01/09/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປິດຊຸດຝຶກອົບຮົມ...ິຸຶົົ “ພິທີການທູດ ແລະ ພາສາອັງກິດ ສໍາລັບພັນລະຍາການນໍາ” ໃນ ວັນທີ 28 ສິງຫາ 2026 ໂດຍ ໃຫ້ກຽດເປັນປະທານຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ, ມີທ່ານນາງ ເມແກນ ຈອນ ເອກອັກຄະລັດຖະທູດ ອົດຕຣາລີ ປະຈຳລາວ, ມີພະນັກ ງານສະຖານທູດ, ຕາງໜ້າຈາກ ບັນດາກົມພາຍໃນກະຊວງການ ຕ່າງປະເທດ, ຄະນະສະຖາບັນການ ຕ່າງປະເທດ, ວິທະຍາກອນ, ຄະນະ ຮັບຜິດຊອບຊຸດຝຶກອົບຮົມ ແລະ ສຳ ເພີ່ມທະວີການຮ່ວມມື...ີ່ີ່ື ເຈົ້າໜ້າທີ່ພາກລັດ ແລະ ຜູ້ຊ່ຽວຊານ ຈາກ 6 ປະເທດລຽບຕາມແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ ເຂົ້າຮ່ວມ. ງານດັ່ງກ່າວເປັນເວທີສຳຄັນໃນ ການແລກປ່ຽນຄວາມຄິດເຫັນ ເພື່ອ ເສີມສ້າງການຮ່ວມມືດ້ານສື່ມວນ ຊົນ ແລະ ສົ່ງເສີມຄວາມເຂົ້າໃຈເຊິ່ງ ກັນ ແລະ ກັນໃນພາກພື້ນ. ສຳລັບ ຄະນະຜູ້ແທນ ສປປ ລາວ ປະກອບ ດ້ວຍຕົວແທນຈາກບັນດາແຂວງ ແລະ ອົງການສື່ມວນຊົນເຂົ້າຮ່ວມ. ກິດຈະກຳສຳຄັນຄັ້ງນີ້, ມີງານ ສົນທະນາຈາກແຫລ່ງກຳເນີດແມ່ ຂປລ. ສະຖານເອກອັກຄະລັດ ຖະທູດສິງກະໂປ ປະຈໍາ ສປປ ລາວ ຈັດງານສະເຫລີມສະຫລອງວັນ ຊາດສິງກະໂປ ຄົບຮອບ 61 ປີ ໃນ ວັນທີ 27 ສິງຫາ 2026 ຢູ່ນະຄອນ ຫລວງວຽງຈັນໂດຍມີທ່ານວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງ ຊາດ, ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາລັດຖະ ມົນຕີ, ຮອງລັດຖະມົນຕີ, ທູຕານຸ ທູດ, ຜູ້ຕາງໜ້າອົງການຈັດຕັ້ງ ສາກົນປະຈຳລາວ, ພ້ອມດ້ວຍແຂກ ຖືກເຊີນເຂົ້າຮ່ວມ. ໂອກາດນີ້, ທ່ານ ອອງ ຊຽວ ເກ ເອກອັກຄະລັດຖະທູດສິງກະໂປ ປະ ຈໍາ ລາວ ໄດ້ກ່າວວ່າ: ງານສະເຫລີມ ສະຫລອງວັນຊາດ ສິງກະໂປ ໃນປີ ນີ້, ມີຄວາມໝາຍສຳຄັນພິເສດ ເນື່ອງຈາກພວກເຮົາຍັງຢູ່ໃນບັນ ຍາກາດສະເຫລີມສະຫລອງຄົບຮອບ 25 ປີ ຄູ່ຮ່ວມມືເພື່ອການພັດທະນາ ລະຫວ່າງ ສປປ ລາວ ແລະ ສິງກະ ໂປ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນ ຜົນງານອັນພົ້ນເດັ່ນຂອງສິງກະໂປ ຕະຫລອດໄລຍະ 61 ປີ ຜ່ານມາ ເປັນຕົ້ນຄວາມສາມັກຄີທາງສັງຄົມ, ສະຖຽນລະພາບທາງການເມືອງ, ການເຕີບໂຕ ແລະ ພັດທະນາທາງ ເສດຖະກິດຢ່າງຕໍ່ເນື່ອງ. ທ່ານ ອອງ ຊຽວ ເກ ຍັງໃຫ້ ຮູ້ອີກວ່າ : ສປປ ລາວ ແລະ ສິງກະໂປ ເປັນປະເທດທີ່ມີຄວາມ ຄ້າຍຄືກັນ ແລະ ເປັນຄູ່ຮ່ວມງານ ທີ່ໃກ້ຊິດໃນເວທີອາຊຽນ ພວກ ເຮົາເຮັດວຽກເພື່ອຜົນປະໂຫຍດ ຮ່ວມກັນ, ຊຸກຍູ້ໃຫ້ເສດຖະກິດ ໃນພາກພື້ນຂອງພວກເຮົາມີການ ເຊື່ອມໂຍງ, ໝັ້ນຄົງ ແລະ ເປີດ ກວ້າງ, ການພັດທະນາຊັບພະ ຍາກອນມະນຸດແມ່ນຮາກຖານ ສຳຄັນຂອງການຮ່ວມມືສອງ ຝ່າຍ. ມາຮອດປັດຈຸບັນ, ພະນັກ ງານ-ລັດຖະກອນລາວ ເກືອບ 18.000 ຄົນ ໄດ້ເຂົ້າຮ່ວມຝຶກອົບ ຮົມຫລັກສູດຕ່າງໆ ເຊັ່ນ: ດ້ານການ ເສີມສ້າງຄວາມເຂ້ມແຂງ ແລະ ການພັດທະນາວິຊາຊີບພາຍໃຕ້ ໂຄງການຮ່ວມມືສິງກະໂປ(SCP). ການແລກປ່ຽນຄວາມຮູ້ຢ່າງຕໍ່ ເນື່ອງຍັງໄດ້ຊ່ວຍເສີມສ້າງຄວາມ ເຂັ້ມແຂງທາງດ້ານການບໍລິຫານ, ສົ່ງເສີມການຫັນປ່ຽນສູ່ດີຈິຕອນ ແລະ ພັດທະນາທັກສະດ້ານເຕັກ ນິກໃນຫລາຍຂະແໜງການຂອງ ສປປ ລາວ. ຂ່າວ: ສຸກທະວີ lt4kom6 fly 'dt3x xt9e]k; 9a f'ko]h P'lts]v';a o-kf 7q [Iv[ 61 xu ການນໍາຂັ້ນສູງຂອງລາວ...ໍັູ້ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ແລະ ສະຫາຍ ນາງສູນທອນໄຊຍະຈັກຮັກສາການ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງໂທລະເລກ ອວຍພອນເຖິງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກກອມມູນິດຫວຽດ ນາມ, ປະທານປະເທດ ແຫ່ງ ສາ ທາລະນະລັດສັງຄົມນິຍົມຫວຽດ ນາມ, ສະຫາຍ ເລ ມິງ ຮຶງ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ເຈີນ ແທັງ ເໝີ້ນ ປະທານສະພາ ແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເນື່ອງໃນ ໂອກາດວັນຊາດ ແຫ່ງ ສາທາລະ ນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ. ເນື້ອໃນໂທລະເລກອວຍພອນໄດ້ ລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິ ຍົມຫວຽດນາມ ຄົບຮອບ 81 ປີ (02/09/1945-02/09/2026) ຕາງໜ້າໃຫ້ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດ ລາວ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າຂໍສົ່ງຄວາມຂໍ່າ ນັບຊົມເຊີຍອັນອົບອຸ່ນ, ໄມຕີຈິດ ມິດຕະພາບອັນດູດດື່ມ ແລະ ພອນ ໄຊອັນປະເສີດຖານສະຫາຍອ້າຍ ນ້ອງມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍໄປຍັງຄະນະ ບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ລັດຖະບານ, ສະພາ ແຫ່ງຊາດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງທຸກຖ້ວນໜ້າ. ພວກຂ້າພະເຈົ້າມີຄວາມປິຕິຊົມ ຊື່ນ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ ເຫັນວ່າຕະຫລອດໄລຍະ 81 ປີ ຜ່ານ ມາ ໂດຍສະເພາະແມ່ນໃນໄລຍະ 40 ປີແຫ່ງການປ່ຽນແປງໃໝ່, ພາຍໃຕ້ ການນຳພາອັນສະຫລາດສ່ອງໃສ ຂອງ ພັກກອມມູນິດຫວຽດນາມ ອັນ ມີປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ເປັນ ຜູ້ກໍ່ຕັ້ງນັ້ນ, ປະຊາຊົນຫວຽດນາມ ວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງ ຍາກນາໆປະການ ແລະ ສາມາດ ຍາດໄດ້ຜົນສຳເລັດອັນໃຫຍ່ຫລວງ ຮອບດ້ານໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເສດຖະກິດຂະຫຍາຍຕົວໃນລະດັບ ສູງ, ການເມືອງມີສະຖຽນລະພາບ ໜັກແໜ້ນ, ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການປັບປຸງໃຫ້ດີ ຂຶ້ນຢ່າງບໍ່ຢຸດຢັ້ງ, ບົດບາດອິດທິພົນ ຂອງຫວຽດນາມ ໄດ້ຮັບການຍົກ ສູງໃນເວທີພາກພື້ນ ແລະ ສາກົນ. ບັນດາຜົນສຳເລັດທີ່ມີຄວາມໝາຍ ປະຫວັດສາດ ດັ່ງກ່າວ ໄດ້ກາຍເປັນ ບົດຮຽນອັນລໍ້າຄ່າ ແລະ ເປັນກຳລັງ ໃຈອັນໃຫຍ່ຫລວງໃຫ້ແກ່ ສປປ ລາວ ພວກຂ້າພະເຈົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດຂອງຕົນ. ພວກຂ້າພະເຈົ້າມີຄວາມພາກ ພູມໃຈເປັນຢ່າງຍິ່ງທີ່ເຫັນວ່າສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມ ມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ ທີ່ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກເປັນຜູ້ລິເລີ່ມ ແລະ ໄດ້ຮັບການເພີ່ມພູນຄູນສ້າງດ້ວຍ ເລືອດເນື້ອຂອງບັນດານັກຮົບປະ ຕິວັດ, ສືບຕໍ່ໄດ້ຮັບການເສີມຂະ ຫຍາຍຢ່າງເລິກເຊິ່ງ, ກາຍເປັນມູນ ມໍລະດົກອັນລໍ້າຄ່າ ແລະ ເປັນປັດ ໄຈຕັດສິນໄຊຊະນະຂອງພາລະກິດ ປະຕິວັດຂອງແຕ່ລະປະເທດ. ໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າຂໍສະແດງຄວາມຮູ້ ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈ ຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ການສະໜັບສະໜູນ ແລະ ຊ່ວຍ ເຫລືອອັນລໍ້າຄ່າ, ໝົດຈິດໝົດໃຈ ແລະມີປະສິດທິຜົນໃຫ້ແກ່ສປປລາວ ໂດຍຕະຫລອດມາທັງໃນໄລຍະຕໍ່ສູ້ ກູ້ຊາດເມື່ອກ່ອນ ກໍຄື