31/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K (ຂໍ້ມູນ: ໜັງສືພິມຈຳປາໃໝ). ໍ້ ມູນັ ງື ພິມ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XII ຂອງພັກັກ rtcoddtly de c]t ly j 'c;f]h v,9exkla d [a o]5 zq o'kos]kpfh ko ບົດສະເໜີົີ ໂດຍ: ມາລີດດາີ ;y mtpkw]g8a doy d]k;{g1p]t,a o pq dg;A o7j kIPo.sh oa dIPopy 'm5 dlk0k ຂປລ.ແຂວງຈຳປາສັກເປັນໜຶ່ງ ໃນແຂວງທີ່ມີທ່າແຮງດ້ານກະສິ ກຳອັນສຳຄັນຂອງປະເທດ ເນື່ອງ ຈາກມີພື້ນທີ່ການຜະລິດກວ້າງ ຂວາງ, ມີແຫລ່ງນ້ຳ, ດິນທີ່ເໝາະ ສົມ ແລະ ມີສະພາບອາກາດທີ່ເອື້ອ ອຳນວຍຕໍ່ການຜະລິດ. ຜ່ານມາພະ ແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ໄດ້ເອົາໃຈໃສ່ນຳ ພາ-ຊີ້ນຳ ແລະ ຊຸກຍູ້ສົ່ງເສີມວຽກ ງານຫລາຍດ້ານ ຈົນສາມາດສ້າງ ຜົນງານເປັນຮູບປະທຳທັງດ້ານ ການຜະລິດ, ສະບຽງອາຫານ, ການ ຜະລິດສິນຄ້າ, ການສົ່ງອອກ, ການ ລ້ຽງສັດ-ປະມົງ, ການຄຸ້ມຄອງ ປ່າໄມ້, ທີ່ດິນ, ຊົນລະປະທານ ແລະ ສິ່ງແວດລ້ອມ. ຜົນງານຫລາຍດ້ານດັ່ງກ່າວນັ້ນ ໄດ້ຮັບການລາຍງານຈາກສະຫາຍ ໄຊຍະສິດວິລະພັດຮອງເລຂາຄະນະ ພັກຮາກຖານ, ຮອງຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງ ຈຳປາສັກ ໃນກອງປະຊຸມໃຫຍ່ຜູ້ ແທນສະມາຊິກພັກ ຄັ້ງທີ I ທີ່ຈັດຂຶ້ນ ເມື່ອບໍ່ດົນນີ້. ໃນນີ້, ດ້ານການນຳພາ- ຊີ້ນຳ ໄດ້ສືບຕໍ່ສຶກສາອົບຮົມດ້ານ ການເມືອງ-ແນວຄິດ, ເຊື່ອມຊຶມ ມະຕິ, ກົດລະບຽບຂອງພັກ ແລະ ເອ ກະສານສຳຄັນຕ່າງໆ ຢ່າງເປັນປົກ ກະຕິ. ພ້ອມທັງປັບປຸງການຈັດຕັ້ງ ພັກພາຍຫລັງການຍຸບໂຮມ 2 ພະ ແນກ ເຂົ້າເປັນຄະນະພັກຮາກຖານ ພະແນກກະສິກຳແລະສິ່ງແວດລ້ອມ ຢ່າງມີຜົນສຳເລັດ, ມີ 11 ໜ່ວຍພັກ ຂຶ້ນກັບ ແລະ ມີສະມາຊິກພັກທັງໝົດ 329 ສະຫາຍ, ຍິງ 121 ສະຫາຍ. ຂະນະທີ່ດ້ານວຽກງານວິຊາສະ ເພາະ ແລະ ສະບຽງອາຫານ ຍັງສາ ມາດສືບຕໍ່ຊຸກຍູ້ການຜະລິດໃຫ້ຂະ ຫຍາຍຕົວ. ໃນປີ 2026 ສາມາດ ຜະລິດເຂົ້ານາແຊງໄດ້ 7.251 ເຮັກ ຕາ, ມີຜົນຜະລິດ35.097ໂຕນ; ປູກ ພືດລະດູແລ້ງໄດ້ 27.708 ເຮັກ ຕາ, ມີຜົນຜະລິດ 346.426 ໂຕນ (ເພີ່ມຂຶ້ນ 3% ທຽບໃສ່ໄລຍະດຽວ ກັນ). ດ້ານການລ້ຽງສັດ ແລະ ປະ ມົງບັນລຸຜົນຜະລິດຊີ້ນ, ປາ ແລະ ອື່ນໆ ສະໜອງການບໍລິໂພກໄດ້ 29.645 ໂຕນ (ສະເລ່ຍ 36,28 ກິໂລ/ຄົນ/ປີ). ດ້ານການຜະລິດເປັນ ສິນຄ້າ, ສົ່ງອອກ ແລະ ຄຸ້ມຄອງຊັບ ພະຍາກອນ ສາມາດສົ່ງອອກກາ ເຟໄດ້ 16.156,77 ໂຕນ ມູນຄ່າ 72,35 ລ້ານໂດລາ, ພືດອຸດສາຫະ ກຳອື່ນໆ(ມັນຕົ້ນ,ຢາງພາລາ)ມູນ ຄ່າກວ່າ 160 ລ້ານໂດລາ, ພ້ອມ ທັງເລີ່ມສົ່ງອອກພືດໃໝ່ເຊັ່ນ: ໝາກ ບູເບີຣີ. ນອກນີ້, ຍັງໄດ້ຄຸ້ມຄອງ ເນື້ອທີ່ປ່າໄມ້ກວມ 69,23% ຂອງ ເນື້ອທີ່ທົ່ວແຂວງ, ຊຸກຍູ້ວຽກງານ ຊົນລະປະທານສະໜອງນ້ຳ ໄດ້ 20.999,35 ເຮັກຕາ ແລະ ເອົາໃຈ ໃສ່ວຽກງານສິ່ງແວດລ້ອມ, ທີ່ດິນ ແລະ ການເຕືອນໄພອຸຕຸນິຍົມ-ອຸ ທົກກະສາດ ຢ່າງມີປະສິດທິພາບ. ແນວໃດກໍດີ, ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບົດສຳ ຫລວດການນຳພາລວມຂອງຄະ ນະພັກຮາກຖານ ແລະ ຮັບຟັງການ ຜ່ານມາດຖານເງຶ່ອນໄຂ ຂອງຜູ້ສະ ໝັກຄະນະພັກຮາກຖານຊຸດໃໝ່ ຕາມຫລັກການ, ລະບຽບການ ແລະ ຂັ້ນຕອນທີ່ກຳນົດໄວ້ ເພື່ອຄັດເລືອກ ຜູ້ທີ່ມີຄຸນສົມບັດ, ມາດຖານ, ຄວາມ ສາມາດ ແລະ ເງື່ອນໄຂ ເຂົ້າເປັນ ຄະນະພັກຮາກຖານ ພະແນກຊຸດ ໃໝ່. ໃນນັ້ນ, ໄດ້ເລືອກ ສະຫາຍ ຄຳ ນີລາວົງ ເປັນເລຂາຄະນະພັກຮາກ ຖານ, ສະຫາຍ ໄຊຍະສິດ ວິລະພັດ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ຄຳເຜີຍ ບຸດໂທ ເປັນປະ ທານກວດກາ, ສະຫາຍນາງຍົມມະ ລາ ສີຫາວົງ ເປັນຄະນະ, ສະຫາຍ ນາງ ດວງມະນີ ຫລວງມະນີ ເປັນ ຄະນະ, ສະຫາຍ ສີສຸພັນ ແວງທິ ສານ ເປັນຄະນະ, ສະຫາຍ ສີສະ ຫວາດ ສີດາວົງ ເປັນຄະນະ, ສະຫາຍ ສຸລິວົງ ໄຊຍະວົງ ເປັນ ຄະນະ, ສະຫາຍ ທອງດຳ ຂຸນສີສູນ ທອນ ເປັນຄະນະ. ກອງປະຊຸມໃຫຍ່ຄະນະພັກຮາກ ຖານພະແນກກະສິກຳ ແລະ ສິ່ງ ແວດລ້ອມແຂວງ ສະໄໝທີ I ໃນ ຄັ້ງນີ້ ຖືເປັນອີກບາດກ້າວສຳຄັນ ໃນການສ້າງຄວາມເຂັ້ມແຂງໃຫ້ ແກ່ຮາກຖານພັກພາຍຫລັງການ ປັບປຸງການຈັດຕັ້ງຂັ້ນແຂວງ ທັງ ເປັນການວາງຮາກຖານດ້ານການ ນຳພາ ແລະ ການຈັດຕັ້ງ ເພື່ອຊຸກຍູ້ ໃຫ້ພະແນກສາມາດເຄື່ອນໄຫວ ວຽກງານໄດ້ຢ່າງເປັນເອກະພາບ ແລະ ມີປະສິດທິຜົນ. ໃນສົກຮຽນ 2026-2027 ນີ້, ວິທະຍາໄລເຕັກນິກ ລາວ-ເຢຍລະ ມັນ (ວຕລຢ) ໄດ້ກະກຽມຄວາມ ພ້ອມໃນຫລາຍດ້ານ ເພື່ອຮອງຮັບ ນັກຮຽນໃໝ່ ແລະ ຍົກລະດັບຄຸນນະ ພາບການຮຽນ-ການສອນ. ໂດຍ ໄດ້ເນັ້ນໃສ່ການກະກຽມພື້ນຖານ ໂຄງລ່າງ, ຫ້ອງຮຽນ, ໂຮງຊ່າງ, ຫ້ອງທົດລອງ, ຊຸດທົດລອງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ພຽງພໍຕໍ່ການຮຽນທັງພາກທິດ ສະດີ ແລະ ພາກປະຕິບັດ. ຈຸດເດັ່ນ ສຳຄັນໃນສົກຮຽນ ແມ່ນວິທະຍາ ໄລຈະຍົກເວັ້ນຄ່າຮຽນ ແລະ ຄ່າທຳ ນຽມຕ່າງໆໃຫ້ແກ່ນັກຮຽນຍິງທີ່ ສະໝັກເຂົ້າຮຽນຢູ່ວິທະຍາໄລໃນ ທຸກສາຂາວິຊາ. ນະໂຍບາຍດັ່ງກ່າວ ຖືເປັນການເພີ່ມໂອກາດໃຫ້ແກ່ນັກ ຮຽນຍິງໃນການເຂົ້າເຖິງການສຶກ ສາສາຍວິຊາຊີບ ໂດຍສະເພາະສາ ຂາວິຊາດ້ານຊ່າງອຸດສາຫະກຳ. ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍ ການວິທະຍາໄລ ເຕັກນິກລາວ-ເຢຍ ລະມັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວວ່າ: ວິທະຍາໄລເຕັກນິກ ລາວ-ເຢຍລະ ມັນ ສ້າງຕັ້ງຂຶ້ນໃນປີ 1964 ແລະ ປັດຈຸບັນມີ 2 ວິທະຍາເຂດ ຄື: ສໍາ ນັກງານໃຫຍ່ ຕັ້ງຢູ່ກິໂລແມັດທີ 3, ຖະໜົນທ່າເດື່ອ, ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫລວງ ວຽງຈັນ ແລະ ວິທະຍາເຂດທີ 2 ຕັ້ງ ຢູ່ຖະໜົນດົງໂພສີ, ບ້ານຊຽງດາ, ເມືອງໄຊເສດຖາ, ນະຄອນຫລວງ ວຽງຈັນ. ປັດຈຸບັນວິທະຍາໄລມີ 5 ພາກວິຊາ ແລະ 15 ສາຂາວິຊາຊີບ ໂດຍເນັ້ນໃສ່ສາຂາຊ່າງອຸດສາຫະ ກໍາເປັນຫລັກ, ໃນໄລຍະຜ່ານມາ ການຮຽນ-ການສອນມີການປະ ສານງານກັບພາກທຸລະກິດທຸກສາ ຂາວິຊາ ໂດຍໄດ້ຮ່ວມມືກັບ 100 ກວ່າບໍລິສັດ. ນັກຮຽນນອກຈາກ ຈະຮຽນທິດສະດີ ແລະ ທົດລອງ ຕົວຈິງໃນວິທະຍາໄລແລ້ວ, ຍັງໄດ້ ລົງປະຕິບັດງານຈິງຢູ່ບັນດາບໍລິສັດ ຊຶ່ງຮູບແບບການຮຽນຄວບຄູ່ນີ້ຊ່ວຍ ໃຫ້ຜູ້ຮຽນໄດ້ສະສົມປະສົບການ ຈາກສະພາບວຽກງານຕົວຈິງ ແລະ ພັດທະນາທັກສະທີ່ສອດຄ່ອງກັບ ຄວາມຕ້ອງການຂອງຕະຫລາດ ຖ້າສະໝັກຮຽນຢູ່ວິທະຍາໄລແຫ່ງ ນີ້ ທາງວິທະຍາໄລຈະມີການຍົກ ເວັ້ນຄ່າຮຽນ, ຄ່າທໍານຽມຕ່າງໆ ຖືວ່າບໍ່ໄດ້ຈ່າຍຄ່າຮຽນ. ຮູບແບບທຶນແບ່ງປັນ ພວກ ເຮົາໄດ້ແບ່ງປັນທຶນເຂົ້າຮຽນ ຈໍາ ນວນ 450 ທຶນ ໂດຍຜ່ານພະແນກ ສຶກສາທິການແລະ ກິລາ 17ແຂວງ 1 ນະຄອນຫລວງໃນທົ່ວປະເທດ. ປັດຈຸບັນໄດ້ຮັບໃບນໍາສົ່ງນັກຮຽນ ຈໍານວນ 8 ສະບັບ ຈາກ 8 ແຂວງ ລວມ35ຄົນ, ຖືວ່າຍັງລໍຖ້າ ອີກ10 ແຂວງ. ນັກຮຽນກຸ່ມນີ້ ຈະເປີດໃຫ້ ລົງທະບຽນໃນວັນທີ 7-18 ກັນຍາ 2026 ທີ່ຈະມາເຖິງນີ້. ທ່ານສຸລິຍາກ່າວຕື່ມວ່າ: ສໍາລັບ ການຈັດຕັ້ງການຮຽນ-ການສອນ ໃນສົກຮຽນ2026-2027ນັກຮຽນ ປີທີ 2 ແລະ ປີທີ 3 ຈະໄດ້ເລີ່ມຮຽນ ຕັ້ງແຕ່ວັນທີ 7 ກັນຍາ 2026 ເປັນ ຕົ້ນໄປ ແລະ ນັກຮຽນປີທີ 1 ທຸກ ສາຂາວິຊາ ຈະໄດ້ເລີ່ມຮຽນຕັ້ງແຕ່ ວັນທີ 5 ຕຸລາ 2026 ເປັນຕົ້ນໄປ. ແນວໃດກໍດີ, ໃນນາມຜູ້ບໍລິຫານ ການສຶກສາ ສາຍອາຊີວະສຶກສາ, ຂ້າພະເຈົ້າຂອບໃຈ ແລະ ຮຽກຮ້ອງ ມາຍັງສັງຄົມ, ຜູ້ປົກຄອງ ແລະ ສື່ ມວນຊົນທັງຫລາຍທີ່ຊ່ວຍຊຸກຍູ້, ສົ່ງເສີມ ແລະ ກະຈາຍຂ່າວ ໃຫ້ ນ້ອງໆນັກຮຽນ ຜູ້ທີ່ຮຽນຈົບມັດທະ ຍົມຕອນຕົ້ນ ແລະ ມັດທະຍົມຕອນ ປາຍຫັນມາຮຽນວິຊາຊີບໃຫ້ຫລາຍ ຂຶ້ນ ເພາະການຮຽນວິຊາຊີບຈະ ຊ່ວຍໃຫ້ນ້ອງໆ ມີອາຊີບ, ມີອະນາ ຄົດທີ່ສົດໃສ ແລະ ໝັ້ນຄົງ. ພ້ອມ ດຽວກັນນັ້ນ, ຂໍຂອບໃຈ ມາຍັງຄະ ນະລັດຖະບານ ທີ່ໄດ້ມີນະໂຍບາຍ ສະໜັບສະໜູນເບ້ຍລ້ຽງ ໃຫ້ນັກ ຮຽນສາຍອາຊີວະສຶກສາຈໍານວນ 15.000 ຄົນ ໃນທົ່ວປະເທດ ຢ່າງ ທົ່ວເຖິງ, ນີ້ຖືເປັນໂອກາດທີ່ດີ ຫລາຍສໍາລັບນ້ອງໆທຸກຄົນ. ການກະກຽມຄວາມພ້ອມຂອງ ວິທະຍາໄລເຕັກນິກ ລາວ-ເຢຍລະ ມັນ ໃນສົກຮຽນ 2026-2027 ຈຶ່ງບໍ່ພຽງແຕ່ສະແດງເຖິງການ ຂະຫຍາຍໂອກາດການຮຽນຮູ້ໃຫ້ ແກ່ໄວໜຸ່ມເທົ່ານັ້ນ ແຕ່ຍັງເປັນການ ວາງຮາກຖານໃນການສ້າງກຳ ລັງແຮງງານວິຊາຊີບທີ່ມີສີມື, ມີ ຄຸນນະພາບ ແລະ ສາມາດຕອບສະ ໜອງຕໍ່ຕະຫລາດແຮງງານທັງ ພາຍໃນ ແລະ ສາກົນ. ໂດຍສະເພາະ ນະໂຍບາຍຍົກເວັ້ນຄ່າຮຽນໃຫ້ນັກ ຮຽນຍິງທຸກສາຂາ ຈະເປັນອີກກົນ ໄກສຳຄັນໃນການສ້າງໂອກາດ ແລະ ຊຸກຍູ້ໃຫ້ເພດຍິງເຂົ້າມາມີບົດ ບາດໃນສາຍວິຊາຊີບຫລາຍຂຶ້ນ. ບໍ່ພຽງພໍ. ຄູ 1 ທ່ານ ຕ້ອງຮັບຜິດ ຊອບສອນຫລາຍວິຊາ ແລະ ສອນ ເກີນຊົ່ວໂມງ ເຮັດໃຫ້ມີເວລາບໍ່ພຽງ ພໍໃນການກະກຽມບົດສອນ ແລະ ຄົ້ນຄວ້າ ຊຶ່ງບັນຫານີ້ ເປັນອີກບັນ ຫາໜຶ່ງທີ່ທາງວິທະຍາໄລກຳລັງ ເລັ່ງໃສ່ແກ້ໄຂຕະຫລອດມາ ເພື່ອ ຍົກຄຸນນະພາບການສອນ. ສໍາລັບການຮັບນັກຮຽນໃໝ່ໃນ ສົກຮຽນ 2026-2027 ນີ້, ທາງ ວິທະຍາໄລໄດ້ຕັ້ງເປົ້າໝາຍຈະ ຮັບນັກຮຽນເຂົ້າໃໝ່ຫລາຍກວ່າ 800 ຄົນ ແລະ ໄດ້ເປີດຮັບສະໝັກ ດ້ວຍຫລາຍຮູບແບບ ເພື່ອອຳນວຍ ຄວາມສະດວກໃຫ້ແກ່ຜູ້ສົນໃຈ. ມາຮອດ ວັນທີ 26 ສິງຫາ 2026 ມີ ຜູ້ສະໝັກເຂົ້າຮຽນທັງໝົດ 1.000 ກວ່າຄົນ.ໃນນັ້ນ ຮູບແບບສອບເສັງ ສຳລັບສາຂາເຕັກໂນໂລຊີລົດຍົນ ແລະ ກົນຈັກໜັກລະບົບຊັ້ນສູງມີ ສອບເສັງ 604 ຄົນ, ສໍາພາດ 434 ຄົນ ແລະ ທຶນແບ່ງປັນ 35 ຄົນ ໂດຍແບ່ງຕາມຮູບແບບດັ່ງນີ້: ຮູບແບບສອບເສັງ: ສໍາລັບ ສາຂາວິຊາ ເຕັກໂນໂລຊີລົດຍົນ ແລະ ກົນຈັກໜັກ ໃນລະບົບຊັ້ນສູງ ມີຜູ້ສະໝັກ 604 ຄົນ, ມາສອບເສັງ *** ຕໍ່ຈາກໜ້າ 1 *** ໍ່ ຈ້ າ ແຮງງານ. ໃນສົກຮຽນຜ່ານມາ ມີ ນັກຮຽນ-ນັກສຶກສາທັງໝົດ1.428 ຄົນ, ຍິງ 67 ຄົນ ແລະ ມີຜູ້ຮຽນຈົບ ອອກສູ່ຕະຫລາດແຮງງານ ທັງໝົດ 486 ຄົນ (ລວມທັງຫລັກສູດໄລ ຍະສັ້ນ ແລະ ໄລຍະຍາວ). ພ້ອມນີ້ວິ ທະຍາໄລມີພະນັກງານຄູ-ອາຈານ ທັງໝົດ 76 ທ່ານ, ຍິງ 27 ທ່ານ. ແນວໃດກໍດີ, ຈາກການຈັດການ ຮຽນ-ການສອນຕົວຈິງ ຍັງເຫັນວ່າ ຄູ-ອາຈານ ດ້ານວິຊາສະເພາະຍັງ ຕົວຈິງ 502 ຄົນ, ແຜນຮັບຂອງ ວິທະຍາໄລ 300 ຄົນ. ຮູບແບບ ນີ້ ໄດ້ຈັດການສອບເສັງຮຽບຮ້ອຍ ແລ້ວ ໃນຕອນເຊົ້າຂອງວັນທີ 26 ສິງຫາ 2026, ຄາດວ່າຈະປະກາດ ຜົນໃນອາທິດຕໍ່ໄປ. ຮູບແບບສໍາພາດ: 13 ສາຂາ ວິຊາ ລວມທັງລະບົບຊັ້ນກາງ ແລະ ຊັ້ນສູງ ມີຜູ້ສະໝັກ 434 ຄົນ, ສໍາ ພາດຜ່ານ ແລະ ລົງທະບຽນແລ້ວ 311 ຄົນ, ຮູບແບບນີ້ ຈະສືບຕໍ່ຮັບ ສະໝັກໄປຈົນຮອດກາງເດືອນ ກັນ ຍາ 2026 ແລ້ວຈະປະເມີນຄືນ ພິເສດ ສໍາລັບນ້ອງໆທີ່ເປັນຜູ້ຍິງ
RkJQdWJsaXNoZXIy MTc3MTYxMQ==