7356

03/09/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຫສຊ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສປປ ລາວ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະ ເຂດ, ສາລະວັນ, ອັດຕະປື, ເຊກອງ ແລະ ຈໍາປາສັກ ຕາມລຳດັບ ເພື່ອ ກວດກາ ແລະ ຊຸກຍູ້ການປັບປຸງ ກົງຈັກການຈັດຕັ້ງ, ການບັນຈຸ-ສັບ ຊ້ອນບຸກຄະລາກອນ ຂອງ ສພຂ, ຄະນະສະມາຊິກສະພາປະຊາຊົນ ແຂວງ (ຄສຂ) ປະຈໍາເຂດເລືອກ ຕັ້ງເມືອງ ແລະ ຫ້ອງການ ຄສຂ ປະຈໍາເມືອງ ໃຫ້ສາມາດປະຕິບັດ ພາລະບົດບາດ, ສິດ ແລະ ໜ້າທີ່ ຕາມກົດໝາຍ ແລະ ນິຕິກໍາທີ່ ກ່ຽວຂ້ອງ ຢ່າງມີຄຸນນະພາບ ແລະ ເພີ່ມປະສິດທິພາບໃນການປະຕິບັດ ວຽກງານ. ໂອກາດນີ້, ທ່ານ ບຸນຈັນ ສີວົງ ພັນ ພ້ອມຄະນະ ໄດ້ເຂົ້າພົບປະເລ ຂາພັກແຂວງ ເພື່ອລາຍງານຈຸດ ປະສົງ ຂອງການເຄື່ອນໄຫວວຽກ ງານ. ພ້ອມນີ້, ຍັງໄດ້ຈັດກອງປະ ຊຸມເຮັດວຽກຮ່ວມກັບຄະນະປະ ທານ, ຄະນະຫ້ອງວ່າການ ແລະ ພະນັກງານທີ່ກ່ຽວຂ້ອງຂອງສະ ພາປະຊາຊົນແຂວງ ເພື່ອຮັບຟັງ ລາຍງານການປັບປຸງກົງຈັກການ ຈັດຕັ້ງ ແລະ ການກໍານົດຕໍາແໜ່ງ ງານ, ແລກປ່ຽນບົດຮຽນ ພ້ອມທັງ ຄົ້ນຄວ້າວິທີການແກ້ໄຂຂໍ້ຫຍຸ້ງ ຍາກ ເພື່ອເຮັດໃຫ້ການປະຕິບັດ ວຽກງານຂົງ ເຂດຫ້ອງວ່າການ ສພຂ ມີຄວາມກົມກຽວ, ໂລ່ງລ່ຽນ ແລະ ມີປະສິດທິຜົນສູງຂຶ້ນ. ນອກຈາກນີ້, ຄະນະຍັງໄດ້ລົງ ພົບປະ ປະຊາຊົນ ເພື່ອມອບເຄື່ອງ ອຸປະໂພກ-ບໍລິໂພກ ແລະ ຢາປົວ ພະຍາດ ຊ່ວຍເຫລືອປະຊາຊົນຜູ້ ທຸກຍາກແລະຜູ້ປະສົບໄພພິບັດທາງ ທຳມະຊາດ ຢູ່ເມືອງລະມາມ ແຂວງ ເຊກອງ ລວມມູນຄ່າ 202 ລ້ານກີບ. ພາຍຫລັງສໍາເລັດການເຄື່ອນ ໄຫວວຽກງານ, ຈະໄດ້ສັງລວມບົດ ລາຍງານຢ່າງລະອຽດ ເພື່ອສະເໜີຕໍ່ ຄະນະປະຈໍາສະພາແຫ່ງຊາດ ພິຈາ ລະນາ ແລະ ໃຫ້ທິດຊີ້ນໍາໃນຂັ້ນຕໍ່ໄປ. ຂ່າວ: ອານຸສອນ ພູມມີທອນ ຂປລ. ການກະກຽມໃຫ້ແກ່ການ ອອກຈາກສະຖານະພາບດ້ອຍພັດ ທະນາ ພາຍຫລັງທີ່ ສປປ ລາວ ສາ ມາດຜ່ານເກນການປະເມີນຂອງ ອົງການສະຫະປະຊາດ (ສປຊ) ໄດ້ 3 ຄັ້ງຕິດຕໍ່ກັນ, ຄັ້ງທີ 1 ໃນປີ 2018, ຄັ້ງທີ2ປີ2021ແລະຄັ້ງທີ 3 ປີ 2024 ສາມາດບັນລຸ 3 ເກນ ມາດຖານ ຄື: ລາຍຮັບແຫ່ງຊາດ ສະເລ່ຍຕໍ່ຫົວຄົນ (GNI); ດັດສະ ນີຊັບພະຍາກອນມະນຸດ (HAI); ດັດສະນີຄວາມບອບບາງທາງດ້ານ ເສດຖະກິດ ແລະ ສິ່ງແວດລ້ອມ (EVI). ໃນປີ 2021 ສະມັດຊາ ໃຫຍ່ອົງການ ສປຊ ໄດ້ຮັບຮອງເອົາ ຍັດຕິ ສະເໜີໃຫ້ ສປປ ລາວ ຫລຸດ ພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ ຢ່າງເປັນທາງການ ໂດຍ ໄດ້ມີການຂະຫຍາຍເວລາກະກຽມ ໃຫ້ແກ່ການຫລຸດພົ້ນ(ໄລຍະຂ້າມ ຜ່ານ) ຈາກປີ 2026-2029. ເມື່ອບໍ່ດົນມານີ້, ທ່ານ ທອງ ສະຫວັນ ພົມວິຫານ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ຍົກໃຫ້ເຫັນ ເຖິງໂອກາດ ແລະ ຜົນໄດ້ຮັບຈາກ ການອອກຈາກສະຖານະພາບດ້ອຍ ພັດທະນາ ໂດຍສະເພາະ ແມ່ນເພີ່ມ ໂອກາດໃນການເຂົ້າເຖິງແຫລ່ງ ທຶນ ແລະ ການລົງທຶນຈາກຕ່າງປະ ເທດ ຍ້ອນຕ່າງປະເທດຈະເບິ່ງ ເຫັນວ່າ ສປປ ລາວ ເປັນປະເທດທີ່ ກຳລັງພັດທະນາ; ການຍົກລະດັບ ມາດຕະຖານ ໂດຍການຜັກດັນ ແລະ ສົ່ງເສີມໃຫ້ມີການປັບປຸງ ແລະ ຍົກລະດັບມາດຕະຖານການ ຜະລິດ, ມາດຕະຖານການດຳລົງ ຊີວິດ, ລະບົບນິຕິກຳ ແລະ ກົດໝາຍ ໃຫ້ສູງຂຶ້ນ; ຜັກດັນໃຫ້ປະເທດ ແລະ ບຸກຄະລາກອນ ເຂົ້າສູ່ຂະບວນ ການແຂ່ງຂັນ ເພື່ອພັດທະນາຕົນ ເອງ. ເຖິງຢ່າງໃດກໍຕາມ, ຍັງມີ ສິ່ງທ້າທາຍຫລາຍຢ່າງຈະຕ້ອງຜະ ເຊີນ ເປັນຕົ້ນ ຈະຕ້ອງໄດ້ປັບປຸງບຸກ ຄະລາກອນ, ລະບຽບ ແລະ ກົດ ດອນແດງ ເມືອງຈັນທະບູລີ ນະ ຄອນຫລວງວຽງຈັນ ໄດ້ດໍາເນີນ ການຮຽນ-ການສອນ ຕາມຫລັກ ສູດຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ. ສຳລັບສົກ ຮຽນ 2026-2027 ມີນັກຮຽນ ທັງໝົດ 829 ຄົນ, ຍິງ 489 ຄົນ, ເພີ່ມຂຶ້ນຈາກສົກຮຽນຜ່ານມາ ປະ ມານ 80 ກວ່າຄົນ. ເຖິງວ່າປີນີ້, ຈຳນວນນັກຮຽນຈະເພີ່ມຂຶ້ນ ທາງ ໂຮງຮຽນໄດ້ກະກຽມອຸປະກອນ ການຮຽນ-ການສອນ, ຫ້ອງຮຽນ, ໂຕະ, ຕັ່ງ ແມ່ນມີພຽງພໍ, ສະເລ່ຍ ປະມານ 20-30 ກວ່າຄົນ/ຫ້ອງ, ບໍ່ເກີນ 40 ຄົນ. ນອກຈາກນີ້, ໂຮງ ຮຽນຈອມຄຳ ຍັງສາມາດຮອງ ຮັບນັກຮຽນໄດ້ສູງເຖິງ 1.000 ກວ່າຄົນ ແລະ ໃນອະນາຄົດຍັງ ຈະຂະຫຍາຍອາຄານຕື່ມ. ສຳລັບ ທິດທາງໃນຕໍ່ໜ້າ ໄດ້ວາງເປົ້າໝາຍ ການພັດທະນາໂຮງຮຽນແຫ່ງນີ້ ໃຫ້ກາຍເປັນໂຮງຮຽນຕົວແບບ ຊຶ່ງໄລຍະຜ່ານມາ, ທາງໂຮງຮຽນ ສາມາດຍາດໄດ້ໃບຢັ້ງຢືນເປັນ ໂຮງຮຽນດີເດັ່ນດ້ານໂຮງຮຽນ ສີຂຽວ ສະອາດ ແລະ ມີຄຸນນະ ພາບ, ໂຮງຮຽນປອດຢາເສບຕິດ, ແລະ ອື່ນໆ. ໃນໂອກາດເປີດສົກຮຽນໃໝ່, ທ້າວ ສຸພະກອນ ພົມມະຈັກ ນັກ ຮຽນຊັ້ນ ມ7 ໄດ້ໃຫ້ສຳພາດວ່າ: ຕົນເອງຮູ້ສຶກຕື່ນເຕັ້ນ ແລະ ດີໃຈ ທີ່ໄດ້ກັບມາເຈີໝູ່ເພື່ອນ ຊຶ່ງກ່ອນ ໜ້ານີ້, ຕົນເອງກໍໄດ້ກຽມຄວາມ ພ້ອມດ້ານອຸປະກອນການຮຽນ, ເຄື່ອງນຸ່ງ, ປຶ້ມແບບຮຽນ ແລະ ອຸ ປະກອນຕ່າງໆ ໃຫ້ຖືກຕ້ອງຕາມ ລະບຽບຂອງໂຮງຮຽນວາງອອກ. ສິ່ງສຳຄັນແມ່ນຈະຕັ້ງໃຈຮໍ່າຮຽນ, ຟັງຄູ-ອາຈານ ອະທິບາຍບົດຮຽນ ຫາກມີຈຸດໃດທີ່ບໍ່ເຂົ້າໃຈ ກໍຈະຖາມ ຄູ-ອາຈານຄືນທັນທີ, ພ້ອມທັງຈົດ ບັນທຶກເນື້ອໃນສໍາຄັນຕາມທີ່ຄູໄດ້ ໝາຍໄວ້. ທັງນີ້, ກໍເພື່ອວາງເປົ້າ ໝາຍ ຢາກປະສົບຜົນສໍາເລັດໃຫ້ໄດ້ ໃບປະກາດແດງ ແລະ ເປັນນັກຮຽນ ເກັ່ງຮອບດ້ານ. ນາງ ພຸດຊ້ອນ ອຸ່ນຫາ ນັກຮຽນ ຊັ້ນ ມ7 ໄດ້ກ່າວວ່າ: ຕົນເອງຄິດ ຮອດໂຮງຮຽນ, ຄິດຮອດໝູ່ເພື່ອນ ແລະ ຄູອາຈານທຸກໆຄົນ, ໃນສົກ ຮຽນໃໝ່ນີ້ ຕົນເອງຈະຕັ້ງໃຈຮຽນ ຮູ້ສິ່ງໃໝ່ໆ, ຕັ້ງໃຈຮໍ່າຮຽນ, ລວມ ທັງການເຂົ້າຮ່ວມກິດຈະກຳຕ່າງໆ ຂອງໂຮງຮຽນ ແລະ ຕັ້ງເປົ້າໝາຍ ຢາກສອບເສັງນັກຮຽນເກັ່ງ ໃຫ້ຕິດ ລະດັບນະຄອນຫລວງ. ຂ່າວ-ພາບ: ກິດຕາ ໝາຍໃຫ້ມີຄວາມພ້ອມ. ໃນຂະນະ ດຽວກັນທຶນຊ່ວຍເຫລືອຕ່າງໆຈາກ ຕ່າງປະເທດກໍຈະຫລຸດລົງ, ບັນດາ ໂຄງການຊ່ວຍເຫລືອ ແລະ ໂຄງ ການພັດທະນາຕ່າງໆ ທີ່ດຳເນີນຢູ່ ໃນລາວ ຍັງຄົງຈັດຕັ້ງປະຕິບັດ ຢ່າງຕໍ່ເນື່ອງໃນໄລຍະຂ້າມຜ່ານ. ໃນໄລຍະຂ້າມຜ່ານ 3 ປີ (20262029) ລັດຖະບານ ໄດ້ສໍາເລັດ ການສ້າງແຜນຍຸດທະສາດການ ຂ້າມຜ່ານຂອງ ສປປ ລາວ ເພື່ອ ອອກຈາກສະຖານະພາບດ້ອຍພັດ ທະນາ (STS) ມີເປົ້າໝາຍເພື່ອ ກຽມຄວາມພ້ອມທີ່ດີ ໃຫ້ ສປປ ລາວ ໃນການອອກຈາກສະຖານະ ພາບດ້ອຍພັດທະນາໄດ້ຢ່າງໂລ່ງ ລ່ຽນ, ມີຄຸນນະພາບ ແລະ ຍືນຍົງ. ການຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວ ຂອງ ພັກ ແລະ ລັດຖະບານ ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນ ເຖິງຄວາມໝາຍໝັ້ນອັນໜັກແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນ ການພັດທະນາປະເທດຊາດ ຈາກ ປະເທດທີ່ມີລາຍຮັບຕໍ່າ ໄປເປັນປະ ເທດທີ່ມີລາຍຮັບປາກກາງກໍຄືການ ຂ້າມຜ່ານຈາກປະເທດດ້ອຍພັດທະ ນາ ມາເປັນປະເທດກຳລັງພັດທະ ນາ ຕາມການແບ່ງປະເພດຂອງອົງ ການ ສປຊ ແລະ ທະນາຄານໂລກ. ຂ່າວ: ກິດຕາ ຕຳຫລວດຈະລາຈອນ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໂຮງຮຽນ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເພື່ອອຳນວຍຄວາມສະດວກໃຫ້ ພໍ່ແມ່ປະຊາຊົນ ຜູ້ນຳໃຊ້ລົດນຳໃຊ້ ຖະໜົນ. ທ່ານ ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕຳຫລວດຈະລາ ຈອນ ຫ້ອງຕຳຫລວດກອງບັນຊາ ການ ປກສ ນະຄອນຫລວງວຽງ ຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 1 ກັນຍາ 2026 ວ່າ: ເພື່ອອຳນວຍຄວາມສະດວກ ເພື່ອຄວາມເປັນລະບຽບຮຽບ ຮ້ອຍ ແລະ ຄວາມປອດໄພ, ຈຶ່ງ ຮຽກຮ້ອງ ມາຍັງພໍ່ແມ່ປະຊາຊົນ ຜູ້ນຳໃຊ້ລົດນຳໃຊ້ຖະໜົນຈົ່ງມີສະຕິ ໃນການຂັບຂີ່, ຮອບຄອບ, ໃຈເຢັນ, ບໍ່ຂັບຂີ່ໄວເກີນກວ່າທີ່ກົດໝາຍ ກຳນົດ, ກ່ອນຈະລ້ຽວຊ້າຍ ຫລື ຂວາ ຕ້ອງເປີດໄຟສັນຍານທຸກຄັ້ງ, ບໍ່ຄວນແຊງກັນໃນຂອບເຂດທາງທີ່ ແຄບ ແລະ ການສັນຈອນແອອັດ, ບໍ່ ໃຫ້ຈອດລົດຊະຊາຍກີດຂວາງການ ສັນຈອນຢ່າງເດັດຂາດ, ຫ້າມບໍ່ໃຫ້ ເດັກທີ່ອາຍຸບໍ່ຮອດກະສຽນຂັບຂີ່ລົດ ມາໂຮງຮຽນເອງ (ລົດໃຫຍ່ 18 ປີ, ລົດຈັກ 15 ປີ), ສຳລັບຜູ້ທີ່ຂັບ ຂີ່ລົດຈັກ ກໍໃຫ້ໃສ່ໝວກກັນກະທົບ ຢູ່ຕະຫລອດ ເພື່ອປ້ອງກັນບໍ່ໃຫ້ເກີດ ອຸບັດເຫດ ແລະ ເພື່ອຄວາມປອດໄພ ທາງດ້ານຊີວິດ ແລະ ຊັບສິນ. ໃຫ້ພໍ່ແມ່ປະຊາຊົນ ຜູ້ນຳໃຊ້ລົດນຳ ໃຊ້ຖະໜົນ ໃນໄລຍະໄຂສົກຮຽນ ໃໝ່ ເຈົ້າໜ້າທີ່ວິຊາສະເພາະ ໄດ້ຈັດ ວາງກຳລັງລະບາຍການສັນຈອນ ໃນທົ່ວນະຄອນຫລວງວຽງຈັນ ທັງ ໝົດ 127 ຈຸດ. ໃນນີ້, ຢູ່ໜ້າໂຮງ ຮຽນມີ 45 ແຫ່ງ, ປ້ອມຍາມ 69 ແຫ່ງ, ວົງວຽນ ແລະ ຈຸດອື່ນໆ 13 ຈຸດ. ນັບຕັ້ງແຕ່ເວລາ 06:0011:00 ໂມງ ຂອງວັນທີ 1 ກັນຍາ ນີ້ ມີອຸບັດເຫດເກີດຂຶ້ນ 3 ຄັ້ງ, ພາ ຫະນະເປ່ເພເລັກໜ້ອຍ 6 ຄັນ ບໍ່ມີ ຜູ້ບາດເຈັບ ຫລື ເສຍຊີວິດ.

RkJQdWJsaXNoZXIy MTc3MTYxMQ==