ ມີລົດບັນທຸກແລ່ນຜ່ານ ແລ້ວຕົກຂົວ ເຮັດໃຫ້ເກີດມີຜູ້ເສຍຊີ ວິດ 1 ຄົນ (ຄົນຈີນ) ແລະ ວັນທີ 29-30 ສິງຫາ 2026 ໄດ້ເກີດຝົນ ຕົກຢ່າງຕໍ່ເນື່ອງ ເຮັດໃຫ້ມີສະພາບ ນໍ້າຖ້ວມ ຢູ່ເມືອງນາໝໍ້, ເມືອງໄຊ ແລະ ເມືອງຫລາ ລັກສະນະນໍ້າໄຫລ ຊຸກະທັນຫັນໃນຕອນເດິກ ຊຶ່ງເມືອງ ໄຊ ໄດ້ຮັບຜົນກະທົບເປັນວົງກວ້າງ ພໍສົມຄວນ. ຕາມການສັງຮວມໃນ ເບື້ອງຕົ້ນ ແມ່ນກັນເຈື່ອນນໍ້າກໍ ຈຸດ ພະແນກສຶກສາ, ຣີສອດຂອງພາກ ທຸລະກິດ (ນໍ້າກັດ, ນໍ້າພາກ), ທີ່ຢູ່ ອາໄສຂອງປະຊາຊົນ, ຫ້ອງການ ຂອງພາກລັດ, ໂຮງຮຽນ, ເສັ້ນທາງ ຄົມມະນາຄົມ, ຂົວ, ຕາຂ່າຍໄຟຟ້າ ແລະ ລະບົບການສື່ສານ, ສັດລ້ຽງ, ເນື້ອທີ່ທໍາການຜະລິດ, ພາຫະນະ (ລົດໃຫຍ່-ລົດຈັກ) ແລະ ອື່ນໆ ລວມຜົນກະທົບໃນ 2 ຄັ້ງຜ່ານມາ ມີ 4 ເມືອງ (ເມືອງແບງ, ເມືອງນາ ໝໍ້, ເມືອງງາ ແລະ ເມືອງຫລາ), ມີ ທັງໝົດ 35 ບ້ານ ກວມເອົາ 688 ຄອບຄົວ, ປະຊາຊົນໄດ້ຮັບຜົນກະທົບ ທັງໝົດ 3.985 ຄົນ, ຍິງ 1.978 ຄົນ, ລວມມູນຄ່າເສຍຫາຍ ທັງໝົດ ໃນ 2 ຄັ້ງກ່ອນ 48,4 ຕື້ກວ່າກີບ. ສ່ວນຜົນກະທົບໃນຄັ້ງຫລ້າສຸດນີ້ ປະກອບມີ 3 ເມືອງ (ເມືອງນາໝໍ້, ເມືອງໄຊ ແລະ ເມືອງຫລາ) ມີ 81 ບ້ານ ໄດ້ຮັບຜົນກະທົບ, ສ່ວນຈໍາ ນວນຄອບຄົວ ແລະ ປະຊາຊົນຜູ້ ໄດ້ຮັບຜົນກະທົບ ຍັງຢູ່ໃນຂັ້ນຕອນ ເກັບກຳຂໍ້ມູນລະອຽດ, ສ່ວນຜົນ ເສຍຫາຍຈາກໄພພິບັດຄັ້ງນີ້ຍັງບໍ່ສາ ມາດປະເມີນຄວາມເສຍຫາຍໄດ້. ປັດຈຸບັນ, ການນຳທຸກຂັ້ນຂອງ ແຂວງໄດ້ລະດົມທຸກກຳລັງແຮງ ສືບຕໍ່ຕິດຕາມສະພາບອາກາດແລະ ລະດັບນໍ້າໃນແມ່ນໍ້າຕ່າງໆຢ່າງໃກ້ ຊິດ ເພື່ອອອກແຈ້ງການເຕືອນໄພ ໃຫ້ຊັດເຈນ, ທັນການແລະ ທົ່ວເຖິງ; ສືບຕໍ່ຟື້ນຟູທີ່ພັກອາໄສ, ສະໜອງ ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນ ໃຫ້ປະຊາຊົນ; ເລັ່ງສ້ອມແປງຟື້ນຟູ, ສ້ອມແປງອະນາໄມເສັ້ນທາງ, ຂົວ, ໂຮງຮຽນ, ສຸກສາລາ, ໄຟຟ້າ, ນໍ້າ ປະປາ ແລະ ພື້ນທີ່ທຳການຜະລິດ ແລະ ອື່ນໆ ໃຫ້ເຂົ້າສູ່ສະພາບປົກກະ ຕິໂດຍໄວ; ປະເມີນຜົນກະທົບຢ່າງ ລະອຽດ ເພື່ອປະກາດເປັນເຂດໄພ ພິບັດ (ຖ້າຄົບເງື່ອນໄຂ) ແລະ ລະ ດົມການຊ່ວຍເຫລືອຈາກສັງຄົມ, ຄົ້ນຄວ້ານະໂຍບາຍທີ່ຈໍາເປັນ ຕໍ່ພາກ ທຸລະກິດແລະປະຊາຊົນທີ່ໄດ້ຮັບຜົນ ກະທົບ ເປັນຕົ້ນ ການຍົກເວັ້ນ ພາສີ- ອາກອນ ແລະ ອື່ນໆ. ໄພພິບັດທີ່ ເກີດຂຶ້ນທັງ 3 ຄັ້ງ ໃນເດືອນສິງຫາ ມີຜູ້ບາດເຈັບ 4 ຄົນ, ຍິງ 3 ຄົນ, ສູນ ຫາຍ 1, ຍິງ 1 ຄົນ ແລະ ເສຍຊີວິດ 1 ຄົນ (ຄົນຈີນ). ໂອກາດດຽວກັນ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ພ້ອມຄະນະ ຂັ້ນສູງກາງ ແລະ ຂັ້ນແຂວງ ກໍໄດ້ ລົງພື້ນທີ່ຜົນກະທົບ ຢູ່ຈຸດໂຮງຮຽນ ສາມັນກິນນອນຊົນເຜົ່າ, ບ້ານບໍ ແລະ ບ້ານແຟນ ຕື່ມອີກ. ຫ້ອງວ່າການ...້່ ມີຄະນະບໍລິຫານງານພັກ, ຄະນະ ກວດກາອົງຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ ລັດຖະກອນ ທີ່ຮັບຜິດຊອບວຽກ ງານກວດກາ ພາຍໃນຫ້ອງວ່າການ ສູນກາງພັກ ເຂົ້າຮ່ວມ. ການເຜີຍແຜ່ເຊື່ອມຊຶມເນື້ອໃນ ຈິດໃຈ ກອງປະຊຸມວຽກງານກວດ ກາທົ່ວປະເທດ ຄັ້ງນີ້, ເພື່ອສ້າງ ຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງ ແລະ ເປັນເອກະພາບສູງ ພາຍໃນຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນທຸກຂັ້ນ ກ່ຽວກັບຄວາມສໍາຄັນຂອງວຽກ ງານກວດກາພັກ, ລັດ ແລະ ວຽກ ງານສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫລວງໃນໄລຍະໃໝ່, ເພື່ອ ສ້າງຄວາມເປັນເອກະພາບທາງ ດ້ານແນວຄິດ, ການກະທໍາ ແລະ ຍົກສູງຄວາມຮັບຜິດຊອບການ ເມືອງຂອງຄະນະພັກ, ຄະນະກວດ ກາແຕ່ລະຂັ້ນ ຕໍ່ກັບວຽກງານກວດ ກາພັກ, ກວດກາລັດ ແລະ ວຽກ ງານສະກັດກັ້ນ, ຕ້ານການສໍ້ລາດ ບັງຫລວງ ໃຫ້ມີການຫັນປ່ຽນໄປ ສູ່ຄຸນນະພາບໃໝ່ ດ້ວຍການຫັນ ເອົາເນື້ອໃນຈິດໃຈກອງປະຊຸມວຽກ ງານກວດກາ ທົ່ວປະເທດ ຄັ້ງທີ V ໃຫ້ເປັນທິດທາງແຜນການ, ໂຄງ ການດໍາເນີນງານຕົວຈິງ ຂອງຄະ ນະພັກຫ້ອງວ່າການສູນກາງພັກ ຢ່າງມີຈຸດສຸມ, ພ້ອມທັງເປັນເຈົ້າ ການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ ແນໃສ່ຍົກສູງ ປະສິດທິພາບການເຄື່ອນໄຫວວຽກ ງານກວດກາ ໃຫ້ເດັດຂາດ, ເຂັ້ມ ງວດໃນການແກ້ໄຂທຸກການລະ ເມີດລະບຽບວິໄນຂອງພັກ,ກົດໝາຍ ແລະ ລະບຽບການຂອງລັດ ໃນຖັນ ແຖວສະມາຊິກພັກ, ພະນັກງານລັດຖະກອນທຸກຂັ້ນ ແລະ ທຸກລະດັບ ພາຍໃນຫ້ອງວ່າການສູນກາງພັກ, ປັບປຸງລະບອບ, ກົນໄກ ແລະ ແບບ ແຜນວິທີເຮັດວຽກ ຂອງຄະນະ ກວດກາ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມ ແຂງ, ທັນສະໄໝ, ມີວິທະຍາສາດ, ມີປະສິດທິພາບ ແລະ ປະສິດທິຜົນ ສູງຂຶ້ນກວ່າເກົ່າ. ໂອກາດນີ້, ທ່ານຜາຄໍາອິນແສງ ໄດ້ຮຽກຮ້ອງໃຫ້ປະທານກວດກາ ໜ່ວຍພັກ ແລະ ພະນັກງານ-ລັດຖະ ກອນ ກົມກວດກາ ຂອງຫ້ອງວ່າ ການສູນກາງພັກ ຈົ່ງພ້ອມກັນນໍາ ເອົາແນວທາງ ແລະ ບົດຮຽນໃນ ກອງປະຊຸມຄັ້ງນີ້ ໄປໝູນໃຊ້ເຂົ້າໃນ ວຽກງານຕົວຈິງ, ເອົາໃຈໃສ່ຕິດ ຕາມ, ກວດກາ, ຊອກໃຫ້ເຫັນດ້ານ ດີເພື່ອເສີມຂະຫຍາຍ ແລະ ດ້ານ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນ ແກ້ໄຂຢ່າງຕັ້ງໜ້າ ຂອງພະນັກ ງານ, ການຈັດຕັ້ງ ໃຫ້ມີຄວາມປອດ ໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຮອບດ້ານ. ພາບ: ອ່າຍຄຳ ລາວໂທລະຄົມ...ົ ປະຈຳ Asia Pacific, ພ້ອມດ້ວຍ ຄູ່ຮ່ວມທຸລະກິດ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ກຸ່ມບໍລິສັດ ລາວໂທລະຄົມ ເປັນ ເຄືອຂ່າຍທຳອິດ ໃນ ສປປ ລາວ ທີ່ນຳເອົາລິຂະສິດການຖ່າຍທອດ ສົດບານເຕະ Bundesliga ເຕັມ ຮູບແບບພ້ອມກັບການເປີດໂຕຂອງ LTC Pl ay ໃນຮູບເ ເບບໃໝ່ ຢ່າງເປັນທາງການຢັ້ງຢືນເຖິງວິ ໄສທັດໃນການນຳເອົາກິລາບານ ເຕະລະ ດັບສາກົນ ແລະ ປະສົບ ການຄວາມບັນເທີງຮູບແບບໃໝ່ ມາສູ່ຜູ້ຊົມຊາວລາວ, ການຮ່ວມມື ກັບ Bundesl iga ເປັນອີກໜຶ່ງ ບາດກ້າວສຳຄັນຂອງກຸ່ມບໍລິສັດ ລາວໂທລະຄົມ ໃນການຂະຫຍາຍ ສູ່ຕະຫລາດດີຈິຕອນ (Digital Content) ແລະ ບັນເທີງ (Entertainment) ໂດຍການເນັ້ນ ການນຳເອົາກິລາບານເຕະ ລະດັບ ສາກົນ ມາໃຫ້ແຟນບານຊາວລາວ ໄດ້ສຳຜັດຢ່າງໃກ້ຊິດ ຜ່ານເຕັກໂນ ໂລຊີ ແລະ ແພລດຟອມດີຈິຕອນ. ການຮ່ວມມືຄັ້ງນີ້, ບໍ່ໄດ້ຈໍາກັດ ພຽງແຕ່ການນຳເອົາປະສົບການ ດ້ານກິລາ ມາສູ່ຜູ້ເບິ່ງບານເຕະ ແຕ່ຍັງສະທ້ອນເຖິງວິໄສທັດຂອງ ກຸ່ມບໍລິສັດລາວໂທລະຄົມ ໃນການ ພັດທະນາ Digital Ecosystem ໃຫ້ຄົບວົງຈອນ, ພ້ອມສ້າງປະສົບ ການໃໝ່ໆໃຫ້ຜູ້ໃຊ້ງານ ດ້ວຍການ ນໍາເອົາຊື່ສຽງຈາກໜຶ່ງໃນຫລີກ ບານເຕະຊັ້ນນຳຂອງເອີຣົບ ມາ ປະສານກັບແພລດຟອມດີຈິຕອນ ຂອງ Lao Telecom, ຄວາມຮ່ວມ ມືນີ້ຈະເປັນອີກໜຶ່ງກ້າວສຳຄັນ ໃນການຍົກລະດັບ Digital Entertainment ໃນປະເທດລາວ. ຂ່າວ-ພາບ: ລາວໂທລະຄົມ
RkJQdWJsaXNoZXIy MTc3MTYxMQ==