17/08/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສັບປະດາດີຈິຕອນລາວ...ັີິ ຄະນະຜູ້ແທນ ອອປສ...ູ້ ໄຟຟ້າລາວ...້ ປະກາດການແຕ່ງຕັ້ງ...່ັ້ 76 ປີ ສື່ມວນຊົນລາວ...ີື່ົ ຂປລ. ພິທິປະກາດການແຕ່ງ ຕັ້ງຫົວໜ້າການເມືອງ ແລະ ກໍາມະ ການຄະນະປະຈຳພັກ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດຂຶ້ນໃນອາທິດຜ່ານ ມາ, ໂດຍການເປັນປະທານຂອງ ສະຫາຍພົນໂທວົງສອນອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ຫົວໜ້າກົມໃຫຍ່ການ ເມືອງກອງທັບ, ມີຜູ້ຕາງໜ້າກົມ ພະນັກງານ, ກົມຈັດຕັ້ງພັກ ກົມໃຫຍ່ ການເມືອງກອງທັບ, ຄະນະພັກ-ຄະ ນະອຳນວຍການໂຮງຮຽນ, ຄະນະ ຫ້ອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນເອກ ວົງເພັດ ວົງສາຫວັນ ຮອງຫົວໜ້າກົມພະນັກ ງານໄດ້ຜ່ານຂໍ້ຕົກລົງຂອງລັດຖະ ມົນຕີກະຊວງປ້ອງກັນປະເທດ ວ່າ ດ້ວຍການແຕ່ງຕັ້ງສະຫາຍ ພັນເອກ ຂປລ. ໂດຍການຕອບສະໜອງ ຕາມຄໍາເຊີນຂອງທ່ານ ຢິງຢົງ ກໍາ ມະການສູນກາງພັກກອມມູນິດຈີນ, ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ນໍາພາໂດຍທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ກຳມະການສູນກາງ ພັກ, ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ເດີນທາງໄປຢ້ຽມ ຢາມ ແລະ ເຮັດວຽກທາງການຢູ່ ສປ ຈີນ ເປັນເວລາ 7 ວັນ ລະຫວ່າງ ວັນທີ 27 ກໍລະກົດ ຫາ 1 ສິງຫາ 2026 ທີ່ຜ່ານມາ. ການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກທາງການໃນຄັ້ງນີ້, ຖືເປັນຂີດໝາຍອັນສໍາຄັນໃນການ ເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການ ເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໜຽວແໜ້ນໃນທຸກ ສະພາບການຍຸກສະໄໝໃໝ່ ຕາມ ທິດ “4 ດີ” ໃຫ້ເຂົ້າສູ່ລວງເລິກ ແລະ ມີຜົນສໍາເລັດຢ່າງເປັນຮູບປະ ສະພາບໍລິຫານລັດວິສາຫະກິດໄຟ ຟ້າລາວ ໄດ້ລາຍງານກ່ຽວກັບທິດ ທາງວຽກງານຈຸດສຸມ 6 ເດືອນ ທ້າຍປີ 2026 ໃນວັນທີ 11 ສິງຫາ ຜ່ານມາ. ລັດວິສາຫະກິດໄຟຟ້າລາວ ຍັງມີຫລາຍໜ້າວຽກທີ່ຈຳເປັນເລັ່ງ ດ່ວນຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ຕາມໜ້າວຽກຈຸດສຸມທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມປະຈຳປີ 2025 ຂອງໄຟຟ້າລາວ ເພື່ອສຸມໃສ່ສືບຕໍ່ ດຳເນີນການໃນ 6 ເດືອນທ້າຍປີ ມີ ຜົນສໍາເລັດຕາມລະດັບຄາດໝາຍ ໂດຍສະເພາະເນັ້ນໃສ່ການດໍາເນີນ ໜ້າວຽກສໍາຄັນເລັ່ງດ່ວນເປັນຕົ້ນ ສືບຕໍ່ຕິດຕາມຊຸກຍູ້ແຜນພັດທະນາ ໂຄງການພະລັງງານໄຟຟ້າແສງຕາ ເວັນຂະໜາດໃຫຍ່ ແລະ ຂະໜາດ ນ້ອຍທີ່ເປັນແຜນບຸລິມະສິດເລັ່ງ ດ່ວນ ປີ 2025-2027 ໂດຍປະ ເມີນຄືນການປະຕິບັດໂຄງການ ໃຫ້ພັດທະນາໄປຕາມແຜນກຳນົດ ແລະ ຄົ້ນຄວ້າແຈ້ງຍົກເລີກກໍລະນີ ໂຄງການໃດບໍ່ມີຄວາມຄືບໜ້າ ຫລື ບໍ່ມີຄວາມພ້ອມດຳເນີນການ ເພື່ອ ສັນຫາຜູ້ພັດທະນາໃໝ່ທີ່ມີຄວາມ ພ້ອມມາສືບຕໍ່ໂຄງການໃຫ້ສຳເລັດ ຕາມແຜນເລັ່ງດ່ວນ; ສືບຕໍ່ເຮັດວຽກ ປະດາດີຈິຕອນລາວ (Lao Digital Week) ປະຈໍາປີ 2026 ຈັດຂຶ້ນ ໃນວັນທີ 13 ສິງຫ 2026 ຜ່ານ ມາ ຊຶ່ງງານດັ່ງກ່າວ ມີຈຸດປະສົງ ເພື່ອໂຄສະນາເຜີຍແຜ່ ແລະ ສ້າງ ຈິດສໍານຶກໃຫ້ທົ່ວສັງຄົມມີຄວາມ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການ ຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາເສດຖະກິດ ແລະ ສັງຄົມດີຈິຕອນຂອງ ສປປ ລາວ; ເພື່ອຊຸກຍູ້ສົ່ງເສີມການນໍາໃຊ້ນະ ວັດຕະກຳທາງດ້ານເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ, ໂທ ລະຄົມມະນາຄົມ ແລະ ດີຈິຕອນ ທີ່ທັນສະໄໝເຂົ້າໃນທຸກຂະແໜງ ການເພື່ອພັດທະນາເສດຖະກິດສັງຄົມ ແຕ່ສູນກາງລົງຮອດທ້ອງ ຖິ່ນ, ເພື່ອຊຸກຍູ້ຂະບວນການຜະລິດ ສິນຄ້າ, ການບໍລິການໃຫ້ກາຍເປັນ ຜະລິດຕະພັນທີ່ມີຄວາມຫລາກ ຫລາຍສ້າງມູນຄ່າເພີ່ມ, ສາມາດ ແຂ່ງຂັນໃນຕະຫລາດພາຍໃນ ແລະ ຕ່າງປະເທດ. ພ້ອມນີ້, ຍັງ ປະກອບສ່ວນເຂົ້າໃນການຈັດຕັ້ງ ຜັນຂະຫຍາຍແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ແລະ ແຜນພັດ ທະນາເສດຖະກິດດີຈິຕອນ ກໍຄື ຍຸດ ທະສາດການພັດທະນາເສດຖະ ກິດດີຈິຕອນໃຫ້ປະກົດຜົນເປັນຈິງ ແລະ ເພື່ອສົ່ງເສີມ, ນັກຮຽນ-ນັກ ສຶກສາ, ປະຊາຊົນຜູ້ທີ່ມີຄວາມຮູ້ ຄວາມສາມາດເຂົ້າເຖິງໂອກາດ ທາງດ້ານການແຂ່ງຂັນດ້ານເຕັກ ໂນໂລຊີນະວັດຕະກຳ, ຄວາມປອດ ໄພທາງດ້ານໄຊເບີ ໃນລະດັບຊາດ ເພື່ອສົ່ງຕໍ່ໂອກາດໃນການແຂ່ງຂັນ ລະດັບພາກພື້ນ ແລະ ສາກົນ. ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວວ່າ: ປັດ ຈຸບັນ, ໂລກພວມກ້າວເຂົ້າສູ່ຍຸກທີ່ ຂໍ້ມູນ, ປັນຍາປະດິດ (AI), ລະບົບ ຄລາວຄອມພິ້ວຕິງ, ເຕັກໂນໂລຊີ ການເຊື່ອມໂຍງ, ຄວາມປອດໄພ ທາງໄຊເບີ, ແພລດຟອມດີຈິຕອນ ແລະ ນະວັດຕະກຳດີຈິຕອນ ໄດ້ ກາຍເປັນປັດໄຈພື້ນຖານຂອງການ ແຂ່ງຂັນ ແລະ ການພັດທະນາໃນ ທຸກຂະແໜງວຽກງານ. ເຕັກໂນໂລ ຊີກຳລັງປ່ຽນແປງວິທີການຜະລິດ, ການບໍລິຫານ, ການຄ້າ, ການສຶກ ສາ, ສາທາລະນະສຸກ, ການສື່ສານ ແລະ ວິຖີຊີວິດຂອງປະຊາຊົນຢ່າງ ວ່ອງໄວ. ສຳລັບ ສປປ ລາວ, ການ ຫັນເປັນດີຈິຕອນບໍ່ພຽງແຕ່ແມ່ນ ການນຳເອົາອຸປະກອນໃໝ່ມາໃຊ້ ແຕ່ແມ່ນການປ່ຽນວິທີຄິດ, ວິທີບໍລິ ຫານ ແລະ ວິທີໃຫ້ບໍລິການ. ຈຸດ ໝາຍສູງສຸດແມ່ນເພື່ອຄວາມສະ ດວກ, ວ່ອງໄວ, ໂປ່ງໃສ ແລະ ມີປະ ສິດທິພາບ, ຊ່ວຍໃຫ້ທຸລະກິດຫລຸດ ຕົ້ນທຶນ ແລະ ເຂົ້າເຖິງຕະຫລາດ ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງ ໂອກາດ ແລະ ການບໍລິການຢ່າງທົ່ວ ເຖິງ ໂດຍສະເພາະການຫລຸດຜ່ອນ ຊ່ອງວ່າງດີຈິຕອນລະຫວ່າງຕົວ ເມືອງກັບຊົນນະບົດ, ການຍົກສູງ ຄຸນນະພາບ ແລະ ລາຄາທີ່ສາມາດ ເຂົ້າເຖິງໄດ້, ການພັດທະນາທັກສະ ແລະ ການສ້າງຄວາມເຊື່ອໝັ້ນໃນ ລະບົບດີຈິຕອນຂອງ ສປປ ລາວ. ງານໃນຄັ້ງນີ້, ເປັນງານມະຫະ ກໍາເຕັກໂນໂລຊີໄອຊີທີ ແລະ ນະ ສຳນັກຂ່າວສານປະເທດລາວ ໃນ ອາທິດຜ່ານມາ ເນື່ອງໃນໂອກາດ ວັນສື່ມວນຊົນ ແລະ ການພິມ ຈຳໜ່າຍ ຄົບຮອບ 76 ປີ ໂດຍ ທ່ານໄດ້ຍົກໃຫ້ເຫັນບົດບາດຄວາມ ສໍາຄັນຂອງສື່ມວນຊົນລາວ ໃນການ ເປັນກະບອກສຽງອັນແຫລມຄົມໃຫ້ ພັກ, ລັດ ໃນການໂຄສະນາເຜີຍແຜ່ ແນວທາງ, ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃຫ້ສັງຄົມໄດ້ຮັບຮູ້ຢ່າງ ທົ່ວເຖິງ. ທ່ານ ກົງໃຈ ຊຸມພົນພັກດີ ຍັງ ໃຫ້ຮູ້ອີກວ່າ: ການຫັນປ່ຽນຈາກສື່ ແບບດັ້ງເດີມໄປສູ່ສື່ດີຈິຕອນບໍ່ພຽງ ແຕ່ເປັນການນຳເຕັກໂນໂລຊີໃໝ່ໆ ມາໃຊ້ແຕ່ເປັນການປັບປ່ຽນວິທີຄິດ, ວັດຕະກຳດີຈິຕອນ ຈະມີຫລາຍ ກິດຈະກໍາຈັດຂຶ້ນພ້ອມກັນເຊັ່ນ: ກອງປະຊຸມລະດັບສູງວ່າດ້ວຍການ ຫັນເປັນດີຈິຕອນ (Lao Digital Forum) ທີ່ໄດ້ເຊີນບັນດາການນໍາ ຂອງບັນດາປະເທດອາຊຽນ, ຄະ ນະນຳຂອງແຕ່ລະກະຊວງ ແລະ ທ້ອງຖິ່ນ ເພື່ອເຂົ້າຮ່ວມແລກປ່ຽນ ບົດຮຽນໃນການຫັນແຕ່ລະຂະແໜງ ການເປັນທັນສະໄໝ ແລະ ເພື່ອ ປຶກສາຫາລືແນວທາງການເຊື່ອມ ໂຍງ ແລະ ການເຮັດວຽກຮ່ວມກັນ ເພື່ອສ້າງລະບົບທັນສະໄໝຂອງ ແຕ່ລະຂະແໜງການ; ສຳມະນາ ວິຊາການກ່ຽວກັບການຫັນເປັນ ລັດຖະບານດີຈິຕອນ, ການນໍາໃຊ້ ເຕັກໂນໂລຊີເຂົ້າໃນການສ້າງເສດ ຖະກິດດີຈິຕອນ, ສໍາມະນາອຸດສາ ຫະກໍາ 4.0 ແລະ ເຕັກໂນໂລຊີອັດ ສະລິຍະ, ເຕັກໂນໂລຊີກຸ່ມຂໍ້ມູນ ຜູກພັນ (Blockchain), ຖານ ຂໍ້ມູນຂະໜາດໃຫຍ່ (Big Data), ການປະມວນຜົນຜ່ານລະບົບ ຄລາວ (Cloud Computing), ປັນຍາປະດິດ (AI), ອິນເຕີເນັດ ຊັບພະສິ່ງ (IoT), ການພັດທະນາ ຊັບພະຍາກອນມະນຸດ ເພື່ອຮອງຮັບ ຕະຫລາດແຮງງານໃນຍຸກດີຈິຕອນ ແລະ ອື່ນໆ; ງານວາງສະແດງ ແລະ ການສາທິດຜົນສໍາເລັດເຕັກໂນໂລຊີ ຂໍ້ມູນຂ່າວສານ, ໂທລະຄົມມະນາ ຄົມ, ການສື່ສານ ແລະ ນະວັດຕະກຳ ທີ່ເປັນຜົນງານການຄົ້ນຄວ້າ ແລະ ປະດິດສ້າງຂອງທຸລະກິດ startup ຈາກພາຍໃນ ແລະ ຕ່າງປະເທດ ຈໍາ ນວນ 200 ກວ່າຮ້ານວາງສະແດງ (booth); ເວທີການພົບປະ (Networking), ສົນທະນາ, ປຶກສາຫາລື ແລະ ແລກປ່ຽນຄໍາ ເຫັນກ່ຽວກັບການຄົ້ນຄວ້າ ແລະ ການລົງທຶນທາງດ້ານເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງພາກ ລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ນັກພັດທະນາ, ນັກຊ່ຽວຊານ ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ; ກິດຈະກໍາການແຂ່ງຂັນເຕັກໂນໂລ ຊີນະວັດຕະກໍາ, E-sport, ການ ແຂ່ງຂັນຄວາມປອດໄພທາງໄຊເບີ, ການແຂ່ງຂັນຮຸ່ນຍົນ ROBOT competition, ການນໍາສະເໜີ ແນວຄວາມຄິດຂອງຜູ້ປະກອບການ Start-up ແລະ ອື່ນໆ. ຄຳສິງ ບຸດຈັນແພງ ເປັນຫົວໜ້າ ການເມືອງ, ສະຫາຍ ພັນໂທ ມີໄຊ ວົງພະຈັນ ເປັນຮອງຫົວໜ້າການ ເມືອງ, ທັງເປັນຫົວໜ້າຫ້ອງການ ເມືອງ ແລະ ສະຫາຍ ພັນໂທ ໄຊສະຫວາດ ດາລາສຸກ ເປັນຫົວໜ້າ ຫ້ອງການໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ. ຈາກນັ້ນ, ສະຫາຍ ພັນເອກ ສາກົນໄຊ ກົມມະເມືອງ ຮອງກົມຈັດ ຕັ້ງພັກ ໄດ້ຜ່ານມະຕິຕົກລົງວ່າດ້ວຍ ການແຕ່ງຕັ້ງປ່ຽນແທນກຳມະການ ຄະນະປະຈຳພັກ, ເລຂາຄະນະພັກ ແລະ ປະທານຄະນະກວດກາພັກ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບປະກອບມີສະຫາຍພັນເອກ ຄຳສິງ ບຸດຈັນແພງ ຫົວໜ້າການ ເມືອງ ເປັນກຳມະການຄະນະປະ ຈຳພັກ ທັງເປັນເລຂາຄະນະພັກ, ສະຫາຍ ພັນໂທ ມີໄຊ ວົງພະຈັນ ຫົວໜ້າຫ້ອງການເມືອງ ເປັນປະ ທານກວດກາພັກ ແລະ ສະຫາຍ ພັນໂທ ໄຊສະຫວາດ ດາລາສຸກ ຫົວໜ້າຫ້ອງການເປັນກຳມະການ ຄະນະບໍລິຫານງານພັກ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ. ພ້ອມນັ້ນ, ໄດ້ລົງນາມບົດບັນທຶກ ການມອບ-ຮັບໜ້າທີ່ລະຫວ່າງຜູ້ ເກົ່າ ແລະ ຜູ້ໃໝ່. ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ສະແດງ ຄວາມຊົມເຊີຍຕໍ່ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃໝ່, ພ້ອມ ທັງຍົກໃຫ້ເຫັນຄວາມໝາຍຄວາມ ສຳຄັນໃນການມອບໝາຍໃຫ້ບັນ ດາສະຫາຍ ຊຶ່ງແມ່ນກຽດ ແລະ ສັກສີ, ພ້ອມກັນນີ້ ກໍເຕັມໄປດ້ວຍ ຄວາມຫຍຸ້ງຍາກສິ່ງທ້າທ້າຍທີ່ຈະ ທົດສອບອົດທົນ, ບຸກບືນ, ຜ່ານຜ່າ ຈຶ່ງເຮັດຫລ້ອນໜ້າທີ່ ທີ່ໄດ້ມອບ ໝາຍໃຫ້, ຕັ້ງໜ້າຝຶກຝົນຫລໍ່ຫລອມ ຕົນເອງໃນທຸກດ້ານ, ເພີ່ມທະວີ ຄວາມສາມັກຄີພາຍໃນໃຫ້ເປັນ ປຶກແຜ່ນແໜ້ນໜາ, ປະຕິບັດຫລັກ ການລວມສູນປະຊາທິປະໄຕ ເຮັດ ວຽກເປັນໝູ່ຄະນະ, ແບ່ງຄວາມຮັບ ຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ ເພື່ອເຮັດສຳເລັດໜ້າທີ່ຍຸດທະສາດ ກໍຄື ການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ, ສືບຕໍ່ ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ ເຂັ້ມແຂງໜັກແໜ້ນກາຍເປັນກົມ ກອງທີ່ມີລະບຽບແບບແຜນ ແລະ ທັນສະໄໝ. ຂ່າວ: ໜັງສືພິມກອງທັບ ພາບ: ຮວຜທ ວິທີເຮັດວຽກແລະ ຮູບແບບການນຳ ສະເໜີຂ່າວສານ, ນັກຂ່າວ ແລະ ບຸກ ຄະລາກອນສື່ຕ້ອງພັດທະນາທັກສະ ຮອບດ້ານທັງການຂຽນຂ່າວ, ຖ່າຍ ພາບ, ຜະລິດວິດີໂອ, ນຳສະເໜີຂ່າວ ຜ່ານສື່ອອນລາຍລວມເຖິງການ ນຳໃຊ້ປັນຍາປະດິດ (AI) ຢ່າງ ເໝາະສົມ. ສື່ມວນຊົນລາວໃນຍຸກ ໃໝ່ ຈຶ່ງຈຳເປັນຕ້ອງສືບຕໍ່ຮັກສາ ບົດບາດເປັນ “ກະບອກສຽງອັນ ແຫລມຄົມ” ຂອງພັກ, ລັດ ແລະ ສັງຄົມ, ພ້ອມກັບການຫັນປ່ຽນ ຮູບແບບ ແລະ ວິທີການເຮັດຂ່າວ ໃຫ້ທັນສະໄໝ. ທັງນີ້, ກໍເພື່ອສ້າງ ສື່ທີ່ທັນສະໄໝ, ມີຄຸນນະພາບ, ໜ້າ ເຊື່ອຖື ແລະ ສາມາດຕອບສະໜອງ ຕໍ່ຄວາມຕ້ອງການຂ່າວສານຂອງ ປະຊາຊົນໃນຍຸກດີຈິຕອນໄດ້ຢ່າງມີ ປະສິດທິຜົນ. ພ້ອມນີ້, ທ່ານ ກົງໃຈ ຊຸມພົນພັກດີ ຍັງໄດ້ຍົກໃຫ້ເຫັນຜົນສຳເລັດການ ເຄື່ອນໄຫວວຽກງານຂອງລັດວິສາ ຫະກິດໂຮງພິມແຫ່ງລັດ ໃນໄລຍະ 6 ເດືອນຕົ້ນປີ 2026 ຊຶ່ງຄະນະພັກ, ຄະນະອໍານວຍການ, ພະນັກງານ ນໍາພາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ໜ້າທີ່ນຳພາດ້ານການເມືອງ-ແນວ ຄິດ ກໍຄື ວຽກງານວິຊາສະເພາະ, ພະນັກງານ, ກຳມະກອນແຕ່ລະພະ ແນກ, ຂະແໜງການໄດ້ເອົາໃຈ ໃສ່ປະຕິບັດໜ້າທີ່ຕາມການຈັດຕັ້ງ ມອບໝາຍດ້ວຍຄວາມຮັບຜິດຊອບ ສູງ, ສາມາດຜະລິດ ແລະ ບໍລິການ ສິ່ງພິມຕ່າງໆໄດ້ຕາມຄວາມຕ້ອງ ການຂອງລູກຄ້າທີ່ມາໃຊ້ບໍລິການ. ໃນນັ້ນ, ສາມາດປະຕິບັດແຜນການ ຜະລິດໃນ 6 ເດືອນຕົ້ນປີ 2026 ໄດ້ ລື່ນແຜນການ, ພ້ອມທັງມອບພັນທະ ໃຫ້ລັດຖະບານຫລາຍກວ່າ 2 ຕື້ກີບ ແລະ ສ້າງລາຍຮັບລື່ນແຜນການ ຫລາຍກວ່າ 130% ຖືເປັນຜົນງານ ສໍາຄັນໃນໂອກາດ ຄົບຮອບ 76 ປີ ວັນສ້າງຕັ້ງລັດວິສາຫະກິດໂຮງພິມ ແຫ່ງລັດ ແລະ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ. ຂ່າວ-ພາບ: ທະນູທອງ ທໍາ ຊຶ່ງການເຄື່ອນໄຫວຂອງຄະນະ ຜູ້ແທນຂັ້ນສູງອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປ ຈີນ ມີ ຄື: ໃນວັນທີ 28 ກໍລະກົດ 2026, ຢູ່ນະຄອນຫລວງປັກກິ່ງ, ໄດ້ມີ ພິທີພົບປະກັນຢ່າງເປັນທາງການ ລະຫວ່າງທ່ານ ພົນຈັດຕະວາ ນາງ ລີວົງ ລາວລີ ກໍາມະການສູນກາງ ພັກປະຊາຊົນປະຕິວັດລາວ, ຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດແຫ່ງ ສປປ ລາວ ແລະ ທ່ານ ຢິງຢົງ ກຳມະການສູນກາງພັກ ກອມມູນິດຈີນ, ຫົວໜ້າອົງການໄອ ຍະການປະຊາຊົນສູງສຸດ ແຫ່ງ ສປ ຈີນ. ທັງສອງຝ່າຍໄດ້ແຈ້ງສະພາບ ການພັດທະນາເສດຖະກິດ-ສັງຄົມ ແລະ ພາລະບົດບາດຂອງອົງການ ໄອຍະການປະຊາຊົນຂອງແຕ່ລະ ປະເທດໃຫ້ກັນຊາບໂດຍສັງເຂບ ແລະ ໄດ້ສົນທະນາ, ແລກປ່ຽນບົດ ຮຽນກ່ຽວກັບການປະຕິບັດພາລະ ບົດບາດ, ສິດ ແລະ ໜ້າທີ່ຕາມກົດ ໝາຍເປັນຕົ້ນແມ່ນການປະຕິບັດ ສິດສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມ ຂະບວນຍຸຕິທໍາ, ການຕິດຕາມກວດ ກາການປະຕິບັດກົດໝາຍ, ເພີ່ມ ທະວີການປະສານງານຮ່ວມມືກັນ ໃນການສະກັດກັ້ນ ແລະ ຕ້ານອາ ຊະຍາກຳຂ້າມຊາດເຊັ່ນ: ການສໍ້ ໂກງທາງໂທລະຄົມ, ບັນຫາຢາເສບ ຕິດ ແລະ ການຄ້າມະນຸດ. ໃນໂອກາດດັ່ງກ່າວ, ທັງສອງ ອົງການໄດ້ຮ່ວມກັນລົງນາມໃນ ແຜນການຮ່ວມມື 2 ປີ (20262027) ເພື່ອເປັນການຍົກລະດັບ ຂອດການຮ່ວມມືລະຫວ່າງສອງ ອົງການໄອຍະການໃຫ້ມີຄວາມ ເຂັ້ມແຂງ, ມີປະສິດທິພາບ ແລະ ເຂົ້າສູ່ລວງເລິກກວ່າເກົ່າ ຊຶ່ງການ ລົງນາມແຜນການຮ່ວມມືໃນຄັ້ງນີ້, ຈະເປັນຂີດໝາຍອັນດີ ແລະ ເປັນ ກົນໄກສຳຄັນໃນການສົ່ງເສີມການ ແລກປ່ຽນບົດຮຽນ, ແລກປ່ຽນ ຂໍ້ມູນຂ່າວສານ, ການພັດທະນາ ບຸກຄະລາກອນໃຫ້ມີຄວາມເຂັ້ມ ແຂງ. ນອກຈາກນີ້, ທັງສອງຝ່າຍ ຍັງຈະໄດ້ຮ່ວມກັນຕ້ານ ແລະ ສະ ກັດກັ້ນອາຊະຍາກໍາຂ້າມຊາດເປັນ ຕົ້ນການສໍ້ໂກງທາງໄຊເບີ, ການຄ້າ ຢາເສບຕິດ, ການຄ້າມະນຸດ ແລະ ອື່ນໆ ໃນຂົງເຂດວຽກງານໄອຍະ ການໃນການຕິດຕາມກວດກາການ ດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ມີຄວາມເຂັ້ມແຂງ, ຮັບປະກັນ ຄວາມສະຫງົບ-ຄວາມເປັນລະບຽບ ຮຽບຮ້ອຍຕາມຊາຍແດນ ແລະ ສົ່ງເສີມການປະຕິບັດກົດໝາຍ ຂອງສອງປະເທດ. ນອກຈາກການ ພົບປະຢູ່ຂັ້ນສູນກາງແລ້ວ, ຄະນະ ຜູ້ແທນຂັ້ນສູງອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ຍັງໄດ້ເຄື່ອນໄຫວທັດສະນະ ແລະ ແລກປ່ຽນບົດຮຽນຢູ່ອົງການໄອຍະ ການປະຊາຊົນທ້ອງຖິ່ນ ຄື ໃນວັນທີ 29 ກໍລະກົດ 2026 ເຂົ້າຢ້ຽມຢາມ ອົງການໄອຍະການປະຊາຊົນນະ ຄອນປັກກິ່ງ ແລະ ອົງການໄອຍະ ການປະຊາຊົນເມືອງຕົ່ງເສີນ ເພື່ອ ສຶກສາການອໍານວຍຄວາມສະດວກ ໃນການໃຫ້ຄຳປຶກສາກົດໝາຍແກ່ ປະຊາຊົນດ້ວຍລະບົບທີ່ທັນສະໄໝ. ໃນວັນທີ 30 ກໍລະກົດ 2026 ໄປຢ້ຽມຢາມເຂດເສດຖະກິດພິເສດ ນະຄອນເສີນເຈີນ ໄດ້ສຶກສາເບິ່ງ ການນໍາໃຊ້ເຕັກໂນໂລຊີດີຈິຕອນ ແລະ ປັນຍາປະດິດ (AI) ເຂົ້າ ໃນການດໍາເນີນຄະດີ, ການແກ້ໄຂ ຄໍາຮ້ອງ-ຄໍາສະເໜີຂອງປະຊາຊົນ ເພື່ອຮັບປະກັນຄວາມຖືກຕ້ອງ, ຊັດເຈນ, ທັນກໍານົດເວລາ ແລະ ສາ ມາດກວດສອບໄດ້. ສ່ວນໃນວັນທີ 31 ກໍລະກົດ ຫາ ວັນທີ 1 ສິງຫາ 2026 ໄປຢ້ຽມຢາມອົງການໄອຍະ ການປະຊາຊົນນະຄອນກວາງໂຈ ແລະ ອົງການໄອຍະການປະຊາຊົນ ແຂວງກວາງຕຸ້ງ; ໄດ້ຢ້ຽມຊົມສູນ ວິໄຈ ແລະ ພິສູດຫລັກຖານ, ຖອດ ຖອນບົດຮຽນການນຳໃຊ້ຖານຂໍ້ ມູນດີຈິຕອນ (ດາຕາເບດ) ເຂົ້າ ໃນການເກັບກຳສະຖິຕິຄຸ້ມຄອງຂໍ້ ມູນຄະດີຢ່າງເປັນລະບົບ, ທັງຮັບ ຊົມການສາທິດນຳໃຊ້ເຕັກໂນໂລຊີ ເຂົ້າໃນການພິສູດຫລັກຖານຢ່າງມີ ວິທະຍາສາດ ເພື່ອຄວາມໂປ່ງໃສ. ຕໍ່ກັບການໄປຢ້ຽມຢາມ ແລະ ເຮັດວຽກທາງການຢູ່ ສປ ຈີນ ຂອງ ຄະນະຜູ້ແທນຂັ້ນສູງອົງການໄອຍະ ການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃນຄັ້ງນີ້, ຖືເປັນບາດກ້າວອັນ ມີຄວາມໝາຍຄວາມສຳຄັນຍິ່ງໃນ ການຍົກລະດັບຂອດການຮ່ວມມື ລະຫວ່າງສອງອົງການໄອຍະການ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິ ພາບ ແລະ ເຂົ້າສູ່ລວງເລິກກວ່າ ເກົ່າ. ການເຊັນແຜນການຮ່ວມມືໃນ ຄັ້ງນີ້ ຈະເປັນຂີດໝາຍອັນດີ ແລະ ເປັນກົນໄກສຳຄັນໃນການສົ່ງເສີມ ການແລກປ່ຽນບົດຮຽນໃນຂົງເຂດ ວຽກງານໄອຍະການ ໃນການຕິດ ຕາມກວດກາການດໍາເນີນຄະດີຕາມ ຂະບວນຍຸຕິທໍາໃຫ້ມີຄວາມເຂັ້ມ ແຂງ, ເພື່ອປົກປ້ອງກົດໝາຍໃຫ້ມີ ຄວາມສັກສິດປະກອບສ່ວນເຂົ້າໃນ ການປົກປັກຮັກສາ ກໍຄື ການຮັກສາ ຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍໃນທັງສອງຊາດ ລາວ-ຈີນ ທັງໝົດນີ້ຈະເປັນການ ປະກອບສ່ວນພັດທະນາສາຍພົວພັນ ຮ່ວມມືລະຫວ່າງສອງພັກສອງ ລັດ ແລະ ສອງອົງການໄອຍະການ ປະຊາຊົນ ລາວ-ຈີນ, ຈີນ-ລາວ ໃຫ້ ມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຈະເລີນງອກງາມຕະຫລອດໄປ. ຂ່າວ-ພາບ: ອອປສ ຮ່ວມກັບກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ບໍລິສັດ EDL-T ໃນ ການພັດທະນາໂຄງການສາຍສົ່ງ ເຊື່ອມພາຍໃນ 3 ຊ່ວງ (ສາຍສົ່ງ 230 kV ປາກມອງ-ນາເພຍ, ນາ ເພຍ-ທ່າວຽງ ແລະ ຫລັກ20ມະຫາໄຊ) ເພື່ອຮອງຮັບເອົາພະລັງ ງານຈາກເຂື່ອນໄຟຟ້ານໍ້າງື່ມ 3 ແລະ ຮັບປະກັນການສະໜອງໄຟ ໃຫ້ພາຍໃນມີຄວາມໝັ້ນຄົງໃຫ້ສຳ ເລັດຕາມແຜນ. ສືບຕໍ່ເຮັດວຽກກັບກະຊວງທີ່ ກ່ຽວຂ້ອງ ເພື່ອຄົ້ນຄວ້າລະບຽບ ການກ່ຽວກັບການອະນຸຍາດໃຫ້ບັນ ດານິຄົມອຸດສາຫະກຳ, ເຂດເສດ ຖະກິດພິເສດຜະລິດພະລັງງານ ໄຟຟ້າຊົມໃຊ້ເອງ ໂດຍເອົາລະບົບ ໄຟຟ້າຂອງໄຟຟ້າລາວ ເປັນພະລັງ ງານສຳຮອງຕາມແນວທາງນະ ໂຍບາຍຂອງລັດຖະບານ; ສືບຕໍ່ ຕິດຕາມຫາງສຽງຂອງສັງຄົມ ເພື່ອອະທິບາຍຊີ້ແຈງຄວາມເຂົ້າໃຈ ກ່ຽວກັບການຈັດຕັ້ງໂຄງສ້າງລາ ຄາໄຟຟ້າແຕ່ລະໄລຍະຜ່ານສື່ອອນ ລາຍຕ່າງໆ. ພ້ອມນັ້ນ, ຈະສືບຕໍ່ລົງ ເຜີຍແຜ່ຈັດກອງປະຊຸມເສວະນາ ກ່ຽວກັບການດໍາເນີນທຸລະກິດຂອງ ໄຟຟ້າລາວ ຕິດພັນກັບການປັບປຸງ ໂຄງສ້າງລາຄາໄຟຟ້າ ປີ 20252029 ຮ່ວມກັບອົງການປົກຄອງ ຂອງແຂວງທົ່ວປະເທດ; ປັບປຸງລະ ບົບສົ່ງ 115 kV ແລະ ຍົກລະດັບໝໍ້ ແປງຢູ່ບັນດາສະຖານີໄຟຟ້າຂອງ ໄຟຟ້າລາວ ໃນຂອບເຂດທົ່ວປະເທດ ໂດຍສະເພາະໃນຂົງເຂດທີ່ມີແຜນ ຄວາມຕ້ອງການຊົມໃຊ້ໄຟຫລາຍ ເພື່ອປັບປຸງລະບົບໄຟຟ້າໃຫ້ສາມາດ ສະໜອງພະລັງງານໃຫ້ພຽງພໍກັບ ແຜນຄວາມຕ້ອງການແຕ່ລະໄລຍະ ແລະ ລະບົບມີຄວາມໝັ້ນຄົງ. ສືບຕໍ່ສູ້ຊົນໃຫ້ສາມາດຫລຸດຜ່ອນ ພະລັງງານຕົກເຮ່ຍ ໃນປີ 2026 ພາກລະບົບຈໍາໜ່າຍໃຫ້ໄດ້8,77%, ພາກລະບົບສົ່ງ ໃຫ້ໄດ້3,33%, ໝົດ ລະບົບ ໃຫ້ໄດ້ 6,50%; ສຸມໃສ່ຫລຸດ ຜ່ອນລາຍຈ່າຍບໍລິຫານທີ່ບໍ່ຈໍາເປັນ, ນໍາໃຊ້ງົບປະມານໃຫ້ມີຄວາມຮັດ ກຸມ, ມີປະສິດທິຜົນ ແລະ ສາມາດ ກວດສອບໄດ້ ແລະ ຄົ້ນຄວ້າທ່າ ແຮງປິ່ນອ້ອມຕ່າງໆຂອງໄຟຟ້າ ລາວ ໃນການຮ່ວມທຸລະກິດກັບພາກ ສ່ວນພາຍນອກ ເພື່ອສ້າງລາຍຮັບ ເພີ່ມ; ສົມທົບກັບຄະນະກໍາມະການ ຄົ້ນຄວ້າໂຄງສ້າງລາຄາໄຟຟ້າຂັ້ນ ສູນກາງໃນການທົບທວນ ແລະ ປະ ເມີນຄືນການປັບຂຶ້ນລາຄາໄຟຟ້າ ເພື່ອຊີ້ແຈງຕໍ່ສັງຄົມ ແລະ ລັດຖະ ບານ ເປັນແຕ່ລະໄລຍະ; ສຸມໃສ່ເລັ່ງ ການພັດທະນາໂຄງການໝໍ້ນັບໄຟ ທັນສະໄໝ (Smart Meter) ໃຫ້ ນໍາໃຊ້ໃນນະຄອນຫລວງວຽງຈັນ ແລະ ສືບຕໍ່ຂະຫຍາຍໄປຍັງຕົວ ເມືອງໃຫຍ່ ຢູ່ໃນ 5 ແຂວງໃຫຍ່ (ແຂວງວຽງຈັນ, ຫລວງພະບາງ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ); ສືບຕໍ່ສຸມໃສ່ວຽກງານ ປະຕິຮູບ ຕາມການຮັບຮອງຂອງ ລັດຖະບານ 6 ກຸ່ມວຽກ 34 ແຜນ ງາແຜນກຳນົດແຕ່ລະໄລຍະ ໂດຍ ສະເພາະບັນດາໜ້າວຽກທີ່ສຳຄັນ ເລັ່ງດ່ວນໃຫ້ສຳເລັດພາຍໃນທ້າຍ ປີ 2026. ຂ່າວ: ກິດຕາ
RkJQdWJsaXNoZXIy MTc3MTYxMQ==