7336

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 06/08/2026 xtgmf]k; ກຳມາທິການເສດຖະກິດ...ິິ ສອງສະພາທິດສະດີ...ິີ ທູດລາວເຂົ້າຢ້ຽມຂໍ່ານັບ...ູົ້້ໍ່ັ ຍົກລະດັບລະບົບຄຸ້ມຄອງ...ົັົຸ້ ຫາລືວາງແຜນຄຸ້ມຄອງ...ືຸ້ ກຕສ ຍົກລະດັບ...ົັ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ລາວ-ຫວຽດນາມ ໃຫ້ ໝັ້ນຄົງຂະໜົງແກ່ນ ແລະ ແຕກ ດອກອອກຜົນຍິ່ງໆຂຶ້ນ. ການຢ້ຽມ ຢາມຄັ້ງນີ້, ດໍາເນີນໄປໃນທ່າມກາງ ບັນຍາກາດທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ ກໍາລັງຕັ້ງໜ້າຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຂອງ ຕົນ. ພິເສດແມ່ນຢູ່ໃນໄລຍະທີ່ ສປປ ລາວ ກໍາລັງຈັດຕັ້ງການເຊື່ອມຊຶມ ມູນເຊື້ອ 2 ວັນປະຫວັດສາດ ຄື: ວັນ ສ້າງຕັ້ງສາຍພົວພັນການທູດ ລາວຫວຽດນາມ ຄົບຮອບ 64 ປີ, ວັນ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ. ພ້ອມນີ້, ທັງສອງ ຝ່າຍຍັງໄດ້ກຽມຄວາມພ້ອມໃນ ການປະສານສົມທົບກັນ ເພື່ອຫ້າງ ຫາກະກຽມຈັດຕັ້ງສະເຫລີມສະ ຫລອງສອງວັນປະຫວັດສາດໃນປີ ຕໍ່ໄປຢ່າງມີຄວາມໝາຍຕື່ມອີກ. ນອກຈາກນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ຍັງໄດ້ແຈ້ງໃຫ້ຝ່າຍ ຫວຽດນາມ ຊາບກ່ຽວກັບຜົນສໍາ ເລັດອັນສໍາຄັນຂອງພັກປະຊາຊົນ ປະຕິວັດລາວ ໃນໄລຍະຜ່ານມາ ເປັນຕົ້ນການສໍາເລັດກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026, ການສໍາ ເລັດກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີ 12, ວຽກງານ ກວດກາພັກ ຄັ້ງທີ 6, ວຽກງານ ສື່ມວນຊົນ ຄັ້ງທີ I ແລະ ກອງປະ ຊຸມອົງຄະນະພັກໃນຂົງເຂດການ ເມືອງຈໍານວນໜຶ່ງ. ສ່ວນການຮ່ວມ ມືລະຫວ່າງສອງສະພາທິດສະດີ ສູນກາງພັກ, ທັງສອງຝ່າຍໄດ້ຈັດ ຕັ້ງປະຕິບັດຕາມບົດບັນທຶກການ ຮ່ວມມືຢ່າງມີຜົນສໍາເລັດຫລາຍ ດ້ານ, ການຜັດປ່ຽນກັນເປັນເຈົ້າ ພາບກອງປະຊຸມ ແລະ ການແລກ ປ່ຽນບົດຮຽນດ້ານທິດສະດີ-ພຶດຕິ ກໍາໄດ້ກາຍເປັນພື້ນຖານອັນສໍາຄັນ ໃນການປັບປຸງບູລະນະແນວທາງ ນະໂຍບາຍຂອງສອງພັກ, ສຳລັບ ກອງປະຊຸມສໍາມະນາທິດສະດີສອງ ພັກ ຄັ້ງທີ XIII ທີ່ຝ່າຍລາວຈະເປັນ ເຈົ້າພາບຫົວຂໍ້ຫລັກ “ເພີ່ມທະວີ ການເຊື່ອມໂຍງ-ເຊື່ອມຈອດພາກ ພື້ນ ແລະ ສາກົນ ໃຫ້ເຂົ້າສູ່ລວງ ເລິກ ບົດຮຽນລາວ, ຫວຽດນາມ” ຄາດວ່າຈະຈັດຂຶ້ນຢູ່ແຂວງອຸດົມໄຊ ໃນໄຕມາດທີ 4 ຂອງປີ 2026. ຂ່າວ: ແສງຈັນ ກັບການນຳໃຊ້ທາງ ແລະ ຍານພາ ຫະນະ, ສະໜອງຂໍ້ມູນອ້າງອີງໃຫ້ ກະຊວງການເງິນ ເພື່ອນຳໄປໃຊ້ ປະກອບກັບລະບົບ TaxRis ແລະ FinLink ໃນການກວດສອບ ແລະ ເພີ່ມປະສິດທິພາບການຈັດເກັບ ລາຍຮັບ, ການເຊື່ອມຕໍ່ກັບລະບົບ ປະກັນໄພຍານພາຫະນະ, ການຂຶ້ນ ທະບຽນສຳມະໂນຄົວ, ເບີຕິດຕໍ່ ຂອງເຈົ້າຂອງຍານພາຫະນະ, ການ ອອກປຶ້ມອະນຸຍາດລົດຂົນສົ່ງລະ ຫວ່າງປະເທດ ແລະ ລະບົບອື່ນໆທີ່ ກ່ຽວຂ້ອງ. ໃນວັນທີ 3 ສິງຫາ 2026 ຢູ່ ນະຄອນຫລວງວຽງຈັນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມຄະນະຄຸ້ມຄອງ ສະເພາະ ເພື່ອຕິດຕາມປະເມີນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງ ການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບຄົບວົງຈອນ ໂດຍ ເປັນປະທານຂອງທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ທັງເປັນຫົວໜ້າຄະນະຄຸ້ມຄອງ ສະເພາະໂຄງການຄຸ້ມຄອງຍານ ພາຫະນະ ແລະ ການຂົນສົ່ງຄົບ ວົງຈອນ, ມີບັນດາຮອງລັດຖະມົນຕີ, ຜູ້ຕາງໜ້າຈາກກະຊວງ, ອົງການ ແລະ ຄະນະປະສານງານໂຄງການ ເຂົ້າຮ່ວມ. ໂອກາດນີ້ ທ່ານ ຈັນທະລາ ພິມມະຈັກ ຫົວໜ້າກົມຂົນສົ່ງໄດ້ ຍົົກໃຫ້ເຫັນຄວາມຄືບໜ້າການ ຈັດຕັ້ງປະຕິບັດໂຄງການຄຸ້ມຄອງ ຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນນັບແຕ່ການລົງ ນາມສັນຍາສໍາປະທານການລົງທຶນ ຮ່ວມລະຫວ່າງ ພາກລັດ ແລະ ເອກະຊົນ ໃນປີ 2025, ພ້ອມທັງ ສະຫລຸບກ່ຽວກັບປະຫວັດຄວາມ ເປັນມາຂອງໂຄງການນັບແຕ່ຂັ້ນ ຕອນສຶກສາຄວາມເປັນໄປໄດ້ການ ປະມູນ, ການຮັບຮອງຈາກສະພາ ແຫ່ງຊາດ ຈົນຮອດການຈັດຕັ້ງ ຄະນະບໍລິຫານ ແລະ ການດໍາເນີນ ວຽກງານຂອງໂຄງການ ຊຶ່ງໂຄງ ການດັ່ງກ່າວ ເປັນການລົງທຶນຮ່ວມ ລະຫວ່າງພາກລັດ ແລະ ເອກະຊົນ (PPP) ໃນລັກສະນະທີ່ເອກະຊົນ ອອກແບບກໍ່ສ້າງ, ສະໜອງທຶນ ແລະ ດຳເນີນການ (DBFO) ແລະ ອາຊຽນ ປະຈຳ ສສ ຫວຽດນາມ ໃນໂອກາດວັນສ້າງຕັ້ງສະມາຄົມ ປະຊາຊາດອາຊີຕາເວັນອອກສ່ຽງ ໃຕ້ (ASEAN) ຄົບຮອບ 59 ປີ, ວັນເຊັນສົນທິສັນຍາໄມຕີຈິດ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງ ໃຕ້ (TAC) ຄົບຮອບ 50 ປີ ແລະ ວັນທີ່ ສສ ຫວຽດນາມ ເຂົ້າເປັນ ສະມາຊິກອາຊຽນ ຄົບຮອບ 31 ປີ. ໃນໂອກາດນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດແຫ່ງ ຈຳສະພາແຫ່ງຊາດ, ປະທານກຳ ມາທິການເສດຖະກິດ ແລະ ການ ເງິນ (ກສງ), ມີທ່ານ ພູລຳພອນ ເປັນປະທານຂອງທ່ານ ບຸນຊູ ສຸມາລີ ຮອງຫົວໜ້າກົມປູກຝັງ, ມີຜູ້ຕາງໜ້າຈາກກົມຕໍາຫລວດ ສິ່ງແວດລ້ອມ, ກົມການຄ້າພາຍໃນ, ກົມກວດກາ, ພະແນກກະສິກໍາ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງ ຈັນ ແລະ ພະນັກງານວິຊາການ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນຊູ ສຸມາລີ ໄດ້ມີຄໍາເຫັນ ວ່າ: ການສ້າງຕັ້ງຄະນະສະເພາະ ກິດດັ່ງກ່າວ ມີບົດບາດສໍາຄັນໃນ ການກວດກາ ແລະ ນໍາໃຊ້ມາດຕະ ການທາງກົດໝາຍຕໍ່ການລະເມີດ ກ່ຽວກັບຝຸ່ນ ແລະ ຢາປາບສັດຕູພືດ ທີ່ຍັງມີການລະເມີດຫລາຍຮູບແບບ ເຊັ່ນ: ການລັກລອບນໍາເຂົ້າ, ການ ຈໍາໜ່າຍໂດຍບໍ່ໄດ້ຮັບອະນຸຍາດ, ການຈໍາໜ່າຍຢາຕ້ອງຫ້າມ, ການບໍ່ ຕິດສະຫລາກເປັນພາສາລາວ ແລະ ການໂຄສະນາທີ່ບໍ່ໄດ້ຮັບອະນຸຍາດ. ພ້ອມນີ້, ກົມປູກຝັງກະຊວງກະສິ ກໍາ ແລະ ສິ່ງແວດລ້ອມ ໄດ້ອອກ ກົດໝາຍ, ລະບຽບການ ແລະ ການ ສ້າງເຈົ້າໜ້າທີ່ກວດກາທົ່ວປະເທດ, ແຕ່ຕົວຈິງການຈັດຕັ້ງປະຕິບັດ ແມ່ນ ຍັງປະສົບຂໍ້ຫຍຸ້ງຍາກ ແລະ ຈໍາ ຄະນະພັກຮາກຖານແນໃສ່ໃຫ້ວຽກ ງານກວດກາກາຍເປັນເຄື່ອງມືທີ່ ເປັນສິ່ງປ້ອງກັນບໍ່ໃຫ້ມີປະກົດການ ຫຍໍ້ທໍ້, ການສໍ້ລາດບັງຫລວງ ຫລື ການລະເມີດລະບຽບວິໄນຂອງ ພັກເກີດຂຶ້ນໃນສະເພາະໜ້າ ແລະ ຍາວນານທົ່ວອົງຄະນະພັກກະຊວງ. ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ, ປະທານຄະນະ ກວດກາພັກກະຊວງ, ຮອງລັດຖະ ມົນຕີ ກຕສ ໄດ້ກ່າວວ່າ: ວຽກງານ ກວດກາເປັນວຽກງານທີ່ສຳຄັນ ແລະ ເປັນໜຶ່ງໃນພາລະບົດບາດ ນຳພາ-ຊີ້ນຳຂອງຄະນະພັກ ແຕ່ລະ ຂັ້ນ, ເປັນວຽກໜຶ່ງໃນວຽກງານ ກໍ່ສ້າງພັກ-ພະນັກງານ, ເປັນໜ້າ ທີ່ຂອງອົງການເສນາທິການຂອງ ຄະນະພັກ ທີ່ເຮັດວຽກຕິດຕາມ, ກວດກາສະເພາະ , ເປັນວຽກ ທີ່ຄະນະພັກແຕ່ລະຂັ້ນຕ້ອງຮັບຜິດ ຊອບໂດຍກົງ, ຕ້ອງເຮັດເປັນປົກ ກະຕິຕໍ່ເນື່ອງ ແລະ ຂາດບໍ່ໄດ້ສໍາ ລັບການນຳພາຂອງພັກ ແລະ ການ ຄຸ້ມຄອງລັດ. ນອກຈາກນີ້, ຍັງ ໄດ້ຮຽກຮ້ອງໃຫ້ສຳມະນາກອນທີ່ ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້, ຈົ່ງ ພ້ອມກັນຍົກສູງຄວາມຮັບຜິດຊອບ ໃນການຄົ້ນຄວ້າ, ເອົາໃຈໃສ່ຮັບ ຟັງການບັນຍາຍຂອງອາຈານ, ປະ ກອບຄຳເຫັນຢ່າງກົງໄປກົງມາ ແລະ ສົນທະນາແລກປ່ຽນບົດຮຽນ ຈາກພາກທິດສະດີສົມທຽບໃສ່ການ ປະຕິບັດຕົວຈິງ ເພື່ອຜັນຂະຫຍາຍ ໃຫ້ໄດ້ຕາມ 4 ຄຸນລັກສະນະຂອງ ການກວດກາ ຄື: “ມີສາຍຕາແຫລມ ຄົມ, ຫູໄວ, ໃຈສັດຊື່, ມືສະອາດ”. ພ້ອມນີ້, ສະຫາຍໄດ້ເນັ້ນຕື່ມວ່າ ການຝຶກອົບຮົມແມ່ນເປັນເວທີເປີດ ໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີການ ສົນທະນາ-ແລກປ່ຽນບົດຮຽນ ແລະ ປະກອບຄໍາເຫັນກ່ຽວກັບປະ ສົບການໃນການຈັດຕັ້ງປະຕິບັດ ວຽກງານກວດກາໄລຍະຜ່ານມາ ເພື່ອໃຫ້ບັນດາສະຫາຍທີ່ເປັນຜູ້ເຮັດ ວຽກງານກວດກາກາຍເປັນຜູ້ທີ່ ສີຫາວົງ ຮອງປະທານຄະນະປະຈຳ ສະພາປະຊາຊົນແຂວງ, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ແຂວງ (ສສຂ) ທີ່ເປັນກໍາມະການ ຂອງ ກສງ ທີ່ມາຈາກ 6 ແຂວງຄື: ຄໍາມ່ວນ, ສະຫວັນນະເຂດ, ສາລະ ວັນ, ຈຳປາສັກ, ເຊກອງ ແລະ ແຂວງອັດຕະປື ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຈັນທະບູນ ສຸກອາລຸນ ໄດ້ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ການປະຕິບັດພາລະບົດບາດທີ່ ສຳຄັນຂອງສະພາແຫ່ງຊາດ ກໍຄື ສະພາປະຊາຊົນຂັ້ນແຂວງໃນຖາ ນະເປັນອົງການນິຕິບັນຍັດ, ເປັນ ອົງການພິຈາລະນາບັນຫາສໍາ ຄັນຂອງຊາດ ແລະ ເປັນອົງການ ຕິດຕາມກວດກາການປະຕິບັດ ໜ້າທີ່ຂອງອົງການບໍລິຫານ ໂດຍ ສະເພາະແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ, ແຜນງົບປະມານ ແຫ່ງລັດ ແລະ ແຜນເງິນຕາ ຊຶ່ງຖື ເປັນວຽກໜຶ່ງທີ່ສຳຄັນ ແລະ ເປັນ ເສັ້ນເລືອດໃຫຍ່, ທັງເປັນປັດໄຈ ຕັດສິນຊີ້ຂາດຕໍ່ການປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດເຮົາ ແລະ ສ້າງຄວາມເຂັ້ມ ແຂງ, ຍົກລະດັບຄວາມຮູ້, ພັດທະ ນາທັກສະການວິເຄາະ-ວິໄຈ ເພື່ອ ຕິດຕາມມະຕິ ແລະ ສາມາດຕັ້ງຄຳ ຖາມຕໍ່ອົງການບໍລິຫານ ແລະ ການ ສ້າງຄວາມເປັນມືອາຊີບໃຫ້ແກ່ ສສຊ ແລະ ສສຂ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການລາຍງານຜົນສໍາເລັດການສ້າງ ປຶ້ມຄູ່ມືກໍາມາທິການເສດຖະກິດ ແລະ ການເງິນ ປະກອບມີ 7 ຫົວ ຄື: ປຶ້ມຄູ່ມືການພິຈາລະນາຮັບຮອງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງ ລັດ ແລະ ແຜນເງິນຕາ; ປຶ້ມຄູ່ມື ຕົວຊີ້ວັດມະຕິກອງປະຊຸມສະພາ ແຫ່ງຊາດ ກ່ຽວກັບແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນເງິນ ຕາ; ປຶ້ມຄູ່ມືການຕິດຕາມກວດກາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງ ລັດ ແລະ ແຜນເງິນຕາ; ປຶ້ມ ຄວາມຮູ້ພື້ນຖານການເງິນ ແລະ ງົບປະມານ ເພື່ອການພິຈາລະນາ ຮັບຮອງແຜນງົບປະມານແຫ່ງລັດ; ປຶ້ມຄວາມຮູ້ພື້ນຖານເງິນຕາ ແລະ ທະນາຄານ ເພື່ອການພິຈາລະນາ ຮັບຮອງແຜນເງິນຕາ; ປຶ້ມຄວາມ ຮູ້ພື້ນຖານເສດຖະສາດ, ການວາງ ແຜນ ແລະ ການລົງທຶນ ເພື່ອການ ພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນ ເງິນຕາ; ຄວາມຮູ້ພື້ນຖານສະຖິຕິ ແລະ ວິທີວິໄຈປະລິມານ ເພື່ອການ ພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນ ເງິນຕາ. ນອກຈາກນັ້ນ, ຍັງໄດ້ມີ ການມອບ-ຮັບບັນດາປຶ້ມຄູ່ມືຕ່າງໆ ໃຫ້ສະພາປະຊາຊົນແຂວງ 6 ແຂວງ ຕື່ມອີກ. ບຳລຸງຮັກສາຕະຫລອດໄລຍະສຳ ປະທານ 20 ປີ ໂດຍທຸກໆ 5 ປີໃດ ຈະປະເມີນຄືນການຈັດຕັ້ງປະຕິບັດ ສັນຍາເທື່ອໜຶ່ງ. ກອງປະຊຸມຄັ້ງນີ້, ສະແດງໃຫ້ ເຫັນຄວາມເອົາໃຈໃສ່ຂອງລັດຖະ ບານ ແລະ ກະຊວງ ຍທຂ ໃນການ ຜັກດັນໂຄງການສໍາຄັນດ້ານດີຈິ ຕອນ ເພື່ອຍົກລະດັບການຄຸ້ມຄອງ ຍານພາຫະນະ ແລະ ການຂົນສົ່ງ ຂອງປະເທດໃຫ້ມີຄວາມທັນສະໄໝ ໂປ່ງໃສມີປະສິດທິພາບແລະຮອງຮັບ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຍາວ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່ ສສ ຫວຽດນາມ ໄດ້ຕີລາຄາສູງ ຕໍ່ໝາກຜົນທີ່ອາຊຽນບັນລຸ ໄດ້ຮັບ ໃນຫລາຍລາຍການ ແລະ ຂໍ້ລິເລີ່ມ ໃນຂົງເຂດການເມືອງ, ການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ສັງຄົມ ແລະ ວັດທະ ນະທຳ. ສະຫາຍເຊື່ອໝັ້ນວ່າ ບັນດາ ປະເທດອາຊຽນ ຈະຮັກສາຄວາມ ສາມັກຄີ, ຊຸກຍູ້ການຮ່ວມມື, ເສີມ ສ້າງບົດບາດການເປັນສູນກາງ ແລະ ສ້າງປະຊາຄົມອາຊຽນຮອດ ປີ 2045 ໃຫ້ປະສົບຜົນສຳເລັດ. ຫວຽດນາມ ຖືສຳຄັນໃນການ ພົວພັນກັບອາຊຽນ ແລະ ປະເທດ ສະມາຊິກອາຊຽນ, ຖືອາຊຽນເປັນ ຄອບຄົວໃຫຍ່ທີ່ໃກ້ຊິດ ແລະ ເປັນ ປະເທດໃກ້ເຮືອນຄຽງທີ່ສະໜິດ ສະໝົມ. ຫວຽດນາມມີຄວາມມຸ່ງ ຫວັງຢາກສືບຕໍ່ຊຸກຍູ້ສາຍພົວພັນ ລະຫວ່າງຫວຽດນາມກັບອາຊຽນ ແລະ ປະເທດສະມາຊິກອາຊຽນ ເຂົ້າ ສູ່ລວງເລິກ, ແທດເຖິງ, ໝັ້ນຄົງ, ໄວ້ ເນື້ອເຊື່ອໃຈ ແລະ ຍືນຍົງຍາວນານ, ພ້ອມກັນສ້າງປະຊາຄົມອາຊຽນແຫ່ງ ຄວາມສາມັກຄີ ແລະ ເຂັ້ມແຂງ. ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ ມີຄວາມເຂັ້ມແຂງ, ສາມາດເປັນ ເສນາທິການທີ່ແຂງແຮງ, ໜັກແໜ້ນ ໃນວຽກງານກວດກາໃຫ້ຄະນະພັກ ຂັ້ນຕົນ ແລະ ຂໍໃຫ້ຖືເອົາການຝຶກ ອົບຮົມໃນຄັ້ງນີ້ ເປັນໂອກາດໃນ ການແກ້ໄຂບັນຫາຄົງຄ້າງ ແລະ ສ້າງຄວາມເອກະພາບໃນການ ຈັດຕັ້ງປະຕິບັດວຽກງານກວດກາ ຢູ່ແຕ່ລະໜ່ວຍພັກຂອງຕົນໃຫ້ມີປະ ສິດທິຜົນສູງສຸດ. ພ້ອມນີ້, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງ ພັກ, ຮອງປະທານຄະນະກວດກາ ສູນກາງພັກ, ຮອງປະທານ ອົງການ ກວດກາແຫ່ງລັດ, ຮອງຫົວໜ້າ ອົງການຕ້ານການສໍ້ລາດບັງຫລວງ ສູນກາງ ໄດ້ເນັ້ນໃຫ້ເຫັນຄວາມ ສຳຄັນຂອງວຽກງານກວດກາພັກ ໂດຍສະເພາະແມ່ນການກວດກາ ໃນວາລະການຮ່ວມຊີວິດພັກ, ການ ຂະຫຍາຍສະມາຊິກພັກ, ວຽກງານ ກວດກາລັດ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີຢ່າງແທ້ຈິງ, ຜູ້ກວດ ກາຕ້ອງເອົາໃຈໃສ່ຕິດຕາມກວດກາ ຢ່າງເຂັ້ມແຂງ ແລະ ປະຕິບັດໜ້າທີ່ ຕາມພາລະບົດບາດສິດໜ້າທີ່ຕາມ ກົດລະບຽບຂອງພັກ, ກົດໝາຍຂອງ ລັດ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຝຶກອົບຮົມເອົາໃຈໃສ່ຄົ້ນຄວ້າເອົາ ທິດສະດີ-ທຽບເອົາພຶດຕິກຳຕົວຈິງ ທີ່ເກີດຂຶ້ນມາເປັນບົດຮຽນ ແລະ ໝູນໃຊ້ເຄື່ອງມືທັນສະໄໝເຂົ້າໃນ ວຽກງານກວດກາ. ຂ່າວ: ປະລິນຍາ ບາລະຈິດ ກັດ ຈຶ່ງຈໍາເປັນຕ້ອງສ້າງຄະນະ ສະເພາະກິດຂຶ້ນໃນການລົງກວດ ກາ ແລະ ການບັງຄັບໃຊ້ກົດໝາຍ ໃຫ້ເຂັ້ມງວດ. ພ້ອມນີ້, ທ່ານຍັງໄດ້ ຮຽກຮ້ອງໃຫ້ທຸກພາກສ່ວນຮ່ວມມື ກັນຢ່າງໃກ້ຊິດ ເພື່ອນໍາໃຊ້ມາດ ຕະການກວດກາ ແລະ ບັງຄັບໃຊ້ ກົດໝາຍໃຫ້ມີປະສິດທິຜົນ, ປະ ກອບສ່ວນໃນການຄຸ້ມຄອງຝຸ່ນ ແລະ ຢາປາບສັດຕູພືດໃຫ້ເຂົ້າສູ່ກົດ ໝາຍ ແລະ ລະບຽບໃນ ສປປ ລາວ. ພ້ອມກັນນີ້, ທ່ານ ສາຍທອງ ແພງບຸບຜາ ຫົວໜ້າພະແນກລະ ບຽບການ ແລະ ຂຶ້ນທະບຽນປັດ ໄຈການຜະລິດກົມປູກຝັງ, ທັງເປັນ ຜູ້ປະສານງານໂຄງການເຂົ້າເຖິງ ແຫລ່ງທຶນ ແລະ ຫລຸດຜ່ອນເຄມີ ກະສິກຳ (FARM) ໄດ້ຍົກໃຫ້ເຫັນ ຄວາມເປັນມາໃນການຄຸ້ມຄອງເຄມີ ກະສິກຳ (ຝຸ່ນ ແລະ ຢາປາບສັດຕູ ພືດ) ໃນໄລຍະຜ່ານມາລວມເຖິງ ບັນຫາການລະເມີດຕ່າງໆ ແລະ ສະ ເໜີທິດທາງແຜນການຄຸ້ມຄອງໃນ ຕໍ່ໜ້າກ່ຽວກັບການລະເມີດ, ພ້ອມ ທັງປຶກສາຫາລືການບັງຄັບໃຊ້ມາດ ຕະການລົງໂທດຕໍ່ຜູ້ລະເມີດດ້ວຍ ກົດໝາຍ ແລະ ລະບຽບການ. ຂໍ້ມູນ-ພາບ: ຂ່າວສານກະສິກຳ

RkJQdWJsaXNoZXIy MTc3MTYxMQ==