gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 01/09/2026 xtgmf]k; ພະແນກ ສສກ... ໄຂກອງປະຊຸມໃຫຍ່...ຸ່ ຮອງນາຍົກລັດຖະມົນຕີ...ົັົີ ສະຫລອງວັນຊາດ...ັ ຂປລ. ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ຈັດພິທີໄຂສົກຮຽນໃໝ່ 20262027 ທົ່ວນະຄອນຫລວງວຽງຈັນ ຂປລ. ໃນໂອກາດວັນຊາດສາທາ ລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (2 ກັນຍາ 19452 ກັນຍາ 2026), ໃນຕອນເຊົ້າ ວັນທີ 28 ສິງຫາ 2026 ນີ້, ຄະນະ ນຳຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ (ຫສນຍ) ນໍາໂດຍ ສະຫາຍ ບົວຄົງ ນາມມະວົງ ລັດຖະ ມົນຕີ, ຫົວໜ້າ ຫສນຍ ພ້ອມດ້ວຍ ຄະນະໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ. ສະຫາຍ ບົວຄົງ ນາມມະວົງ ໄດ້ ຕາງໜ້າໃຫ້ຄະນະພັກ-ຄະນະນຳ ແລະ ພະນັກງານ-ລັດຖະກອນທົ່ວ ຫສນຍ ກ່າວອວຍພອນໄຊອັນປະ ເສີດແດ່ສະຫາຍ ຫງວຽນ ມິງ ເຕີມ ແລະ ຜ່ານສະຫາຍໄປຍັງການນຳ ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 81 ຈົ່ງມີສຸ ຂະພາບພະລານາໄມສົມບູນ, ແຂງ ແຮງ, ມີຜົນສໍາເລັດໃນໜ້າທີ່ວຽກ ງານ ແລະ ສືບຕໍ່ຮ່ວມມືເພີ່ມພູນຄູນ ສ້າງສາຍພົວພັນ ລາວ-ຫວຽດນາມ ໃຫ້ນັບມື້ເລິກເຊິ່ງ, ແໜ້ນແຟ້ນ ແລະ ຍືນຍົງຕະຫລອດໄປ. ພ້ອມກັນນັ້ນ, ກໍໄດ້ເນັ້ນຢໍ້າຈະສືບຕໍ່ປະສານງານ, ພົວພັນຮ່ວມມື ແລະ ປະກອບສ່ວນ ຢ່າງສຸດຄວາມສາມາດເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຂອງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອ ອັນດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ແໜ້ນແຟ້ນ, ແຕກດອກອອກ ຜົນ ແລະ ຈະເລີນງອກງາມບໍ່ຢຸດຢັ້ງ. ສະຫາຍ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈມາຍັງ ຄະນະນຳ ຫສນຍ ທີ່ໃຫ້ຄວາມສຳ ຄັນ ແລະ ຮ່ວມອວຍພອນເນື່ອງ ໃນວັນຊາດຫວຽດນາມ ຄົບຮອບ 81 ປີ, ພ້ອມທັງຕີລາຄາສູງຕໍ່ມູນ ເຊື້ອການພົວພັນຮ່ວມມືອັນດີງາມ ລະຫວ່າງ ຫວຽດນາມ-ລາວ, ລາວ-ຫວຽດນາມ ຕະຫລອດໄລຍະ ທີ່ຜ່ານມາ ຊຶ່ງການເຂົ້າອວຍພອນ ຄັ້ງນີ້ ໄດ້ສະແດງເຖິງມິດຕະພາບ ອັນຍິ່ງໃຫຍ່ ແລະ ສາຍສຳພັນທີ່ ແໜ້ນແຟ້ນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດ ນາມ ຢ່າງແທ້ຈິງ ໂດຍຈະສືບເພີ່ມ ພູນຄູນສ້າງມູນເຊື້ອອັນດີງາມດັ່ງ ກ່າວໃຫ້ນັບມື້ເລິກເຊິ່ງ, ກວ້າງຂວາງ ແລະ ໝັ້ນຄົງຕະຫລອດໄປ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ. ສະຫາຍ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າ ຫສນຍ ( ຂວາ ) 7totoe slop g0Q kv;prvo ;a o-kfs;Pfok, 7q [Iv[ 81 xu ເປັນປະທານຂອງສະຫາຍ ນາງ ພອນວັນ ອຸທະວົງ ເລຂາຄະນະບໍລິ ຫານງານພັກ ຄລທ, ຮອງລັດຖະ ມົນຕີ, ຮອງປະທານ ຄລທ ຜູ້ປະຈໍາ ການ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ສະເຫລີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ຜູ້ປະ ຈໍາການລັດຖະບານ, ປະທານຄະນະ ກໍາມະການສົ່ງເສີມ ແລະ ຄຸ້ມຄອງ ການລົງທຶນ, ມີບັນດາກໍາມະການ ສົມບູນ, ສໍາຮອງສູນກາງພັກ, ການ ນໍາຂັ້ນສູງຈາກກະຊວງ, ພ້ອມດ້ວຍ ສະມາຊິກພັກຂອງບັນດາໜ່ວຍ ພັກ ທີ່ຂຶ້ນກັບອົງຄະນະພັກ ຄລທ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ນາງ ພອນວັນ ອຸທະວົງ ໄດ້ຜ່ານຮ່າງລາຍ ງານການເມືອງຂອງຄະນະບໍລິ ຫານງານພັກຄະນະກໍາມະການສົ່ງ ເສີມ ແລະ ຄຸ້ມຄອງການລົງທຶນ. ຈາກນັ້ນ, ສະຫາຍ ວັນທະນາ ນໍລິນທາ ຮອງເລຂາຄະນະບໍລິຫານ ງານພັກ ຄລທ ກໍໄດ້ຜ່ານຮ່າງແຜນ ພັດທະນາຂະແໜງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ຈາກ ນັ້ນ, ກອງປະຊຸມໄດ້ພ້ອມກັນຄົ້ນ ຄວ້າ, ປະກອບຄໍາຄິດຄໍາເຫັນຕໍ່ ຮ່າງລາຍງານການເມືອງ, ແຜນ ພັດທະນາຂະແໜງການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຊຶ່ງໄດ້ ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງ ຄ້າງ, ສາເຫດ, ບົດຮຽນໃນການນໍາ ພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃນໄລຍະຜ່ານມາ. ກອງປະຊຸມໄດ້ລົງປະຊາມະຕິຮັບ ຮອງເອົາບົດລາຍງານການເມືອງ ແລະ ແຜນພັດທະນາຂະແໜງການ ລົງທຶນ ໄລຍະ 5 ປີເພື່ອເປັນບ່ອນ ອີງຈັດຕັ້ງປະຕິບັດວຽກງານວິຊາ ສະເພາະຂອງອົງຄະນະພັກ ຄລທ ໃນໄລຍະ 5 ປີຕໍ່ໜ້າ. ໂອກາດນີ້, ສະຫາຍສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາ ການ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຊູ ເຫວີນກວ່າງ ຄະນະປະຈໍາພັກ ແຂວງ, ຮອງເຈົ້າແຂວງ ເຈີຈ່ຽງ ສປ ຈີນ ໃນໂອກາດເດີນທາງມາ ຢ້ຽມຢາມ ສປປ ລາວ ໃນລະຫວ່າງ ວັນທີ 27-30 ສິງຫາ 2026. ໂອກາດນີ້, ສະຫາຍສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ຊູ ເຫວີນ ກວ່າງ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງການໃຫ້ ຄວາມສໍາຄັນ ແລະ ຄວາມເອົາໃຈ ໃສ່ສູງໃນການຜັນຂະຫຍາຍຜົນ ຂອງການຢ້ຽມຢາມລັດຖະກິດຢູ່ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ໃນເດືອນ ມິຖຸນາ 2026 ທີ່ຜ່ານມາ ແລະ ການຢ້ຽມຢາມຄັ້ງນີ້ໄດ້ມີຂຶ້ນໃນ ທ່າມກາງທີ່ສອງປະເທດ ລາວ ແລະ ຈີນ ກໍາລັງຮ່ວມກັນຈັດກິດຈະກໍາ 2026 ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມ ການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງ ພັກ, ບັນດາເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າອົງການຈັດຕັ້ງ ສາກົນຢູ່ລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ ໄດ້ຍົກໃຫ້ ເຫັນມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍ ປະເທດຊາດ ໃນໄລຍະຜ່ານມາ ຊຶ່ງ ໃນໄລຍະ 81 ປີທີ່ຜ່ານມາ, ພາຍໃຕ້ ການນຳພາຂອງພັກກອມມູນິດ ຫວຽດນາມ ດ້ວຍແນວຄິດອັນເປັນ ອະມະຕະທີ່ວ່າ“ບໍ່ມີສິ່ງໃດທີ່ປະເສີດ ເລີດລໍ້າເໜືອກວ່າເອກະລາດ ແລະ ອິດສະລະພາບ”, ທົ່ວປວງຊົນ ທັງຊາດຫວຽດນາມ ໄດ້ສາມັກຄີ ເປັນຈິດໜຶ່ງໃຈດຽວ, ຮ່ວມກັບ ນ້ຳໃຈສາມັກຄີສາກົນ ອັນບໍລິສຸດ ຜຸດຜ່ອງນໍາເອົາການປະຕິວັດຂອງ ຫວຽດນາມ ຈາກໄຊຊະນະນີິ້ສູ່ໄຊ ຊະນະອື່ນ, ປະຕິບັດສຳເລັດພາ ລະກິດປົດປ່ອຍຊາດ ແລະ ທ້ອນ ໂຮມປະເທດຊາດເປັນເອກະພາບ ແລະ ພວມປະຕິບັດພາລະກິດປ່ຽນ ແປງໃໝ່ສຳເລັດຜົນ, ກ້າວໄປສູ່ ສັງຄົມນິຍົມຢ່າງໜັກແໜ້ນ. ທ່ານ ຫງວຽນ ມິງ ເຕີມ ຍັງ ໃຫ້ຮູ້ອີກວ່າ: ໃນວັນທີ 2 ກັນຍາ 1945 ຢູ່ສະໜາມຫລວງບາດິ່ງ, ທີ່ນະຄອນຫລວງຮ່າໂນ້ຍ, ປະທານ ໂຮ່ຈີ່ມິງ ໄດ້ອ່ານບົດຖະແຫລງປະ ກາດເອກະລາດ ຊຶ່ງໄດ້ປະກາດ ໃຫ້ທົ່ວປວງຊົນທັງຊາດ ແລະ ທົ່ວໂລກຊາບກ່ຽວກັບຄວາມເປັນ ເອກະລາດ, ອິດສະລະພາບ, ຄວາມ ສະເໝີພາບຂອງຊາດຫວຽດນາມ ແລະ ການສະຖາປະນາສາທາລະ ນະລັດ ປະຊາທິປະໄຕຫວຽດນາມ, ປັດຈຸບັນແມ່ນປະເທດສາທາລະ ນະລັດສັງຄົມນິຍົມຫວຽດນາມ. ໃນນັ້ນ, ໄດ້ເນັ້ນໜັກວ່າ: “ປະເທດ ຫວຽດນາມ ມີສິດໄດ້ຮັບຄວາມເປັນ ເອກະລາດ, ອິດສະລະພາບ ແລະ ໃນຕົວຈິງໄດ້ກາຍເປັນປະເທດໜຶ່ງ ທີ່ມີອິດສະລະພາບ ແລະ ຄວາມ ເປັນເອກະລາດ. ທົ່ວປວງຊົນທັງ ຊາດຫວຽດນາມ ຕັດສິນໃຈຈະອຸທິດ ຈິດໃຈ ແລະ ກຳລັງແຮງ, ຊີວິດ ອິນຊີ ແລະ ຊັບສິນທັງໝົດ ເພື່ອ ປົກປັກຮັກສາອິດສະລະພາບ ແລະ ຄວາມເປັນເອກະລາດດັ່ງກ່າວ”. ການກຳເນີດຂອງສາທາລະນະລັດ ປະຊາທິປະໄຕຫວຽດນາມ ແມ່ນຂີດ ໝາຍຈຸດເລີ່ມຕົ້ນຂອງສັງກາດໃໝ່ ຂອງຊາດ ຊຶ່ງແມ່ນສັງກາດແຫ່ງ ຄວາມເປັນເອກະລາດ, ອິດສະລະ ພາບ ແລະ ເປັນເຈົ້າຊາຕາກຳຂອງ ຊາດ. ນັບແຕ່ນັ້ນເປັນຕົ້ນມາ, ປະຊາ ຊົນຫວຽດນາມ ໄດ້ຖືເອົາວັນທີ 2 ກັນຍາຂອງທຸກໆປີ ແມ່ນ “ວັນບຸນ ເອກະລາດ”. ຈາກພື້ນຖານເສດຖະກິດທີ່ຫລ້າ ຫລັງ, ຫວຽດນາມ ໄດ້ບືນຕົວເຮັດ ໃຫ້ພື້ນຖານເສດຖະກິດຂະຫຍາຍ ຕົວຢ່າງຕໍ່ເນື່ອງ ໂດຍສະເພາະດ້ານ ການຄ້າ ແລະ ການດຶງດູດການ ລົງທຶນຈາກຕ່າງປະເທດ, ເປັນຕ່ອງ ໂສ້ອັນສໍາຄັນຂອງ 17 ສັນຍາການ ຄ້າເສລີ (FTA) ເຊື່ອມຈອດກັບ 60 ພື້ນຖານເສດຖະກິດຫລັກໆໃນ ພາກພື້ນ ແລະ ທົ່ວໂລກ. ພ້ອມນີ້, ຫວຽດນາມ ຍັງໄດ້ສ້າງຕັ້ງສາຍພົວ ພັນທາງການທູດກັບ 194 ປະເທດ ໃນໂລກ. ໃນນັ້ນ, ມີບັນດາສະມາຊິກ ຖາວອນຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ບັນດາປະເທດ ໃຫຍ່ທັງໝົດ ແລະ ແມ່ນສະມາຊິກ ທີ່ຕັ້ງໜ້າຂອງ 70 ກວ່າອົງການ ຈັດຕັ້ງໃນພາກພື້ນ ແລະ ສາກົນ. ພັກ, ລັດ ແລະ ປະຊາຊົນຫວຽດ ນາມ ຍາມໃດກໍມີຄວາມຮັບຮູ້ຢ່າງ ເລິກເຊິ່ງວ່າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ຂອງຕົນ, ເພື່ອໃຫ້ຫວຽດນາມ ມີ ພາລະກິດອັນໜັກແໜ້ນ, ມີກໍາລັງ ບົ່ມຊ້ອນ, ມີຖານະບົດບາດ ແລະ ອິດທິພົນ, ຊື່ສຽງໃນວົງຄະນາຍາດ ສາກົນ ຄືທຸກວັນນີ້, ໄປຄຽງຄູ່ກັບ ຄວາມມານະພະຍາຍາມບຸກໜ້າບືນ ຕົວຂອງຕົນເອງແລ້ວ, ຍາມໃດກໍ ໄດ້ຮັບການສະໜັບສະໜູນ, ການ ຊ່ວຍເຫລືອອັນລ້ຳຄ່າຈາກເພື່ອນ ມິດສາກົນ ໂດຍສະເພາະແມ່ນການ ຊ່ວຍເຫລືອທີ່ໃຫຍ່ຫລວງ, ໝົດຈິດ ໝົດໃຈ, ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ. ຂ່າວ: ທະນູທອງ; ພາບ: ຂັນໄຊ ຊົມເຊີຍຕໍ່ຜົນສຳເລັດກອງປະຊຸມ, ພ້ອມທັງຮຽກຮ້ອງມາຍັງຄະນະບໍ ລິຫານງານພັກ ຄລທ ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານເພີ່ມ ຄວາມຮັບຜິດຊອບໃຫ້ສູງຂຶ້ນ, ມີ ຄວາມເດັດຂາດ ແລະ ເປັນເຈົ້າການ ສູງຂຶ້ນໃນການຜັນຂະຫຍາຍເຂົ້າ ສູ່ວຽກງານຕົວຈິງ ເພື່ອປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນຊຸມປີຕໍ່ໜ້າໃຫ້ບັນລຸ ຄາດໝາຍທີ່ວາງໄວ້, ເປັນເສນາ ທິການທີ່ເຂັ້ມແຂງໃຫ້ລັດຖະບານ ໃນການຄຸ້ມຄອງມະຫາພາກດ້ານ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ; ປັບປຸງການສ້າງແຜນໃນ ໄລຍະໃໝ່ ໃຫ້ແທດເໝາະຕົວຈິງ ຫລາຍຂຶ້ນ ແລະ ມີວິທະຍາສາດ, ປະຕິຮູບການລົງທຶນທັງພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າ ໂດຍສະເພາະການຈັດ ລຽງບຸລິມະສິດ ແລະ ໂຄງການ ທີ່ຮີບດ່ວນ, ຈໍາເປັນ ແລະ ໃຫ້ປະ ໂຫຍດແກ່ສັງຄົມ, ມີປະສິດທິຜົນ ແລະ ເຫັນຜົນໄວທາງດ້ານເສດຖະ ກິດທີ່ແທ້ຈິງຄຽງຄູ່ກັບການຈໍາກັດ ໂຄງການທີ່ບໍ່ມີປະສິດທິຜົນ ແລະ ໂຄງການລົງທຶນທີ່ແກ່ຍາວ; ເພີ່ມ ທະວີຮ່ວມມືກັບສາກົນ, ຮ່ວມມື ລາວ-ຫວຽດນາມ ແລະ ຮ່ວມມື ລາວ-ຈີນ ການຮ່ວມມືຫລາຍຝ່າຍ, ສອງຝ່າຍ ແລະ ຂອບຮ່ວມມືຕ່າງໆ; ເອົາໃຈໃສ່ແຕ່ຫົວທີວຽກງານປະ ເມີນຜົນໂຄງການລົງທຶນໃນແຕ່ລະ ໄລຍະ, ເລັ່ງໃສ່ການຕິດຕາມ-ກວດ ກາ ແລະ ປະເມີນໂຄງການຢ່າງເປັນ ລະບົບປົກກະຕິ ແລະ ຕ້ອງມີມາດຕະ ການແກ້ໄຂຢ່າງເຂັ້ມງວດ; ເລັ່ງຄົ້ນ ຄວ້າສ້າງ ຫລື ປັບປຸງບັນດານິຕິກໍາ ຕ່າງໆໃນການດຶງດູດ, ບໍລິການແລະ ຄຸ້ມຄອງການລົງທຶນ ແລະ ວຽກ ງານອື່ນໆ, ເຮັດໃຫ້ການລົງທຶນ ເອກະຊົນພາຍໃນ ແລະ ການລົງທຶນ ໂດຍກົງຈາກຕ່າງປະເທດ (FDI) ມີຄຸນນະພາບສູງຂຶ້ນປະກອບສ່ວນ ພັດທະນາເສດຖະກິດ-ສັງຄົມ ຕາມ ທິດສີຂຽວ ແລະ ຍືນຍົງ. ພາບ: ເກດສະໜາ ສະເຫລີມສະຫລອງສາຍພົວພັນ ທາງການທູດ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ, ຈີນ-ລາວ. ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ ຕາງໜ້າໃຫ້ພັກ-ລັດຖະບານ ແລະ ປະຊາຊົນລາວ ບັນດາເຜົ່າສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ພັກລັດຖະບານ ແລະ ປະຊາຊົນຈີນອ້າຍ ນ້ອງ ໂດຍສະເພາະແຂວງເຈີຈ່ຽງ ຕໍ່ການສະໜັບສະໜູນ ແລະ ຮ່ວມມື ຊ່ວຍເຫລືອ ສປປ ລາວ ຫລາຍດ້ານ ໃນໄລຍະຜ່ານມາ. ພ້ອມນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ຍັງໄດ້ ຝາກຄໍາຢື້ຢາມຖາມຂ່າວອັນອົບ ອຸ່ນໄປຍັງການນໍາພັກ-ລັດ ແຂວງ ເຈີຈ່ຽງ ທຸກຖ້ວນໜ້າ ແລະ ສະແດງ ຄວາມຂອບໃຈຢ່າງສູງຕໍ່ການຕ້ອນ ຮັບຢ່າງອົບອຸ່ນໃຫ້ແກ່ການຢ້ຽມ ຢາມ ແຂວງເຈີຈ່ຽງ ຂອງສະຫາຍ ທອງລຸນ ສີສຸລິດ ເລຂທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໃນຕົ້ນເດືອນມິຖຸນາ 2026 ທີ່ຜ່ານ ມາອັນໄດ້ກາຍເປັນຂີດໝາຍໃໝ່ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືທາງ ດ້ານເສດຖະກິດ-ການຄ້າ, ວັດທະ ນະທໍາ-ສັງຄົມ, ເຕັກໂນໂລຊີ ແລະ ນະວັດຕະກໍາລວມທັງສົ່ງເສີມໄປ ມາຫາສູ່ລະຫວ່າງປະຊາຊົນລາວ ແລະ ແຂວງເຈີຈ່ຽງ. ພິເສດ, ສະຫາຍ ສະເຫລີມໄຊ ກົມມະສິດ ຍັງໄດ້ໃຫ້ທິດຊີ້ນໍາກ່ຽວກັບການ ຈັດຕັ້ງຜັນຂະຫຍາຍຄໍາເຫັນທີ່ເປັນ ເອກະພາບຂອງສອງເລຂາທິການ ໃຫຍ່ ໂດຍສະເພາະການສະເໜີ ສ້າງຕັ້ງກົນໄກການປະສານງານ ລະຫວ່າງ ສປປ ລາວ ແລະ ແຂວງ ເຈີຈ່ຽງ ເພື່ອຊຸກຍູ້ບັນດາແຜນການ ຮ່ວມມືໃຫ້ເປັນຮູບປະທໍາໂດຍໄວ, ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໃນວຽກງານເກັບກູ້ລະ ເບີດທີ່ຍັງບໍ່ທັນແຕກ ແລະ ອື່ນໆ. ໃນໂອກາດດຽວກັນນີ້, ສະຫາຍ ຊູ ເຫວີນກວ່າງ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນ ຂອງກອງປະຊຸມແລກປ່ຽນການ ຮ່ວມມືທາງດ້ານເສດຖະກິດ ແລະ ການຄ້າລະຫວ່າງ ສປປ ລາວ ແລະ ແຂວງເຈີຈ່ຽງ ຊຶ່ງໄດ້ກາຍເປັນເວທີ ສໍາຄັນໃນການເຊື່ອມຕໍ່ທ່າແຮງບົ່ມ ຊ້ອນໃນການຮ່ວມມືຂອງທັງສອງ ຝ່າຍ, ທັງເປັນການເປີດໂອກາດ ໃຫ້ບັນດາຫົວໜ່ວຍທຸລະກິດໄດ້ມີ ໂອກາດພົບປະແລກປ່ຽນ, ຊອກຫາ ຊ່ອງທາງການຮ່ວມມືໃໝ່ໆ ແລະ ສ້າງບາດກ້າວບຸກທະລຸໃຫ້ແກ່ການ ຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນຂອງ ສປປ ລາວ ແລະ ແຂວງເຈີຈ່ຽງ ໃຫ້ຂະຫຍາຍ ຕົວຢ່າງແຂງແຮງໃນຕໍ່ໜ້າ. ພ້ອມ ກັນນີ້, ກໍໄດ້ສະແດງຄວາມຍິນດີ ແລະ ຢືນຢັນຄວາມໝາຍໝັ້ນໃນ ການສືບຕໍ່ຮັດແໜ້ນການພົວພັນ ຮ່ວມມື ແລະ ປະສານສົມທົບກັນ ຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫາຍ ຄໍາເຫັນທີ່ເປັນເອກະພາບຂອງການ ນໍາສູງສຸດຂອງສອງປະເທດ ໃຫ້ມີ ຄວາມເລິກເຊິ່ງ ແລະ ແໜ້ນແຟ້ນຍິ່ງ ຂຶ້ນໃນຊຸມປີຕໍ່ໜ້າ. ພາບ: ກິດຕາ (ນວ) ໃນວັນທີ 31 ສິງຫາ 2026 (ສໍາລັບໂຮງຮຽນຕ່າງໆໃນ ນວ ແມ່ນໃຫ້ເລີ່ມໄຂສົກຮຽນໃໝ່ ນັບ ແຕ່ວັນທີ 1 ກັນຍາ 2026 ເປັນຕົ້ນ ໄປ) ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນ ນະຄອນ ຫລວງວຽງຈັນ, ມີປະທານຄະນະ ກໍາມະການປົກຄອງເມືອງ, ຫົວໜ້າ ພະແນກ, ຮອງພະແນກ, ຫົວໜ້າ, ຮອງຫົວໜ້າຫ້ອງການສຶກສາທິ ການ ແລະ ກິລາ ບັນດາເມືອງອ້ອມ ຂ້າງ ນວ, ພ້ອມດ້ວຍຜູ້ບໍລິຫານການ ສຶກສາທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ. ຕາມການລາຍງານຂອງຫົວໜ້າ ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ທົ່ວນະຄອນຫລວງວຽງຈັນ ມີໂຮງ ຮຽນທັງໝົດ 1.170 ແຫ່ງ. ໃນນັ້ນ, ສົກຮຽນ 2025-2026 ມີນັກຮຽນ ທັງໝົດ 215.833 ຄົນ, ເພີ່ມຂຶ້ນ 2.737 ຄົນ, ມີໂຮງຮຽນລ້ຽງເດັກອະນຸບານ 427 ແຫ່ງ, ມີນັກຮຽນ 43.180 ຄົນ, ຍິງ 21.854 ຄົນ, ມີໂຮງຮຽນປະຖົມສຶກສາທັງໝົດ 538 ແຫ່ງ,ມີນັກຮຽນ82.665ຄົນ, ຍິງ 40.208 ຄົນ, ມີໂຮງຮຽນມັດ ທະຍົມສຶກສາຕອນຕົ້ນ 84 ແຫ່ງ, ມີນັກຮຽນທັງໝົດ 59.053 ຄົນ, ຍິງ 28.781 ຄົນ, ມີໂຮງຮຽນ ມັດທະຍົມຕອນປາຍ 11 ແຫ່ງ (ເປັນລັດທັງໝົດ) ມີນັກຮຽນ 30.945 ຄົນ, ຍິງ 16.052 ຄົນ ແລະ ມັດທະຍົມສົມບູນ 110 ແຫ່ງ. ສຳລັບວຽກຈຸດສຸມໃນສົກຮຽນ 2026-2027 ພະແນກສຶກສາທິ ການ ແລະ ກິລາ ນະຄອນຫລວງ ວຽງຈັນ ຈະສຸມໃສ່ຫລາຍບັນຫາ ສຳຄັນເປັນຕົ້ນການສະໜອງຄູໃຫ້ ພຽງພໍຕາມສະພາບເງື່ອນໄຂຕົວ ຈິງ, ສັບຊ້ອນຄູຕາມຊັ້ນ, ຕາມສາຍ ແລະ ສ້າງທຸກເງື່ອນໄຂໃຫ້ຄູໄດ້ຮັບ ການພັດທະນາຄວາມຮູ້, ຄວາມສາ ມາດ; ປັບປຸງພື້ນຖານໂຄງລ່າງ, ສ້າງສະພາບແວດລ້ອມທີ່ດີໃນໂຮງ ຮຽນ ແລະ ສະໜອງອຸປະກອນໃນ ການຈັດຕັ້ງການຮຽນ-ການສອນ ໃຫ້ພຽງພໍ, ພ້ອມທັງກຽມຄວາມ ພ້ອມສຳລັບການສ້າງຫ້ອງ ປ6 ເພື່ອຮອງຮັບການປັບປຸງລະບົບ ການສຶກສາ ໃໝ່ 6+3+3; ສຸມໃສ່ ການຍົກສູງຄຸນນະພາບການສຶກ ສາໃນທຸກຮູບແບບດ້ວຍການນຳ ໃຊ້ເຄື່ອງມື, ເຕັກນິກທີ່ທັນສະໄໝ ເຂົ້າມາຊ່ວຍໃນການຈັດການຮຽນການສອນ ເພື່ອໃຫ້ສອດຄ່ອງກັບ ແນວທາງການສິດສອນແບບໃໝ່ ທີ່ຫັນເປັນທັນສະໄໝ ເພື່ອເຂົ້າສູ່ຍຸກ ດີຈິຕອນເຊັ່ນ: ການສ້າງຫ້ອງສອນ ແບບທັນສະໄໝ, ຫ້ອງສອນໄອຊີທີ, ການສ້າງຫ້ອງທົດລອງ ແລະ ອື່ນໆ; ສົ່ງຄູທີ່ບໍ່ໄດ້ມາດຖານໄປຮຽນຕໍ່ ແລະ ຈະສືບຕໍ່ຊຸກຍູ້, ສົ່ງເສີມສ້າງ ໂຮງຮຽນສີຂຽວ, ສິ່ງແວດລ້ອມດີ, ໂຮງຮຽນຕົວແບບຄຸນນະພາບ ແລະ ໂຮງຮຽນນິເວດອາຊຽນ. ໂອກາດນີ້, ທ່ານອາດສະພັງທອງ ສີພັນດອນ ໄດ້ມີຄຳເຫັນໂອ້ລົມ ໂດຍ ເນັ້ນໃຫ້ຜູ້ບໍລິຫານໂຮງຮຽນທັງ ພາກລັດ ແລະ ເອກະຊົນສ້າງແຜນ ພັດທະນາໂຮງຮຽນ, ປັບປຸງແກ້ໄຂ ສິ່ງທີ່ຄົງຄ້າງໃຫ້ສອດຄ່ອງ ແລະ ແທດເໜາະກັບສະພາບການຕົວຈິງ ໃນແຕ່ລະໄລຍະ, ສ້າງເງື່ອນໄຂ ແລະ ໂອກາດໃຫ້ໂຮງຮຽນໄດ້ຮັບ ການພັດທະນາ ແລະ ຂະຫຍາຍຕົວ ຂຶ້ນໄປເລື້ອຍໆ, ພ້ອມທັງສະເໜີ ໃຫ້ຄູ-ອາຈານ ເອົາໃຈໃສ່ສິດສອນ ຢ່າງໝົດຈິດໝົດໃຈ, ຈິງໃຈແລກ ປ່ຽນຄວາມຮູ້, ປະສົບການກັບນັກ ຮຽນດ້ວຍຄວາມຮັບຜິດຊອບສູງ ກວ່າເກົ່າ, ຕ້ອງມີການວັດປະເມີນ ຜົນການຮຽນຂອງນັກຮຽນຢ່າງ ຕໍ່ເນື່ອງ, ຕິດຕາມການຮຽນຂອງ ນັກຮຽນ ແລະ ລາຍງານການເຄື່ອນ ໄຫວຕ່າງໆໃຫ້ຜູ້ປົກຄອງຮັບຮູ້ນໍາ, ຈັດສອນບຳລຸງນັກຮຽນອ່ອນໃນ ແຕ່ລະວິຊາ, ຈັດບຳລຸງນັກຮຽນເກັ່ງ ຜູ້ທີ່ມີພອນສະຫວັນ ເພື່ອສົ່ງເສີມ ໃຫ້ກາຍເປັນນັກຮຽນເກັ່ງຂອງ ວິຊາໃດໜຶ່ງເຂົ້າຮ່ວມແຂ່ງຂັນຂັ້ນ ຕ່າງໆໃຫ້ຫລາຍຂຶ້ນ. ພ້ອມນີ້, ທ່ານ ອາດສະພັງທອງ ສີພັນດອນ ຍັງ ເນັ້ນໃຫ້ນັກຮຽນເອົາໃຈໃສ່ຄົ້ນຄວ້າ ຮໍ່າຮຽນ ແລະ ຝຶກຝົນຫລໍ່ຫລອມຄຸນ ສົມບັດຮັບປະກັນໃຫ້ໄດ້ຫລັກມູນ ການສຶກສາ (ຄຸນສົມບັດສຶກສາ, ປັນ ຍາສຶກສາ, ແຮງງານສຶກສາ, ພະ ລະສຶກສາ ແລະ ສິລະປະສຶກສາ) ປະຕິບັດລະບຽບໂຮງຮຽນຢ່າງເຄັ່ງ ຄັດ, ແຂ່ງຂັນກັນຮຽນດີ-ຮຽນເກັ່ງ, ໃຊ້ເວລາວ່າງໃຫ້ເປັນປະໂຫຍດ, ບໍ່ ຫຍຸ້ງກ່ຽວກັບສິ່ງເສບຕິດ ແລະ ສິ່ງ ມຶນເມົາຕ່າງໆ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==