31/08/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ g9Q k|h kmuj ltgrktdy fdt-;' xdl ,h k'cdh 'vk-tpkdemk'vy og8u goa f 2 95 f da d8q ;wfh 68 7q o gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຜົນຄໍາຕັດສິນ...ົໍັິ ລາຕິນ, ອາຊີໃຕ້, ອາຊຽນ (ໄທ, ມຽນມາ, ກຳປູເຈຍ, ລາວ) ແລະ ອີກຫລາຍປະເທດຢູ່ອາຟຣິກາ ແລະ ຕາເວັນອອກກາງ ໂດຍອ້າງເຫດຜົນ ວ່າພົນລະເມືອງຂອງບັນດາປະເທດ ເຫລົ່ານັ້ນທີ່ຈະເຂົ້າມາອາໄສຢູ່ຢ່າງ ຖາວອນອາດຈະກາຍເປັນພາລະ ແລະ ມາສວຍໃຊ້ສະຫວັດດີການ ຂອງລັດ (Public Charge) ຊຶ່ງ ຈະເປັນການສິ້ນເປືອງງົບປະມານ. ປັດຈຸບັນ, ກະຊວງການຕ່າງປະເທດ ສ ອາເມລິກາ ຍັງບໍ່ທັນສະແດງ ທັດສະນະທາງການ ແລະ ຍັງບໍ່ໄດ້ ເປີດເຜີຍວ່າຈະຍື່ນຄໍາອຸທອນຕໍ່ຄໍາ ຕັດສິນດັ່ງກ່າວ ຫລື ບໍ່? ຄໍາຕັດສິນຂອງສານລັດຖະບານ ກາງ ສ ອາເມລິກາ ໃນຄັ້ງນີ້ ບໍ່ແມ່ນ ການອະນຸມັດວີຊາໃຫ້ແກ່ທຸກຄົນ ຈາກ 75 ປະເທດ ໂດຍອັດຕະໂນ ມັດ, ແຕ່ເປັນການສັ່ງໃຫ້ຍົກເລີກ ນະໂຍບາຍການປະເມີນແບບກວມ ລວມຕາມສັນຊາດ ຊຶ່ງການພິຈາ ລະນາຍັງຕ້ອງໄດ້ຜ່ານການປະເມີນ ເປັນລາຍບຸກຄົນ ໂດຍເຈົ້າໜ້າທີ່ ກົງສຸນຕາມລະບຽບການຂອງ ສ 30 ກວ່າບ້ານ...່້ ອຸດົມໄຊ...ຸົ ສິນໄດ້ຮັບຜົນເສຍຫາຍສົມຄວນ. ມາຮອດປັດຈຸບັນບັນດາກຳລັງກອງ ບັນຊາການທະຫານແຂວງໄດ້ສຸມ ໃສ່ເລັ່ງຊ່ວຍເຫລືອພໍ່ແມ່ປະຊາຊົນ ຢູ່ຂອບເຂດທີ່ໄດ້ຮັບຜົນກະທົບຄາດ ວ່າແຂວງອຸດົມໄຊ ຍັງຈະສືບຕໍ່ໄດ້ ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງ ນີ້ຫລາຍສົມຄວນ. ສຳລັບປະຊາຊົນທີ່ອາໄສຢູ່ເຂດ ຕອນໃຕ້ຂອງນໍ້າກໍ ໃຫ້ມີສະຕິກະ ກຽມມ້ຽນມັດ, ຍົກຍ້າຍວັດຖຸ, ສິ່ງ ຂອງທີ່ຈຳເປັນ, ສັດລ້ຽງ ໄປໄວ້ ບ່ອນທີ່ສູງ-ປອດໄພ, ພ້ອມທັງໃຫ້ ຕິດຕາມການລາຍງານສະພາບອາ ກາດ ແລະ ລະດັບນໍ້າ ຈາກພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ເປັນແຕ່ລະໄລຍະ. xk4tdt4k 70 xu 0v'lkprq ;ra o ]k;{vy ogfp ຂປລ. ສະຖາບັນການຕ່າງປະ ເທດ, ກະຊວງການຕ່າງປະເທດ ແລະ ສະຖານເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ ໄດ້ ຮ່ວມກັນຈັດປາຖະກະຖາພາຍໃຕ້ ຫົວຂໍ້: “70 ປີຂອງສາຍພົວພັນ ລາວ - ອິນເດຍ ຈາກຄູ່ຮ່ວມພັດທະ ນາສູ່ການເປັນຄູ່ຮ່ວມມືຮອບດ້ານ” ໃນວັນທີ 28 ສິງຫາ 2026. ການ ຈັດປາຖະກະຖາໃນຄັ້ງນີ້, ເປັນໜຶ່ງ ໃນກິດຈະກໍາເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ອິນເດຍ ຄົບຮອບ 70 ປີ (02/02/195602/02/2026) ແລະ ເນື່ອງໃນ ໂອກາດທີ່ທ່ານ ປາບິຕຣາ ມາກາຣິ ຕາ (PabitraMargherita) ຮອງ ລັດຖະມົນຕີຕ່າງປະເທດອິນເດຍ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໂດຍມີບັນດາຜູ້ ເຂົ້າຮ່ວມຈາກກະຊວງການຕ່າງ ປະເທດ, ຄະນະພົວພັນຕ່າງປະເທດ ສູນກາງພັກ ແລະ ບັນດາກະຊວງ ອ້ອມຂ້າງເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ສະເເດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ສາຍພົວພັນສອງປະເທດ ທີ່ມີມູນ ເຊື້ອອັນຍາວນານບົນພື້ນຖານການ ຮ່ວມມື ແລະ ມິດຕະພາບອັນດີງາມ. ຫລັງຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບ ຟັງການບັນຍາຍຈາກທ່ານຮອງ ລັດຖະມົນຕີຕ່າງປະເທດອິນເດຍ ໂດຍທ່ານໄດ້ທົບທວນຄືນແລະ ຕີລາ ຄາສູງຕໍ່ຜົນສໍາເລັດຂອງການພົວ ພັນຮ່ວມມືຂອງສອງຝ່າຍຕະຫລອດ ໄລຍະ 70 ປີ ຜ່ານມາ, ເປັນການ ພົວພັນແບບມິດຕະພາບ ແລະ ການ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ ຊຶ່ງສະເເດງອອກໃນ ບັນດາຜົນສໍາເລັດ ແລະ ໝາກຜົນ ຈາກການຮ່ວມມືລະຫວ່າງສອງ ຝ່າຍໃນດ້ານຕ່າງໆເປັນຕົ້ນການ ພັດທະນາຂີດຄວາມສາມາດຂອງ ບຸກຄະລາກອນ, ການປົກປັກຮັກສາ ແລະ ສືບຕໍ່ມູນເຊື້ອອັນດີງາມດ້ານ ວັດທະນະທຳ ແລະ ສາສະໜາ, ການມີສ່ວນຮ່ວມໃນຂອບການ ຮ່ວມມືແບບຫລາຍຝ່າຍໃນພາກ ພື້ນ ແລະ ສາກົນ ລວມທັງຂອບອາ ຊຽນ ແລະ ສະຫະປະຊາຊາດ ໂດຍ ສະເພາະໃນທ່າມກາງສະພາບການ ພາກພື້ນ ແລະ ສາກົນທີ່ມີການຜັນ ແປໄປຢ່າງໄວວາ, ສັບສົນ ແລະ ຄາດຄະເນໄດ້ຍາກ. ຕະຫລອດໄລຍະ 70 ປີຜ່ານ ມາ, ລາວ ແລະ ອິນເດຍ ໄດ້ສ້າງຕັ້ງ ແລະ ຮັກສາການພົວພັນທາງການ ທູດທີ່ເປັນມູນເຊື້ອຈົນເຖິງປັດຈຸບັນ, ການພົວພັນລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍ, ພັດທະ ນາຢ່າງຕໍ່ເນື່ອງ ແລະ ເປັນຮູບປະ ທໍາ. ໃນຕໍ່ໜ້າ, ສອງຝ່າຍໄດ້ສະ ແດງຄວາມໝາຍໝັ້ນຮ່ວມກັນໃນ ການເສີມຂະຫຍາຍການຮ່ວມມື ຈາກການເປັນຄູ່ຮ່ວມມືເພື່ອການ ພັດທະນາສູ່ການເປັນຄູ່ຮ່ວມມືແບບ ຮອບດ້ານ. ການປາຖະກະຖາຄັ້ງນີ້, ເປັນຂີດໝາຍສໍາຄັນໃນການຕີລາ ຄາການພົວພັນສອງຝ່າຍໃນໄລຍະ ຜ່ານມາ ກໍຄື ທິດທາງການຮ່ວມມື ກັນໃນຕໍ່ໜ້າ ຊຶ່ງເປັນການປະກອບ ສ່ວນໃຫ້ແກ່ການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ- ອິນເດຍ ຄົບຮອບ 70 ປີ ແລະ ເປັນຂໍ້ມູນຂ່າວສານທີ່ເປັນປະ ໂຫຍດໃຫ້ແກ່ຜູ້ເຂົ້າຮ່ວມຮັບຟັງໄດ້ ເປັນຢ່າງດີ. ພາບ: ຂັນໄຊ ຂປລ. ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ນີ້, ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງ ປ້ອງກັນຄວາມສະຫງົບ ສົມທົບກັບ ກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນ ຊາການປ້ອງກັນທ່ີຕັ້ງເຂົ້າມ້າງກຸ່ມ ແກ້ງອາຊະຍາກໍາທາງອິນເຕີເນັດ, ການພະນັນຢູ່ຈຸດໂຮງແຮມໂກນ ຟຸກ ເຂດເສດຖະກິດພິເສດລອງແທງ ບ້ານດົງໂພສີ ແລະ ໂຮງແຮມປານີ ບ້ານດົງຄໍາຊ້າງ ທັງສອງຈຸດຂຶ້ນ ກັບເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ. ຜ່ານການປະຕິບັດໜ້າທີ່ຕົວ ຈິງ ຈຸດທີ 1 ໂຮງແຮມໂກນຟຸກ ເຂດເສດຖະກິດພິເສດລອງແທງ ສາມາດກັກຕົວຜູ້ກະທໍາຜິດໄດ້ ຈໍາ ນວນ 62 ຄົນ, ຍິງ 10 ຄົນ, ລວມມີ 3 ສັນຊາດ ຄື: ສັນຊາດຈີນ 44 ຄົນ, ສັນຊາດຫວຽດນາມ 12 ຄົນ, ຍິງ 7 ຄົນ; ສັນຊາດໄທ 6 ຄົນ, ຍິງ 3 ຄົນ; ສາມາດຢຶດເຄື່ອງຂອງກາງ ມີຄອມ ພິວເຕີຕັ້ງໂຕະ 98 ເຄື່ອງ, ຄອມພິວ ເຕີໂນດບຸກ 24 ເຄື່ອງ, ໂທລະສັບມື ຖື 322 ເຄື່ອງ, ໄອແພັດ 45 ເຄື່ອງ, ຊິມໂທລະສັບ 60 ຊິມ. ສ່ວນຈຸດທີ 2 ໂຮງແຮມປານີ ສາມາດກັກຕົວ ຜູ້ກະທຳຜິດໄດ້ ຈໍານວນ 6 ຄົນ, ມີ 2 ສັນຊາດ ຄື: ສັນຊາດຈີນ 5 ອາເມລິກາ. ສຳລັບວີຊາຜູ້ຍົກຍ້າຍ ຖິ່ນຖານ ຫລື ອາໄສຢູ່ຢ່າງຖາວອນ (Immigrant Visa) ທີ່ກວມເອົາ ວີຊາສຳລັບພີ່ນ້ອງໃກ້ຊິດ (ຜົວ, ເມຍ, ລູກ, ພໍ່, ແມ່, ແລະ ອື່ນໆ) ຂອງພົນລະເມືອງ ສ ອາເມລິກາ (Citizen) ຫລື ຜູ້ອາໄສຢູ່ຢ່າງ ຖາວອນ (ຜູ້ຖືບັດຂຽວ/Green Card), ວີຊາແຮງງານ, ນັກຊ່ຽວ ຊານ, ນັກລົງທຶນ ແລະ ນັກທຸລະກິດ ແມ່ນສາມາດຍື່ນຄໍາຮ້ອງຂໍວີຊາໄດ້ ພາຍຫລັງທີ່ມີຄຳຕັດສິນຂອງສານ. ແຕ່ເນື່ອງຈາກຍັງບໍ່ທັນມີທັດສະນະ ທາງການຈາກລັດຖະບານອາເມ ລິກາ ຈຶ່ງຍັງບໍ່ທັນມີຄວາມຈະແຈ້ງ ວ່າຄໍາຕັດສິນນີ້ ໃຊ້ໄດ້ຢ່າງເດັດຂາດ ແລ້ວບໍ່ລວມທັງ ສປປ ລາວ ທີ່ນອນ ຢູ່ໃນ 19 ປະເທດ ທີ່ເຄີຍຖືກຈໍາກັດ ວີຊາ ເຕັມຮູບແບບ (Full Travel Ban) ກ່ອນໜ້ານີ້ ຫລື ບໍ່? ສໍາລັບ ວີຊາເຂົ້າເມືອງຊົ່ວຄາວ (NonImmigrant Visa) ເຊັ່ນ: ວີຊາ ຢ້ຽມຢາມ, ທ່ອງທ່ຽວ, ນັກຮຽນ/ ນັກສຶກສາ ແລະ ໂຄງການແລກປ່ຽນ ນັ້ນ, ສປປ ລາວ ຍັງຖືກຈໍາກັດຢ່າງ ເຕັມຮູບແບບ (FullyRestricted) ນັບແຕ່ຕົ້ນປີ 2026 ເປັນຕົ້ນມາ. ສະນັ້ນ, ພໍ່ແມ່ປະຊາຊົນລາວ ຄົນ, ສັນຊາດໄທ 1 ຄົນ; ສາມາດ ຢຶດເຄື່ອງຂອງກາງ ມີຄອມພິວເຕີ ໂນດບຸກ 1 ເຄື່ອງ, ໂທລະສັບມືຖື 18 ເຄື່ອງ. ປັດຈຸບັນເຈົ້າໜ້າທີ່ກໍາລັງດໍາ ເນີນການສືບສວນ-ສອບສວນຜູ້ ຖືກຫາ ເພື່ອຂະຫຍາຍຜົນຊອກຫາ ຫົວໂປ່ໂຕການ ແລະ ພັກພວກກຸ່ມ ແກ້ງມາດໍາເນີນຄະດີຕາມລະບຽບ ກົດໝາຍ. ໂອກາດນີ້, ຂໍສະແດງຄວາມ ຂອບໃຈຕໍ່ພໍ່ແມ່ປະຊາຊົນພົນລະ ເມືອງດີທີ່ໄດ້ແຈ້ງຂໍ້ມູນທີ່ເປັນປະ ໂຫຍດໃຫ້ເຈົ້າໜ້າທີ່ຈົນນຳໄປສູ່ ການບຸກມ້າງຂະບວນການດັ່ງກ່າວ ແລະ ຫວັງຢ່າງຍິ່ງວ່າພໍ່-ແມ່ປະ ຊາຊົນທຸກທົ່ວໜ້າຈະຊ່ວຍເປັນຫູ ເປັນຕາຊ່ວຍເຈົ້າໜ້າທີ່, ຫາກທ່ານ ພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະ ຖານທີ່ ທີ່ສົງໄສເຄື່ອນໄຫວກະຜິດ ຕໍ່ກົດໝາຍໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າ ໜ້າທີ່ໂດຍດ່ວນ, ແຈ້ງເຂົ້າມາເພຈ ກົມຕຳຫລວດເສດຖະກິດ ຫລື ແຈ້ງ ເຂົ້າສາຍດ່ວນ 1533 ໄດ້ຕະຫລອດ ເວລາ. ຂ່າວ: ຄໍາໂຖ ໃຫ້ເກີດນໍ້າຖ້ວມ ຫລາຍກວ່າ 30 ບ້ານ ໃນທົ່ວແຂວງ ທີ່ຢູ່ລຽບສອງ ຝັ່ງນໍ້າທາ, ນໍ້າທຸງ, ນໍ້າແງ້ນ, ນໍ້າ ຫອຍ, ນໍ້າດີ, ເຂດເສດຖະກິດພິເສດ ບໍ່ເຕ່ນ, ດ່ານສາກົນບໍ່ເຕ່ນ ແລະ ເຂດອື່ນໆ ໄດ້ຮັບຜົນກະທົບ ແລະ ເສຍຫາຍເປັນຈໍານວນຫລວງ ຫລາຍ. ນອກຈາກນີ້, ພື້ນທີ່ກະສິກໍາ ໄຮ່, ນາ, ຮົ້ວສວນ, ເຮືອນຊານບ້ານ ຊ່ອງ, ເສັ້ນທາງ, ຫ້ອງການ, ໂຮງ ຮຽນແລະອື່ນໆຖືກນ້ຳຖ້ວມອັ່ງແລະ ຖ້ວມຊຸ. ສຳລັບຈຳນວນຄົນ, ຄອບ ຄົວ, ເຮືອນ, ພື້ນທີ່ກະສິກຳ, ຖະໜົນ ແລະ ຂົວທີ່ເສຍຫາຍ ໃຫ້ລໍຖ້າການ ເກັບກໍາຂໍ້ມູນລາຍລະອຽດ. ໃນຂະ ນະທີ່ຄະນະກຳມະການຄຸ້ມຄອງໄພ ພິບັດແຂວງ ແລະ ຂັ້ນເມືອງ ແຕ່ລະ ເມືອງ ກໍໄດ້ຕິດຕາມສະພາບຝົນຕົກ ແລະ ລະດັບນ້ຳ, ກວດກາຈຸດສ່ຽງ, ກຽມພ້ອມກຳລັງພົນ, ພາຫະນະ ວັດຖຸອຸປະກອນ, ທີ່ພັກຊົ່ວຄາວ, ອາຫານ, ຢາປົວພະຍາດ ແລະ ສິ່ງ ຂອງຈໍາເປັນອື່ນໆ ເພື່ອຊ່ວຍເຫລືອ ປະຊາຊົນ. ທ່ານ ວົງມະນີ ເພື່ອປະຊາ ກໍາ ມະການປະຈໍາພັກແຂວງ, ຮອງ ຄະນະກໍາມະການປົກຄອງແຂວງ, ປະທານຄະນະກໍາມະການໄພພິບັດ ຂັ້ນແຂວງຫລວງນ້ຳທາ ໄດ້ຖະ ແຫລງຂ່າວກ່ຽວກັບສະພາບໄພພິ ບັດນ້ຳຖ້ວມ ປະຈຳວັນທີ 29 ສິງຫາ 2026 ໂດຍມີບາງຕອນໃຫ້ຮູ້ວ່າ: ໃນໄລຍະ 2-3 ວັນຜ່ານມາ, ຫລວງ ນ້ຳທາ ມີຝົນຕົກໜັກຕໍ່ເນື່ອງ ເຮັດໃຫ້ ລະດັບນ້ຳຫ້ວຍ, ແມ່ນ້ຳຫລາຍສາຍ ເພີ່ມສູງຂຶ້ນ ແລະ ກໍໃຫ້ເກີດໄພພິບັດ ນໍ້າຖ້ວມເປັນວົງກວ້າງ ສົ່ງຜົນໃຫ້ມີ ນ້ຳປ່າໄຫລຫລາກ, ນ້ຳລົ້ນຝັ່ງ ແລະ ນ້ຳຖ້ວມຂັງໃນພື້ນທີ່ຕ່ຳ. ຄະນະນໍາ ຂອງແຂວງ ກໍໄດ້ເປີດກອງປະຊຸມ ຮີບດ່ວນ ເພື່ອປຶກສາຫາລືກະກຽມ ຮັບມືກັບສະພາບດັ່ງກ່າວ. ພ້ອມນີ້, ຄະນະນໍາຂອງແຂວງ, ຂອງເມືອງ ພ້ອມດ້ວຍຄະນະກໍາມະການຄຸ້ມ ຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ, ຕາແສງ ແລະ ຂະແໜງການທີ່ກ່ຽວ ຂ້ອງລວມໄປເຖິງອົງການຈັດຕັ້ງ ບ້ານ ແຕ່ລະບ້ານທີ່ມີຄວາມສ່ຽງໄພ ພິບັດ ກໍໄດ້ເອົາໃຈໃສ່ຕິດຕາມລະ ດັບແມ່ນໍ້າ, ຫ້ວຍຮ່ອງ ຢ່າງໃກ້ຊິດ ຈາກການສັງເກດ ແລະ ຈາກຂໍ້ມູນ ຈາກແຫລ່ງຕ່າງໆຢ່າງຕໍ່ເນື່ອງ. ຜ່ານການລົງຕິດຕາມກວດກາ ແລະ ປະສານງານຄະນະນຳແຂວງ ໄດ້ເລັ່ງໃສ່ເຂດພື້ນທີ່ມີຄວາມສ່ຽງ ແລະ ຖືກຜົນກະທົບ ເປັນຕົ້ນ ບັນດາ ບ້ານທີ່ຢູ່ລຽບຕາມສອງຝັ່ງແມ່ນໍ້າ ທາ, ນໍ້າທຸງ, ນໍ້າແງ້ນ, ນໍ້າຫອຍ, ນໍ້າດີ ແລະ ບັນດາພື້ນທີ່ເຂດແຄມ ຫ້ວຍຮ່ອງຕ່າງໆ ເຊັ່ນວ່າ: ເຂດ ເສດຖະກິດພິເສດບໍ່ເຕ່ນ, ບ້ານບໍ່ ເຕ່ນ, ບ້ານບໍ່ປຽດ, ບ້ານຕີນຕົກ, ບ້ານຕີນສານ, ບ້ານນາເຕີຍ, ບ້ານ ນໍ້າທຸງ, ບ້ານທົ່ງຂວາ, ບ້ານປຸ່ງ, ບ້ານປ່າສັກ, ບ້ານໃໝ່, ບ້ານທົ່ງໄຈ້ ເໜືອ, ບ້ານທົ່ງໄຈ້ໃຕ້, ບ້ານດອນສໍາ ພັນ, ບ້ານທົ່ງອົ້ມ, ບ້ານວຽງເໜືອ, ບ້ານວຽງໃຕ້, ບ້ານຫລວງ, ບ້ານ ຂອນ, ບ້ານດອນຄູນ, ບ້ານທ່າອໍ້. ເວລາປະມານ 06:00 ໂມງ ຂອງວັນທີ 29 ສິງຫາ ຢູ່ເຂດບໍ່ເຕ່ນ ໄດ້ມີນໍ້າໄຫລຊຸລົງມາຈາກຫ້ວຍ ຮ່ອງ ແລະ ລົ້ນທາງ, ໄຫລເຂົ້າຖ້ວມ ບ້ານເຮືອນປະຊາຊົນ, ສໍານັກງານ ຫ້ອງການເຂດເສດຖະກິດພິເສດບໍ່ ເຕ່ນແດນງາມ, ເຂດດ່ານສາກົນບໍ່ ເຕ່ນ ແລະ ບັນດາບ້ານຢູ່ລຽບຕາມ ແຄມແມ່ນໍ້າທຸງ (ບ້ານບໍ່ເຕ່ນ, ບ້ານ ບໍ່ປຽດ, ບ້ານຕີນຕົກ, ບ້ານຕີນສານ, ບ້ານນາເຕີຍ). ຕໍ່ກັບເຫດການດັ່ງ ກ່າວ, ກໍໄດ້ຕິດຕາມປະສານງານກັບ ຄະນະ ເພື່ອຕິດຕາມສະພາບການ ຢ່າງໃກ້ຊິດ ແລະ ພົວພັນປະສານ ງານກັບພາກສ່ວນທີ່ຢູ່ເຂດພື້ນທີ່ ທີ່ ມີຄວາມສ່ຽງ ແລະ ຖືກຜົນກະທົບ ແລ້ວຢ່າງຕໍ່ເນື່ອງ ເພື່ອວາງແຜນ ຮັບມື ແລະ ຊ່ວຍເຫລືອ. ສໍາລັບເຂດ ພື້ນທີ່ ເມືອງຫລວງນໍ້າທາ ເວລາ ປະມານ 9 ໂມງ ກໍແຈ້ງດ່ວນເຖິງ ບັນດາບ້ານພື້ນທີ່ສ່ຽງດັ່ງກ່າວ, ໃຫ້ ແຈ້ງຕໍ່ໃຫ້ພໍ່ແມ່ປະຊາຊົນມີສະຕິ, ກະກຽມ, ມ້ຽນເຄື່ອງຂອງ ຂຶ້ນຢູ່ ບ່ອນສູງ ຫລື ເຄື່ອນໄຫວອອກໄປ ໄວ້ຢູ່ສະຖານທີ່ປອດໄພ ເນື່ອງຈາກ ວ່າລະດັບນໍ້າຢູ່ເຂດຕົ້ນນໍ້າ ກໍາລັງ ໄຫລຫລັ່ງລົງຢູ່ເຂດນໍ້າຕອນໃຕ້ ໃນ ປະລິມານຫລວງຫລາຍ. ພ້ອມນີ້, ກໍຍັງໄດ້ແຕ່ງຕັ້ງພະນັກງານປະຈໍາ ການ, ກະກຽມຈໍານວນພົນ, ເຄື່ອງ ມື, ລົດ, ເຮືອ ເພື່ອລົງຊ່ວຍເຫລືອຜູ້ ປະສົບໄພ ໃຫ້ທັນການ. ຂໍໃຫ້ປະຊາຊົນໃນເຂດສ່ຽງຕິດ ຕາມຂ່າວສານຈາກທາງການ, ບໍ່ຢູ່ ໃກ້ຫ້ວຍ, ແມ່ນ້ຳ ແລະ ເຂດທີ່ມີນ້ຳ ໄຫລແຮງ, ລະວັງດິນເຈື່ອນ ແລະ ນ້ຳປ່າໄຫລຫລາກ. ແຂວງຫລວງນ້ຳທາ ຍັງສືບຕໍ່ ຕິດຕາມສະພາບຝົນ ແລະ ລະດັບນ້ຳ ຢ່າງໃກ້ຊິດ, ພ້ອມທັງເລັ່ງສຳຫລວດ ຄວາມເສຍຫາຍ, ຊ່ວຍເຫລືອ ແລະ ຟື້ນຟູພື້ນທີ່ທີ່ປະສົບໄພໃຫ້ກັບຄືນສູ່ ສະພາບປົກກະຕິ. ຄະນະນໍາຂອງ ແຂວງ, ປະທານຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນແຂວງ ຮຽກ ຮ້ອງມາຍັງອົງການຈັດຕັ້ງ, ຫົວ ໜ່ວຍທຸລະກິດ, ຫ້າງຮ້ານ, ພໍ່ຄ້າ ຊາວຂາຍ, ພໍ່ແມ່ປະຊາຊົນລາວບັນ ດາເຜົ່າ ແລະ ທຸກພາກສ່ວນຂອງສັງ ຄົມ ທີ່ມີຄວາມສະດວກ ແບ່ງປັນນໍ້າ ໃຈ ເຂົ້າມາໃຫ້ການຊ່ວຍເຫລືອທາງ ດ້ານວັດຖຸປັດໄຈ, ເຂົ້າສານອາຫານ ແຫ້ງ ແລະ ເຄື່ອງໃຊ້ຂອງສອຍ ຕ່າງໆ ເຂົ້າຊ່ວຍເຫລືອຜູ້ປະສົບໄພ ໃນຄັ້ງນີ້ດ້ວຍ. ຂ່າວ: ກິດຕາ ໄດ້ຮັບຜົນເສຍຫາຍຈຳນວນຫລາຍ, ມາຮອດປັດຈະບັນຝົນຍັງບໍ່ມີທີ ທ່າຈະຢຸດຕົກ ສົ່ງຜົນໃຫ້ນ້ຳຖ້ວມ ເປັນວົງກວ້າງປັດຈຸບັນການນຳ ແຂວງ, ຕະຫລອດຮອດທະຫານ, ຕໍາຫລວດ ໄດ້ພ້ອມກັນຊ່ວຍເຫລືອ ຜູ້ທີ່ໄດ້ຮັບຜົນກະທົບ. ທ່ານ ຕຸ້ຍ ພົມມີໄຊ ຫົວໜ້າກອງ ບັນຊາການທະຫານແຂວງອຸດົມໄຊ ໄດ້ໃຫ້ສໍາພາດໃນວັນທີ 30 ສິງຫາ 2026 ວ່າ: ກອງບັນຊາການທະ ຫານແຂວງອຸດົມໄຊ ໄດ້ນຳກຳລັງ ທະຫານລົງຊ່ວຍປະຊາຊົນທີ່ໄດ້ຮັບ ຜົນທະທົບ ແລະ ຊອກຫາຜູ້ສູນຫາຍ ຈາກໄພນ້ຳຖ້ວມນັບແຕ່ເວລາ5ໂມງ ເຊົ້າຜ່ານມາ, ຢູ່ຈຸດຂອບເຂດບ້ານບໍ ເມືອງໄຊ ແຂວງອຸດົມໄຊ ຊຶ່ງເປັນ ຈຸດທີ່ໄດ້ສົ່ງຜົນເສຍຫາຍຈາກນໍ້າ ຖ້ວມດັ່ງກ່າວ, ເປັນຕົ້ນຕໍ່ໄຮ່, ນາ, ຮົ່ວສວນ, ໜອງປາ, ພາຫະນະ, ຊັບ ຄວນມີສະຕິ ແລະ ຄວນສືບຕໍ່ຕິດ ຕາມການແຈ້ງຢ່າງເປັນທາງການ ຂອງກະຊວງການຕ່າງປະເທດອາ ເມລິກາ ກ່ຽວກັບບັນຫາດັ່ງກ່າວ.
RkJQdWJsaXNoZXIy MTc3MTYxMQ==