xtgmf]k; 7 19/08/2026 gsfdko{dkora fa mtok ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ລະດັບນ້ຳຂອງ ປະຈຳວັນທີ 17 ສິງຫາ 2026 ຢູ່ ແຂວງຈໍາປາສັກ ເລີ່ມຫລຸດລົງ ເລັກນ້ອຍ. ອີງຕາມການລາຍງານຈາກພະ ແນກກະສິກຳ ແລະ ສິ່ງແວດລ້ອມ, ຂະແໜງຊັບພະຍາກອນນ້ຳ, ອຸຕຸ ນິຍົມ ແລະ ອຸທົກກະສາດ ແຂວງຈຳ ປາສັກ ເວລາ 13:00 ໂມງ, ສະພາບ ລະດັບນ້ຳຢູ່ຕາມຈຸດວັດແທກສຳ ຄັນຕ່າງໆ ມີລາຍລະອຽດດັ່ງນີ້: ສະພາບລະດັບນ້ຳ ສະຖານີປາກເຊ (ນ້ຳຂອງ): ລະດັບນ້ຳຢູ່ທີ່ 11,62 ແມັດ (ຫລຸດລົງຈາກຕອນເຊົ້າ 0,06 ແມັດ), ຍັງຢູ່ໃນເກນລະວັງ ໄພ (ເກນລະວັງໄພ 11 ແມັດ, ເກນ ອັນຕະລາຍ 12 ແມັດ). ສຳລັບສະຖານີເຊໂດນ (ນ້ຳເຊ ໂດນ): ລະດັບນ້ຳຢູ່ທີ່ 7,50 ແມັດ (ຫລຸດລົງຈາກຕອນເຊົ້າ 0,23 ແມັດ), ຍັງຢູ່ໃນເກນລະວັງໄພ (ເກນລະວັງໄພ 10 ແມັດ, ເກນ ອັນຕະລາຍ 11 ແມັດ); ສະຖານີຈຸດ ບ້ານດອນຊະ (ເຊໂດນ): ລະດັບ ນ້ຳຢູ່ທີ່ 3,81 ແມັດ (ຫລຸດລົງຈາກ ຕອນເຊົ້າ 0,27 ແມັດ), ຍັງຢູ່ໃນ ເກນລະວັງໄພ (ເກນລະວັງໄພ 9 ແມັດ, ເກນອັນຕະລາຍ 10 ແມັດ). ດັ່ງນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ ປະຊາຊົນ ແລະ ອົງການປົກຄອງ ທຸກພາກສ່ວນໃຫ້ຕິດຕາມສະພາບ ດິນຟ້າອາກາດ ແລະ ລະດັບນ້ຳຢ່າງ ໃກ້ຊິດ ເພື່ອກຽມພ້ອມຮັບມືກັບສະ ພາບການຕ່າງໆ ທີ່ອາດຈະເກີດຂຶ້ນ. va f8txn {1k]kp c]dxj Po[q fIPo grn j vIa fc|h odkoIj ;,,n c]t dkora fmtok xt-k-q oz6 h xtlq [wroE4h ;,16 j g,n v'g-[A 'w2 pa '8h v'dkog7n j v'v5 xt3rd{[= ]y 3rd9eo;os]kp ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ສະພາປະຊາຊົນ ແຂວງອັດຕະປື ໄດ້ພົບປະແລກປ່ຽນ ບົດຮຽນກັບຄະນະຜູ້ແທນສະພາ ປະຊາຊົນແຂວງຢາລາຍ ແຫ່ງ ສສ ຫວຽດນາມ ໃນວັນທີ 17 ສິງຫາ 2026 ທີ່ແຂວງອັດຕະປື ເພື່ອແລກປ່ຽນປະສົບການ, ຍົກ ສູງປະສິດທິພາບການດຳເນີນງານ ແລະ ສືບຕໍ່ຮັດແໜ້ນສາຍພົວພັນ ຮ່ວມມືອັນດີງາມ ລະຫວ່າງສອງ ແຂວງ ໂດຍມີ ທ່ານ ພູວັນ ພົມ ມະຈັນ ຄະນະປະຈໍາພັກແຂວງ ຮອງປະທານຜູ້ປະຈຳການສະພາ ປະຊາຊົນ ແຂວງອັດຕະປື, ທ່ານ ນາງ ຮວິ່ງ ຖຸຍເວີນ ກຳມະການ ພັກແຂວງ, ຮອງປະທານ ສະພາ ປະຊາຊົນແຂວງຢາລາຍ ພ້ອມຄະ ນະທັງສອງຝ່າຍເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ພູວັນ ພົມ ມະຈັນ ໄດ້ນຳສະເໜີພາບລວມ ແລະ ຂໍ້ມູນພື້ນຖານຂອງແຂວງ ໂດຍ ແຂວງອັດຕະປື ມີເນື້ອທີ່ 10.230 ກິໂລຕາແມັດ, ປະກອບມີ 5 ເມືອງ ແລະ ມີປະຊາກອນປະມານ 150.000 ຄົນ. ເສດຖະກິດມີທ່າ ອ່ຽງຂະຫຍາຍຕົວຕໍ່ເນື່ອງ, ຈີດີພີ ສະເລ່ຍຕໍ່ຄົນບັນລຸປະມານ 2.240 ໂດລາສະຫະລັດ. ສຳລັບຜົນງານ ໃນ 6 ເດືອນຕົ້ນປີ 2026, ສະພາ ປະຊາຊົນແຂວງອັດຕະປື ຊຸດທີ V ໄດ້ສຸມໃສ່ການປະຕິບັດພາລະ ບົດບາດຕາມອຳນາດໜ້າທີ່ຢ່າງ ເຕັມສ່ວນ, ດ້ານນິຕິກຳ ແລະ ການ ຕົກລົງບັນຫາສຳຄັນ ໄດ້ພິຈາລະນາ ແລະ ຮັບຮອງເອົາມະຕິກອງປະຊຸມ ຈຳນວນ 11 ສະບັບ, ດ້ານງົບປະ ມານ ສາມາດເກັບລາຍຮັບໄດ້ກວ່າ 1.100 ຕື້ກີບ, ເທົ່າກັບ 62,35% ຂອງແຜນການປີ, ດ້ານການລົງທຶນ ໄດ້ຕິດຕາມ ແລະ ກວດກາໂຄງການ ລົງທຶນຂອງລັດ 197 ໂຄງການ ໃນ ນັ້ນ, ສຳເລັດແລ້ວ 95 ໂຄງການ. ພ້ອມນີ້, ຍັງໄດ້ສຸມໃສ່ການຕິດຕາມ ກວດກາການນໍາໃຊ້ກົດໝາຍ, ການ ແກ້ໄຂຄຳຮ້ອງທຸກ ແລະ ການສະ ທ້ອນບັນຫາຈາກປະຊາຊົນ ເພື່ອໃຫ້ ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນໄດ້ຮັບການຄຸ້ມຄອງ. ໃນກອງປະຊຸມສອງຝ່າຍໄດ້ ແລກປ່ຽນຄວາມຄິດເຫັນ ແລະ ບົດຮຽນກ່ຽວກັບການຈັດຕັ້ງການ ປະຊຸມ, ການອອກມະຕິ, ການຕິດ ຕາມກວດກາ, ການພິຈາລະນາຄຳ ຮ້ອງທຸກຂອງປະຊາຊົນ ຕະຫລອດ ຮອດການກວດກາການດຳເນີນ ໂຄງການລົງທຶນຂອງລັດ. ການ ແລກປ່ຽນດັ່ງກ່າວ, ຈະເປັນບົດຮຽນ ສຳຄັນໃຫ້ແກ່ສອງຝ່າຍ ໃນການນຳ ໄປປະຍຸກໃຊ້ ແລະ ປັບປຸງວຽກງານ ໃນຕໍ່ໜ້າ. ພ້ອມກັນນີ້, ສອງຝ່າຍໄດ້ ຕົກລົງວາງທິດທາງຮ່ວມມືໃນຕໍ່ ໜ້າ ໂດຍຈະສືບຕໍ່ແລກປ່ຽນຄະນະ ຜູ້ແທນທັງໃນລະດັບການນຳ ແລະ ລະດັບວິຊາການ, ສົ່ງເສີມການ ແລກປ່ຽນບົດຮຽນດ້ານນິຕິກຳ, ການກວດກາ, ການພົວພັນກັບປະ ຊາຊົນ ແລະ ວຽກງານວິຊາການ ອື່ນໆ ພ້ອມທັງມີແຜນຈັດສຳມະນາ ແລະ ຝຶກອົບຮົມດ້ານພາສາ ແລະ ວິຊາສະເພາະ ໃນທ້າຍປີ 2026 ເພື່ອຍົກສູງທັກສະ ແລະ ຂີດຄວາມ ສາມາດຂອງບຸກຄະລາກອນ. ການພົບປະ ແລະ ແລກປ່ຽນ ບົດຮຽນໃນຄັ້ງນີ້, ຖືເປັນອີກໜຶ່ງ ກິດຈະກຳສຳຄັນ ທີ່ຊ່ວຍເສີມສ້າງ ສາຍພົວພັນມິດຕະພາບ, ຄວາມ ສາມັກຄີ ແລະ ການຮ່ວມມືອັນແໜ້ນ ແຟ້ນ ລະຫວ່າງແຂວງອັດຕະປື ແລະ ແຂວງຢາລາຍ ກ້າວໄປສູ່ການ ຮ່ວມມືທີ່ເລິກເຊິ່ງ, ຮອບດ້ານ ແລະ ຍືນຍົງຍິ່ງຂຶ້ນ ອັນເປັນການປະກອບ ສ່ວນຮັດແໜ້ນມິດຕະພາບ, ການ ຮ່ວມມື, ຄວາມສາມັກຄີພິເສດລາວ- ຫວຽດນາມ, ຫວຽດນາມ-ລາວ ໃຫ້ ໝັ້ນຄົງຕະຫລອດໄປ. ຂ່າວ: ມະນີວອນ ]tfa [oE0v'16 j c0;'9exkla d g]u j ,s]5 f]q 'g]a doh vp ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ອີງໃສ່ສະພາບ ນໍ້າຖ້ວມໃນປັດຈຸບັນຄວາມຕ້ອງ ການຂອງພໍ່ແມ່ປະຊາຊົນທີ່ປະ ສົບໄພນ້ຳຖ້ວມ ຢູ່ເມືອງເຊບັ້ງໄຟ ແຂວງຄຳມ່ວນ ແມ່ນເຄື່ອງອຸປະ ໂພກ-ບໍລິໂພກເປັນຫລັກ ໂດຍ ສະເພາະ ບ້ານທີ່ຖືກຕັດຂາດ ບໍ່ ສາມາດເຂົ້າເຖິງ ເປັນຕົ້ນ ບ້ານທ່າ ຄໍ້, ທ່າຫາດ, ຫາດຄໍາຮຽງ ແລະ ບ້ານຄໍາແພເໜືອ. ທ່ານ ອື່ງສິດ ນິມິດບັນຊາ ຮອງ ປະທານຄະນະກໍາມະການປົກຄອງ ເມືອງເຊບັ້ງໄຟ ທັງເປັນປະທານ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນເມືອງ ໄດ້ລາຍງານ ໃນວັນທີ 17 ສິງຫາ 2026 ວ່າ: ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ເລີ່ມຕັ້ງແຕ່ວັນທີ 01-14 ສິງຫາ 2026 ລະດັບນໍ້າເຊ ບັ້ງໄຟແມ່ນໄດ້ເພີ່ມສູງຂຶ້ນກາຍເຂດ ອັນຕະລາຍຄື 21,74 ແມັດ ໃນນັ້ນ, ເຂດເຕືອນໄພແມ່ນ 19 ແມັດ ແລະ ເຂດອັນຕະລາຍ 20 ແມັດ ຊຶ່ງໄດ້ສົ່ງ ຜົນກະທົບໃສ່ 19 ບ້ານ (ທົ່ວເມືອງ ມີ 45 ບ້ານ). ສ່ວນຢູ່ໃນຕາແສງສີ ບຸນເຮືອງແມ່ນກວມເອົາ 10 ບ້ານ, ຕາແສງຄໍາແພໃຕ້ກວມເອົາ 7 ບ້ານ, ຕາແສງຄໍາແພເໜືອກວມເອົາ 2 ບ້ານ, ສ່ວນເນື້ອທີ່ນາແມ່ນກວມເອົາ 35 ບ້ານ, ໃນເນື້ອທີ່ນາທີ່ຖືກຖ້ວມ ໄປກວມ 30% ຂອງເນື້ອທີ່ປູກເຂົ້າ ຕົວຈິງ ປັດຈຸບັນ ນໍ້າແມ່ນຢູ່ຕົວໄດ້ 2-3 ມື້ແລ້ວ. ດ້ານການຊ່ວຍເຫລືອຂອງພາກ ສ່ວນຕ່າງໆໃນສັງຄົມ ລວມໄປ ເຖິງກອງເລຂາໄພພິບັດຂັ້ນເມືອງ ກໍໄດ້ມີການແຕ່ງຕັ້ງຄະນະກໍາມະ ການ ແລະ ຕັ້ງຈຸດໃນການຮັບ ເຄື່ອງຊ່ວຍເຫລືອລວມມີ 3 ຈຸດຄື: ຕາແສງສີບຸນເຮືອງ ໂດຍສະເພາະ ຢູ່ເຂດບ້ານນາພອກ; ຈຸດບ້ານທ່າ ຄໍ້ ຕາແສງຄໍາແພໃຕ້ ແລະ ຈຸດ ຫ້ອງວ່າການເມືອງ. ສໍາລັບການ ຊ່ວຍເຫລືອທາງຄະນະກໍາມະ ການປົກຄອງ ເມືອງ ເ ຊບັ້ງໄຟ ໄດ້ມີການລະດົມທົ່ວສັງຄົມເພື່ອ ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ປັດຈຸບັນທາງແຂວງ ໄດ້ມອບເງິນ ຊ່ວຍເຫລືອເມືອງ 3 ຄັ້ງ ເປັນເງິນ 140 ລ້ານກວ່າກີບ. ນອກຈາກນັ້ນ , ຍັງມີພາກສ່ວນສັງຄົມ, ບໍລິສັດ , ຫ້າງຮ້ານ ກໍໄດ້ມາປະກອບສ່ວນ ເກືອບ 180 ກວ່າລ້ານກີບ. ທ່ານອື່ງສິດນິມິດບັນຊາໄດ້ຮຽກ ຮ້ອງມາຜູ້ປະກອບການບໍລິສັດ, ຫ້າງຮ້ານ ແລະ ບຸກຄົນ ປະກອບ ສ່ວນຕາມທ່າແຮງຕາມຈຸດຕ່າງໆ ຫລື ຈະພົວພັນປະສານງານຜ່ານ ກອງເລຂາ ເພື່ອຈະນໍາເອົາເຄື່ອງ ອຸປະໂພກ-ບໍລິໂພກ ເຂົ້າໄປຊ່ວຍ ເຫລືອເຖິງສະຖານທີ່ຕົວຈິງ. ພ້ອມກັນນັ້ນ, ຍັງໄດ້ແບ່ງຄວາມ ຮັບຜິດຊອບພາຍໃນຄະນະພັກ ໂດຍ ມີການແບ່ງຈຸລົງຕິດຕາມໃນແຕ່ລະ ມື້ ໂດຍສະເພາະ ກໍາລັງ ປກຊ ແລະ ປກສ ເມືອງ, ກໍາລັງຫລວງ ຂອງກອງພັນໃຫຍ່ 401. ສ່ວນ ຄວາມເສຍຫາຍທາງດ້ານສັດລ້ຽງ ແມ່ນຍັງບໍ່ທັນມີການລາຍງານ. ພາຍຫລັງນໍ້າຫລຸດລົງ ທາງເມືອງ ຈະໄດ້ມອບໃຫ້ແຕ່ລະພາກສ່ວນ ເກັບກໍາຂໍ້ມູນເຊັ່ນ: ກະສິກໍາ, ສາ ທາ, ສຶກສາ, ໂຍທາ ພ້ອມທັງແຜນ ການນໍາສະເໜີ ເພື່ອລາຍງານຫາ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງຕື່ມອີກ. ທ່ານ ວັນດີ ວັນມີໄຊ ນາຍບ້ານໆ ນາພອກ ໄດ້ກ່າວວ່າ: ບ້ານນາພອກ ມີ 306 ຫລັງຄາ, ມີ 365 ຄອບຄົວ, ເນື້ອທີ່ນາ 475,22 ເຮັກຕາ ແມ່ນ ຖືກນໍ້າຖ້ວມຈົນໝົດ, ພ້ອມນັ້ນ ປະຊາຊົນພາຍໃນບ້ານຍັງມີຄວາມ ຫຍຸ້ງຍາກ ໃນການເດີນທາງໄປມາຫາສູ່ກັນ ເຊິ່ງບາງຄອບຄົວກໍບໍ່ມີ ເຮືອ, ບາງຄອບຄົວກໍເປັນຜູ້ອາຍຸສູງ ແລະ ບໍ່ແຂງແຮງ ຊຶ່ງໃນໄລຍະທີ່ ເກີດໄພພິບັດທາງການນໍາພັກ-ລັດ ກໍໄດ້ນໍາເຄື່ອງມາຊ່ວຍເຫລືອ. ສ່ວນ ທາງການຈັດຕັ້ງບ້ານ ກໍໄດ້ຮັບເອົາ ເຄື່ອງດັ່ງກ່າວເພື່ອໄປແຈກຢາຍ ເຖິງເຮືອນຂອງແຕ່ລະຄອບຄົວ ເພື່ອ ແບ່ງປັນກັນຢ່າງທົ່ວເຖິງ ຊຶ່ງຄວາມ ຕ້ອງການຂອງປະຊາຊົນ ໃນໄລຍະ ນີ້ແມ່ນຕ້ອງການນໍ້າດື່ມ, ໝີ່ສຳເລັດ ຮູບ ແລະ ຢາທີ່ຈໍາເປັນຕ້ອງໃຊ້ໃນ ລະດູຝົນ. pq d]tfa [lu ,n dko8a fglN v{dkogIa fc2h ,.lj gvdtlko .sh 76 /b d c]t lt,k-y dc,j py ' 2 c0;' ຂປລ. ແຫລ່ງຂ່າວຈາກແຂວວງ ເຊກອງ ໃຫ້ຮູ້ວ່າ: ການຝຶກອົບຮົມ ຍົກລະດັບສີມື ໃນການຕັດເສື້ອແວັດ ແລະ ການເຮັດແຟ້ມໃສ່ເອກະສານ ໃຫ້ແກ່ຄູຝຶກ ແລະ ສະມາຊິກແມ່ຍິງ ແຂວງເຊກອງ ແລະ ແຂວງສາລະ ວັນ ຈັດຂຶ້ນໃນວັນທີ 17 ສິງຫາ 2026 ທີ່ແຂວງເຊກອງ ໂດຍມີ ທ່ານ ນາງ ເພັດດາແກ້ວ ພົນສາ ລາດ ຮອງປະທານສະຫະພັນແມ່ຍິງ ແຂວງເຊກອງ, ທ່ານ ນາງ ຈັນສະ ໝອນ ແສງຫາລາດ ຮອງຫົວໜ້າ ສູນຝຶກອົບຮົມແມ່ຍິງລາວ ສູນກາງ ສະຫະພັນແມ່ຍິງລາວ ເຂົ້າຮ່ວມ ຊຶ່ງການຝຶກອົບຮົມດັ່ງກ່າວ ຈະໄດ້ ດຳເນີນເປັນເວລາ 8 ວັນ ຈົນໄປ ຮອດວັນທີ 25 ສິງຫາ 2026. ໃນໂອກາດນີ້, ທ່ານ ນາງ ເພັດ ດາແກ້ວ ພົນສາລາດ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ກໍເພື່ອເສີມ ສ້າງ ແລະ ຍົກລະດັບຄວາມຮູ້ ທາງ ດ້ານສີມືໃນການຕັດຫຍິບເສື້ອແວັດ, ການຫຍິບແຟ້ມໃສ່ເອກະສານໃຫ້ ສາມາດນຳຄວາມຮູ້ໄປປະຍຸກໃຊ້ ໃນການປະກອບອາຊີບສ້າງລາຍ ຮັບ ແລະ ສ້າງອາຊີບທີ່ໝັ້ນຄົງ. ທ່ານນາງຈັນສະໝອນແສງຫາ ລາດ ໄດ້ກ່າວວ່າ: ໃນການຝຶກອົບ ຮົມຄັ້ງນີ້ ແມ່ນໄດ້ນໍາເອົາບົດຮຽນ ຂອງ ສປ ຈີນ ທີ່ຄູຝຶກຂອງສູນອົບ ຮົມແມ່ຍິງລາວ ໄດ້ຮໍ່າຮຽນມາແລ້ວ ມາສິດສອນຕໍ່ໃຫ້ບັນດາຄູຝຶກ ແລະ ສະມາຊິກແມ່ຍິງ ແຂວງເຊກອງ ແລະ ແຂວງສາລະວັນ ເພື່ອໃຫ້ ສາມາດສ້າງເປັນຜະລິດຕະພັນກາຍ ເປັນສິນຄ້າ ທີ່ເປັນເອກະລັກຂອງ ແຂວງ ພ້ອມທັງເປັນການປະກອບ ສ່ວນພັດທະນາຊຸມຊົນ ແລະ ສ້າງ ສີມືໃຫ້ແມ່ຍິງມີວິຊາຊີບເສີມ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບ ຄົວ, ພ້ອມທັງຍັງໄດ້ເນັ້ນໃຫ້ຜູ້ເຂົ້າ ອົບຮົມ ຈົ່ງຕັ້ງໃຈຮ່ຳຮຽນ ແລະ ນຳ ເອົາຄວາມຮູ້ໄປຖ່າຍທອດຕໍ່ ໃຫ້ແກ່ ສະມາຊິກແມ່ຍິງຢູ່ຂັ້ນຕ່າງໆ ເພື່ອ ສ້າງໃຫ້ເກີດອາຊີບ ແລະ ລາຍຮັບ ທີ່ຍືນຍົງ. ຂ່າວ: ພຸດທະສອນ
RkJQdWJsaXNoZXIy MTc3MTYxMQ==