*** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 02/09/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ມອບ-ຮັບ ໂຄງການປົກປັກຮັກສາ...ັົັັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສານຂອງທ່ານນາຍົກ...່ົ ຊຶ່ງນັກຮຽນ-ນັກສຶກສາ, ຄູອາຈານ ຕະຫລອດຮອດພໍ່ແມ່ຜູ້ປົກຄອງທຸກ ຖ້ວນໜ້າ ໃນຂອບເຂດທົ່ວປະເທດ ຢູ່ໃນບັນຍາກາດກຽມຈິດໃຈ ເພື່ອເຂົ້າ ຮຽນ ໃນສົກຮຽນໃໝ່ 2026-2027. ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ປະຈໍາສົກຮຽນ2026-2027ນີ້, ໃນນາມຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ, ຂ້າພະເຈົ້າຂໍຝາກຄວາມ ຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ສົ່ງຄວາມເປັນຫ່ວງເປັນໄຍຢ່າງຈິງໃຈມາຍັງຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກຂັ້ນ, ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນນັກສຶກສາທຸກຊັ້ນ, ທຸກສາຍ, ທຸກລະດັບ, ທຸກຂົງເຂດ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດມານະໂອກາດນີ້. ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງທັງຫລາຍ, ພັກ, ລັດຖະບານ ຍາມໃດກໍຖືວຽກງານການສຶກສາ, ການພັດທະນາ ຊັບພະຍາກອນມະນຸດ ເປັນວຽກງານບູລິມະສິດແຖວໜ້າທີ່ສຳຄັນ ໂດຍຖື “ເອົາການສຶກສາ ໄປກ່ອນວຽກງານອື່ນກ້າວໜຶ່ງ”, “ເອົາຄົນເປັນເປົ້າ ໝາຍ, ເປັນໃຈກາງ” ເພື່ອກາຍເປັນກໍາລັງແຮງງານ ທີ່ມີຄຸນນະພາບຕອບ ສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນ ໄລຍະໃໝ່ ແລະ ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດ ໃນແຕ່ລະໄລຍະ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ. ການສຶກສາເປັນອົງປະກອບທີ່ສຳຄັນ ແລະ ເປັນປັດໄຈພື້ນຖານຕົ້ນຕໍໃນ ການສ້າງຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ, ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດ. ໃນສົກຮຽນຜ່ານມາ ເຖິງຈະພົບຄວາມຫຍຸ້ງຍາກນາໆປະການ ຊຶ່ງ ໄດ້ສົ່ງຜົນກະທົບໂດຍກົງ ແລະ ຮອບດ້ານຕໍ່ການພັດທະນາເສດຖະກິດສັງຄົມແຫ່ງຊາດ ໂດຍສະເພາະຕໍ່ການປະຕິບັດວຽກງານຂະແໜງການ ສຶກສາ, ວິທະຍາສາດ ແລະ ກິລາ. ແຕ່ເຖິງຢ່າງໃດກໍຕາມ, ຂະແໜງ ສຶກສາທິການ ແລະ ກິລາ ໃນຂອບເຂດທົ່ວປະເທດ ໄດ້ມີຄວາມຕັດສິນ ໃຈສູງສຸມທຸກກຳລັງເຫື່ອແຮງ ແລະ ສະຕິປັນຍາ ປະຕິບັດໜ້າທີ່ຂອງ ຕົນ ດ້ວຍຄວາມຮັບຜິດຊອບສູງ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ສາມາດຂັບເຄື່ອນ ການປະຕິ ບັດແຜນພັດທະນາການສຶກສາ ແລະ ກິລາ ມີຜົນສໍາເລັດອັນ ສໍາຄັນຫລາຍດ້ານ ເປັນຕົ້ນ ໄດ້ປັບປຸງພື້ນຖານໂຄງລ່າງຂອງສະຖານ ການສຶກສາຕ່າງໆ, ສະໜອງອາຫານທ່ຽງໃນໂຮງຮຽນ ໃຫ້ແກ່ນັກຮຽນ ຊັ້ນການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາໃນເຂດຫ່າງໄກສອກ ຫລີກ, ການສຶກສານອກໂຮງຮຽນ, ເພີ່ມການສະໜອງເງິນອຸດໜູນ ເບ້ຍລ້ຽງນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ; ໄດ້ເອົາໃຈໃສ່ແກ້ໄຂ ບັນຫາການປະລະການຮຽນ ແລະ ຍົກສູງຄຸນນະພາບການສິດສອນ ຂອງຄູໃນທຸກລະດັບ ຊຶ່ງກອງປະຊຸມຜູ້ບໍລິຫານການສຶກ ສາທົ່ວປະເທດ ປະຈຳສົກຮຽນ 2025-2026 ກໍໄດ້ກໍານົດ 8 ທິດທາງ ເພື່ອເປັນພື້ນຖານທີ່ສໍາຄັນໃນການຍົກລະດັບ ວຽກງານສຶກສາ, ວິທະຍາສາດ ແລະ ກິລາ ໃນສົກຮຽນ 2026-2027 ໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ. ຍ້ອນຄວາມເອົາໃຈໃສ່ ຂອງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ໃນທຸກຂັັ້ນ ແຕ່ສູນກາງຮອດທ້ອງຖິ່ນ, ຈຶ່ງເຮັດໃຫ້ ການສົ່ງເສີມການເຂົ້າຮຽນ, ການປະລະການຮຽນ ແລະ ຍົກ ສູງຄຸນນະພາບການສຶກສາ ໄດ້ຮັບການແກ້ໄຂຢ່າງຕັ້ງໜ້າ ຊຶ່ງສະແດງອອກໃນຜົນການຮຽນ ຂອງນັກຮຽນ-ນັກສຶກສາ ທຸກຊັ້ນທຸກສາຍ ເຫັນວ່າຢູ່ໃນເກນ ແລະ ມາດຕະຖານທີ່ດີ ຂຶ້ນກວ່າເກົ່າ, ນັກຮຽນນັກສຶກສາລາວຈໍານວນໜຶ່ງ ຍັງໄດ້ ສ້າງຜົນງານອັນໂດດເດັ່ນໃນການເຂົ້າຮ່ວມການແຂ່ງຂັນ ໃນລະດັບພາກພື້ນ ແລະ ສາກົນ. ຂ້າພະເຈົ້າ ຂໍຕາງໜ້າໃຫ້ແກ່ສູນກາງພັກ, ລັດຖະບານ ຕີລາຄາສູງ ແລະ ຂໍສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະ ນະພັກ-ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ອົງການ ປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ, ບັນດາສະຖານການສຶກສາທົ່ວປະເທດ, ອົງການ ຈັດຕັ້ງທັງພາກລັດ ແລະ ເອກະຊົນ, ພະນັກງານປະຕິວັດອາ ວຸໂສ, ພະນັກງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາຕະ ຫລອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ແລະ ທຸກພາກ ສ່ວນໃນສັງຄົມທີ່ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ປະ ກອບສ່ວນຢ່າງຕັ້ງໜ້າທາງດ້ານວັດຖຸປັດໄຈ, ເຫື່ອແຮງ ແລະ ສະຕິປັນຍາ ຕໍ່ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ກໍຄື ບັນດາຜົນສໍາເລັດ ແລະ ຜົນງານທີ່ເອກອ້າງທະນົງ ໃຈ ທີ່ພວກເຮົາພ້ອມກັນຍາດມາໄດ້ໃນສົກຮຽນຜ່ານມາ ມານະໂອກາດນີ້ດ້ວຍ. ຂ້າພະເຈົ້າຂໍຖືໂອກາດນີ້, ສະແດງຄວາມຂອບໃຈມາຍັງບັນ ດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ທີ່ໃຫ້ການຊ່ວຍ ເຫລືອ, ສະໜັບສະໜູນ ແລະ ມີສ່ວນຮ່ວມຢ່າງສະເໝີຕົ້ນສະ ເໝີປາຍ ໃນການພັດທະນາການສຶກສາໃນສົກຮຽນຜ່ານມາ. ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫລາຍ, ເພື່ອກຽມຄວາມພ້ອມໃຫ້ແກ່ການຮຽນ-ການສອນ ໃນ ສົກຮຽນ 2026-2027 ທີ່ປຽບດັ່ງປາງບຸນໃຫຍ່ຂອງສົກ ການສຶກສາ ໃຫ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີ ປະສິດທິຜົນ, ຮັບປະກັນຄຸນນະພາບການຮຽນ-ການສອນ, ແກ້ໄຂບັນຫາ, ຈຸດຄົງຄ້າງໃນສົກຮຽນຜ່ານມາ ເປັນຕົ້ນ ອັດຕາການປະລະການຮຽນເຖິງວ່າມີທ່າອ່ຽງຫລຸດລົງ ແຕ່ກໍ ຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງຂາດຕົວ, ບັນຫາຂາດຄູສອນ ແລະ ການເຂົ້າຮຽນສາຍອາຊີວະ ແລະ ການສຶກສາຊັ້ນສູງ ຍັງ ບໍ່ທັນໄດ້ຮັບການຫັນປ່ຽນຢ່າງແຂງແຮງ ແລະ ອື່ນໆ; ເພື່ອ ສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງຊາດ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກພາກສ່ວນ ທັງຜູ້ຮັບຜິດຊອບວຽກງານສຶກສາທິການ ແລະ ກິລາໂດຍກົງ ແລະ ທົ່ວປວງຊົນລາວທັງຊາດ ໃຫ້ພ້ອມກັນເອົາໃຈໃສ່ ດັ່ງນີ້: 1. ຜູ້ບໍລິຫານການສຶກສາ, ວິທະຍາສາດແລະກິລາທຸກຂັ້ນ ຈົ່ງເຊີດຊູ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືືອງຂອງຕົນໃຫ້ສູງຂຶ້ນ, ກຳແໜ້ນສະພາບຂອງບັນດາສະ ຖານການສຶກສາ, ມີການຕິດຕາມ, ຊຸກຍູ້ຢ່າງໃກ້ຊິດ ເພື່ອເຮັດ ໃຫ້ການເຄື່ອນໄຫວວຽກງານເປັນປົກກະຕິ ແລະ ຕໍ່ເນື່ອງ, ເອົາໃຈໃສ່ສ້າງຂະບວນການກິລາ-ກາຍຍະກໍາ, ສິລະປະ, ວັນນະຄະດີ ແລະ ສ້າງສະພາບແວດລ້ອມ, ສິ່ງອຳນວຍ ຄວາມສະດວກຂອງໂຮງຮຽນ ໃຫ້ມີບັນຍາກາດອັນໃໝ່ ເພື່ອ ດຶງດູດນັກຮຽນ-ນັກສຶກສາ ມີຄວາມສົນໃຈໃນການຮໍ່າຮຽນ ແລະ ໃຫ້ຄວາມສຳຄັນຕໍ່ການຮ່ຳຮຽນຫລາຍຂຶ້ນ; 2.ການນໍາກະຊວງສຶກສາທິການແລະກິລາ,ການນໍາຂອງ ພະແນກສຶກສາທິການ ແລະ ກິລາ, ນະຄອນຫລວງວຽງຈັນ, ບັນດາແຂວງ, ເມືອງ, ນະຄອນສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະ ຫຍາຍຜົນສຳເລັດ ກໍຄື ມະຕິກອງປະຊຸມຜູ້ບໍລິຫານງານການ ສຶກສາທົ່ວປະເທດ ປະຈຳສົກຮຽນ 2025-2026 ເຂົ້າສູ່ ວຽກງານຕົວຈິງໃຫ້ເປັນຮູບປະທໍາ; 3. ບັນດາ-ຄູອາຈານ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ ໃນ ການປະຕິບັດໜ້າທີ່ວິຊາສະເພາະຕາມຄວາມຮັບຜິດຊອບທີ່ ໄດ້ຮັບມອບໝາຍດ້ວຍຄວາມສັດຊື່ບໍລິສຸດ ແລະ ມີຈັນຍາບັນ, ຈັນຍາທຳຕໍ່ວິຊາຊີບຂອງຕົນ, ເປັນເຈົ້າການປະຕິບັດ 3 ລັກສະ ນະ 5ຫລັກມູນຂອງການສຶກສາ, ຮໍ່າຮຽນເອົາເຕັກນິກອັນໃໝ່ ມາໝູນໃຊ້ເຂົ້າໃນການກະກຽມບົດສອນ, ຈັດຮູບແບບການຮຽນການສອນໃຫ້ມີຄວາມຫລາກຫລາຍ ເພື່ອດຶງດູດນັກຮຽນ-ນັກ ສຶກສາໃຫ້ມີຄວາມສົນໃຈ, ມີຄວາມຕັ້ງໃຈໃນການຮໍ່າຮຽນ. 4. ຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງຂອງນັກຮຽນ-ນັກ ສຶກສາ ຈົ່ງພ້ອມກັນສຶກສາອົບຮົມ ແລະ ປຸກລະດົມຂົນຂວາຍ ລູກຫລານຂອງຕົນ ທີ່ຢູ່ໃນເກນອາຍຸ ໃຫ້ໄປເຂົ້າໂຮງຮຽນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບຢ່າງໜ້ອຍ ການສຶກສາ ພາກບັງຄັບ (ຊັ້ນມັດທະຍົມສຶກສາປີທີ 4) ເພື່ອໃຫ້ເຂົາເຈົ້າ ມີຄວາມຮູ້ຂັ້ນພື້ນຖານ ເພື່ອໄປຕໍ່ຍອດໃນສາຍອາຊີບ ແລະ ສາມາດສືບຕໍ່ຮຽນໃນຊັ້ນທີ່ສູງຂຶ້ນໄປ, ໃຫ້ນັບມື້ຫລາຍຂຶ້ນ, ໃຫ້ຖືວຽກນີ້ເປັນພັນທະ, ເປັນຄວາມຮັບຜິດຊອບລວມຕໍ່ສັງຄົມ ຂອງຜູ້ປົກຄອງ ກໍຄື ເພື່ອອະນາຄົດທີ່ດີຂອງລູກຫລານ; 5. ສໍາລັບ, ລູກຫລານນັກຮຽນ-ນັກສຶກສາຈົ່ງພາກັນ ຕັ້ງໃຈຄົ້ນຄວ້າຮ່ຳຮຽນຢູ່ໃນຫ້ອງຮຽນ ແລະ ຮຽນດ້ວຍ ຕົນເອງໃຫ້ຫລາຍຂຶ້ນ, ດຸໝັ່ນຂະຫຍັນພຽນ, ຕັ້ງໜ້າຝຶກຝົນ ຫລໍ່ຫລອມໃຫ້ກາຍເປັນນັກຮຽນດີ, ຮຽນເກັ່ງຂອງຄູ-ອາ ຈານ, ເປັນລູກຫລານທີ່ດີຂອງພໍ່ແມ່ຜູ້ປົກຄອງ, ເປັນພົນລະ ເມືອງທີ່ດີຂອງປະເທດຊາດ; 6. ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ສະມາ ຄົມພໍ່ແມ່ນັກຮຽນ-ຄະນະພັດທະນາການສຶກສາແຕ່ລະຂັ້ນ, ຊຸມຊົນ, ໂຮງຮຽນພາກເອກະຊົນ, ຫົວໜ່ວຍທຸລະກິດ ແລະ ສັງຄົມ ຈົ່ງພ້ອມກັນປະກອບສ່ວນຕາມພາລະບົດບາດຂອງ ຕົນ ໃນການສຶກສາອົບຮົມແນວຄິດໃຫ້ແກ່ນັກຮຽນ-ນັກສຶກ ສາ, ຊ່ວຍຄູ-ອາຈານ ໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນ ຂະບວນການສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນນັກສຶກສາຮັບຮູ້, ເຂົ້າໃຈເລິກເຊິ່ງ ແລະ ກວ້າງຂວາງ ເຫັນໄດ້ ຄວາມສຳຄັນ, ຈຳເປັນ ແລະ ຄຸນປະໂຫຍດຂອງການສຶກສາ, ຖືເອົາວຽກງານການສຶກສາ ເປັນໜ້າທີ່ ແລະ ຄວາມຮັບຜິດ ຊອບຂອງໝົດທຸກຄົນໃນທົ່ວສັງຄົມຂອງປະເທດເຮົາ. ໃນໂອກາດນີ້, ຂ້າພະເຈົ້າຂໍຮຽກຮ້ອງມາຍັງທຸກການຈັດ ຕັ້ງທັງພາກລັດ ແລະ ພາກເອກະຊົນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນ-ນັກສຶກສາ ໃນຂອບເຂດທົ່ວປະເທດ ຈົ່ງໃຫ້ການ ຮ່ວມມືແລະ ເປັນເຈົ້າການຮ່ວມກັບຂະແໜງການສຶກສາ,ວິທະ ຍາສາດ ແລະ ກິລາ ໃນການກະກຽມຄວາມພ້ອມ, ສ້າງເງື່ອນ ໄຂສິ່ງອໍານວຍຄວາມສະດວກ ແລະ ຊ່ວຍເຫລືອ, ສະໜັບສະ ໜູນ ຕາມຄວາມສາມາດຕົວຈິງຂອງແຕ່ລະພາກສ່ວນ ເພື່ອ ເຮັດໃຫ້ສົກຮຽນໃໝ່ 2026-2027 ໄດ້ດໍາເນີນໄປດ້ວຍຜົນ ສໍາເລັດອັນຈົບງາມ. ທ້າຍສຸດນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາທຸກຂັ້ນ, ຄູ- ອາຈານ, ນັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ຕະຫລອດຮອດປະຊາຊົນລາວບັນດາ ເຜົ່າທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບ ຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ສືບຕໍ່ປະກອບສ່ວນ ສຳຄັນເຂົ້າໃນການພັດທະນາການສຶກສາຂອງລາວເຮົາກ້າວ ໜ້າຂຶ້ນຢ່າງບໍ່ຢຸດຢັ້ງ. ອວຍພອນແດ່ສົກຮຽນໃໝ່ 2026-2027 ຈົ່ງເຕັມໄປ ດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີຜົນສຳເລັດໃໝ່ໃຫຍ່ ຫລວງກວ່າເກົ່າ. ເປັນໂຄງການທີ່ມີຄວາມໝາຍສຳ ຄັນຍິ່ງທາງດ້ານວັດທະນະທຳ ແລະ ສິລະປະການສະແດງ ໂດຍ ໄດ້ຮັບການສະໜັບສະໜູນທຶນຊ່ວຍ ເຫລືອລ້າ ຈາກລັດຖະບານອິນເດຍ ໂດຍສະເພາະສະຖານທູດອິນເດຍ ປະຈຳລາວ. ໂຄງການນີ້,ບໍ່ພຽງແຕ່ ເປັນການຍົກລະດັບຄວາມເຂັ້ມ ແຂງໃຫ້ແກ່ຄູ-ອາຈານ ແລະ ນັກ ຮຽນສິລະປະເທົ່ານັ້ນ, ແຕ່ຍັງເປັນ ການປົກປັກຮັກສາມໍລະດົກວັດທະ ນະທຳ ທີ່ມີຮາກເຫງົ້າຮ່ວມກັນມາ ແຕ່ບູຮານນະການ, ສ້າງລະບົບ ການຄຸ້ມຄອງ ແລະ ສືບທອດສິລະ ປະອັນລ້ຳຄ່ານີ້ ໃຫ້ຍືນຍົງສູ່ລະດັບ ສາກົນ, ທັງເປັນການປະກອບສ່ວນ ສະເຫລີມສະຫລອງ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລາວ-ອິນເດຍ, ປະກອບສ່ວນສຳ ຄັນໃນການຮັດແໜ້ນຄວາມສາ ມັກຄີ ແລະ ການຮ່ວມມືທາງດ້ານ ວັດທະນະທຳລະຫວ່າງສອງຊາດ ລາວ-ອິນເດຍ ໃຫ້ນັບມື້ເກີດດອກ ອອກຜົນ ແລະ ຈະເລີນງອກງາມ ຍິ່ງໆຂຶ້ນ. ທ່ານ ວິລະພັນ ຊາພູວົງ ຍັງໃຫ້ ຮູ້ອີກວ່າ: ໂຄງການດັ່ງກ່າວ, ໄດ້ຈັດ ຕັ້ງປະຕິບັດກິດຈະກໍາຕ່າງໆ ໂດຍ ສະເພາະການຜະລິດຊຸດໃໝ່ ແຕ່ລະ ຕົວລະຄອນ ທີ່ຢູ່ໃນເລື່ອງ ລາມມະ ກຽມ ທີ່ເປັນຕົວລະຄອນເອກ ແລະ ຕົວລະຄອນສົມທົບຕ່າງໆ.ໃນນັ້ນ, ໄດ້ຜະລິດຫົວຕົວລະຄອນເອກ ແລະ ຕົວລະຄອນປະກອບ ເຊັ່ນ: ຫົວພະ ລັກ-ພະລາມ, ຫົວນາງສີດາ, ນາງ ສຸປະນະຂາ, ຍັກທົດສະກັນ, ຫະ ນຸມານ, ນົກສະດາຍຸ, ກວາງຄຳ, ນົກນ້ອຍ, ພະລືສີ ແລະ ມ້າລິດ ເປັນການຜະລິດທີ່ຕ້ອງໃຊ້ຄວາມ ປານີດສູງ ໂດຍສະເພາະ ໃຫ້ຖືກ ກັບລັກສະນະເອກະລັກທີ່ເໝືອນ ຈິງຂອງຕົວລະຄອນ ໂດຍສະເພາະ ແມ່ນຕິດພັນກັບສີໄມ້ລາຍມື ທີ່ເປັນ ຂອງລາວແທ້. ດ້ານການຕັດຊຸດ ແຕ່ລະຕົວລະ ຄອນ ແມ່ນໄດ້ນຳໃຊ້ຮ້ານທີ່ເຄີຍມີ ຜົນງານໃນການອອກແບບ ແລະ ຕັດຊຸດລະຄອນດັ່ງກ່າວ, ສ່ວນ ເຄື່ອງດົນຕີນັກເສບ ແມ່ນໄດ້ຜະລິດ ຊຸດໃໝ່ທີ່ໄດ້ທັງຄຸນນະພາບ ແລະ ກົມກືນກັບບົດລະຄອນດັ່ງກ່າວ. ພ້ອມນັ້ນ, ຍັງໄດ້ຈັດຊື້ອຸປະກອນ ໄອທີ ຈໍານວນໜຶ່ງ ເຊັ່ນ: ກ້ອງ ແລະ ຄອມພິວເຕີ(ໂນດບຸກ)ຕາມຄວາມ ເໝາະສົມໃນວຽກງານຕົວຈິງ. ຫລາຍໂຮງຮຽນ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຢູ່ນະຄອນຫລວງວຽງຈັນ ຫລາຍ ໂຮງຮຽນ ກໍໄດ້ຈັດພິທີເປີດສົກ ຮຽນໃໝ່ ຢ່າງເປັນຂະບວນການ ໂດຍສະເພາະໂຮງຮຽນມັດທະ ຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໄດ້ໄຂສົກຮຽນໃໝ່ ດ້ວຍ ບັນຍາກາດອັນຄຶກຄື້ນ ເຕັມໄປດ້ວຍ ຮອຍຍິ້ມ ແລະ ຄວາມຕັ້ງໃຈ ຂອງ ບັນດານ້ອງນັກຮຽນ ທີ່ພ້ອມພຽງ ຮຽງໜ້າກັນກັບຄືນເຂົ້າມາໂຮງ ຮຽນດ້ວຍຄວາມເຕັມໃຈ ແລະ ເບີກບານມ່ວນຊື່ນ. ທ່ານ ທອງພັນ ອຸໄລທອນ ຜູ້ອຳ ນວຍການໂຮງຮຽນ ມສ ວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວສຳນັກ ກັບ ຄູ-ອາຈານ. ໃນນັ້ນ, ໄດ້ເນັ້ນໃສ່ ການຍົກລະດັບທັກສະດ້ານໄອຊີ ທີ (IT) ແລະ ການນໍາໃຊ້ປັນຍາ ປະດິດ ເຂົ້າໃນການແຕ່ງບົດສອນ ໃຫ້ແກ່ ຄູ-ອາຈານ ເພື່ອໃຫ້ມີຄວາມ ພ້ອມທັງການສອນແບບເອເລັກ ໂຕຣນິກ (PowerPoint) ຜ່ານຈໍ LED ທີ່ຕິດຕັ້ງໃນຫ້ອງຮຽນ ແລະ ການສອນແບບດັ້ງເດີມ. ນອກນັ້ນ, ຍັງໄດ້ຮັບການຮ່ວມມືຈາກຕ່າງ ປະເທດ ໂດຍມີຜູ້ຊ່ຽວຊານ ແລະ ຄູສອນເຈົ້າຂອງພາສາ ເຂົ້າມາ ຊ່ວຍສອນໃນຫ້ອງຮຽນພາສາ ຕ່າງປະເທດ ເຊັ່ນ: ຍີ່ປຸ່ນ, ຈີນ, ເກົາຫລີ ແລະ ຣັດເຊຍ. ນອກຈາກ ຄວາມພ້ອມດ້ານວິຊາການແລ້ວ, ທາງໂຮງຮຽນຍັງໄດ້ຮັບການສະ ໜັບສະໜູນຈາກພະແນກນິເວດວິ ທະຍາ ແລະ ສິ່ງແວດລ້ອມ ແຂວງ ຢຸນນານ (ສປ ຈີນ) ໃນການຕິດ ຕັ້ງໂຮງງານຜະລິດນໍ້າດື່ມສະອາດ ທັນສະໄໝມູນຄ່າ 1 ຕື້ກວ່າກີບ ເພື່ອ ໃຫ້ຄູ-ອາຈານແລະນັກຮຽນໄດ້ດື່ມ ນໍ້າສະອາດ ໂດຍບໍ່ໄດ້ເສຍຄ່າຊ່ວຍ ຫລຸດຜ່ອນພາລະຄ່າໃຊ້ຈ່າຍຂອງ ຜູ້ປົກຄອງ. ພ້ອມກັນນັ້ນ, ຍັງໄດ້ ຮັບງົບປະມານຈາກກະຊວງ ສສກ ໃນການປັບປຸງຕຶກອາຄານ ແລະ ຫ້ອງທົດລອງວິທະຍາສາດໃຫ້ທັນ ສະໄໝ ຕື່ມອີກ. ພິເສດ ສຳລັບນັກ ຮຽນທີ່ມາຈາກຕ່າງແຂວງ ໂດຍສະ ເພາະນັກຮຽນທຸກຍາກ, ນັກຮຽນ ເກັ່ງ ແລະ ນັກຮຽນຊົນເຜົ່າ ທີ່ເຂົ້າ ມາຮຽນຢູ່ ມສ ວຽງຈັນ ຍັງໄດ້ຮັບ ສິດທິພິເສດເຊັ່ນ: ທີ່ພັກ, ເບ້ຍລ້ຽງ ແລະ ອາຫານ 3 ຄາບຕໍ່ມື້ ເພື່ອສ້າງ ເງື່ອນໄຂໃຫ້ນັກຮຽນສາມາດສຸມ ໃສ່ການຮຽນໄດ້ຢ່າງເຕັມທີ່. ໃນສົກຮຽນ 2026-2027 ນີ້, ມສ ວຽງຈັນ ມີນັກຮຽນ ປະມານ 3.300 ຄົນ, ຍິງ 1.700 ກວ່າຄົນ, ມີຄູ-ອາຈານ ທັງໝົດ 130 ກວ່າ ຄົນ, ທຽບໃສ່ສົກຮຽນຜ່ານມາ ຈຳ ນວນນັກຮຽນ ແລະ ຄູ-ອາຈານ ແມ່ນເພີ່ມຂຶ້ນ. ໃນໂອກາດນີ້, ທ່ານ ທອງພັນ ອຸໄລທອນ ຍັງຮຽກຮ້ອງມາຍັງ ຜູ້ປົກຄອງນັກຮຽນເອົາໃຈໃສ່ປະ ສານສົມທົບກັບໂຮງຮຽນ, ຕິດຕາມ ການຮຽນ, ການປະພຶດ ຂອງລູກ ຫລານຕົນເອງ, ພ້ອມທັງສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ນັກຮຽນໄດ້ ຮຽນຮູ້ຢ່າງເຕັມສ່ວນ. ຂ່າວ: ທະນູທອງ ຂ່າວສານປະເທດລາວ ໃນວັນທີ 1 ກັນຍາ 2026 ນີ້ວ່າ: ໃນສົກຮຽນ 2026-2027 ນີ້ ໂຮງຮຽນ ມສ ວຽງຈັນ ມີຄວາມພ້ອມຮອບດ້ານ ໂດຍເນັ້ນຍົກສູງຄຸນນະພາບ ຄູ- ອາຈານ, ປັບປຸງວິທີການຮຽນການສອນ ແລະ ນຳໃຊ້ເຕັກໂນໂລຊີ ສະໄໝໃໝ່ ລວມເຖິງປັນຍາປະດິດ (AI) ເຂົ້າໃນການສອນ ເພື່ອຍົກ ສູງຜົນສຳເລັດຂອງນັກຮຽນ ຊຶ່ງ ໃນໄລຍະຜ່ານມາ ໂຮງຮຽນໄດ້ຈັດ ຝຶກອົບຮົມດ້ານວິຊາສະເພາະໃຫ້
RkJQdWJsaXNoZXIy MTc3MTYxMQ==