7331

30/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ໂດຍ: ຢ່າຕົ່ງ ໂດຍ: ທ່ານ ຟາງເວິນ, ທ່ານ ່ິ່ ສຽນໂຢວສີ ມະຫາວິທະຍາໄລຊູໂຈວ ີິູ ຄະນະລັດດິທິມມາກັ oerkdkolh k'76 j Ij ;,-k8kde ]k;{9u o mu j g0A ,c0'|P;c|h o .om5 dltrk[dko0v'p5 d.\j [q o9y f.9 4 fu ພ້ອມກັນນັ້ນ, ຍັງໄດ້ດໍາເນີນ ການແລກປ່ຽນຂໍ້ມູນຄຸນນະພາບ ນໍ້າ ການສໍາຫລວດປົກປັກຮັກສາ ພືດ ແລະ ສັດທີ່ຫາຍາກ ແລະ ການ ບູລະນະລະບົບນິເວດຂ້າມແດນຢ່າງ ເປັນປົກກະຕິ ເພື່ອສ້າງຄວາມໝັ້ນ ຄົງທາງລະບົບນິເວດຢູ່ຊາຍແດນ, ເຮັດໃຫ້ນ້ຳໃສພູຂຽວກາຍເປັນຜົນ ປະໂຫຍດທີ່ກວ້າງຂວາງທີ່ສຸດສໍາ ລັບປະຊາຊົນຂອງບ້ານໃກ້ເຮືອນ ຄຽງທີ່ດີ ແລະ ໄດ້ເພີ່ມເນື້ອໃນ ຄວາມໝາຍການພັດທະນາແບບ ຍືນຍົງໃຫ້ແກ່ປະເພນີທີ່ເປັນບ້ານ ໃກ້ເຮືອນຄຽງທີ່ດີ. ຈິດໃຈເພື່ອນ ມິດທີ່ດີມີຄວາມອົບອຸ່ນທີ່ສຸດໃນສາຍ ພົວພັນລະຫວ່າງສອງປະເທດຢ່າງ ສະເໝີຕົ້ນສະເໝີປາຍ. ປະຊາຊົນ ສອງປະເທດໄດ້ມີການພົວພັນກັນ ດ້ວຍຄວາມຈິງໃຈ, ສືບຕໍ່ເສີມ ສ້າງພື້ນຖານຄວາມຄິດເຫັນຂອງ ປະຊາຊົນ ລາວ-ຈີນ, ຊຸກຍູ້ການ ເຊື່ອມໂຍງຈິດໃຈຂອງປະຊາຊົນໃຫ້ ກວ້າງຂວາງ ແລະ ເລິກເຊິ່ງກວ່າ ເກົ່າ, ເຮັດໃຫ້ຈິດໃຈເພື່ອນມິດທີ່ດີ ເຊື່ອມໂຍງເຂົ້າກັບຊີວິດປະຈຳວັນ ແລະ ສືບຕໍ່ເພີ່ມພະລັງທາງດ້ານ ຈິດໃຈໃຫ້ແກ່ຄູ່ຮ່ວມຊາຕາກຳ ລາວ-ຈີນ. ຈິດໃຈມິດຕະພາບປະຕິ ວັດໄດ້ສ້າງຂົວເພື່ອນມິດທີ່ດີອັນເຂັ້ມ ແຂງລະຫວ່າງປະຊາຊົນທັງສອງ ຊາດ. ໃນກາງສະຕະວັດທີ 20, ທ່ານ ເມົາເຈີຕຸງ, ທ່ານ ໂຈເອີນ ລາຍ ແລະ ທ່ານ ໄກສອນ ພົມວິຫານ ພ້ອມດ້ວຍຜູ້ນຳອາວຸໂສທັງຫລາຍ ໄດ້ສ້າງສາຍພົວພັນມິດຕະພາບ ປະຕິວັດອັນເລິກເຊິ່ງຮ່ວມກັນ, ເປັນຮາກຖານໃຫ້ແກ່ມິດຕະພາບ ອັນຍືນຍົງລະຫວ່າງສອງປະເທດ. ປັດຈຸບັນ, ສອງຝ່າຍກໍາລັງຊຸກຍູ້ ການສ້ອມແປງ ແລະ ອະນຸລັກ ຮັກສາສະຖານທີ່ປະຫວັດສາດ ປະຕິວັດ ເຊັ່ນ: “ຖໍ້າຈີນ” ເປັນ ຕົ້ນ, ພະຍາຍາມສ້າງສະຖານທີ່ດັ່ງ ກ່າວໃຫ້ກາຍເປັນຖານການສຶກສາ ອົບຮົມສີແດງ ລາວ-ຈີນ ເພື່ອຫັນ ຄວາມຊົງຈຳທາງປະຫວັດສາດ ໃຫ້ເປັນກຳລັງແຮງທາງຈິດໃຈໃນ ການເຕົ້າໂຮມຄວາມເຫັນທີ່ເປັນ ເອກະພາບ, ຮັບປະກັນມິດຕະພາບ ປະຕິວັດບໍ່ຂາດສາຍຕະຫລອດໄປ. ການຮ່ວມມືດ້ານຊີວິດການເປັນ ຢູ່ຂອງປະຊາຊົນຖືກກັບເປົ້າໝາຍ ແລະ ດໍາເນີນການທີ່ເປັນຮູບປະ ທໍາ ເຮັດໃຫ້ການດູແລທີ່ອົບອຸ່ນ ຈາກເພື່ອນມິດທີ່ດີສາມາດສຳຜັດ 8A '|h klh k'glf4tdy fgvdt]kf gxa og9Q k8q ogv' .sh g-n j v,3p'da [rkdrN o c]t lkdq o ຂປລ. ໃນທ່າອ່ຽງການຂະ ຫຍາຍຕົວຂອງໂລກປັດຈຸບັນ, ການ ພັດທະນາເສດຖະກິດ-ສັງຄົມຂອງ ທຸກໆຊາດລ້ວນແຕ່ຕ້ອງຜະເຊີນໜ້າ ກັບທັງໂອກາດ ແລະ ສິ່ງທ້າທາຍ. ສຳລັບ ສປປ ລາວ ເຮົາ, ການ ສ້າງ “ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ” (ສອຈ) ຖື ເປັນທິດທາງຍຸດທະສາດທີ່ສຳຄັນ ຍິ່ງ ເພື່ອຮັບປະກັນຄວາມໝັ້ນຄົງ, ອະທິປະໄຕ ແລະ ຄວາມຮັ່ງມີວັດ ທະນາຂອງຊາດ ໂດຍບໍ່ແຍກອອກ ຈາກການເຊື່ອມໂຍງ- ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ. ຄວາມໝາຍ ແລະ ຄວາມສຳຄັນ ຂອງ “ເສດຖະກິດ ເອກະລາດ ເປັນ ເຈົ້າຕົນເອງ” ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ບໍ່ ໄດ້ໝາຍເຖິງການປິດປະຕູຢູ່ຜູ້ ດຽວ ຫລື ການເຮັດທຸກຢ່າງໂດຍ ບໍ່ເພິ່ງພາໃຜ, ແຕ່ແມ່ນການສ້າງ ຄວາມເຂັ້ມແຂງຈາກພາຍໃນ, ການ ມີພື້ນຖານເສດຖະກິດທີ່ໜັກແໜ້ນ, ຫລຸດຜ່ອນການເພິ່ງພາພາຍນອກ ໃນດ້ານທີ່ສຳຄັນ ແລະ ມີຄວາມ ສາມາດຕ້ານກັບຜົນກະທົບ ຫລື ວິກິດການທາງເສດຖະກິດຂອງ ໂລກໄດ້. ໃນນັ້ນ, ດ້ານກຳລັງຜະລິດ ແມ່ນສຸມໃສ່ການຜະລິດພາຍໃນ ໃຫ້ເຂັ້ມແຂງ, ຫັນຈາກການນຳ ເຂົ້າ ເປັນການຜະລິດເພື່ອໃຊ້ ແລະ ເພື່ອສົ່ງອອກ; ດ້ານຊັບພະຍາກອນ ແມ່ນນຳໃຊ້ຊັບພະຍາກອນທຳມະ ຊາດ, ແຮງງານ ແລະ ຄວາມຮູ້ ຄວາມສາມາດພາຍໃນຊາດຢ່າງມີ ປະສິດທິພາບ ແລະ ຍືນຍົງ; ດ້ານ ການເງິນ-ເງິນຕາ ແມ່ນສ້າງຄວາມ ເຂັ້ມແຂງໃຫ້ລະບົບການເງິນ, ຄຸ້ມຄອງອັດຕາແລກປ່ຽນ ແລະ ສົ່ງເສີມການໃຊ້ເງິນກີບ. ສຳລັບການເຊື່ອມໂຍງກັບພາກ ພື້ນ ແລະ ສາກົນ ແມ່ນການເປັນ ເຈົ້າຕົນເອງ ຕ້ອງດຳເນີນໄປຄຽງຄູ່ ກັບການ “ເຊື່ອມໂຍງ”. ໃນສະພາບ ໂລກາພິວັດ, ບໍ່ມີປະເທດໃດສາມາດ ຢູ່ໂດດດ່ຽວໄດ້. ການເຊື່ອມໂຍງ ຊ່ວຍໃຫ້ເຮົາ ເປີດກວ້າງຕະຫລາດ, ຫັນຈາກປະເທດທີ່ບໍ່ມີທາງອອກສູ່ ທະເລ ໃຫ້ກາຍເປັນປະເທດເຊື່ອມ ຈອດ ໂດຍຜ່ານເສັ້ນທາງລົດໄຟ, ທາງດ່ວນ ແລະ ລະບົບໂລຈິສ ຕິກ (Logistics). ດຶງດູດການ ລົງທຶນ ແລະ ເຕັກໂນໂລຊີ ໂດຍ ການຮ່ວມມືກັບພາກພື້ນ ເຊັ່ນ: ອາ ຊຽນ ແລະ ສາກົນ ຊ່ວຍນຳເອົາທຶນ ຮອນ, ນະວັດຕະກໍາ, ແລະ ຄວາມ ຮູ້ໃໝ່ໆເຂົ້າມາພັດທະນາປະເທດ; ຍົກລະດັບຄວາມສາມາດໃນການ ແຂ່ງຂັນ ເຮັດໃຫ້ຜະລິດຕະພັນລາວ ມີສິນຄ້າທີ່ມີຄຸນນະພາບ ແລະ ເຂົ້າ ສູ່ຕະຫລາດໂລກໄດ້. ເພື່ອໃຫ້ວິໄສທັດນີ້ ກາຍເປັນ ທັດສະນະທີ່ເປັນຮູບປະທຳ, ພວກ ເຮົາຕ້ອງໄດ້ສຸມໃສ່ບາງວຽກງານ ໂດຍສະເພາະ ຊຸກຍູ້ການຜະລິດ ກະສິກຳເປັນສິນຄ້າ ແລະ ແປຮູບ ຢ່າງແຂງແຮງ ເພື່ອຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສົ່ງອອກ; ພັດທະນາພື້ນຖານ ໂຄງລ່າງໃຫ້ກາຍເປັນສູນກາງການ ບໍລິການທາງຜ່ານ ແລະ ທ່ອງທ່ຽວ ຂອງພາກພື້ນ; ສ້າງ ແລະ ພັດທະນາ ຊັບພະຍາກອນມະນຸດໃຫ້ມີທັກສະ, ຄວາມຮູ້, ຄວາມສາມາດ ເພື່ອ ຮອງຮັບການປ່ຽນແປງທາງດ້ານ ເຕັກໂນໂລຊີ, ດີຈິຕອນ; ປັບປຸງ ກົນໄກການບໍລິຫານ-ຄຸ້ມຄອງໃຫ້ມີ ຄວາມໂປ່ງໄສ, ວ່ອງໄວ ແລະ ສ້າງ ສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ. ການຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃຫ້ ເຊື່ອມໂຍງກັບພາກພື້ນ ແລະ ສາ ກົນ ແມ່ນພັນທະ ແລະ ຄວາມຮັບ ຜິດຊອບຂອງທຸກໆພາກສ່ວນໃນ ສັງຄົມ. ການມີພື້ນຖານເສດຖະກິດ ທີ່ເຂັ້ມແຂງຢູ່ພາຍໃນ ຈະເປັນຖານ ຮອງຮັບຢ່າງໜັກແໜ້ນ ໃຫ້ແກ່ການ ເຊື່ອມໂຍງກັບສາກົນຢ່າງມີກຽດ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ເພື່ອຄວາມຮັ່ງມີ, ປະຊາທິປະໄຕ, ຄວາມສະເໝີພາບ ແລະ ຍຸຕິທຳ ຂອງປະຊາຊົນລາວບັນດາເຜົ່າ. xdl g,n v'w-glf4k l5 ,.lj cdh w0 xtdq fdkosp= m= .ola '7q , ຂປລ. ຕະຫລອດໄລຍະ 6 ເດືອນຕົ້ນປີ 2026 ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ແຂວງອັດຕະ ປື ໄດ້ສຸມໃສ່ການແກ້ໄຂບັນຫາ ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ພາຍໃນເມືອງ ສຸມໃສ່ປ້ອງກັນ ແລະ ແກ້ໄຂບັນຫາປະກົດການ ຫຍໍ້ທໍ້ຕ່າງໆໃນສັງຄົມຢ່າງຕໍ່ເນື່ອງ ໂດຍສະເພາະສະກັດກັ້ນ ແກ້ໄຂທັບ ມ້າງບັນດາປະກົດການຫຍໍ້ທໍ້ຢ່າງ ຕັ້ງໜ້າ ແລະ ເຂັ້ມງວດ, ສຸມໃສ່ ປະຕິບັດ 4 ຄາດໝາຍຂອງກະຊວງ ປ້ອງກັນຄວາມສະຫງົບວາງອອກ ຢ່າງຕໍ່ເນື່ອງ, ເອົາໃຈໃສ່ຈັດຕັ້ງລົງ ໂຄສະນາເຜີຍແຜ່ລະບຽບ, ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ເອົາໃຈໃສ່ກວດກາ ຄຸ້ມຄອງຄົນ ຕ່າງປະເທດ ແລະ ພົນລະເມືອງ ລາວທີ່ມາພັກເຊົາ, ຫັນເອົາກໍາ ລັງກໍ່ສ້າງຮາກຖານ, ປັບປຸງຊຸກຍູ້ ປກສ ກຸ່ມ ແລະ ປກສ ບ້ານໃຫ້ມີ ຄວາມເຂັ້ມແຂງ ຕອບສະໜອງໃຫ້ ແກ່ວຽກງານ. ທ່ານ ພັທ ລັບແກ້ວ ພົມປິດາ ຫົວໜ້າກອງບັນຊາການປ້ອງກັນ ຄວາມສະຫງົບເມືອງໄຊເສດຖາ ໄດ້ ສຳພາດເມື່ອບໍ່ດົນນີ້ວ່າ: ຕະຫລອດ ໄລຍະຜ່ານມາ ຄະນະພັກ, ຄະນະ ນໍາ ລວມທັງບັນດານາຍ ແລະ ພົນ ຕໍາຫລວດ ຂອງກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ເອົາໃຈ ໃສ່ຕໍ່ວຽກງານປ້ອງກັນຄວາມ ສະຫງົບ ໂດຍສະເພາະ ການແກ້ໄຂ ປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ, ໂດຍການເພີ່ມທະວີການນໍາພາ-ຊີ້ ນໍາ ກໍາລັງໃນການຈັດຕັ້ງປະຕິບັດ ໜ້າທີ່ວິຊາສະເພາະ ຊຶ່ງມີຄະດີອາຍາ ເກີດຂຶ້ນ 16 ເລື່ອງ, ກັກຜູ້ຖືກຫາໄດ້ 19 ຄົນ, ຍິງ 1 ຄົນ. ໃນນັ້ນ, ຄະດີ ລັກຊັບມີ 3 ເລື່ອງ, ຄະດີປຸ້ນຊັບມີ 2 ເລື່ອງ, ຄະດີທຳມິດສະຈານມີ 2 ເລື່ອງ, ຄະດີທໍາຮ້າຍຮ່າງກາຍມີ 4 ເລື່ອງ, ຄະດີຊຸກເຊື່ອງ ຊື້-ຂາຍຊັບ ຜິດກົດໝາຍ 2 ເລື່ອງ, ຄະດີທໍາສໍາ ເລົາເດັກ 1 ເລື່ອງ, ຄະດີເຜີຍແຜ່ສິ່ງ ລາມົກຜ່ານລະບົບຄອມພີວເຕີ 1 ເລື່ອງ, ຄະດີທໍາລາຍເອກະສານກາ ປະທັບ 1 ເລື່ອງ, ໄດ້ສະຫລຸບສົ່ງໃຫ້ ໄອຍະການ 2 ເລື່ອງ, ຊັດມ້ຽນ 11 ເລື່ອງ ສົ່ງໃຫ້ ປກສ ແຂວງດໍາເນີນ 1 ເລື່ອງ, ພວມດໍາເນີນ 8 ເລື່ອງ, ເກັບກູ້ເຄື່ອງຂອງກາງທີ່ຄົນຮ້າຍລັກ ໄປສົ່ງຄືນເຈົ້າຂອງມີເງິນ 11 ລ້ານ ກວ່າກີບ, ຄໍາ 2 ບາດ, ລົດຈັກ 1 ຄັນ, ໂທລະສັບ 4 ໜ່ວຍ, ຄວາຍ 1 ໂຕ, ພ້ອມນັ້ນໄດ້ທັບມ້າງເປົ້າໝາຍ ຄ້າຂາຍຢາເສບຕິດ ໄດ້ 9 ຄັ້ງ, ກັກ ຜູ້ຖືກຫາ 11 ຄົນ, ຍິງ 3 ຄົນ, ຢຶດ ຂອງກາງຢາບ້າ 1.201 ເມັດ, ໂທລະສັບ 2 ໜ່ວຍ, ເງິນ 2 ລ້ານ ກວ່າກີບ, ສ່ວນຄະດີ ແມ່ນມອບໃຫ້ ປກສ ແຂວງ ສືບຕໍ່ດໍາເນີນການ. ເມືອງໄຊເສດຖາ ເປັນເມືອງ ທີ່ມີວັດທະ ນ າທໍາ ເ ກົ່າ ແກ່ສືບ ທອດມໍລະດົກແຫ່ງຊາດລະດັບ ທ້ອງຖິ່ນ ທັງເປັນເຂດກະສິກຳອຸດສາຫະກຳ, ມີການລົງທຶນຂອງ ເອກຊົນພາຍໃນ ແລະ ຕ່າງປະເທດ, ການທ່ອງທ່ຽວ, ຢ້ຽມຢາມ, ພັກ ເຊົາ, ເຮັດທຸລະກິດຄ້າ-ຂາຍ, ອອກແຮງງານ, ເຂົ້າ-ອອກຂອງ ພົນລະເມືອງລາວ, ຊາວຕ່າງປະ ເທດກໍມີຫລາຍທີ່ສຸດ ຈາກສະພາບ ຈຸດພິເສດດັ່ງກ່າວ ໄດ້ກາຍເປັນ ສິ່ງທີ່ທາຍ ແລະ ເອື້ອອໍານວຍໃຫ້ ແກ່ກຸ່ມຄົນບໍ່ດີມີການເຄື່ອນໄຫວ ສ້າງຄວາມບໍ່ສະຫງົບເກີດມີບັນຫາ ປະກົດການຫຍໍ້ທໍ້ຢູ່ໃນເມືອງ ເປັນ ຕົ້ນ ສະພາບບັນຫາຢາເສບຕິດ, ການປຸ້ນຈີ້, ຊີງຊັບ, ການລັກ ຊັບພົນລະເມືອງ, ການຄ້າຂາຍ ເຖື່ອນ, ການລັກລອບຂຸດຄົ້ນຊັບ ພະຍາກອນທຳມະຊາດ, ການນໍາ ໃຊ້ອາວຸດເສິກ ປືນແກັບ, ໝໍ້ຊັອດ ໝໍ້ດູດໃນການຫາປາລ່າສັດປ່າທີ່ ຫວງຫ້າມ, ບັນຫາອຸບັດເຫດຕາມ ທ້ອງຖະໜົນ, ການເຂົ້າ-ອອກ ຂອງພົນລະເມືອງລາວ ແລະ ຕ່າງ ປະເທດ, ການຕັ້ງຖິ່ນຖານພູມລໍາ ເນົາ, ການລັກລອບປະກອບອາຊີບ ທີ່ບໍ່ຖືກລະບຽບກົດໝາຍ ຊຶ່ງເຮັດ ໃຫ້ສ້າງຜົນເສຍຫາຍທາງດ້ານ ວັດຖຸ ແລະ ຈິດໃຈ ສ້າງຜົນກະທົບ ຕໍ່ຄວາມບໍ່ສະຫງົບ ແລະ ຄວາມບໍ່ ເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ສົ່ງຜົນກະທົບຕໍ່ການພັດທະນາ ເສດຖະກິດ-ສັງຄົມຂອງເມືອງ. ຕໍ່ບັນຫາດັ່ງກ່າວ, ທ່ານ ພັທ ລັບແກ້ວ ພົມປິດາ ໄດ້ຮຽກຮ້ອງ ໃຫ້ພະນັກງານ-ລັດຖະກອນ, ນັກ ທຸລະກິດ, ຊາວຄ້າຂາຍ, ປະຊາຊົນ ບັນດາເຜົ່າພາຍໃນເມືອງ ຈົ່ງຍົກສູງ ສະຕິເຄົາລົບລະບຽບກົດໝາຍຢ່າງ ເຂັ້ມງວດ, ເປັນເຈົ້າການປະກອບ ສ່ວນເຂົ້າໃນວຽກງານປ້ອງກັນ ຄວາມສະຫງົບ, ຍົກສູງສະຕິຕໍ່ ກົນອຸບາຍເລ່ຫລ່ຽມການເຄື່ອນໄຫວ ຂອງກຸ່ມບໍ່ດີ ເພື່ອສ້າງຄວາມບໍ່ ສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ. ໄດ້. ສອງປະເທດໄດ້ສຸມໃສ່ຄວາມ ຕ້ອງການອັນຮີບດ່ວນຂອງຊີວິດ ການເປັນຢູ່ຂອງປະຊາຊົນ, ຫັນ ມິດຕະພາບໃຫ້ກາຍເປັນການປັບປຸງ ທີ່ປະຊາຊົນສາມາດເຫັນ ແລະ ສໍາ ຜັດໄດ້. ໂຄງການຊ່ວຍເຫລືອ ຂອງຈີນຕໍ່ລາວ ຕັ້ງແຕ່ນໍ້າສະອາດ ພະລັງງານໄຟຟ້າແສງຕາເວັນ ຈົນ ເຖິງການກໍ່ສ້າງສຸກສາລາຂັ້ນບ້ານ, ໄດ້ແກ້ໄຂຄວາມຕ້ອງການພື້ນຖານ ໃນການດໍາລົງຊີວິດຂອງປະຊາຊົນ ໃນເຂດຫ່າງໄກສອກຫລີກຢ່າງມີ ປະສິດທິພາບ. “ໂຄງການແບບ ນ້ອຍແຕ່ງາມ” ຈໍານວນໜຶ່ງໄດ້ ຕອບສະໜອງຄວາມຕ້ອງການຂອງ ຊຸມຊົນຢ່າງຖືກຕ້ອງ, ໄດ້ແກ້ໄຂ ບັນຫາທີ່ມີ “ຄວາມຫຍຸ້ງຍາກໃນ ການໄປໂຮງຮຽນ” ແລະ “ການ ໄປຫາໝໍໄກ” ຂອງປະຊາຊົນ ຫລາຍສິບພັນຄົນ, ຄວາມອົບອຸ່ນ ຂອງເພື່ອນມິດທີ່ດີໄດ້ກາຍເປັນ ຄວາມຮູ້ສຶກທີ່ໄດ້ຮັບຜົນປະໂຫຍດ ທີ່ສາມາດສຳຜັດໄດ້ຂອງຫລາຍພັນ ຄອບຄົວ. ການແລກປ່ຽນດ້ານວັດທະນະ ທຳໄດ້ຮັບການເພີ່ມທະວີ ແລະ ເລິກ ເຊິ່ງຂຶ້ນ ເປັນການຊຸກຍູ້ໃຫ້ໄລຍະ ຫ່າງທາງຈິດໃຈຂອງເພື່ອນມິດ ທີ່ດີໄດ້ໃກ້ຊິດສະໜິດສະໜົມກັນ ຫລາຍຂຶ້ນ. ສອງປະເທດໄດ້ສືບຕໍ່ ຂະຫຍາຍການພົວພັນແລກປ່ຽນໃນ ຂົງເຂດວັດທະນະທຳ, ການສຶກສາ ໄວໜຸ່ມ ແລະ ສື່ມວນຊົນ ເຫລົ່ານີ້ ເປັນຕົ້ນ. ແນວຄິດສັງຄົມນິຍົມທີ່ມີ ສີສັນພິເສດຈີນໃນຍຸກໃໝ່ຂອງ ທ່ານ ສີຈິ້ນຜິງ ແລະ ຄວາມທັນສະໄໝ ແບບຈີນ ແມ່ນຈຸດຮ້ອນການຄົ້ນ ຄວ້າໃນວົງການວິຊາການລາວ, ສ່ວນນັກວິຊາການຈີນ ກໍໄດ້ລົງ ເລິກການສຶກສາຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ແລະ ເອົາໃຈໃສ່ ຕໍ່ການພັດທະນາຄວາມທັນສະໄໝ ຂອງລາວ. ນັກສຶກສາລາວທີ່ມາ ສຶກສາຢູ່ຈີນ ໄດ້ຮັບທຶນການສຶກສາ ແບບຄົບຖ້ວນນັບມື້ນັບຫລາຍຂຶ້ນ, ຄາດວ່າ ຮອດປີ 2028 ຈະມີນັກ ສຶກສາລາວ ມາສຶກສາຢູ່ຈີນປີລະ ສິບພັນຄົນ. ໄວໜຸ່ມສອງປະເທດໄດ້ ແບ່ງປັນຊີວິດປະຈຳວັນ ແລະ ສ້າງ ມິດຕະພາບ ໂດຍເວທີສື່ສັງຄົມອອນ ລາຍ, ພ້ອມທັງໄດ້ມີການຮ່ວມກັນ ຜະລິດສາລະຄະດີ ແລະ ການອ່ານ ດ້ວຍປັນຍາປະດິດ (AI) ເປັນ ຊຶ່ງເປັນນະວັດຕະກໍາທີ່ພົ້ນເດັ່ນຂຶ້ນ ເລື້ອຍໆ ແລະ ກາຍເປັນກຳລັງ ສຳຄັນຂອງເພື່ອນມິດທີ່ດີ. h h ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==