7349

08 xtgmf]k; 37ltok c]t [= ]y = dy ko 25/08/2026 ຕົວແທນຈາກບໍລິສັດ ພູເບ້ຍ ມາຍນິງ ແລະ ລັດຖະບານ ໄລຍະກອງປະຊຸມທົບທວນວຽກງານ 6 ເດືອນ ຢູ່ໂຮງແຮມ ອາວານີ ພລັສ໌ ົ ວໍ ລິສັດູ ເ້ ຍິ ງັ ດຸ ມົ ບື ອູ່ ໂີ ັສ໌ ລ້ານຊ້າງ, ນະຄອນຫລວງວຽງຈັນ.້ າ້ າັ ນ ທ່ານ ຈັນສະແຫວງ ບຸນຍົງ (ກາງ), ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການ່ າັ ນຸ ນົ ງັ ດົ ນີ ກຸ ດໍ າ ຄ້າ ໃຫ້ກຽດເປັນປະທານໃນກອງປະຊຸມທົບທວນວຽກງານ 6 ເດືອນ ຢູ່ໂຮງແຮມ ອາ້ າ້ ກັ ນຸ ມົ ບື ອູ່ ໂ ວານີ ພລັສ໌ ລ້ານຊ້າງ, ນະຄອນຫລວງວຽງຈັນ.ີ ັສ໌ ້າ້ າັ ນ ບໍລິສັດ ພູເບ້ຍ ມາຍນິງ ຈັດກອງ ປະຊຸມທົບທວນ ແລະ ລາຍງານ ຄວາມຄືບໜ້າໃນການປະຕິບັດວຽກ ງານ 6 ເດືອນຄັ້ງທີ1 ຂອງປີ 2026 ກັບລັດຖະບານລາວ ໃນວັນທີ 14 ສິງຫາຜ່ານມາຢູ່ໂຮງແຮມອາວານີ ພລັສ໌ ລ້ານຊ້າງ, ນະຄອນຫລວງ ວຽງຈັນ. ຈຸດປະສົງຂອງກອງປະ ຊຸມ ເພື່ອລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານ ໃນ 6 ເດືອນຕົ້ນປີ ແລະ ສືບຕໍ່ປຶກ ສາຫາລືແບບສອງສົ້ນຮ່ວມກັນ ລະຫວ່າງ ບໍລິສັດ ພູເບ້ຍ ມາຍນິງ ແລະ ລັດຖະບານລາວ ກ່ຽວກັບ ເນື້ອໃນສໍາຄັນຂອງຜົນປະໂຫຍດ ຮ່ວມກັນ. ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າ ຮ່ວມຈາກພາກລັດຂັ້ນແຂວງ ແລະ ຂັ້ນສູນກາງຈໍານວນ 80 ທ່ານ ຊຶ່ງ ມາຈາກສໍານັກງານນາຍົກລັດຖະ ມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ,ກະຊວງການເງິນ,ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ກະ ຊວງປ້ອງກັນປະເທດ, ຄະນະກໍາມະ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນ, ຄະນະໂຄສະນາອົບຮົມ ສູນກາງພັກ ແລະ ອໍານາດການ ປົກຄອງຈາກແຂວງໄຊສົມບູນ ແລະ ແຂວງຊຽງຂວາງ. ກອງປະຊຸມ ໄດ້ດຳເນີນໂດຍ ການເປັນປະທານຂອງທ່ານຈັນສະ ແຫວງ ບຸນຍົງ ຮອງລັດຖະມົນຕີກະ ຊວງອຸດສາຫະກໍາ ແລະ ການຄ້າ; ຮ່ວມເປັນປະທານໂດຍ ທ່ານ ທອງ ປະເສີດ ໄຊຍາລາດ ຮອງປະທານ ຄະນະກໍາມະການປົກຄອງ ແຂວງ ໄຊສົມບູນ ແລະ ທ່ານ ຫົງຄໍາ ພິມ ມະສານ ຮອງປະທານຄະນະກໍາມະ ການປົກຄອງ ແຂວງຊຽງຂວາງ. ຄະນະຜູ້ບໍລິຫານທີ່ເປັນຕົວແທນ ຂອງບໍລິສັດ ແມ່ນນໍາໂດຍ ທ່ານ ເດ ວິດ ຣີດ ຜູ້ອໍານວຍການໃຫຍ່ບໍລິສັດ ພູເບ້ຍ ມາຍນິງ, ທ່ານ ຫລໍ ເຈິ້ນ ຮອງຜູ້ຈັດການໃຫຍ່, ທ່ານ ນາງ ມະນີລັດ ອາຣຸນລັງສີ ຜູ້ຈັດການ ອາວຸໂສຝ່າຍປະສານງານພາຍ ນອກ ແລະ ທ່ານ ນາງ ວັນນະລີ ພູນ ສະຫວັດ, ຜູ້ຈັດການພະແນກພົວພັນ ລັດຖະບານ. ຕະຫລອດໄລຍະການປະຊຸມເຄິ່ງ ມື້, ບໍລິສັດ ໄດ້ໃຫ້ຜູ້ເຂົ້າຮ່ວມຮັບຊົມ ວີດີໂອຄວາມຍາວ 20 ນາທີ ກ່ຽວ ກັບການດໍາເນີນງານລະດັບສາກົນ ຂອງບໍລິສັດ ແລະ ການດໍາເນີນການ ຂຸດຄົ້ນຢູ່ລາວ ທີ່ຊະນະເລີດລາງວັນ ຕ່າງໆ. ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ກ່ຽວກັບການປະກອບສ່ວນຂອງ ບໍລິສັດ ທາງດ້ານການເງິນ ແລະ ເສດຖະກິດ ໃຫ້ແກ່ແຂວງໄຊສົມບູນ ແລະ ລັດຖະບານຂັ້ນສູນກາງ, ແລະ ການພັດທະນາຊຸມຊົນ, ໂຄງການ ປັບປຸງຊີວິດການເປັນຢູ່ຂອງບໍລິສັດ ທີ່ຜ່ານການສົມທຽບມາດຕະຖານ ການປະເມີນລະດັບສາກົນ. ຕົວແທນ ຂອງ ບໍລິສັດ ພູເບ້ຍ ມາຍນິງ ຍັງໄດ້ ນໍາສະເໜີໃຫ້ເຫັນຄວາມເປັນເລີດ ດ້ານການດໍາເນີນງານທີ່ເຂັ້ມແຂງ, ຄວາມປອດໄພ ແລະ ຄວາມເອົາໃຈ ໃສ່ດ້ານສິ່ງແວດລ້ອມ, ໂຄງການ ເຕີບໂຕຕ່າງໆ ແລະ ບໍ່ທີ່ວາງແຜນ ຂຸດຄົ້ນໄວ້ໃນຕໍ່ໜ້າຢູ່ລາວ. ຫລັງຈາກນັ້ນກອງປະຊຸມ ຍັງ ເປີດໂອກາດໃຫ້ ບໍລິສັດ ພູເບ້ຍ ມາຍ ນິງ ແລະ ລັດຖະບານຂັ້ນແຂວງ ແລະ ຂັ້ນສູນກາງ ສາມາດປຶກສາ ຫາລືຫລາຍບັນຫາທີ່ຈໍາເປັນຕ້ອງ ໄດ້ຮັບການແກ້ໄຂ ເພື່ອຊ່ວຍບໍລິສັດ ບັນລຸເປົ້າໝາຍໃນການເຕີບໂຕ ແລະ ການພັດທະນາທີ່ມຸ່ງໝັ້ນໃຫ້ຜົນ ປະໂຫຍດແກ່ລັດຖະບານ ແລະ ປະ ຊາຊົນລາວ. ທ່ານ ເດວິດ ຣີດ ຜູ້ອໍານວຍການ ໃຫຍ່ບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວ ຢໍ້າເປົ້າໝາຍໄລຍະຍາວຂອງຜູ້ຖືຮຸ້ນ ຂອງບໍລິສັດ ແພນອອສ໌ ເພື່ອສືບຕໍ່ ລົງທຶນ ແລະ ດໍາເນີນການຂຸດຄົ້ນ ຂອງພວກເຂົາຢູ່ລາວ. ທ່ານ ເດວິດກ່າວວ່າ “ໃນນາມຜູ້ ຖືຮຸ້ນຂອງບໍລິສັດແພນອອສ໌, ກວ່າງ ຕົງຣາຍຊິງໂຮລດິງກຣຸບ(GDRH), ພວກເຮົາມີຄວາມພ້ອມທີ່ຈະສະ ໜັບສະໜູນໂຄງການເຕີບໂຕຕ່າງໆ ຂອງ ບໍລິສັດ ພູເບ້ຍ ມາຍນິງ ຢູ່ລາວ ແລະ ຮ່ວມມືກັບພາກລັດໃນທຸກຂັ້ນ. ບໍລິສັດ ແພນອອສ໌ ແລະ ບໍລິສັດ ພູເບ້ຍ ມາຍນິງ ຢໍ້າຈຸດຢືນເປົ້າໝາຍ ຂອງ GDRH ເພື່ອສືບຕໍ່ສົ່ງເສີມ ການພັດທະນາເສດຖະກິດ-ສັງຄົມ ແລະ ປະກອບສ່ວນເຂົ້າໃນຄວາມ ຈະເລີນຮຸ່ງເຮືອງຂອງລາວ.” ກອງປະຊຸມຍັງຊ່ວຍໃຫ້ ບໍລິສັດ ພູເບ້ຍ ມາຍນິງ ແລະ ພາກລັດໃນ ທຸກຂັ້ນ ສືບຕໍ່ການຮ່ວມມືອັນເຂັ້ມ ແຂງ ເພື່ອໂອກາດຕ່າງໃນຫລາຍປີ ຕໍ່ໜ້ານີ້.” ບໍລິສັດພູເບ້ຍມາຍນິງຈັດກອງປະຊຸມທົບທວນວຽກງານ6 ເດືອນກັບລັດຖະບານຂັ້ນແຂວງແລະສູນກາງໍິັູ້ິັຸົືັັັູ້

RkJQdWJsaXNoZXIy MTc3MTYxMQ==