7345

7 la opkog8n vo sq;.90kfg]n vfc[[dtma osa o 19/08/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ຢ່າຕົ່ງ່ າົ່ ງ ໂດຍ:ມາລີດດາີ r6 zk4uj lt4komuj mj v'mj P;xts;a flkf Ij v'Ivpcsj'7;k,-q '9e ຂປລ. ຄໍລຳ “ທ່ອງທ່ຽວເມືອງ ລາວ” ສະບັບຜ່ານມາໄດ້ສະເໜີ ບັນດາແຫລ່ງທ່ອງທ່ຽວທີ່ມີຊື່ສຽງ ຢູ່ແຂວງຜົ້ງສາລີ ຊຶ່ງເປັນແຂວງ ເໜືອສຸດຂອງປະເທດລາວເຮົາ ໃຫ້ທ່ານຜູ້ອ່ານມາແລ້ວ ແລະ ມາ ສະບັບນີ້ ຂໍພາທ່ານຜູ້ອ່ານລົງມາ ທີ່ແຂວງຫົວພັນ ແລະ ມາຮູ້ບັນດາ ແຫລ່ງທ່ອງທ່ຽວທີ່ຊື່ສຽງຂອງ ແຂວງນີ້ພ້ອມໆກັນຕື່ມ. ຫາກເອີ່ຍເຖິງແຂວງຫົວພັນ ຫລາຍໆຄົນອາດນຶກເຖິງດິນແດນ ແຫ່ງການປະຕິວັດ, ທຳມະຊາດອັນ ອຸດົມສົມບູນແລະ ແຫລ່ງທ່ອງທ່ຽວ ທາງປະຫວັດສາດ ແລະ ຄວາມ ງາມຂອງພູຜາປ່າດົງ. ໃນບັນດາ ສະຖານທີ່ສຳຄັນຂອງແຂວງນີ້ “ພູຜາຖີ່” ແມ່ນໜຶ່ງໃນຈຸດໝາຍ ປາຍຂອງນັກທ່ອງທ່ຽວ ຊຶ່ງເປັນ ທັງສະຖານທີ່ທ່ອງທ່ຽວທຳມະ ຊາດ ແລະ ອະນຸສອນແຫ່ງຄວາມ ຊົງຈຳຂອງປະຫວັດສາດລາວ. ພູຜາຖີ ເປັນໜ້າຜາຫີນປູນສູງ ຊັນທີ່ຕັ້ງສະຫງ່າງາມຢູ່ທ່າມກາງ ທິວທັດພູຜາປ່າດົງທີ່ຂຽວສົດງົດ ງາມທີ່ທຳມະຊາດສ້າງໄວ້. ເມື່ອ ພວກເຮົາຂຶ້ນໄປສູ່ຈຸດສູງສຸດຂອງ ພູຜາຖີ, ນັກທ່ອງທ່ຽວສາມາດເບິ່ງ ເຫັນທິວທັດໄດ້ແບບ 360 ອົງສາ ທີ່ເບິ່ງລົງໄປເຫັນຜືນປ່າອັນກວ້າງ ໃຫຍ່ໄພສານ, ສາຍໝອກທີ່ລອຍ ລ່ອງລຽບຕາມສັນພູໃນຍາມເຊົ້າ ແລະ ຄວາມງຽບສະຫງົບທີ່ປົກຄຸມ ທົ່ວບໍລິເວນ. ຄວາມສູງຊັນຂອງໜ້າ ຜາທີ່ຕັ້ງຊື່ຂຶ້ນຟ້າໃຫ້ຄວາມຮູ້ສຶກທີ່ ໜ້າເກງຂາມ ແລະ ທ້າທາຍສຳລັບ ຜູ້ທີ່ມັກຜະຈົນໄພ. ນອກຈາກຄວາມ ງາມທາງທຳມະຊາດແລ້ວ,ພູຜາຖີ ຍັງເປັນສະຖານທີ່ສຳຄັນທາງດ້ານ ປະຫວັດສາດໃນການຕໍ່ສູ້ກູ້ຊາດ ຂອງລາວເຮົາ. ໃນອະດີດ, ພູຜາຖ່ີ ໄດ້ກາຍເປັນຈຸດຍຸດທະສາດການ ທະຫານທີ່ສຳຄັນທີ່ສຸດແຫ່ງໜຶ່ງ. ຈອມພູແຫ່ງນີ້ ເຄີຍເປັນທີ່ຕັ້ງຂອງ ສະຖານີວິທະຍຸ-ເລດາ (Radar Site) ຂອງກອງທັບສະຫະລັດ ອາເມລິກາ ຊຶ່ງໃຊ້ເປັນຈຸດນຳທາງ ໃນການຖິ້ມລະເບີດໃນສະໄໝນັ້ນ. ແນວໃດກໍຕາມ ມາຮອດປັດຈຸບັນ, ຮ່ອງຮອຍຂອງຖານທັບເກົ່າ, ຊາກ ເຫລັກ ແລະ ຫລັກຖານຕ່າງໆ ຈາກ ສະໄໝສົງຄາມ ຍັງຄົງຝັງໂຕຢູ່ກັບ ຄວາມງາມຂອງຫີນຜາ, ເຮັດໃຫ້ ສະຖານທີ່ນີ້ ກາຍເປັນຫໍພິພິທະພັນ ທຳມະຊາດທີ່ບອກເລົ່າເລື່ອງລາວ ໃນອະດີດ. ການເດີນທາງຂຶ້ນສູ່ແຫລ່ງ ທ່ອງທ່ຽວພູຜາຖີບໍ່ແມ່ນເລື່ອງງ່າຍ ຕ້ອງອາໄສຄວາມອົດທົນ ແລະ ຄວາມພ້ອມທາງຮ່າງກາຍ. ເສັ້ນ ທາງທີ່ຄົດລ້ຽວຜ່ານປ່າດົງ ແລະ ໜ້າຜາຫີນ ເຮັດໃຫ້ການເດີນທາງ ເຕັມໄປດ້ວຍຄວາມຕື່ນເຕັ້ນ. ເມື່ອ ໄປຮອດຈອມພູ, ຄວາມຮູ້ສຶກທີ່ໄດ້ ສຳຜັດກັບສາຍລົມເຢັນໆ ບວກກັບ ການໄດ້ຢືນຢູ່ເທິງຈຸດຍຸດທະສາດທີ່ ມີຄວາມໝາຍທາງປະຫວັດສາດ, ຈະເຮັດໃຫ້ຜູ້ມາຢ້ຽມຢາມຮູ້ສຶກ ເຖິງຄວາມສຳຄັນຂອງສັນຕິພາບ ແລະ ຄວາມພາກພູມໃຈໃນແຜ່ນ ດິນເກີດ. ພູຜາຖີ່ ຈຶ່ງຖືເປັນ “ສັນຍະລັກ ຂອງຄວາມອົງອາດ ແລະ ຄວາມ ຊົງຈຳ” ທີ່ນັກທ່ອງທ່ຽວສາຍປະ ຫວັດສາດ ແລະ ຜູ້ທີ່ມັກທຳມະຊາດ ພູດອຍ ບໍ່ຄວນພາດເມື່ອມາຢ້ຽມ ຢາມແຂວງຫົວພັນ. ການພັດທະນາ ພູຜາຖີ່ ບໍ່ພຽງແຕ່ເປັນການສ້າງ ສະຖານທີ່ທ່ອງທ່ຽວໃໝ່ເທົ່ານັ້ນ ແຕ່ຍັງເປັນການ“ປຸກປັ້ນ” ໃຫ້ມໍລະ ດົກທາງປະຫວັດສາດໄດ້ມີຊີວິດ ຊີວາອີກຄັ້ງ, ສ້າງລາຍໄດ້ໃຫ້ແກ່ປະ ຊາຊົນ ແລະ ເປັນຄວາມພາກພູມໃຈ ຂອງຊາວແຂວງຫົວພັນ. ຂປລ. ພະຍາດຫົວໃຈຂາດເລືອດ ແບບກະທັນຫັນ ແມ່ນອີກພະຍາດ ໜຶ່ງທີ່ຫລາຍຄົນອາດຍັງບໍ່ຮູ້ວ່າຕົນ ເອງເປັນພະຍາດນີ້. ສະນັ້ນ, ມື້ນີ້ ຄໍລໍ “ສຶກສາຫາຄວາມຮູ້” ຈະມາ ແນະນໍາ ອາການຂອງພະຍາດນີ້ ເພື່ອໃຫ້ທຸກຄົນໄດ້ສັງເກດອາການ ຂອງໂຕເອງ, ຖ້າພົບວ່າມີອາການ ດັ່ງລຸ່ມນີ້ ຄວນໄປໂຮງໝໍທັນທີ. ໜຶ່ງ. ເຈັບແໜ້ນໜ້າເອິກ: ອາ ການມັກຈະເຈັບຮຸນແຮງກວ່າພະ ຍາດກະເພາະ, ກົດໄຫລຍ້ອນ ຕົວ ຢ່າງ: ອາການຄືກັບມີເດັກມານັ່ງ ໜ້າເອິກ ຫລື ມີຂອງໜັກໆມາທັບຢູ່ ໜ້າເອິກ ແລ້ວລຸກລາມໄປຫາແຂນ ເບື້ອງຊ້າຍ, ຫລັງ ແລະ ລຳຄໍ ອາ ການເຈັບໜ້າເອິກຮຸນແຮງ ເຈັບ ລາມລົງແຂນຊ້າຍ ແມ່ນໃຫ້ໄປພົບ ແພດທັນທີ. ສອງ. ຫົວໃຈເຕັ້ນຜິດຈັງຫວະ: ຈະເຕັ້ນຊ້າ ຫລື ໄວຜິດປົກກະຕິ ໂດຍບໍ່ສະໝໍ່າສະເໝີ ເຮັດໃຫ້ວິນຫົວ ແລະ ໝົດສະຕິທັນທີ. ສາມ. ຫາຍໃຈລຳບາກ: ຮູ້ສຶກ ໃຈຂາດເລືອດ ຈະເຮັດໃຫ້ເລືອດ ອຸດຕັນ ເລືອດຈະໄຫລວຽນໄປລ້ຽງ ສ່ວນຕ່າງໆຂອງຮ່າງກາຍບໍ່ໄດ້ດີ ຈະສົ່ງຜົນເຮັດໃຫ້ໂຕບວມຂຶ້ນ. ເອົາເປັນວ່າ, ຖ້າທ່ານມີ 7 ອາ ການເຫລົ່ານີ້ ຄວນໄປພົບແພດໂດຍ ດ່ວນ ບໍ່ຄວນປະໄວ້ ເພາະພະຍາດ ຫົວໃຈເປັນພະຍາດທີ່ພົບຫລາຍ ແລະ ສະຖິຕິໂລກເຮັດໃຫ້ຄົນເສຍ ຊີວິດຫລາຍລ້ານຄົນຕໍ່ປີ ໂດຍສະ ເລ່ຍ ອັດຕາການເສຍຊີວິດ 17 ຄົນ ໃນທຸກໆ 1 ນາທີ ທົ່ວໂລກ. ເມື່ອຍງ່າຍຜິດປົກກະຕິ ເວລາຍ່າງ ປົກກະຕິ ຫລື ອອກແຮງນ້ອຍໜຶ່ງ ເປັນຕົ້ນຂຶ້ນຄັນໄດ 1-2 ຊັ້ນ ແລ້ວ ມີອາການຫອບຜິດປົກກະຕິ. ສີ່. ລະບົບຍ່ອຍອາຫານຜິດປົກ ກະຕິ: ອາດຈະມີອາການປວດຮາກ ຫລື ແສບຮ້ອນກາງເອິກໄດ້ຄືກັນ, ອາການມັກຄືກົດໄຫລຍ້ອນ ແຕ່ບໍ່ ແມ່ນ ພະຍາດຫົວໃຈຂາດເລືອດ ອາການມັກຈະໜັກກວ່າ. 5. ເຫື່ອອອກຫລາຍແບບຜິດ ປົກກະຕິ: ອາດມີເຫື່ອເຢັນອອກ ຫລາຍໂດຍບໍ່ໄດ້ອອກແຮງ ຫລື ຢູ່ໃນບ່ອນອາກາດຮ້ອນ. 6. ເຈັບຫົວ, ວິນຫົວຄືກັບຈະ ເປັນລົມ: ອາດຮູ້ສຶກອ່ອນເພຍ, ວິນ ຫົວ, ໜ້າມືດ ຫລື ເປັນລົມ ໂດຍສະ ເພາະ ຖ້າມີອາການອື່ນຮ່ວມນຳ. 7. ຂາບວມ-ຕີນບວມ: ເມື່ອຫົວ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==