7338

10/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K lnj ,;o-q o]k; g8u [.spj 0tspkp8q ; 7P'76j da [dkora fmtokxtgmf-kf ບົດສະເໜີົີ (ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ, ວັນທີ 13 ສິງຫາ 1950-13 ສິງຫາ 2026)ື່ ອັ ນ້ າັ້ ງື່ ມົ ນິ ມ່ າົ ບີ ,ັ ນີ ິ ງິ ງ [h komj ks];' ra fmtokdkox6 dw,h .sh \kdlh k']kpIa [wfh s]kp8N du [ ໂດຍ: ຄໍາາິປິງໍງ ຂປລ. ບ້ານທ່າຫລວງ ຕາແສງ ນ້ຳມາຍ ເມືອງວຽງພູຄາ ແຂວງ ຫລວງນ້ຳທາ ປະສົບຜົນສຳເລັດ ໃນການຫັນການຜະລິດກະສິກຳ ໄປສູ່ການຜະລິດເປັນສິນຄ້າ ໂດຍ ສະເພາະການປູກໄມ້ໃຫ້ໝາກ ເປັນ ຕົ້ນ ໝາກກ້ຽງ, ໝາກພຸກ, ໝາກ ນັດ, ໝາກແຕງ ແລະ ໝາກໝັ້ນ ທີ່ ສາມາດສ້າງລາຍຮັບໃຫ້ປະຊາຊົນ ໄດ້ເຖິງ 2,10 ຕື້ກີບຕໍ່ປີ. ທ່ານ ຈົງກາວາ ວາໄຊຢີ ປະ ທານຄະນະກຳມະການປົກຄອງ ບ້ານທ່າຫລວງ ໄດ້ລາຍງານຕໍ່ຄະ ນະນຳເມືອງໃນໂອກາດທີ່ທ່ານ ສຸນີ ຄຸນປະເສີດ ຮອງປະທານຄະນະ ກໍາມະການປົກຄອງເມືອງວຽງພູຄາ ລົງຊຸກຍູ້ວຽກງານການຜະລິດການ ປູກໄມ້ໃຫ້ໝາກຢູ່ບ້ານທ່າຫລວງ ຕາແສງນໍ້າມາຍ ເມື່ອບໍ່ດົນມານີ້ ວ່າ: ປັດຈຸບັນບ້ານທ່າຫລວງ ມີ 49 ຫລັງຄາເຮືອນ, 68 ຄອບຄົວ, ມີ ພົນລະເມືອງ 319 ຄົນ, ຍິງ 150 ຄົນ, ມີຄອບຄົວທຸກຍາກ 8 ຄອບ ຄົວ, ທົ່ວບ້ານມີເນື້ອທີ່ທໍາການຜະ ລິດ 23.197 ເຮັກຕາ ໃນນີ້, ເນື້ອ ທີ່ປູກພືດ ແລະ ເນື້ອທີ່ປູກໄມ້ໃຫ້ ໝາກ ປະມານ 10 ເຮັກຕາ (ປູກ ໝາກກ້ຽງ, ໝາກພຸກ, ໝາກນັດ, ໝາກແຕງ ແລະ ໝາກໝັ້ນ). ນອກຈາກນີ້, ຍັງປູກຢາງພາລາ ທີ່ ເປັນທ່າແຮງຕົ້ນຕໍຢູ່ພາຍໃນບ້ານ ແລະ ອື່ນໆອີກ. ທ່ານ ເຊັງລີ ເຈົ້າຂອງສວນ ໝາກກ້ຽງໄດ້ໃຫ້ຮູ້ວ່າ: ຄອບຄົວ ຕົນເອງ ໄດ້ການປູກໝາກກ້ຽງ ແຕ່ປີ 2019 ຈຳນວນ 2.000 ກວ່າຕົ້ນ, ຫລັງຈາກປູກໄດ້ 3 ປີ ກໍສາມາດເກັບກ່ຽວຜົນຜະລິດໄດ້ 100 ກວ່າໂຕນ, ສ້າງລາຍຮັບ ໄດ້ປະມານ 450-500 ລ້ານກີບ ຕໍ່ປີ. ໃນໄລຍະປີ 2024-2025 ຄອບຄົວຍັງໄດ້ຂະຫຍາຍການປູກ ເພີ່ມຕື່ມ 1.500 ຕົ້ນ ເພື່ອເພີ່ມຜົນ ຜະລິດ ແລະ ລາຍຮັບ. ແນວໃດກໍດີ ການຊຸກຍູ້ການປູກ ໄມ້ໃຫ້ໝາກຢູ່ບ້ານທ່າຫລວງ ສະ ແດງໃຫ້ເຫັນທິດທາງການຫັນປ່ຽນ ຈາກການຜະລິດແບບດັ້ງເດີມ ສູ່ ການຜະລິດເປັນສິນຄ້າ ທີ່ສາມາດ ສ້າງລາຍຮັບໃຫ້ປະຊາຊົນໄດ້ເປັນ ກອບເປັນກຳ ແລະ ຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ເປັນກ້າວໆ. ພ້ອມກັນນັ້ນ, ຂະແໜງ ກະສິກຳຍັງສືບຕໍ່ຊຸກຍູ້ການຖ່າຍທອດ ເຕັກໂນໂລຊີ, ພັດທະນາຄຸນນະພາບ ຜົນຜະລິດແລະຂະຫຍາຍຕະຫລາດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອ ສ້າງຄວາມໝັ້ນຄົງດ້ານລາຍຮັບ ແລະ ເພື່ອຄໍ້າປະກັນສະບຽງອາຫານ ໃຫ້ໄດ້ມາດຕະຖານຄວາມປອດໄພ ເປັນການສ້າງຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ຫລຸດພົ້ນອອກ ຈາກຄວາມທຸກຍາກເທື່ອລະກ້າວ. ຂປລ.ຕະຫລອດໄລຍະ 76 ຜ່ານ ມາ ສື່ມວນຊົນ ແລະ ວຽກງານ ການພິມຈຳໜ່າຍ ໄດ້ເຕີບໃຫຍ່ຂະ ຫຍາຍຕົວຄຽງຄູ່ກັບການຕໍ່ສູ້ປົດ ປ່ອຍປະເທດຊາດ ແລະ ການສ້າງ ສາພັດທະນາປະເທດຊາດ. ພັກປະ ຊາຊົນປະຕິວັດລາວ ຍາມໃດກໍຖືສື່ ມວນຊົນເປັນພາຫະນະອັນແຫລມ ຄົມ ໃນການໂຄສະນາ, ສຶກສາອົບ ຮົມ, ປຸກລະດົມ ແລະ ຈັດຕັ້ງນຳພາ ປະຊາຊົນເຂົ້າຮ່ວມໃນຂະບວນ ການປະຕິວັດ ຈົນສາມາດຍາດໄດ້ ໄຊຊະນະ ແລະ ສືບຕໍ່ປະຕິບັດພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃນແຕ່ລະ ໄລຍະ. ສື່ມວນຊົນລາວ ກຳເນີດທ່າມ ກາງແປວໄຟປະຕິວັດ ຕິດພັນກັບ ຢາດເຫື່ອ, ເລືອດເນື້ອ ແລະ ແປວ ໄຟແຫ່ງການຕໍ່ສູ້ກູ້ຊາດຂອງປະຊາ ຊົນລາວບັນດາເຜົ່າ, ພາຍໃຕ້ການ ນໍາພາຂອງພັກ, ວັນທີ 13 ສິງຫາ 1950 ທ່າມກາງຄວັນປືນ ແລະ ສົງຄາມປົດປ່ອຍຊາດ, ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ໄດ້ຕົກ ລົງສ້າງຕັ້ງແນວລາວອິດສະຫລະ ແລະ ລັດຖະບານລາວຕໍ່ຕ້ານ, ໃນ ວັນປະຫວັດສາດອັນສະຫງ່າລາສີ ນີ້, ໜັງສືພິມປະຕິວັດສະບັບທໍາອິດ ໄດ້ເກີດຂຶ້ນພາຍໃຕ້ຊື່ “ໜັງສືພິມ ລາວອິດສະຫລະ” ແລະ “ໂຮງພິມ ລາວອິດສະຫລະ” ໄດ້ກຳເນີດຂຶ້ນ ຢ່າງເປັນທາງການ, ນີ້ຄືຈຸດເລີ່ມຕົ້ນ ຂອງວັນສື່ມວນຊົນ ແລະ ການພິມ ຈໍາໜ່າຍລາວ, ໂຮງພິມໃນຍຸກບຸກ ເບີກບໍ່ມີເຄື່ອງຈັກທັນສະໄໝ, ມີພຽງ ແຕ່ຄວາມຮັກຊາດອັນແຮງກ້າ ແລະ ສະຕິປັນຍາອັນສຽບແຫລມ ໃນການ ປະຕິບັດບົດບາດເປັນກະບອກສຽງ ໃຫ້ແກ່ພັກ. ທ່າມກາງການຕໍ່ສູ້ປົດປ່ອຍ ຊາດ, ສື່ມວນຊົນລາວໄດ້ກາຍເປັນ ອາວຸດທາງດ້ານແນວຄິດ ທີ່ຊ່ວຍ ປຸກລະດົມຈິດໃຈຮັກຊາດ, ສ້າງ ຄວາມສາມັກຄີ ເພື່ອພັດທະນາສ້າງ ສາປະເທດຊາດ. ສື່ມວນຊົນລາວ ໄດ້ປະຕິບັດບົດບາດສໍາຄັນໃນຖາ ນະ“ເປັນຂົວຕໍ່”ລະຫວ່າງພັກ, ລັດ ແລະສັງຄົມ.ບໍ່ພຽງແຕ່ນໍາເອົາແນວ ຄິດ, ແນວທາງ ແລະ ນະໂຍບາຍ ຂອງພັກ-ລັດ ໄປສູ່ປະຊາຊົນເທົ່າ ນັ້ນ ແຕ່ສື່ມວນຊົນຍັງເປັນພື້ນທີ່ ສ່ອງແສງ ແລະ ແລກປ່ຽນຄວາມ ຄິດຄວາມເຫັນ ແລະ ຄວາມມຸ້ງ ຫວັງຂອງປະຊາຊົນ ເພື່ອໃຫ້ການ ພັດທະນາປະເທດຊາດກ້າວໄປ ຢ່າງບໍ່ຢຸດຢັ້ງ ແລະ ທັນກັບການ ປ່ຽນແປງໃນແຕ່ລະໄລຍະ. ສື່ມວນ ຊົນເປັນກະບອກສຽງອັນແຫລມ ຄົມໃຫ້ແກ່ພັກ ແລະ ລັດ, ເປັນກຳ ລັງແຮງສໍາຄັນທີ່ສຸດ ໃນການຂັບ ເຄື່ອນວຽກງານການເມືອງ-ແນວ ຄິດ, ວັດທະນະທຳ, ເປັນເວທີແລກ ປ່ຽນຄວາມຄິດເຫັນຂອງມະຫາຊົນ ແລະ ເຄື່ອງມືໃນການສຶກສາອົບ ຮົມແນວຄິດຮັກຊາດ, ຮັກລະບອບ ໃໝ່ ແລະ ອຸດົມການຂອງພັກ ແລະ ລັດ ໃນແຕ່ລະໄລຍະປະຫວັດສາດ. ຫລັງປີ 1975 ສື່ມວນຊົນລາວ ໄດ້ກ້າວເຂົ້າສູ່ຍຸກໃໝ່ ຄຽງຄູ່ກັບ ພາລະກິດ ຟື້ນຟູ ແລະ ພັດທະນາ ປະເທດ. ສື່ມວນຊົນ ໄດ້ເຮັດໜ້າທີ່ ເຜີຍແຜ່ແນວທາງ ແລະ ນະໂຍບາຍ ຂອງພັກ-ລັດ, ຖ່າຍທອດຄວາມຮູ້, ສະທ້ອນຄວາມເປັນຈິງຂອງສັງ ຄົມ ແລະ ເປັນເວທີໃຫ້ປະຊາຊົນ ສະແດງຄວາມຄິດເຫັນອັນເປັນ ການສ້າງສາຍພົວພັນອັນແໜ້ນ ແຟ້ນ ລະຫວ່າງພັກກັບປະຊາຊົນ. ມາຮອດປີ 1993 ກົມການເມືອງ ສູນກາງພັກ ໄດ້ອອກມະຕິເລກທີ 36/ກມສພ, ລົງວັນທີ 19 ມິຖຸນາ 1993 ວ່າດ້ວຍການເພີ່ມທະວີ ການນໍາພາຂອງພັກ ແລະ ການ ຄຸ້ມຄອງຂອງລັດຕໍ່ສື່ມວນຊົນໃນ ໄລຍະໃໝ່ ເປັນເຂັມທິດຊີ້ບອກທາງ ໃຫ້ສື່ມວນຊົນຢຶດຖືເປັນອຸດົມການ ໃນການປະຕິບັດໜ້າທີ່ອັນສົມກຽດ ຂອງຕົນ ແລະ ຍາດໄດ້ຜົນສໍາເລັດ ເປັນກ້າວໆມາ. ເຖິງແນວໃດກໍຕາມ, ປັດຈຸບັນ ສື່ມວນຊົນລາວໄດ້ປັບຕົວຢ່າງເຂັ້ມ ແຂງເຂົ້າສູ່ຍຸກຂອງດີຈິຕອນ, ສື່ ມວນຊົນລາວ ໄດ້ເຮັດໜ້າທີ່ເປັນ ກອງໜ້າບຸກທະລຸ, ເປັນຂົວຕໍ່ອັນ ສັກສິດທີ່ບໍ່ສາມາດຕັດແຍກລະ ຫວ່າງພັກກັບປະຊາຊົນ, ຖັນແຖວ ສື່ມວນຊົນໄດ້ປ່ຽນຢາດເຫື່ອ ແລະ ສະຕິປັນຍາ ໃຫ້ກາຍເປັນກະບອກ ສຽງອັນຊົງພະລັງປຸກລະດົມຈິດໃຈ ຮັກຊາດ ແລະ ຄວາມສາມັກຄີທົ່ວ ປວງຊົນລາວທັງຊາດ. ຜົນງານ ອັນຍິ່ງໃຫຍ່ໄດ້ຈາລຶກໄວ້ໃນ 4 ເສົາ ຄໍ້າແຫ່ງ ຜົນສໍາເລັດ: ໜຶ່ງ. ເປັນ ກອງໜ້າແນວຄິດສະໜາມຮົບໄຊ ເບີ້, ນໍາພາຫາງສຽງສັງຄົມຢ່າງມີ ໄຊຕີຖອຍຖ້ອຍທໍານອງບິດເບືອນ ແລະ ຕອບໂຕ້ຂໍ້ມູນຂ່າວສານຂອງ ອິດທິກຳລັງປໍລະປັກຢ່າງວ່ອງໄວ, ທັນການ ແລະ ເດັດຂາດ; ສອງ. ການຫັນປ່ຽນສູ່ສື່ດີຈິຕອນ, ຈາກ ສື່ມວນຊົນດັ່ງເດີມ ກ້າວເຂົ້າສູ່ສື່ ດີຈິຕອນ, ປັນຍາປະດິດຢ່າງເຕັມ ຮູບແບບ; ສາມ. ເປັນເວທີສາກົນ ທີ່ມີກຽດສະຫງ່າ ສື່ມວນຊົນເປັນ ເຈົ້າການລາຍງານຂ່າວ ແລະ ເຫດ ການປະຫວັດສາດຂອງກອງປະ ຊຸມສາກົນ ແລະ ຢັ້ງຢືນບົດບາດ ຂອງລາວຕໍ່ຊາວໂລກ; ສີ່. ສື່ມວນ ຊົນເຕີບໃຫຍ່ໄປພ້ອມກັບການພັດ ທະນາປະເທດຊາດ, ພັດທະນາໄປ ຕາມການປ່ຽນແປງຂອງຍຸກສະ ໄໝໃໝ່. ປັດຈຸບັນສື່ສິ່ງພິມ, ສື່ອອນ ລາຍ, ໂທລະພາບ, ວິທະຍຸ, ເວັບ ໄຊ ແລະ ແພລັດຟອມສັງຄົມຕ່າງໆ ທີ່ສາມາດເຂົ້າເຖິງຜູ້ຊົມໄດ້ຢ່າງ ວ່ອງໄວ. ສື່ລາວໃນຍຸກໃໝ່ບໍ່ໄດ້ຈຳ ກັດຢູ່ພາຍໃນປະເທດ ແຕ່ຍັງສາ ມາດເຊື່ອມໂຍງໄປສູ່ຊາວລາວແລະ ຜູ້ຕິດຕາມທົ່ວໂລກ. ໃນຫລາຍປີ ຜ່ານມາ, ສື່ມວນຊົນລາວທັງພາກ ລັດ ແລະ ເອກະຊົນ ໄດ້ຮັບການພັດ ທະນາ, ມີຄຸນນະພາບ, ລາຍການ ວິທະຍຸ, ໂທລະພາບ ແລະ ບົດຂຽນ ຕ່າງໆ ທັງພາສາລາວ ແລະ ພາສາ ອັງກິດ ໄດ້ຮັບຄວາມນິຍົມຈາກຜູ້ ອ່ານ ແລະ ຜູ້ຊົມຢ່າງກວ້າງຂວາງ, ເນື້ອໃນບົດຂຽນດີຂຶ້ນ ແລະ ມີ ຫລາຍສີສັນ, ມີສາລະປະໂຫຍດ ແລະ ເຂົ້າເຖິງປະຊາຊົນໄດ້ຫລາຍ ຂຶ້ນກວ່າເກົ່າ ຊຶ່ງມັນໄດ້ປ່ຽນມຸມ ມອງຂອງຜູ້ຊົມ ຈາກຜູ້ທີ່ເຄີຍເບິ່ງ ວ່າສື່ລາວ “ແຫ້ງແລ້ງ ແລະ ຂາດ ຄວາມໜ້າສົນໃຈ” ໄດ້ຫັນມາຕິດ ຕາມ ແລະ ເຊື່ອໝັ້ນ ໃນຄຸນຄ່າຂອງ ສື່ລາວຫລາຍຂຶ້ນ. ຈາກຈຸດເລີ່ມຕົ້ນ ດ້ວຍຂໍ້ຈຳກັດທຸກໆດ້ານໃນອະດີດ, ປັດຈຸບັນສື່ມວນຊົນລາວໄດ້ມີຜົນ ສຳເລັດອັນຍິ່ງໃຫຍ່ມີໜັງສືພິມທັງ ໝົດ 33 ສຳນັກພິມ, ລັດ 32 ແຫ່ງ ເອກະຊົນ 1 ແຫ່ງ, ໃບຂ່າວ 40 ສຳນັກພິມ ເປັນຂອງລັດ 4 ແຫ່ງ, ວາລະສານ 82 ວາລະສານ, ລັດ 69 ເອກະຊົນ 13 ແຫ່ງ,ໂທລະພາບ 49 ສະຖານີ, ສູນກາງ 4 ທ້ອງຖິ່ນ 32 ສະຖານີ, ຕ່າງປະເທດ 35, ວິທະຍຸກະຈາຍສຽງ 168 ສະຖານີ, ສູນກາງ 9 ສະຖານີ, ທ້ອງຖິ່ນ 75 ສະຖານີ, ຕ່າງປະເທດ 2 ສະຖານີ ແລະ ມີ 82 ເຄືອຂ່າຍ, ຊຸດໂທລະ ໂຄງຂອງເຄືອຂ່າຍ 7.725 ຊຸດ ເອກະຊົນ 172 ຊຸດ. ຕະຫລອດໄລຍະ 76 ປີ ຜ່ານ ມາ, ຜົນງານອັນພົ້ນເດັ່ນຂອງ ສື່ ມວນຊົນໄດ້ເປັນເຄື່ອງມືໃນການ ໂຄສະນາ, ປຸກລະດົມ, ສຶກສາອົບ ຮົມ, ຂົນຂວາຍ ແລະ ຈັດຕ້ັ້ງເຕົ້າ ໂຮມຄວາມສາມັກຄີທົ່ວປວງຊົນ, ພ້ອມທັງປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນໄຊຊະນະຂອງການປະຕິ ວັດ. ສື່ມວນຊົນໄດ້ນຳເອົາແນວຄິດ, ທິດສະດີປະຕິວັດ, ແນວທາງນະໂຍ ບາຍຂອງພັກ ໄປສູ່ປະຊາຊົນ, ທັງເປັນຜູ້ນຳເອົາຄວາມຄິດເຫັນ, ຄວາມມຸ່ງມາດປາຖະໜາຂອງປະ ຊາຊົນມາສ່ອງແສງໃຫ້ພັກໄດ້ຮັບ ຊາບ ຊຶ່ງສາມາດສ້າງໄດ້ສາຍພົວ ພັນອັນສະໜິດແໜ້ນລະຫວ່າງ ພັກ ກັບປະຊາຊົນ ທີ່ບໍ່ສາມາດຕັດແຍກ ອອກຈາກກັນໄດ້. ນອກຈາກນີ້, ສື່ ມວນຊົນ ຍັງເປັນຜູ້ຢັ້ງຢືນທັດສະ ນະທີ່ຖືກຕ້ອງ, ຕໍ່ສູ້ທັດສະນະທີ່ຜິວ ເຂວ, ຕີຖອຍຖ້ອຍທຳນອງບິດເບືອນ, ການອອກຂ່າວດ້ານດຽວ, ລວງ ດຽວຂອງຄົນບໍ່ດີ ນັບມື້ວ່ອງໄວ ທັນ ການ ແລະ ຈະແຈ້ງຂຶ້ນ. ນອກນີ້ນັກ ຮົບສື່ມວນຊົນພວກເຮົາໄດ້ປະຕິບັດ ໜ້າທີ່ວຽກງານດ້ວຍຄວາມເສຍສະ ລະສູງ ໃນແຕ່ລະໄລຍະປະຫວັດ ສາດ, ຖັນແຖວນັກຂ່າວໄດ້ເຕີບ ໃຫຍ່, ເຂັ້ມແຂງແລະມີຄຸນນະພາບ, ມີຄວາມສະດຸ້ງໄວຕໍ່ສະພາບການ, ມີຄວາມຊຳນານໃນດ້ານວິຊາການ ເພີ່ມຂຶ້ນ ຮູ້ນຳໃຊ້ເຕັກໂນໂລຊີທີ່ທັນ ສະໄໝ ເຂົ້າໃນການເກັບກຳຂ່າວ, ຂຽນຂ່າວ, ໂຄສະນາຂົນຂວາຍ ໃນບັ້ນສຳຄັນຂອງພັກ, ຂອງຊາດ ແມ່ນໄດ້ມີຫລາຍຮູບຫລາຍສີສັນ, ຫລາຍເນື້ອໃນ ແລະ ສ້າງໄດ້ຄວາມ ເຊື່ອໝັ້ນຈາກພັກ-ລັດ ແລະ ປະຊາ ຊົນ, ເຮັດໃຫ້ຈິດໃຈຮັກຊາດຂອງ ຄົນລາວ ຕໍ່ຊາດລາວ, ຄວາມເອກ ອ້າງທະນົງໃຈໃນຄວາມເປັນເອກະ ລາດ, ອຳນາດອະທິປະໄຕຂອງປະ ຊາຊົນລາວບັນດາເຜົ່າ ນັບມື້ໄດ້ຮັບ ການເຊີດຊູສູງຂຶ້ນ, ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວພາຍໃນຊາດ ໄດ້ເພີ່ມທະວີຂຶ້ນສູ່ລະດັບໃໝ່ຢ່າງ ແຂງແຮງ.

RkJQdWJsaXNoZXIy MTc3MTYxMQ==