gsfdko{dkora fmtok a xtgmf]k; ( 06/08/2026 lt,k7q ,,y f8trk[3d9y {]k; c0;'3d9y 1h P,1k, c]t gIa f;Pd16 j c0;';P'9a o ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ສະມາຄົມ ມິດຕະພາບໂກຈິ-ລາວ ແຂວງ ໂກຈິ ປະເທດຍີ່ປຸ່ນ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ໃນ ວັນ 4 ສິງຫາ 2026 ໂດຍການ ຕ້ອນຮັບຂອງ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການປົກຄອງ ແຂວງວຽງຈັນ ພ້ອມດ້ວຍຄະນະ. ທ່ານ ໂອກາຊາກິ ຊິນຈິ ປະທານ ສະມາຄົມມິດຕະພາບ ໂກຈິ-ລາວ ແຂວງໂກຈິ ປະເທດຍີ່ປຸ່ນ ໄດ້ແຈ້ງ ຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງວຽງຈັນ ໃນລະຫວ່າງວັນທີ 3 - 7 ສິງຫາ 2026 ເພື່ອພົບປະຢ້ຽມຢາມ ບັນດາໂຮງຮຽນເປົ້າໝາຍ, ໃຫ້ ການຊ່ວຍເຫລືອທາງດ້ານການ ສຶກສາ, ແລກປ່ຽນທາງດ້ານກິລາ, ສິລະປະ-ວັດທະນະທຳ ລະຫວ່າງ ຄະນະສະມາຄົມໂກຈິ-ລາວ, ຄູ- ອາຈານ ແລະ ນ້ອງນັກຮຽນມັດ ທະຍົມໂກຈິ ກັບນ້ອງນັກຮຽນຈາກ ໂຮງຮຽນປະຖົມສົມບູນ ບ້ານສ້າງ ໃຫຍ່, ໂຮງຮຽນປະຖົມບ້ານຂາມ (ເມືອງໂພນໂຮງ), ໂຮງຮຽນ ປະຖົມສົມບູນໂພນໝີໃຕ້, ໂຮງຮຽນ ມັດທະຍົມສົມບູນ ໂພນໝີ (ເມືອງ ວຽງຄໍາ) ແລະ ໂຮງຮຽນປະຖົມ ວັງຄີ ເມືອງຫີນເຫີບ ຂອງແຂວງ ວຽງຈັນ. ນອກຈາກນັ້ນ, ຍັງຈະ ໄດ້ຢ້ຽມຢາມພື້ນຖານການຜະລິດ ກະສິກຳ ແລະ ຫັດຖະກຳ ຂອງ ປະຊາຊົນບັນດາເຜົ່າແຂວງວຽງຈັນ ຈຳນວນໜຶ່ງ ເປັນຕົ້ນ ຫັດຖະກຳ ຕໍ່າແຜນ ຢູ່ເມືອງວຽງຄຳ, ຫັດ ຖະກໍາຈັກສານຢູ່ເມືອງໂພນໂຮງ, ຢ້ຽມຊົມສະຖານທີ່ທ່ອງທ່ຽວ ແລະ ພື້ນຖານການຜະລິດກະສີກຳອື່ນໆ. ໃນທຸກໆປີ, ນັບຕັ້ງແຕ່ປີ 1994 ເປັນ ຕົ້ນມາ, ໃນໄລຍະຕົ້ນເດືອນ ສິງຫາ ຂອງແຕ່ລະປີ ຄະນະຜູ້ແທນຈາກ ສະມາຄົມມິດຕະພາບ ໂກຈິ-ລາວ, ຄູອາຈານ ແລະ ນ້ອງນັກຮຽນ ຈາກມັດທະຍົມໂກຈິ ໄດ້ເດີນທາງ ມາເຄື່ອນໄຫວຢ້ຽມຢາມແຂວງ xtdkflh k'8A ' 4 8kcl' 16 j g,n v'zQ 'lk]u dkooec0;'s];'rt[k' -5 dp6 h dkomq f]v' x6 d8Q oc,a d7kgfg,p 16 j g,n v';P'7e ຂປລ . ແຫລ່ງ ຂ່າ ວຈ າ ກ ແຂວງຫລວງພະບາງ ໃຫ້ຮູ້ ວ່າ: ເມື່ອບໍ່ດໄນມານີ້ ທ່ານ ບຸນ ເລື່ອມ ມະນີວົງ ປະທານສະພາ ປະຊາຊົນແຂວງຫລວງພະບາງ ພ້ອມດ້ວຍຄະນະ ເຄື່ອນໄຫວຊຸກຍູ້ ການທົດລອງປູກຕົ້ນແມັກຄາ ເດເມຍ ຢູ່ບ້ານພູຜັກແພວ ເມືອງ ວຽງຄຳ ແຂວງຫລວງພະບາງ. ໂອກາດນີ້, ທ່ານ ຫຸມເພັງ ສີບຸນ ວຽງຈັນ ຢ່າງເປັນປົກກະຕິບໍ່ເຄີຍ ຂາດ ຈົນກາຍເປັນປະເພນີສືບ ທອດຈາກຮຸ່ນໜຶ່ງໄປສູ່ຮຸ່ນຕໍ່ໆໄປ ຢ່າງບໍ່ເຫືອດແຫ້ງ ຊຶ່ງການພົວພັນ ຮ່ວມມືດັ່ງກ່າວ ກາຍເປັນການສັນ ຍະລັກຂອງການພົວພັນການທູດ ພາກປະຊາຊົນ, ເປັນການພົວພັນ ການທູດວັດທະນະທຳ ເພື່ອຮັດ ແໜ້ນສາຍພົວພັນຄວາມສາມັກຄີ ຮັກແພງ ລະຫວ່າງແຂວງວຽງຈັນ ກັບແຂວງໂກຈິ ເວົ້າລວມ, ເວົ້າ ສະເພາະ ລະຫວ່າງຄູ-ອາຈານ, ນ້ອງນັກຮຽນ ແລະ ພໍ່ແມ່ປະຊາຊົນ ໃຫ້ນັບມື້ນັບສະໜິດແໜ້ນຍິ່ງຂຶ້ນ. ໃນໂອກາດການພົບປະ ແລະ ຢ້ຽມ ຢາມດັ່ງກ່າວ, ທ່ານ ສີວຽງໄຊ ອໍລະ ບູນ ຮອງປະທານຄະນະກຳມະການ ປົກຄອງແຂວງ ໄດ້ຕີລາຄາສູງຕໍ່ ການປະກອບສ່ວນຂອງສະມາຄົມ ມິດຕະພາບໂກຈິ-ລາວ ທີ່ຕະຫລອດ ໄລຍະເວລາ 30 ກວ່າປີ ທີ່ຜ່ານ ມາ, ແຂວງວຽງຈັນ ໄດ້ຮັບການ ຊ່ວຍເຫລືອຈຳນວນຫລວງຫລາຍ ເປັນຕົ້ນ ການປັບປຸງກໍ່ສ້າງພື້ນຖານ ໂຄງລ່າງ, ອຸປະກອນການຮຽນການສອນ ແລະ ອື່ນໆ ຊຶ່ງການ ຊ່ວຍເຫລືອດັ່ງກ່າວ ແມ່ນໄດ້ປະ ກອບສ່ວນອັນສຳຄັນ ໃນການພັດ ທະນາຄຸນນະພາບການສຶກສາຢູ່ ຂັ້ນປະຖົມ ຂອງບັນດາໂຮງຮຽນ ດັ່ງກ່າວໃຫ້ດີຂຶ້ນເຮັດໃຫ້ເດັກນ້ອຍມີ ໂອກາດໄດ້ຮັບການພັດທະ ນາດ້ານ ການສຶກສາທີ່ດີຂຶ້ນ. glA omk'r6 zk,j kog,n v'76 o7e mk'0kf ]q fm5 dxtgrf[j = lk,kfla o9vowfh ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ:ເມື່ອບໍ່ດໄນ ມານີ້ ໃນວັນທີ 5 ສິງຫາ 2026 ເສັ້ນທາງພູຜາມ່ານ ເມືອງຄູນຄໍາ ແຂວງຄໍາມ່ວນ ໄດ້ຂາດເນື່ອງຈາກ ຝົນຕົກໜັກມີນໍ້າເຊາະເສັ້ນທາງ ເຮັດໃຫ້ທາງຂາດ ລົດທຸກປະເພດ ບໍ່ສາມາດສັນຈອນໄດ້ຍັງລໍຖ້າ ເຮືອງ ເຈົ້າຂອງສວນໄດ້ໃຫ້ຮູ້ວ່າ: ຕົ້ນປີ2023 ໄດ້ເລີ່ມທົດລອງປູກຕົ້ນ ແມັກຄາເດເມຍ 315 ຕົ້ນ, ໃນເນື້ອທີ່ ຫລາຍກວ່າ 2 ເຮັກຕາ ເນື່ອງຈາກ ເຫັນວ່າເປັນຕົ້ນໄມ້ທີ່ສາມາດໃຫ້ ຜົນຜະລິດດີ ແລະ ເປັນທີ່ຕ້ອງການ ຂອງຕະຫລາດຕ່າງປະເທດ ໂດຍ ໄດ້ທົດລອງປູກ 2 ແບບຄື: ປູກໃນ ສວນປູກຫຍ້າອາຫານສັດ ແລະ ປູກ ໃນສວນພືດຜັກລົ້ມລຸກ, ມາເຖິງ ປັດຈຸບັນເຫັນວ່າ ຕົ້ນໝາກແມັກຄາ ເດເມຍ ໄດ້ມີການຈະເລີນເຕີບໂຕ ໃນລະດັບໜຶ່ງ ແລະ ບາງສ່ວນໄດ້ ເລີ່ມໃຫ້ຜົນຜະລິດ, ຄາດວ່າໃນ ປີ 2027 ຈະໃຫ້ຜົນຜະລິດເຕັມທີ່ ແລະ ຈະສາມາດສ້າງລາຍຮັບໃຫ້ ຄອບຄົວ ທັງເປັນແຫລ່ງການຮຽນ ຮູ້ໃຫ້ແກ່ປະຊາຊົນຜູ້ສົນໃຈຕື່ມອີກ. ທ່ານ ຫຸມເພັງ ສີບຸນເຮືອງ ໃຫ້ ຮູ້ຕື່ມວ່າ: ຕົ້ນໝາກແມັກຄາເດ ເມຍ ທີ່ໄດ້ທົດລອງປູກແມ່ນໄດ້ ຮັບກ າ ນສ ະໜັບສ ະໜູນຈ າ ກ ອົງການປົກຄອງແຂວງດຽນ ບຽນ ສສ ຫວຽດນາມ ໃນຕົ້ນປີ 2023 ພາຍໃຕ້ການຊ່ວຍເຫລືືອ ໃຫ້ກັບຄະນະກຳມະການປົກຄອງ ເມືອງວຽງຄຳ ຊຶ່ງໄດ້ແຈກຍາຍໃຫ້ ປະຊາຊົນທົດລອງປູກ, ມາເຖິງ ປັດຈຸບັນ ຕົ້ນໝາກແມັກຄາເດເມຍ ມີການເຕີບໂຕດີ ແລະ ມີແນວ ໂນ້ມຈະໃຫ້ຜົນຜະລິດສູງໃນຕໍ່ໜ້າ. ໂອກາດດັ່ງກ່າວ, ທ່ານ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຊົມເຊີຍ ຄວາມດຸໝັ່ນ ແລະ ຄວາມຕັ້ງໃຈ ຂອງເຈົ້າຂອງສວນທີ່ກ້ານຳເອົາພືດ ເສດຖະກິດຊະນິດໃໝ່ມາທົດລອງ ປູກ ພ້ອມທັງເນັ້ນໜັກໃຫ້ຂະແໜງ ການທີ່ກ່ຽວຂ້ອງສືບຕໍ່ໃຫ້ການ ຊ່ວຍເຫລືອດ້ານວິຊາການ, ການ ບຳລຸງຮັກສາ ແລະ ການຂະຫຍາຍ ພັນເພື່ອໃຫ້ໝາກແມັກຄາເດເມຍ ກາຍເປັນພືດເສດຖະກິດທີ່ມີທ່າແຮງ ສ້າງລາຍຮັບໃຫ້ປະຊາຊົນ ແລະ ປະກອບສ່ວນເຂົ້າໃນການພັດທະນາ ກະສິກຳຂອງ ແຂວງຫລວງພະບາງ ໃຫ້ເຂັ້ມແຂງ ແລະ ຍືນຍົງ. ຂ່າວ-ພາບ: ທະນູສິນ ອິດທິພົນ ພາກສ່ວນກ່ຽວຂ້ອງມາແກ້ໄຂ. ຈາກສະພາບຝົນຕົກໜັກຕິດຕໍ່ ກັນຫລາຍວັນໃນໄລຍະນີ້ໄດ້ສົ່ງ ຜົນກະທົບໂດຍກົງຕໍ່ເສັ້ນທາງ ຄົມມະນາຄົມໃນຫລາຍບ່ອນ. ຫລ້າສຸດ, ໄດ້ມີລາຍງານແຈ້ງ ເຕືອນຈາກພາກສ່ວນກ່ຽວຂ້ອງ ຫລັງຈາກກະແສນໍ້າໄດ້ເຊາະເຈື່ອນ ໜ້າດິນຢ່າງຮຸນແຮງຈົນເຮັດໃຫ້ ເສັ້ນທາງພູຜາມ່ານຖືກນໍ້າເຊາະຈົນ ທາງຂາດ ແລະ ລົດທຸກປະເພດບໍ່ ສາມາດສັນຈອນຜ່ານໄປ-ມາໄດ້. ສຳລັບປະຊາຊົນ, ພໍ່ແມ່ພີ່ນ້ອງ ແລະ ຜູ້ປະກອບການຂົນສົ່ງທີ່ມີ ຄວາມຈຳເປັນຕ້ອງໄດ້ເດີນທາງ ຜ່ານເສັ້ນທາງດັ່ງກ່າວ ຕ້ອງສຶກສາ ແລະ ວາງແຜນລ່ວງໜ້າ ໂດຍ ກວດສອບຂໍ້ມູນເສັ້ນທາງຫລີກລຽງ ຫລື ຊອກຫາເສັ້ນທາງທາງເລືອກ ອື່ນໃຫ້ລະອຽດກ່ອນການອອກ ເດີນທາງ ທັງນີ້ກໍເພື່ອປ້ອງກັນບໍ່ ໃຫ້ເສຍເວລາ ແລະ ຕິດຄ້າງກາງ ທາງ ພ້ອມທັງຕິດຕາມຂ່າວສານ ທາງການ: ຕິດຕາມເຝົ້າລະວັງ ສະຖານະການ ແລະ ຄວາມຄືບໜ້າ ໃນການສ້ອມແປງເສັ້ນທາງຈາກ ເຈົ້າໜ້າທີ່ທ້ອງຖິ່ນຢ່າງໃກ້ຊິດ; ເພີ່ມ ສະຕິລະມັດລະວັງ ເນື່ອງຈາກໃນ ໄລຍະລະດູຝົນນີ້ຫລາຍເສັ້ນທາງ ອາດມີຄວາມສ່ຽງຈາກດິນເຈື່ອນ. ຂປລ. ແຫລ່ງຂ່າວຈາກຜົ້ງ ສາລີ ໃຫ້ຮູ້ວ່າ: ພິທີປະກາດສ້າງ ຕັ້ງຕາແສງກົກຊາ, ຕາແສງກົກ ກ້ຽງ, ຕາແສງຫາດສາ ແລະ ຕາ ແສງຢາວຟາງ ເມືອງຜົ້ງສາລີ ແຂວງຜົ້ງສາລີ ຈັດຂຶ້ນເມື່ອມໍ່ໆມາ ນີ້ ທີ່ສຳນັກງານປົກຄອງເມືອງ ຜົ້ງສາລີ ໂດຍມີ ທ່ານ ບຸນທະວີ ສໍ ສຸກັນ ຮອງເລຂາພັກແຂວງຜົ້ງ ສາລີ, ທ່ານ ອູ່ຄຳ ຕຸລາພັນ ຮອງ ປະທານຄະນະກຳມະການປົກຄອງ ແຂວງ, ທ່ານ ພົວ ຄຳຈັນ ແສງລາ ວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ ພ້ອມດ້ວຍນາຍ ບ້ານອ້ອມຂ້າງເທສະບານເມືອງ, ສອງກຳລັງ ປກຊ-ປກສ ແລະ ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ. ທ່ານ ຄຳພັນ ສຸຍະລັດ ປະທານ ຄະນະກຳມະການປົກຄອງເມືອງ ຜົ້ງສາລີ ໄດ້ລາຍງານວ່າ: ເມືອງ ຜົ້ງສາລີ ຕັ້ງຢູ່ທິດຕາເວັນອອກ ສຽງເໜືອຂອງແຂວງ ຫ່າງຈາກ ເທສະບານແຂວງ 42 ກິໂລແມັດ, ມີເນື້ອທີ່ການປົກຄອງ 2.928 ກິໂລ ຕາແມັດ, ມີຊາຍແດນຕິດກັບ4 ເມືອງຄື: ທິດໃຕ້ຕິດກັບເມືອງບຸນ ເໜືອ, ທິດເໜືອຕິດກັບເມືອງບຸນ ໃຕ້, ທິດຕາເວັນອອກຕິດກັບເມືອງ ສໍາພັນ, ຕາແສງນາບົ້ງ ແຂວງ ດຽນບຽນ ສສ ຫວຽດນາມ, ທິດ ຕາເວັນຕົກຕິດກັບເມືອງຍອດອູ. ເມືອງຜົ້ງສາລີ ເປັນເມືອງພູດອຍ ກວມ 99%. ປັດຈຸບັນ ທົ່ວເມືອງ ປະກອບມີ 8 ກຸ່ມ, ມີ 66 ບ້ານ ແລະ ມີ 12 ບ້ານເທສະບານທີ່ຂຶ້ນ ກັບເມືອງໂດຍກົງ, ມີພົນລະເມືອງ 22.478 ຄົນ, ຍິງ 11.849 ຄົນ, ມີ 4.760 ຫລັງຄາ, ມີ 5.418 ຄອບຄົວ, ປະກອບມີ 9 ຊົນເຜົ່າ, ເຊິ່ງຊົນເຜົ່າທີ່ກວມອັດຕາສ່ວນ ຫລາຍແມ່ນຊົນເຜົ່າພູນ້ອຍ ກວມ 51,02%, ລາວລຸ່ມ ກວມ 3,03%, ກຶມມຸ ກວມ 3,10%, ມົ້ງ ກວມ 6,04%, ຫໍ້ ກວມ 9,69%, ລື້ ກວມ 3,30%, ໄຕດຳ ກວມ 0,15%, ສີລາ ກວມ 0,04% ແລະ ຊົນເຜົ່າອາຄາ ກວມ 