gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 10/08/2026 xtgmf]k; ລະບຽບການໄວ້ທຸກ...ຸ້ ຊີວະປະຫວັດຫຍໍ້...ີັໍ້ ການນໍາຂັ້ນສູງພັກ-ລັດ...ໍັູ້ັັ ແຈ້ງຂ່າວພິເສດ...້່ິ ກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ: ສະຫາຍ ໄຊສົມພອນ ພົມວິຫານ ກໍາມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນ ເລືອດອັກເສບທີ່ຮ້າຍແຮງ, ລວມ ອາຍຸໄດ້ 70 ປີ. ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນໍາຫລັກແຫລ່ງ ຂອງສູນກາງພັກ, ເປັນຜູ້ທີ່ມີຄວາມ ຮູ້, ຄວາມສາມາດ, ມີພິກໄຫວ, ເປັນ ຜູ້ມີປະສົບການຜ່ານການເປັນການ ນໍາຢູ່ທ້ອງຖິ່ນ ແລະ ຫລາຍຂະແໜງ ການ, ເປັນຜູ້ນໍາທີ່ມີຜົນງານໂດດ ເດັ່ນ, ຕະຫລອດຊີວິດຂອງເພິ່ນໄດ້ ອຸທິດສະຕິປັນຍາ, ກໍາລັງວັງຊາ ເພື່ອພາລະກິດປະຕິວັດຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ ລາວບັນດາເຜົ່າ. ການຈາກໄປໂດຍ ບໍ່ມີວັນຈະກັບຄືນມາຂອງສະຫາຍ ໄຊສົມພອນ ພົມວິຫານ ເປັນການ - ປີ 1974-1976 ເຂົ້າຮຽນໂຮງຮຽນການທະຫານທີ່ເມືອງວຽງ ໄຊ ແຂວງຫົວພັນ. - ປີ 1977-1983 ສຶກສາຢູ່ມະຫາວິທະຍາໄລແຫ່ງລັດ ມົດສະກູ ສະຫະພາບໂຊວຽດ(ສະຫະພັນຣັດເຊຍ ປັດຈຸບັນ). - ປີ 1983-1984 ເປັນອາຈານສອນຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນະຄອນຫລວງວຽງຈັນ. - ປີ 1984-1987 ຄົ້ນຄວ້າ ແລະ ປ້ອງກັນສໍາເລັດປະລິນຍາເອກ ຝ່າຍເສດຖະສາດການເມືອງ ທີ່ສະພາບັນດິດວິທະຍາສາດສັງຄົມແຫ່ງ ລັດ ມົດສະກູ ສະຫະພາບໂຊວຽດ. - ປີ1987-1989 ເຮັດວຽກຢູ່ຫ້ອງວ່າການແຂວງສະຫວັນນະເຂດ. - ປີ 1989-1991 ຮອງເຈົ້າແຂວງ ແຂວງສະຫວັນນະເຂດ, ທັງ ເປັນຫົວໜ້າພະແນກການຄ້າ ແລະ ພົວພັນເສດຖະກິດກັບຕ່າງປະເທດ. - ປີ 1991-1993 ເປັນກຳມະການສູນກາງພັກ ສະໄໝທີ V, ເປັນ ຮອງເລຂາຄະນະພັກ, ຮອງເຈົ້າແຂວງ ທັງເປັນຫົວໜ້າຫ້ອງວ່າການ ແຂວງສະຫວັນນະເຂດ. - ປີ 1993-1995 ເປັນເລຂາພັກແຂວງ, ເປັນເຈົ້າແຂວງສະຫວັນ ນະເຂດ. - ປີ 1995-1997 ເປັນກຳມະການສູນກາງພັກ ສະໄໝທີ VI, ເປັນ ລັດຖະມົນຕີວ່າການກະຊວງການເງິນ. - ປີ 1998-2001 ເປັນສະມາຊິກສະພາແຫ່ງຊາດ ຊຸດທີ IV, ເປັນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. - ປີ 2001-2006 ເປັນກຳມະການສູນກາງພັກ ສະໄໝທີ VII, ເປັນສະມາຊິກສະພາແຫ່ງຊາດ, ເປັນປະທານກຳມາທິການການຕ່າງ ປະເທດຂອງສະພາແຫ່ງຊາດ ຊຸດທີ V, ຮອງປະທານລັດຖະສະພາ ສາກົນ ແຫ່ງ ສປປ ລາວ. - ປີ 2006-2010 ເປັນກຳມະການສູນກາງພັກ ສະໄໝທີ VIII, ເລຂາຄະນະພັກສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VI, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ, ປະທານກຳມະ ທິການຕ່າງປະເທດ. - 2011-2015 ເປັນກຳມະການສູນກາງພັກ ສະໄໝທີ IX, ເລຂາ ຄະນະພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ VII, ຄະນະປະຈຳ ແລະ ຮອງປະທານສະພາແຫ່ງຊາດ. - ເດືອນ 1-4/2016 ເປັນກຳມະການສູນກາງພັກ ສະໄໝທີ X ແລະ ເປັນກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ສະມາຊິກສະພາແຫ່ງຊາດຊຸດທີ VIII, ຄະນະປະຈຳ ແລະ ຮອງປະທານ ສະພາແຫ່ງຊາດ. - ເດືອນ 6/2016-2020 ເປັນກຳມະການສູນກາງພັກ ສະໄໝທີ X ແລະ ເປັນກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII. - ເດືອນ 1/2021 ເປັນກຳມະການສູນກາງພັກ ສະໄໝທີ XI ຂອງ ພັກ, ກຳມະການກົມການເມືອງສູນກາງພັກ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII, ປະທານສູນກາງແນວລາວສ້າງຊາດ. - ເດືອນ 3/2021-12/2025 ເປັນກໍາມະການສູນກາງພັກ ສະໄໝ ທີ XI, ກຳມະການກົມການເມືອງສູນກາງພັກ ສະໄໝທີ XI, ປະທານ ສະພາແຫ່ງຊາດ ຊຸດທີ IX. - ເດືອນ 1/2026 ເປັນກໍາມະການສູນກາງພັກ ສະໄໝທີ XII, ກຳມະການກົມການເມືອງສູນກາງພັກ ສະໄໝທີ XII. - 3/2026 ເຖິງປັດຈຸບັນໃນກອງປະຊຸມຄັ້ງປະຖົມມະລືກຂອງສະ ພາແຫ່ງຊາດ ຊຸດທີ X, ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ຊຸດທີ X. ເປີດປື້ມໄວ້ອາໄລຢູ່ສໍານັກງານ ຂອງຕົນ. 3. ຢູ່ນະຄອນຫລວງວຽງຈັນ ຈະໄດ້ຈັດຕັ້ງພິທີວາງພວງມາລາ ໄວ້ອາໄລເປັນເວລາ 3 ວັນ, ເລີ່ມແຕ່ ວັນທີ 9 ສິງຫາ 2026 ເຖິງວັນທີ 11 ສິງຫາ 2026; ຕອນເຊົ້າເລີ່ມ ແຕ່ເວລາ 08:30 ໂມງ ເຖິງ 12:00 ໂມງ, ຕອນບ່າຍເລີ່ມແຕ່ເວລາ 14:00 ໂມງ ເຖິງ 17:00 ໂມງ. ບັນດາກະຊວງ, ອົງການຂັ້ນ ສູນກາງ, ນະຄອນຫລວງວຽງຈັນ, ບັນດາແຂວງ, ອົງການຈັດຕັ້ງສັງ ຄົມ, ຫົວໜ່ວຍຮາກຖານຕະຫລອດ ເຖິງພີ່ນ້ອງປະຊາຊົນ, ຍາດມິດທີ່ຢູ່ ໃກ້ ແລະ ໄກຈົ່ງຈັດຕັ້ງຄະນະເຂົ້າ ວາງພວງມາລາໄວ້ອາໄລຕາມວັນ ເວລາທີ່ກໍານົດໄວ້. 4. ພິທີຊາປະນະກິດສົບລະດັບ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ. ການວາງພວງມາລາຄັ້ງນີ້, ເປັນ ການສະແດງເຖິງຄວາມກະຕັນຍູ, ຮູ້ ບຸນຄຸນ ແລະ ຄວາມເຄົາລົບຮັກທີ່ມີ ຕໍ່ສະຫາຍ ໄຊສົມພອນ ພົມວິຫານ ຜູ້ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ແລະ ກໍາລັງກາຍ-ກໍາລັງໃຈເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ໂດຍສະ ເພາະໃນຂົງເຂດນິຕິບັນຍັດ ແລະ ສະພາແຫ່ງຊາດ. ຄະນະທໍາອິດທີ່ເຂົ້າວາງພວງ ມາລາແມ່ນຄະນະບໍລິຫານງານສູນ ກາງພັກ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ. ຈາກນັ້ນ ແມ່ນຄອບຄົວ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ; ຄະນະ ປະຈໍາສະພາແຫ່ງຊາດ ນໍາພາໂດຍ ສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ຄະ ນະລັດຖະບານ ນໍາພາໂດຍສະຫາຍ ສອນໄຊ ສີພັນດອນ ກຳມະການ ກົມການເມືອງສູນກາງພັກ, ນາຍົກ ລັດຖະມົນຕີ; ຄະນະຄອບຄົວ ພົມວິຫານ ນໍາພາໂດຍສະຫາຍ ສັນຕິພາບ ພົມວິຫານ ກຳມະການ ສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການ ເງິນ; ຄອບຄົວ ສີພັນດອນ ນຳໂດຍ ສະຫາຍ ສອນໄຊ ສີພັນດອນ; ຄະນະ ຈາກຫ້ອງວ່າການສູນກາງພັກ ນໍາ ພາໂດຍສະຫາຍ ເພັດ ພົມພີພັກ ກຳ ມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ. ນອກຈາກນັ້ນ, ຍັງມີຄະນະວາງ ພວງມາລາຈາກສູນກາງແນວລາວ ສ້າງຊາດ ນໍາໂດຍສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການ ເມືອງສູນກາງພັກ, ປະທານສູນກາງ ເເນວລາວສ້າງຊາດ; ຄອບຄົວທ່ານ ຄໍາພັນ ພົມມະທັດ ກຳມະການກົມ ການເມືອງສູນກາງພັກ, ລັດຖະມົນ ຕີກະຊວງຍຸຕິທໍາ; ຄະນະໂຄສະນາ ອົບຮົມສູນກາງພັກ ນໍາໂດຍສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມ ການເມືອງສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ; ຫ້ອງວ່າການສໍານັກງານນາຍົກລັດ ຖະມົນຕີ. ພ້ອມນີ້, ຍັງມີຄອບຄົວ ການນໍາ, ອະດີດການນຳພັກ-ລັດ, ບັນດານັກທຸລະກິດ, ບໍລິສັດ ເເລະ ອື່ນໆຕາມລໍາດັບ. ຂ່າວ: ທະນູທອງ; ພາບ: ຂັນໄຊ-ເກດສະໜາ ຄະນະບໍລິຫານງານສູນກາງພັກ ນໍາໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ຄະນະລັດຖະບານນໍາພາໂດຍສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ຄະນະປະຈໍາສະພາແຫ່ງຊາດ ນໍາພາໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ຄະນະສູນກາງແນວລາວສ້າງຊາດນໍາໂດຍສະຫາຍກິແກ້ວ ໄຂຄຳພິທູນກຳມະການ ກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ຄະນະຄອບຄົວ ພົມວິຫານ ນໍາພາໂດຍສະຫາຍ ສັນຕິພາບ ພົມວິຫານ ກຳມະການ ສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຄະນະໂຄສະນາອົບຮົມສູນກາງພັກ ນໍາໂດຍສະຫາຍ ຄຳພັນ ເຜີຍຍະວົງ ກຳມະການ ກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ສູນເສຍອັນໃຫຍ່ຫລວງສໍາລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ໃນເວລາແຫ່ງຄວາມໂສກເສົ້າ ເສຍໃຈ ແລະ ອາໄລອາວອນຢ່າງ ສຸດຊຶ້ງນີ້, ທົ່ວພັກ, ທົ່ວລັດ, ທົ່ວກໍາ ລັງປະກອບອາວຸດ, ພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນ ລາວທັງຊາດ ຈົ່ງເອົາຄວາມໂສກ ເສົ້າສະຫລົດໃຈ ແລະ ຄວາມອາ ໄລຮັກຕໍ່ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນກໍາລັງ ແຮງ, ສາມັກຄີກັນເປັນປຶກແຜ່ນ ແໜ້ນໜາອ້ອມຂ້າງຄະນະບໍລິຫານ ງານສູນກາງພັກ, ເສີມຂະຫຍາຍ ມູນເຊື້ອອັນສະຫງ່າອົງອາດຂອງ ຊາດ ແລະ ຂອງພັກ, ເດັດດ່ຽວ ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຂອງພັກ ເຂົ້າສູ່ລວງເລິກ, ສືບ ຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນກ້າວຂຶ້ນຕາມຈຸດໝາຍ ສັງຄົມນິຍົມ. ເພື່ອເປັນການສັນລະເສີນຄຸນ ງາມຄວາມດີ ແລະ ສະແດງຄວາມ ອາໄລຮັກຢ່າງສຸດຊຶ້ງຕໍ່ສະຫາຍ ໄຊສົມພອນ ພົມວິຫານ, ຄະນະບໍ ລິຫານງານສູນກາງພັກ, ສະພາ ແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງ ຊາດ ຕົກລົງໄວ້ທຸກລະດັບຊາດເປັນ ເວລາ 5 ວັນ ໂດຍເລີ່ມແຕ່ວັນທີ 8 ເຖິງວັນທີ 12 ສິງຫາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພິທີຊາປະນະ ກິດສົບລະດັບຊາດ ຈະໄດ້ຈັດຂຶ້ນ ໃນວັນທີ 12 ສິງຫາ 2026 ເລີ່ມ ແຕ່ເວລາ 13:00 ໂມງ ເປັນຕົ້ນໄປ ທີ່ສະໜາມຫລວງ (ເດີ່ນພະທາດ ຫລວງນະຄອນຫລວງວຽງຈັນ). ຊາດ ຈະໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 12 ສິງຫາ 2026 ເລີ່ມ ແຕ່ເວລາ 13:00 ໂມງ ເປັນຕົ້ນໄປ ທີ່ສະໜາມຫລວງ (ເດີ່ນພະທາດ ຫລວງນະຄອນຫລວງວຽງຈັນ). ມຊ ເປີດສອບເສັງ...