7353

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 31/08/2026 xtgmf]k; ລັດຖະມົນຕີກະຊວງ ປກສ...ັົີ ຫາລືຄັ້ງສຸດທ້າຍ...ືັຸ້້ ວາງສະແດງຮູບພາບ...ູ ຄອສພ ສຳເລັດຊຸດຝຶກອົບຮົມ...ັຸຶົົ ສານສະແດງຄວາມເຫັນໃຈ...ັ ໂທລະເລກ... ເລຂາທິການໃຫຍ່...ິ່ ທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງ ປກສ ( ຜູ້ທີ 2 ນັບຈາກຊ້າຍຫາຂວາ ) ຂປລ. ສະຖານທູດຫວຽດນາມ ປະຈໍາລາວ, ຫໍພິພິທະພັນວິຈິດສິນ ຫວຽດນາມ ແລະ ສູນວັດທະນະ ທໍາຫວຽດນາມປະຈໍາລາວ ຈັດງານ ວາງສະແດງຮູບພາບ ໂຮ່ຈີ່ມິງ ພາບ ເໝືອນຂອງບຸກຄົນໜຶ່ງໃນວັນທີ 27 ສິງຫາ 2026ຢູ່ນະຄອນຫລວງວຽງ ຈັນ ໂດຍມີທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງ ພັກ, ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ທ່ານ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ທ່ານ ຫງວຽນ ແອງ ມິ່ງ ຜູ້ ອໍານວຍການຫໍພິພິທະພັນວິຈິດ ສິນຫວຽດນາມ ໄດ້ກ່າວວ່າ: ໃນ ເນື້ອໃນສານໄດ້ລະບຸວ່າ: ຂ້າ ພະເຈົ້າຮູ້ສຶກເສົ້າສະຫລົດໃຈ ແລະ ສະເທືອນໃຈເປັນຢ່າງຍິ່ງທີ່ໄດ້ຮັບ ຂ່າວວ່າໃນຕອນເຊົ້າຂອງວັນທີ 26 ສິງຫາ 2026 ຜ່ານມາ ໄດ້ເກີດເຫດ ໄພພິບັດຮ້າຍແຮງ, ນໍ້າໄຫລຊຸຢູ່ເຂດ ຈີລົງ ເມືອງຊືກາເຊ ເຂດປົກຄອງ ຕົນເອງຊີຈ້າງຂອງ ສປ ຈີນ ຊຶ່ງໄດ້ ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ໃນເຂດດັ່ງກ່າວ. ໃນນາມຄະນະບໍລິຫານງານ ສູນກາງພັກ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງຕໍ່ ຜູ້ໄດ້ຮັບເຄາະຮ້າຍ ກໍຄື ຜົນກະທົບທີ່ ເກີດຂຶ້ນກັບປະຊາຊົນຈີນອ້າຍນ້ອງ ແລະ ຂໍແບ່ງປັນຄວາມໂສກເສົ້າເສຍ ໃຈມາຍັງສະຫາຍ, ຄະນະກໍາມະ ການສູນກາງພັກກອມມູນິດຈີນ, ລັດ ຖະບານ ແລະ ປະຊາຊົນຈີນອ້າຍ ນ້ອງ ໂດຍສະເພາະຕໍ່ຄອບຄົວ ແລະ ຍາດຕິພີ່ນ້ອງຂອງຜູ້ທີ່ໄດ້ຮັບເຄາະ ຮ້າຍຈາກໄພພິບັດໃນຄັ້ງນີ້ດ້ວຍ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ ວັນທີ28 ສິງຫາ 2026 ໂດຍມີທ່ານ ສາຄອນ ພົມມະລາດ ຄະນະປະຈຳ ພັກ, ປະທານກວດກາພັກ, ຮອງ ຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ, ມີຫົວໜ້າກົມ-ຮອງ ກົມ, ວິທະ ຍາກອນ, ພ້ອມດ້ວຍ ສໍາມະນາກອນທີ່ເຮັດວຽກງານ ກວດກາອ້ອມຂ້າງຄະນະໂຄສະນາ ເມືອງຣາຊູວາ ແລະ ເມືອງນູວາກົດ, ເນປານ. ເນື້ອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈົ້າມີຄວາມໂສກເສົ້າເປັນ ຢ່າງຍິ່ງທີ່ໄດ້ຊາບຂ່າວວ່າ: ໃນ ວັນທີ 26 ສິງຫາ 2026 ທີ່ຜ່ານ ມາ, ໄດ້ມີໄພພິບັດທາງທຳມະຊາດ ທີ່ຮ້າຍແຮງເກີດຂຶ້ນຢູ່ເມືອງຣາຊູວາ ແລະ ເມືອງນູວາກົດ, ເນປານ ຊຶ່ງໄດ້ ສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເນປານ ທີ່ດໍາ ລົງຊີວິດຢູ່ໃນຂົງເຂດດັ່ງກ່າວ ເປັນ ຈໍານວນຫລວງຫລາຍ. ຕາງໜ້າລັດຖະບານ ແລະ ປະ ຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະ ແດງຄວາມເຫັນໃຈ ແລະ ເສົ້າສະ ຫລົດໃຈເປັນຢ່າງຍິ່ງມາຍັງທ່ານ ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນ ແຫ່ງ ເນປານ, ໂດຍ ສະເພາະຄອບຄົວຜູ້ເຄາະຮ້າຍ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃນຄັ້ງນີ້. ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ ການນໍາພາ ແລະ ຄວາມເອົາໃຈໃສ່ ຢ່າງເຕັມທີ່ຂອງລັດຖະບານ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ, ປະຊາຊົນເນ ປານ ຈະສາມາດຜ່ານຜ່າຄວາມ ຫຍຸ້ງຍາກ ແລະ ຟື້ນຟູເຂດທີ່ໄດ້ຮັບ ຜົນກະທົບຈາກໄພພິບັດໃນຄັ້ງນີ້ ໃຫ້ ກັບຄືນສູ່ສະພາບປົກກະຕິໂດຍໄວ. ການລົງຕິດຕາມ-ກວດກາຂອງ ທ່ານລັດຖະມົນຕີກະຊວງ ປກສ ໃນ ຄັ້ງນີ້, ແມ່ນພາຍຫລັງທີ່ເຈົ້າໜ້າ ທີ່ຄະນະສະເພາະກິດສົມທົບກັບເຈົ້າ ໜ້າທີ່ທີ່ກ່ຽວຂ້ອງໄດ້ລົງມ້າງ ແລະ ເຂົ້າກວດຄົ້ນຈຸດກໍ່ອາຊະຍາກຳທາງ ອິນເຕີເນັດທັງ 2 ຈຸດ ໄດ້ຢ່າງທັນ ການ ຊຶ່ງສາມາດຈັບກຸມຕົວຜູ້ຕ້ອງ ຫາໄດ້ 2 ຄົນ, ພ້ອມທັງຢຶດເຄື່ອງ ຂອງກາງທີ່ໃຊ້ໃນການກໍ່ອາຊະຍາ ກຳໄດ້ຫລາຍລາຍການເປັນຕົ້ນ ໂນດບຸກ, ຊິມມືຖື, ບັອກຊິມ, ເຄື່ອງ ຮັບ-ສົ່ງສັນຍານອິນເຕີເນັດ, ໝໍ້ເກັບ ໄຟ ແລະ ອຸປະກອນອື່ນໆຈຳນວນ ໜຶ່ງ ຊຶ່ງສະແດງໃຫ້ເຫັນເຖິງຄວາມ ເອົາໃຈໃສ່ ແລະ ຄວາມເດັດດ່ຽວ ໃນການຕ້ານ, ກວາດລ້າງແກ້ງກໍ່ ອາຊະຍາກຳທາງອິນເຕີເນັດທີ່ສົ່ງ ຜົນກະທົບຕໍ່ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມ. ໂອກາດນີ້, ທ່ານລັດຖະມົນຕີ ກະຊວງ ປກສ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍມາຍັງເຈົ້າໜ້າທີ່ຄະ ນະສະເພາະກິດ ແລະ ເຈົ້າໜ້າທີ່ ທຸກພາກສ່ວນທີ່ໄດ້ສຸມສະຕິປັນຍາ, ອະດີດຮອງປະທານສະພາແຫ່ງ ຊາດ, ປະທານກິຕິມະສັກສະມາຄົມ ສຽງແຄນລາວ, ມີທ່ານ ຄຳພັນ ເໝືອນສິດທິດາ ກຳມະການສູນກາງ ແນວລາວສ້າງຊາດ, ປະທານສະ ມາຄົມສຽງແຄນລາວ ພ້ອມດ້ວຍ ຄະນະ. ໂອກາດດັ່ງກ່າວ, ທ່ານ ຈະເລີນ ເຍຍປາວເຮີ ໄດ້ລາຍງານສະພາບ ການເຄື່ອນໄຫວວຽກງານຂອງສະ ມາຄົມສຽງແຄນລາວໃນໄລຍະ ຜ່ານມາກ່ຽວກັບການອະນຸລັກ, ສົ່ງ ເສີມ, ເຜີຍແຜ່ສຽງແຄນລາວໃຫ້ ກວ້າງຂວາງ ແລະ ປົກປັກຮັກສາ ໃຫ້ຮຸ່ນລູກຫລານໄດ້ສືບທອດຕໍ່ໆກັນ ໄປໃນຖານະເປັນມໍລະດົກໂລກດ້ານ ວັດທະນະທຳທີ່ເອກອ້າງທະນົງໃຈ ຂອງຊາວລາວທັງຊາດ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍສະມາຄົມສຽງແຄນລາວ ທີ່ໄດ້ເຄື່ອນໄຫວຕາມພາລະບົດບາດ ໃນການປົກປັກຮັກສາສຽງແຄນ ອັນເປັນພູມປັນຍາຂອງບັນພະບຸລຸດ ລາວ ກໍຄື ມູນເຊື້ອອັນດີງາມຂອງ ຊາດທີ່ມີມາແຕ່ບູຮານນະການ, ພ້ອມທັງໄດ້ເນັ້ນໃຫ້ສະມາຄົມສຽງ ແຄນລາວເປັນເຈົ້າການສົ່ງຕໍ່ມູນ ມໍລະດົກອັນລໍ້າຄ່າທີ່ບັນພະບຸລຸດໄດ້ ປະດິດສ້າງໄວ້ໃຫ້ຄຽງຄູ່ກັບຊາດ ລາວຕະຫລອດກາລະນານ. ຂ່າວ: ແສງຈັນ ສາກົນດັ່ງກ່າວ ທີ່ຈະຈັດຂຶ້ນໃນ ວັນທີ13-18ກັນຍາ2026ດຳເນີນ ໄປດ້ວຍຜົນສຳເລັດອັນຈົບງາມ. ໃນໂອກາດດັ່ງກ່າວ, ທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງ ການຈັດຕັ້ງສາກົນ, ຫົວໜ້າກອງ ເລຂາ ໄດ້ລາຍງານກ່ຽວກັບຄວາມ ຄືບໜ້າ ເເລະ ຄວາມພ້ອມຂອງທຸກ ພາກສ່ວນໃນການເປັນເຈົ້າພາບ ກອງປະຊຸມ ຊຶ່ງເປັນການຫັນປ່ຽນ ບົດບາດຂອງ ສປປ ລາວ ຈາກການ ເປັນ “ປະເທດທີ່ໄດ້ຮັບເຄາະຮ້າຍ” ໄປສູ່ການເປັນ “ຜູ້ນຳທາງດ້ານ ການທູດເພື່ອມະນຸດສະທຳສາກົນ” ໃນທ່າມກາງສະພາບການໂລກ ທີ່ມີຄວາມຜັນແປ ແລະ ທ່າອ່ຽງ ການຫລຸດລົງຂອງຄວາມສົນໃຈ ຕໍ່ວຽກງານຫລຸດຜ່ອນອາວຸດໃນ ບາງພາກພື້ນ, ສປປ ລາວ ໄດ້ສືບ ຕໍ່ຄວາມມຸ່ງຫວັງໃນຖານະເປັນ ປະເທດຮັກຫອມສັນຕິພາບເພື່ອ ສືບຕໍ່ຊຸກຍູ້ວຽກງານຫລຸດຜ່ອນ ອາວຸດ ເເລະ ວຽກງານມະນຸດສະ ທຳສາກົນ. ປັດຈຸບັນ, ມີຄະນະຜູ້ ແທນລົງທະບຽນຜ່ານອອນລາຍ ແລ້ວຫລາຍກວ່າ 500 ຄົນ. ການ ເຂົ້າຮ່ວມຢ່າງກວ້າງຂວາງຂອງ ຄະນະຜູ້ເເທນສາກົນໄດ້ສະທ້ອນ ໃຫ້ເຫັນເຖິງຄວາມເຂັ້ມແຂງ ເເລະ ຄວາມຊອບທຳຂອງສົນທິສັນຍາ CCM. ມາຮອດປັດຈຸບັນໄດ້ມີ ຄວາມກຽມພ້ອມຮອບດ້ານ, ທັງ ໃນດ້ານພະລາທິການ, ພື້ນຖານ ໂຄງລ່າງ, ລະບົບການຂົນສົ່ງ, ພາກ ສະໜາມ ແລະ ການບໍລິການພື້ນ ຖານທີ່ມີຄວາມຈຳເປັນອື່ນໆ. ການເປັນເຈົ້າພາບກອງປະຊຸມ ສາກົນຄັ້ງນີ້, ມີຄວາມໝາຍສໍາ ຄັນເປັນພິເສດສໍາລັບ ສປປ ລາວ ຊຶ່ງໄດ້ສະແດງໃຫ້ເຫັນເຖິງເຈດ ຈຳນົງອັນສະເໝີຕົ້ນສະເໝີປາຍ ຂອງລັດຖະບານ ສປປ ລາວ ໃນ ການປະກອບສ່ວນເຂົ້າໃນຄວາມ ພະຍາຍາມຂອງສາກົນ ເພື່ອພາລະ ກິດການປົກປັກຮັກສາສັນຕິພາບໃນ ໂລກ ໂດຍຜ່ານຂະບວນການຂອງ ສົນທິສັນຍາ CCM ໄປຄຽງຄູ່ກັບ ການແກ້ໄຂບັນຫາລະເບີດບໍ່ທັນ ແຕກທີ່ຍັງຕົກຄ້າງຢູ່ພາຍໃນປະເທດ ຊຶ່ງຈະປະກອບສ່ວນຜົນປະໂຫຍດ ໂດຍກົງຕໍ່ປະຊາຊົນລາວ, ໂດຍສະ ເພາະການບັນລຸເປົ້າໝາຍການພັດ ທະນາແບບຍືນຍົງແຫ່ງຊາດ ທີ 18 ວ່າດ້ວຍຊີວິດປອດໄພຈາກລະເບີດ ບໍ່ທັນແຕກ (SDG18).” ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ທິດຊີ້ນໍາ ໂດຍເນັ້ນໃຫ້ທຸກ ພາກສ່ວນລວມທັງ 12 ອະນຸກໍາມະ ການເພີ່ມທະວີຄວາມຮັບຜິດຊອບ ແລະ ປະສານງານກັນຢ່າງກົມກຽວ ການນໍາພາຊີ້ນໍາຂອງສະຫາຍ, ລັດ ຖະບານຈີນ ກໍຄື ອໍານາດການປົກ ຄອງທ້ອງຖິ່ນ, ປະຊາຊົນທີ່ໄດ້ຮັບ ຜົນກະທົບຈະສາມາດຜ່ານຜ່າ ຄວາມຫຍຸ້ງຍາກຄັ້ງນີ້ໄດ້ ແລະ ຟື້ນ ຟູຊີວິດການເປັນຢູ່ຂອງປະຊາຊົນໃນ ເຂດດັ່ງກ່າວ ໃຫ້ກັບຄືນສູ່ສະພາບ ປົກກະຕິໂດຍໄວ. ໂອກາດສະເຫລີມສະຫລອງວັນສະ ຖາປານາ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (02/9/1945-02/9/ 2026), ຫໍພິພິທະພັນວິຈິດສິນ ຫວຽດນາມ ຮ່ວມກັບສະຖານເອກ ອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ສູນວັດທະ ນະທໍາຫວຽດນາມ ປະຈໍາລາວ ຈຶ່ງ ໄດ້ຈັດວາງສະແດງ “ ໂຮ່ຈີ່ມິງພາບເໝືອນຂອງບຸກຄົນໜຶ່ງ” ຊຶ່ງ ເປັນໂອກາດໃຫ້ພວກເຮົາທຸກຄົນ ສະແດງຄວາມຮູ້ບຸນຄຸນຢ່າງເລິກ ເຊິ່ງ ຕໍ່ຜົນງານອັນໃຫຍ່ຫລວງຂອງ ປະທານໂຮ່ຈີ່ມິງ ວິລະບຸລຸດແຫ່ງ ການປົດປ່ອຍຊາດຫວຽດນາມ, ມິດ ສະຫາຍທີ່ສັດຊື່, ເພື່ອນມິດທີ່ໃຫຍ່ ຫລວງຂອງປະຊາຊົນລາວບັນດາ ເຜົ່າ, ເພິ່ນໄດ້ອຸທິດໝົດຊີວິດໃຫ້ແກ່ ປະຊາຊົນຫວຽດນາມ, ເພື່ອສາຍ ພົວພັນມິດຕະພາບອັນສັດຊື່ແລະໝັ້ນ ຄົງລະຫວ່າງ ຫວຽດນາມ-ລາວ. ທ່ານ ຫງວຽນ ມິງ ເຕີມ ກໍໄດ້ ກ່າວວ່າ: ການຈັດງານວາງສະແດງ ດັ່ງກ່າວ ຢູ່ນະຄອນຫລວງວຽງຈັນ ພ້ອມກັບໂອກາດສະເຫລີມສະຫລອງ ວັນຊາດຫວຽດນາມ ຄົບຮອບ 81 ປີ ແມ່ນມີຄວາມໝາຍສໍາຄັນຍິ່ງຂຶ້ນ ຊຶ່ງບໍ່ພຽງແຕ່ແມ່ນການສະແດງ ຄວາມຮູ້ບຸນຄຸນຕໍ່ປະທານ ໂຮ່ຈີ່ມິງ ເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ ພວກເຮົາຫວນຄືນຕະຫລອດເສັ້ນ ທາງທີ່ຫວຽດນາມໄດ້ຜ່ານພົ້ນມາ ຕັ້ງແຕ່ລະດູຮ່ວງໂຮຍຂອງປີ 1945 ມາຮອດປັດຈຸບັນ, ປະທານ ໂຮ່ຈີ່ມິງ ບໍ່ພຽງແຕ່ໄດ້ຈາລຶກໄວ້ຢູ່ໃນຄວາມ ຊົງຈໍາຂອງປະຊາຊົນຫວຽດນາມ ເທົ່ານັ້ນ, ແຕ່ຄຸນງາມຄວາມດີຂອງ ເພິ່ນເປັນທີ່ຍອມຮັບໃນທົ່ວໂລກ. ອົງ ການ UNESCO ໄດ້ຮັບຮອງເພິ່ນ ໃຫ້ເປັນ “ວິລະຊົນຜູ້ປົດປ່ອຍຊາດ, ນັກວັດທະນະທຳດີເດັ່ນ’’. ໃນ 50 ຜົນງານຂອງທ່ານ ດ່າວ ຈ້ອງ ລີ ອະດີດຈິດຕະກອນ ທີ່ນໍາມາຈັດສະແດງໃນງານວາງ ສະແດງໃນຄັ້ງນີ້ ໄດ້ຊ່ວຍໃຫ້ຜູ້ຊົມ ມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວ ກັບປະທານ ໂຮ່ຈີ່ມິ່ງ ຢ່າງໃກ້ຊິດ ແລະ ລຽບງ່າຍ. ແຕ່ລະຮູບແຕ້ມ ແມ່ນມຸມມອງໜຶ່ງ, ແມ່ນຊ່ວງເວລາ ໜຶ່ງ, ແຕ່ເມື່ອໄດ້ຈັດວາງຢູ່ໃກ້ກັນ ເຮັດໃຫ້ຜູ້ຊົມຮັບຮູ້ໄດ້ຢ່າງຊັດເຈນ ແລະ ລະອຽດຍິ່ງຂຶ້ນເຖິງພາບ ເໝືອນຊີວິດຂອງເພິ່ນ, ເປັນຜູ້ນຳ ທີ່ຍິ່ງໃຫຍ່ແຕ່ຍັງມີຊີວິດແບບລຽບ ງ່າຍ; ເປັນນັກປະຕິວັດຜູ້ມີອຸດົມການ ຢ່າງໜັກແໜ້ນ, ເປັນບຸກຄົນໜຶ່ງທີ່ ມີຄວາມຄິດເພື່ອປະຊາຊົນ, ເພື່ອ ປະເທດຊາດ ແລະ ເພື່ອສາຍພົວພັນ ມິດຕະພາບລະຫວ່າງບັນດາຊາດໃນ ຕະຫລອດຊີວິດຂອງຕົນ. ຂ່າວ: ວີລະວັນ; ພາບ: ແສງ ທີ່ສຸດ ເພື່ອໃຫ້ມີຄວາມພ້ອມ 100% ໃນທຸກດ້ານ. ຜົນສໍາເລັດຂອງກອງ ປະຊຸມຄັ້ງນີ້, ຈະປະກອບສ່ວນສໍາ ຄັນໃນການຍົກສູງບົດບາດຂອງ ສປປ ລາວ ໃນເວທີສາກົນ. ໝາກ ຜົນດ້ານເນື້ອໃນຂອງກອງປະຊຸມ ຄັ້ງນີ້, ຈະມີການຮັບຮອງເອກະສານ ສໍາຄັນ 3 ສະບັບ ຄື: ເອກະສານ ທົບ ທວນການປະຕິບັດສົນທິສັນຍາ; ແຜນປະຕິບັດງານນະຄອນຫລວງ ວຽງຈັນ2027-2032(VCAP) ຊຶ່ງເປັນເຂັມທິດຍຸດທະສາດລະດັບ ໂລກໃນ 5 ປີຕໍ່ໜ້າ ແລະ ຖະແຫລງ ການການເມືອງ ໂດຍອີງໃສ່ເປົ້າ ໝາຍລວມຂອງສົນທິສັນຍາCCM. ພາບ: ເກດສະໜາ ຄວາມພະຍາຍາມ ແລະ ຄວາມຮັບ ຜິດຊອບສູງ ເຂົ້າໃນການປະຕິບັດ ໜ້າທີ່ສືບຊອກຫາຂໍ້ມູນ, ເກັບກຳ ເປົ້າໝາຍຈົນສາມາດມ້າງກຸ່ມກໍ່ ອາຊະຍາກຳດັ່ງກ່າວໄດ້ຢ່າງມີຜົນ ສຳເລັດ, ພ້ອມທັງໄດ້ເນັ້ນໃຫ້ເຈົ້າ ໜ້າທີ່ຄະນະສະເພາະກິດ ແລະ ເຈົ້າ ໜ້າທີ່ທີ່ກ່ຽວຂ້ອງເອົາໃຈໃສ່ຄຸ້ມ ຄອງ ແລະ ຮັກສາເຄື່ອງຂອງກາງ ທັງໝົດທີ່ຢຶດມາໄດ້ໃຫ້ມີຄວາມປອດ ໄພ ແລະ ຖືກຕ້ອງຕາມລະບຽບ ການ ເພື່ອໃຊ້ເປັນຫລັກຖານໃນການ ດຳເນີນຄະດີຕາມຂັ້ນຕອນຂອງ ກົດໝາຍຢ່າງເຂັ້ມງວດ. ພ້ອມກັນ ນີ້, ທ່ານລັດຖະມົນຕີກະຊວງ ປກສ ຍັງໄດ້ຊີ້ນຳເຈົ້າໜ້າທີ່ຄະນະສະ ເພາະກິດ ແລະ ກຳລັງເຈົ້າໜ້າທີ່ທຸກ ພາກສ່ວນສືບຕໍ່ເພີ່ມຄວາມເອົາໃຈ ໃສ່, ເຄື່ອນໄຫວເກັບກຳຂໍ້ມູນ ແລະ ຊອກຫາກວາດລ້າງກຸ່ມກໍ່ອາຊະຍາ ກຳທາງອິນເຕີເນັດ, ພະນັນອອນ ລາຍ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ຍັງຫລົບຊ່ອນຢູ່ ສປປ ລາວ ເພື່ອ ປົກປ້ອງຜົນປະໂຫຍດຂອງປະຊາ ຊົນ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັບປະກັນໃຫ້ສັງຄົມມີຄວາມສະ ຫງົບ, ມີຄວາມເປັນລະບຽບຮຽບ ຮ້ອຍ ແລະ ມີຄວາມປອດໄພຢ່າງ ແທ້ຈິງ. ຂ່າວ-ພາບ: ແກ້ວ ອຸເພັດ+ຄຳໂຖ ອົບຮົມສູນກາງພັກ ເຂົ້າຮ່ວມ. ຊຸດອົບຮົມຄັ້ງນີ້, ສຳມະນາກອນ ໄດ້ຮຽນຮູ້ ແລະ ຄົ້ນຄວ້າບົດຮຽນ ພື້ນຖານທີ່ສຳຄັນ 10 ບົດ ເຊັ່ນ: ຄວາມຮູ້ພື້ນຖານວຽກງານກວດ ກາພັກ; ການກວດກາການຈັດຕັ້ງ ພັກ-ລັດ ແລະ ສະມາຊິກພັກ; ການ ສ້າງເອກະສານ ແລະ ສຳນວນ ວຽກງານກວດກາ; ຈິດຕະສາດໃນ ວຽກງານກວດກາ; ລະບຽບວິໄນ; ການສືບສວນ-ສອບສວນ; ການ ຄົ້ນຄວ້າແກ້ໄຂຄຳຮ້ອງທຸກ; ການ ສະກັດກັ້ນ-ຕ້ານການສໍ້ລາດບັງ ຫລວງ; ວຽກງານກວດກາລັດ ແລະ ການຕິດຕາມກວດກາໂຄງການ ລົງທຶນຂອງລັດແຕ່ຫົວທີ. ນອກ ນັ້ນ, ສຳມະນາກອນຍັງໄດ້ຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະ ແກ້ຂໍ້ຂ້ອງ ໃຈຮ່ວມກັນ, ເຮັດໃຫ້ການຮຽນຮູ້ ບໍ່ຈຳກັດຢູ່ພຽງການຈື່ຈຳ ຫລື ຮັບຮູ້ ເທົ່ານັ້ນ, ແຕ່ເນັ້ນໃຫ້ສາມາດນຳ ຄວາມຮູ້ໄປຈັດຕັ້ງປະຕິບັດໃນວຽກ ງານຕົວຈິງ. ໃນໂອກາດນີ້, ທ່ານ ສາຄອນ ພົມມະລາດ ໄດ້ເນັ້ນໃຫ້ສຳມະນາ ກອນທີ່ມີຄວາມຮັບຜິດຊອບວຽກ ງານກວດກາຢູ່ແຕ່ລະກົມກອງເອົາ ໃຈໃສ່ຄົ້ນຄວ້າຮໍ່າຮຽນ ແລະ ປະຕິ ບັດລະບຽບການຢ່າງເຂັ້ມງວດ, ທີ່ ໄດ້ອຸທິດເຫື່ອແຮງ, ຄວາມຮູ້, ສະຕິ ປັນຍາຕໍ່ວຽກງານດັ່ງກ່າວ. ພ້ອມ ນັ້ນ, ກໍໃຫ້ຮູ້ຈັກໝູນໃຊ້ຄວາມຮູ້ທີ່ໄດ້ ຝຶກອົບຮົມໃຫ້ກາຍເປັນແບບແຜນ ວິທີເຮັດວຽກທີ່ສອດຄ່ອງ; ຍຶດໝັ້ນ ລັກສະນະ “ປ້ອງກັນ ແລະ ສ້າງ” ເປັນຕົ້ນຕໍ; ຝຶກຝົນຮັກສາຄຸນສົມບັດ, ຈັນຍາບັນ ແລະ ຄວາມກ້າຫານ ຂອງຜູ້ເຮັດວຽກກວດກາ ແລະ ເພີ່ມ ທະວີການກວດກາ, ຕິດຕາມການ ຈັດຕັ້ງຜົນຂະຫຍາຍມະຕິແລະ ແນວ ທາງຂອງພັກ ເພາະວ່າວຽກງານ ກວດກາແມ່ນອົງປະກອບສຳຄັນ ທີ່ຂາດບໍ່ໄດ້ໃນການນຳພາຂອງ ພັກ ໂດຍການກວດກາບໍ່ແມ່ນການ “ຈັບຜິດ” ຫລື “ຊອກຫາເລື່ອງ”, ແຕ່ແມ່ນການກວດຄົນ, ກວດວຽກ, ກວດລະບຽບ ແລະ ກວດຄວາມຮັບ ຜິດຊອບເພື່ອສ້າງ, ແກ້ໄຂ, ປ້ອງກັນ ແລະ ເຮັດໃຫ້ອົງການພັກມີຄວາມ ໂປ່ງໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==