7343

17/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ;y wlma fg0Q kg4y '.90v'-k;|5j ,.og'vow0.\j ]k;{s;Pfok, glu ,0tspkpdkoc]dxj Po[q fIPofh kodkolh k' c]t xa [x5 'dq '9a d]a f (ຂໍສະແດງຄວາມໄວ້ອາໄລຮັກຢ່າງສຸດຊຶ້ງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ)ໍ້ັຸ່ຶ້ົົິໍົືູັົິັ່່ ຂປລ.ການສ້າງແລະປັບປຸງກົງ ຈັກລັດຢ່າງຕໍ່ເນື່ອງ ໂດຍສະເພາະ ອົງການນິຕິບັນຍັດສູງສຸດ ແມ່ນ ຄວາມຮຽກຮ້ອງຕ້ອງການທີ່ຈໍາ ເປັນຂອງລາວ ແລະ ຫວຽດນາມ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສອງປະເທດ ຈຶ່ງໄດ້ເສີມຂະຫຍາຍການແລກ ປ່ຽນບົດຮຽນ, ປະສົບການ ແລະ ຮ່ວມມືກັນໃນຂົງເຂດການສ້າງກົງ ຈັກລັດ ກໍຄື ອົງການນິຕິບັດຍັດ. ການຮ່ວມມືດັ່ງກ່າວເກີດຈາກ ຄວາມຄ້າຍຄືກັນຫລາຍດ້ານທັງ ດ້ານປະຫວັດສາດ, ແນວທາງການ ພັດທະນາ, ອຸດົມການ ແລະ ຄວາມ ໄວ້ເນື້ອເຊື່ອໃຈອັນເປັນພື້ນຖານສຳ ຄັນຂອງສາຍພົວພັນ ລາວ-ຫວຽດ ນາມ. ການແລກປ່ຽນບົດຮຽນຈຶ່ງ ມີຄວາມສຳຄັນຕໍ່ການປັບປຸງກົງ ຈັກລັດໃຫ້ມີຄວາມກະທັດຮັດ, ມີ ປະສິດທິພາບ ແລະ ສອດຄ່ອງກັບ ສະພາບການໃໝ່. ດ້ວຍເຫດນັ້ນ, ສອງພັກ, ສອງລັດແລະສອງສະພາ ແຫ່ງຊາດ ລາວ-ຫວຽດນາມ ສືບ ຕໍ່ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຢ່າງສະໜິດແໜ້ນ, ແລກປ່ຽນບົດຮຽນ ແລະ ຮໍ່າຮຽນ ນໍາກັນຢ່າງເປັນປົກກະຕິ ໃນໄລຍະ ແຫ່ງການສ້າງ ແລະ ປັບປຸງກົງຈັກ ລັດ ກໍຄືອົງການນິຕິບັນຍັດສູງສຸດ ໃຫ້ສໍາເລັດສົມບູນຂຶ້ນ. ສຳລັບ ສປປ ລາວ ພາຍຫລັງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ປະກາດສ້າງຕັ້ງ (ໃນ ວັນທີ 2 ທັນວາ 1975), ຄວາມ ຕ້ອງການຈັດຕັ້ງກົງຈັກລັດຄືນໃໝ່ ໄດ້ກາຍເປັນບັນຫາຮີບດ່ວນ. ຍ້ອນ ມີຄວາມຄ້າຍຄືກັນດ້ານອຸດົມການ ແລະ ເສັ້ນທາງກໍ່ສ້າງສັງຄົມໃໝ່. ສະນັ້ນ, ປະສົບການຂອງຫວຽດ ນາມ ໃນການຈັດຕັ້ງລັດ, ໃນນັ້ນມີ ສະພາແຫ່ງຊາດ-ອົງການນິຕິບັນ ຍັດ, ຕິດຕາມກວດກາສູງສຸດ ແລະ ຕົກລົງບັນດາບັນຫາສໍາຄັນ ຂອງ ຊາດ ແມ່ນສຸດທີ່ສໍາຄັນ. ພາຍຫລັງໄຊຊະນະ ຂອງການ ຕໍ່ຕ້ານກັບອາເມລິກາເພື່ອກູ້ຊາດ, ໃນເດືອນທັນວາ 1975. ກອງປະ ຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະ ເທດລາວ ໄດ້ຈັດຂຶ້ນ ແລະ ເລືອກ ເອົາສະເດັດເຈົ້າສຸພານຸວົງ ເປັນ ປະທານສະພາປະຊາຊົນສູງສຸດ ທັງ ເປັນປະທານປະເທດ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ໄກສອນ ພົມວິຫານ ເປັນປະທານສະພາລັດຖະມົນຕີ. ແຕ່ປີ 1975-1991, ສະພາປະຊາ ຊົນສູງສຸດຂອງລາວ ນອກຈາກໄດ້ ປະກາດໃຊ້ກົດໝາຍສໍາຄັນຈຳນວນ ໜຶ່ງກ່ຽວກັບການຈັດຕັ້ງແລະການ ເຄື່ອນໄຫວຂອງກົງຈັກການຈັດຕັ້ງ ລັດ ຊຶ່ງໃນນັ້ນມີກົດໝາຍວ່າດ້ວຍ ການຈັດຕັ້ງສະພາລັດຖະມົນຕີ, ກົດໝາຍວ່າດ້ວຍອຳນາດການ ປົກຄອງທ້ອງຖິ່ນ (ປະກາດໃຊ້ ປີ 1978). ຍັງມີພາລະບົດບາດໃນ ການເຕົ້າໂຮມຄວາມສາມັກຄີແຫ່ງ ຊາດ, ຄວາມປອງດອງຊາດ ແລະ ຮຳບາດແຜສົງຄາມ. ກົນໄກເສດ ຖະກິດຕະຫລາດພາຍໃຕ້ການນໍາ ພາຂອງພັກ ແລະ ການຄຸ້ມຄອງ ຂອງ ລັດ ເຊັ່ນ: ນໍາໃຊ້ສາຍພົວພັນ ສິນຄ້າ-ເງິນຕາ, ລະບອບລາຄາ ດຽວ, ຫັນກົນໄກແຜນການລວມສູນ ແບບເກື້ອກູນ ໄປເທື່ອລະກ້າວ, ເປັນ ເຈົ້າຕົນເອງທາງດ້ານການເງິນ ແລະ ແຜນການຜະລິດ. ພິເສດ, ຕໍ່ ໜ້າວິກິດການຂອງລະບົບສັງຄົມ ນິຍົມ, ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ V ຂອງພັກປະຊາ ຊົນປະຕິວັດລາວ ໄດ້ໄຂຂຶ້ນແຕ່ວັນ ທີ 27-29 ມີນາ 1991 ໄດ້ຢືນ ຢັນຄືນວ່າ ທາດແທ້ການປະຕິວັດ ລາວ: “ພວມຢູ່ໃນໄລຍະສືບຕໍ່ກໍ່ ສ້າງ ແລະ ຂະຫຍາຍລະບອບປະ ຊາທິປະໄຕ ປະຊາຊົນ, ສ້າງປະຖົມ ປັດໄຈເພື່ອກ້າວຂຶ້ນສູ່ສັງຄົມນິຍົມ ເທື່ອລະກ້າວ”. ກອງປະຊຸມໃຫຍ່ ຂອງພັກ ໄດ້ເອົາໃຈໃສ່ເປັນພິເສດ ເຖິງພາລະກິດການປ່ຽນແປງໃໝ່ ໃນລະບົບການເມືອງ: “ການປ່ຽນ ແປງໃໝ່ລະບົບການເມືອງຢູ່ປະ ເທດເຮົາ ບໍ່ໄດ້ໝາຍເຖິງການປ່ຽນ ລະບອບການເມືອງໃນປັດຈຸບັນ ດ້ວຍລະບອບການເມືອງອື່ນ, ແຕ່ ເພີ່ມທະວີການປັບປຸງທາງດ້ານ ການຈັດຕັ້ງຂອງລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ແລະ ປ່ຽນແປງວິທີການເຄື່ອນໄຫວບົນ ພື້ນຖານການກຳນົດພາລະບົດ ບາດ, ໜ້າທີ່ເຫດການການເມືອງ ທີ່ສໍາຄັນ, ພາຍຫລັງກອງປະຊຸມ ໃຫຍ່ ຄັ້ງທີ V ແມ່ນໃນວັນທີ 15 ສິງຫາ 1991, ສະພາປະຊາຊົນສູງ ສຸດລາວ ຊຸດທີ II (ໄລຍະ 1989- 1991) ໄດ້ຮັບຮອງເອົາລັດຖະ ທຳມະນູນສະບັບທຳອິດ, ໃນໄລຍະ 17 ປີ (1975-1991) ຂອງການ ຄຸ້ມຄອງແລະ ບໍລິຫານປະເທດຊາດ ທັງໝົດຂອງສາທາລະນະລັດປະຊາ ທິປະໄຕ ປະຊາຊົນລາວ ທີ່ບໍ່ມີລັດ ຖະທຳມະນູນ, ແຕ່ຕົ້ນຕໍແມ່ນໄດ້ ປະຕິບັດຕາມບັນດາຄໍາສັ່ງ ແລະ ມະຕິຂອງພັກ. ໃນກອງປະຊຸມຄັ້ງ ປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ III ໄດ້ໄຂຂຶ້ນຢ່າງເປັນທາງ ການ ແຕ່ວັນທີ 20-25 ກຸມພາ 1993, ສະພາປະຊາຊົນສຸງສຸດ ຊຸດ ທີ II ໄດ້ຖືກປ່ຽນແທນເປັນສະພາ ແຫ່ງຊາດ ຊຸດທີ III. ນັບແຕ່ປີ 1992 ເປັນຕົ້ນມາ, ບັນດາສະຖາບັນກົງຈັກລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ປ່ຽນຊື່, ພາລະ ບົດບາດ ແລະ ໜ້າທີ່ຢ່າງຄົບຖ້ວນ ຕາມລັດຖະທຳມະນູນ ປີ 1991. ສະພາປະຊາຊົນສູງສຸດລາວ ໄດ້ຖືກ ເອີ້ນວ່າ: ສະພາແຫ່ງຊາດລາວ ໃນ ຖານະເປັນອົງການຕົວແທນແຫ່ງ ອໍານາດ ແລະ ຜົນປະໂຫຍດຂອງ ປະຊາຊົນ, ອົງການສິດອຳນາດ ແຫ່ງລັດ, ອົງການໜຶ່ງດຽວທີ່ມີ ສິດສ້າງລັດຖະທຳມະນູນ ແລະ ກົດ ໝາຍ, ອົງການທີ່ຕົກລົງບັນດາ ບັນຫາສໍາຄັນຂອງຊາດ, ຕິດຕາມ ກວດກາບັນດາການເຄື່ອນໄຫວ ຂອງລັດຖະບານ ໃນການປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ເຊັ່ນດຽວກັນກັບຫວຽດນາມ, ນັບ ແຕ່ເວລານີ້ໄປ, ຄະນະປະຈຳສະພາ ແຫ່ງຊາດ ໄດ້ຮັບການເລືອກຕັ້ງ, ສະພາແຫ່ງຊາດ ສ້າງຕັ້ງຄະນະ ກຳມາທິການ. ສະພາລັດຖະມົນຕີ ໄດ້ປ່ຽນຊື່ເປັນລັດຖະບານ ຊຶ່ງມີນາ ຍົກລັດຖະມົນຕີ ເປັນຫົວໜ້າ ໂດຍ ມີບັນດາກະຊວງ, ຄະນະກຳມະ ການ, ຂະແໜງການ ແລະ ທ້ອງຖິ່ນ ຕ່າງໆ. ນັບແຕ່ນີ້ເປັນຕົ້ນໄປ, ໂຄງ ປະກອບການຈັດຕັ້ງຂອງກົງຈັກ ລັດ ເວົ້າລວມ, ສະພາແຫ່ງຊາດ ລາວ ເວົ້າສະເພາະ ແມ່ນມີຄວາມ ໝັ້ນຄົງ ແລະ ນັບມື້ເຄື່ອນໄຫວຢ່າງ ມີປະສິດທິພາບ ແລະ ມີປະສິດທິຜົນ ກວ່າເກົ່າ. ມາຮອດປັດຈຸບັນ, ສະພາແຫ່ງ ຊາດລາວ ເປັນອົງການສູງສຸດ ແຫ່ງອໍານາດລັດ, ໂດຍປະຊາຊົນ ເລືອກຕັ້ງໂດຍກົງ, ຕາງໜ້າຜົນປະ ໂຫຍດຂອງປະຊາຊົນ, ເປັນອົງ ການນິຕິບັນຍັດ, ຕົກລົງບັນຫາ ສໍາຄັນຂອງຊາດ; ຕິດຕາມກວດ ກາການເຄື່ອນໄຫວຂອງອົງການ ບໍລິຫານ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນ ສູງສຸດ. ສະພາແຫ່ງຊາດ ມີສິດ ເລືອກຕັ້ງ ຫລື ປົດຕຳແໜ່ງປະທານ ສະພາແຫ່ງຊາດ, ຮອງປະທານສະ ພາແຫ່ງຊາດ, ກຳມະການຄະນະ ປະຈຳສະພາແຫ່ງຊາດ; ເລືອກຕັ້ງ ຫລື ປົດຕຳແໜ່ງປະທານປະເທດ, ຮອງປະທານປະເທດຕາມການສະ ເໜີຂອງຄະນະປະຈຳສະພາແຫ່ງ ຊາດ; ພິຈາລະນາ ແລະ ຮັບຮອງ ເອົາຂໍ້ສະເໜີແຕ່ງຕັ້ງ ຫລື ປົດຕຳ ແໜ່ງນາຍົກລັດຖະມົນຕີ, ປະທານ ສານປະຊາຊົນສູງສຸດ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ຕາມການສະເໜີຂອງປະທານປະ ເທດ, ພິຈາລະນາແລະຮັບຮອງເອົາ ໂຄງປະກອບກົງຈັກລັດຖະບານ; ແຕ່ງຕັ້ງ ຫລື ປົດຕຳແໜ່ງສະມາຊິກ ລັດຖະບານ ຕາມການສະເໜີ ຂອງ ນາຍົກລັດຖະມົນຕີ, ສະພາແຫ່ງ ຊາດລາວ ແຕ່ລະຊຸດ ມີ ອາຍຸ 5 ປີ. ສະນັ້ນ, ຄວາມຕ້ອງການຮ່ວມ ມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນການສ້າງກົງຈັກການຈັດຕັ້ງ ລັດໃຫ້ສໍາເລັດ ເວົ້າລວມ, ອົງການ ນິຕິບັນຍັດ ແລະ ອົງການຕິດຕາມ ກວດກາຕາມກົດໝາຍ ກຳນົດຂອງ ສະພາແຫ່ງຊາດສອງປະເທດລາວ ແລະ ຫວຽດນາມ, ເວົ້າສະເພາະ ແມ່ນມີຄວາມຕ້ອງການສູງສຸດ. ສິ່ງ ເຫລົ່ານີ້ເກີດຈາກຄວາມຮຽກຮ້ອງ ຕ້ອງການຕົວຈິງຂອງການກໍ່ສ້າງ, ປົກປັກຮັກສາ ແລະ ສ້າງລະບອບ ໃໝ່ໃຫ້ສົມບູນພາຍຫລັງໄຊຊະນະ ຂອງການປະຕິວັດຊາດປະຊາທິ ປະໄຕ ຂອງປະຊາຊົນ ເພື່ອກ້າວຂຶ້ນ ສູ່ສັງຄົມນິຍົມ ຢູ່ ລາວ-ຫວຽດນາມ ກໍຄືຄວາມຮຽກຮ້ອງຕ້ອງການ ຂອງພາລະກິດປ່ຽນແປງໃໝ່ໃນ ທົ່ວປະເທດ ພາຍໃຕ້ການນໍາພາ ຢ່າງເດັດຂາດຮອບດ້ານ ຂອງພັກ ກຳອຳນາດ ຢູ່ແຕ່ລະປະເທດ, ສອດ ຄ່ອງກັບສາຍພົວພັນຢ່າງສະເໝີ ຕົ້ນສະເໝີປາຍສະໜິດແໜ້ນ ຂອງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ແລະ ຫວຽດນາມ-ລາວ. ຂປລ. ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ໄດ້ປະກອບຄຳເຫັນຕໍ່ກອງປະຊຸມ ໃຫຍ່ສື່ມວນຊົນທົ່ວປະເທດ ຄັ້ງທີ I ເມື່ອບໍ່ດົນມານີ້ວ່າ: ເພື່ອເຮັດໃຫ້ ສື່ມວນຊົນກາຍເປັນ “ກະບອກ ສຽງ” ທີ່ມີຄວາມສັກສິດ, ທັນສະ ໄໝ ແລະ ເຂົ້າເຖິງໃຈຂອງຊາວ ໜຸ່ມ ໃນເງື່ອນໄຂໃໝ່ ທີ່ເຕັກໂນໂລ ຊີດີຈິຕອນມີບົດບາດຢ່າງກວ້າງ ຂວາງ, ສື່ມວນຊົນຈຳເປັນຕ້ອງ ປັບປຸງວິທີຄິດ, ຮູບແບບການນຳ ສະເໜີ ແລະ ການໃຊ້ເຕັກໂນໂລຊີ ເພື່ອສາມາດສ້າງສື່ທີ່ທັນສະໄໝ, ໜ້າເຊື່ອຖື ແລະ ເຂົ້າເຖິງໃຈຊາວ ໜຸ່ມ, ຂໍສະເໜີ 5 ວິໄສທັດດັ່ງນີ້: 1. ການຫລັ່ງໄຫລເຂົ້າມາ ຂອງສື່ອອນລາຍ ແມ່ນກະແສຟອງ ທີ່ພວກເຮົາປະຕິເສດບໍ່ໄດ້, ແຕ່ ທ່າມກາງຜົນປະໂຫຍດ ອັນມະຫາ ສານມັນກໍໄດ້ຊ້ອນໄພຄຸກຄາມອັນ ຮ້າຍແຮງຕໍ່ສັງຄົມ. ໂດຍສະເພາະ ແມ່ນກົນອຸບາຍອັນເລິກແລບ ຂອງ ກຸ່ມມິດສາຊີບ ແລະ ສະແກມເມີ (Scammers) ທີ່ສ້າງຄວາມ ເສຍຫາຍທາງດ້ານຊັບສິນ ແລະ ທຳລາຍຄວາມສະຫງົບສຸກຂອງ ສັງຄົມ. ດັ່ງນັ້ນ, ສື່ມວນລາວ ຕ້ອງ ເຮັດໜ້າທີ່ເປັນ “ຮົ້ວປ້ອງກັນຊາດ, ເປັນເກາະປ້ອງກັນໄພ” ໃຫ້ແກ່ປະ ຊາຊົນ ດ້ວຍການເລັ່ງສ້າງພູມຄຸ້ມ ກັນທາງປັນຍາ ໃຫ້ທົ່ວສັງຄົມຮູ້ທັນ ທຸກກົນອຸບາຍສໍ້ໂກງ ແລະ ສາມາດ ນຳໃຊ້ສື່ຍຸກໃໝ່ໄດ້ຢ່າງປອດໄພ. ທີ່ສຳຄັນທີ່ສຸດ, ພວກເຮົາຕ້ອງ ຮ່ວມກັນບຳລຸງສ້າງຊາວໜຸ່ມເຍົາວະຊົນ ຊຶ່ງເປັນໜໍ່ແໜງ ແລະ ອະນາຄົດຂອງຊາດ ໃຫ້ມີສະຕິຕື່ນ ຕົວ, ຮູ້ຈັກຄິດ, ວິເຄາະ, ໄຈ້ແຍກ ເພື່ອປ້ອງກັນຕົນເອງໃຫ້ຫລຸດພົ້ນ ຈາກຟອງສະບູຂໍ້ມູນຂ່າວສານ (Filter Bubbles) ທີ່ຫລໍ່ຫລອມ ແນວຄິດໃຫ້ເບິ່ງໂລກພຽງດ້ານດຽວ. 