ີັ ໃນລະດັບປະລິນຍາຕີ ແລະ ອະນຸ ປະລິນຍາ ປະຈຳສົກສຶກສາ 20262027 ຢ່າງເປັນທາງການໃນວັນທີ 8 ສິງຫາ 2026 ໂດຍມີຜູ້ສະໝັກ ສອບເສັງຕົວຈິງທັງໝົດ 7.867 ຄົນ. ຄາດວ່າຈະປະກາດຜົນການ ສອບເສັງຢ່າງເປັນທາງການໃນ ວັນທີ 24 ສິງຫາ ແລະ ຈະເປີດຮັບ ລົງທະບຽນເຂົ້າຮຽນແຕ່ວັນທີ 31 ສິງຫາ 2026 ເປັນຕົ້ນໄປ. ທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມະຫາວິທະຍາ ໄລແຫ່ງຊາດ ໄດ້ກ່າວວ່າ: ໃນປີ ນີ້, ມຊ ໄດ້ກຽມຄວາມພ້ອມດ້ານ ສະຖານທີ່ຢ່າງຮັດກຸມ ໂດຍແບ່ງ ການສອບເສັງອອກເປັນ 1 ສູນ ຄື ສູນມະຫາວິທະຍາໄລແຫ່ງຊາດ (ວິທະຍາເຂດດົງໂດກ ແລະ ວິທະ ຍາເຂດໂສກປ່າຫລວງ) ແລະ ແບ່ງ ອອກເປັນ 16 ຈຸດສອບເສັງທົ່ວ ວິທະຍາເຂດ, ມີຫ້ອງສອບເສັງ ທັງໝົດ 387 ຫ້ອງ ໂດຍບັນຈຸນັກ ສອບເສັງຫ້ອງລະ 20-30 ຄົນ. ເພື່ອຮັບປະກັນຄວາມໂປ່ງໃສ ແລະ ຄວາມຍຸຕິທຳ, ທາງ ມຊ ໄດ້ຈັດຕັ້ງ ຄະນະກຳມະການຍາມຫ້ອງສອບ ເສັງທັງໝົດ 797 ທ່ານ. ສໍາລັບແຜນການຮັບນັກສຶກສາ ໃໝ່ໃນສົກຮຽນນີ້, ມະຫາວິທະຍາ ໄລແຫ່ງຊາດ ໄດ້ຮັບການອະນຸມັດ ຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ຮັບນັກສຶກສາໃໝ່ທັງໝົດ 7.025 ຄົນ. ໃນນີ້, ປະກອບມີ ຫລັກ ສູດປະລິນຍາຕີ 5.570 ຄົນ, ຫລັກ ສູດປະລິນຍາຕີນາໆຊາດ 100 ຄົນ, ຫລັກສູດຕໍ່ເນື່ອງປະລິນຍາຕີ1.295 ຄົນ ແລະ ຫລັກສູດອະນຸປະລິນຍາ 60 ຄົນ. ທ່ານ ສິນທະວອນ ດາລາວົງ ຍັງໃຫ້ຮູ້ຕື່ມວ່າ: ການສອບເສັງໄດ້ ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ A (ວິທະຍາສາດ ແລະ ເຕັກໂນໂລຢີ ຫລື STEM) ແລະ ກຸ່ມ B (ສັງຄົມ ສາດ ແລະ ມະນຸດສາດ ຫລື NonSTEM) ເພື່ອຄັດເລືອກນັກຮຽນ ທີ່ມີຄຸນນະພາບເຂົ້າສູ່ຫລັກສູດທີ່ ມີເຖິງ 123 ຫລັກສູດໃນລະດັບ ປະລິນຍາຕີ. ສ່ວນມາດຕະການ ຄວບຄຸມການສອບເສັງ, ມຊ ໄດ້ ວາງລະບຽບການຢ່າງເຂັ້ມງວດ ທັງຕໍ່ກຳມະການ ແລະ ນັກສອບເສັງ ເປັນຕົ້ນການກວດກາຢ່າງລະອຽດ ກ່ອນເຂົ້າຫ້ອງ, ຫ້າມນຳເອົາອຸປະ ກອນເອເລັກໂຕຣນິກ ແລະ ເຄື່ອງມືສື່ ສານທຸກຊະນິດເຂົ້າຫ້ອງສອບເສັງ, ພ້ອມທັງມີມາດຕະການເດັດຂາດຕໍ່ ຜູ້ລະເມີດລະບຽບ ເພື່ອຮັບປະກັນ ໃຫ້ການສອບເສັງດຳເນີນໄປດ້ວຍ ຄວາມສະຫງົບ, ໂປ່ງໃສ ແລະ ຍຸ ຕິທຳ. ຂ່າວ: ວຽງຈັນໃໝ່
RkJQdWJsaXNoZXIy MTc3MTYxMQ==