7355

@ 0j k; c]t gsfdko j 02/09/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ທ່ານ ນາງ ສວນສະຫວັນ ວິຍະເກດ ສານສະແດງ... ປະທານປະເທດ ພົບປະ...ົ ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງ ແລະ ຂໍແບ່ງ ເບົາຄວາມທຸກໂສກ ມາຍັງ ສົມເດັດ ພະລາຊາ ຮອກຄອນ ທີ VIII ແລະ ຜ່ານສົມເດັດ ພະລາຊາ ໄປຍັງພະລາຊະວົງສານຸວົງ ທຸກພະອົງ ລວມທັງ ປະຊາຊົນນອກແວທຸກຖ້ວນໜ້າມານະໂອກາດນີ້. ຂໍໃຫ້ດວງວິນຍານຂອງ ພະລາຊາ ຮາຣາດ ທີ V ຈົ່ງໄປສູ່ສຸຂະຕິ. ໃນວັນດຽວກັນທ່ານສອນໄຊສີພັນດອນນາຍົກລັດຖະມົນຕີແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມເສົ້າ ສະຫລົດໃຈເຖິງ ທ່ານ ໂຢນັສ ກາຣ໌ ເຊິສໂຕຣະ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກນອກແວ ແລະ ທ່ານທອງສະຫວັນ ພົມວິຫານ ຮອງນາຍົກ ລັກຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ເຖິງ ທ່ານ ແອັດສ໌ເປັນ ບາກທ໌ ເອດະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກ ນອກແວ ຕໍ່ການສິ້ນພະຊົນຂອງ ສົມເດັດ ພະລາຊາ ຮາຣັລດ໌ ທີ V ແຫ່ງ ລາຊະອານາຈັກ ນອກແວ ເຊັ່ນດຽວກັນ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີທີ່ ໄດ້ມີໂອກາດພົບປະກັບທ່ານຊາດືຣ ຊາປາຣົບ ປະທານາທິບໍດີ ແຫ່ງ ສ ກຽກກິດສະຖານ ພ້ອມທັງສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ ກຽກກິດສະ ຖານ ໃນຖານະເປັນເຈົ້າພາບຮ່ວມ ກັບອົງການຮ່ວມມືຊຽງໄຮ້ ແລະ ສະແດງຄວາມຂອບໃຈຕໍ່ການເຊື້ອ ເຊີນ ສປປ ລາວ ເຂົ້າຮ່ວມກອງປະ ຊຸມດັ່ງກ່າວ ແລະ ຈັັດການພົບປະ ສອງຝ່າຍຄັ້ງນີ້ ຊຶ່ງເປັນການພົບ ປະກັນຄັ້ງທໍາອິດ ຂອງສອງປະມຸກ ລັດ ພາຍຫລັງການສ້າງຕັ້ງສາຍ ພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ກຽກກິດສະຖານ ອັນ ເປັນຂີດໝາຍສຳຄັນປະກອບສ່ວນ ເຂົ້າໃນການຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດຕະຫລອດໄລຍະ 3 ກວ່າທົດສະວັດຜ່ານມາ (13 ກໍລະ ກົດ1995-13ກໍລະກົດ2026).ໃນ ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍແລະອວຍ ພອນໄຊອັນປະເສີດ ມາຍັງທ່ານປະ ທານາທິບໍດີແລະປະຊາຊົນກຽກກິດ ສະຖານ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນປະກາດເອກະ ລາດ ແຫ່ງ ສາທາລະນະລັດ ກຽກ ກິດສະຖານ ຄົບຮອບ 35 ປີ (31 ສິງຫາ 1991-31 ສິງຫາ 2026). ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ສ ກຽກກິດສະຖານ ທີ່ ມີມູນເຊື້ອມາແຕ່ດົນນານ ຊຶ່ງກຽກ ກິດສະຖານ ເປັນໜຶ່ງໃນບັນດາລັດ ອະດີດສະຫະພາບໂຊວຽດ ທີ່ໄດ້ໃຫ້ ການຊ່ວຍເຫລືອສະໜັບສະໜູນ ໃນ ພາລະກິດຕໍ່ສູ້ກູ້ຊາດ ແລະ ສະຖາປະ ນາ ສປປ ລາວ ໃນໄລຍະຜ່ານມາ ລວມທັງການພັດທະນາຊັບພະຍາ ກອນມະນຸດໃຫ້ແກ່ ສປປ ລາວ ເປັນ ຈຳນວນຫລາຍ. ພ້ອມກັນນີ້, ສອງ ຝ່າຍ ຍັງໄດ້ທົບທວນຄືນການພົວ ພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລື ກ່ຽວກັບທິດທາງແຜນ ການຮ່ວມມືໃນຕໍ່ໜ້າ; ສອງຝ່າຍ ເຫັນດີສ້າງຕັ້ງກົນໄກການຮ່ວມມື ທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ກຽກກິດສະຖານ. ນອກ ຈາກນີ້, ສອງຝ່າຍ ຍັງໄດ້ເຫັນດີໃຫ້ ມີການແລກປ່ຽນບົດຮຽນປະສົບ ການ ເພື່ອນໍາໃຊ້ທ່າແຮງຂອງການ ຫັນປ່ຽນຈາກປະເທດທີ່ບໍ່ມີຊາຍ ແດນຕິດກັບທະເລໄປສູ່ປະເທດ ເຊື່ອມຈອດ ເພື່ອສົ່ງເສີມການຮ່ວມ ມືທາງດ້ານເສດຖະກິດການ, ການ ຄ້າ ແລະ ການຂົນສົ່ງລະຫວ່າງກັນ ໃຫ້ຫລາຍຍິ່ງຂຶ້ນໃນຕໍ່ໜ້າ. ໃນໂອກາດດຽວກັນນີ້, ທ່ານ ປະທານາທິບໍດີ ຊາດືຣ ຊາປາຣົບ ກໍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ ມີໂອກາດພົບປະກັບ ທ່ານປະທານ ປະເທດ ແຫ່ງ ສປປ ລາວ ແລະ ສະແດງຄວາມມຸ່ງໝັ້ນທີ່ຈະສືບຕໍ່ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ສ ກຽກກິດສະຖານ ຢ່າງສຸດຄວາມສາມາດ ເພື່ອເສີມ ຂະຫຍາຍການພົວພັນຮ່ວມມືຂອງ ສອງປະເທດໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມ ທັງອວຍພອນໃຫ້ສາຍພົວພັນມິດ ຕະພາບ ລະຫວ່າງ ລາວ ແລະ ກຽກ ກິດສະຖານ ທີ່ມີມູນເຊື້ອມາແຕ່ດົນ ນານຈົ່ງສືບຕໍ່ໄດ້ຮັບການພັດທະນາ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ທ່ານ ທອງລຸນ ສີສຸລິດ (ຊ້າຍ) ຊຽງໄຮ້ (SCO) ໃນໂອກາດເຂົ້າ ຮ່ວມກອງປະຊຸມອົງການຮ່ວມມື ຊຽງໄຮ້ບວກຄູ່ຮ່ວມເຈລະຈາ (SCO Plus) ໃນວັນທີ 31 ສິງ ຫາ-1 ກັນຍາ 2026 ທີ່ ນະຄອນ ຫລວງບິສະເກັກ ສາທາລະນະລັດ ກຽກກິດສະຖານ. ໃນໂອກາດນີ້, ທ່ານ ທອງລຸນ ສີ ສຸລິດ ໄດ້ສະແດງຄວາມປິຕິຍິນດີທີ່ ໄດ້ພົບປະກັບ ທ່ານ ນູຣລານ ເຢຍ ເມັກບາຢຽບ ແລະ ໄດ້ຊົມເຊີຍການ ຊີ້ນຳ-ນຳພາຂອງ ທ່ານ ນູຣລານ ເຢຍເມັກບາຢຽບ ໃນການຮັດແໜ້ນ ການພົວພັນຮ່ວມມື ພາຍໃຕ້ຂອບ ການຮ່ວມມືຂອງອົງການຮ່ວມມື ຊຽງໄຮ້ ໃຫ້ເປັນຮູບປະທຳຍິ່ງໆ ຂຶ້ນ ຊຶ່ງເປັນການປະກອບສ່ວນສໍາ ຄັນເຂົ້າໃນພາລະກິດລວມ ເພື່ອສົ່ງ ເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ. ພ້ອມ ກັນນີ້, ທ່ານ ທອງລຸນ ສີສຸລິດ ຍັງ ໄດ້ຕີລາຄາສູງຕໍ່ການລົງນາມບົດ ບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການໃຫ້ສະຖານະພາບແກ່ ສປປ ລາວ ເປັນຄູ່ຮ່ວມເຈລະຈາ ຂອງອົງການ SCO ໃນເດືອນ ກໍລະກົດ 2026 ຜ່ານມາ ຊຶ່ງເປັນ ຂີດໝາຍອັນສຳຄັນຂອງການຮ່ວມ ມືໃນໄລຍະໃໝ່. ສປປ ລາວ ຢືນຢັນ ຄວາມໝາຍໝັ້ນໃນການເຂົ້າຮ່ວມ ບັນດາກົນໄກ ພາຍໃຕ້ຂອບການ ຮ່ວມມືອົງການ SCO ຢ່າງມີ ຄວາມຮັບຜິດຊອບ ເພື່ອຈັດຕັ້ງຜັນ ຂະຫຍາຍການເປັນຄູ່ຮ່ວມເຈລະ ຈາ ຂອງອົງການ SCO ໃຫ້ກາຍ ເປັນການຮ່ວມມືທີ່ເປັນຮູບປະທໍາ ແລະ ນໍາມາເຊິ່ງຜົນປະໂຫຍດອັນ ແທ້ຈິງ ໂດຍສະເພາະ ເພື່ອການ ເສີມຂະຫຍາຍ 4 ຂົງເຂດການ ຮ່ວມມືທີ່ເປັນບຸລິມະສິດ ສໍາລັບ ສປປ ລາວ ແລະ ອົງການ SCO ໃນຕໍ່ໜ້າ ຄື: ດ້ານການຄ້າ, ການ ລົງທຶນ ແລະ ການຍົກລະດັບຄວາມ ສາມາດທາງການຜະລິດ; ດ້ານ ປະທານປະເທດ ຕ້ອນຮັບ...້ັ ພາຍໃຕ້ການສະໜັບສະໜູນຈາກ ໂຄງການພັດທະນາພື້ນຖານໂຄງ ລ່າງ ເພື່ອສົ່ງເສີມການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກທະນາຄານພັດທະນາອາຊີ (ADB) ຊຶ່ງໄດ້ເຊັນສັນຍາ ໃນ ວັນທີ 17 ຕຸລາ 2024 ລະຫວ່າງ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ (ເຈົ້າຂອງໂຄງການ) ແລະ ລັດວິສາຫະກິດກໍ່ສ້າງທາງ ເລກ 8 ແລະ ບໍລິສັດ ແອວບີດີ ກໍ່ ສ້າງເຄຫາສະຖານ ແລະ ຂົວທາງ ຈອຍເວັນເຈີ (ຜູ້ຮັບເໝົາກໍ່ສ້າງ) ໃນມູນຄ່າສັນຍາ 2.761.132,85 ໂດລາສະຫະລັດ ແລະ ໄດ້ສໍາເລັດ 100% ໃນວັນທີ 30 ກໍລະກົດ 2026 ທີ່ຜ່ານມາ. ເສັ້ນທາງທີ່ໄດ້ປັບປຸງໃນຄັ້ງນີ້ ມີທັງໝົດ 13 ເສັ້ນ, ຍາວທັງໝົດ 5.445 ແມັດ. ໃນນັ້ນ, ໄດ້ປັບປຸງ ໜ້າທາງຄືນໃໝ່ ເພື່ອຍົກລະດັບ ຄຸນນະພາບຂອງທາງ ໂດຍການປູ ຢາງອັດສະຟານ, ພ້ອມທັງປັບປຸງ ລະບົບລະບາຍນໍ້າໜ້າທາງ ແລະ ແຄມທາງ ເພື່ອແກ້ໄຂບັນຫານໍ້າ ຂັງຕາມເສັ້ນທາງ ແລະ ເພີ່ມປະສິດ ທິພາບການລະບາຍນໍ້າ ໂດຍໄດ້ ກໍ່ສ້າງຮ່ອງລະບາຍນໍ້າໃໝ່ ຢູ່ 6 ເສັ້ນທາງ, ຍາວ 2.863,92 ແມັດ, ປັບປຸງລະບົບຮ່ອງລະບາຍນໍ້າເກົ່າ ຢູ່ 8 ເສັ້ນທາງ, ຍາວ 7.966 ແມັດ, ພ້ອມທັງປັບປຸງທາງຍ່າງ ແລະ ຕິດຕັ້ງຫລັກເສົາກັ້ນທາງຢ່າງທັງ ໝົດ 8 ເສັ້ນທາງ, ປັບປຸງສະພາບ ແວດລ້ອມ ແລະ ໄຟຟ້າເຍືອງທາງ ເພື່ອຍົກລະດັບຄວາມເປັນລະບຽບ, ສວຍງາມ, ສີຂຽວ, ສະອາດ ແລະ ປອດໄພ ໂດຍໄດ້ປູກຕົ້ນໄມ້ຕາມ ເສັ້ນທາງ, ຕິດຕັ້ງໄຟເຍືອງທາງ. ນອກຈາກນີ້, ຍັງໄດ້ຕິດຕັ້ງເຄື່ອງ ໝາຍຈະລາຈອນ ເພື່ອຈັດລະບຽບ ການຈະລາຈອນ ແລະ ຫລຸດຜ່ອນ ອຸບັດເຫດ ໂດຍມີການແຕ້ມເຄື່ອງ ໝາຍຈາລາຈອນຕາມໜ້າທາງ ແລະ ຕິດຕັ້ງປ້າຍສັນຍານຈະລາ ຈອນຕ່າງໆ. ໂອກາດດັ່ງກ່າວ, ທ່ານ ແສງເພັດ ອະນັນທະວົງຮອງຜູ້ອໍານວຍການລັດ ວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດແອວບີດີກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈອຍເວັນເຈີ ໄດ້ກ່າວ ມອບໂຄງການດັ່ງກ່າວ, ຫລັງຈາກ ນັ້ນ ທ່ານ ນາງ ສວນສະຫວັນ ວິຍະເກດ ກໍໄດ້ມີຄໍາເຫັນກ່າວຮັບ ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ຜົນສໍາເລັດຂອງໂຄງການປັບປຸງ ເສັ້ນທາງພາຍໃນເທສະບານເມືອງ ວັງວຽງ ຊຶ່ງໂຄງການນີ້ມີຄວາມ ສໍາຄັນຕໍ່ການຍົກລະດັບໂຄງລ່າງ ຄົມມະນາຄົມ ແລະ ສິ່ງອໍານວຍ ຄວາມສະດວກດ້ານການທ່ອງທ່ຽວ ຂອງເມືອງວັງວຽງ, ເຮັດໃຫ້ການ ເດີນທາງມີຄວາມສະດວກ ແລະ ປອດໄພ, ເພີ່ມຄວາມສາມາດໃນ ການດຶງດູດນັກທ່ອງທ່ຽວ ແລະ ການລົງທຶນ, ສ້າງລາຍຮັບ ແລະ ວຽກເຮັດງານທໍາ ພ້ອມຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ຕາມທິດທາງການພັດທະນາສີຂຽວ ແລະ ຍືນຍົງ. ພ້ອມນີ້, ທ່ານຍັງ ຮຽກຮ້ອງໃຫ້ອົງການປົກຄອງ ເມືອງວັງວຽງ, ພະແນກການ, ພາກ ທຸລະກິດ ແລະ ປະຊາຊົນພາຍໃນ ເມືອງຮ່ວມກັນບົວລະບັດຮັກສາ ເສັ້ນທາງໃຫ້ສະອາດ, ສວຍງາມ ແລະ ມີລະບຽບ, ຮ່ວມກັນສ້າງຕົວ ເມືອງວັງວຽງ ໃຫ້ເປັນເມືອງທ່ອງ ທ່ຽວສີຂຽວ, ສະອາດ, ສວຍງາມ, ປອດໄພ ແລະ ໜ້າຍ່າງທ່ຽວຊົມ, ພ້ອມທັງເປັນເຈົ້າພາບທີ່ດີ ເພື່ອ ສ້າງຄວາມປະທັບໃຈໃຫ້ແກ່ນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ. ພ້ອມນີ້, ທ່ານນາງສວນສະຫວັນ ວິຍະເກດ ກໍໄດ້ສົ່ງມອບໂຄງການ ດັ່ງກ່າວ ໃຫ້ແກ່ອົງການປົກຄອງ ແຂວງວຽງຈັນ ກໍຄື ເມືອງວັງວຽງ, ທັງໄດ້ຝາກຄວາມຫວັງໃຫ້ທຸກພາກ ສ່ວນຮ່ວມກັນນໍາໃຊ້ ແລະ ຮັກສາ ເສັ້ນທາງດັ່ງກ່າວ ໃຫ້ຍືນຍົງ ແລະ ສືບຕໍ່ພັດທະນາເມືອງວັງວຽງ ໃຫ້ ເປັນເມືອງທ່ອງທ່ຽວຕາມແຜນ ແມ່ບົດພັດທະນາເມືອງວັງວຽງ 2026-2036 (ສີຂຽວ, ສະອາດ, ສວຍງາມ, ປອດໄພ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍ) ເພື່ອສ້າງ ຄວາມປະທັບໃຈ ແລະ ດຶງດູດນັກ ທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມເມືອງ ວັງວຽງ ກໍຄື ສປປ ລາວ ໃຫ້ນັບມື້ ນັບຫລາຍຂຶ້ນ. ຂ່າວ-ພາບ: ທະນູທອງ ເພື່ອຈັດກອງປະຊຸມ 3RC CCM ມີຄວາມຄືບໜ້າໃນຫລາຍດ້ານ ໂດຍສະເພາະການກະກຽມດ້ານ ພະລາທິການ, ເນື້ອໃນຕະຫລອດ ຮອດການເຈລະຈາເອກະສານສໍາ ຄັນເປັນຕົ້ນແຜນປະຕິບັດງານນະ ຄອນຫລວງວຽງຈັນ 2027-2032 (VCAP) ແລະ ຮ່າງຖະແຫລງ ການການເມືອງທີ່ຈະມີການຮັບ ຮອງເອົາໃນໄລຍະກອງປະຊຸມ. ໃນ ໄລຍະຜ່ານມານີ້, ຫ້ອງວ່າສໍານັກ ງານນາຍົກລັດຖະມົນຕີ ກໍໄດ້ອອກ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະ ນະກໍາມະການຊີ້ນໍາລະດັບຊາດ ແລະ ຄະນະຮັບຜິດຊອບອະນຸກໍາມະ ການຕ່າງໆ ເພື່ອກະກຽມການເປັນ ປະທານ ກໍຄື ຄວາມພ້ອມການເປັນ ເຈົ້າພາບຈັດກອງປະຊຸມ 