08 xtgmf]k; 37ltok c]t [= ]y = dy ko 06/08/2026 ໃນວັນທີ 3 ສິງຫາ 2026 ທີ່ສຳນັກງານໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈຳກັດ (Unitel) ໄດ້ຈັດພິທີ ມອບ-ຮັບຕຳແໜ່ງ ຜູ້ອຳນວຍການໃຫຍ່ ລະຫວ່າງຜູ້ອຳນວຍການໃຫຍ່ຄົນເກົ່າ ແລະ ຄົນໃໝ່ ຢ່າງ ເປັນທາງການ.ພິທີດັ່ງກ່າວໄດ້ຮັບກຽດເປັນປະທານຂອງທ່ານພົນໂທສາຍໃຈກົມມະສິດ,ກຳມະການ ສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານສະພາບໍລິຫານ ບໍລິສັດ ສະຕາ ໂທລະຄົມ ຈຳກັດ; ພ້ອມດ້ວຍ ທ່ານນາງ ຫງຽນ ທິ ຮົວ, ຜູ້ອຳນວຍການໃຫຍ່ ບໍລິສັດ Viettel Global, ຮອງປະທານສະພາບໍລິຫານ ບໍລິສັດ ສະຕາໂທລະຄົມ ຈຳກັດ, ມີຄະນະສະພາບໍລິຫານ, ຄະນະອຳນວຍການ ແລະ ພະນັກງານຈາກທົ່ວບໍລິສັດ ເຂົ້າຮ່ວມ. ບໍລິສັດ ສະຕາ ໂທລະຄົມ ຈຳກັດ (Unitel) ມອບ-ຮັບ ຕຳແໜ່ງຜູ້ອຳນວຍການໃຫຍ່ ຄົນ ເກົ່າ-ຄົນໃໝ່ສືບຕໍພາລະກິດ ສ້າງສັນທິດທາງໃໝ່ມຸ່ງສູ່ການເຕີບໂຕໃນຍຸກດິຈິຕອນ ໃນພິທີ ຄະນະຈັດຕັ້ງໄດ້ຜ່ານເນື້ອໃນຂໍຕົກລົງ ແລະ ດຳເນີນການເຊັນບົດບັນທຶກມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ເຈີ່ນ ຈຸງ ຮືງ (Trần Trung Hưng) ຜູ້ອຳນວຍການໃຫຍ່ຄົນເກົ່າ ແລະ ທ່ານນາງ ຫງຽນທິ ເຕິມ (Nguyễn Thị Tâm) ຜູ້ອຳນວຍການໃຫຍ່ຄົນໃໝ່ ທີ່ເຂົ້າມາຮັບໜ້າທີ່ນຳພາ ແລະ ບໍລິຫານ Unitel ໃນວາລະຕໍໄປ. ໃນໂອກາດອຳລາໜ້າທີ່, ທ່ານ ເຈີ່ນຈຸງ ຮືງ ໄດ້ກ່າວເຖິງຜົນງານໃນໄລຍະ 4 ປີທີ່ໄດ້ນຳພາUnitel ໃຫ້ຮັກສາການເຕີບໂຕ, ພັດທະນາ ທຸລະກິດແລະ ສ້າງຮາກຖານສຳຄັນສຳລັບການພັດທະນາໃນອະນາຄົດ. ພ້ອມທັງສະແດງຄວາມຂອບໃຈຕໍຄະນະຜູ້ນຳ ແລະພະນັກງານ Unitel ທີ່ໄດ້ຮ່ວມແຮງຮ່ວມໃຈແລະ ສະໜັບສະໜູນຕະຫຼອດໄລຍະການດຳລົງຕຳແໜ່ງແລະ ໄດ້ອວຍພອນໃຫ້ຜູ້ອຳນວຍການໃຫຍ່ຄົນ ໃໝ່ສືບຕໍສະແດງຄວາມສາມາດ, ສະຕິປັນຍາ ແລະ ຈິດໃຈບຸກເບີກ ເພື່ອນຳພາ Unitel ໃຫ້ບັນລຸຜົນງານໃໝ່ແລະ ເຕີບໂຕຢ່າງຍືນຍົງ. ການກ້າວເຂົ້າມາຮັບຕຳແໜ່ງໃໝ່ຂອງທ່ານນາງຫງຽນທິເຕິມຄັ້ງນີ້ນັບໄດ້ວ່າເປັນຜູ້ບໍລິຫານຍິງຄົນທຳອິດຂອງບໍລິສັດສະຕາໂທລະ ຄົມຈຳກັດ(Unitel)ນັບແຕ່ການກໍຕັ້ງຈົນເຖິງປັດຈຸບັນ.ໃນການຮັບໜ້າທີ່ໃໝ່,ທ່ານໄດ້ສະແດງຄວາມຂອບໃຈຕໍຄວາມໄວ້ວາງໃຈແລະຢືນຢັນ ຄວາມມຸ່ງໝັ້ນທີ່ຈະຮ່ວມກັບທີມງານUnitelສ້າງຜົນສຳເລັດໃໝ່.ພ້ອມທັງໃຫ້ຄຳໝັ້ນສັນຍາບາງທິດທາງສຳຄັນທີ່ຈະສືບຕໍຜັກດັນວ່າ: - ສືບທອດ ແລະ ຕໍຍອດຜົນງານ ຂອງຜູ້ນຳລຸ້ນກ່ອນ ເພື່ອສ້າງການເຕີບໂຕທີ່ຕໍເນື່ອງ ແລະ ຍືນຍົງ. - ຍຶດລູກຄ້າເປັນຈຸດໃຈກາງ ພ້ອມຍົກສູງຄຸນນະພາບເຄືອຂ່າຍ, ການບໍລິການ ແລະ ປະສົບການລູກຄ້າ. - ເລັ່ງການຫັນປ່ຽນດິຈິຕອນ ພັດທະນາບໍລິການດິຈິຕອນ, ການເງິນດິຈິຕອນ ແລະ ແພລດຟອມເຕັກໂນໂລຊີ. - ສ້າງທີມງານທີ່ເຂັ້ມແຂງ ມີຄວາມສາມາດ, ສ້າງສັນ ແລະ ພ້ອມຮ່ວມກັນເຕີບໂຕ. - ເພີ່ມທະວີການຮ່ວມມື ກັບພາກລັດ, ອົງການ, ຄູ່ຮ່ວມງານ ແລະ ພາກສ່ວນຕ່າງໆ ໃນ ສປປ ລາວ. ເຊີ່ງທ່ານ ເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີ, ຈິດໃຈບຸກເບີກ ແລະ ການຮ່ວມແຮງຮ່ວມໃຈຂອງທີມງານ Unitel ພ້ອມ ດ້ວຍມູນເຊື້ອມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ, Unitel ຈະສາມາດກ້າວສູ່ບາດກ້າວໃໝ່ ໃນການເປັນອົງກອນ ເຕັກໂນໂລຊີຊັ້ນນຳ ແລະ ຮ່ວມປະກອບສ່ວນຕໍການຫັນປ່ຽນດິຈິຕອນ ແລະ ການພັດທະນາເສດຖະກິດ-ສັງຄົມຂອງລາວ. ສຳລັບການມອບ-ຮັບຕຳແໜ່ງຄັ້ງນີ້ຈຶ່ງບໍແມ່ນພຽງແຕ່ ເປັນການປ່ຽນຜ່ານຜູ້ນຳ ແຕ່ເປັນການສືບຕໍພາລະກິດ, ຕໍຍອດຜົນງານແລະ ເປີດບາດກ້າວໃໝ່ ໃຫ້ Unitel ກ້າວໄປຂ້າງໜ້າຢ່າງໝັ້ນຄົງ ແລະ ຍືນຍົງ.
RkJQdWJsaXNoZXIy MTc3MTYxMQ==