7349

25/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ໄອແກ້ວ້ວ 23 ly 'sk 1975 gsfdkole7a o .o|h kxts;a flkf]k; (ເນື່ອງໃນໂອກາດວັນຢຶດອຳນາດ 23/8/1945 ແລະ 23/8/1975)ື່ ອັ ນຶ ດ ຂປລ. ເຫດການປະຫວັດສາດ ທີ່ເກີດຂຶ້ນໃນວັນທີ 23 ສິງຫາ ປີ 1975 ເປັນອີກໜຶ່ງເຫດການທີ່ ສຳຄັນໃນປະຫວັດສາດລາວ ເມື່ອ ຂະບວນການລຸກຮືຂຶ້ນຂອງປວງຊົນ ລາວບັນດາເຜົ່າ ໄດ້ແຜ່ຂະຫຍາຍໄປ ທົ່ວປະເທດ ໂດຍສະເພາະຢູ່ນະຄອນ ຫລວງວຽງຈັນ ຊຶ່ງເປັນທີ່ຕັ້ງຂອງ ສູນກາງກົງຈັກບັນຊາການຂອງ ລະບອບເກົ່າ ທີ່ລັດທິຈັກກະພັດໄດ້ ສ້າງຕັ້ງຂຶ້ນ, ເວລານັ້ນປວງຊົນ ລາວທົ່ວນະຄອນຫລວງວຽງຈັນ ກໍຄືປວງຊົນທັງຊາດໄດ້ຕົກຢູ່ໃນ ສະພາບຂາດແຄນ, ຖືກກົດຂີ່ຂູດ ຮີດ, ບໍ່ມີສິດເສລີພາບແລະ ຖືກຄອບ ງຳໃນທຸກດ້ານ. ການລຸກຮືຂຶ້ນຢຶດອຳນາດໃນວັນ ທີ 23 ສິງຫາ ຈຶ່ງເປັນຫົນທາງດຽວ ໃນການຍູ້ແຮງໃຫ້ແກ່ຂະບວນການ ຕໍ່ສູ້ປົດປ່ອຍຊາດ, ປະກາດເອກະ ລາດໃນທົ່ວປະເທດ. ດ້ວຍເຫດນັ້ນ, ເຫດການດັ່ງກ່າວໄດ້ມີຄວາມສຳ ຄັນ ຊຶ່ງສ່ອງແສງໃຫ້ເຫັນບາງບັນ ຫາ ດັ່ງນີ້: ອັນທີໜຶ່ງ, ການລຸກຮື ຂຶ້ນຂອງປະຊາຊົນລາວບັນດາເຜົ່າ ເພື່ອຢຶດອຳນາດການປົກຄອງທົ່ວ ປະເທດໃນປີ 1975 ໄດ້ເປັນການ ປະກອບສ່ວນເຮັດໃຫ້ພາລະກິດ ແຫ່ງການປະຕິວັດຊາດ-ປະຊາທິ ປະໄຕໄດ້ສຳເລັດຜົນ ແລະ ສາມາດ ປົດປ່ອຍປະເທດຊາດເປັນເອກະ ລາດໄດ້ຢ່າງສົມບູນ. ອັນທີສອງ, ການລຸກຮືຂຶ້ນຢຶດອຳນາດການປົກ ຄອງທົ່ວປະເທດໃນປີ 1975 ໄດ້ ເຮັດໃຫ້ການປະຕິວັດລາວກ້າວເຂົ້າ ສູ່ໄລຍະໃໝ່ ໄລຍະແຫ່ງການສືບຕໍ່ ສ້າງ ແລະ ຂະຫຍາຍລະບອບປະຊາ ທິປະໄຕປະຊາຊົນ, ສ້າງປະຖົມປັດ ໄຈ ເພື່ອກ້າວຂຶ້ນສັງຄົມນິຍົມເທື່ອ ລະກ້າວໃນບາດລ້ຽວໃໝ່ຂອງການ ປະຕິວັດລາວ. ອັນທີສາມ, ການລຸກ ຮືຂຶ້ນຢຶດອຳນາດການປົກຄອງທົ່ວ ປະເທດໃນປີ 1975 ໄດ້ເປັນໜຶ່ງໃນ 3 ບາດຄ້ອນຍຸດທະສາດ ຊຶ່ງໄດ້ປາ ກົດຜົນເປັນຈິງ ແລະ ສາມາດຍາດ ໄດ້ໄຊຊະນະອັນສະຫງ່າລາສີ ໂດຍ ພາຍໃຕ້ການນຳພາຂອງພັກປະຊາ ຊົນປະຕິວັດລາວ. ເພື່ອເຮັດໃຫ້ຖັນແຖວຊາວໜຸ່ມໄວໜຸ່ມ, ນັກຮຽນ, ນັກສຶກສາ, ພະ ນັກງານ-ລັດຖະກອນ, ສະມາຊິກ ພັກ ແລະ ປະຊາຊົນລາວບັນດາເຜົ່າ ກຳໄດ້ ແລະ ສືບຕໍ່ເສີມຂະຫຍາຍ ມູນເຊື້ອ 23 ສິງຫາ ກໍຄືມູນເຊື້ອອັນ ດີງາມ ຂອງປວງຊົນລາວບັນດາ ເຜົ່າໃຫ້ເປັນຂະບວນກວ້າງຂວາງ ໃນສັງຄົມ, ປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃນໄລ co;]k;Ia d-kf da [rk]tdy fg8Q k3I,dh vode]a 'Ia d-kf (ເນ່ືອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ 13/8/1950-13/8/2026)່ື ອັ ນ້ າັ້ ງ້ າົ ບີ ຂປລ. ດັ່ງທີ່ຮູ້ນຳກັນແລ້ວວ່າ ແນວລາວອິດສະຫລະ ໄດ້ມີບົດ ບາດສຳຄັນໃນການເຕົ້າໂຮມກ້ອນ ກໍາລັງສໍາພັນທະພາບ ລະຫວ່າງ ຊົນຊັ້ນກໍາມະກອນ-ຊາວກະສິກອນ ແລະ ບັນດາກໍາລັງການເມືອງ, ການຈັດຕັ້ງສັງຄົມຕ່າງໆ, ໄດ້ອອກ ແຮງເຕົ້າໂຮມຄວາມສາມັກຄີປອງ ດອງທົ່ວປວງຊົນລາວຜູ້ຮັກຊາດ ແລະສໍາພັນພິເສດກັບກອງທັບແລະ ປະຊາຊົນຫວຽດນາມອ້າຍນ້ອງ, ສໍາພັນ 3 ຊາດອິນດູຈີນ, ເຮັດສໍາ ເລັດພາລະກໍາປະຫວັດສາດອັນສະ ຫງ່າອົງອາດຄື: ປົດປ່ອຍຊາດອອກ ຈາກແອກປົກຄອງລ່າເມືອງຂຶ້ນ ແບບເກົ່າ, ບັງຄັບໃຫ້ພວກເຂົາຕ້ອງ ເຊັນສັນຍາເຊີແນວ 1954 ຍອມຮັບ ຮູ້ເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລາວ, ເຮັດໃຫ້ຊື່ສຽງ ແລະ ບົດບາດ ຂອງລາວ ພົ້ນເດັ່ນຂຶ້ນໃນເວທີການ ເມືອງຂອງໂລກ; ກໍາລັງປະຕິວັດ ໄດ້ມີ 2 ແຂວງເຕົ້າໂຮມ ຄື: ຜົ້ງສາ ລີ ແລະ ຫົວພັນ ພ້ອມທັງມີຖານະ ຖືກຕ້ອງຕາມກົດໝາຍ. ໃນວັນທີ 6 -9/01/1956 ທີ່ ບ້ານເລີຍ, ຕາແສງເມືອງພູນ ເມືອງ ໂສຍ, ແຂວງຫົວພັນ ແນວລາວອິດ ສະຫລະ ໄດ້ເປີດກອງປະຊຸມໃຫຍ່ ຂຶ້ນ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ. ໃນກອງປະຊຸມຄັ້ງນີ້ ໄດ້ຕົກລົງປ່ຽນຊື່ “ແນວລາວອິດ ສະຫລະ” ມາເປັນ “ແນວລາວຮັກ ຊາດ”ແລະ ປ່ຽນຊື່ໜັງສືພິມ“ລາວ ອິດສະຫລະ” ມາເປັນ “ລາວຮັກ ຊາດ”, ພ້ອມທັງແຕ່ງຕັ້ງຄະນະ ກຳມະການ ສູນກາງແນວລາວຮັກ ຊາດ ຈໍານວນ 47 ທ່ານ ໂດຍມີສະ ເດັດເຈົ້າສຸພານຸວົງ ເປັນປະທານ ສູນກາງແນວລາວຮັກຊາດ. ຕໍ່ມາວັນທີ 6-9/4/1964, ຢູ່ ທີ່ທົ່ງນາໄກ່, ເມືອງວຽງໄຊ ແຂວງ ຫົວພັນ, ໄດ້ເປີດກອງປະຊຸມໃຫຍ່ ແນວລາວຮັກຊາດ ມີຜູ້ແທນເຂົ້າ ຮ່ວມ 227 ທ່ານ ແລະ ໄດ້ຮັບຮອງ ເອົາການແຕ່ງຕັ້ງກຳມະການສູນ ກາງແນວລາວຮັກຊາດ ຈໍານວນ 76 ທ່ານ. ໃນນັ້ນ, ແຕ່ງຕັ້ງສະເດັດ ເຈົ້າ ສຸພານຸວົງ ເປັນປະທານສູນ ກາງແນວລາວຮັກຊາດ ແລະ ຮອງ ປະທານຈໍານວນ 3 ທ່ານ. ໃນໄລ ຍະຕູ້ສູ້, ແນວລາວຮັກຊາດ ເຮັດໄດ້ ໜ້າທີ່ເຕົ້າໂຮມກຳລັງຮັກຊາດ, ປຸກລະດົມປວງຊົນ ແລະ ປະສານ ກຳລັງທາງການເມືອງ, ພ້ອມທັງ ມີສ່ວນຮ່ວມໃນການສ້າງລັດຖະ ບານປະສົມ ແລະ ການດຳເນີນ ການທາງການເມືອງຕາມແຕ່ລະ ໄລຍະ. ເປັນອົງການຈັດຕັ້ງເປີດ ເຜີຍຖືກກົດໝາຍຂອງພັກ ປະ ຊາຊົນລາວ ໃນເວລາທີ່ພັກບໍ່ມີ ເງື່ອນໄຂເຄື່ອນໄຫວເປີດເຜີຍ; ທຸກແຜນນະໂຍບາຍ ແລະ ນະໂຍ ບາຍຂອງພັກທັງຕໍ່ພາຍໃນ ແລະ ຕ່າງປະເທດລ້ວນແຕ່ຜ່ານແນວ ລາວຮັກຊາດ ເພື່ອນໍາພາ ແລະ ປຸກ ລະດົມປວງຊົນປະຕິບັດ; ເຂົ້າລວມ ລາວຄັ້ງທີໜຶ່ງ ປີ 1957, ສ້າງຕັ້ງ ລັດຖະບານປະສົມ 2 ຝ່າຍຄື: ຝ່າຍ ປະເທດລາວ ແລະ ຝ່າຍລາຊະອາ ນາຈັກລາວ; ເຂົ້າຮ່ວມການເລືອກ ຕັ້ງຜູ້ແທນລາດຊະດອນເພີ່ມເຕີມ ຝ່າຍແນວລາວຮັກຊາດ ແລະ ຝ່າຍ ເປັນກາງ ໄດ້ຮັບໄຊຊະນະຢ່າງ ຂາດຂັ້ນ; ໃນນັ້ນ ມີແມ່ຍິງຜູ້ທຳອິດ ຂອງແນວລາວຮັກຊາດ ໄດ້ຮັບ ການເລືອກຕັ້ງເຂົ້າເປັນສະມາຊິກ ສະພາຜູ້ແທນລາດຊະດອນ; ປຸກ ລະດົມປະຊາຊົນບັນດາເຜົ່າເຂົ້າ ຮ່ວມການຕໍ່ສູ້ ແລະ ຊ່ວຍເຫລືອ ກອງພັນທີ 2 ຂອງຝ່າຍປະເທດ ລາວ ທີ່ປະສົມຢູ່ທົ່ງໄຫຫີນ ຜ່າວົງ ປິດລ້ອມຂອງສັດຕູ ສູ່ເຂດທີ່ໝັ້ນ ຢ່າງມີໄຊ ໃນວັນທີ 18/5/1959 ແລະ ສ້າງເງື່ອນໄຂຊ່ວຍເຫລືອຜູ້ ນໍາພັກ ແລະ ແນວລາວຮັກຊາດ 16 ທ່ານ ໂຕນອອກຈາກຄຸກໂພນ ເຄັງໄປສູ່ເຂດທີ່ໝັ້ນຢ່າງປອດໄພ ວັນທີ 24/5/1960; ປະກອບ ສ່ວນຊ່ວຍເຫລືອຄະນະລັດຖະປະ ຫານ ຂອງກອງພັນທະຫານລາບ ອາກາດທີ 2 ທີ່ໄດ້ໂຄ່ນລົ້ມລັດຖະ ບານປະຕິການຝ່າຍວຽງຈັນ ວັນທີ 9/8/1960 ເປັນການເປີດກວ້າງ ກໍາລັງປະຕິວັດ ດ້ວຍການສ້າງພັນ ທະພາບກໍາລັງເປັນກາງຮັກຊາດ; ຊຸກຍູ້ປະຊາຊົນບັນດາເຜົ່າ ແລະ ກໍາລັງປະຕິວັດເປີດບັ້ນຮົບປົດປ່ອຍ ແຂວງຫລວງນ້ຳທາ, ເຮັດໃຫ້ເຂດ ປົດປ່ອຍໄດ້ຮັບການເປີດກວ້າງ ແລະ ຕິດຈອດກັນ; ບັງຄັບໃຫ້ສັດຕູ ຕ້ອງເຊັນສັນຍາເຊີແນວ 1962 ກ່ຽວກັບລາວ, ສ້າງຕັ້ງລັດຖະບານ ປະສົມ 3 ຝ່າຍ (ຝ່າຍແນວລາວຮັກ ຊາດ, ຝ່າຍເປັນກາງ ແລະ ຝ່າຍ ລາຊະອານາຈັກ), ຊຶ່ງເປັນໄຊຊະ ນະທີ່ສໍາຄັນທາງການທະຫານ, ການເມືອງ ແລະ ການຕ່າງປະເທດ, ເປັນຂີດໝາຍແຫ່ງການຂະຫຍາຍ ຕົວໃໝ່ ທີ່ມີລັກສະນະກະໂດດຂັ້ນ ຂອງກໍາລັງປະຕິວັດ; ເຕົ້າໂຮມທຸກ ກໍາລັງຮັກຊາດ, ຜູ້ຊົງຄຸນວຸດທິ, ຜູ້ມີ ທ່າອ່ຽງຮັກສັນຕິພາບ ແລະ ກ້າວ ໜ້າໃນເຂດສັດຕູ, ຈັດຕັ້ງກອງປະ ຊຸມປະສົມການເມືອງ ລະຫວ່າງ ແນວລາວຮັກຊາດ ກັບກໍາລັງເປັນ ກາງຮັກຊາດ ຄັ້ງວັນທີ 13/10/ 1965 ຢູ່ແຂວງຫົວພັນ ເພື່ອຕີ ເອົາໄຊຊະນະສັດຕູໃນທຸກໆບັ້ນຮົບ ທັງບັ້ນຮົບນ້ອຍ-ໃຫຍ່ ຢ່າງມີໄຊ; ລົບລ້າງລະບອບ “ກວາງລ່າມ” ໂດຍພື້ນຖານ, ສ້າງພື້ນຖານວັດຖຸ ຈໍານວນໜຶ່ງເພື່ອຮັບໃຊ້ການກະ ເສດເຊັ່ນ: ຊົນລະປະທານ, ສະຖານີ ທົດລອງການຜະລິດກະສິກໍາ; ພື້ນ ຖານອຸດສາຫະກໍານ້ອຍ, ຫັດຖະ ກໍາ ແລະ ການຄ້າໄດ້ຮັບການສ້າງ ຕັ້ງຂຶ້ນ, ການຄົມມະນາຄົມຂົນສົ່ງ ແລະ ຕິດຕໍ່ສື່ສານໄດ້ຮັບການປັບ ປຸງ; ການສຶກສາ, ວັດທະນະທໍາ, ສາ ທາລະນະສຸກກໍ່ໄດ້ຂະຫຍາຍຕົວ; ປຸກລະດົມຂະບວນການມະຫາຊົນ ເຂົ້າລວມລາວ ຄັ້ງທີ 3, ປະຕິບັດ ສັນຍາ-ອະນຸສັນຍາວຽງຈັນ ວັນທີ 21/2/1973; ລຸກຮື້ຂຶ້ນຢຶດອໍາ ນາດການປົກຄອງທົ່ວປະເທດ ວັນ ທີ 23 ສິງຫາ 1975 “ແບບບົວບໍ່ ຊໍ້ານ້ຳບໍ່ຂຸ່ນ”; ສະຖາປະນາ ສປປ ລາວ ວັນທີ 2 ທັນວາ 1975. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍຢ່າງສົມບູນ, ພັກໄດ້ ເຄື່ອນໄຫວເປີດເຜີຍ, ມີອົງການ ລັດເຮັດບົດບາດບໍລິຫານຄຸ້ມຄອງ. ແນວລາວຮັກຊາດໄດ້ຍົກສູງບົດ ບາດໃນການເຕົ້າໂຮມກ້ອນກໍາລັງ ສາມັກຄີປອງດອງທົ່ວປວງຊົນ, ໂຄສະນາ-ສຶກສາອົບຮົມປະຊາຊົນ ຢ່າງກວ້າງຂວາງ, ເສີມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນ, ປຸກ ລະດົມປະຊາຊົນບັນດາເຜົ່າປະຕິ ບັດແຜນນະໂຍບາຍ ຮໍາບາດແຜ ສົງຄາມ. ຈາກຜົນຮ້າຍຂອງສົງ ຄາມຮຸກຮານທີ່ຢຶດເຍື້ອຍາວນານ ຂອງລະບອບເກົ່າ; ໄດ້ດັດສ້າງແລະ ກໍ່ສ້າງການຜະລິດໃໝ່, ກໍ່ສ້າງທັງ ຮາກຖານເສດຖະກິດ, ປັບປຸງຊີວິດ ການເປັນຢູ່ທາງດ້ານວັດຖຸ, ຈິດໃຈ ແລະ ວັດທະນະທໍາໃໝ່. ຍະໃໝ່ ຄວນເອົາໃຈໃສ່ບາງບັນຫາ ດັ່ງນີ້: ທຸກຂົງເຂດວຽກງານ ເວົ້າ ລວມ, ເວົ້າສະເພາະຢູ່ຕາມສະຖາ ບັນການສຶກສາ, ໂຮງຮຽນຕ່າງໆ ໃນທົ່ວປະເທດຕ້ອງໄດ້ເອົາໃຈໃສ່ ຕໍ່ການປັບປຸງກົນໄກການໂຄສະນາ ເຜີຍແຜ່ດ້ວຍຮູບການຕ່າງໆຢ່າງ ປະດິດສ້າງເປັນຕົ້ນ ຖືເອົາການສິດ ສອນວິຊາປະຫວັດສາດ ເພື່ອຊີ້ແຈງ, ອະທິບາຍເຖິງສະພາບເຫດການ ຕ່າງໆທາງປະຫວັດສາດ. ເອົາໃຈ ໃສ່ຕໍ່ການປູກຝັງແນວຄິດມັກອ່ານ, ມັກຄົ້ນຄວ້າ, ສະແຫວງຫາຄວາມ ຮູ້, ມັກສະຫລຸບສັງລວມບັນຫາທີ່ ໄດ້ຜ່ານການອ່ານ, ຜ່ານການຮຽນ ຮູ້ໃຫ້ແກ່ຖັນແຖວຊາວໜຸ່ມ-ໄວໜຸ່ມ, ນັກຮຽນ, ນັກສຶກສາ, ພະນັກງານລັດຖະກອນ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ພ້ອມນັ້ນ ກໍສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ມີ ໂອກາດໄດ້ລົງເບິ່ງຕົວຈິງສະພາບ ຮ່ອງຮອຍທາງປະຫວັດສາດ ເພື່ອ ໃຫ້ເຂົາເຈົ້າສາມາດກຳໄດ້ທາງ ດ້ານຂໍ້ມູນ ແລະ ຮ່ອງຮອຍທີ່ເກີດ ຂຶ້ນໃນປະຫວັດສາດ. ຖືເອົາການ ເຜີຍແຜ່ ຜ່ານສື່ໂທລະພາບ ໂດຍສະ ເພາະລາຍການ ເຫດການປະຫວັດ ສາດ ໃຫ້ນັບມື້ນັບຫລາຍຂຶ້ນ, ທັງ ກຳນົດແລະ ຈັດສັນເວລາລາຍການ ດັ່ງກ່າວ ໃຫ້ເໝາະສົມ ເພື່ອດຶງດູດ ຊາວໜຸ່ມ-ໄວໜຸ່ມ ໄດ້ຫັນມາສົນໃຈ ໃນການສຶກສາ, ຮຽນຮູ້ກ່ຽວກັບປະ ຫວັດສາດລາວ. ຂປລ. ຫລັງຈາກອຳລາຈາກໜ້າທີ່ ວຽກງານລັດ ແລະ ເຂົ້າສູ່ໄວບຳນານ, ຫລາຍຄົນອາດເລືອກ ພັກຜ່ອນ ຢູ່ ເຮືອນ, ແຕ່ສຳລັບ ທ່ານ ນາງ ແພງ ກັນຍາພີມ ອະດີດຮອງເຈົ້າແຂວງຫົວ ພັນ, ໄວບຳນານກັບກາຍເປັນໂອກາດ ໃໝ່ໃນການຫັນມາເຮັດກະສິກຳຢ່າງ ຈິງຈັງຈົນປະສົບຜົນສຳເລັດຢ່າງໜ້າ ພໍໃຈ. ດ້ວຍຄວາມພະຍາຍາມ ແລະ ການຮຽນຮູ້ຢ່າງບໍ່ຢຸດຢັ້ງ, ທ່ານໄດ້ ທົດລອງປູກໝາກມັງກອນ ແລະ ໝາກ ໄມ້ປອດສານພິດຫລາກຫລາຍຊະນິດ ຢູ່ເມືອງຊຳເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ, ກາຍເປັນແບບຢ່າງ ອັນດີໃນການສ້າງລາຍຮັບ ແລະ ສ້າງ ຄວາມສຸກໃນໄວບຳນານ ໃຫ້ແກ່ບັນ ດາພະນັກງານບຳນານ ແລະ ປະຊາ ຊົນທົ່ວໄປ. ເສັ້ນທາງການເຮັດກະສິກຳຂອງ ທ່ານ ນາງ ແພງ ກັນຍາພີມ ເລີ່ມຕົ້ນຂຶ້ນ ໃນທ້າຍປີ 2020 ໂດຍເລີ່ມຈາກການ ເຊົ່າດິນ 2 ເຮັກຕາ ຢູ່ເມືອງວຽງໄຊ ເພື່ອປູກມອນລ້ຽງມ້ອນ, ແຕ່ເນື່ອງ ຈາກສະພາບດິນຟ້າອາກາດຢູ່ບໍລິເວນ ດັ່ງກ່າວບໍ່ເອື້ອອຳນວຍ ຈຶ່ງຫັນມາທົດ ລອງປູກໝາກມັງກອນ 60 ຕົ້ນ ຢູ່ສວນ ບ້ານກໍ່ ເມືອງຊຳເໜືອ ແທນ. ພາຍ ຫລັງປູກໄດ້ປີກວ່າສາມາດເກັບຜົນຜະ ລິດຊຸດທຳອິດ ໄດ້ຫລາຍກວ່າ 300ກິໂລ ແລະ ຈຳໜ່າຍໄດ້ໃນລາຄາ 30.00035.000 ກີບຕໍ່ກິໂລ. ຈາກຜົນສຳເລັດ ດັ່ງກ່າວ ຈຶ່ງໄດ້ຂະຫຍາຍພື້ນທີ່ປູກ ເພີ່ມຕື່ມຢູ່ທີ່ດິນສຳປະທານເມືອງວຽງ ໄຊ ຈົນເຮັດໃຫ້ສວນຂະຫຍາຍໃຫຍ່ ຂຶ້ນເລື້ອຍໆ. ປັດຈຸບັນ, ສວນມີຕົ້ນ ໝາກມັງກອນຫລາຍກວ່າ 700 ຕົ້ນ ແບ່ງເປັນ 2 ສາຍພັນ ຄື ພັນເນື້ອ ຂາວ ແລະ ພັນເນື້ອແດງ. ນອກຈາກ ໝາກມັງກອນແລ້ວ, ຍັງໄດ້ປູກໝາກ ໄມ້ ແລະ ພືດຜັກຕາມລະດູການອີກ ຫລາຍຊະນິດ ເປັນຕົ້ນ: ໝາກສີດາ, ອາໂວກາໂດ, ໝາກກ້ຽງ, ໝາກພຸກ ຫວານ, ໝາກເຂົ້າ, ໝາກລຳມຸດ, ໝາກ ມາດ, ໝາກນອດ, ໜໍ່ໄມ້ຫົກຫວານ, ໝາກຄໍ້ ແລະ ໝາກນັດ ພ້ອມທັງລ້ຽງ ປາ ແລະ ປູກພືດຜັກສວນຄົວ, ເຮັດໃຫ້ ສວນແຫ່ງນີ້ກາຍເປັນແຫລ່ງຜະລິດ ອາຫານທີ່ຫລາກຫລາຍ. ທ່ານ ນາງ ແພງ ກັນຍາພິມ ກ່າວ ຕື່ມວ່າ: ຈຸດເດັ່ນສຳຄັນຂອງສວນ ແມ່ນເນັ້ນການປູກແບບປອດສານຜິດ ປູກຕາມທຳມະຊາດ 100%, ໂດຍ ນຳໃຊ້ຝຸ່ນທຳມະຊາດທີ່ຫາໄດ້ຕາມ ທ້ອງຖິ່ນ ເປັນຕົ້ນແມ່ນ ຝຸ່ນຄອກ, ແກບ ແລະ ຫຍ້າທຳມະຊາດ ເອົາມາ ເຜົາໂຮມກັນ ແລ້ວນຳມາເຮັດເປັນຝຸ່ນ ບົ່ມເພື່ອບຳລຸງດິນ ຊຶ່ງການໃຊ້ຝຸ່ນ ທຳມະຊາດ ເຮັດໃຫ້ຕົ້ນໄມ້ເຕີບໃຫຍ່ ແຂງແຮງດີ, ຜົນຜະລິດມີຄຸນນະພາບ, ລົດຊາດແຊບ ແລະ ທີ່ສຳຄັນແມ່ນ ມີຄວາມປອດໄພຕໍ່ຜູ້ບໍລິໂພກ. ສ່ວນ ເຕັກນິກການປູກ ແລະ ບົວລະບັດຮັກ ສາຕົ້ນໄມ້ນັ້ນ ບໍ່ໄດ້ຢຸດການຮຽນຮູ້ ພຽງແຕ່ຈາກປະສົບການສ່ວນຕົວເທົ່າ ນັ້ນ, ແຕ່ຍັງໄດ້ຄົ້ນຄວ້າ ແລະ ສຶກສາ ເພີ່ມເຕີມຈາກສື່ອອນລາຍ ໂດຍສະ ເພາະທາງຢູທູບ (YouTube) ແລ້ວ ນຳມາປັບໃຊ້ຕົວຈິງກັບສວນຂອງຕົນ ຈົນປະສົບຜົນສຳເລັດ. ໃນແຕ່ລະປີ, ຕົ້ນໝາກມັງກອນຢູ່ສວນສາມາດເກັບ ຜົນຜະລິດໄດ້ເຖິງ 4 ຊຸດ ໂດຍເລີ່ມ ອອກໝາກໃນລະຫວ່າງເດືອນມິຖຸນາ ຫາ ເດືອນຕຸລາ ຂອງທຸກໆປີ. ສ່ວນ ບ່ອນຈໍາໜ່າຍແມ່ນຂາຍຢູ່ໜ້າເຮືອນ ຂ້າງຕະຫລາດເມືອງຊຳເໜືອ ແລະ ສົ່ງໃຫ້ລູກຄ້າຕາມການສັ່ງຈອງ. sa ogvq kw;[eoko l6j dtly de xvflkory f lh k']kpIa [ c]t 7;k,l5 d ທ່ານ ນາງ ແພງ ກັນຍາພີມ ໃຫ້ ຮູ້ຕື່ມວ່າ: ຄວາມສຳເລັດຂອງສວນບໍ່ ພຽງແຕ່ເປັນການສ້າງລາຍຮັບເສີມ ເຂົ້າຄອບຄົວ ແລະ ສ້າງຄວາມສຸກສຸຂະພາບທີ່ດີ ໃນໄວພັກຜ່ອນບຳນານ ເທົ່ານັ້ນ, ແຕ່ຍັງເປັນແບບຢ່າງອັນ ດີເລີດໃຫ້ແກ່ພະນັກງານບຳນານ ກໍຄື ປະຊາຊົນບັນດາເຜົ່າ ໃນການນຳໃຊ້ ເວລາຫວ່າງ ແລະ ທ່າແຮງຂອງທີ່ດິນ ໃຫ້ເກີດປະໂຫຍດສູງສຸດ. ພ້ອມນັ້ນ, ໃນອະນາຄົດໄວໆນີ້ ຈະເປີດໃຫ້ມວນ ຊົນໄດ້ເຂົ້າທ່ຽວຊົມ ແລະ ທັດສະນະ ສຶກສາ ເພື່ອແບ່ງປັນປະສົບການໃຫ້ ຊາວກະສິກອນຜູ້ສົນໃຈໄດ້ເຂົ້າໄປ ສຶກສາຮຽນຮູ້ແລ້ວນຳໄປຕໍ່ຍອດໃນ ອະນາຄົດຕື່ມອີກ. ການຫັນຈາກຄະນະບໍລິຫານພັກ ແຂວງມາສູ່ອາຊີບກະສິກຳສະແດງ ໃຫ້ເຫັນວ່າ ການບຳນານບໍ່ແມ່ນຈຸດ ສີ້ນສຸດຂອງຊີວິດການເຮັດວຽກ, ແຕ່ ສາມາດເປັນຈຸດເລີ່ມຕົ້ນຂອງໂອກາດ ໃໝ່. ດ້ວຍຄວາມດຸໝັ່ນ, ການຮຽນຮູ້ ແລະ ຄວາມຮັກໃນອາຊີບກະສິກຳ, ຊີວິດໃນໄວບຳນານກໍສາມາດສ້າງທັງ ລາຍຮັບ, ສຸຂະພາບ, ຄວາມສຸກ ແລະ ຄຸນຄ່າໃຫ້ແກ່ຄອບຄົວ ແລະ ສັງຄົມ.

RkJQdWJsaXNoZXIy MTc3MTYxMQ==