3RC CCM ປະກອບດ້ວຍຫລາຍອະນຸ ກໍາມະການທີ່ກ່ຽວຂ້ອງທັງຢູ່ສູນ ສປປ ລາວ... ກາງ ແລະ ທ້ອງຖິ່ນ ແລະ ການປະ ສານສົມທົບກັບອົງການຈັດຕັ້ງ ສາກົນ ກໍໄດ້ພ້ອມພຽງກັນ ແລະ ປະສານສົມທົບກັນຮອບດ້ານໃນ ການກະກຽມຕ້ອນຮັບແຂກສາກົນ ຫລາຍກວ່າ 500 ຄົນ ທີ່ຄາດວ່າ ຈະເດີນທາງມາເຂົ້າຮ່ວມ. ລວມທັງ ການກະກຽມດ້ານຄວາມປອດໄພຢູ່ ສະຖານທີ່ຕ່າງໆ, ການເດີນທາງ, ສະຖານທີ່ພັກເຊົາ ແລະ ການອໍາ ນວຍຄວາມສະດວກທີ່ນະຄອນ ຫລວງວຽງຈັນ ຊຶ່ງຈະເປັນບ່ອນຈັດ ກອງປະຊຸມຫລັກ ແລະ ຄວາມພ້ອມ ຢູ່ພາກສະໜາມທີ່ນະຄອນຫລວງພະ ບາງ. ມາຮອດປັດຈຸບັນເຫັນວ່າມີ ຄວາມພ້ອມຮອບດ້ານໃນການຕ້ອນ ຮັບ ແລະ ເປັນເຈົ້າພາບຈັດກອງປະ ຊຸມສາກົນ ທີ່ສໍາຄັນນີ້. ທ່ານ ທອງສະຫວັນ ພົມວິຫານ ໃຫ້ຮູ້ອີກວ່າ: ກອງປະຊຸມທີ່ຈະຈັດ ຂຶ້ນໃນຄັ້ງນີ້ ມີຄວາມໝາຍຄວາມ ສໍາຄັນຍິງ, ສະແດງໃຫ້ເຫັນເຖິງ ເຈດຈຳນົງອັນສະເໝີຕົ້ນສະເໝີ ປາຍຂອງລັດຖະບານ ສປປ ລາວ ໃນການປະກອບສ່ວນເຂົ້າໃນຄວາມ ພະຍາຍາມຂອງສາກົນ ເພື່ອພາລະ ກິດການປົກປັກຮັກສາສັນຕິພາບໃນ ໂລກ ໂດຍຜ່ານຂະບວນການຂອງ ສົນທິສັນຍາ CCM ໄປຄຽງຄູ່ກັບ ການແກ້ໄຂບັນຫາລະເບີດບໍ່ທັນ ແຕກທີ່ຍັງຕົກຄ້າງຢູ່ພາຍໃນປະເທດ ຊຶ່ງຈະປະກອບສ່ວນຜົນປະໂຫຍດ ໂດຍກົງຕໍ່ປະຊາຊົນລາວ ໂດຍສະ ເພາະການບັນລຸເປົ້າໝາຍການພັດ ທະນາແບບຍືນຍົງແຫ່ງຊາດ ທີ 18 ວ່າດ້ວຍຊີວິດປອດໄພຈາກລະເບີດ ບໍ່ທັນແຕກ (SDG18). ການເປັນເຈົ້າພາບຈັດກອງປະ ຊຸມສາກົນນີ້, ເປັນໂອກາດສໍາຄັນສໍາ ລັບ ສປປ ລາວ ໃນການຫັນຄວາມ ສົນໃຈ ແລະ ຄຳໝັ້ນສັນຍາຂອງ ສາກົນ ໃຫ້ກາຍເປັນຜົນປະໂຫຍດ ທີ່ເປັນຮູບປະທຳແກ່ປະຊາຊົນ ແລະ ຊຸມຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບ ຈາກລະເບີດບໍ່ທັນແຕກ. ເຖິງວ່າ ກອງປະຊຸມດັ່ງກ່າວ ບໍ່ແມ່ນການ ປະຕິບັດງານເກັບກູ້ລະເບີດໂດຍ ກົງ, ແຕ່ມັນໄດ້ສ້າງເວທີລະດັບ ສູງ ເພື່ອສະແດງໃຫ້ເຫັນເຖິງຜົນ ກະທົບຈາກລະເບີດບໍ່ທັນແຕກທີ່ຍັງ ສືບຕໍ່ເປັນໄພຂົ່ມຄູ່, ສ້າງຜົນກະທົບ ດ້ານມະນຸດສະທຳ ແລະ ເປັນອຸປະ ສັນຕໍ່ການພັດທະນາເສດຖະກິດສັງຄົມຂອງປະເທດ. ການຈັດກອງ ປະຊຸມຄັ້ງນີ້, ຍັງເປັນໂອກາດອັນ ດີໃນການລະດົມທຶນຮອນ ແລະ ເຕັກນິກວິຊາການ, ເສີມສ້າງການ ຮ່ວມມື ແລະ ສົ່ງເສີມການກຳນົດ ບຸລິມະສິດໃນການເກັບກູ້ໃຫ້ມີປະ ສິດທິຜົນຍິ່ງຂຶ້ນໃນເຂດທີ່ຊຸມຊົນ ຕ້ອງການທີ່ດິນທີ່ປອດໄພ ເພື່ອການ ກະສິກຳ, ການສ້າງລາຍໄດ້ລ້ຽງ ຊີບ ແລະ ການພັດທະນາ, ຄຽງຄູ່ ກັບວຽກງານການຊ່ວຍເຫລືອຜູ້ ເຄາະຮ້າຍ. ທ່ານ ທອງສະຫວັນ ພົມວິຫານ ຍັງຮຽກຮ້ອງໃຫ້ປະຊາຊົນ, ຊາວ ໜຸ່ມ, ນັກຮຽນ-ນັກສຶກສາ, ອຳນາດ ການປົກຄອງທ້ອງຖິ່ນ, ພາກທຸລະ ກິດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຮ່ວມ ກັນເຮັດໜ້າທີ່ເປັນເຈົ້າພາບທີ່ດີ ດ້ວຍຄວາມອົບອຸ່ນ ແລະ ມີໄມຕີ ຈິດມິດຕະພາບ ເພື່ອເຮັດໃຫ້ກອງ ປະຊຸມທີ່ຈະຈັດຂຶ້ນໃນຄັ້ງນີ້ ປະສົບ ຜົນສຳເລັດ ແລະ ເປັນທີ່ໜ້າຈົດ ຈຳ, ທັງສະແດງໃຫ້ເຫັນວ່າ ສປປ ລາວ ບໍ່ພຽງແຕ່ເປັນປະເທດທີ່ໄດ້ຮັບ ຜົນກະທົບຈາກບັນຫາລະເບີດລູກ ຫວ່ານເທົ່ານັ້ນ, ແຕ່ຍັງເປັນປະເທດ ທີ່ມີຄວາມມຸ່ງໝັ້ນທີ່ຈະປ່ຽນແປງ ປະຫວັດສາດອັນເຈັບປວດນີ້ ໃຫ້ ກາຍເປັນອະນາຄົດແຫ່ງສັນຕິພາບ, ຄວາມປອດໄພ, ຄວາມເຂັ້ມແຂງ ແລະ ການພັດທະນາແບບຍືນຍົງ. ຂ່າວ: ທະນູທອງ; ພາບ: ເກດສະໜາ ກະສິກຳ ແລະ ຄວາມໝັ້ນຄົງທາງ ດ້ານສະບຽງອາຫານ; ການເຊື່ອມ ຈອດ-ການເຊື່ອມໂຍງ ແລະ ການ ອໍານວຍຄວາມສະດວກທາງການ ຄ້າ; ການຫັນປ່ຽນທາງດ້ານດີຈິ ຕອນ ແລະ ການພັດທະນາຊັບພະ ຍາກອນມະນຸດ. ໃນໂອກາດດຽວກັນ, ທ່ານ ນູຣລານ ເຢຍເມັກບາຢຽບ ໄດ້ສະ ແດງຄວາມຊົມເຊີຍຕໍ່ບົດບາດ ຂອງ ສປປ ລາວ ໃນຖານະຄູ່ຮ່ວມ ເຈລະຈາຂອງອົງການ SCO ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ ດີ ລະຫວ່າງ ອົງການ SCO ແລະ ສປປ ລາວ ໃນໄລຍະຜ່ານມາ ພ້ອມ ທັງຢືນຢັນຄວາມພ້ອມຂອງກອງ ເລຂາອົງການ SCO ໃນການປະ ສານງານກັບ ສປປ ລາວ ເພື່ອຜັນ ຂະຫຍາຍການພົວພັນຮ່ວມມື ໂດຍ ສະເພາະບັນດາຂົງເຂດບູລິມະສິດ ໃຫ້ເກີດດອກອອກຜົນເປັນຮູບປະ ທໍາຍິ່ງໆຂຶ້ນໃນຕໍ່ໜ້າ. ມອບ-ຮັບໂຄງການປັບປຸງ...ັັຸ ທ່ານ ທອງລຸນ ສີສຸລິດ ພ້ອມຄະນະ (ຂວາ)

RkJQdWJsaXNoZXIy MTc3MTYxMQ==