19,81%. ໃນໂອກາດນີ້, ທ່ານ ບຸນທະວີ ສໍສຸກັນ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຄະນະຮັບຜິດຊອບການ ສ້າງຕັ້ງຕາແສງ ພ້ອມທັງເນັ້ນຕື່ມ ກ່ຽວກັບການສ້າງຕັ້ງຕາແສງໃນ ຄັ້ງນີ້ບໍ່ແມ່ນພຽງແຕ່ການປ່ຽນແປງ ທາງດ້ານກົງຈັກການຈັດຕັ້ງ ຫລື ເຂດແດນການປົກຄອງບໍລິຫານ ທົ່ວໄປເທົ່ານັ້ນ, ແຕ່ມັນແມ່ນຄວາມ ຮຽກຮ້ອງຕ້ອງການອັນຮີບດ່ວນ ທາງດ້ານຍຸດທະສາດ, ແນວ ທາງຫັນທິດສູ່ຮາກຖານຂອງພັກ ລັດ. ການມີກົງຈັກຂັ້ນຕາແສງ ຈະເປັນຂົວຕໍ່ອັນໜັກແໜ້ນ ແລະ ຍຸດທະສາດ ລະຫວ່າງ ຂັ້ນເມືອງ ກັບ ຂັ້ນບ້ານ ເພື່ອບັນລຸ 3 ຄາດໝາຍ ໃຫຍ່ ຄື: ເພີ່ມທະວີຄວາມສັກສິດ ແລະ ຄວາມໃກ້ຊິດ ໃນການຄຸ້ມຄອງ ລັດ, ຄຸ້ມຄອງສັງຄົມ ເຮັດໃຫ້ແນວ ທາງຂອງພັກ ແລະ ກົດໝາຍຂອງ ລັດໄດ້ຮັບການຈັດຕັ້ງປະຕິບັດ ຢ່າງທົ່ວເຖິງ, ວ່ອງໄວ ແລະ ຕອບ ສະໜອງຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນໄດ້ຢ່າງທັນການ; ຊຸກຍູ້ການພັດທະນາເສດຖະກິດສັງຄົມ ບຸກທະລຸແກ້ໄຂຄວາມທຸກ ຍາກ: ເປັນການດຶງເອົາທຶນຮອນ, ເຕັກນິກວິຊາການ ແລະ ການບໍລິ ການຂອງລັດລົງໄປເຖິງຮາກ ຖານບ້ານ, ຊ່ວຍໃຫ້ປະຊາຊົນ ມີ ເງື່ອນໄຂສ້າງເສດຖະກິດຄອບຄົວ ຫລຸດພົ້ນອອກຈາກຄວາມທຸກ ຍາກຢ່າງຍືນຍົງໃຫ້ທົ່ວ ເ ຖິງ . ໂອກາດນີ້ອົງການປົກຄອງແຂວງ ຜົ້ງສາລີ ຍັງໄດ້ມອບງົບປະມານ ເຂົ້າໃນການສ້າງຕັ້ງຕາແສງຢູ່ ເມືອງ ຜົ້ງສາລີ 196.400.000 ກີບ ແລະ ມອບຄອມພີວເຕີ, ເຄື່ອງ ພິມເອກະສານ 4 ຊຸດ. ພ້ອມນີ້, ກອງ ບັນຊາການ ປກສ ແຂວງ ຜົ້ງສາລີ ແລະ ທະນະຄານພັດທະນາລາວ ສາຂາເມືອງຜົ້ງສາລີ ມອບເງິນ 10 ລ້ານກີບ ໃຫ້ແກ່ຕາແສງຕື່ມອີກ. ຂ່າວ-ພາບ: ຍີນໄຊ ສີບຸນເຮືອງ
RkJQdWJsaXNoZXIy MTc3MTYxMQ==