2. ປະຕິຮູບເນື້ອຫາ (Content Transformation) ປ່ຽນຈາກ ການໂຄສະນາແບບບັນຍາຍຕົວໜັງ ສືໜາແໜ້ນມາເປັນເນື້ອຫາທີ່ສັ້ນ, ກະທັດຮັດ, ເຂົ້າໃຈງ່າຍ ໂດຍນຳ ໃຊ້ວິດີໂອສັ້ນ (Short-form video) ແລະ ອິນໂຟກຣາຟິກ ທີ່ທັນ ສະໄໝ. ເພາະຜົນການວິໄຈທາງວິ ທະຍາສາດ ບໍ່ວ່າຈະເປັນດ້ານຈິດຕະ ວິທະຍາການຮັບຮູ້ (Cognitive Psychology) ຫລື ໄລຍະຄວາມ ສົນໃຈຂອງມະນຸດ (Attention Span) ຕ່າງກໍຊີ້ໃຫ້ເຫັນວ່າ: ມະນຸດໃນຍຸກປັດຈຸບັນສາມາດຈົດ ຈຳ ແລະ ເຂົ້າໃຈເນື້ອຫາຈາກພາບ ແລະ ວິດີໂອ ໄດ້ດີກວ່າການອ່ານ ຕົວໜັງສື ເຖິງ 60.000 ເທົ່າ. ນີ້ ຄືໂຈດໃຫຍ່ ແລະ ເປັນສິ່ງທ້າທາຍ ທີ່ພວກເຮົາຕ້ອງຄົ້ນຄວ້າຮ່ວມກັນ ວ່າ: ຈະບັນຈຸເນື້ອໃນ ອຸດົມການ, ແນວທາງຂອງພັກ ແລະ ຄວາມຮູ້ ຕ່າງໆ ໃຫ້ຫລອມຮວມເຂົ້າໃນວິດີ ໂອສັ້ນເຫລົ່ານີ້ ຢ່າງມີສິລະປະ ແລະ ກິນໃຈຜູ້ຊົມໄດ້ແນວໃດ. 3. ສື່ມວນຊົນລາວທຸກຂະແໜງ ການ ຕ້ອງຢຸດຕິການເປັນພຽງຜູ້ ຕັ້ງຮັບ, ແຕ່ຕ້ອງຫັນມາເປັນກຳລັງ ເສນາທິການທາງປັນຍາ ທີ່ເປັນເຈົ້າ ການໃນການຢຶດຄອງພື້ນທີ່ບົນ ໂລກອອນລາຍ. ພວກເຮົາຕ້ອງສ້າງ ແລະ ບໍລິຫານຈັດການ Official Channels ໃນທຸກແພລດຟອມ ບໍ່ ວ່າຈະເປັນ ເຟສບຸກ(Facebook), ຕິກຕ໋ອກ (TikTok), ຢູທູບ (You- Tube) ຫລື ແພລດຟອມໃໝ່ໆ ໃຫ້ ກາຍເປັນປ້ອມຄ້າຍທາງແນວຄິດ ທີ່ເຂັ້ມແຂງ ໂດຍການສະໜອງຂໍ້ ມູນຂ່າວສານທີ່ຖືກຕ້ອງ, ຊັດເຈນ, ສ້າງສັນ ແລະ ທັນເຫດການ ເພື່ອບໍ່ ໃຫ້ມີຊ່ອງຫວ່າງໃຫ້ແກ່ກະແສຂ່າວ ທີ່ບໍ່ຫວັງດີມາຄອບງໍາຈິດໃຈ ຂອງ ປະຊາຊົນ ແລະ ຊາວໜຸ່ມລາວໄດ້. 4. ພວກເຮົາຕ້ອງເພີ່ມທະວີ ການຄົ້ນຄວ້າ ແລະ ນຳສະເໜີເລື່ອງ ລາວແຫ່ງຄວາມສຳເລັດ (Success Stories) ຂອງຊາວໜຸ່ມ ຜູ້ທີ່ໂດດ ເດັ່ນໃນດ້ານການຮຽນ, ການປະດິດ ສ້າງ, ການດຳເນີນທຸລະກິດ ຕະ ຫລອດຮອດການອຸທິດ ກຳລັງກາຍ ກຳລັງໃຈເຂົ້າໃນວຽກງານອາສາ ສະໝັກເພື່ອສັງຄົມ. ເລື່ອງລາວ ຄວາມມານະພະຍາຍາມເຫລົ່ານີ້ ບໍ່ແມ່ນພຽງແຕ່ຂ່າວສານທົ່ວໄປ, ແຕ່ມັນຄືແສງສະຫວ່າງແຫ່ງແຮງ ບັນດານໃຈ ທີ່ຈະປຸກຮື້ຊາວໜຸ່ມ ຄົນອື່ນໆໃຫ້ຕື່ນຕົວ. ການເຊີດຊູຄົນ ດີ ບໍ່ພຽງແຕ່ເປັນການຍ້ອງຍໍ, ແຕ່ ແມ່ນການຮ່ວມກັນປູກຝັງຄ່ານິຍົມ ອັນງົດງາມ ໃຫ້ສັງຄົມລາວເປັນ ສັງຄົມທີ່ຍົກຍ້ອງຄົນເກັ່ງ, ໂອບອຸ້ມ ຄົນດີ ແລະ ໃຫ້ຄຸນຄ່າແກ່ຄວາມຮູ້ ຄວາມສາມາດຢ່າງແທ້ຈິງ. ຂໍໃຫ້ ສື່ມວນຊົນພວກເຮົາ ເປັນຜູ້ນຳພາ ໃນການສ້າງພື້ນທີ່ໃຫ້ຊາວໜຸ່ມໄດ້ ສະແດງສັກກະຍະພາບ ເພື່ອໃຫ້ ເຂົາເຈົ້າຮັບຮູ້ວ່າ: ທຸກຄວາມຕັ້ງໃຈ ແລະ ທຸກຢາດເຫື່ອທີ່ເຂົາເຈົ້າໄດ້ ອຸທິດເພື່ອປະເທດຊາດ ຈະມີພັກ, ມີ ລັດ ແລະ ມີສັງຄົມ ຄອຍຕິດຕາມ, ຊື່ນຊົມ ແລະ ພ້ອມທີ່ຈະເປັນແຮງ ຍູ້ໜູນໃຫ້ເຂົາເຈົ້າກ້າວເດີນໄປຂ້າງ ໜ້າຢ່າງບໍ່ໂດດດ່ຽວ. 5. ພວກເຮົາຕ້ອງເລັ່ງສ້າງບຸກ ຄະລາກອນສື່ມວນຊົນ ໃຫ້ກາຍເປັນ “ນາຍ” ທີ່ເທົ່າທັນ ແລະ ຄວບຄຸມ ປັນຍາປະດິດ ຫລື “AI”. ຖ້າພວກ ເຮົາບໍ່ຮູ້ເທົ່າທັນ, ເຕັກໂນໂລຊີນີ້ ຈະ ກາຍເປັນຄູ່ແຂ່ງທີ່ໜ້າເກງຂາມ, ແຕ່ຖ້າພວກເຮົານຳໃຊ້ເປັນ, AI ຈະກາຍເປັນກຳລັງການຜະລິດ ອັນຊົງພະລັງ ແລະ ໄຮ້ຂອບເຂດ ທີ່ຈະມາຊ່ວຍແບ່ງເບົາວຽກງານ ແລະ ປົດປ່ອຍຈິນຕະນາການໃນ ການສ້າງສັນເນື້ອຫາ ທັງດ້ານ ພາບ, ສຽງ ແລະ ເອຟເຟັກພິເສດ (Visual Effects) ທີ່ສົມຈິງ ໃຫ້ ສຳເລັດໄດ້ພຽງປາຍນິ້ວມື້. ຍິ່ງໄປ ກວ່ານັ້ນ, AI ຍັງມີຄວາມສາມາດ ໃນການຊຸບຊີວິດພາບຖ່າຍ ແລະ ວິດີໂອປະຫວັດສາດໃນອະດີດ ໃຫ້ ກັບຄືນມາຄົມຊັດ ແລະ ມີຊີວິດ ຊີວາອີກຄັ້ງ ພາຍໃຕ້ງົບປະມານ ທີ່ ປະຢັດທີ່ສຸດ. ວຽກງານສື່ມວນຊົນ ປຽບ ເໝືອນດາບສອງຄົມ, ຖ້າພວກເຮົາ ນຳໃຊ້ຢ່າງຖືກທິດ, ມັນຈະກາຍ ເປັນອາວຸດ ທາງປັນຍາທີ່ແຫລມ ຄົມ ເພື່ອຫລໍ່ຫລອມຊາວໜຸ່ມລາວ ໃຫ້ກາຍເປັນບຸກຄະລາກອນທີ່ມີ ຄຸນນະພາບ, ມີຄວາມຮັກຊາດ, ແລະ ມີຄວາມສາມາດພ້ອມທີ່ຈະ ນຳພາປະເທດຊາດກ້າວໄປຂ້າງ ໜ້າ. ດັ່ງນັ້ນ ບ່ອນໃດທີ່ມີຊາວໜຸ່ມ, ບ່ອນນັ້ນຕ້ອງມີກະບອກສຽງອັນ ແຫລມຄົມຂອງສື່ປະຕິວັດ; ບ່ອນ ໃດທີ່ກະແສຂ່າວປອມພະຍາຍາມ ແຊກຊຶມ, ບ່ອນນັ້ນຕ້ອງມີແສງ ສະຫວ່າງແຫ່ງຄວາມຈິງ ເຂົ້າໄປ ຢຶດຄອງພື້ນທີ່ກ່ອນ. nj

RkJQdWJsaXNoZXIy MTc3MTYxMQ==