02/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ 6 gfn vo8Q oxu oU glf4tdy fc0;'va f8txn 0tspkp8q ; 4,3% ຂປລ. ແຂວງອັດຕະປື ສາມາດ ຮັກສາການຂະຫຍາຍຕົວຂອງ ເສດຖະກິດໄດ້ໃນລະດັບ 4,3% ໃນໄລຍະ 6 ເດືອນຕົ້ນປີ 2026 ໂດຍມີມູນຄ່າ ຈີດີພີ (GDP) ປະມານ 5.271 ຕື້ກີບ, ຂະນະທີ່ ລາຍຮັບງົບປະມານສາມາດບັນລຸ 63,06% ຂອງແຜນການປີ. ຂໍ້ມູນ ດັ່ງກ່າວ ຖືກລາຍງານໃນກອງປະ ຊຸມສະຫລຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນລົງທຶນຂອງລັດ ແລະ ແຜນ ງົບປະມານແຫ່ງລັດ ໃນ 6 ເດືອນ ໂດຍ: ມະນີວອນີ ຕົ້ນປີ 2026 ແລະ ກຳນົດທິດທາງ ວຽກງານ 6 ເດືອນທ້າຍປີ ຈັດຂຶ້ນ ວັນທີ 31 ສິງຫາ 2026 ໂດຍການ ເປັນປະທານຂອງທ່ານ ສຸລິວົງ ອະໄພວົງ ຄະນະປະຈຳພັກແຂວງ, ຫົວໜ້າພະແນກການເງິນແຂວງ, ພ້ອມດ້ວຍຕາງໜ້າຂະແໜງການ ແລະ ບັນດາເມືອງເຂົ້າຮ່ວມ. ທ່ານ ນິດສາ ມຽງລາວັນ ຮອງ ຫົວໜ້າພະແນກການເງິນແຂວງ ໄດ້ ລາຍງານວ່າ: ໄລຍະ 6 ເດືອນຕົ້ນ ປີ 2026 ເສດຖະກິດແຂວງອັດຕະ ປື ຂະຫຍາຍຕົວ 4,3%, ມູນຄ່າຈີດີ ພີປະມານ 5.271 ຕື້ກີບ, ໂດຍຂະ ແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວ 4,9% ແລະ ກວມ 51% ຂອງ ຈີດີ ພີ; ຂະແໜງອຸດສາຫະກຳຂະຫຍາຍ ຕົວ 4,2% ກວມ 29%; ຂະ ແໜງບໍລິການຂະຫຍາຍຕົວ 3,7% ກວມ 17% ແລະ ຂະແໜງພາສີ- ອາກອນຂະຫຍາຍຕົວ 5,8%. ດ້ານ ງົບປະມານ ໃນ 6 ເດືອນ ສາມາດ ຈັດເກັບລາຍຮັບໄດ້ 1.113 ຕື້ກີບ ເທົ່າກັບ 63,06% ຂອງແຜນການ ປີ. ສ່ວນລາຍຈ່າຍປະຕິບັດໄດ້ 341,15 ຕື້ກີບ ເທົ່າກັບ 31,02% ຂອງແຜນການ. ຂະນະທີ່ຕົວ ເລກຮອດປັດຈຸບັນ ລາຍຮັບລວມ ບັນລຸ 1.485,48 ຕື້ກີບ ເທົ່າກັບ 84,14%ຂອງແຜນການປີ ໃນນັ້ນ, ລາຍຮັບຂອງແຂວງ 1.245,17 ຕື້ກີບ ແລະ ລາຍຮັບສູນກາງທີ່ ປະຕິບັດຢູ່ແຂວງ 240,31 ຕື້ກີບ, ລາຍຈ່າຍລວມບັນລຸ 474,46 ຕື້ກີບ ຫລື 42,97% ຂອງແຜນການ, ດ້ານການຄ້າ, ມູນຄ່າສົ່ງອອກ-ນຳ ເຂົ້າບັນລຸ 159,28 ລ້ານໂດລາ ສະຫະລັດ ເທົ່າກັບ 49% ຂອງ ແຜນການ ແລະ ເພີ່ມຂຶ້ນ 18% ຈາກໄລຍະດຽວກັນຂອງປີຜ່ານມາ ໃນນັ້ນ, ສົ່ງອອກ 120,88 ລ້ານ ໂດລາ ແລະ ນຳເຂົ້າ 38,39 ລ້ານ ໂດລາ, ດ້ານການລົງທຶນ ລວມ ມີມູນຄ່າ 1.652 ຕື້ກີບ ເທົ່າກັບ 50% ຂອງແຜນການ. ແຜນລົງທຶນ ຂອງລັດມີ 197 ໂຄງການມູນຄ່າ 2.428 ຕື້ກີບ, ໂດຍມີ 95 ໂຄງການ ໄດ້ຮັບອະນຸມັດເບີກຈ່າຍມູນຄ່າ 90,52 ຕື້ກີບ. ສ່ວນທຶນ ODA ມີ 16 ໂຄງການ ແລະ ການລົງທຶນ ເອກະຊົນພາຍໃນ-ຕ່າງປະເທດ ໃນ 6 ເດືອນອະນຸຍາດ 25 ໂຄງການ. ຂະນະທີ່ສິນເຊື່ອທະນາຄານ ຍອດສະສົມບັນລຸ 1.543 ຕື້ກີບ ຫລື 79% ຂອງແຜນການ, ໂດຍ ສ່ວນໃຫຍ່ເນັ້ນໃສ່ຂະແໜງກະສິ ກຳ-ປ່າໄມ້ 44%, ບໍລິການ 20% ແລະ ອຸດສາຫະກຳ 12%. ດ້ານ ການສ້າງຖານລາຍຮັບ, ແຂວງໄດ້ ສຳຫລວດຖານລາຍຮັບຂັ້ນແຂວງ ແລ້ວ 638 ຫົວໜ່ວຍ, ຄິດເປັນ 121,06% ຂອງຂໍ້ມູນປີ 2025 ແລະ ມີພື້ນຖານ-ແຜນມອບລາຍ ຮັບ 771,57 ຕື້ກີບ. ພ້ອມນັ້ນ, ໄດ້ ສຸມໃສ່ການເກັບກູ້ໜີ້ສິນ, ແກ້ໄຂຂໍ້ ຄົງຄ້າງຈາກການກວດສອບ ແລະ ຕິດຕາມໂຄງການລົງທຶນຂອງລັດ. ສຳລັບ 6 ເດືອນທ້າຍປີ 2026, ແຂວງອັດຕະປື ຈະສຸມໃສ່ເລັ່ງລັດ ການຈັດເກັບລາຍຮັບໃຫ້ບັນລຸແຜນ ການ, ອັດຊ່ອງວ່າງການຮົ່ວໄຫລ, ຊຸກຍູ້ການຜະລິດພາຍໃນ, ແກ້ໄຂໜີ້ ສິນ ແລະ ຂໍ້ຄົງຄ້າງ, ເລັ່ງການເບີກ ຈ່າຍໂຄງການລົງທຶນ, ສົ່ງເສີມການ ຄ້າ-ການລົງທຶນ. ພ້ອມທັງເອົາໃຈ ໃສ່ແກ້ໄຂບັນຫາຂາດແຄນຄູ ແລະ ການປະລະການຮຽນ ເພື່ອຍົກສູງ ຄຸນນະພາບຊັບພະຍາກອນມະນຸດ, ສ້າງພື້ນຖານໃຫ້ແຂວງສາມາດ ບັນລຸເປົ້າໝາຍແຜນພັດທະນາໃນ ປີ 2026 ແລະ ສ້າງຄວາມໝັ້ນ ຄົງດ້ານງົບປະມານ-ເສດຖະກິດ ໃຫ້ດີຂຶ້ນ. ບົດສະເໜີົີ zq oleg]a f0v's;Pfok, 7;k,xy 8y -q ,-n j o0v'grn j vo,y f]k; ໂດຍ: ຄະນະ ບກ ຂປລ. ສຳລັບປະຊາຊົນລາວ ແລ້ວ, ການພັດທະນາຂອງຫວຽດ ນາມ ບໍ່ພຽງແຕ່ແມ່ນເລື່ອງລາວ ຂອງຕົວເລກການເຕີບໂຕ ຫລື ບັນ ດາໂຄງການກໍ່ສ້າງທີ່ທັນສະໄໝ ເທົ່ານັ້ນ, ແຕ່ຍັງແມ່ນໝາກຜົນ ລວມຂອງເສັ້ນທາງປະຫວັດສາດ ທີ່ສອງຊາດໄດ້ຮ່ວມກັນກ້າວຜ່ານ ໄລຍະເວລາແຫ່ງຄວາມຫຍຸ້ງຍາກ ລຳບາກທີ່ສຸດມາດ້ວຍກັນ. ໃນພາລະກິດແຫ່ງການຕໍ່ສູ້ກູ້ ຊາດ ແລະ ປົກປັກຮັກສາປະເທດ ຊາດ, ປະຊາຊົນລາວ ແລະ ປະຊາ ຊົນຫວຽດນາມ ໄດ້ຮ່ວມຂຸມຄອງ ດຽວກັນ, ຮ່ວມທຸກຮ່ວມສຸກ, ຮ່ວມ ກັນເສຍສະລະເລືອດເນື້ອ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍ ຄວາມບໍລິສຸດຜຸດຜ່ອງ ໂດຍບໍ່ຫວັງ ສິ່ງຕອບແທນ. ພາບພົດແຫ່ງການ “ເຂົ້າເມັດຫັກ ຜັກເຄິ່ງໃບ ແບ່ງປັນ ກັນ” ໄດ້ກາຍເປັນສັນຍະລັກອັນ ສູງສົ່ງຂອງຄວາມສາມັກຄີພິເສດ ລະຫວ່າງສອງຊາດ. ຍ້ອນເຫດນັ້ນ, ທຸກໆບາດກ້າວ ແຫ່ງການພັດທະນາຂອງຫວຽດ ນາມໃນທຸກມື້ນີ້ ຈຶ່ງໄດ້ຮັບຄວາມ ສົນໃຈ ແລະ ສ້າງຄວາມປິຕິຊົມຊື່ນ ໃຫ້ແກ່ປະຊາຊົນລາວສະເໝີມາ. ຜົນສຳເລັດຂອງຫວຽດນາມ ຍັງ ສະແດງໃຫ້ເຫັນເຖິງຄຸນຄ່າຂອງ ເຈດຈຳນົງແຫ່ງການເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ນ້ຳໃຈແຫ່ງການປ່ຽນແປງໃໝ່ແລະ (ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ)ື່ັ່ັັົິົົີ ຄວາມມຸ່ງຫວັງທີ່ຈະກ້າວໄປຂ້າງ ໜ້າຂອງຊາດໜຶ່ງທີ່ໄດ້ຜ່ານຜ່າບົດ ທົດສອບນາໆປະການ. ພ້ອມດຽວກັນນັ້ນ, ຫວຽດນາມ ມີການພັດທະນາ, ມີສະຖຽນລະ ພາບ ແລະ ມີບົດບາດອິດທິພົນສູງ ຂຶ້ນເລື້ອຍໆໃນເວທີສາກົນ ຍັງໄດ້ ເປີດກາລະໂອກາດໃໝ່ໆໃຫ້ແກ່ ການຮ່ວມມື ແລະ ການພັດທະນາ ຂອງລາວ. ສອງປະເທດມີຜົນປະ ໂຫຍດທີ່ຕິດພັນກັນຢ່າງສະໜິດ ແໜ້ນໃນການຮັກສາສະພາບແວດ ລ້ອມແຫ່ງສັນຕິພາບ ແລະ ສະຖຽນ ລະພາບ, ຊຸກຍູ້ການເຊື່ອມໂຍງ ດ້ານເສດຖະກິດ ແລະ ເປີດກວ້າງ ກາລະໂອກາດແຫ່ງການພັດທະນາ ຮ່ວມກັນໃນພາກພື້ນ. ຈາກຄວາມສາມັກຄີພິເສດສູ່ ຫຸ້ນສ່ວນຍຸດທະສາດ. ສາຍພົວພັນ ຫວຽດນາມ-ລາວ; ຫວຽດນາມລາວ ແມ່ນສາຍພົວພັນພິເສດທີ່ໄດ້ ຮັບການກໍ່ຕັ້ງ ແລະ ຫລໍ່ຫລອມຜ່ານ ຂະບວນວິວັດແຫ່ງປະຫວັດສາດ ໂດຍມີປະທານ ໂຮ່ຈີ່ມິງ ທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານສຸພານຸວົງທີ່ເຄົາລົບຮັກ ເປັນ ຜູ້ລິເລີ່ມວາງຮາກຖານ ແລະ ໄດ້ຮັບ ການສືບທອດ, ເພີ່ມພູນຄູນສ້າງ ແລະ ທະນຸບຳລຸງຢ່າງຕໍ່ເນື່ອງຈາກການ ນຳ ແລະ ປະຊາຊົນສອງຊາດແຕ່ລະ ຮຸ່ນຈົນກາຍເປັນຊັບສົມບັດລວມອັນ ລ້ຳຄ່າທີ່ຫາສິ່ງປຽບບໍ່ໄດ້, ທັງເປັນ ແຫລ່ງກຳລັງແຮງອັນໃຫຍ່ຫລວງ ສຳລັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະ ເທດຊາດຂອງສອງຊົນຊາດ. ປັດຈຸບັນ, ສາຍພົວພັນ ລາວ- ຫວຽດນາມ, ຫວຽດນາມ-ລາວ, ພວມກ້າວເຂົ້າສູ່ໄລຍະແຫ່ງການ ພັດທະນາໃໝ່. ໃນທ້າຍປີ 2025, ສອງຝ່າຍໄດ້ເປັນເອກະພາບກັນໃນ ການເພີ່ມເຕີມເນື້ອໃນສຳຄັນຄື“ຫຸ້ນ ສ່ວນຍຸດທະສາດ” ເພື່ອຍົກລະດັບ ຂອບການພົວພັນຂຶ້ນເປັນ “ມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”. ການ ເພີ່ມເຕີມດັ່ງກ່າວ ບໍ່ພຽງແຕ່ເປັນ ການເປີດກວ້າງເນື້ອໃນການພົວພັນ ເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນ ເຖິງວິໄສທັດຮ່ວມຂອງສອງປະເທດ ຕໍ່ຄວາມຮຽກຮ້ອງຕ້ອງການໃໝ່ ຂອງຂະບວນການພັດທະນາ, ເນັ້ນ ໜັກເຖິງການເຊື່ອມໂຍງດ້ານວິໄສ ທັດ, ຜົນປະໂຫຍດ ແລະ ພື້ນທີ່ແຫ່ງ ການພັດທະນາ; ການເຊື່ອມໂຍງ ລະຫວ່າງສະຖຽນລະພາບ, ຄວາມ ໝັ້ນຄົງ ແລະ ການພັດທະນາ; ການ ເຊື່ອມໂຍງລະຫວ່າງຜົນປະໂຫຍດ ຂອງແຕ່ລະປະເທດກັບຜົນປະໂຫຍດ ລວມຂອງສອງຊົນຊາດ. ບົນພື້ນ ຖານຄວາມໄວ້ເນື້ອເຊື່ອໃຈທາງ ດ້ານການເມືອງທີ່ໄດ້ຮັບການເສີມ ຂະຫຍາຍຢ່າງໜັກແໜ້ນ, ການ ຮ່ວມມືດ້ານການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຍັງເປັນ ໜຶ່ງໃນເສົາຄ້ຳສຳຄັນ ຊຶ່ງປະກອບ ສ່ວນເຂົ້າໃນການຮັກສາສະພາບ ແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບ, ພ້ອມທັງສ້າງ ເງື່ອນໄຂອັນສະດວກໃຫ້ແກ່ການ ພັດທະນາຂອງແຕ່ລະປະເທດ. ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນມີບາດ ກ້າວຂະຫຍາຍຕົວຢ່າງແຂງແຮງ ໃນການເຊື່ອມຈອດເສດຖະກິດ ຂອງສອງປະເທດ, ເປີດກາລະໂອ ກາດໃໝ່ໆ ເພື່ອໃຫ້ຂົງເຂດດັ່ງກ່າວ ກາຍເປັນກຳລັງຂັບເຄື່ອນສຳຄັນ ຂອງສາຍພົວພັນສອງຝ່າຍ. ໃນ ປີ 2025, ມູນຄ່າການຄ້າສອງ ສົ້ນບັນລຸປະມານ 3 ຕື້ໂດລາສະຫະ ລັດ, ຂະນະທີ່ການລົງທຶນຂອງ ຫວຽດນາມ ຢູ່ລາວຍັງເພີ່ມຂຶ້ນຢ່າງ ຕໍ່ເນື່ອງ. ສອງຝ່າຍພວມຊຸກຍູ້ບັນ ດາໂຄງການຍຸດທະສາດດ້ານຄົມ ມະນາຄົມ, ໂລຈິສຕິກ, ພະລັງງານ ແລະ ຂົງເຂດອື່ນໆ ເຊັ່ນ: ທ່າເຮືອ ສາກົນຫວຸງອ່າງ; ເສັ້ນທາງລົດໄຟ ວຽງຈັນ-ຫວຸງອ່າງ; ທາງດ່ວນ ຮ່າໂນ້ຍ-ວຽງຈັນ, ໂຄງການເຫລົ່າ ນີ້ຈະຊ່ວຍເປີດກວ້າງພື້ນທີ່ແຫ່ງ ການພັດທະນາ, ຊ່ວຍໃຫ້ລາວສາ ມາດນຳໃຊ້ທ່າແຮງດ້ານພູມສາດ ເສດຖະກິດໄດ້ດີຂຶ້ນ ແລະ ເພີ່ມທະ ວີການເຊື່ອມຈອດກັບພາກພື້ນ. ຂະນະດຽວກັນກໍເປີດໂອກາດເພີ່ມ ເຕີມໃຫ້ຫວຽດນາມ ຂະຫຍາຍຕະ ຫລາດ ແລະ ການຮ່ວມມື. ນອກ ຈາກນີ້, ການຮ່ວມມືດ້ານການຕ່າງ ປະເທດ, ການສຶກສາ ແລະ ການ ຝຶກອົບຮົມ, ການພັດທະນາຊັບພະ ຍາກອນມະນຸດ, ວິທະຍາສາດ-ເຕັກ ໂນໂລຊີ, ວັດທະນະທຳ ແລະ ການ ແລກປ່ຽນລະຫວ່າງປະຊາຊົນຍັງ ໄດ້ຮັບຄວາມສຳຄັນຢ່າງຕໍ່ເນື່ອງ ຊຶ່ງມີສ່ວນຊ່ວຍໃຫ້ສາຍພົວພັນ ລະຫວ່າງສອງປະເທດນັບມື້ນັບເລິກ ເຊິ່ງ ແລະ ເປັນຮູບປະທຳຍິ່ງຂຶ້ນ. ໃນໂລກທີ່ພວມຜັນແປໄປຢ່າງ ວ່ອງໄວ, ຄວາມຈຳເປັນທີ່ສອງ ປະເທດຈະຢືນຄຽງບ່າຄຽງໄຫລ່ ກັນ, ຮ່ວມກັນພັດທະນາ, ຮ່ວມກັນ ຍົກສູງຄວາມສາມາດໃນການເພິ່ງ ຕົນເອງ ແລະ ຍົກສູງບົດບາດອິດ ທິພົນຂອງແຕ່ລະປະເທດ ຍິ່ງທະ ວີຄວາມສຳຄັນຫລາຍຂຶ້ນ. ຫວຽດ ນາມທີ່ເຂັ້ມແຂງ, ມີສະຖຽນລະ ພາບ ແລະ ມີການພັດທະນາຈະ ຊ່ວຍເປີດກວ້າງຕະຫລາດ, ແຫລ່ງ ຊັບພະຍາກອນ ແລະ ກາລະໂອກາດ ຮ່ວມມືເພີ່ມເຕີມໃຫ້ແກ່ລາວ; ຂະນະ ທີ່ລາວທີ່ມີສັນຕິພາບ, ສະຖຽນລະ ພາບ, ຄວາມເປັນເຈົ້າຕົນເອງ ແລະ ການພັດທະນາຈະປະກອບສ່ວນສ້າງ ສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ຫວຽດນາມ ແລະ ພາກພື້ນ. ນີ້ຄືຄວາມໝາຍຕົວຈິງຂອງ “ຫຸ້ນ ສ່ວນຍຸດທະສາດ” ຄື: ການຫັນປ່ຽນ ຄວາມໄວ້ເນື້ອເຊື່ອໃຈທາງການ ເມືອງ ແລະ ຄວາມສາມັກຄີພິເສດ ໃຫ້ກາຍເປັນກຳລັງຂັບເຄື່ອນຂອງ ການຮ່ວມມື ແລະ ສ້າງຜົນສຳເລັດ ທີ່ເປັນຮູບປະທຳ ເພື່ອຜົນປະໂຫຍດ ອັນແທ້ຈິງຂອງປະຊາຊົນສອງຊາດ. ຕະຫລອດ 40 ປີແຫ່ງການ ປ່ຽນແປງໃໝ່ ໄດ້ສ້າງໃຫ້ຫວຽດ ນາມມີສັກກະຍະພາບ, ມີພື້ນຖານ ແລະມີຖານະບົດບາດໃໝ່. ປັດຈຸບັນ, ຫວຽດນາມ ພວມກ້າວສູ່ອະນາ ຄົດດ້ວຍຄວາມມຸ່ງມາດປາຖະໜາ ອັນແຮງກ້າຄື: ການພັດທະນາຢ່າງ ວ່ອງໄວ ແລະ ຍືນຍົງ, ຍົກສູງຄຸນ ນະພາບຊີວິດການເປັນຢູ່ຂອງປະ ຊາຊົນ, ພ້ອມທັງປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ການ ຮ່ວມມື ແລະ ການພັດທະນາຂອງ ພາກພື້ນ ແລະ ໂລກ. ສຳລັບປະຊາຊົນລາວ, ຜົນສຳ ເລັດທີ່ຫວຽດນາມ ຍາດມາໄດ້ນັ້ນ ຖືເປັນສິ່ງທີ່ໜ້າຊື່ນຊົມ ແລະ ເປັນ ແຫລ່ງກຳລັງໃຈອັນໃຫຍ່ຫລວງ ເທິງເສັ້ນທາງການພັດທະນາຂອງ ລາວ. ສາຍພົວພັນອັນພິເສດລະ ຫວ່າງສອງຊົນຊາດທີ່ໄດ້ຮັບການ ຫລໍ່ຫລອມຈາກປະຫວັດສາດຈະ ຍັງຄົງໄດ້ຮັບການທະນຸບຳລຸງຜ່ານ ໝາກຜົນຂອງການຮ່ວມມືໃນປັດຈຸ ບັນ ແລະ ຄວາມມຸ່ງຫວັງຮ່ວມກັນ ໃນອະນາຄົດ. ຈາກຊ່ວງໄລຍະເວລາທີ່ເຄີຍ ຮ່ວມຂຸມຄອງດຽວກັນຈົນເຖິງການ ຮ່ວມມືອັນກວ້າງຂວາງໃນມື້ນີ້ ແມ່ນ ເສັ້ນທາງອັນຍາວໄກຂອງມິດຕະ ພາບ ແລະ ຄວາມສາມັກຄີ. ຫາກ ປະຫວັດສາດໄດ້ພິສູດແລ້ວວ່າລາວ ແລະ ຫວຽດນາມ ສາມາດຮ່ວມກັນ ຜ່ານຜ່າທຸກສິ່ງທ້າທາຍທີ່ຜ່ານມາ ໄດ້, ອະນາຄົດທັງສອງປະເທດກໍ ພວມກ້າວເດີນຕໍ່ໄປດ້ວຍການຫັນ ປ່ຽນຄວາມໄວ້ເນື້ອເຊື່ອໃຈໃຫ້ເປັນ ແຮງຂັບເຄື່ອນ, ຫັນປ່ຽນຄວາມສາ ມັກຄີໃຫ້ເປັນໝາກຜົນຕົວຈິງຂອງ ການຮ່ວມມື ແລະ ຫັນປ່ຽນ “ຫຸ້ນ ສ່ວນຍຸດທະສາດ” ໃຫ້ເປັນກຳລັງ ແຮງສັງລວມ ເພື່ອການພັດທະນາ ອັນຈະເລີນຮຸ່ງເຮືອງຂອງສອງປະ ເທດ. ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມລາວ ຈະສືບຕໍ່ເປັນຊັບສົມບັດອັນປະ ເສີດທີ່ບໍ່ມີສິ່ງໃດປຽບໄດ້ ຊຶ່ງຄົນຮຸ່ນ ປັດຈຸບັນຈະພ້ອມກັນປົກປັກຮັກສາ, ທະນຸບຳລຸງ ແລະ ສົ່ງຕໍ່ໃຫ້ຄົນຮຸ່ນ ຫລັງຕະຫລອດກາລະນານ.
RkJQdWJsaXNoZXIy MTc3MTYxMQ==