gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 17/08/2026 xtgmf]k; lts]v';a o,u zq o[a '7a [.-h lq omy la opk ;j kfh ;pdkogdn vfsh k,]tg[u f]6 ds;j ko 7q [Iv[ 16 xu ຫວນຄືນມູນເຊື້ອ...ືູື້ ໂທລະເລກສະແດງຄວາມ... ສານສະແດງຄວາມເສົ້າ...ົ້ ໂທລະເລກສະແດງຄວາມເສົ້າ...ົ້ ການນຳພັກ-ລັດ...ັັ ນາຍົກລັດຖະມົນຕີ...ົັົີ ຂປລ. ຄະນະກໍາມະການຄຸ້ມ ຄອງແຫ່ງຊາດ ເພື່ອແກ້ໄຂບັນຫາ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ຈັດພິທີສະເຫລີມ ສະຫລອງວັນມີຜົນບັງຄັບໃຊ້ສົນ ທິສັນຍາວ່າດ້ວຍການເກືອດຫ້າມ ລະ ເບີດລູກຫວ່ານ (CCM) ຄົບຮອບ 16 ປີ(01/08/201001/08/2026) ໃນອາທິດຜ່ານ ມາຢູ່ນະຄອນຫລວງວຽງຈັນ ໂດຍ ການເປັນປະທານຮ່ວມຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ທັງເປັນຮອງປະທານຜູ້ປະຈຳການ ຄຊກລ ແລະ ມີທູຕານຸທູດ, ຜູ້ ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ ຮ່ວມພັດທະນາ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ ໂດຍໄດ້ຮັບ ການສະໜັບສະໜູນຈາກບັນດາຄູ່ ຮ່ວມພັດທະນາ, ໂດຍສະເພາະແມ່ນ ລັດຖະບານອຽກລັງ, ສະຫະພາບ ເອີຣົບ (EU), ອົງການ ສປຊ ເພື່ອ ການພັດທະນາ (UNDP) ປະຈໍາ ສປປ ລາວ ແລະ ອົງການ MAG ປະຈໍາ ສປປ ລາວ. ໃນພິທີ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເນັ້ນ ເຖິງຄວາມໝາຍອັນສຳຄັນຂອງ ການໃຫ້ສັດຕະຍາບັນຕໍ່ສົນທິສັນຍາ ດັ່ງກ່າວ ແລະ ຍົກໃຫ້ເຫັນເຖິງ ຜົນກະທົບຕໍ່ປະຊາຊົນລາວຈາກ ລະເບີດລູກຫວ່ານທີ່ຍັງຕົກຄ້າງ 80 ລ້ານກວ່າໜ່ວຍ ທີ່ສືບຕໍ່ເປັນ ອຸປະສັກຕໍ່ຊີວິດການເປັນຢູ່ ເເລະ ການພັດທະນາເສດຖະກິດ-ສັງຄົມ. ໃນໄລຍະ 16 ປີ ທີ່ຜ່ານມາ ສປປ ລາວ ໄດ້ສ້າງບາດກ້າວບຸກທະລຸ ໃນວຽກງານສຳຫລວດ ແລະ ເກັບ ກູ້ ລບຕ ເພື່ອປົດປ່ອຍເນື້ອທີ່ທຳການ ຜະລິດກະສິກຳ ແລະ ພັດທະນາພື້ນ ຖານໂຄງລ່າງທີ່ສຳຄັນ ແລະ ສປປ ລາວ ກາຍເປັນຜູ້ນຳໃນການຊຸກຍູ້ ວຽກງານເປົ້າໝາຍການພັດທະນາ ແບບຍືນຍົງ(SDG) 18: “ຊີວິດ ທີ່ປອດໄພຈາກ ລບຕ” ໃຫ້ກາຍເປັນ ບຸລິມະສິດ ແລະ ເປົ້າໝາຍແຫ່ງຊາດ ແລະ ເປັນຕົວແບບໃຫ້ແກ່ປະເທດ ອື່ນໆ. ພ້ອມກັນນີ້, ການເປັນປະ ທານກອງປະຊຸມທົບທວນສົນທິສັນ ຍາວ່າດ້ວຍການເກືອດຫ້າມລະເບີດ ລູກຫວ່ານຮອບວຽນທີ 3 (3RC CCM) ຖືເປັນຄັ້ງທີ 2 ທີ່ ສປປ ລາວ ໄດ້ຮັບກຽດ ແລະ ຄວາມໄວ້ ຂປລ. ໃນວັນທີ 14 ສິງຫາ 2026 ນີ້ ການນຳ, ອະດີດການ ນຳພັກ-ລັດ ພ້ອມດ້ວຍມວນຊົນ ໃນນະຄອນຫລວງວຽງຈັນ ນຳ ໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ຮ່ວມໃສ່ ບາດຖວາຍສັງຄະທານແດ່ພະສົງ ເພື່ອອຸທິດສ່ວນບຸນສ່ວນກຸສົນໃຫ້ ແກ່ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງ ພັກປະຊາຊົນປະຕິວັດລາວ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ຜ່ານມາ ດ້ວຍພະຍາດເສັ້ນ ເລືອດອັກເສບທີ່ຮ້າຍແຮງ, ລວມ ອາຍຸໄດ້ 70 ປີ. ການໃສ່ບາດຖວາຍສັງຄະທານ ໃນຄັ້ງນີ້, ດຳເນີນໄປຕາມຮີດຄອງ ປະເພນີ ແລະ ຫລັກພຸດທະສາສະ ໜາ ໂດຍໄດ້ຟັງທຳມະເທສະໜາ, ຫລັງຈາກນັ້ນບັນດາການນຳພັກ- ລັດ ພ້ອມດ້ວຍມວນຊົນ ໄດ້ຮ່ວມກັນ ໃສ່ບາດຖວາຍສັງຄະທານແດ່ພະ ສົງດ້ວຍຈິດໃຈເຄົາລົບ ແລະ ສຳ ລວມ ເພື່ອອຸທິດສ່ວນບຸນສ່ວນກຸ ສົນໃຫ້ແກ່ສະຫາຍ ໄຊສົມພອນ ພົມວິຫານ ຕາມຄະຕິຄວາມເຊື່ອ ທາງພຸດທະສາສະໜາ, ທັງສະທ້ອນ ໃຫ້ເຫັນເຖິງການສືບສານຮັກສາຮີດ ຄອງປະເພນີ ແລະ ຂະນົບທຳນຽມ ອັນດີງາມຂອງຊາດລາວເຮົາທີ່ໄດ້ ສືບທອດກັນມາ ແຕ່ອະດີດຈົນຮອດ ປັດຈຸບັນ. ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນການ ສູນເສຍທີ່ໃຫຍ່ຫລວງສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເຮັດໃຫ້ພັກ-ລັດ ສູນເສຍພະນັກ ງານການນຳຂັ້ນສູງ, ການນຳຍຸດ ທະສາດທີ່ສໍາຄັນໄປອີກສະຫາຍ ໜຶ່ງ ຊຶ່ງໄດ້ນຳເອົາຄວາມໂສກເສົ້າ, ເສຍດາຍ ແລະ ອາໄລອາວອນ ອັນສຸດຊຶ້ງໃຫ້ແກ່ພັກ-ລັດ ແລະ ຄອບຄົວ, ຍາດພີ່ນ້ອງ, ເພື່ອນມິດ ຜູ້ຢູ່ໃກ້ ແລະ ໄກຢ່າງຫາອັນປຽບ ບໍ່ໄດ້. ຂ່າວ: ທະນູທອງ; ພາບ: ເກດສະໜາ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບສານສະແດງຄວາມ ເຫັນໃຈຈາກສົມເດັດ ຊຸນຕານ ຮາຈິ ຮັດຊະນານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ຕໍ່ການຈາກໄປຂອງ ທ່ານໄຊສົມພອນພົມວິຫານປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ. ເນື້ອໃນໂທລະເລກໄດ້ລະບຸວ່າ: ຂ້າພະເຈົ້້າຮູ້ສຶກໂສກເສົ້້າໃຈເປັນ ຢ່າງຍິ່ງຕໍ່ການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງບໍ່ມີວັນຫວນຄືນ. ຕະຫລອດໄລຍະຊຸມປີຜ່ານມາ, ທ່ານ ໄຊສົມພອນ ພົມວິຫານ ໄດ້ ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການຮັບໃຊ້ຊາດ ຮັບໃຊ້ປະ ຊາຊົນລາວຢ່າງມີຜົນງານອັນພົ້ນ ເດັ່ນ. ຕະຫລອດໄລຍະການປະຕິ ບັດໜ້າທີ່ວຽກງານຂອງທ່ານ, ທ່ານ ໄດ້ປະກອບສ່ວນຢ່າງຫລວງຫລາຍ ເຂົ້າໃນການບໍລິຫານ ແລະ ການ ພັດທະນາປະເທດຊາດ, ພ້ອມທັງ ປະກອບສ່ວນຢ່າງຕັ້ງໜ້າ ເພື່ອສົ່ງ ເສີມຜົນປະໂຫຍດ ແລະ ຄວາມຢູ່ດີ ກິນດີຂອງປະຊາຊົນລາວທຸກຖ້ວນ ໜ້າ. ຄວາມທຸ້ມເທ, ການເປັນຜູ້ ນຳພາ ແລະ ຄວາມມຸ່ງໝັ້ນໃນການ ຮັບໃຊ້ປະເທດຊາດ ແລະ ປະຊາຊົນ ຂອງທ່ານຈະຖືກຈົດຈໍາໄວ້ຢ່າງບໍ່ມີ ວັນຫລົງລືມ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ຕໍ່ການພົບປະຢ່າງອົບອຸ່ນ ແລະ ມີຄວາມໝາຍຢ່າງຍິ່ງກັບທ່ານ ໄຊສົມພອນ ພົມວິຫານ ໃນໂອກາດ ທີ່ຂ້າພະເຈົ້າເດີນທາງຢ້ຽມຢາມ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຕໍ່ ການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ເນື້ອໃນສານໄດ້ລະບຸວ່າ: ຂ້າ ພະເຈົ້າມີຄວາມໂສກເສົ້າ ແລະ ເສຍໃຈຢ່າງສຸດຊຶ້ງທີ່ໄດ້ຮັບຊາບ ຂ່າວການເຖິງແກ່ມໍລະນະກຳ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ. ໃນນາມຂອງລັດຖະບານ ແລະ ປະຊາຊົນມຽນມາກໍຄືໃນນາມສ່ວນ ຕົວ, ຂ້າພະເຈົ້າຂໍສະແດງຄວາມ ເສຍໃຈ ແລະ ອາໄລຢ່າງສຸດຊຶ້ງມາ ຍັງທ່ານ, ລັດຖະບານ ແລະ ປະຊາ ມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ, ຈີນ-ລາວ ເປັນການພົວພັນຮ່ວມມື ຮອບດ້ານທີ່ໝັ້ນຄົງຍາວນານ, ມີ ໄມຕີຈິດຖານບ້ານໃກ້ເຮືອນຄຽງ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ການຈາກໄປຂອງສະຫາຍ ຈູ່ ຢົງຈີ່ ບໍ່ເປັນພຽງແຕ່ການສູນ ເສຍບຸກຄົນທີ່ສໍາຄັນຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ, ແຕ່ຍັງເປັນການສູນ ເສຍເພື່ອນມິດສະຫາຍຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຂອງພວກຂ້າພະເຈົ້າອີກດ້ວຍ. ໃນທ່າມກາງບັນຍາກາດທີ່ໂສກ ເສົ້າເສຍໃຈນີ້, ຂ້າພະເຈົ້າຕາງໜ້າ ໃຫ້ລັດຖະບານ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ນອກຈາກວາງສະແດງຜົນງານ ຂອງການດຳເນີນງານຂອງໄຟຟ້າ ຫົງສາແລ້ວ, ຍັງໄດ້ນຳເອົາຜະລິດ ຕະພັນຊຸມຊົນຈາກສະຫະກອນພາຍ ໃຕ້ການດູແລເບິ່ງແຍງຂອງຝ່າຍພັດ ທະນາສັງຄົມມາຈັດວາງສະແດງ ພາຍໃນງານ ເພື່ອສະທ້ອນໃຫ້ເຫັນ ຜົນສຳເລັດຂອງການສົ່ງເສີມອາຊີບ ແລະ ການພັດທະນາທ່າແຮງຂອງ ຊຸມຊົນ ຊຶ່ງຜະລິດຕະພັນຕ່າງໆໄດ້ ຮັບຄວາມສົນໃຈເປັນຢ່າງດີຈາກຜູ້ ເຂົ້າຮ່ວມງານ, ພ້ອມທັງຊ່ວຍສ້າງ ການຮັບຮູ້ເຖິງຄຸນຄ່າ ແລະ ທ່າແຮງ ຂອງຜະລິດຕະພັນຈາກຊຸມຊົນທີ່ໄດ້ ຮັບການສະໜັບສະໜູນຈາກບໍລິສັດ ການເຂົ້າຮ່ວມເວທີໃນຄັ້ງນີ້, ນຳຂອງ ສນຊ, ກໍາມະການ ສນຊ ອ້ອມຂ້າງສູນກາງ, ຄອບຄົວການ ນໍາ ແລະ ພະນັກງານພາຍໃນ ສນຊ ເຂົ້າຮ່ວມ. ໂ ກ າ ດ ນີ້ , ທ່ າ ນ ກິແ ກ້ວ ໄຂຄຳພິທູນ ໄດ້ຍົກໃຫ້ເຫັນສາເຫດ, ເງື່ອນໄຂຕົ້ນຕໍ ແລະ ປັດໄຈພື້ນຖານ ທີ່ຈຳເປັນຕ້ອງສ້າງຕັ້ງອົງການ ແນວລາວສ້າງຊາດຂຶ້ນ. ພ້ອນນັ້ນ, ກໍໄດ້ຍົກໃຫ້ເຫັນພາລະບົດບາດ, ຄວາມໝາຍຄວາມສຳຄັນ ແລະ ພາ ລະກຳປະຫວັດສາດ ກໍຄື ຜົນງານ ອັນພົ້ນເດັ່ນແຫ່ງການເຕີບໃຫຍ່ຂະ ຫຍາຍຕົວ 3 ໄລຍະປະຫວັດສາດ ທີ່ມີຊື່ເອີ້ນແຕກຕ່າງກັນ ຄື: ໄລຍະ ແນວລາວອິດສະຫລະ (19501956): ປະຕິບັດບົດບາດອອກໜ້າ ແທນພັກ ເຕົ້າໂຮມຄວາມສາມັກຄີ ປອງດອງທົ່ວປວງຊົນ, ເຮັດສຳເລັດ ພາລະກຳປົດປ່ອຍຊາດ ຈາກແອກ ປົກຄອງລ່າເມືອງຂຶ້ນແບບເກົ່າ ໂດຍການຮັບຮູ້ເອກະລາດ, ອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງລາວ; ໄລຍະແນວ ລາວຮັກຊາດ (1956-1979): ເປັນໄລຍະພັກເຄື່ອນໄຫວເປີດເຜີຍ ໄດ້ນໍາພາການປະຕິວັດຊາດ ແລະ ແນວລາວສ້າງຊາດ ໄດ້ສືບຕໍ່ພາລະ ບົດບາດເຕົ້າໂຮມຄວາມສາມັກຄີ, ປຸກລະດົມປະຊາຊົນລາວບັນດາ ເຜົ່າປະກອບສ່ວນໃນຂະບວນການ ປະຕິວັດຊາດຕ້ານຈັກກະພັດລ່າ ເມືອງຂຶ້ນແບບໃໝ່ ໃນການດຳເນີນ ແຜນຍຸດທະສາດ 3 ບາດຄ້ອນປຸກ ລະດົມປວງຊົນລຸກຮື້ຂຶ້ນຢຶດອໍານາດ ທົ່ວປະເທດໃນວັນທີ 23/8/1975 ແບບ “ບົວບໍ່ຊໍ້ານໍ້າບໍ່ຂຸນ” ແຕ່ຈັບ ປາໄດ້ທຸກໂຕ ແລະ ປະກາດສ້າງ ຕັ້ງລະບອບໃໝ່ໃນວັນທີ 2 ທັນວາ 1975; ໄລຍະແນວລາວສ້າງຊາດ (1979-ປັດຈຸບັນ): ປຸກລະດົມປະ ຊາຊົນປະຕິບັດສອງໜ້າທີ່ຍຸດທະ ສາດຕາມແນວທາງປ່ຽນແປງໃໝ່, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ປອງດອງ 4 ເສົາຄໍ້າ: ປອງດອງ ຊົນເຜົ່າ, ຊັ້ນຄົນ, ສາສະໜາ ແລະ ຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ ຕ່າງປະເທດ, ປະຕິບັດວຽກງານ ການທູດປະຊາຊົນກັບປະເທດເພື່ອນ ມິດຍຸດທະສາດ, ເພື່ອນມິດໃກ້ຄຽງ, ພາກພື້ນ ແລະ ສາກົນ, ຕິດຕາມກວດກາການປະຕິບັດໜ້າທີ່ຂອງ ສະມາຊິກສະພາ, ລັດຖະບານ ແລະ ພະນັກງານ-ລັດຖະກອນ ແລະ ເປັນ ຂົວຕໍ່ທີ່ໜັກແໜ້ນລະຫວ່າງພັກ-ລັດ ກັບປະຊາຊົນ. ພ້ອມນີ້, ທ່ານປະທານ ສນຊ ໄດ້ຮຽກຮ້ອງສະມາຊິກພັກ-ພະນັກ ງານຈົ່ງສືບຕໍ່ສຶກສາຄົ້ນຄວ້າ ແລະ ຮໍ່າຮຽນມູນເຊື້ອພື້ນຖານຂອງແນວ ລາວສ້າງຊາດ ເພື່ອກຳແໜ້ນ, ຝຶກ ຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນ ພະນັກງານຫລັກແຫລ່ງຂອງການ ປະຕິວັດ ແລະ ເປັນບ່ອນອີງໃນການ ປະຕິບັດໜ້າທີ່ວຽກງານໃຫ້ເປັນຮູບ ປະທຳ. ຂ່າວ-ພາບ: ສນຊ ຊົນ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຕະຫລອດ ເຖິງຄອບຄົວຂອງຜູ້ທີ່ໄດ້ລ່ວງລັບ. ທ່ານ ໄຊສົມພອນ ພົມວິຫານ ເປັນຜູ້ນຳທີ່ໄດ້ຮັບຄວາມນັບຖື, ໄດ້ ອຸທິດຊີວິດຂອງຕົນໃຫ້ແກ່ປະເທດ ຊາດ. ໃນເວລາແຫ່ງຄວາມໂສກ ເສົ້ານີ້, ມຽນມາ ຂໍຢືນຄຽງຂ້າງປະ ຊາຊົນລາວ ແລະ ຮ່ວມແບ່ງເບົາ ຄວາມໂສກເສົ້າໃນຄັ້ງນີ້ດ້ວຍ. ໃນວັນດຽວກັນ, ທ່ານ ຕິນ ມອງ ສະເວ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ກໍໄດ້ສົ່ງສານ ສະແດງຄວາມເສົ້າສະຫລົດໃຈເຖິງ ທ່ານທອງສະຫວັນ ພົມວິຫານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່ການຈາກໄປ ຂອງທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ຂໍແບ່ງເບົາຄວາມທຸກໂສກນໍາ ສະຫາຍ ແລະ ຜ່ານສະຫາຍໄປ ຍັງຄອບຄົວຂອງສະຫາຍ ຈູ່ ຢົງຈີ່ ມານະໂອກາດນີ້ດ້ວຍ. ລັດຖະກິດຢູ່ສປປ ລາວ ໃນປີ 2023 ແລະ ຊົມເຊີຍຄວາມມຸ່ງໝັ້ນອັນແຮງ ກ້າຂອງທ່ານໃນການສືບຕໍ່ເສີມ ຂະຫຍາຍຄູ່ຮ່ວມມືຍຸດທະສາດລະ ຫວ່າງສອງປະເທດພວກເຮົາໃຫ້ ເລິກເຊິ່ງຍິ່ງຂຶ້ນ. ໃນຊ່ວງເວລາແຫ່ງການສູນ ເສຍ ແລະ ໄວ້ອາໄລລະດັບຊາດນີ້, ຂ້າພະເຈົ້າພ້ອມດ້ວຍລັດຖະບານ ແລະ ປະຊາຊົນບຣູໄນ ຂໍສະແດງ ຄວາມເສົ້າສະຫລົດໃຈຢ່າງຈິງໃຈ ມາຍັງທ່ານ, ລັດຖະບານ ແລະ ປະ ຊາຊົນ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ທຸກ ຖ້ວນໜ້າ. ໃນວັນທີ 11 ສິງຫາ 2026, ທ່ານທອງສະຫວັນ ພົມວິຫານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ຮັບສານສະແດງ ຄວາມເຫັນໃຈຈາກສົມເດັດ ເຈົ້າ ຊາຍ ອັບດຸນ ມາຕີນ ໂບນເກຍ ຕໍ່ ການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ສະທ້ອນເຖິງຄວາມມຸ່ງໝັ້ນຂອງ ໄຟຟ້າຫົງສາ ໃນການດຳເນີນທຸລະ ກິດຢ່າງມີຄວາມຮັບຜິດຊອບທັງ ດ້ານພະລັງງານສິ່ງແວດລ້ອມ ແລະ ການພັດທະນາຊຸມຊົນ ພ້ອມສືບຕໍ່ ສະໜັບສະໜູນການພັດທະນາຢ່າງ ຍືນຍົງຂອງສປປລາວ.ພາຍໃຕ້ແນວ ຄິດ “Powering with CARE”. ຂ່າວ: ໄຟຟ້າຫົງສາ ວາງໃຈຈາກວົງຄະນະຍາດສາກົນ ໃນການເປັນເຈົ້າພາບ ເເລະ ການ ເປັນປະທານກອງປະຊຸມລັດພາຄີ ຄັ້ງປະຖົມມະລືກໃນປີ 2010 ທີ່ຈັດ ຂຶ້ນຢູ່ນະຄອນຫລວງວຽງຈັນ. ກອງ ປະຊຸມດັ່ງກ່າວ ຈະຮັບຮອງເອົາ “ແຜນປະຕິບັດງານນະຄອນຫລວງ ວຽງຈັນ (Vientiane Capital Action Plan) 2027-2031” ຊຶ່ງຈະເປັນແນວທາງການຈັດຕັ້ງ ປະຕິບັດສົນທິສັນຍາໃນທົ່ວໂລກ. ໃນພິທີສະເຫລີມສະຫລອງ, ຍັງ ມີການປະກາດຜົນການແຂ່ງຂັນ ແຕ້ມຮູບພາຍໃຕ້ຫົວຂໍ້”ຂໍ້ຄວາມ ຈາກອະດີດເຖິງອະນາຄົດ”. ເນື່ອງ ໃນໂອກາດທີ່ ສປປ ລາວ ເປັນປະ ທານກອງປະຊຸມ 3RC CCM ໃນ ງານແຂ່ງຂັນດັ່ງກ່າວ ມີເຍົາວະຊົນ ແລະ ຊາວໜຸ່ມສົ່ງຜົນງານເຂົ້າປະ ກວດທັງໝົດ 24 ຄົນ ເພື່ອສະທ້ອນ ເຖິງຄວາມຫວັງ ແລະ ການຂອບໃຈ ຕໍ່ “ຜູ້ບຸກເບີກແຫ່ງສັນຕິພາບ”. ບັນດາຜູ້ຊະນະຈະໄດ້ຮັບທຶນການ ສຶກສາ ແລະ ຜົນງານຈະຖືກນຳ ໄປວາງສະແດງໃນກອງປະຊຸມ 3RC-CCMທີ່ຈະຈັດຂຶ້ນໃນເດືອນ ກັນຍານີ້. ພ້ອມນີ້, ພາຍໃນງານຍັງ ມີກິດຈະກໍາຖາມ-ຕອບຈາກບັນດາ ອົງການປະຕິບັດງານ ເພື່ອສົ່ງເສີມ ຄວາມຮູ້ໃຫ້ເເກ່ໄວໜຸ່ມ-ນັກສຶກສາ ກ່ຽວກັບສົນທິສັນຍາ CCM ແລະ ຄວາມເຂົ້າໃຈຕໍ່ໄພອັນຕະລາຍຂອງ ລະເບີດບໍ່ທັນແຕກທີ່ຕົກຄ້າງໃຫ້ແກ່ ນັກສຶກສາ. ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ (CCM) ມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 1 ສິງຫາ 2010 ເປັນຕົ້ນມາ ຊຶ່ງຖື ເປັນຈຸດປ່ຽນທີ່ສໍາຄັນໃນການປົກ ປ້ອງພົນລະເຮືອນ ແລະ ຫລຸດໄພ ຂົ່ມຂູ່ທີ່ເກີດຈາກລະເບີດລູກຫວ່ານ ໃນທົ່ວໂລກ. ສຳລັບ ສປປ ລາວ, ໃນນາມເປັນປະເທດທີ່ໄດ້ຮັບຜົນ ກະທົບຢ່າງໜັກໜ່ວງມາເປັນເວລາ ຫລາຍທົດສະວັດ, ສົນທິສັນຍານີ້ ມີຄວາມໝາຍອັນສຳຄັນຍິ່ງເພື່ອ ສ້າງອະນາຄົດທີ່ປອດໄພຕາມເປົ້າ ໝາຍການພັດທະນາແບບຍືນຍົງ (SDG) 18. ໃນໂອກາດ ຄົບຮອບ 16 ປີ ຂອງການມີຜົນສັກສິດຂອງ ສົນທິສັນຍາ ແລະ ສປປ ລາວ ໃນນາມເປັນປະທານກອງປະຊຸມ ທົບທວນສົນທິສັນຍາ (3RCCCM), ມີຄວາມພ້ອມໃນການ ເປັນເຈົ້າພາບຈັດກອງປະຊຸມດັ່ງ ກ່າວຢູ່ນະຄອນຫລວງວຽງຈັນ ໃນ ລະຫວ່າງວັນທີ 13-18 ກັນຍາ 2026. ນີ້ຖືເປັນຂີດໝາຍສຳຄັນ ໃນການສືບຕໍ່ພາລະກິດຈາກກອງ ປະຊຸມລັດພາຄີ ຄັ້ງທີ I ທີ່ນະຄອນ ຫລວງວຽງຈັນ ໃນປີ 2010 ເພື່ອ ຮ່ວມກັບປະຊາຄົມໂລກໃນການກໍາ ນົດບາດກ້າວຕໍ່ໄປ ແລະ ຊຸກຍູ້ວິໄສ ທັດຮ່ວມກັນ ເພື່ອກ້າວໄປສູ່ໂລກ ທີ່ປອດໄພຈາກລະເບີດລູກຫວ່ານ ຢ່າງແທ້ຈິງ. ກິດຈະກຳດັ່ງກ່າວ ຍັງຈະໄດ້ ມີການເຊື່ອມສານກັບກິດຈະກຳ ລະດັບສາກົນ ໃນລັກສະນະດຽວກັນ ຊຶ່ງຮູບພາບທັງໝົດຈະຖືກວາງ ສະແດງໃນເດືອນກັນຍາ ເພື່ອໃຫ້ ຄະນະຜູ້ແທນໄດ້ຢ້ຽມຊົມຕະຫລອດ ໄລຍະກອງປະຊຸມ. ຂ່າວ: ຄຊກລ
RkJQdWJsaXNoZXIy MTc3MTYxMQ==