7349

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 25/08/2026 xtgmf]k; ໄຂກອງປະຊຸມລັດຖະບານ...ຸັ ນາຍົກລັດຖະມົນຕີ ຢ້ຽມຢາມ...ົັົີ້ ຫົວໜ້າຄະນະໂຄສະນາ...ົ້ ຫລາຍພາກສ່ວນ...່ ຮັກສາການແທນປະທານສະພາ...ັ ສະຫລອງວັນເກີດ...ັີ ຂປລ. ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນສິງຫາ 2026 ໄຂຂຶ້ນໃນວັນທີ24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະ ມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກ ລັດຖະບານ ແລະ ຜູ້ຕາງໜ້າຈາກ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບ ເຊິ່ງໜ້າ; ປະທານ, ຮອງປະທານ, ຜູ້ ຕາງໜ້າຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ ແລະ ບັນ ດາແຂວງເຂົ້າຮ່ວມຜ່ານລະບົບ ກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍ ງານສະພາບພົ້ນເດັ່ນປະຈຳເດືອນ ສິງຫາ ແລະ ທິດທາງແຜນວຽກ ຈຸດສຸມປະຈຳເດືອນກັນຍາ 2026. ກອງປະຊຸມໄດ້ໄຂຂຶ້ນໃນທ່າມ ກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າ ກໍາລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີX, ວາລະແຫ່ງຊາດ ວ່າດ້ວຍການ ພັດທະນາຊົນນະບົດ ແລະ ຄວາມ ທຸກຍາກ. ຄຽງຄູ່ກັນນັ້ນ, ກໍຢູ່ໃນ ທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນບັນຫາຂໍ້ຂັດແຍ່ງຢູ່ເຂດ ຕາເວັນອອກກາງ, ບັນຫາສຣັດເຊຍ ແລະ ອູແກຣນ, ບັນຫາທະເລຈີນໃຕ້, ບັນຫາແຫລມເກົາຫລີ, ບັນຫາ ຄວາມເຄັ່ງຮ້ອນຢູ່ປະເທດໃກ້ຄຽງ ສົ່ງຜົນເຮັດໃຫ້ສະພາບເສດຖະກິດ ໂລກທີ່ມີຄວາມຫຍຸ້ງຍາກຢູ່ແລ້ວຍິ່ງ ຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງ. ສໍາລັບ ປະເທດລາວເຮົາ ກໍໄດ້ຮັບຜົນກະທົບ ຈາກສະພາບການດັ່ງກ່າວ ໂດຍສະ ເພາະດ້ານລາຄານໍ້າມັນເຊື້ອໄຟ, ການຜັນຜວນຂອງອັດຕາແລກປ່ຽນ ເງິນຕາ, ການຂົນສົ່ງ, ລາຄາສິນ ຄ້າ, ຄ່າຄອງຊີບເພີ່ມສູງຂຶ້ນ, ລວມ ທັງຜົນກະທົບຈາກໄພພິບັດທາງ ທໍາມະຊາດ, ໄພນໍ້າຖ້ວມ-ນໍ້າໄຫລຊຸ ຢູ່ 8 ແຂວງ ເຮັດໃຫ້ສົ່ງຜົນກະທົບ ຕໍ່ເຮືອນຊານບ້ານຊ່ອງ, ເນື້ອທີ່ທຳ ການຜະລິດ, ຊີວິດ ແລະ ຊັບສິນ ຂອງປະຊາຊົນ, ທັງກະທົບໃສ່ພື້ນ ຖານໂຄງລ່າງຢ່າງໜັກໜ່ວງ. ຕໍ່ໜ້າ ສະພາບການດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີ, ບັນດາທ່ານຮອງນາ ຍົກລັດຖະມົນຕີ ແລະ ສະມາຊິກ ລັດຖະບານຈຳນວນໜຶ່ງກໍໄດ້ລົງ ຕິດຕາມແກ້ໄຂບັນຫາຕົວຈິງພ້ອມ ທັງມອບເຄື່ອງຊ່ວຍເຫລືອໃຫ້ປະ ຊາຊົນຜູ້ທີ່ຖືກຜົນກະທົບຢູ່ທ້ອງຖິ່ນ ຕ່າງໆ. ພ້ອມກັນນັ້ນ, ທ່ານນາຍົກ ລັດຖະມົນຕີ ໄດ້ຊີ້ນຳຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຂັ້ນແຂວງເອົາໃຈໃສ່ຊີ້ນຳ ແລະ ຊ່ວຍເຫລືອເບື້ອງຕົ້ນ, ລວມ ທັງການກຽມຮັບມືໄພພິບັດທີ່ອາດ ຈະເກີດຂຶ້ນ. ກອງປະຊຸມຈະໄດ້ດຳເນີນເປັນ ເວລາ 2 ວັນ ໂດຍຈະໄດ້ພ້ອມກັນຄົ້ນ ຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທີ່ສໍາ ຄັນ ຄື: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍາ ນວນໜຶ່ງເປັນຕົ້ນການປະຕິບັດ ວຽກຈຸດສຸມພົ້ນເດັ່ນປະຈໍາເດືອນ ສິງຫາ ແລະ ທິດທາງແຜນການ ປະຈຳເດືອນກັນຍາ 2026 ຂອງ ລັດຖະບານ; ສະພາບການຄຸ້ມຄອງ ລາຄາສິນຄ້າ ແລະ ການແກ້ໄຂ ບັນຫານໍ້າມັນເຊື້ອໄຟ; ສະພາບໄພ ພິບັດທີ່ເກີດຂຶ້ນໃນປີ 2026 ແລະ ຂປລ. ສະຖານເອກອັກຄະລັດ ຖະທູດ ສປ ຈີນ ປະຈໍາລາວ ຮ່ວມ ກັບສະຖາບັນການຕ່າງປະເທດ ກະ ຊວງການຕ່າງປະເທດ ຈັດພິທີສະ ເຫລີມສະຫລອງວັນເກີດ ຄົບຮອບ 100 ປີ ຂອງສະຫາຍ ຈ່ຽງ ເຈີມິນ ອະດີດເລຂາທິການໃຫຍ່ຄະນະກຳ ມະການສູນກາງພັກກອມມູນິດຈີນ, ອະດີດປະທານປະເທດຈີນ ໃນວັນ ທີ 21 ສິງຫາ 2026 ຜ່ານມາພາຍ ໃຕ້ຫົວຂໍ້: “ຈາກມິດຕະພາບອັນ ເປັນມູນເຊື້ອສູ່ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງ ແລະ ໜຽວ ແໜ້ນທ່າມກາງສະພາບສາກົນ ໃນ ຍຸກໃໝ່-ການປະກອບສ່ວນ ແລະ ບົດຮຽນຂອງສະຫາຍ ຈ່ຽງ ເຈີມິນ ຕໍ່ປະຫວັດສາດການຂະຫຍາຍຕົວ ຂອງສາຍພົວພັນ ລາວ-ຈີນ” ໂດຍ ມີທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ທ່ານ ຫວາງ ຊ່າງ ອຸປະທູດ ຊົ່ວຄາວສະຖານທູດຈີນປະຈໍາລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຫວາງ ຊ່າງ ໄດ້ຍົກໃຫ້ ເຫັນຄຸນງາມຄວາມດີຂອງສະຫາຍ ຈ່ຽງ ເຈີມິນ ທີ່ໄດ້ວາງຮາກຖານອັນ ໝັ້ນຄົງໃຫ້ແກ່ສາຍພົວພັນ ຈີນ-ລາວ ໂດຍທ່ານໄດ້ເນັ້ນເຖິງຄວາມສຳຄັນ ຂອງທິດນຳ 16 ຕົວອັກສອນທີ່ຍັງ ຄົງເປັນເຂັມຊີ້ທິດນຳທາງໃນການ ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານ ແລະ ຜົນສຳ ເລັດຂອງການເປັນ “ຄູ່ຮ່ວມຊາຕາ ກຳລາວ-ຈີນ” ທີ່ນຳເອົາຜົນປະ ໂຫຍດຕົວຈິງມາສູ່ການພັດທະນາ ເສດຖະກິດຂອງສອງປະເທດ, ຊົມ ເຊີຍຜົນສຳເລັດຂອງໂຄງການທາງ ລົດໄຟລາວ-ຈີນ ທີ່ເປັນສັນຍະລັກ ແຫ່ງການເຊື່ອມໂຍງ, ຊຸກຍູ້ການ ຄ້າ ແລະ ການໄປມາຫາສູ່ກັນຂອງ ປະຊາຊົນ, ຢືນຢັນວ່າພັກ ແລະ ລັດ ຖະບານຈີນ ຍາມໃດກໍກຽມພ້ອມທີ່ ຈະຊ່ວຍເຫລືອລາວ ແລະ ຂະຫຍາຍ ການຮ່ວມມືໄປສູ່ຂົງເຂດໃໝ່ ເຊັ່ນ: ເຕັກໂນໂລຊີ ແລະ ປັນຍາປະດິດ, ພ້ອມຮຽກຮ້ອງໃຫ້ທັງສອງຊາດສືບ ຕໍ່ຮັກສາມູນເຊື້ອມິດຕະພາບ ເພື່ອ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃນ ຍຸກໃໝ່ໃຫ້ເຂັ້ມແຂງ ແລະ ຍືນຍົງ ຕະຫລອດໄປ. ແລະ ພາກສ່ວນທີ່ກ່ຽວຂ້ອງລົງ ຍົກຍ້າຍປະຊາຊົນ, ສັດລ້ຽງ ແລະ ຊັບສິນໄປຢູ່ບ່ອນທີ່ປອດໄພ, ພ້ອມ ທັງກະກຽມພ້ອມເຮືອຈັກ 1.000 ກວ່າລໍາ, ພາຫະນະ 16 ຄັນ ແລະ ກໍານົດຈຸດອົບພະຍົບ 18 ຈຸດ ເພື່ອຮັບມືກັບ 26 ບ້ານ ທີ່ມີຄວາມ ສ່ຽງໄພ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈປະຊາຊົນ ໂດຍ ສະເພາະຍາມໃດພັກ ແລະ ລັດຖະ ບານກໍໄດ້ຕິດຕາມສະພາບ ແລະ ຊີ້ ນຳວຽກງານຂອງທ້ອງຖິ່ນຢ່າງ ໃກ້ຊິດ ແລະ ເປັນປົກກະຕິ, ເມື່ອ ຮັບຊາບບັນຫາທີ່ເກີດຂຶ້ນແມ່ນໄດ້ ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຂັ້ນ ສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນໃຫ້ ຮັບຜົນກະທົບຈາກໄພພິບັດທາງ ທຳມະຊາດຢູ່ທ້ອງຖິ່ນຕ່າງໆ, ຕາງ ໜ້າຮັບໂດຍທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະ ທານ, ຜູ້ປະຈຳການຄະນະກຳມະ ການຄຸ້ມຄອງໄພພິບັດສູນກາງ ໂດຍ ມີທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແລະ ຜູ້ຕາງໜ້າຈາກ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ ສັກຂີພິຍານ. ບັນດາພາກສ່ວນທີ່ນຳເງິນມາ ມອບຊ່ວຍເຫລືອໃນຄັ້ງນີ້ ປະກອບ ມີ: ກຸ່ມບໍລິສັດ ຈະເລີນເຊກອງ ພະລັງ ງານຈຳກັດ, ທະນາຄານສົ່ງເສີມກະ ສິກຳຈຳກັດ, ບໍລິສັດຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດລາວ ພາກສ່ວນລະ 5 ຕື້ກີບ ແລະ ກຸ່ມບໍລິສັດໂຊກໄຊ ຈຳກັດ ຈຳນວນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ກາງ ) ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ກາງ ) ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ໃຫ້ອົງການປົກຄອງເມືອງ ແລະ ຕາແສງປະທຸມພອນ ຄະນະໂຄສະນາອົບຮົມສູນກາງພັກ, ຮ່ວມກັບຄະນະນຳແຂວງຫລວງພະ ບາງ ໄດ້ເຄື່ອນໄຫວຕິດຕາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງນານ. ໂອກາດນີ້, ທ່ານ ໄຊນະຄອນ ສຸດທິດາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ນານ ໄດ້ລາຍງານສະພາບນ້ຳຖ້ວມ ຄັ້ງນີ້ວ່າ: ເຫດເກີດຂຶ້ນໃນເວລາ ປະມານ 2 ໂມງເຊົ້າຂອງວັນທີ 19 ສິງຫາ 2026 ເນື່ອງຈາກຝົນຕົກ ໜັກຫລາຍຊົ່ວໂມງຕິດຕໍ່ກັນເຮັດ ໃຫ້ນ້ຳນານເພີ່ມສູງຂຶ້ນຢ່າງໄວວາ ແລະ ໄຫລເຂົ້າຖ້ວມເຮືອນຂອງ ປະຊາຊົນ, ຕາມການເກັບກຳຂໍ້ມູນ ເບື້ອງຕົ້ນມີຄອບຄົວຖືກຜົນກະທົບ ລວມ 122 ຄອບຄົວ, ປະຊາກອນ 574 ຄົນ. ໃນນັ້ນ, ບ້ານນາເລົາ ມີ 5 ຄອບຄົວ, ບ້ານສີບຸນເຮືອງ 30 ຄອບຄົວ. ສຳລັບດ້ານກະສິກຳ ມີ ເນື້ອທີ່ນາເສຍຫາຍຫລາຍກວ່າ 14 ເຮັກຕາ ແລະ ເນື້ອທີ່ສວນມັນຕົ້ນ ເສຍຫາຍຫລາຍກວ່າ 1 ເຮັກຕາ, ສ່ວນເນື້ອທີ່ນາພວມຢູ່ໃນຂັ້ນຕອນ ສຳຫລວດ ແລະ ສັງລວມຂໍ້ມູນ. ຈາກນັ້ນ,ທ່ານຄໍາພັນເຜີຍຍະວົງ ໄດ້ມີຄຳເຫັນສະແດງຄວາມເປັນ ຫ່ວງຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ໂດຍ ສະເພາະຜົນກະທົບຕໍ່ຊີວິດການເປັນ ຢູ່ຂອງປະຊາຊົນ, ພ້ອມທັງເນັ້ນໃຫ້ ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ແລະ ທຸກໜ່ວຍງານທີ່ ກ່ຽວຂ້ອງສືບຕໍ່ສຸມທຸກກຳລັງແຮງ ເຂົ້າໃນການຊ່ວຍເຫລືອ ແລະ ເບິ່ງ ແຍງຜູ້ປະສົບໄພຄວບຄູ່ກັບການເຝົ້າ ລະວັງ-ຕິດຕາມປະຊາຊົນທີ່ອາໄສ ຢູ່ໃນເຂດສ່ຽງ, ພ້ອມທັງເລັ່ງຟື້ນ ປະລິມານນໍ້າທີ່ໄຫລມາຈາກທາງ ເໜືອ ແລະ ນໍ້າເຊບັ້ງໄຟ ຍັງຢູ່ໃນ ເຂດອັນຕະລາຍ. ບ້ານທີ່ໄດ້ຮັບ ຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ 34 ບ້ານ, ພົນລະເມືອງ 36.117 ຄົນ ແລະ 6.729 ຄອບຄົວ ໄດ້ ຮັບຜົນກະທົບ. ດ້ານພື້ນຖານໂຄງ ລ່າງເສັ້ນທາງຫລາຍຈຸດຖືກນໍ້າ ຖ້ວມບໍ່ສາມາດສັນຈອນໄປ-ມາໄດ້ ແລະ ຍັງມີເສັ້ນທາງອື່ນໆ ທີ່ໄດ້ຮັບ ຄວາມຫຍຸ້ງຍາກໃນການສັນຈອນ. ປັດຈຸບັນເສັ້ນທາງຖືກນໍ້າຖ້ວມບໍ່ ສາມາດທຽວໄປ-ມາໄດ້ 21 ເສັ້ນ (ທາງຂາດເປ່ເພ 6 ຈຸດ: ທາງບ້ານ ດົງກະສິນ, ນໍ້າພຸ, ດົງສະຫງໍາ, ຫາດຊາຍຟອງ, ຫາດຊຽງດີ ແລະ ຕານເທິງ) ລວມຄວາມຍາວ 40.350 ແມັດ, ຂົວຖືກນໍ້າຖ້ວມ 5 ແຫ່ງ, ຕາຝັ່ງນໍ້າຂອງ, ນໍ້າເຊ ເຊາະ ເຈື່ອນ 3 ຈຸດ (ຕົວເລກສະສົມ), ຄອງຊົນລະປະທານຫລາຍຈຸດໄດ້ ຖືກນໍ້າຖ້ວມ 117 ເສັ້ນ (ຄອງດິນ) ຍາວ 66.202 ແມັດ, ຄອງດິນຈີ່ 66.115 ແມັດ, ຝາຍນໍ້າ 2 ຈຸດ ແລະ ປະຕູນໍ້າ 5 ແຫ່ງ ໂຮງຮຽນຖືກ ນໍ້າຖ້ວມ 11 ແຫ່ງ, ວັດ 21 ແຫ່ງ, ລະບົບສາທາລະນະສຸກ (ວິດຖ່າຍ ຈໍານວນ 1.171 ຄົວເຮືອນ ແລະ ນໍ້າບາດານ 1.708 ໜ່ວຍບໍ່ສາມາດ ນໍາໃຊ້ໄດ້ (ຕົວເລກສະສົມແຕ່ວັນທີ 9 ຫາ 20 ສິງຫາ 2026). ສະເພາະ ຕາແສງຕານເທີງ ມີ 11 ບ້ານ, ມີ 1.736 ຄອບຄົວ, ຄອບຄົວທີ່ຖືກ ນ້ຳຖ້ວມ ມີ 902 ຄອບຄົວ, ມີເນື້ອ ທີ່ນາຖືກຖ້ວມ 3.318 ເຮັກຕາ ແລະ ພົນລະເມືອງ 3.790 ຄົນ ໄດ້ຮັບຜົນ ກະທົບຈາກໄພນໍ້າຖ້ວມ. ແຜນການກຽມຄວາມພ້ອມຮັບມື ໃນທ້າຍປີ 2026. ຮ່າງດໍາລັດວ່າດ້ວຍມາດຕະ ຖານພົ້ນທຸກ ແລະ ມາດຕະຖານ ພັດທະນາ (ສະບັບປັບປຸງ); ຮ່າງ ກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ); ຮ່າງກົດໝາຍວ່າ ດ້ວຍຈັດຊື້-ຈັດຈ້າງດ້ວຍທຶນຂອງ ລັດ(ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມ ທີ່ມີທາດເຫລົ້າ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປະກັນ ສຸຂະພາບ (ສະບັບປັບປຸງ); ຮ່າງ ກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ); ຮ່າງນະໂຍບາຍ ພິເສດຕໍ່ການພັດທະນາແຂວງຫົວ ພັນ ແລະ ແຂວງຜົ້ງສາລີ; ຮ່າງຄໍາ ສັ່ງວ່າດ້ວຍການປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການ ພັດທະນາແຮ່ທາດໃນໄລຍະໃໝ່; ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງ ໄຊເບີ (ສະບັບປັບປຸງ); ຮ່າງ ກົດໝາຍວ່າດ້ວຍກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນລາວ (ສະ ບັບປັບປຸງ); ຮ່າງດໍາລັດວ່າດ້ວຍ ຕໍາແໜ່ງບໍລິຫານຂອງພະນັກງານ ລັດຖະກອນ (ສະບັບປັບປຸງ). ໃນໂອກາດດັ່ງກ່າວ, ທ່ານ ປະທານກອງປະຊຸມໄດ້ຮຽກຮ້ອງ ໃຫ້ບັນດາທ່ານສະມາຊິກລັດຖະ ບານ ແລະ ບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ ແລະ ປະກອບຄໍາເຫັນຢ່າງ ເລິກເຊິ່ງ, ແທດກັບສະພາບຄວາມ ເປັນຈິງຂອງແຕ່ລະບັນຫາດ້ວຍ ການສະເໜີທັດສະນະຢ່າງກົງໄປ ກົງມາ, ກະທັດຮັດ ແລະ ມີຈຸດສຸມ ເຮັດໃຫ້ຜົນຂອງກອງປະຊຸມຄັ້ງນີ້ ໄດ້ຮັບຜົນເປັນຢ່າງດີ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. 4 ຕື້ກີບ, ລວມທັງໝົດ 19 ຕື້ກີບ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ກ່າວສະແດງຄວາມ ຂອບໃຈຕໍ່ບັນດາບໍລິສັດທີ່ໄດ້ໃຫ້ ການຊ່ວຍເຫລືອລັດຖະບານ ກໍຄື ປະ ຊາຊົນລາວ ທັງໄລຍະຜ່ານມາ ແລະ ປັດຈຸບັນ ຊຶ່ງການຊ່ວຍເຫລືອດັ່ງ ກ່າວ ແມ່ນສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການຂອງສະພາບ ການຕົວຈິງໃນປັດຈຸບັນ, ເປັນການ ເສຍສະລະ ເພື່ອປະກອບສ່ວນເຂົ້າ ໃນການແກ້ໄຂຜົນກະທົບ ແລະ ຟື້ນ ຟູຊີວິດການເປັນຢູ່ຂອງຜູ້ທີ່ປະສົບ ໄພທໍາມະຊາດໃຫ້ກັບຄືນສູ່ສະພາບ ປົກກະຕິໂດຍໄວ, ພ້ອມທັງຢືນຢັນ ວ່າຈະຊີ້ນຳພາກສ່ວນກ່ຽວຂ້ອງ ເພື່ອ ເອົາການຊ່ວຍເຫລືອດັ່ງກ່າວ ໄປນຳ ໃຊ້ດ້ວຍຄວາມໂປ່ງໃສ, ຖືກຕ້ອງ ແລະ ຖືກເປົ້າໝາຍຢ່າງແທ້ຈິງ. ຂໍ້ມູນ-ພາບ: ຫສນຍ ຟູຜົນກະທົບໃນໄລຍະຜ່ານມາໃຫ້ກັບ ຄືນສູ່ສະພາບປົກກະຕິໂດຍໄວ. ສ່ວນ ປະຊາຊົນຕ້ອງເພີ່ມຄວາມລະມັດ ລະວັງ, ເບິ່ງແຍງລູກຫລານ ແລະ ຕິດຕາມຂ່າວສານກ່ຽວກັບສະພາບ ອາກາດຢ່າງເປັນປົກກະຕິ, ຄວບຄູ່ ກັບການເອົາໃຈໃສ່ດ້ານສຸຂະອະນາ ໄມ, ນ້ຳສະອາດ ແລະ ການປ້ອງ ກັນພະຍາດລະບາດທີ່ອາດເກີດຂຶ້ນ ພາຍຫລັງນ້ຳຖ້ວມ. ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມອບເຄື່ອງອຸປະ ໂພກ-ບໍລິໂພກ ລວມມູນຄ່າ 293 ລ້ານກີບ ໃຫ້ແກ່ຄະນະກຳມະການ ປົກຄອງເມືອງນານ ເພື່ອນໍາໄປ ມອບຕໍ່ໃຫ້ປະຊາຊົນນຳໃຊ້ເຂົ້າໃນ ການແກ້ໄຂຜົນກະທົບຈາກໄພພິບັດ ທຳມະຊາດໃຫ້ກັບສູ່ສະພາບປົກ ກະຕິໂດຍໄວ, ທັງໄດ້ເຄື່ອນໄຫວ ເບິ່ງສະຖານທີ່ນ້ຳຖ້ວມຢູ່ບ້ານສີບຸນ ເຮືອງ ແລະ ບ້ານນາເລົາ ຕື່ມອີກ. ພາບ-ຂ່າວ: ທະນູສິນ ອິດທິພົນ ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ນໍາເອົາເຄື່ອງອຸປະ ໂພກ-ບໍລິໂພກ ແລະ ປັດໄຈຈຳນວນ ໜຶ່ງມອບໃຫ້ແກ່ເມືອງເຊບັ້ງໄຟ ແລະ ຕາແສງຕານເທີງ ເມືອງໜອງ ບົກ ພ້ອມທັງກ່າວໃຫ້ກຳລັງໃຈແກ່ ປະຊາຊົນຜູ້ປະສົບໄພພິບັດໃນຄັ້ງ ນີ້ດ້ວຍ. ການຊ່ວຍເຫລືອ ແລະ ແກ້ໄຂຄວາມ ຫຍຸ້ງດ້ານຕ່າງໆຢ່າງທັນການເປັນ ຕົ້ນດ້ານກຳລັງ, ພາຫະນະ, ວັດຖຸອຸ ປະກອນ, ງົບປະມານ ແລະ ອື່ນໆ. ສະນັ້ນ, ໃນຍາມພົບກັບຄວາມຫຍຸ້ງ ຍາກຄືແນວນີ້ ແມ່ນໃຫ້ເອົາໃຈໃສ່ ເພີ່ມທະວີຄວາມສາມັກຄີຊ່ວຍ ເຫລືອເຊິ່ງກັນ ແລະ ກັນ; ໃຫ້ມີສະ ຕິລະວັງຕົວ, ຕິດຕາມສະພາບດິນ ຟ້າອາກາດຢ່າງໃກ້ຊິດ, ກະກຽມ ຄວາມພ້ອມດ້ານຕ່າງໆ ເພື່ອຮັບມື ກັບຄວາມສ່ຽງຕ່າງໆທີ່ອາດເກີດ ຂຶ້ນຕື່ມໃນຕໍ່ໜ້າຢ່າງທັນການ; ເອົາ ໃຈໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນ ສັງຄົມ, ມີສະຕິຕໍ່ກຸ່ມຄົນຂີ້ລັກງັດ ແງະ ທີ່ອາດສວຍໂອກາດໃນຍາມ ຫຍຸ້ງຍາກນີ້; ກະກຽມຄວາມພ້ອມ ດ້ານຕ່າງໆ ເພື່ອທຳການຜະລິດທົດ ແທນພາຍຫລັງນໍ້າບົກແຫ້ງ ແລະ ໝົດເຂດໄລຍະຄວາມສ່ຽງ; ໃຫ້ປະ ຊາຊົນເອົາໃຈໃສ່ຮັກສາສຸຂະອານາ ໄມ, ໃຫ້ແພດ-ໝໍ ຕິດຕາມເບິ່ງແຍງ ສຸຂະພາບຂອງປະຊາຊົນຢ່າງໃກ້ ຊິດ, ລວມທັງການປ້ອງກັນພະຍາດ ຕາມລະດູການ. ໃນຕໍ່ໜ້າໃຫ້ເອົາໃຈ ໃສ່ນຳໃຊ້ທ່າແຮງບົ່ມຊ້ອນຂອງ ທ້ອງຖິ່ນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມໃຫ້ເກີດປະໂຫຍດ ສູງສຸດ ຕາມທິດສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລ ຍະໃໝ່ ໃຫ້ແຂງແຮງ ແລະ ປະກົດ ຜົນເປັນຈິງ. ຈາກນັ້ນ, ທ່ານນາຍົກລັດຖະ ມົນຕີ ໄດ້ມອບເງິນ ແລະ ເຄື່ອງອຸປະ ໂພກ-ບໍລິໂພກຈຳນວນໜຶ່ງໃຫ້ແກ່ ອົງການປົກຄອງເມືອງ ແລະ ຕາ ແສງປະທຸມພອນ ເພື່ອນຳໄປຊ່ວຍ ເຫລືອປະຊາຊົນ ແລະ ແກ້ໄຂຄວາມ ຫຍຸ້ງຍາກຕ່າງໆ. ຂ່າວ- ພາບ: ກົມປະຊາສຳພັນ ຫສນຍ. ໃນໂກາດນີ້, ທ່ານ ໄມທອງ ທຳມະວົງສາ ໄດ້ກ່າວວ່າ: ເນື່ອງ ໃນໂອກາດຄົບຮອບ100ປີວັນເກີດ ຂອງສະຫາຍ ຈ່ຽງ ເຈີມິນ ພັກ-ລັດ ສປ ຈີນ ໄດ້ຈັດຕັ້ງບັນດາກິດຈະກຳ ຕ່າງໆ ເພື່ອລະນຶກເຖິງ, ທົບທວນຄືນ ແລະ ສຶກສາຄົ້ນຄວ້າກ່ຽວກັບວິຖີ ຊີວິດ, ຜົນງານ ແລະ ແນວຄິດຂອງ ສະຫາຍ ຈ່ຽງ ເຈີມິນ ຕະຫລອດ ໄລຍະທີ່ເພິ່ນໄດ້ປະຕິບັດໜ້າທີ່ເພື່ອ ປະເທດຊາດ ແລະ ປະຊາຊົນຈີນ. ຜົນງານຂອງເພິ່ນໄດ້ສະແດງໃຫ້ ເຫັນເຖິງຄວາມມຸ່ງມາດປາຖະໜາ ໃນການປະຕິຮູບ, ຄວາມກ້າຄິດກ້າ ເຮັດ, ວິໄສທັດອັນເບິ່ງກວ້າງເຫັນ ໄກ ແລະ ຄວາມສາມາດໃນການ ກຳແໜ້ນຈຸດປ່ຽນແປງຂອງຍຸກສະ ໄໝ ເພື່ອນໍາພາປະເທດຊາດກ້າວ ຂຶ້ນສູ່ຄວາມຈະເລີນຮຸ່ງເຮືອງຕາມ ການປ່ຽນແປງຂອງສາກົນ. ສຳລັບ ການສົ່ງເສີມສາຍພົວພັນ ລາວ-ຈີນ ສະຫາຍ ຈ່ຽງ ເຈີມິນ ແມ່ນໜຶ່ງໃນ ການນໍາສູງສຸດຂອງ ສປ ຈີນ ທີ່ເປັນ ຜູ້ວາງຮາກຖານຂອງການພົວພັນ ສອງຊາດ ໃນໄລຍະການດຳລົງຕຳ ແໜ່ງຂອງເພິ່ນ, ສະຫາຍ ໜູຮັກ ພູມສະຫວັນ ປະທານປະເທດ ແຫ່ງ ສປປ ລາວ ໃນເວລານັ້ນ, ໄດ້ຢ້ຽມ ຢາມ ສປ ຈີນ ຢ່າງເປັນທາງການ ໃນປີ 1992 ຊຶ່ງໄດ້ກາຍເປັນການ ເປີດສັງກາດໃໝ່ ແຫ່ງການສົ່ງເສີມ ມິດຕະພາບ ແລະ ການຮ່ວມມື ລາວ-ຈີນ, ໃນເວລາຕໍ່ມາສະຫາຍ ຈ່ຽງ ເຈີມິນ ຖືເປັນການນໍາສູງສຸດ ຂອງ ສປ ຈີນ ຄົນທໍາອິດທີ່ໄດ້ມາ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການພາຍຫລັງການສະຖາປະ ນາ ສປປ ລາວ. ມິດຕະພາບ ແລະ ການຮ່ວມມື ລາວ-ຈີນ ໃນປັດຈຸບັນບໍ່ພຽງແຕ່ ແມ່ນຜົນງານຂອງຄົນຮຸ່ນປັດຈຸບັນ, ແຕ່ເປັນຜົນງານມໍລະດົກຈາກການ ວາງຮາກຖານຂອງບັນດາຜູ້ນໍາຮຸ່ນ ກ່ອນ. ສະຫາຍ ຈ່ຽງ ເຈີມິນ ແມ່ນ ໜຶ່ງໃນຜູ້ນໍາສໍາຄັນທີ່ມີບົດບາດໃນ ການວາງຮາກຖານໃຫ້ແກ່ສາຍ ພົວພັນລາວ-ຈີນ ໃນຍຸກໃໝ່. ດັ່ງນັ້ນ, ການລະນຶກເຖິງສະຫາຍ ຈ່ຽງ ເຈີ ມິນ ໃນມື້ນີ້, ຈຶ່ງບໍ່ພຽງແຕ່ແມ່ນການ ຫວນຄືນອະດີດ, ແຕ່ແມ່ນການເບິ່ງ ໄປຂ້າງໜ້າ. ພວກເຮົາຕ້ອງສືບ ຕໍ່ສົ່ງເສີມມູນເຊື້ອອັນດີງາມແຫ່ງ ມິດຕະພາບ, ຮັກສາຄວາມໄວ້ເນື້ອ ເຊື່ອໃຈທາງການເມືອງ, ເສີມສ້າງ ການຮ່ວມມືໃນທຸກຂົງເຂດຕາມທິດ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນ ຄົງຍາວນານຕາມທິດ 4 ດີ ແລະ ຄູ່ ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມ ແຂງໜຽວແໜ້ນໃນທຸກສະພາບ ການຂອງຍຸກໃໝ່ ໃຫ້ກ້າວໜ້າຢ່າງ ໝັ້ນຄົງ, ຢືນຍົງ ແລະ ເກີດຜົນປະ ໂຫຍດແກ່ປະຊາຊົນສອງຊາດ. ຂ່າວ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==