7338

10/08/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ປະທານສະພາແຫ່ງຊາດ...່ ສານຂອງຮອງນາຍົກ...ົ ສ່ຽງໃຕ້ ຫລື ອາຊຽນ ໃນວັນທີ 8 ສິງຫາ 1967 ແລະ ຄົບຮອບ 29 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາ ຊຽນ ໃນວັນທີ 23 ກໍລະກົດ 1997, ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມ ຢື້ຢາມຖາມຂ່າວອັນອົບອຸ່ນມາຍັງ ບັນດາທ່ານຜູ້ນໍາພັກ-ລັດ, ພະນັກ ງານ, ທະຫານ, ຕໍາຫລວດ ແລະ ພີ່ນ້ອງຊາວລາວທຸກຖ້ວນໜ້າທັງ ພາຍໃນ ແລະ ຕ່າງປະເທດ, ທີ່ ພວມປະຕິບັດໜ້າທີ່ ແລະ ດໍາລົງ ຊີວິດຢູ່ ສປປ ລາວ ທີ່ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດເວົ້າລວມ, ເວົ້າ ສະເພາະ ແມ່ນປະກອບສ່ວນເຂົ້າໃນ ການເຄື່ອນໄຫວວຽກງານອາຊຽນ ຕະຫລອດໄລຍະຜ່ານມາ. - ບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫລາຍ, ອາຊຽນ ເປັນ ອົງການຈັດຕັ້ງພາກພື້ນລະຫວ່າງ ລັດຖະບານທີ່ມີຄວາມຫລາກຫລາຍ, ແຕ່ມີເປົ້າໝາຍລວມດຽວກັນຄືການ ປົກປັກຮັກສາ ແລະ ສົ່ງເສີມສັນຕິ ພາບ, ສະຖຽນລະພາບ ແລະ ການ ຮ່ວມມືເພື່ອຄວາມສົມບູນພູນສຸກ. ຄືດັ່ງທີ່ພວກເຮົາຮັບຊາບນໍາກັນ ແລ້ວວ່າຕະຫລອດໄລຍະ 59 ປີ ຜ່ານມາ, ອາຊຽນ ໄດ້ມີວິວັດທະນາ ການ ສອດຄ່ອງກັບສະພາບພາກພື້ນ ເຖິງຄວາມເຄົາລົບຮັກ ແລະ ຄວາມ ອາໄລອາວອນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ ການຈາກໄປຂອງຜູ້ນໍາທີ່ສໍາຄັນ ຂອງ ສປປ ລາວ, ພ້ອມທັງສະ ທ້ອນໃຫ້ເຫັນເຖິງສາຍພົວພັນມິດ ຕະພາບ, ຄວາມສາມັກຄີ ແລະ ມິດ ຕະພາບອັນແໜ້ນແຟ້ນລະຫວ່າງ ພັກ, ລັດ ແລະ ປະຊາຊົນ ລາວຫວຽດນາມ. ໃນໂອກາດດຽວກັນນີ້ ສະຫາຍ ພົນໂທ ເລວັນຕຽນ ກຳມະການ ສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສສ ຫວຽດ ນາມ, ສະຫາຍ ພົນໂທ ຫວຽນ ເຈື່ອງຖັງ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດຫວຽດນາມ ພ້ອມ ດ້ວຍຄະນະກໍໄດ້ເຂົ້າວາງພວງມາ ລາ ແລະ ໄວ້ອາໄລຕໍ່ການຈາກ ໄປຂອງສະຫາຍ ໄຊສົມພອນ ພົມວິຫານ ເຊັ່ນດຽວກັນ. ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເຖິງແກ່ມໍລະນະກຳໃນເວລາ 11:18 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກ ເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ. ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ຕົກລົງໄວ້ທຸກລະດັບຊາດ ເປັນເວລາ 4 ວັນ ໂດຍເລີ່ມແຕ່ວັນທີ 9-12 ສິງຫາ 2026 ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ພິທີສົ່ງ ສະການຢ່າງເປັນທາງການຈະໄດ້ ຈັດຂຶ້ນໃນວັນທີ 12 ສິງຫາ 2026, ຢູ່ສະໜາມຫລວງນະຄອນຫລວງ ວຽງຈັນ. ຂ່າວ: ທະນູທອງ ພາບ: ຂັນໄຊ-ເກດສະໜາ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເລຂາທິການໃຫຍ່...ິ່ ມາວາງພວງມາລາ ແລະ ໄວ້ອາໄລ ເຖິງດວງວິນຍານຂອງສະຫາຍ ໄຊສົມພອນ ພົມວິຫານ ກໍາມະການ ກົມການເມືອງສູນກາງພັກປະຊາ ຊົນປະຕິວັດລາວ, ປະທານສະພາ ແຫ່ງຊາດ ແຫ່ງ ສປປ ລາວ ທີ່ ໄດ້ເຖິງແກ່ມໍລະນະກໍາໃນວັນທີ 8 ສິງຫາ 2026 ຜ່ານມາ. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ຄະນະບໍລິ ຫານງານສູນກາງພັກ, ສະພາແຫ່ງ ຊາດ, ປະທານປະເທດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວ ລາວສ້າງຊາດ ແລະ ຄອບຄົວຂອງ ສະຫາຍ ໄຊສົມພອນ ພົມວິຫານ ສະແດງຄວາມຊາບຊຶ້ງ ແລະ ຂອບ ໃຈຕໍ່ສະຫາຍ ເຈີນ ແທັງ ເໝີ້ນ ທີ່ໄດ້ ນໍາພາຄະນະຜູ້ແທນຂັ້ນສູງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງເດີນທາງມາຮ່ວມພິທີວາງ ພວງມາລາແລະ ໄວ້ອາໄລເຖິງດວງ ວິນຍານຂອງສະຫາຍ ໄຊສົມພອນ ພົມວິຫານ ຊຶ່ງເປັນການບິແບ່ງ ຄວາມເສົ້າໂສກເສຍດາຍຂອງພັກ, ລັດ ແລະ ປະຊາຊົນລາວບັນດາ ເຜົ່າ ແລະ ທັງເປັນການສະແດງ ໃຫ້ເຫັນນໍ້າໃຈແຫ່ງສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາ ມັກຄີພິເສດອັນສະເໝີຕົ້ນສະເໝີ ປາຍລະຫວ່າງສອງພັກ, ສອງລັດ ລາວ-ຫວຽດນາມ ຊຶ່ງຍາມໃດການ ນໍາສອງພັກ, ສອງລັດ ກໍໄດ້ຢັ້ງຢືນ ວ່າຄວາມສາມັກຄີ, ການຮ່ວມມື, ການສະໜັບສະໜູນຊ່ວຍເຫລືອເຊິ່ງ ກັນ ແລະ ກັນຂອງສອງປະເທດ ລາວ-ຫວຽດນາມ ນັ້ນແມ່ນເປັນ ກົດເກນພາວະວິໄສ, ເປັນປັດໄຈ ທີ່ມີຄວາມໝາຍຕັດສິນໄຊຊະນະ ພາລະກິດປະຕິວັດຂອງແຕ່ລະພັກ, ແຕ່ລະປະເທດ, ເຖິງວ່າສະພາບການ ຂອງໂລກ ຈະຜັນແປໄປຢ່າງສັບສົນ ກໍຕາມແຕ່ສອງປະເທດຍັງຕັດສິນ ໃຈຮ່ວມກັນປົກປັກຮັກສາ ແລະ ເສີມ ຂະຫຍາຍສາຍພົວພັນພິເສດ, ບໍລິສຸດ ຜຸດຜ່ອງ, ໃສແຈ້ງ ແລະ ຫາຍາກ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ ໃນທຸກຂົງເຂດວຽກງານ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາວ່າ ສະຫາຍ ໄຊສົມພອນ ພົມວິຫານ ເປັນໜຶ່ງໃນບັນດາສະຫາຍການ ນໍາຫລັກແຫລ່ງຂອງພັກປະຊາຊົນ ປະຕິວັດລາວທີ່ມີຄວາມຮູ້ຄວາມ ສາມາດ ແລະ ແກນນໍາຂອງສູນ ກາງພັກ ໃນການນໍາພາ-ຊີ້ນໍາ ການປະຕິວັດໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດ ທະນາປະເທດຊາດ ກໍຄື ເປັນຜູ້ນໍາ ໜ້າໃນການຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ຮອບດ້ານມີ ຫລັກການຂອງພັກ; ເປັນນັກປະຕິ ວັດທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດ, ຕະຫລອດຊີວິດຂອງ ສະຫາຍໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະ ຊາຊົນລາວບັນດາເຜົ່າ. ໃນຍາມ ຍັງມີຊີວິດ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເອົາໃຈໃສ່ເປັນພິເສດ ໃນການເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່ ລາວຫວຽດນາມ, ຖືເປັນບຸລິມະສິດ ອັນດັບຕົ້ນໃນແນວທາງການຕ່າງ ປະເທດຂອງຕົນ, ມີຄວາມຮັກແພງ ສະໜິດສະໜົມກັບຜູ້ນໍາພັກ, ລັດ ຫວຽດນາມ ແລະ ຢືນຢັນວ່າໃນ ທ່າມກາງຄວາມໂສກເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ, ພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ ຈະຫັນຄວາມເສົ້າສະຫລົດໃຈ ແລະ ຄວາມອາໄລຮັກຕໍ່ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນ ການກະທໍາຕົວຈິງ, ສາມັກຄີເປັນ ປຶກແຜ່ນແໜ້ນໜາອ້ອມຂ້າງຄະນະ ບໍລິຫານງານສູນກາງພັກ ເສີມ ຂະຫຍາຍມູນເຊື້ອອັນສະຫງ່າອົງ ອາດຂອງຊາດ ແລະ ຂອງພັກ, ເດັດດ່ຽວໜຽວແໜ້ນຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ຂອງພັກສູ່ ລວງເລິກ, ສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນກ້າວຂຶ້ນ ຕາມຈຸດໝາຍສັງຄົມນິຍົມ. ສະຫາຍ ເຈີນ ແທງ ເໝີ້ນ ໄດ້ ຕາງໜ້າສູນກາງພັກ, ປະທານປະ ເທດ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດຫວຽດ ນາມ ສະແດງຄວາມເສົ້າສະຫລົດ ໃຈ ແລະ ອາໄລອາວອນຢ່າງສຸດ ຊຶ້ງຕໍ່ການເຖິງແກ່ມໍລະນະກຳຂອງ ສະຫາຍ ໄຊສົມພອນ ພົມວິຫານ, ພ້ອມທັງໄດ້ຕີລາຄາວ່າສະຫາຍ ໄຊສົມພອນ ພົມວິຫານ ແມ່ນການ ນຳຫລັກແຫລ່ງຂອງສູນກາງພັກ ປະຊາຊົນປະຕິວັດລາວ, ເປັນຜູ້ນຳ ທີ່ແສນເຄົາລົບຮັກຂອງປະຊາຊົນ ລາວບັນດາເຜົ່າ, ຕະຫລອດຊີວິດ ໄດ້ເສຍສະລະສູ້ຊົນ ເພື່ອຄວາມ ເປັນເອກະລາດຂອງຊົນຊາດ, ສິດ ເສລີພາບ, ຄວາມຜາສຸກຂອງ ປະຊາຊົນ ແລະ ການພັດທະນາ ຄວາມຈະເລີນຮຸ່ງເຮືອງຂອງປະ ເທດຊາດ. ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ເປັນການສູນເສຍອັນ ໃຫຍ່ຫລວງສຳລັບພັກ, ລັດ, ປະຊາ ຊົນລາວ ແລະ ຄອບຄົວຂອງ ສະຫາຍ, ແຕ່ຫາກຍັງເປັນການ ສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມ ທີ່ສຸດຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ສະຫາຍຍາມໃດກໍ ສະໜັບສະໜູນຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງປະຊາຊົນຫວຽດນາມ ແລະ ໄດ້ມີການປະກອບສ່ວນສຳຄັນ ຫລວງຫລາຍໃນການສ້າງສາ, ຮັດ ແໜ້ນ ແລະ ພັດທະນາສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີແບບພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດຫວຽດນາມ-ລາວ; ຕີລາຄາ ສູງຕໍ່ບັນດາການອຸທິດອັນໃຫຍ່ ຫລວງຂອງສະຫາຍ ໄຊສົມພອນ ພົມວິຫານ ໃນພາລະກິດການປະຕິ ວັດໃນເມື່ອກ່ອນ ກໍຄື ໃນພາລະກິດ ປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາຊາດຂອງ ສປປ ລາວ ໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍ ແບ່ງເບົາຄວາມເສົ້າສະຫລົດໃຈ ອັນສຸດຊຶ້ງ ແລະ ແບ່ງປັນຄວາມ ທຸກໂສກທີ່ສຸດມາຍັງພັກ, ລັດ, ຄະ ນະກຳມະການສູນກາງແນວລາວ ສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ ແລະ ເຊື່ອໝັ້ນວ່າພັກ, ລັດ, ປະຊາຊົນລາວອ້າຍນ້ອງ ແລະ ຄອບຄົວຂອງສະຫາຍ ໄຊສົມພອນ ພົມວິຫານ ຈະຜ່ານຜ່າຄວາມທຸກ ໂສກເສຍດາຍອັນໃຫຍ່ຫລວງນີ້ ໂດຍໄວ ແລະ ສືບຕໍ່ພາລະກິດສ້າງ ສາປະເທດລາວໃຫ້ນັບມື້ພັດທະນາ ຈະເລີນຮຸ່ງເຮືອງ. ສອງສະຫາຍການນໍາຂອງ ສອງພັກ, ສອງລັດ ຕ່າງກໍສະແດງ ຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງ ສູງຕໍ່ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດໃນການສະໜັບ ສະໜູນ, ຊ່ວຍເຫລືອອັນລໍ້າຄ່າ, ທັນ ການ ແລະ ມີປະສິດທິຜົນຕໍ່ພາລະ ກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຂອງແຕ່ລະ ປະເທດໃນປັດຈຸບັນ; ພ້ອມກັນຕີລາ ຄາສູງຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງສອງພັກ, ສອງລັດ ໃນ ໄລຍະຜ່ານມາສືບຕໍ່ໄດ້ຮັບການເພີ່ມ ທະວີ ແລະ ພັດທະນາກ້າວເຂົ້າສູ່ ລວງເລິກໃນທຸກຂົງເຂດວຽກງານ ແລະ ຢືນຢັນວ່າສອງຝ່າຍຈະສືບຕໍ່ ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດ ນາມ-ລາວ ໃຫ້ນັບມື້ສວຍສົດງົດ ງາມ, ແຕກດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດກາ ລະນານ. ພາບ: ອ່າຍຄຳ ແລະ ສາກົນໃນແຕ່ລະໄລຍະ ແລະ ກໍ ໄດ້ເຕີບໃຫຍ່ຂະຫຍາຍຕົວມີຜົນສໍາ ເລັດເປັນກ້າວໆມາໂດຍຜ່ານການ ຮ່ວມມືຕາມກົນໄກ ແລະ ວິຖີທາງ ຂອງອາຊຽນ ຊຶ່ງໄດ້ຮັບການພິສູດ ແລ້ວວ່າເປັນວິຖີທາງການຮ່ວມມື ທີ່ສອດຄ່ອງກັບຈຸດພິເສດຂອງພາກ ພື້ນອາຊີຕາເວັນອອກສ່ຽງໃຕ້ທີ່ມີ ເອກະລັກສະເພາະ ແລະ ມີຄວາມ ຫລາກຫລາຍທາງດ້ານວັດທະນະ ທໍາ, ຮີດຄອງປະເພນີ, ລະບອບການ ເມືອງ ແລະ ອື່ນໆ. ອາຊຽນເປັນຂົງເຂດທີ່ມີສັນຕິ ພາບ ແລະ ສະຖຽນລະພາບມາຍາວ ນານ, ມີການຮ່ວມມື ແລະ ເຊື່ອມ ໂຍງດ້ານເສດຖະກິດຂອງພາກພື້ນ ແລະ ສາກົນເປັນກ້າວໆອັນໄດ້ປະ ກອບສ່ວນເຂົ້າໃນການປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນອາຊຽນ ໃຫ້ນັບມື້ນັບດີຂຶ້ນ. ພ້ອມນີ້, ຜົນສໍາ ເລັດຂອງອາຊຽນແມ່ນເປັນທີ່ຮັບຮູ້ ຢ່າງກວ້າງຂວາງຈາກສາກົນ ໂດຍ ສະເພາະແມ່ນຄວາມເປັນແກນກາງ, ບົດບາດການນໍາພາ ແລະ ຄວາມ ເປັນເອກະສັນຂອງອາຊຽນ ທີ່ເປັນ ຫລັກການພື້ນຖານສໍາຄັນ ເພື່ອ ຮັບປະກັນໃຫ້ແກ່ຜົນສໍາເລັດໃນແຕ່ ລະດ້ານຂອງອາຊຽນ. ຈາກສະມາຊິກຜູ້ກໍ່ຕັ້ງ 5 ປະເທດ ໃນປີ 1967, ປັດຈຸບັນອາຊຽນ ໄດ້ ຮັບເອົາຕີມໍແລັດສະເຕ ເຂົ້າເປັນສະ ມາຊິກສົມບູນຂອງອາຊຽນ ເປັນ ປະເທດທີ 11 ໃນເດືອນຕຸລາ 2025 ຜ່ານມາທີ່ມາເລເຊຍ, ພວກເຮົາເຊື່ອ ໝັ້ນວ່າການເຂົ້າເປັນສະມາຊິກອາ ຊຽນຂອງຕີມໍແລັດສະເຕ ຈະເປັນ ການປະກອບສ່ວນອັນສໍາຄັນໃນ ການເສີມສ້າງປະຊາຄົມອາຊຽນໃຫ້ ມີຄວາມເຂັ້ມແຂງ. ໃນປີ 2026 ນີ້, ອາຊຽນ ກໍຄື ຫລາຍພາກພື້ນໄດ້ຜະເຊີນກັບສິ່ງ ທ້າທາຍຫລາຍຢ່າງ ໂດຍສະເພາະ ຄວາມບໍ່ແນ່ນອນດ້ານພູມສາດການ ເມືອງ ແລະ ພູມສາດເສດຖະກິດ ຂອງໂລກ, ຄວາມຂັດແຍ່ງທີ່ເກີດ ຂຶ້ນຢູ່ຫລາຍພາກພື້ນ, ການປ່ຽນ ແປງດິນຟ້າອາກາດ, ໄພພິບັດທໍາ ມະຊາດ ແລະ ອື່ນໆ ໄດ້ສົ່ງຜົນກະ ທົບໂດຍກົງ ແລະ ທາງອ້ອມຕໍ່ການ ພັດທະນາເສດຖະກິດ, ລວມທັງ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນ. ຕໍ່ໜ້າສະ ພາບການດັ່ງກ່າວ, ອາຊຽນ ໄດ້ເພີ່ມ ທະວີການຮ່ວມມືພາຍໃນຫລາຍຂຶ້ນ ກວ່າເກົ່າ ເພື່ອຮັບມືກັບສິ່ງທ້າທາຍ ຕ່າງໆ ໂດຍການເສີມຂະຫຍາຍ ການຄ້າ ແລະ ການລົງທຶນພາຍໃນ ອາຊຽນ ແລະ ກັບຄູ່ຮ່ວມມືທີ່ມີທ່າ ແຮງ ໂດຍສະເພາະຄວາມໝັ້ນຄົງ ດ້ານພະລັງງານພາຍໃຕ້ຂອບສັນຍາ ວ່າດ້ວຍຄວາມໝັ້ນຄົງດ້ານນໍ້າມັນ ເຊື້ອໄຟອາຊຽນ, ແລະ ເຄືອຂ່າຍພະ ລັງງານອາຊຽນ. ປີນີ້ ຍັງເປັນປີທີ່ມີຄວາມໝາຍ ສໍາຄັນເພາະເປັນປີທໍາອິດຂອງ ການເລີ່ມຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ 2045, ລວມ ທັງແຜນຍຸດທະສາດຂອງສາມເສົາ ຄໍ້າປະຊາຄົມອາຊຽນ ແລະ ແຜນ ຍຸດທະສາດການເຊື່ອມຈອດອາ ຊຽນ, ພ້ອມທັງເປັນປີຄົບຮອບ 50 ປີ ຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນ ອອກສ່ຽງໃຕ້ ຫລື TAC. ເພື່ອ ເປັນການຢໍ້າຄືນຄວາມມຸ່ງມາດ ປາຖະໜາຢ່າງແຮງກ້າ ເພື່ອຮັດ ແໜ້ນສັນຕິພາບສາກົນ ແລະ ຄວາມ ມີສະຖຽນລະພາບໃນພາກພື້ນ, ໃນ ໂອກາດກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມລັດຖະມົນຕີທີ່ ກ່ຽວຂ້ອງຈັດຂຶ້ນໃນເດືອນກໍລະກົດ 2026 ຜ່ານມາທີ່ຟີລິບປິນ ພາຍ ໃຕ້ຄໍາຂວັນ “Navigating Our Future Together ຫລື ການນໍາ ທາງອະນາຄົດຂອງອາຊຽນຮ່ວມ ກັນ”, ອາຊຽນ ໄດ້ຮັບເອົາລິດໂຕ ເນຍ, ໂປໂລຍ, ຣູມານີ ແລະ ຊູແອດ ເຂົ້າເປັນພາຄີຂອງສົນທິສັນຍາ ດັ່ງກ່າວ, ເຮັດໃຫ້ຈໍານວນພາຄີ ສົນທິສັນຍາໄມຕີຈິດ ແລະ ການ ຮ່ວມມືໃນອາຊີຕາເວັນອອກສ່ຽງ ໃຕ້ເພີ່ມເປັນ 62 ພາຄີ ຈາກພາກພື້ນ ຕ່າງໆຢູ່ໃນໂລກ. ການຮ່ວມມືລະຫວ່າງອາຊຽນ ກັບຄູ່ຮ່ວມມືພາຍນອກພາຍໃຕ້ກົນ ໄກການຮ່ວມມືທີ່ອາຊຽນສ້າງຕັ້ງ ຂຶ້ນ ແລະ ອາຊຽນ ເປັນແກນກາງ ແລະ ເປັນຜູ້ນຳພາກໍໄດ້ຮັບການ ຂະຫຍາຍຕົວເປັນກ້າວໆມາ ໂດຍໄດ້ ຂະຫຍາຍການເປັນຄູ່ຮ່ວມເຈລະຈາ ກວມເອົາບັນດາປະເທດໃຫຍ່ໃນ ໂລກ ແລະ ໄດ້ສ້າງຫລາຍຮູບແບບ ການຮ່ວມມືກັບພາຍນອກຕາມທ່າ ແຮງ ແລະ ຄວາມເໝາະສົມກັບ ສະພາບການຕົວຈິງ. ປີນີ້, ອາຊຽນ ໄດ້ເຫັນດີຮັບເອົາຕວັກກີ ເປັນຄູ່ ເຈລະຈາອາຊຽນ ເປັນອັນດັບທີ12, ໄດ້ຮັບເອົາດານມາກ, ເຢຍລະມັນ ແລະ ກາຕາ ເປັນຄູ່ຮ່ວມຂະແໜງ ການຂອງອາຊຽນ ແລະ ໄດ້ຮັບເອົາ ອັງກິດ ເຂົ້າເປັນປະເທດຜູ້ເຂົ້າຮ່ວມ ທີ 28 ຂອງເວທີພາກພື້ນອາຊຽນ. - ບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫລາຍ, ຕະຫລອດໄລຍະເວລາ 29 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ, ພວກເຮົາສາມາດຍາດໄດ້ ຜົນສໍາເລັດເປັນກ້າວໆມາ ໂດຍໄດ້ ປະກອບສ່ວນຢ່າງຕັ້ງໜ້າໃນຂະ ບວນການລວມຂອງອາຊຽນຢ່າງ ຫ້າວຫັນ ແລະ ເຕັມສ່ວນ ແລະ ດ້ວຍ ຄວາມຮັບຜິດຊອບສູງ ຊຶ່ງໄດ້ຮັບ ຜົນປະໂຫຍດຫລາຍດ້ານ. ສິ່ງດັ່ງ ກ່າວ ໄດ້ປະກອບສ່ວນສໍາຄັນເຂົ້າ ໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ, ໄດ້ຍົກສູງ ຖານະບົດບາດຂອງ ສປປ ລາວ ໃຫ້ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ສປປ ລາວ ກໍສືບຕໍ່ໄດ້ຮັບ ຄວາມໄວ້ເນື້ອເຊື່ອໃຈ ແລະ ການ ສະໜັບສະໜູນຊ່ວຍເຫລືອຈາກ ປະເທດສະມາຊິກອາຊຽນດ້ວຍ ກັນ ກໍຄື ປະເທດຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອາຊຽນທັງ ໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ. ນອກນີ້, ເຫັນວ່າຜ່ານການ ເຄື່ອນໄຫວຕົວຈິງໃນທຸກຂົງເຂດ, ຊັບພະຍາກອນມະນຸດຂອງພວກ ເຮົາກໍໄດ້ຮັບການພັດທະນາຂຶ້ນ ເລື້ອຍໆ. ການຄ້າ, ການລົງທຶນແລະ ການເຊື່ອມໂຍງ-ເຊື່ອມຈອດພາກ ພື້ນກໍໄດ້ຮັບການປັບປຸງ ແລະ ຂະ ຫຍາຍຕົວໃຫ້ມີຄວາມສະດວກ ແລະ ຫັນເປັນທັນສະໄໝເທື່ອລະກ້າວ. ສິ່ງດັ່ງກ່າວ ຍັງໄດ້ຊ່ວຍໃຫ້ ສປປ ລາວ ເສີມຂະຫຍາຍຄວາມເຂັ້ມ ແຂງໃນການເຊື່ອມຕໍ່ພື້ນຖານໂຄງ ລ່າງຕ່າງໆເຊັ່ນ: ທາງລົດໄຟ, ທາງ ຫລວງ ແລະ ທ່າບົກ ຊຶ່ງມີຄວາມ ສໍາຄັນຢ່າງຍິ່ງໃນການຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນ ຕິດຈອດກັບທະເລກາຍເປັນປະເທດ ເຊື່ອມໂຍງ-ເຊື່ອມຈອດຂອງພາກ ພື້ນ ແລະ ສາກົນ. ຂ້າພະເຈົ້າຕີລາຄາວ່ານີ້ແມ່ນ ໝາກຜົນອັນເປັນຮູບປະທໍາຂອງ ການດໍາເນີນນະໂຍບາຍການຕ່າງ ປະເທດສັນຕິພາບ, ເອກະລາດ, ມິດ ຕະພາບ ແລະ ການຮ່ວມມື ກໍຄື ການເຄື່ອນໄຫວວຽກງານການ ຕ່າງປະເທດທີ່ຫ້າວຫັນ ແລະ ເປັນ ເຈົ້າການຂອງບັນດາກະຊວງ, ຂະ ແໜງການ ແລະ ພາກສ່ວນຕ່າງໆ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ປັດຈຸບັນ, ເຖິງວ່າພາຍໃນອາ ຊຽນຍັງມີຄວາມທ້າທາຍຫລາຍ ປະການ, ແຕ່ອາຊຽນຍັງຈະສືບຕໍ່ ຍຶດໝັ້ນໃນບັນດາຫລັກການພື້ນ ຖານຂອງຕົນ, ການຮ່ວມມືຫລາຍ ຝ່າຍ, ການປຶກສາຫາລື, ການເຈລະ ຈາ, ການຜ່ອນສັ້ນຜ່ອນຍາວ ແລະ ການທູດ ເພື່ອເປັນການສົ່ງເສີມ ຄວາມໄວ້ເນື້ອເຊື່ອໃຈ, ຮັດແໜ້ນ ຄວາມສາມັກຄີ ແລະ ຮ່ວມມືກັນ ເພື່ອການພັດທະນາຂອງພາກພື້ນ. ຂ້າພະເຈົ້າຂໍຖືໂອກາດນີ້ ສະ ແດງຄວາມຂອບໃຈຢ່າງຈິງໃຈ ແລະ ຂໍສົ່ງພອນໄຊອັນປະເສີດມາ ຍັງການນໍາພັກ-ລັດ, ບັນດາກະຊວງ ຂະແໜງການ, ທະຫານ, ຕໍາ ຫລວດ, ທຸກພາກສ່ວນໃນສັງຄົມ ແລະ ປະຊາຊົນບັນດາເຜົ່າໃນທົ່ວ ປະເທດ ທີ່ໄດ້ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນວຽກງານອາຊຽນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຕະຫລອດ ໄລຍະຜ່ານມາ, ຈົ່ງມີສຸຂະພາບແຂງ ແຮງ, ມີຄວາມຜາສຸກ ແລະ ປະສົບ ຜົນສໍາເລັດໃນໜ້າທີ່ວຽກງານອັນມີ ກຽດສະຫງ່າຂອງທ່ານ. ຊົມເຊີຍວັນອາຊຽນ ຄົບຮອບ 59 ປີ ແລະ ຊົມເຊີຍ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຄົບຮອບ 29 ປີ.

RkJQdWJsaXNoZXIy MTc3MTYxMQ==