30/07/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp Iv'sq ;|h k 7vlr 8h voIa [Iv'sq ;|h k[a ookmy dko.spj ;k]tlkodq 'lh ko ra ddv,,6 oy fs;Pfok, ຂປລ. ໃນວັນທີ 28 ກໍລະກົດ 2026 ນີ້, ສະຫາຍ ວັນສີ ກົວມົວ ຮອງເລຂາຄະນະພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງ ພັກ (ຄອສພ) ໄດ້ໃຫ້ກຽດຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບສະຫາຍ ຫງວຽນ ຫງັອກ ຮາ ຮອງຫົວໜ້າ ບັນນາທິການໃຫຍ່ ວາລະສານກົງ ສ້ານ ພັກກອມມູນິດຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດນີ້, ສະຫາຍ ວັນສີ ກົວມົວ ໄດ້ສະແດງຄວາມຍິນດີຕ້ອນ ຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງມີຄວາມ ໝາຍສຳຄັນຢ່າງຍິ່ງເພາະເປັນ ການສືບຕໍ່ຖະນຸບຳລຸງ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວຫວຽດນາມ, ປະກອບສ່ວນອັນ ສຳຄັນເຂົ້າໃນບັນຍາກາດແຫ່ງ ການສະເຫລີມສະຫລອງສອງວັນ ປະຫວັດສາດ ລາວ-ຫວຽດນາມ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 64 ປີ ແລະ ວັນລົງນາມ ໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 49 ປີ ໃຫ້ມີ ຄວາມໝາຍເລິກເຊິ່ງຍິ່ງໆຂຶ້ນ, ຊົມ ເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນ ແຫ່ງການຮ່ວມມືລະຫວ່າງວາລະ ສານອະລຸນໃໝ່ ແລະ ວາລະສານ ກົງສ້ານ ໂດຍສະເພາະຜົນສຳເລັດ ໃນການຈັດຕັ້ງປະຕິບັດບົດບັນທຶກ ຊ່ວຍຈໍາໄລຍະປີ 2023-2027. ໂອກາດດຽວກັນ, ສະຫາຍ ຫງວຽນ ຫງັອກ ຮາ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນຂອງສະຫາຍ ວັນສີ ກົວມົວ ໃນຄັ້ງນີ້, ພ້ອມທັງສະແດງຄວາມ ໝັ້ນໝາຍຈະສືບຕໍ່ປະສານສົມທົບ ແລະ ຮ່ວມມືຢ່າງໃກ້ຊິດກັບວາລະ ສານອະລຸນໃໝ່ໃຫ້ຫລາຍຂຶ້ນ. ຂ່າວ: ກິດຕາ; ພາບ: ເກດສະໜາ ໄຟຟ້າຫົງສາ...້ົ ການສົ່ງອອກສິນຄ້າ...ົ່ິ້ ຂປລ. ພິທີປະດັບທຽບຊັ້ນນາຍ ທະຫານທີ່ຮຽນຈົບວິຊາສະເພາະ ຈາກສາຍລັດ ແລະ ເລື່ອນຊັ້ນນາຍ ສິບຢູ່ໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບ (ຮວຜທ) ຈັດຂຶ້ນ ໃນວັນທີ 28 ກໍລະກົດ 2026 ໂດຍ ການເປັນປະທານຂອງສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ຮັກສາ ການຫົວໜ້າການເມືອງໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ, ມີ ຄະນະພັກ-ຄະນະອຳນວຍການ, ຄະ ນະຫ້ອງ 4 ຫ້ອງ, 2 ກອງພັນ, ພະ ນັກງານຫລັກແຫລ່ງ ແລະ ຜູ້ທີ່ໄດ້ ຮັບການປະດັບຊັ້ນເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ສຸວັນນີ ບຸດທະວົງ ຫົວໜ້າພະແນກພະນັກ ງານໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍການ ປະດັບທຽບຊັ້ນນາຍທະຫານໃຫ້ ນັກຮຽນທີ່ຮຽນຈົບວິຊາສະເພາະ ຈາກສາຍລັດ ຢູ່ໂຮງຮຽນວັດທະນະ ທຳຊົນເຜົ່າກອງທັບ ຈຳນວນ 38 ສະຫາຍ. ໃນນັ້ນ, ປະດັບທຽບຊັ້ນ ຮ້ອຍໂທ 37 ສະຫາຍ ແລະ ປະດັບ ທຽບຊັ້ນຮ້ອຍຕີ 1 ສະຫາຍ. ພ້ອມນີ້, ສະຫາຍ ພັນໂທ ສິວອນ ພົມສີຈັນ ຫົວໜ້າພະແນກກຳລັງພົນຍັງໄດ້ ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດ ເລື່ອນຊັ້ນນາຍສິບຢູ່ໂຮງຮຽນວັດ ທະນະທຳຊົນເຜົ່າກອງທັບ. ໃນນັ້ນ, ອະນຸມັດເລື່ອນຊັ້ນສິບຕີ ຂຶ້ນ ສິບໂທ ຈຳນວນ 11 ສະຫາຍ. ໂອກາດນີ້, ສະຫາຍ ພັນເອກ ຄຳສິງ ບຸດຈັນແພງ ໄດ້ຂຶ້ນປະດັບ ຊັ້ນ, ພ້ອມທັງມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ ໄດ້ຮັບການເລື່ອນທຽບຊັ້ນໃໝ່ ໂດຍ ສະຫາຍໄດ້ຕີລາຄາສູງຕໍ່ໝາກຜົນ ຂອງການປະຕິບັດໜ້າທີ່ວຽກງານ, ການຝຶກຝົນຫລໍ່ຫລອມຕົນເອງຈົນມີ ຜົນງານໃນການປະດັບທຽບຊັ້ນໃນ ຄັ້ງນີ້, ພ້ອມທັງໄດ້ເນັ້ນໃຫ້ເອົາໃຈ I;zm xtfa [mP[-A o g]n j vo-A o.sh okpmtsko ຂປລ. ອີງຕາມຂໍ້ມູູນຈາກພະ ແນກສະຖິຕິກະສິກຳ ແລະ ສິ່ງແວດ ລ້ອມ, ກົມແຜນການ ແລະ ການ ຮ່ວມມື ໃຫ້ຮູ້ວ່າ: ການສົ່ງອອກ ສິນຄ້າກະສິກໍາຢູ່ດ່ານສາກົນ ພູ ເກືອ ແຂວງອັດຕະປື ນັບແຕ່ວັນທີ 1-30 ມິຖຸນາ 2026 ສາມາດ ສົ່ງອອກພືດ, ຜະລິດຕະພັນພືດ ແລະ ຜະລິດຕະພັນໄມ້ ຈໍານວນ 25.754,35 ໂຕນ, ລວມເປັນມູນ ຄ່າທັງໝົດ 23.680.417,27 ໂດລາສະຫະລັດ. ສຳລັບລາຍການສິນຄ້າກະສິກໍາ ທີ່ສົ່ງອອກເປັນສ່ວນຫລາຍແມ່ນ ເມັດກາເຟ, ແປ້ງມັນຕົ້ນ, ໝາກ ມ່ວງ, ແກ່ນສາລີບົດ, ຢາງພາລາ, ກາກມັນຕົ້ນ, ໝາກຖົ່ວຂຽວສົດ, ຊາຕົ້ມນໍ້າ, ແປ້ງປະສົມນໍ້າຕານ, ພິກໄທ, ກາກມັນຕົ້ນ, ໄມ້ເຄື່ອງໂຕະ ບູຊາ, ໄມ້ເປືອຍ, ໄມ້ແຄນ, ຢາງ ຍານຂາວສວນປູກ, ຂີ້ເບຍ, ໃບຢາ ສູບແຫ້ງ. ສິນຄ້າດັ່ງກ່າວ ສ່ວນ ຫລາຍແມ່ນໄດ້ສົ່ງອອກໄປ ສສ ຫວຽດນາມ, ສປ ຈີນ, ເນເທີແລນ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກົມໂຄສະນາ ຄອສພ...ົ ຄອສພ, ພ້ອມດ້ວຍວິທະ ຍາກອນສໍາມະນາກອນ ແລະ ພາກ ສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບົວໄລ ພານຸວົງ ໄດ້ກ່າວ ວ່າ: ຈຸດປະສົງໃນການເປີດຝຶກອົບ ຮົມຄັ້ງນີ້ ແນໃສ່ຍົກສູງຄວາມຮູ້ ຟື້ນຖານທາງດ້ານທິດສະດີ ແລະ ເຕັກນິກກ່ຽວກັບການຖ່າຍພາບ, ການຖ່າຍວິດີໂອການຜະລິດສາລະ ຄະດີໃຫ້ແກ່ພະນັກງານກົມໂຄສະນາ ແລະ ເພື່ອນຮ່ວມງານ, ທັງເປັນການ ຍົກລະດັບຄວາມຮູ້, ຄວາມສາມາດ ໃນການຂຽນບົດ, ການສ້າງ ແລະ ການຕັດຕໍ່ສາລະຄະດີທັງແບບສັັ້ນ ແລະ ແບບຍາວກ່ຽວກັບແນວທາງ ແຜນນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດ, ບົດຮຽນໃນ ການສ້າງເສດຖະກິດຄອບຄົວ ແລະ ສາລະຄະດີອື່ນໆຮັບໃຊ້ໃຫ້ແກ່ ວຽກງານໂຄສະນາເຄື່ອນທີ່, ເຜີຍ ແຜ່ຜ່ານສື່ອອນລາຍຕ່າງໆ; ເພື່ອ ສ້າງການຫັນປ່ຽນຮູບແບບໃນການ ໂຄສະນາແນວທາງແຜນນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດ ກໍຄື ບັນດາມະຕິ-ຄໍາສັ່ງຕ່າງໆ ຂອງພັກ-ລັດວາງອອກ ໃຫ້ມີຫລາຍ ສີສັນ, ຫລາຍແພລດຟອມ ເປັນຕົ້ນ Facebook, Youtube, Tiktok ໃຫ້ສາມາດເຂົ້າເຖິງເປົ້າໝາຍຕ່າງໆ ໃນທົ່ວສັງຄົມໄດ້ຢ່າງກວ້າງຂວາງ ແລະ ວ່ອງໄວ. ໂອກາດນີ້, ທ່ານຫົວໜ້າກົມ ໂຄສະນາຍັງໄດ້ຮຽກຮ້ອງມາຍັງ ສໍາມະນາກອນທຸກທ່ານຈົ່ງພ້ອມ ກັນເອົາໃຈໃສ່ຮໍ່າຮຽນ, ແລກປ່ຽນ ບົດຮຽນ, ຊັກຖາມບັນດາຂໍ້ຂ້ອງໃຈ ແລະ ນໍາເອົາຄວາມຮູ້ທີ່ໄດ້ຈາກ ການຝຶກອົບຮົມຄັ້ງນີ້ ໄປໝູນໃຊ້ເຂົ້າ ໃນການປະຕິບັດວຽກງານຕົວຈິງ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ. ພາບ: ອ່າຍຄໍາ ໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າ ທີ່ວຽກງານທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງທີ່ດີໃນການປະຕິບັດ ລະບຽບວິໄນ, ປະຕິບັດທຸກມະຕິຄໍາ ສັງທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ສຸດກົກສຸດປາຍ, ສືບຕໍ່ຝຶກຝົນ ຫລໍ່ຫລອມຕົນເອງໃນທຸກດ້ານ ແລະ ອອກແຮງຄົ້ນຄວ້າຊອກຮູ້ຮໍ່າ ຮຽນວຽກງານຂອງກອງທັບໃຫ້ມີ ຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກ ເຊິ່ງ ໂດຍສະເພາະມູນເຊື້ອການຕໍ່ສູ້, ຄວາມສາມັກຄີ ແລະ ຄວາມເສຍ ສະລະຂອງກອງທັບ ເພື່ອໃຫ້ກາຍ ເປັນພະນັກງານຜູ້ສືບທອດປ່ຽນ ແທນທີ່ດີຂອງກອງທັບໃນຕໍ່ໜ້າ. ຂ່າວ: ໂອລິນ ມິ່ງມີໄຊ ສອດຄ່ອງກັບວິໄສທັດໃນການເປັນ ຜູ້ຜະລິດພະລັງງານໄຟຟ້າທີ່ດີທີ່ສຸດ ໃນ ສປປ ລາວ ຄວບຄູ່ກັບການເປັນ ແລະ ຍີ່ປຸ່ນ. ສິນຄ້າສ່ວນໃຫຍ່ແມ່ນສົ່ງອອກ ໄປ ສສ ຫວຽດນາມ ຊຶ່ງປະກອບ ມີ: ກາເຟ ຈໍານວນ 2.277 ໂຕນ, ໝາກນອດ 600 ໂຕນ, ເປືອກ ບົງ 32 ໂຕນ, ແປ້ງມັນຕົ້ນ 2708 ໂຕນ, ໝາກໂອ 15 ໂຕນ, ນໍ້າຕານ ອໍແກນນິກ 35 ໂຕນ, ນໍ້າຕານຊາຍ ຂາວ 153 ໂຕນ, ກາກນໍ້າຕານ 700 ໂຕນ, ໝາກສົ້ມໂອ(ໝາກ ກ້ຽງໃຫຍ່) 14 ໂຕນ, ໝາກມ່ວງ ຫິມະພານ 70 ໂຕນ, ຂີ້ຢາງພາລາ 1.068,5 ໂຕນ, ໄມ້ຢາງພາລາ 90 ໂຕນ, ໄມ້ຢາງພາລາແປຮູບ 112,5 ໂຕນ, ໄມ້ສັກສໍາເລັດຮູບ 70,1 ໂຕນ ແລະ ໄມ້ວິກ (ໄມ້ອັດ) 2.672,43 ໂຕນ. ພ້ອມນີ້, ຍັງໄດ້ ສົ່ງອອກ ໄປ ສປ ຈີນ ຄື: ແປ້ງມັນ ຕົ້ນ ຈໍານວນ 3.641 ໂຕນ ແລະ ໝາກກ້ວຍ 4.125 ໂຕນ. ນອກ ນັ້ນ, ຍັງໄດ້ສົ່ງອອກນໍ້າຕານຊາຍ ຂາວ, ນໍ້າຕານອໍແກນນິກ ແລະ ນໍ້າຕານຊາຍອໍແກນນິກໄປປະເທດ ແບວຢຽມ ຕື່ມອີກ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ເລີດໃນການດໍາເນີນງານ ເພື່ອສ້າງ ຄວາມສຸກໃຫ້ກັບຜູ້ມີສ່ວນໄດ້ສ່ວນ ເສຍທຸກຝ່າຍ ແລະ ຍັງເປັນການ ສົ່ງເສີມໃຫ້ຕົ້ນໄມ້ທຸກຕົ້ນທີ່ປູກເຕີບ ໃຫຍ່ເປັນສັນຍະລັກແຫ່ງມິດຕະພາບ ແລະ ຄວາມຮ່ວມມືອັນແໜ້ນແຟ້ນ ລະຫວ່າງປະເທດ. ການເຂົ້າຮ່ວມກິດຈະກໍາຂອງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ໃນ ຄັ້ງນີ້, ສະທ້ອນເຖິງຄວາມມຸ່ງໝັ້ນ ຂອງອົງກອນໃນຖານະຜູ້ປະກອບ ກິດຈະການພະລັງງານທີ່ດໍາເນີນ ງານໃນ ສປປ ລາວ ໃນການສະ ນັບສະໜູນຄວາມຮ່ວມມືລະຫວ່າງ ປະເທດໄທ ແລະ ສປປ ລາວ. ການ ສ້າງຄວາມສໍາພັນອັນດີກັບພາກ ລັດ ແລະ ຊຸມຊົນໃນພື້ນທີ່ຊາຍແດນ ຕະຫລອດເຖິງການມີສ່ວນຮ່ວມ ຢ່າງເປັນຮູບປະທໍາໃນການອະນຸລັກ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມຢ່າງຍືນຍົງສອດຄ່ອງກັບ ພະຣາດຊະນິທານໃນການຮັກສາ ສົມດຸນຂອງລະບົບນິເວດ ແລະ ພັດ ທະນາຄຸນນະພາບຊີວິດຂອງປະຊາ ຊົນທັງສອງປະເທດ. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==