01/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K zq oleg]a f c]t 7;k,,5 j ',kfxk4t|k csj 'dko[5 dmt]5 0v's;Pfok, ບົດສະເໜີົີ ໂດຍ: ຄະນະ ບກ lq dIPo.\j 2026-2027 gxu f0B orh v,da omqj ;xtgmffh ;p7;k,7b d7N o *** ຕໍ່ຈາກໜ້າ 1 *** ໍ່ ຈ້ າ ຈືດຈາງຂອງຊາດຫວຽດນາມ. ທີ່ສະ ໜາມຫລວງບາດິ່ງ ປະຫວັດສາດ, ປະທານ ໂຮ່ຈີ່ມິງ ຜູ້ນຳຜູ້ຍິ່ງໃຫຍ່ ຂອງຊາດຫວຽດນາມ ໄດ້ອ່ານຖະ ແຫລງການປະກາດເອກະລາດ, ສະຖາ ປະນາ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ປັດຈຸບັນແມ່ນສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ, ເປີດສັງກາດໃໝ່ແຫ່ງເອກະລາດ, ອິດ ສະຫລະພາບ ແລະ ປະຊາຊົນເປັນເຈົ້າ ຊາຕາກຳຂອງຕົນເອງ, ສັງກາດແຫ່ງ ເອກະລາດແຫ່ງຊາດຕິດພັນກັບລັດທິ ສັງຄົມນິຍົມ. ຕະຫລອດໄລຍະ 81 ປີທີ່ຜ່ານມາ ແມ່ນເສັ້ນທາງທີ່ເຕັມໄປດ້ວຍສິ່ງທ້າ ທາຍ ແຕ່ກໍປ່ຽມລົ້ນໄປດ້ວຍຄວາມ ພາກພູມໃຈຢ່າງຍິ່ງ. ນັບຕັ້ງແຕ່ການ ຕໍ່ສູ້ກູ້ຊາດເພື່ອເອກະລາດ, ການທ້ອນ ໂຮມປະເທດຊາດເປັນເອກະພາບ ຈົນເຖິງພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນຍາມ ສັນຕິພາບ, ຫວຽດນາມ ໄດ້ຄ່ອຍໆ ສ້າງປະຖົມປັດໄຈ, ຄວາມສາມາດ, ຖານະ ແລະ ຄວາມໄວ້ວາງໃຈຂອງ ປະເທດໃນເວທີສາກົນໃຫ້ສູງເດັ່ນຂຶ້ນ ຢ່າງບໍ່ຢຸດຢັ້ງ. ຜົນສຳເລັດດັ່ງກ່າວ ລ້ວນແຕ່ມີ ຮາກຖານມາຈາກເຈດຈຳນົງແຫ່ງ ຄວາມເປັນເອກະລາດ ແລະ ການເພິ່ງ ຕົນເອງ, ກຳລັງແຮງແຫ່ງຄວາມສາ ມັກຄີອັນຍິ່ງໃຫຍ່ທົ່ວປວງຊົນ, ການ ນຳພາອັນສະຫລລາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ຕະຫລອດ ຮອດຄວາມພະຍາຍາມ ແລະ ຄວາມ ຄິດສ້າງສັນຂອງປະຊາຊົນ. ພ້ອມດຽວ ກັນນັ້ນ, ຫວຽດນາມ ຍັງໄດ້ຮັບຄວາມ ເຫັນອົກເຫັນໃຈ, ການສະໜັບສະໜູນ ແລະ ການຊ່ວຍເຫລືອອັນລ້ຳຄ່າຈາກ ຂປລ. ສົກຮຽນໃໝ່ 20262027 ໄດ້ໄຂຂຶ້ນພ້ອມກັນທົ່ວປະ ເທດໃນວັນທີ 1 ກັນຍາ 2026 ທ່າມກາງບັນຍາກາດທີ່ຄຶກຄື້ນ ແລະ ຟົດຟື້ນຢູ່ຕາມໂຮງຮຽນແຫ່ງ ຕ່າງໆ. ຫລັງຈາກໄດ້ປິດປະຕູຢ່າງ ງຽບເຫງົາໃນໄລຍະພັກຮຽນ, ໂຮງ ຮຽນໄດ້ກັບຄືນມາມີຊີວິດຊີວາ ອີກຄັ້ງດ້ວຍຮອຍຍິ້ມແລະສຽງທັກ ທາຍຂອງຄູ-ອາຈານ ແລະ ນັກ ຮຽນ. ຕັ້ງແຕ່ຕອນເຊົ້າ, ນັກຮຽນ ຈຳນວນຫລາຍໄດ້ພາກັນເດີນທາງ ມາໂຮງຮຽນດ້ວຍຄວາມກະຕືລືລົ້ນ ແລະ ຕື່ນເຕັ້ນ, ໂດຍສະເພາະນັກ ຮຽນໃໝ່ທີ່ມາພ້ອມກັບຊຸດນັກຮຽນ ໃໝ່ ແລະ ໃບໜ້າທີ່ເຕັມໄປດ້ວຍ ຄວາມຄາດຫວັງ. ຜູ້ປົກຄອງພາລູກ ຫລານມາສົ່ງດ້ວຍຄວາມພາກພູມ ໃຈ, ຂະນະທີ່ນັກຮຽນເກົ່າຕ່າງດີໃຈ ທີ່ໄດ້ກັບຄືນມາພົບພໍ້ໝູ່ເພື່ອນ ແລະ ຄູ-ອາຈານອີກຄັ້ງ. ເມື່ອເຖິງເວລາກຳນົດ, ສຽງແກ ຫລື ສຽງກະດິ່ງໂຮງຮຽນດັງຂຶ້ນ ເປັນສັນຍານໃຫ້ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມພິທີເປີດສົກ ຮຽນໃໝ່ ດ້ວຍການຢືນກົງເຄົາລົບ ທຸງຊາດ ໄປພ້ອມໆກັບການຮ້ອງ ເພງຊາດລາວ ພ້ອງພໍ່າກັນດັງກ້ອງ ທົ່ວບໍລິເວນ. ໃນໂອກາດນີ້, ຜູ້ອຳ ນວຍການໂຮງຮຽນໄດ້ກ່າວເປີດ ສົກຮຽນໃໝ່ ພ້ອມໃຫ້ຄຳເຫັນໂອ ວາດແກ່ຄູ-ອາຈານ ແລະ ນັກຮຽນນັກສຶກສາ ໃຫ້ສຸມໃສ່ການສິດສອນ ແລະ ຮ່ຳຮຽນ ດ້ວຍຄວາມດຸໝັ່ນ, ພາກພຽນ ແລະ ມຸ່ງໝັ້ນສ້າງຜົນ ງານໃນສົກຮຽນໃໝ່ໃຫ້ບັນລຸຜົນ ດີທີ່ສຸດ. ສຳລັບລະບົບສາມັນສຶກສາ ຊຶ່ງ ປະກອບດ້ວຍປະຖົມສຶກສາ ແລະ ມັດທະຍົມສຶກສາ, ການຮຽນການສອນໃນສົກຮຽນນີ້ຍັງສືບຕໍ່ ດຳເນີນຕາມແນວທາງ ແລະ ຫລັກ ມູນການສຶກສາທີ່ກະຊວງສຶກສາ ທິການ ແລະ ກິລາວາງອອກ ຢ່າງ ເຂັ້ມງວດໂດຍເນັ້ນການຍົກສູງຄຸນ ນະພາບການສິດສອນ, ພັດທະນາ ຄຸນນະພາບຂອງນັກຮຽນ ແລະ ຂະຫຍາຍໂອກາດໃຫ້ເດັກທຸກຄົນ ໄດ້ເຂົ້າເຖິງການສຶກສາ. ກ່ອນການ ເປີດສົກຮຽນ, ໂຮງຮຽນຕ່າງໆໄດ້ ກະກຽມຄວາມພ້ອມຮອບດ້ານ ໂດຍອະນາໄມບໍລິເວນ, ກະກຽມ ຫ້ອງຮຽນ, ສ້ອມແປງໂຕະ-ຕັ່ງ ແລະ ອາຄານສະຖານທີ່, ຈັດຕຽມ ອຸປະກອນ ແລະ ປຶ້ມແບບຮຽນ ເພື່ອ ໃຫ້ການຮຽນ-ການສອນສາມາດ ດຳເນີນໄປຢ່າງເປັນລະບຽບ. ບັນ ດາຄູ-ອາຈານກໍໄດ້ກະກຽມແຜນ ການສອນ, ທົບທວນຫລັກສູດ, ຈັດ ຕາຕະລາງສອນ ແລະ ວາງແຜນ ການຮຽນ-ການສອນໃຫ້ສອດຄ່ອງ ກັບແຜນການສຶກສາ. ຂະນະດຽວ ກັນ, ໂຮງຮຽນທີ່ມີເງື່ອນໄຂຍັງໄດ້ ນຳໃຊ້ເຕັກໂນໂລຊີ ແລະ ສື່ການ ຮຽນຮູ້ດີຈິຕອນມາປະກອບໃນ ການຮຽນ-ການສອນ ເຊັ່ນ: ຈໍໂປຣ ເຈັກເຕີ ແລະ ສື່ການຮຽນຮູ້ອອນ ລາຍ ເພື່ອເປີດກວ້າງແຫລ່ງຮຽນຮູ້ ແລະ ເສີມທັກສະຂອງນັກຮຽນໃນ ດ້ານ ICT, ພາສາຕ່າງປະເທດ ແລະ ວິຊາການອື່ນໆ. ສ່ວນຜູ້ປົກຄອງກໍ ໄດ້ກະກຽມຊຸດນັກຮຽນ, ປຶ້ມ ແລະ ອຸປະກອນການຮຽນຕ່າງໆ ໃຫ້ລູກ ຫລານ ພ້ອມທັງຊຸກຍູ້ໃຫ້ດຸໝັ່ນຮ່ຳ ຮຽນ ແລະ ມີວິໄນໃນການຮຽນ. (ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ)ື່ ອັ ນ່ ງັ ດັ ງົ ມິ ຍົມົ ບີ ) ເພື່ອນມິດສາກົນທົ່ວໂລກມາໂດຍຕະ ຫລອດ, ໂດຍສະເພາະແມ່ນຄວາມ ສາມັກຄີ, ການແບ່ງປັນ ແລະ ການ ຊ່ວຍເຫລືອຢ່າງຈິງໃຈ ແລະ ປ່ຽມລົ້ນ ດ້ວຍໄມຕີຈິດຈາກພັກ, ລັດ ແລະ ປະ ຊາຊົນລາວອ້າຍນ້ອງ ຊຶ່ງມີຄວາມ ໝາຍພິເສດຢ່າງຍິ່ງ. 40 ປີແຫ່ງການປ່ຽນແປງໃໝ່- ການຫັນປ່ຽນຢ່າງເລິກເຊິ່ງ. ພາຍຫລັງບັນລຸພາລະກິດປົດປ່ອຍ ຊາດ ແລະ ທ້ອນໂຮມປະເທດຊາດເປັນ ເອກະພາບໃນປີ 1975, ຫວຽດນາມ ໄດ້ກ້າວເຂົ້າສູ່ຂະບວນການສ້າງສາ ປະເທດຊາດທ່າມກາງເງື່ອນໄຂທີ່ຍັງ ເຕັມໄປດ້ວຍຄວາມຫຍຸ້ງຍາກສັບສົນ. ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ ກອມມູນິດຫວຽດນາມ ໃນປີ 1986 ໄດ້ລິເລີ່ມພາລະກິດປ່ຽນແປງໃໝ່ ຊຶ່ງ ຖືເປັນຈຸດປ່ຽນປະຫວັດສາດທັງດ້ານ ແນວຄິດ ແລະ ພຶດຕິກຳຕົວຈິງໃນການ ພັດທະນາປະເທດຊາດ. ຕະຫລອດ 40 ປີຜ່ານມາ ໄດ້ພິສູດ ໃຫ້ເຫັນເຖິງພະລັງຊີວິດອັນແຮງກ້າ ຂອງແນວທາງການພັດທະນາທີ່ໄດ້ ຮັບການເສີມຂະຫຍາຍ ແລະ ປັບປຸງ ໃຫ້ສົມບູນແບບຢ່າງຕໍ່ເນື່ອງຈາກບົດ ຮຽນຕົວຈິງ. ຫວຽດນາມ ໄດ້ສ້າງຕັ້ງ ລະບົບເສດຖະກິດຕະຫລາດຕາມທິດ ສັງຄົມນິຍົມ, ເປີດປະຕູສູ່ພາຍນອກ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເສີມຂະ ຫຍາຍກຳລັງແຮງພາຍໃນປະເທດ ຄວບຄູ່ກັບການຍາດແຍ່ງຊັບພະຍາ ກອນ ແລະ ປັດໄຈສະໜັບສະໜູນຈາກ ພາຍນອກເພື່ອການພັດທະນາ. ໝາກ ຜົນດັ່ງກ່າວສະແດງອອກຢ່າງຈະແຈ້ງ ຜ່ານການປ່ຽນແປງທັງດ້ານຂະໜາດ ແລະ ຄຸນນະພາບຂອງພື້ນຖານເສດຖະ ກິດ. ໃນປີ 1986 ຊຶ່ງເປັນໄລຍະເລີ່ມ ຕົ້ນຂອງການປ່ຽນແປງໃໝ່, ລາຍໄດ້ ສະເລ່ຍຕໍ່ຫົວຄົນຂອງຫວຽດນາມ ຢູ່ທີ່ ລະດັບຕ່ຳກວ່າ 100 ໂດລາສະຫະລັດ. ຈົນຮອດປີ 2025, ຂະໜາດເສດຖະ ກິດຂອງຫວຽດນາມ ມີມູນຄ່າຫລາຍ ກວ່າ 500 ຕື້ໂດລາສະຫະລັດ, ຢືນຢູ່ ໃນອັນດັບທີ 32 ຂອງໂລກ. ຂະນະທີ່ GDPສະເລ່ຍຕໍ່ຫົວຄົນສູງກວ່າ5.000 ໂດລາສະຫະລັດ. ເສດຖະກິດມະຫາ ພາກມີຄວາມໝັ້ນທ່ຽງ, ອັດຕາເງິນເຟີ້ ຖືກຄວບຄຸມໄວ້ໃນລະດັບປະມານ 3% ແລະ ຄວາມດຸ່ນດ່ຽງຂອງເສດຖະກິດ ໄດ້ຮັບການຮັກສາໄວ້ຢ່າງໜັກແໜ້ນ. ມູນຄ່າການນຳເຂົ້າ-ສົ່ງອອກລວມ ສ້າງສະຖິຕິສູງສຸດຫລາຍກວ່າ 930 ຕື້ ໂດລາສະຫະລັດ, ເຮັດໃຫ້ຫວຽດນາມ ໃນສົກຮຽນຜ່ານມາ, ເຖິງວ່າ ຂະແໜງການສຶກສາຈະຍັງຜະເຊີນ ກັບຫລາຍຂໍ້ຫຍຸ້ງຍາກ ແລະ ສິ່ງ ທ້າທາຍ, ແຕ່ການຮ່ວມແຮງຂອງ ພາກສ່ວນຕ່າງໆສາມາດຍູ້ແຮງ ວຽກງານການສຶກສາໃຫ້ມີຄວາມ ຄືບໜ້າໃນຫລາຍດ້ານ. ພົ້ນເດັ່ນ ລວມມີ ການປັບປຸງພື້ນຖານໂຄງ ລ່າງຂອງສະຖານສຶກສາ, ການສະ ໜອງອາຫານທ່ຽງໃຫ້ນັກຮຽນໃນ ລະດັບກ່ອນໄວຮຽນ ແລະ ສາມັນ ສຶກສາ, ການສົ່ງເສີມການສຶກສາ ຮຽນຮ່ວມ, ການສະໜອງເງິນອຸດ ໜູນ ແລະ ເບ້ຍລ້ຽງໃຫ້ນັກຮຽນນັກສຶກສາ, ຕະຫລອດຮອດການ ສຸມໃສ່ແກ້ໄຂບັນຫາການປະລະ ການຮຽນ ແລະ ຍົກສູງຄຸນນະພາບ ການຮຽນ-ການສອນ. ຄວາມພະ ຍາຍາມດັ່ງກ່າວ ເກີດຈາກການ ເອົາໃຈໃສ່ຂອງຂະແໜງການສຶກ ສາ, ຄູ-ອາຈານ, ພາກສ່ວນປົກຄອງ ທັງສູນກາງ ແລະ ທ້ອງຖິ່ນ, ພ້ອມ ທັງການຮ່ວມມືຈາກອົງການສາ ກົນ, ຄູ່ຮ່ວມພັດທະນາ ແລະ ພາກ ສ່ວນສັງຄົມ. ຈາກການຮ່ວມແຮງ ກັນ, ໂອກາດໃນການເຂົ້າຮຽນໄດ້ ຮັບການຂະຫຍາຍ, ການປະລະ ການຮຽນໄດ້ຮັບການສຸມໃສ່ແກ້ໄຂ ແລະ ສະຖານສຶກສາໃນຫລາຍ ພື້ນທີ່ມີຄວາມພ້ອມດີຂຶ້ນ. ພ້ອມນີ້, ການສຶກສາຍັງສືບຕໍ່ຂະ ຫຍາຍໂອກາດໄປສູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫລີກ, ພ້ອມ ກ້າວເຂົ້າສູ່ກຸ່ມ 20 ພື້ນຖານເສດຖະກິດ ທີ່ມີຂະໜາດການຄ້າສາກົນໃຫຍ່ທີ່ສຸດ ໃນໂລກ, ໂດຍມີມູນຄ່າເກີນດຸນການ ຄ້າຫລາຍກວ່າ 20 ຕື້ໂດລາສະຫະລັດ. ມູນຄ່າການລົງທຶນໂດຍກົງຈາກຕ່າງ ປະເທດ (FDI) ຈົດທະບຽນລວມບັນ ລຸເກືອບ 39 ຕື້ໂດລາສະຫະລັດ ແລະ ອັດຕາສ່ວນຄົວເຮືອນທຸກຍາກຫລຸດ ລົງເຫລືອພຽງ 1,3%. ເຖິງຢ່າງໃດກໍຕາມ, ຄວາມໝາຍ ຂອງການປ່ຽນແປງໃໝ່ບໍ່ໄດ້ຢຸດຢູ່ ພຽງແຕ່ຕົວເລກສະຖິຕິເທົ່ານັ້ນ. ຈາກ ປະເທດທີ່ເຄີຍເພິ່ງພາການຜະລິດກະ ສິກຳເປັນຕົ້ນຕໍ ແລະ ເຄີຍຜະເຊີນກັບ ໄພຂາດແຄນສະບຽງອາຫານ, ຫວຽດ ນາມ ໄດ້ກາຍເປັນໜຶ່ງໃນປະເທດສົ່ງ ອອກຜະລິດຕະພັນກະສິກຳຊັ້ນນຳຂອງ ໂລກ. ຂະແໜງອຸດສາຫະກຳປຸງແຕ່ງ ແລະ ການຜະລິດໄດ້ຮັບການພັດທະ ນາຢ່າງຕໍ່ເນື່ອງ, ສິນຄ້າຫວຽດນາມ ຈຳນວນຫລວງຫລາຍໄດ້ເຂົ້າຮ່ວມ ໃນຕ່ອງໂສ້ການຜະລິດ ແລະ ຕ່ອງໂສ້ ອຸປະທານລະດັບໂລກຢ່າງເລິກເຊິ່ງ. ສຳລັບພື້ນຖານໂຄງລ່າງ ກໍມີບາດ ກ້າວພັດທະນາແບບກ້າວກະໂດດເຊັ່ນ ດຽວກັນ. ລະບົບເສັ້ນທາງຄົມມະນາ ຄົມ, ທ່າເຮືອ, ສະໜາມບິນ, ໂຄງຂ່າຍ ໄຟຟ້າ, ໂທລະຄົມມະນາຄົມ ແລະ ໂຄງ ລ່າງຕົວເມືອງ ໄດ້ຮັບການລົງທຶນໃຫ້ ມີຄວາມຄົບຊຸດ ແລະ ເຊື່ອມຈອດກັນ ຫລາຍຂຶ້ນ. ຈົນຮອດທ້າຍປີ 2025, ຫວຽດນາມ ໄດ້ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ເສັ້ນທາງດ່ວນຫລາຍກວ່າ 3.000 ກິໂລແມັດ, ສ້າງເປັນໂຄງຂ່າຍ ຄົມມະນາຄົມຍຸດທະສາດແລວເໜືອ- ໃຕ້ ທີ່ເຊື່ອມໂຍງບັນດາເຂດເສດຖະກິດ ສຳຄັນ, ດ່ານສາກົນ ແລະ ທ່າເຮືອໃຫຍ່ ເຂົ້າດ້ວຍກັນ. ຄຽງຄູ່ກັບພື້ນຖານໂຄງ ລ່າງ ທາງກາຍະພາບ, ຫວຽດນາມ ພວມເລັ່ງພັດທະນາໂຄງລ່າງດີຈິຕອນ ແລະ ຂໍ້ມູນ, ວິທະຍາສາດ-ເຕັກໂນໂລ ຊີ, ນະວັດຕະກຳ ແລະ ການຫັນເປັນດີ ຈິຕອນ, ປັນຍາປະດິດ, ອຸດສາຫະກຳ ເຊມິຄອນດັກເຕີ, ພະລັງງານຮູບແບບ ໃໝ່ ແລະ ເຕັກໂນໂລຊີຍຸດທະສາດ ໄດ້ຮັບການກຳນົດໃຫ້ເປັນກຳລັງຂັບ ເຄື່ອນຫລັກຂອງຮູບແບບການເຕີບໂຕ ໃໝ່. ພ້ອມດຽວກັນນັ້ນ, ສັກກະຍະພາບ ດ້ານການປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ ກໍໄດ້ຮັບການເພີ່ມທະວີ ຢ່າງບໍ່ຢຸດຢັ້ງ. ສິ່ງທີ່ສຳຄັນຍິ່ງໄປກວ່ານັ້ນຄືໝາກ ຜົນຂອງການພັດທະນາໄດ້ຖືກປ່ຽນ ມາເປັນການຍົກສູງຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນຢ່າງແທ້ ຈິງ. ວຽກງານການຫລຸດຜ່ອນຄວາມ ທຸກຍາກ, ການປະກັນສະຫວັດດີການ ສັງຄົມ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ ລ້ວນແຕ່ໄດ້ຮັບຄວາມ ເອົາໃຈໃສ່ເປັນພິເສດ. ນີ້ແມ່ນຈຸດເດັ່ນ ອັນຊົງຄຸນຄ່າຂອງພາລະກິດປ່ຽນ ແປງໃໝ່ ການພັດທະນາເສດຖະກິດ ຕ້ອງຕິດພັນກັບຄວາມກ້າວໜ້າ ແລະ ຄວາມຍຸຕິທຳໃນສັງຄົມ ໂດຍຖືເອົາ ປະຊາຊົນເປັນໃຈກາງຂອງການພັດ ທະນາ. ບົດບາດ ແລະ ອິດທິພົນທີ່ໄດ້ຮັບ ການຍົກສູງໃນເວທີສາກົນ. ຖານະ ແລະ ບົດບາດຂອງຫວຽດ ນາມ ໃນເວທີສາກົນໄດ້ຮັບການຍົກ ສູງຂຶ້ນຢ່າງຕໍ່ເນື່ອງ. ຫວຽດນາມ ໄດ້ ດຳເນີນນະໂຍບາຍເຊື່ອມໂຍງສາກົນ ຢ່າງຕັ້ງໜ້າ ແລະ ເປັນເຈົ້າການ, ເຂົ້າ ຮ່ວມຢ່າງກວ້າງຂວາງ ແລະ ເລິກເຊິ່ງ ໃນອາຊຽນ, ອົງການສະຫະປະຊາ ຊາດ, ເອເປັກ ຕະຫລອດຮອດກົນໄກ ການຮ່ວມມືລະດັບພາກພື້ນ ແລະ ສາ ກົນອື່ນໆ. ຫວຽດນາມ ເຄີຍດຳລົງຕຳ ແໜ່ງເປັນສະມາຊິກບໍ່ປະຈໍາຂອງສະ ພາຄວາມໝັ້ນຄົງແຫ່ງສະຫະປະຊາ ຊາດ 2 ສະໄໝ, ເປັນປະທານອາຊຽນ ຫລາຍຄັ້ງຢ່າງຈົບງາມ ແລະ ເປັນເຈົ້າ ພາບຈັດກອງປະຊຸມສາກົນລະດັບສູງ ຫລາຍຄັ້ງ. ປັດຈຸບັນ, ຫວຽດນາມ ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມ ຮັບຜິດຊອບສູງຂອງປະຊາຄົມໂລກ, ໄດ້ເຂົ້າຮ່ວມກອງກຳລັງຮັກສາສັນຕິ ພາບຂອງສະຫະປະຊາຊາດ, ປະກອບ ສ່ວນເຂົ້າໃນຄວາມພະຍາຍາມລວມ ເພື່ອສັນຕິພາບ, ການຮ່ວມມື, ການ ພັດທະນາແບບຍືນຍົງ ແລະ ການຮັບມື ກັບສິ່ງທ້າທາຍລະດັບໂລກ. ມາຮອດ ປັດຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງສາຍ ພົວພັນທາງການທູດກັບ 194 ປະເທດ ທົ່ວໂລກ, ສ້າງຂອບການພົວພັນຄູ່ຮ່ວມ ມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ ກັບ 45 ປະເທດ, ລວມທັງ 5 ປະເທດ ສະມາຊິກຖາວອນຂອງສະພາຄວາມ ໝັ້ນຄົງແຫ່ງສະຫະປະຊາຊາດ. ໃນຕົ້ນປີ 2026, ຫວຽດນາມ ໄດ້ ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດ ນາມ ແລະ ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ XVI ແລະ ໄດ້ ປະສົບຜົນສຳເລັດຢ່າງຈົບງາມ. ກອງ ປະຊຸມໃຫຍ່ ຄັ້ງທີXIV ໄດ້ກຳນົດແນວ ຄິດ, ວິໄສທັດ ແລະ ການຕັດສິນໃຈຍຸດ ທະສາດສຳຄັນ ເພື່ອນຳພາປະເທດ ຊາດກ້າວເດີນຢ່າງໜັກແໜ້ນເຂົ້າສູ່ສັງ ກາດໃໝ່: ຮອດປີ 2030 (ຄົບຮອບ 100 ປີ ແຫ່ງການສ້າງຕັ້ງພັກກອມມູ ນິດຫວຽດນາມ) ຈະກາຍເປັນປະເທດ ກຳລັງພັດທະນາ ທີ່ມີອຸດສາຫະກຳ ທັນສະໄໝ ແລະ ມີລາຍໄດ້ປານກາງ ລະດັບສູງ. ຮອດປີ 2045 (ຄົບຮອບ 100 ປີ ແຫ່ງການສະຖາປະນາ ສາທາ ລະນະລັດ ສັງຄົມນິຍົມ ຫວຽດນາມ) ຈະກາຍເປັນປະເທດພັດທະນາ ທີ່ມີ ລາຍໄດ້ສູງ ຕາມທິດສັງຄົມນິຍົມ. ເປົ້າໝາຍເຫລົ່ານີ້ສະແດງໃຫ້ເຫັນເຖິງ ຄວາມມຸ່ງມາດປາຖະໜາອັນແຮງກ້າ ຂອງຫວຽດນາມ ໃນການກ້າວໄປ ຂ້າງໜ້າ, ພ້ອມທັງໄດ້ຮັບການສ້າງຕັ້ງ ຂຶ້ນບົນພື້ນຖານສັກກະຍະພາບ, ກຳລັງ ແຮງ ແລະ ບົດຮຽນຕົວຈິງທີ່ໄດ້ສະສົມ ມາເປັນເວລາຫລາຍທົດສະວັດ. ທັງເນັ້ນການຂະຫຍາຍໂຮງຮຽນ ອະນຸບານ ແລະ ຫ້ອງກຽມປະຖົມ, ເພື່ອວາງພື້ນຖານການຮຽນຮູ້ໃຫ້ ແກ່ເດັກນ້ອຍແຕ່ໄວເດັກ. ຄຽງຄູ່ ກັນນັ້ນ, ໂຮງຮຽນຍັງເອົາໃຈໃສ່ ສຶກສາອົບຮົມນັກຮຽນໃຫ້ຫ່າງໄກ ຈາກຢາເສບຕິດ, ປາກົດການຫຍໍ້ ທໍ້ ແລະ ພຶດຕິກຳທີ່ອາດສົ່ງຜົນກະ ທົບຕໍ່ການຮຽນ ແລະ ອະນາຄົດ ຂອງຕົນ. ການເປີດສົກຮຽນໃໝ່ 20262027 ຈຶ່ງບໍ່ພຽງແຕ່ເປັນການ ເລີ່ມຕົ້ນບົດຮຽນອີກຮອບໜຶ່ງເທົ່າ ນັ້ນ, ແຕ່ຍັງເປັນຈຸດເລີ່ມຕົ້ນໃໝ່ ຂອງຄວາມຫວັງສຳລັບນັກຮຽນ ຫລາຍລ້ານຄົນ, ໃນການສະສົມ ຄວາມຮູ້, ພັດທະນາທັກສະ ແລະ ກະກຽມຕົນເອງສຳລັບອະນາຄົດ. ການສຶກສາຍັງຄົງເປັນພື້ນຖານ ສຳຄັນຂອງການພັດທະນາຄົນ ແລະ ການພັດທະນາປະເທດຊາດ. ດັ່ງນັ້ນ, ສົກຮຽນໃໝ່ຈຶ່ງເປັນອີກ ກ້າວໜຶ່ງຂອງຄວາມພະຍາຍາມ ຮ່ວມກັນ ຂອງຄູ-ອາຈານ, ນັກ ຮຽນ-ນັກສຶກສາ, ຜູ້ປົກຄອງ, ຊຸມ ຊົນ ແລະ ພາກສ່ວນຕ່າງໆ ໃນການ ສ້າງຄົນຮຸ່ນໃໝ່ໃຫ້ມີຄວາມຮູ້, ມີທັກ ສະ, ມີຄຸນສົມບັດ ແລະ ມີຄວາມ ສາມາດ ເພື່ອຮ່ວມສ້າງສາປະເທດ ຊາດໃນອະນາຄົດ.
RkJQdWJsaXNoZXIy MTc3MTYxMQ==