06/08/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ;y 4u -u ;y f c]t ;a fmtotmeva ofu 'k, 0v'-q ogzqj kw8 37'dko CRS 9a fdy f9tdec]dxj Po[q fIPodkox6 dza dgIn voIqj , c]t vkskomj P'.o3I'IPo16j g,n v'g-3xo{g,n v'vkfltrvo (ຄັດຈາກປື້ມບັນດາຊົນເຜົ່າໃນ ສປປ ລາວ)ັື້ັົົ່ -u ;y f{;a fmtotme u y a ຂປລ. ເພື່ອເປັນການສ້າງຄວາມ ເຂັ້ມແຂງໃຫ້ແກ່ກຸ່ມຜະລິດກະສິກຳ ໃນດ້ານການບໍລິຫານຈັດການແລະ ການນຳໃຊ້ເຕັກນິກວິຊາການປູກ ພືດຜັກ, ການວາງແຜນ ຕອບສະ ໜອງພືດຜັກໃຫ້ແກ່ໂຮງຮຽນ, ທັງ ສ້າງຄວາມເຂັ້ມແຂງໃຫ້ຜູ້ອຳນວຍ ການ ແລະ ຄູສອນໃນການຄຸ້ມຄອງ ອາຫານທ່ຽງຢູ່ຂັ້ນໂຮງຮຽນ ເພື່ອ ຄວາມຍືນຍົງໃນອະນາຄົດພາຍ ຫລັງໂຄງການສິ້ນສຸດລົງ. ເມື່ອມໍ່ໆນີ້, ໂຄງການ CRS ຈຶ່ງ ໄດ້ຈັດກິດຈະກຳພົບປະແລກປ່ຽນ ບົດຮຽນກ່ຽວກັບການຈັດຕັ້ງປະຕິ ບັດກິດຈະກຳສົ່ງເສີມການປູກຜັກ ເຮືອນຮົ່ມ ແລະ ວຽກງານອາຫານ ທ່ຽງໃນໂຮງຮຽນລະຫວ່າງ ເມືອງ ເຊໂປນ ກັບ ເມືອງອາດສະພອນ ຂຶ້ນທີ່ໂຮງຮຽນປະຖົມສົມບູນບ້ານ ໜອງເດີ່ນ ເມືອງອາດສະພອນ ແຂວງສະຫວັນນະເຂດ. ໃຫ້ກຽດ ເຂົ້າຮ່ວມມີ ທ່ານ ກອງແລ ອ່ອນ ຈັນທະລືໄຊ ປະທານຄະນະກຳມະ ການບໍລິຫານງານເມືອງອາດສະ ພອນ; ທ່ານນາງ ກອງສະໄໝ ແວງຈະເລີນ ຮອງປະທານຄະນະ ກຳມະການບໍລິຫານງານເມືອງເຊ ໂປນ; ທ່ານນາງອຳພອນວັນນະມະ ຫາໄຊ ຕາງໜ້າໂຄງການ CRS; ພ້ອມດ້ວຍຄະນະຫ້ອງການສຶກສາ ທິການ ແລະ ກິລາເມືອງ, ຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມ,ນາຍ ບ້ານ, ຜູ້ອຳນວຍການໂຮງຮຽນ, ຄູສອນຈາກໂຮງຮຽນປະຖົມເປົ້າ ໝາຍຂອງທັງສອງເມືອງ, ຜູ້ປະ ສານງານໂຄງການປະຈຳເມືອງ ແລະ ບ້ານໜອງເດີ່ນເຈົ້າພາບ ເຂົ້າ ຮ່ວມຢ່າງພ້ອມພຽງ. ທ່ານນາຍບ້ານໜອງເດີ່ນ ແລະ ຜູ້ອຳນວຍການໂຮງຮຽນປະຖົມ ໜອງເດີ່ນ ໄດ້ຜັດປ່ຽນກັນລາຍ ງານວ່າ: ໂຮງຮຽນປະຖົມບ້ານ ໜອງເດີ່ນຕັ້ງຢູ່ທາງທິດເໜືອຂອງ ເມືອງຫ່າງຈາກຫ້ອງການສຶກສາ ທິການ ແລະ ກິລາເມືອງ ປະມານ 4 ກິໂລແມັດ, ມີອາຄານຮຽນ 2 ຫລັງ, 5 ຫ້ອງສອນ, ມີຄູສອນ 4 ຄົນ, ຍິງ 2 ຄົນ, ນັກຮຽນ 91 ຄົນ, ຍິງ 38 ຄົນ. ການປຸງແຕ່ງອາຫານທ່ຽງ ແມ່ນເຮັດແບບໝູນວຽນມີແມ່ຄົວ 3-4 ຄົນຕໍ່ວັນ, ໂດຍໄດ້ຮັບການ ປະກອບສ່ວນຈາກຊຸມຊົນຄອບຄົວ ລະ 5 ພັນກີບຕໍ່ເດືອນ (ສົກຮຽນ ໜຶ່ງເທົ່າກັບ 7.400.000 ກີບ). ຜ່ານມາ ໂຮງຮຽນໄດ້ສຳເລັດການ ເຮັດຄອກໄກ່ ແລະ ລ້ຽງໄກ່ ເພື່ອ ປະກອບສ່ວນແຕ່ງກິນ, ມີໜອງປາ ລວມ 1 ໜອງ, ສຳເລັດການສ້າງ ເຮືອນຄົວ, ບ່ອນນັ່ງກິນເຂົ້າ, ອ່າງ ລ້ຽງປາດຸກ, ອ່າງລ້າງມືແລະສວນ ຄົວຂະໜາດ 70x20 ແມັດ (ປູກ ກ້ວຍ, ຂ່າ, ສິງໄຄ, ໜໍ່ໄມ້) ພ້ອມ ສວນຜັກຂະໜາດ 15x20 ແມັດ ເພື່ອນຳມາແຕ່ງກິນໃນແຕ່ລະວັນ. ສຳລັບໂຄງການປູກຜັກໃນເຮືອນ ຮົ່ມ ຂອງບ້ານໜອງເດີ່ນ ໄດ້ຮັບງົບ ປະມານສະໜັບສະໜູນຈາກໂຄງ ການ CRS ລວມມູນຄ່າ 400 ລ້ານກວ່າກີບ, ມີສະມາຊິກກຸ່ມ 10 ຄົນ. ໄດ້ເລີ່ມກໍ່ສ້າງເຮືອນຮົ່ມແຕ່ ເດືອນກຸມພາ ຫາ ເມສາ ຈຶ່ງສຳເລັດ ແລະ ເລີ່ມປູກຜັກນັບແຕ່ຕົ້ນເດືອນ ພຶດສະພາເປັນຕົ້ນມາ, ສາມາດ ສ້າງລາຍຮັບຈາກການຂາຍພືດຜັກ ໃນໄລຍະ 2 ເດືອນຜ່ານມາ ໄດ້ທັງ ໝົດ 27 ລ້ານກວ່າກີບ ຊຶ່ງການສະ ໜອງພືດຜັກໃຫ້ໂຮງຮຽນແມ່ນຈະ ເລີ່ມ ໃນສົກຮຽນ 2026-2027 ນີ້. ຈາກນັ້ນ, ການນຳທັງສອງ ເມືອງ ພ້ອມດ້ວຍຜູ້ເຂົ້າຮ່ວມໄດ້ ຢ້ຽມຊົມໜອງປາລວມ, ສວນຄົວ, ຄອກໄກ່, ສະພາບແວດລ້ອມໂຮງ ຮຽນ, ການປູກພືດຜັກໃນເຮືອນ ຮົ່ມ, ສາທິດການເຮັດຝຸ່ນໝັກຊີວະ ພາບ ແລະ ການເຮັດນ້ຳໝັກຈາກ ໝາກກ້ວຍ. ພ້ອມທັງໄດ້ສົນທະນາ ແລກປ່ຽນບົດຮຽນຮ່ວມກັນໃນ ດ້ານເຕັກນິກວິຊາການ ເພື່ອຊອກ ຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກນຳໄປ ປັບປຸງແກ້ໄຂໃຫ້ແທດເໝາະກັບ ແຕ່ລະທ້ອງຖິ່ນ. ພ້ອມນີ້, ຜູ້ເຂົ້າ ຮ່ວມຍັງໄດ້ຮ່ວມກັນປ່ອຍລູກປາ ຈຳນວນເກືອບ 2 ພັນໂຕ ລົງສູ່ໜອງ ສະລວມຂອງໂຮງຮຽນ ເພື່ອສ້າງ ເປັນແຫລ່ງອາຫານທີ່ຍືນຍົງ. ແນວໃດກໍດີສຳລັບແຜນໃນຕໍ່ ໜ້າ, ໂຄງການ CRS ຈະສະໜອງ ການສ້າງຫ້ອງຮຽນດີຈິຕອນທີ່ ທັນສະໄໝປະກອບດ້ວຍທໍລະທັດ, ພັດລົມ, ຕູ້ລຳໂພງ, ອຸປະກອນການ ຮຽນ ແລະ ສິ່ງອຳນວຍຄວາມສະ ດວກອື່ນໆ ໂດຍຈະສົ່ງມອບໃນກາງ ເດືອນສິງຫາ ທີ່ຈະເຖິງນີ້, ພ້ອມ ທັງຈະສ້າງຫ້ອງນ້ຳຫລັງໃໝ່ເພີ່ມ ອີກ 2 ຫ້ອງ ເພື່ອໃຫ້ພຽງພໍຕໍ່ການ ຊົມໃຊ້. ຂປລ. ຊົນເຜົ່າໄຕ ແມ່ນໜຶ່ງໃນ ຊົນເຜົ່າທີ່ມີປະຫວັດຄວາມເປັນມາ ຍາວນານ ແລະ ມີຄວາມຜູກພັນ ກັບຊົນເຜົ່າລາວມາແຕ່ອະດີດ. ຊົນ ເຜົ່າໄຕ ໄດ້ເຄື່ອນຍ້າຍມາຈາກເຂດ ພາກໃຕ້ຂອງປະເທດຈີນ ເຂົ້າສູ່ ປະເທດລາວ ໂດຍຜ່ານຕາມລ້ອງ ແມ່ນໍ້າດຳ, ແມ່ນໍ້າເມົາຕົກໃສ່ ເຊີນ ລາ, ດຽນບຽນຟູ ແລະ ໄລເຈົ້າ ປະ ເທດ ຫວຽດນາມ ໃນປັດຈຸບັນ. ສາ ເຫດສຳຄັນຂອງການອົບພະຍົບໃນ ແຕ່ລະໄລຍະ ມາຈາກຜົນກະທົບ ຂອງສົງຄາມ ແລະ ການຊອກຫາ ພື້ນທີ່ໃໝ່ສຳລັບການຜະລິດ. ຊົນ ເຜົ່ານີ້ມີຊື່ເອີ້ນຫລາຍຊື່ທີ່ແຕກຕ່າງ ກັນ, ຊື່ເດີມ ແລະ ຊື່ທີ່ເຂົາເຈົ້າ ເອີ້ນແມ່ນ “ໄຕ”. ຊົນເຜົ່າອື່ນເອີ້ນ ດ້ວຍການຜັນສຽງ “ໄຕ” ມາເປັນ “ໄທ”, ຄໍາວ່າ: “ໄຕ” ຫລື “ໄທ” ນັ້ນມີຄວາມໝາຍຄືກັນແປວ່າ: “ຄົນ ຫລື ມະນຸດ”. ຊົນເຜົ່າໄຕ ມັກຈະມີຊື່ເອີ້ນຕາມ ພູມສັນຖານບ່ອນຢູ່ອາໄສ ແລະ ການນຸ່ງຫົ່ມ, ເຄື່ອງແຕ່ງກາຍເຊັ່ນ: ນຸ່ງສີດຳກໍເອີ້ນວ່າ: ໄຕດຳ, ນຸ່ງສີ ຂາວກໍເອີ້ນວ່າ: ໄຕຂາວ, ນຸ່ງສີແດງ ກໍເອີ້ນວ່າ: ໄຕແດງ ແລະ ອື່ນໆ. ສໍາລັບໄຕດຳ ຍັງມີເລື່ອງເລົ່າສືບ ກັນມາເຖິງທຸກວັນນີ້ກ່ຽວກັບການ ທີ່ມີ ຊື່ເອີ້ນວ່າ: “ໄຕດຳ”. ຊົນເຜົ່າ ໄຕ ປະກອບດ້ວຍຫລາຍແຊງ ຫລື ຫລາຍຂະແໜງເຊັ່ນ: ໄຕດຳ, ໄຕ ຂາວ, ໄຕແດງ ແລະ ໄຕເມີ້ຍ. ຊົນເຜົ່ານີ້ປະກອບອາຊີບດ້ວຍ ການເຮັດນາ, ເຮັດໄຮ່ປູກເຂົ້າ, ເຮັດ ສວນແຄມແມ່ນໍ້າເພື່ອປູກພືດຜັກປະ ເພດຕ່າງໆ ຮັບໃຊ້ຊີວິດປະຈຳວັນ ເຊັ່ນ: ມັນດ້າງ, ມັນຕົ້ນ, ໝາກຖົ່ວ, ຜັກກາດ, ຜັກກະລ່ຳ, ຜັກບົ່ວ, ຜັກ ທຽມ, ໝາກເຜັດ ແລະ ອື່ນໆ, ພ້ອມນັ້ນ ຍັງລ້ຽງງົວ, ຄວາຍ, ໝູ, ໝາ ແລະ ສັດປີກຕ່າງໆ ເພື່ອໃຊ້ ແຮງງານ ແລະ ເຮັດພິທີກຳທາງ ສາສະໜາ. ນອກຈາກນີ້, ຜູ້ຊາຍ ຊົນເຜົ່າໄຕ ຍັງມີຄວາມຊຳນານໃນ ວິຊາຫັດຖະກຳຈັກສານ ແລະ ແມ່ ຍິງມີຄວາມຊຳນານ ການປູກມອນ ລ້ຽງມ້ອນ, ຫຍິບປັກຖັກແສ່ວ ແລະ ຕຳຫູກທໍ່ໄໝ. ແນວໃດກໍຕາມ, ຊົນເຜົ່າ“ໄຕ” ເປັນຊົນເຜົ່າໜຶ່ງທີ່ມີຮີດຄອງປະເພ ນີ, ຄວາມເຊື່ອຖື ແລະ ວັດທະນະທຳ ທີ່ສືບທອດມາແຕ່ບູຮານນະການ ເຊັ່ນ: ຜີພໍ່, ຜີແມ່, ຜີເຮືອນ, ຜີ ບ້ານ, ຜີເມືອງ, ຜີປ່າ ແລະ ຜີນາ ເປັນຕົ້ນ. ຜີທີ່ມີຄວາມສຳຄັນກວ່າ ໝູ່ໄດ້ແກ່ຜີເຮືອນ. ສະນັ້ນ, ແຕ່ລະ ເຮືອນຈະມີຮ້ານບູຊາຜີ (ເທວະດາ ເຮືອນ) ຊຶ່ງເປັນບ່ອນສະຖິດຂອງ ວິນຍານພໍ່, ແມ່ ແລະ ບັນພະບູລຸດທີ່ ໄດ້ເສຍຊີວິດໄປ. ສຳລັບສະຖານທີ່ ສຳຄັນຂອງຊົນເຜົ່າໄຕ ທີ່ເປັນບ່ອນ ສັກສິດ, ບ່ອນສັກກະລະບູຊາແມ່ນ ເທວະດາເຮືອນ, ຫໍຜີບ້ານ, ໜຶ່ງຜີ ມົດ ແລະ ປ່າຊ້າເຫລົ່ານີ້ເປັນຕົ້ນ. ສ່ວນງານບຸນຈະມີບຸນປະຈຳເຜົ່າ ຂອງພວກເຂົາ ແມ່ນປີໜຶ່ງມີພຽງ ແຕ່ງານບຸນກິນເຕດ ຫລື ເວົ້າອີກ ຢ່າງໜຶ່ງວ່າ: ບຸນກຸດຫວຽດ ທີ່ຊົນ ເຜົ່າໄຕ ຈະຈັດຂຶ້ນໃນຊ່ວງໄລຍະ ເດືອນກຸມພາ ຂອງແຕ່ລະປີ. ລັກສະນະເຮືອນຂອງຊົນເຜົ່າ ໄຕ ຕາມປະເພນີແລ້ວເມື່ອກ່ອນ ເຂົາເຈົ້າຈະປຸກເຮືອນ ແລະ ຢູ່ເຮືອນ ຮ້ານ, ເສົາຝັງ ຫລື ໜູນຫີນ, ປູ ດ້ວຍຝາກ, ແອ້ມຝາ ໄມ້ເຮ້ຍ ແລະ ມຸງດ້ວຍໃບຫວາຍ ຫລື ຫຍ້າຄາ. ເຮືອນແຕ່ລະຫລັງຈະມີຊານ ເພື່ອ ເປັນບ່ອນໄວ້ນ້ຳ, ກ້ອງຕະລ່າງເປັນ ບ່ອນເກັບມ້ຽນເຄື່ອງອຸປະກອບ ການຜະລິດ, ຟືນ ແລະ ມັດສັດ ລ້ຽງຕ່າງໆ, ພາຍໃນເຮືອນຂອງ ເຂົາເຈົ້າຈະບໍ່ມີການຂັ້ນຫ້ອງນອນ, ແຕ່ເຂົາຈະໃຊ້ຜ້າກັ້ງຂັ້ນອີງຕາມ ຈຳນວນສະມາຊິກຂອງຄອບຄົວ. ຍ້ອນວ່າຢູ່ແຕ່ລະເຮືອນຈະມີຮ້ານ ບູຊາຜີ (ເທວະດາເຮືອນ). ສະນັ້ນ, ພາຍໃນເຮືອນຂອງຊົນເຜົ່າໄຕ ຈະ ມີການ ຄະລຳກ່ຽວກັບການເຂົ້າໄປ ແຕະຕ້ອງສະຖານທີ່ດັ່ງກ່າວ ຊຶ່ງຈະ ຢູ່ໃນບໍລິເວນຫ້ອງນອນຂອງຜູ້ເປັນ ພໍ່, ແມ່. ອີກຢ່າງໜຶ່ງໃນເວລາມີພິທີ ທາງປະເພນີ, ມີການຮັບປະທານ ອາຫານຕ່າງໆ ຫ້າມບໍ່ໃຫ້ຂວໍ້າ ປາກຈອກນ້ໍາ ຫລື ຈອກເຫລົ້າ. ພ້ອມນັ້ນເຂົາເຈົ້າຍັງມີເອກະລັກ ສະເພາະຕົນເອງໃນດ້ານການນຸ່ງ ຖືເອ້ຢ້ອງ ໂດຍການປະດິດຄິດແຕ່ງ ດ້ວຍສີໄມ້ລາຍມືອັນຄ່ອງແຄ້ວ ແລະ ປານີດ ຂອງແມ່ຍິງ ຊຶ່ງເຄື່ອງ ນຸ່ງສ່ວນຫລາຍຈະແມ່ນແພຝ່າຍ ຍ້ອມນິນ ແລະ ມີການຫຍິບປັກຖັກ ແສ່ວດ້ວຍສີສັນຕ່າງໆ. ດ້ານສິລະປະຊົນເຜົ່າໄຕມີເຄື່ອງ ດົນຕີພື້ນເມືອງ ເຊັ່ນ: ກອງ, ແສ່ງ ແລະ ກໍມີກອນຂັບ, ກອນລຳໃນໂອ ກາດງານບຸນສຳຄັນ. ຂະນະດຽວ ກັນ ພາສາຂອງຊົນເຜົ່າໄຕ ແມ່ນຈັດ ເຂົ້າໃນໝວດພາສາ ລາວ-ໄຕ, ມີ ຕົວໜັງສືຂຽນໂດຍສະເພາະແມ່ນ ຕົວໜຶ່ງສືໄຕດຳ ມີລັກສະນະຄ້າຍຄື ກັນກັບໜັງສືລາວບູຮານ. ແຕ່ສຽງ ສຳນຽງປາກບໍ່ມີຕົວ “ດ” ໃຊ້ຕົວ “ລ” ແທນ, ໜັງສືຂຽນນີ້ບໍ່ໄດ້ຮັບ ການສົ່ງເສີມ. ສະນັ້ນ, ມີພຽງ ແຕ່ ຜູ້ເຖົ້າ, ຜູ້ແກ່, ເຈົ້າກົກ, ເຈົ້າເຫລົ່າ ຈຳນວນໜຶ່ງຂອງຊົນເຜົ່ານີ້ເທົ່ານັ້ນ ທີ່ຍັງຮູ້ອ່ານອອກ ແລະ ຂຽນເປັນ.
RkJQdWJsaXNoZXIy MTc3MTYxMQ==