7336

06/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ s;o7n o,6 og-N v;Pd'kolnj ,;o-q o c]t dkory ,9e|j kp vk-Po 0tspkp7;k,Ij ;,,n glu ,lh k'la o8y rk[ c]t dkora fmtok ເພື່ອເຮັດໜ້າທີ່ໂຄສະນາຮັບໃຊ້ ໃຫ້ແກ່ການລວມລາວຄັ້ງທີ I ໃນໄລ ຍະປີ 1957-1959, ໂຮງພິມ ແລະ ໜັງສືພິມລາວຮັກຊາດ ໄດ້ຍ້າຍມາ ຕັ້ງຢູ່ນະຄອນຫລວງວຽງຈັນ. ສຳລັບ ໂຮງພິມລາວຮັກຊາດໃນເວລານັ້ນ ແມ່ນຕັ້ງຢູ່ຄຸ້ມຂົວດິນ ຕໍ່ໜ້າກະຊວງ ປ້ອງກັນຄວາມສະຫງົບປັດຈຸບັນ. ໜ້າ ທີ່ຕົ້ນຕໍຂອງໂຮງພິມແມ່ນພິມໜັງສືພິມ ລາວຮັກຊາດ ທີ່ເປັນກະບອກສຽງ ຂອງພັກ, ຂອງຝ່າຍແນວລາວຮັກຊາດ ທີ່ຕໍ່ສູ້ເພື່ອຄວາມເປັນເອກະລາດ, ສັນ ຕິພາບ ເປັນກາງ; ເນື້ອໃນທີ່ລົງໃນໜ້າ ໜັງສືພິມລາວຮັກຊາດ ລ້ວນແຕ່ໄດ້ ຮັບຄວາມນິຍົມຊົມຊອບ ຈາກປະຊາ ຊົນຫລາຍທີ່ສຸດ ໂດຍສະເພາະໃນບັ້ນ ໂຄສະນາການເລືອກຕັ້ງຜູ້ແທນລາສະ ດອນເພີ່ມເຕີມ ໃນເດືອນເມສາ 1958 ຊຶ່ງມີຍອດພິມສູງຂຶ້ນເຖິງ 12.000 ສະບັບ ເພື່ອແຈກຢາຍໃຫ້ປະຊາຊົນໃນ ທົ່ວປະເທດ. ເນື້ອໃນຂອງການໂຄສະ ນາໃນໄລຍະນັ້ນ ແມ່ນເຜີຍແຜ່ຍຸດໂທ ບາຍສັນຕິພາບ, ເປັນກາງ, ຕໍ່ສູ້ໃຫ້ຝ່າຍ ວຽງຈັນປະຕິບັດສັນຍາຄວາມຖືກ ຕ້ອງປອງດອງຊາດ. ອັນພົ້ນເດັ່ນ ແມ່ນ ໂຄສະນາເປີດໜ້າກາກ ພວກທີ່ມ້າງເພ ທຳລາຍຄວາມປອງດອງຊາດ ແລະ ຂປລ. ສະມາຄົມປະຊາຊາດອາ ຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ເປັນອົງການລະຫວ່າງປະເທດຂອງ ຂົງເຂດອາຊີຕາເວັນອອກສ່ຽງໃຕ້. ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 8 ສິງຫາ 1967 ໂດຍມີ ສະມາຊິກ 5 ປະເທດຄື: ອິນໂດເນ ເຊຍ, ມາເລເຊຍ, ຟີລິບປິນ, ສິງກະ ໂປແລະ ໄທ. ຕະຫລອດເວລາເກືອບ 6 ທົດສະວັດຜ່ານມາ ອາຊຽນ ໄດ້ ພັດທະນາຈາກອົງການຮ່ວມມືລະ ດັບພາກພື້ນ ກາຍເປັນປະຊາຄົມທີ່ ມີບົດບາດສໍາຄັນຕໍ່ການສ້າງສັນຕິ ພາບ, ຄວາມໝັ້ນຄົງ ແລະ ການພັດ ທະນາຢ່າງຍືນຍົງຂອງພາກພື້ນ. ແນວໃດກໍດີ, ຈຸດປະສົງສຳຄັນ ຂອງອາຊຽນ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນ ລະພາບ ແລະ ຄວາມໝັ້ນຄົງຂອງ ພາກພື້ນ, ເຮັດໃຫ້ອາຊີຕາເວັນ ອອກສ່ຽງໃຕ້ເປັນເຂດປອດອາວຸດ ນິວເຄຣຍ ແລະ ອາວຸດທໍາລາຍ ລ້າງຜານອື່ນໆ; ເພື່ອເພີ່ມທະວີ ຄວາມສາມາດໃນການເພິ່ງຕົນ ເອງຂອງພາກພື້ນໂດຍການສົ່ງ ເສີມການຮ່ວມມີທາງດ້ານການ ເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ໃຫ້ ກວ້າງຂວາງ; ເພື່ອເຊື່ອມໂຍງດ້ານ ເສດຖະກິດ, ເຮັດໃຫ້ອາຊຽນກາຍ ເປັນຕະຫລາດ ແລະ ຖານການຜະ ລິດດຽວ, ຮັບປະກັນຄວາມສາມາດ ໃນການແຂ່ງຂັນສູງທາງດ້ານເສດ ຖະກິດອໍານວຍຄວາມສະດວກແກ່ ການຄ້າ ແລະ ການລົງທຶນຢ່າງມີ ປະສິດທິພາບ ໂດຍມີການໄຫລວຽນ ຢ່າງເສລີຂອງສິນຄ້າ, ການບໍລິ ການ ແລະ ການລົງທຶນ; ເພື່ອສົ່ງ ເສີມຄວາມຢູ່ດີກິນດີ ແລະ ການດຳ ລົງຊີວິດທີ່ດີຂອງປະຊາຊົນພາຍໃນ ອາຊຽນ ໂດຍໃຫ້ເຂົາເຈົ້າມີໂອກາດ ຢ່າງເທົ່າທຽມກັນໃນການເຂົ້າເຖິງ ແລະ ຊົມໃຊ້ຜົນປະໂຫຍດຈາກການ ພັດທະນາ, ສະຫວັດດີການ ແລະ ຄວາມຍຸຕິທໍາຂອງສັງຄົມ; ເພື່ອຮັກ ສາບົດບາດຄວາມເປັນແກນກາງ ຂອງອາຊຽນ ແລະ ຄວາມເປັນເຈົ້າ ການໃນການເປັນກຳລັງຂັບເຄື່ອນ ຕົ້ນຕໍໃນການພົວພັນຮ່ວມມືລະ ຫວ່າງອາຊຽນກັບບັນດາຄູ່ເຈລະ ຈາ ແລະ ຄູ່ຮ່ວມຈາກນອກພາກພື້ນ. ສຳລັບຫລັກການພື້ນຖານຂອງ ອາຊຽນ ຕ້ອງເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຜືນ ແຜ່ນດິນອັນຄົບຖ້ວນ ແລະ ເອກະ ລັກແຫ່ງຊາດ ຂອງແຕ່ລະປະເທດ ສະມາຊິກອາຊຽນ, ບໍ່ແຊກແຊງ ເຂົ້າກິດຈະການພາຍໃນຂອງກັນ ແລະ ກັນ, ແກ້ໄຂຂໍ້ຂັດແຍ່ງໂດຍ ສັນຕິວິທີ; ມີພັນທະ ແລະ ຄວາມ ຮັບຜິດຊອບຮ່ວມກັນ ໃນການສົ່ງ ເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນຂອງພາກ ພື້ນ; ບໍ່ຮຸກຮານກັນ, ບໍ່ຂົມຂູ່, ໃຊ້ກຳ ລັງ ຫລື ການກະທໍາທຸກຮູບແບບທີ່ ບໍ່ສອດຄ່ອງກັບກົດໝາຍສາກົນ; ເຄົາລົບສິດຂອງແຕ່ລະປະເທດສະ ມາຊິກໃນການຄົງຕົວ ໂດຍປາສະ ຈາກການແຊກແຊງ, ການໂຄ່ນ ລົ້ມ ແລະ ການບີບບັງຄັບຈາກພາຍ ນອກ; ຍຶດໝັ້ນຫລັກການປົກຄອງ ດ້ວຍກົດໝາຍ, ການປົກຄອງທີ່ດີ, ຫລັກການປະຊາທິປະໄຕ ແລະ ລັດ ຖະບານທີ່ຖືກຕ້ອງຕາມລັດຖະທຳ ມະນູນ; ເຄົາລົບເສລີພາບຂັ້ນຟື້ນ ຖານ, ສົ່ງເສີມປົກປ້ອງສິດທິມະນຸດ ແລະ ຄວາມຍຸຕິທໍາໃນສັງຄົມ; ລະ ເວັ້ນຈາກການມີສ່ວນຮ່ວມໃນການ ດໍາເນີນນະໂຍບາຍ ຫລື ກິດຈະກຳ ໃດໆ, ລວມທັງການນໍາໃຊ້ເຂດດິນ ຂອງຕົນໂດຍປະເທດສະມາຊິກອາ ຊຽນ ຫລື ປະເທດບໍ່ແມ່ນສະມາຊິກ ອາຊຽນ ຫລື ຜູ້ກະທຳທີ່ບໍ່ແມ່ນປະ ເທດໃດໜຶ່ງ ທີ່ເປັນໄພຂົ່ມຂູ່ຕໍ່ອະ ທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ຫລື ສະເຖຍລະພາບທາງດ້ານການ ເມືອງ ແລະ ເສດຖະກິດຂອງບັນດາ ປະເທດສະມາຊິກ; ເຄົາລົບວັດທະ ນາທຳ, ພາສາ ແລະ ສາສະໜາ ທີ່ແຕກຕ່າງກັນຂອງປະຊາຊົນອາ ຊຽນ ຊຶ່ງໃນຂະນະດຽວກັນ ກໍ່ເນັ້ນ ຄ່ານິຍົມຮ່ວມກັນບົນຈິດໃຈແຫ່ງ ຄວາມເປັນເອກະພາບທ່າມກາງ ຄວາມຫລາກຫລາຍໃນອາຊຽນ; ຍຶດໝັ້ນຄວາມເປັນແກນກາງຂອງ ອາຊຽນ ໃນການພົວພັນຮ່ວມມືກັບ ພາຍນອກ, ຮັກສາທັດສະນະແຫ່ງ ການມີສ່ວນຮ່ວມຢ່າງຫ້າວຫັນ, ການເບິ່ງໄປຂ້າງໜ້າ, ການເປີດ ກວ້າງ ແລະ ບໍ່ແບ່ງແຍກ. ຫລັງຈາກສ້າງຕັ້ງອາຊຽນຂຶ້ນ ແລ້ວ, ອາຊຽນກໍໄດ້ເປີດຮັບສະໝັກ ສະມາຊິກໃໝ່ຈາກປະເທດໃນຂົງ ເຂດອາຊີຕາເວັນອອກສ່ຽງໃຕ້ເພີ່ມ ຕື່ມ ເຊັ່ນ : ບຣູໄນ ດາຣູຊາລາມ ເຂົ້າ ເປັນສະມາຊິກອາຊຽນ ວັນທີ 8 ມັງ ກອນ 1984; ສສ ຫວຽດນາມ ເຂົ້າ ເປັນສະມາຊິກອາຊຽນ ວັນທີ 28 ກໍລະກິດ 1995; ສປປ ລາວ ແລະ ສ ສະຫະພາບມຽນມາ ເຂົ້າເປັນສະ ມາຊິກອາຊຽນ ວັນທີ 23 ກໍລະກົດ 1997 ແລະ ລາຊະອານາຈັກ ກຳ ປູເຈຍ ເຂົ້າເປັນສະມາຊິກອາຊຽນ ວັນທີ 30 ເມສາ 1999. ປັດຮອດຈຸ ບັນ ອາຊຽນ ມີສະມາຊິກ 11 ປະ ເທດ ຄື: ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ສິງກະໂປ, ໄທ, ບຣູໄນ, ຫວຽດນາມ, ລາວ, ມຽນມາ, ກຳ ປູເຈຍ ແລະ ຕີມໍ-ແລັດສະເຕ. ນອກຈາກການສ້າງຄວາມຮ່ວມ ມືພາຍໃນພາກພື້ນແລ້ວ, ອາຊຽນ ຍັງໄດ້ມີການຮ່ວມມືກັບພາຍນອກ ຢ່າງກວ້າງຂວາງ ທັງນີ້ກໍເພື່ອແນ ໃສ່ສ້າງສະພາບແວດລ້ອມພາຍ ນອກແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື. ອາຊຽນມີປະ ເທດຄູ່ເຈລະຈາສົມບູນຄື: ສປ ຈີນ, ຍີ່ປຸ່ນ, ສ ເກົາຫລີ, ອິນເດຍ, ຣັດເຊຍ, ອົດສະຕຣາລີ, ນິວຊີແລນ, ສະຫະ ພາບເອີຣົບ, ສ ອາເມລິກາ, ການາ ດາ ແລະ ມີຄູ່ເຈລະຈາຂະແໜງການ 1 ປະເທດຄື: ປາກິສະຖານ. ການ ຮ່ວມມືລະຫວ່າງອາຊຽນ ແລະ ຄູ່ ເຈລະຈາດຳເນີນຜ່ານບັນດາກົນໄກ ທີ່ອາຊຽນລິເລີ່ມຂຶ້ນ ແລະ ມີບົດ ບາດເປັນແກນກາງຄື: ອາຊຽນ+1, ອາຊຽນ + 3, ເວທີພາກພື້ນອາຊຽນ (ARF), ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນບວກ (ADMMplus) ແລະ ກອງປະຊຸມ ສຸດຍອດອາຊີຕາເວັນອອກ(EAS). ນອກຈາກນັ້ນ, ອາຊຽນ ຍັງມີການ ຮ່ວມມືກັບບັນດາປະເທດ ແລະ ບັນ ດາອົງການຈັດຕັ້ງພາກພື້ນ ແລະ ສາກົນອື່ນໆເຊັ່ນ: ສປຊ, ສະພາການ ຮ່ວມມືໃນອ່າວ GCC), ອົງການ ຮ່ວມມືຣີໂອ (Rio Group), ຕະ ຫລາດຮ່ວມອາເມລິກາລາຕິນຕອນ ໃຕ້ MERCOSUR), ສະມາ ຄົມການຮ່ວມມືພາກພື້ນອາຊີໃຕ້ (SAARC) ແລະ ອົງການຮ່ວມ ມື ຊຽງໄຮ. ແນວໃດຕາມ, ນັບແຕ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ໃນປີ 1997 ຊຶ່ງ ສປປ ລາວ ໄດ້ປະ ຕິບັດພັນທະຕ່າງໆຂອງຕົນ ອັນໄດ້ ນໍາເອົາຜົນປະໂຫຍດ ມາສູ່ປະເທດ ຊາດ ແລະ ປະຊາຊົນລາວ ແລະ ພ້ອມທີ່ຈະສືບຕໍ່ປະກອບສ່ວນເຂົ້າ ໃນການສ້າງຄວາມເຂັ້ມແຂງ ໃຫ້ ແກ່ປະຊາຄົມອາຊຽນໃນຕໍ່ໜ້າ ໂດຍຜ່ານການຈັດຕັ້ງຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດ ຂອງ ສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດ ການເຊື່ອມ ຈອດອາຊຽນ. ໃນປີ 2024 ຜ່ານ ມາ, ສປປ ລາວ ກໍໄດ້ຮັບກຽດເປັນ ປະທານອາຊຽນ ຄັ້ງທີ 3 ພາຍໃຕ້ ຄໍາຂວັນ “ເພີ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງອາ ຊຽນ” ແລະ ໄດ້ຮັບຜົນສໍາເລັດອັນ ຈົບງາມ ຊຶ່ງໄດ້ຍົກສູງຖານະບົດ ບາດຂອງ ສປປ ລາວ ໃນເວທີພາກ ພື້ນ ແລະ ສາກົນ ໃຫ້ສູງເດັ່ນຂຶ້ນ. ຂັດຂວາງສິດປະຊາທິປະໄຕຂອງປະ ຊາຊົນ, ອັນເປັນເຫດໃຫ້ຝ່າຍກົງກັນ ຂ້າມທີ່ເປັນປໍລະປັກ ຊອກທຸກວິທີເພື່ອ ທຳລາຍ. ປີ 1958-1959 ສະພາບທາງ ການເມືອງມີຄວາມເຄັ່ງຕຶງ, ລັດຖະ ບານຂອງສະເດັດເຈົ້າ ສຸວັນນະພູມມາ ຖືກໂຄ່ນລົ້ມ, ສະເດັດເຈົ້າ ສຸພານຸວົງ ແລະ ບັນດາຜູ້ນຳຂອງແນວລາວຮັກ ຊາດ ຖືກຈັບກຸມຄຸມຂັງເຂົ້າຄຸກໂພນ ເຄັງ ຊຶ່ງໃນນັ້ນມີທ່ານ ສີຊະນະ ສີສານ ແລະ ທ່ານ ຄຳຜາຍ ບຸບຜາ ຫົວໜ້າ ໜັງສືພິມລາວຮັກຊາດ ກໍຖືກຈັບເຊັ່ນ ດຽວກັນ. ສະນັ້ນ, ໜັງສືພິມລາວຮັກ ຊາດ, ລວມທັງໂຮງພິມ ແລະ ສຳນັກ ພິມ ກໍຖືກປິດ ແລະ ຢຸດຕິການຈຳໜ່າຍ ຊົ່ວຄາວ. ແຕ່ເຖິງຢ່າງໃດກໍຕາມ, ໜັງ ສືພິມລາວຮັກຊາດ ຍັງໄດ້ສືບຕໍ່ພິມຢູ່ທີ່ ງອກລາກ ແຂວງແທັງຮວາ ແລະ ຢູ່ ຮ່າໂນ້ຍ (ປະເທດຫວຽດນາມ). ຫລັງ ຈາກນັ້ນ, ຈຶ່ງໄດ້ກັບຄືນມາພິມຢູ່ເຂດ ທີ່ໝັ້ນຂອງການປະຕິວັດ. ພາຍຫລັງ ໂຮງພິມລາວຮັກຊາດໄດ້ຖືກສ້າງຕັ້ງ ຄືນໃໝ່ຢູ່ເຂດພູແຄ, ເມືອງວຽງໄຊ, ແຂວງຫົວພັນ, ເຄື່ອງຈັກພິມໃນໄລຍະ ນີ້ແມ່ນນຳໃຊ້ລະບົບ “ຕີໂປ” ຄົບຊຸດ. ນອກຈາກພິມໜັງສືພິມລາວຮັກຊາດ ແລ້ວ, ຍັງມີໜ້າທີ່ພິມປຶ້ມຕຳລາຮຽນ ເພື່ອຮັບໃຊ້ເຂົ້າໃນວຽກງານການ ສຶກສາ ລວມທັງປຶ້ມອ່ານ, ປຶ້ມເລື່ອງ ແລະ ສິ່ງພິມອື່ນໆ. ເດືອນສິງຫາ 1975 ຊຶ່ງເປັນໄລ ຍະຝ່າຍກຳລັງປະຕິວັດ ໄດ້ຮັບໄຊຊະ ນະໃນຂອບເຂດທົ່ວປະເທດ, ໜັງສື ພິມ “ລາວຮັກຊາດ” ໄດ້ກັບຄືນມາຕັ້ງ ສຳນັກງານຢູ່ນະຄອນຫລວງວຽງຈັນ ໂດຍປ່ຽນຊື່ເປັນໜັງສືພິມ “ສຽງປະຊາ ຊົນ” ຊຶ່ງຢູ່ໃນສະພາບແວດລ້ອມແຫ່ງ ບາດລ້ຽວປະຫວັດສາດ ທີ່ມີຄວາມ ໝາຍສຳຄັນພິເສດ ໃນການແບກຫາບ ໜ້າທີ່ອັນໜັກໜ່ວງ ແລະ ມີກຽດສະ ຫງ່າຂອງໄຊຊະນະລວມ, ຍາດເອົາເອ ກະລາດ, ອິດສະລະພາບ ມາໃຫ້ປະ ຊາຊົນທັງຊາດ. ສ່ວນວຽກງານການ ພິມ ກໍໄດ້ຄັດຈ້ອນເອົາພະນັກງານ, ກຳມະກອນຈຳນວນໜຶ່ງ ຈາກໂຮງພິມ ແນວລາວຮັກຊາດ ຢູ່ແຂວງຫົວພັນ ແລະ ໂຮງພິມມິດຕະພາບລາວ-ຈີນ ຢູ່ ແຂວງອຸດົມໄຊ ມາເຕົ້າໂຮມເຂົ້າກັນ ກັບໂຮງພິມຂອງລັດຖະບານເກົ່າ ແລ້ວ ຕັ້ງຊື່ເປັນໂຮງພິມແຫ່ງຊາດ ແລະ ນັບ ແຕ່ປີ 1983 ເປັນຕົ້ນມາ ຈຶ່ງໄດ້ປ່ຽນ ຊື່ມາເປັນໂຮງພິມແຫ່ງລັດ; ເຄື່ອງຈັກ ພິມໃນໄລຍະນີ້ ແມ່ນນຳໃຊ້ລະບົບການ ພິມແບບ “ອັອບແຊັດ”. ຫລັງຈາກກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ ໃນວັນທີ 22 ມີນາ 1983, ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕົກລົງປ່ຽນຊື່ໜັງສືພິມ “ສຽງປະ ຊາຊົນ” ມາເປັນໜັງສືພິມ “ປະຊາ ຊົນ” ສຽງຂອງສູນກາງພັກ ປປ ລາວ ຈົນເຖິງປັດຈຸບັນ. ໃນໄລຍະຕໍ່ສູ້ຢ່າງດຸເດືອດ ທ່າມ ກາງແປວໄຟແຫ່ງສົງຄາມ ຕ້ານລັດທິ ລ່າເມືອງຂຶ້ນແບບໃໝ່ຮ່ວມກັບຂະ ບວນການຕໍ່ສູ້ລວມຂອງການປະຕິວັດ ປົດປ່ອຍຊາດ ຊຶ່ງເປັນຍຸດທະສາດຕໍ່ສູ້ ຍືດເຍື້ອຍາວນານ ແຕ່ເດັດຂາດມີໄຊ ຂອງປວງຊົນລາວເຮົານັ້ນ, ວັນທີ 13 ສິງຫາ 1960 ວິທະຍຸກະຈາຍສຽງ ຂອງຝ່າຍປະເທດລາວ ໄດ້ຮັບການ ສ້າງຕັ້ງຂຶ້ນດ້ວຍກຳລັງພິເສດຂອງ ສູນກາງພັກ ແລະ ໄດ້ດຳເນີນງານໄປ ໃນຂະນະທີ່ສະພາບການ ຂອງການ ປະຕິວັດລາວ ໄດ້ມີການປ່ຽນແປງ ຢ່າງແຂງແຮງ ກໍຄືພາຍຫລັງບັນດາ ຜູ້ນຳຂອງແນວລາວຮັກຊາດ ໄດ້ໂຕນ ອອກຈາກຄຸກໂພນເຄັງ ກັບຄືນສູ່ເຂດ ທີ່ໝັ້ນຂອງການປະຕິວັດຢ່າງປອດໄພ ໃນເດືອນ ພຶດສະພາ ປີ 1960. ຫລັງ ຈາກສ້າງຕັ້ງວິທະຍຸກະຈາຍສຽງຂອງ ຝ່າຍປະເທດລາວ ຊຶ່ງມີທ່ານ ຄຳໄຕ ສີພັນດອນ, ທ່ານ ສົມເທີ ເພັດມະນີ, ທ່ານ ສອນ ຄຳວານວົງສາ ແລະ ທ່ານ ອື່ນໆ ໄດ້ຍົກສູງພາລະບົດບາດ ແລະ ເອກະລັກສະເພາະຂອງຕົນ ໃນການ ເປັນປາກກະບອກສຽງຂອງສູນກາງ ແນວລາວຮັກຊາດ ເພື່ອເຮັດໜ້າທີ່ ຂົນຂວາຍປຸກລະດົມປະຊາຊົນບັນດາ ເຜົ່າ ເຂົ້າຮ່ວມການປະຕິວັດ, ຕ້ານ ການຮຸກຮານຂອງພວກລ່າເມືອງຂຶ້ນ ແບບໃໝ່ ແລະ ລູກແຫລ້ງຕີນມືຂອງ ພວກເຂົາຢ່າງພິລະອາດຫານ. ໄລຍະ ຕົ້ນມີພຽງຈັກອັດສຽງຍີ່ຫໍ້ “ມາກ” ເຄື່ອງດຽວເທົ່ານັ້ນ ແລະ ເຄື່ອງກະ ຈາຍສຽງອີກໜຶ່ງເຄື່ອງ ຊຶ່ງແລ່ນດ້ວຍ ຈັກໄຟຟ້າທີ່ໃຊ້ນ້ຳມັນກາຊວນ. ໃນທ້າຍປີ 1960 ລັດຖະບານລາ ຊະອານາຈັກ ທີ່ຖືກຕ້ອງຕາມກົດໝາຍ ແລະ ບັນດາກຳລັງເປັນກາງ ໄດ້ຍ້າຍ ໄປຢູ່ຄັງໄຂ, ແຂວງຊຽງຂວາງ ນັ້ນ, ໄດ້ສ້າງຕັ້ງວິທະຍຸກະຈາຍສຽງ “ແຫ່ງ ປະເທດລາວ” ໂດຍຄຽງບ່າຄຽງໄຫລ່ ກັບວິທະຍຸກະຈາຍສຽງຂອງ “ຝ່າຍ ປະເທດລາວ” ເຮັດໃຫ້ມີກຳລັງແຮງ ເພີ່ມຂຶ້ນ ພ້ອມກັບສື່ສິ່ງພິມອື່ນ ໃນການ ປຸກລະດົມຂົນຂວາຍ, ເຕົ້າໂຮມຄວາມ ສາມັນຄີປະຊາຊົນລາວບັນດາເຜົ່າ ລຸກຂຶ້ນຕໍ່ສູ້ ເພື່ອປົດປ່ອຍປະເທດຊາດ, ຍາດແຍ່ງເອົາສຽງສະໜັບສະໜູນທັງ ພາຍໃນ ແລະ ຕ່າງປະເທດ, ເຜີຍທາດ ແທ້ກະຫາຍສົງຄາມຂອງພວກຈັກກະ ພັດລ່າເມືອງຂຶ້ນ. ການເຮັດໜ້າທີ່ໂຄ ສະນາແລະສົ່ງຂ່າວໃນໄລຍະນັ້ນແມ່ນ ສົ່ງລະຫັດມັອກ ແລະ ຕໍ່ມາສົ່ງແບບ ເຕລາຕິບ. ບາງຄັ້ງພົບກັບອຸປະສັກ ຫຍຸ້ງຍາກທຸລະກັນດານຫລາຍ ຍ້ອນ ສັດຕູຖິ້ມລະເບີດທຳລາຍທາງອາກາດ ຢ່າງໜັກໜ່ວງ, ຈຳເປັນຕ້ອງໄດ້ແຍກ ຍ້າຍເປັນສອງກອງ; ກອງໜຶ່ງໄປຕັ້ງຢູ່ ດົງດ່າ, ຫວຽດນາມ ເອີ້ນວ່າ: ເບໂໝດ (B1), ກອງທີສອງຕັ້ງຢູ່ພູແຄ ເມືອງ ວຽງໄຊ ເອີ້ນວ່າ ເຊສອງ (C2) ມີ ໜ້າທີ່ສົ່ງຂ່າວໃຫ້ກອງ B1. ເພື່ອໃຫ້ປະຊາຊົນ ໄດ້ຮັບຂ່າວຄາວ ຢ່າງທົ່ວເຖິງ, ຈຶ່ງໄດ້ຮັບການຊ່ວຍ ເຫລືອຈາກວິທະຍຸຫວຽດນາມ ຮັບເອົາ ສັນຍານຂອງວິທະຍຸກະຈາຍສຽງ ຂອງຝ່າຍປະເທດລາວ ເພື່ອຖ່າຍທອດ ສຽງວິທະຍຸທັງສອງສະຖານີ ສົ່ງໄປ ໄກໄດ້ທົ່ວປະເທດລາວ. ຈົນມາຮອດປີ 1974 ເຄື່ອງອັດ, ເຄື່ອງສົ່ງແລະ ເຄື່ອງ ຈັກກະຈາຍສຽງ ໄດ້ຖືກຍົກຍ້າຍມາ ຕິດຕັ້ງລວມຢູ່ບໍລິເວນຖ້ຳຈິມ, ເມືອງ ວຽງໄຊ ແຂວງຫົວພັນ; ເຖິງແມ່ນວ່າ ເຄື່ອງຈັກບໍ່ໃຫຍ່ໂຕ ແລະ ບໍ່ທັນສະໄໝ ແຕ່ກໍສາມາດຮັບໃຊ້ລາຍການອອກອາ ກາດໄດ້ເປັນປົກກະຕິ ແຕ່ລະວັນຫລາຍ ຊົ່ວໂມງ ແລະ ມີຫລາຍລາຍການ. ນອກຈາກນີ້, ວິທະຍຸກະຈາຍສຽງຂອງ ຝ່າຍປະເທດລາວ ຍັງໄດ້ຈັດຕັ້ງກອງ ສິລະປະວັນນະຄະດີ; ໃນນັ້ນ, ປະກອບ ມີທັງນັກປະດິດຄິດແຕ່ງ, ນັກຮ້ອງ, ນັກ ຂັບລຳ, ໜ່ວຍລຳເລື່ອງ ແລະ ນັກດົນຕີ ອັນໄດ້ເຮັດໃຫ້ລາຍການສິລະປະວັນ (ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ, ວັນທີ 13 ສິງຫາ 1950-13 ສິງຫາ 2026)ື່ ອັ ນ້ າັ້ ງື່ ມົ ນິ ມ່ າົ ບີ ,ັ ນີ ິ ງິ ງ ນະຄະດີ ຂອງວິທະຍຸກະຈາຍສຽງຝ່າຍ ປະເທດລາວ ມີຄວາມອຸດົມສົມບູນ ແລະ ມີຊີວິດຊີວາຂຶ້ນຕື່ມ. ພາຍຫລັງປະເທດຊາດໄດ້ຮັບການ ປົດປ່ອຍ, ຈຶ່ງໄດ້ປ່ຽນຊື່ມາເປັນວິທະຍຸ ກະຈາຍສຽງແຫ່ງຊາດ ກໍຄືວິທະຍຸ ກະຈາຍສຽງແຫ່ງຊາດລາວ ໃນເວລາ ຕໍ່ມາຈົນເຖິງປັດຈຸບັນ. ເວົ້າລວມແລ້ວ, ນັບແຕ່ມື້ປົດປ່ອຍມາຮອດປັດຈຸບັນ, ວິທະຍຸກະຈາຍສຽງແຫ່ງຊາດລາວ ຍັງເປັນສື່ທີ່ນຳໜ້າ ໃນການເຮັດໜ້າທີ່ ໂຄສະນາເຜີຍແຜ່ແນວທາງຂອງພັກ, ການປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງປວງຊົນລາວ ດ້ວຍ ການລາຍງານຂ່າວທີ່ມີທັງພາສາ ລາວ, ຊົນເຜົ່າ, ຫວຽດນາມ, ຂະແມ, ໄທ, ຝຣັ່ງ ແລະ ພາສາອັງກິດ. ຍ້ອນ ເຫັນໄດ້ຄວາມສຳຄັນຂອງວຽກງານ ນີ້, ພັກ-ລັດຈຶ່ງໄດ້ຍົກລະດັບຄວາມ ແຮງຂອງເຄື່ອງສົ່ງຄື້ນສັ້ນລະບົບ AM ຈາກ 150 ກິໂລວັດ ມາເປັນ 200 ກິ ໂລວັດ, ສ້າງສະຖານີ FM, FM 2, ແລະ FM 3, ໄດ້ຂຶ້ນວິທະຍຸອິນເຕີ ເນັດ ແລະ ອອນລາຍ ຊຶ່ງສາມາດຮັບ ຟັງໄດ້ທົ່ວໂລກ; ມີສະຖານີເຄືອຂ່າຍ ສົ່ງສັນຍານຕໍ່ຢູ່ແຂວງຫລວງພະບາງ ແລະ ປາກຊ່ອງ, ແຂວງຈຳປາສັກ ແລະ ໄດ້ຂະຫຍາຍອີກຕື່ມ 2 ແຫ່ງຢູ່ ແຂວງອຸດົມໄຊ ແລະ ແຂວງສະຫວັນ ນະເຂດ ດ້ວຍການຊ່ວຍເຫລືອຂອງ ລັດຖະບານ ສສ ຫວຽດນາມ. ວິທະຍຸກະຈາຍສຽງແຫ່ງຊາດ ລາວ ໄດ້ມີການພົວພັນກັບວິທະຍຸກະ ຈາຍສຽງ ກັບ ບັນດາປະເທດສະມາຊິກ ອາຊຽນ,VOVຂອງສສຫວຽດນາມ, CRI, ວິທະຍຸ-ໂທລະພາບຂອງແຂວງ ຢຸນນານແລະແຂວງກວາງຊີຂອງສປ ຈີນ; ເປັນສະມາຊິກຂອງສະຖາບັນ ພັດ ທະນາວິທະຍຸກະຈາຍສຽງອາຊີ-ປາຊີ ຟິກ(AIBD)ແລະສະມາຊິກສະຫະພັນ ກະຈາຍສຽງອາຊີ-ປາຊີຟິກອີກດ້ວຍ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==