ໄລຍະແຫ່ງ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃນປັດຈຸບັນ. ພວກຂ້າພະເຈົ້າຂໍຢືນຢັນຢ່າງ ໜັກແໜ້ນວ່າເຖິງສະພາບການ ພາກພື້ນ ແລະ ສາກົນ ຈະຜັນແປ ໄປຢ່າງສະຫລັບສັບຊ້ອນແນວໃດ ກໍຕາມ, ພັກ, ລັດ ແລະ ປະຊາຊົນ ລາວ ຈະສືບຕໍ່ຮ່ວມມືຢ່າງແໜ້ນ ແຟ້ນກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ເພື່ອປົກປັກ ຮັກສາ ແລະ ເພີ່ມພູນຄູນສ້າງສາຍ ພົວພັນພິເສດທີ່ມີໜຶ່ງບໍ່ມີສອງໃນ ໂລກຂອງພວກເຮົາໃຫ້ຈະເລີນງອກ ງາມ ແລະ ໝັ້ນຄົງຂະໜົງແກ່ນ ຕະຫລອດກາລະນານ, ເພື່ອຜົນປະ ໂຫຍດລວມຂອງປະຊາຊົນສອງ ຊາດ ກໍຄື ເພື່ອປະກອບສ່ວນເຂົ້າໃນ ການຮັກສາສັນຕິພາບ, ສະຖຽນລະ ພາບ ແລະ ການພັດທະນາໃນພາກ ພື້ນ ແລະ ໃນໂລກ. ພວກຂ້າພະເຈົ້າຂໍອວຍພອນໃຫ້ ປະຊາຊົນຫວຽດນາມອ້າຍນ້ອງ, ພາຍໃຕ້ການນຳພາອັນສະຫລາດ ສ່ອງໃສຂອງພັກກອມມູນິດຫວຽດ ນາມ ໂດຍມີສະຫາຍ ໂຕ ເລິມ ເປັນຜູ້ ນຳພາ, ຈົ່ງສືບຕໍ່ຍາດໄດ້ຜົນສຳເລັດ ອັນໃໝ່ໃຫຍ່ຫລວງກວ່າເກົ່າໃນ ການຜັນຂະຫຍາຍ ແລະ ຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດ ນາມ, ບັນລຸໄດ້ເປົ້າໝາຍສ້າງ ສສ ຫວຽດນາມ ໃຫ້ເປັນປະເທດອຸດສາ ຫະກຳຕາມທິດທັນສະໄໝໃນປີ 2030 ແລະ ວິໄສທັດການພັດທະ ນາປະເທດຮອດປີ 2045 ເພື່ອ ສ້າງປະເທດຊາດຮັ່ງມີເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມ ຜາສຸກ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນມີກຽດຂອງຕົນ, ສືບ ຕໍ່ນຳພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງໜັກແໜ້ນຕາມຈຸດ ໝາຍທີ່ວາງໄວ້. ອວຍພອນໃຫ້ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະ ໜົງແກ່ນ ແລະ ສວຍສົດງົດງາມ ຕະຫລອດກາລະນານ. ໃນວັນດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະ ການສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ ໄດ້ສົ່ງໂທລະເລກອວຍພອນເຖິງ ສະຫາຍ ເລ ຮວາຍ ຈຸງ ກຳມະການ ກົມການເມືອງສູນກາງພັກກອມມູ ນິດຫວຽດນາມ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສາທາ ລະນະລັດສັງຄົມນິຍົມຫວຽດນາມ ເນື່ອງໃນໂອກາດວັນຊາດ ແຫ່ງ ສາ ທາລະນະລັດສັງຄົມນິຍົມຫວຽດ ນາມ ຄົບຮອບ 81 ປີ ເຊັ່ນດຽວກັນ. ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ເວທີປຶກສາຫາລືສື່ມວນຊົນການ ຮ່ວມມືລ້ານຊ້າງ-ແມ່ນ້ຳຂອງ. ທ່ານ ນາງ ສີວັນໄຊ ສີພັນຄໍາ ຮອງຜູ້ອໍານວຍການໃຫຍ່ສຳນັກ ຂ່າວສານປະເທດລາວ (ຂປລ) ໄດ້ຕາງໜ້າໃຫ້ສື່ມວນຊົນລາວ ໄດ້ ມີຄຳເຫັນວ່າ: ການມີສ່ວນຮ່ວມ ໃນການຮ່ວມມືແມ່ນ້ຳລ້ານຊ້າງແມ່ນ້ຳຂອງ ບໍ່ແມ່ນເລື່ອງໃໝ່ສຳ ລັບສື່ມວນຊົນລາວ. ຍ້ອນວ່າໃນ ປີ 2018, ສປປ ລາວ ເຄີຍໄດ້ຮັບ ກຽດເປັນເຈົ້າພາບຈັດງານສື່ມວນ ຊົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ຢູ່ນະຄອນຫລວງວຽງຈັນມາແລ້ວ. ປະສົບການໃນຄັ້ງນັ້ນມີຄວາມ ໝາຍຢ່າງເລິກເຊິ່ງ ເນື່ອງຈາກໄດ້ ເຕົ້າໂຮມຕົວແທນສື່ມວນຊົນຈາກ 6 ປະເທດລຽບແມ່ນໍ້າຂອງ ມາພົບ ປະກັນ ເພື່ອແລກປ່ຽນບົດຮຽນ, ຮັດແໜ້ນສາຍພົວພັນດ້ານວິຊາຊີບ ແລະ ປຶກສາຫາລືວິທີການສົ່ງເສີມ ຄວາມເຂົ້າໃຈອັນດີລະຫວ່າງປະ ເທດສະມາຊິກ. ເມື່ອຫວນຄືນຫລັງ, ປະສົບການ ຜ່ານມາໄດ້ສອນບົດຮຽນອັນລ້ຳ ຄ່າວ່າ: ການຮ່ວມມືທີ່ກຳນົດດ້ວຍ ຄວາມສຳພັນ ກໍຄື ການຮ່ວມມື ດ້ານສື່ມວນຊົນບໍ່ແມ່ນພຽງແຕ່ ການແລກປ່ຽນຂໍ້ມູນຂ່າວສານ ເທົ່ານັ້ນ, ແຕ່ແມ່ນການສ້າງສາຍ ມະນາກອນເຂົ້າຮ່ວມ. ຊຸດຝຶກອົບຮົມດັ່ງກ່າວ, ຈັດ ຂຶ້ນເປັນຊຸດທີ 2 ໄດ້ດໍາເນີນເປັນ ເວລາ 3 ວັນ ແຕ່ວັນທີ 26-28 ສິງຫາ 2026 ໂດຍໄດ້ຮັບການ ສະໜັບສະໜູນດ້ານງົບປະມານ ຈາກສະຖານທູດອົດຕຣາລີ ປະຈໍາ ສປປ ລາວ ແລະ ກະຊວງການ ຕ່າງປະເທດ, ຈຸດປະສົງຂອງການ ຈັດຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອສືບ ຕໍ່ເສີມສ້າງຄວາມຮັບຮູ້ ແລະ ຄວາມ ເຂົ້າໃຈກ່ຽວກັບວຽກງານພິທີການ ທູດ ແລະ ເປັນການກະກຽມທັກສະ ພາສາອັງກິດສໍາລັບການສື່ສານ ໃຫ້ແກ່ບັນດາພັນລະຍາການນໍາຂັ້ນ ສູງຈາກພາກສ່ວນຕ່າງໆເປັນຕົ້ນ ຈາກສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ຄະນະພົວພັນຕ່າງ ປະເທດສູນກາງພັກ ແລະ ບັນດາ ກະຊວງ ກໍຄື ອົງການທຽບເທົ່າ ເພື່ອ ນໍາໄປໝູນໃຊ້ເຂົ້າໃນການເຄື່ອນ ໄຫວຕາມພາລະບົດບາດຂອງຄອບ ຄົວການນໍາເນື່ອງໃນໂອກາດວັນ ສໍາຄັນຕ່າງໆຂອງຊາດ ລວມທັງໂອ ກາດຕ້ອນຮັບຜູ້ນໍາຕ່າງປະເທດ ທີ່ ເດີນທາງມາຢ້ຽມຢາມ ສປປ ລາວ ກໍຄື ເນື່ອງໃນໂອກາດທີ່ການນໍາຂັ້ນ ສູງຂອງລາວເດີນທາງເຂົ້າຮ່ວມ ກອງປະຊຸມສາກົນຕ່າງໆ. ຊຸດຝຶກອົບຮົມໄດ້ຮັບຜົນສໍາເລັດ ຢ່າງຈົບງາມ, ບັນດາຜູ້ເຂົ້າຮ່ວມມີ ຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ວຽກງານພິທີການທູດ, ມາລະຍາດ ທາງສັງຄົມ, ການກະກຽມດ້ານ ພິທີການສໍາລັບການເຄື່ອນໄຫວຢູ່ ພາຍໃນ ແລະ ຕ່າງປະເທດ, ການ ຕ້ອນຮັບແຂກຂັ້ນສູງຈາກຕ່າງປະ ເທດ, ພ້ອມທັງໄດ້ມີການຝຶກຊ້ອມ ການເຮັດຈໍາລອງເຫດການຕົວ ຈິງ. ນອກຈາກນີ້, ຜູ້ເຂົ້າຮ່ວມກໍໄດ້ ມີໂອກາດແລກປ່ຽນປະສົບການ ໃນການເຄື່ອນໄຫວວຽກງານຕົວ ຈິງ ໂດຍສະເພາະບົດຮຽນໃນການ ເຄື່ອນໄຫວກິດຈະກຳຕ່າງໆຂອງ ພັນລະຍາການນໍາອາຊຽນ ທີ່ຕິດພັນ ກັບກອງປະຊຸມສຸດຍອດອາຊຽນ ເນື່ອງໃນໂອກາດທີ່ ສປປ ລາວ ເປັນ ປະທານໝູນວຽນອາຊຽນ ໃນຊຸມ ປີ 2024 ຊຶ່ງເປັນບົດຮຽນທີ່ສໍາຄັນ ໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ເພື່ອນໍາໄປ ໝູນໃຊ້ໃນການປະຕິບັດວຽກງານ ຕົວຈິງໃນເວລາຕິດຕາມການນໍາ ໄປເຄື່ອນໄຫວວຽກງານທັງພາຍໃນ ແລະ ຕ່າງປະເທດ ໃນຕໍ່ໜ້າ. ພົວພັນລະຫວ່າງບຸກຄົນ ຊຶ່ງເປັນຜູ້ ບອກເລົ່າເລື່ອງລາວຕົວຈິງ. ການ ທີ່ນັກຂ່າວ ແລະ ອົງການສື່ມວນ ຊົນມີໂອກາດພົບປະ, ຢ້ຽມຢາມ ຊຸມຊົນ ແລະ ເຂົ້າໃຈສະພາບຕົວ ຈິງຂອງກັນ ແລະ ກັນ ຈະຊ່ວຍ ໃຫ້ມີຄວາມພ້ອມສູງຂຶ້ນໃນການ ບອກເລົ່າເລື່ອງລາວລະດັບພາກພື້ນ ຢ່າງເລິກເຊິ່ງ ແລະ ກວມລວມບໍລິ ບົດຕົວຈິງ. ໃນໄລຍະຜ່ານມາ, ບົດບາດ ຫລັກຂອງສື່ມວນຊົນລາວ ໂດຍ ສະເພາະແມ່ນສຳນັກຂ່າວສານ ປະເທດລາວ ແມ່ນການລາຍງານ ຄວາມຄືບໜ້າຂອງການຮ່ວມມື ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ສູ່ ສາຍຕາສາທາລະນະຊົນ. ແຕ່ວ່າ ໃນຍຸກປັດຈຸບັນ, ບົດບາດຂອງສື່ ມວນຊົນສາມາດເຮັດໄດ້ຫລາຍ ກວ່ານັ້ນ, ກ້າວຂ້າມການລາຍງານ ແບບຜິວເຜີນ: ແທນທີ່ຈະສຸມໃສ່ ພຽງແຕ່ວ່າມີຫຍັງເກີດຂຶ້ນ, ຫັນມາ ໃຫ້ຄວາມສົນໃຈຫລາຍຂຶ້ນຕໍ່ “ສິ່ງທີ່ ມີການປ່ຽນແປງ” ໃນສັງຄົມ ແລະ ຊຸມຊົນ. ພ້ອມຮຽນຮູ້ ແລະ ແບ່ງປັນ ວົງການສື່ມວນຊົນລາວ ມີຄວາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ແລະ ຮັບເອົາບົດຮຽນອັນເປັນປະ ໂຫຍດຈາກຄູ່ຮ່ວມມືໃນພາກພື້ນ. ທ່ານ ນາງ ສີວັນໄຊ ສີພັນຄໍາ ຍັງໄດ້ເນັ້ນວ່າ: ໃນການພົບປະກັນ ຄັ້ງຕໍ່ໆໄປ, ຄວາມສຳເລັດຂອງ ພວກເຂົາບໍ່ຄວນວັດແທກພຽງ ແຕ່ຈຳນວນບົດຄວາມທີ່ຖືກຕີພິມ ເທົ່ານັ້ນ, ແຕ່ຄວນວັດແທກຈາກ “ຄວາມປະທັບໃຈ ແລະ ຄວາມເລິກ ເຊິ່ງ” ຂອງເລື່ອງລາວທີ່ໄດ້ແບ່ງປັນ ຮ່ວມກັນຢ່າງແທ້ຈິງ.
RkJQdWJsaXNoZXIy MTc3MTYxMQ==