7331

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 30/07/2026 xtgmf]k; ປະທານຄະນະກວດກາ... ຮອງປະທານປະເທດ... ຊາວພຸດຮ່ວມໃສ່ບາດ...ຸ່່ ຍົກສູງຂີດຄວາມສາມາດ...ົູີ ສສກ-ສະຫະລັດອາເມລິກາ...ັິ ສ້າງຄວາມເຂັ້ມແຂງ...້ັ້ ຂປລ. ໃນວັນທີ 29 ກໍລະກົດ 2026 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 8 ພສ 2569, ເປັນມື້ບຸນເຂົ້າພັນສາ ພຸດທະສາສະນິກະຊົນລາວບັນດາ ເຜົ່າໄດ້ພ້ອມພຽງກັນໃສ່ບາດຖວາຍ ສັງຄະທານແດ່ພະສົງສາມະເນນ ຢູ່ຕາມວັດວາອາຮາມຕ່າງໆໃນ ຂອບເຂດທົ່ວປະເທດຕາມຮີດຄອງ ປະເພນີທີ່ສືບທອດກັນມາ. ສະເພາະ ຢູ່ນະຄອນຫລວງວຽງຈັນ ພຸດທະ ສາສະນິກະຊົນກໍໄດ້ຮ່ວມກັນໃສ່ ບາດ ຢູ່ຕາມວັດແຫ່ງຕ່າງໆຢ່າງຄຶກ ຄື້ນຖືກຕ້ອງຕາມຮີດຄອງປະເພນີ, ວັດທະນະທຳອັນດີງາມທີ່ເຄີຍສືບ ທອດກັນມາແຕ່ບູຮານນະການ. ກ່ອນຈະມີການໃສ່ບາດຖວາຍ ສັງຄະທານກໍໄດ້ມີພິທີກຳທາງສາ ສະໜາເປັນຕົ້ນສູດມົນ, ຟັງທຳມະ ເທສະໜາ ແລະ ອື່ນໆ. ນອກນັ້ນ, ຢູ່ບາງວັດ ຍັງມີຜູ້ໃຈບຸນນຳເອົາ ກຳນົດທິດທາງການພັດທະນາ ລັດຖະບານດີຈິຕອນ, ເສດຖະກິດ ດີຈິຕອນ ແລະ ສັງຄົມດີຈິຕອນ ແລະ ວາງພື້ນຖານສຳຄັນໃຫ້ແກ່ ການສ້າງໂຄງລ່າງ, ທັກສະ, ການ ບໍລິການ ແລະ ກົນໄກຄຸ້ມຄອງດີຈິ ຕອນຂອງປະເທດ. ສຳລັບຫົວຂໍ້ ຄວາມປອດໄພທາງດ້ານໄຊເບີ ສໍາ ລັບຜູ້ວາງນະໂຍບາຍ ແລະ ພະນັກ ງານລັດຖະກອນເນັ້ນໃສ່ການຄຸ້ມ ຄອງ, ການວາງນະໂຍບາຍ, ການ ປ້ອງກັນໄພຂົ່ມຂູ່ທາງໄຊເບີ ແລະ ການລະເມີດຂໍ້ມູນທີ່ສົ່ງຜົນກະທົບ ຕໍ່ຄວາມໝັ້ນຄົງ, ເສດຖະກິດ ແລະ ຄວາມເປັນສ່ວນຕົວຂອງປະຊາຊົນ. ສ່ວນຫົວຂໍ້ການເພີ່ມຂີດຄວາມ ສາມາດໃຫ້ແກ່ຜູ້ປະກອບການເພດ ຍິງ ໂດຍຜ່ານການຫັນເປັນດີຈິຕອນ ແມ່ນສົ່ງເສີມຜູ້ປະກອບການແມ່ຍິງ (ໂດຍສະເພາະ MSMEs) ໃນ ການນຳໃຊ້ເຄື່ອງມືດີຈິຕອນ ເພື່ອ ຂະຫຍາຍຕະຫລາດ, ສ້າງຕົວຕົນ ອອນລາຍ, ບໍລິຫານຕົ້ນທຶນ ແລະ ເພີ່ມຂີດຄວາມສາມາດໃນການ ແຂ່ງຂັນ. ການຈັດຝຶກອົບຮົມໃນຄັ້ງນີ້, ບໍ່ ພຽງແຕ່ສະທ້ອນເຖິງການປະສານ ງານທີ່ດີລະຫວ່າງສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີກະຊວງເຕັກ ໂນໂລຊີ ແລະ ການສື່ສານ ຮ່ວມກັບ ສູນຝຶກອົບຮົມເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ເພື່ອການພັດທະນາ ອາຊີ ແລະ ປາຊີຟິກ (APCICT) ເທົ່ານັ້ນ, ແຕ່ຍັງສະທ້ອນເຖິງວິໄສທັດ ຮ່ວມກັນໃນການສ້າງສັງຄົມ ແລະ ເສດຖະກິດດີຈິຕອນທີ່ທົ່ວເຖິງ, ປອດ ໄພ ແລະ ຍືນຍົງ. ຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ ບົດຮຽນຈາກປະເທດຕ່າງໆ, ພ້ອມ ກັນນັ້ນ ຈະມີການນໍາສະເໜີຜົນ ການວັດແທກຄວາມທຸກຍາກຈາກ ການສໍາຫລວດການໃຊ້ຈ່າຍ ແລະ ການຊົມໃຊ້ຂອງຄົວເຮືອນ ຫລື LECS7, ການປະເມີນຄອບຄົວ ແລະ ບ້ານທຸກຍາກຕາມດຳລັດ ເລກທີ 348/ລບ ວ່າດ້ວຍມາດຕະ ຖານພົ້ນທຸກ ແລະ ມາດຕະຖານ ພັດທະນາ. ພ້ອມນີ້, ຍັງໄດ້ມີການ ສົນທະນາແບບແລກປ່ຽນທັດສະນະ ແລະ ບົດຮຽນລະຫວ່າງພາກສ່ວນ ສະຖິຕິ, ຂະແໜງກະສິກຳ, ມະຫາ ວິທະຍາໄລ ແລະ ທະນາຄານໂລກ ຕື່ມອີກ. ໂ ອ ກ າ ດ ນີ້, ທ່າ ນ ນ າ ງ ເພັດສະໝອນ ສອນ ໄດ້ເນັ້ນວ່າ: ຂໍ້ມູນສະຖິຕິທີ່ຖືກຕ້ອງ ແລະ ໜ້າ ເຊື່ອຖືເປັນເຄື່ອງມືສຳຄັນທີ່ຊ່ວຍ ໃຫ້ລັດຖະບານເຂົ້າໃຈເຖິງສາເຫດ ແລະ ສະຖານທີ່ຂອງຄວາມທຸກຍາກ ເພື່ອອອກແບບນະໂຍບາຍໃຫ້ ເຂົ້າເຖິງກຸ່ມເປົ້າໝາຍໄດ້ຢ່າງແທ້ ຈິງຕາມເປົ້າໝາຍພັດທະນາແບບ ຍືນຍົງ. ຂໍ້ມູນ-ພາບ: ກະຊວງການເງິນ ສຳເລັດໃນໜ້າທີ່ວຽກງານໃໝ່ ທີ່ ທ່ານທູດຈະໄດ້ຮັບຜິດຊອບໃນອະ ນາຄົດ ແລະ ສະແດງຄວາມຫວັງ ວ່າທ່ານທູດຈະສືບຕໍ່ປະກອບສ່ວນ ເຂົ້າໃນການສົ່ງເສີມການພົວພັນ ຮ່ວມມືລະຫວ່າງສອງປະເທດ ໂດຍ ສະເພາະການຊຸກຍູ້ທ່ານທູດຜູ້ໃໝ່ ທີ່ ຈະມາຮັບໜ້າທີ່ມີຂໍ້ມູນເປັນພື້ນຖານ ໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ແລະ ສືບຕໍ່ຈັດຕັ້ງປະຕິ ບັດບັນດາໂຄງການຮ່ວມມືໃຫ້ມີ ຄວາມຄືບໜ້າເລື້ອຍໆ. ໃນໂອກາດດຽວກັນນີ້, ທ່ານ ຢາຣອນ ເມເຢີ ກໍໄດ້ສະແດງຄວາມ ຂອບໃຈມາຍັງລັດຖະບານ ແລະ ປະ ຊາຊົນລາວທີ່ໄດ້ໃຫ້ການຊ່ວຍເຫລືອ ສະໜັບສະໜູນ ແລະ ອໍານວຍຄວາມ ສະດວກເຮັດໃຫ້ການປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ ປະສົບຜົນ ສໍາເລັດ, ພ້ອມທັງສະແດງຄວາມ ໝາຍໝັ້ນທີ່ຈະສືບຕໍ່ປະກອບສ່ວນ ໃນການຊຸກຍູ້ສົ່ງເສີມສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງອິດສະຣາແອນ ແລະ ສປປ ລາວ ໃຫ້ນັບມື້ນັບຈະເລີນ ງອກງາມຍິ່ງໆຂຶ້ນ. ຂ່າວ: ກິດຕາ; ພາບ: ສຳນານ xtmko7totd;fdkl6 odk'ra d g7nj vows;;Pd'ko16j g,n v'pvfv6 ສະຫາຍ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ( ຜູ້ທີ 5 ນັບຈາກຊ້າຍຫາຂວາ ) ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການ ກົມການເມືອງສູນກາງພັກ, ຄະນະ ເລຂາທິການສູນກາງພັກ, ປະທານ ຄະນະກວດກາສູນກາງພັກ, ປະ ທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດ ບັງຫລວງສູນກາງ ພ້ອມຄະນະ ແລະ ຄະນະນຳຂອງແຂວງຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຢູ່ເມືອງຍອດອູ. ໂອກາດນີ້, ສະຫາຍ ສົມຫວັງ ສຸມວິໄລ ເລຂາພັກເມືອງຍອດອູ ໄດ້ລາຍງານສະພາບລວມຂອງ ເມືອງໃນການຈັດຕັ້ງປະຕິບັດວຽກ ງານ 6 ເດືອນຕົ້ນປີ ໂດຍຄະນະ ບໍລິຫານງານພັກເມືອງ ໄດ້ແບ່ງ ຄວາມຮັບຜິດຊອບພາຍໃນ, ກຳນົດ ແຜນດຳເນີນງານ ແລະ ລະບອບ ແບບແຜນວິທີເຮັດວຽກຢ່າງລະ ອຽດຈະແຈ້ງ ໂດຍໄດ້ກຳນົດ ແລະ ສຸມໃສຈັດຕັ້ງປະຕິບັດ 9 ບັນຫາ, 5 ທ່າແຮງ, 7 ແລວພັດທະນາ, 4 ທາງອອກ ແລະ 10 ແຜນງານ 36 ໂຄງການຕິດພັນກັບການຫັນລົງ ກໍ່ສ້າງຮາກຖານການເມືອງ, ພັດ ທະນາຊົນນະບົດ, ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ແລະ ຕິດພັນ ກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ໂດຍສຸມໃສ 18 ບ້ານເປົ້າ ໝາຍຂອງເມືອງ. ໃນ 6 ເດືອນ ຕົ້ນປີ 2026 ເສດຖະກິດຍັງສືບຕໍ່ ຂະຫຍາຍຕົວໃນທາງທີ່ດີສະແດງ ອອກລວມຍອດມູນຄ່າຜົນຜະລິດ ພາຍໃນເມືອງສາມາດບັນລຸໄດ້ 707,88 ຕື້ກີບ, ທຽບໃສ່ແຜນການ ປະຕິບັດໄດ້ 73,09%, ລາຍຮັບ ສະເລ່ຍຕໍ່ຫົວຄົນບັນລຸໄດ້ 20,47 ລ້ານກີບ, ສາມາດປະຕິບັດລາຍຮັບ ໄດ້ທັງໝົດ 5.926,19 ລ້ານກີບ. ໃນນີ້, ລາຍຮັບທ້ອງຖິ່ນປະຕິບັດໄດ້ 3.176,76 ລ້ານກີບ ທຽບໃສ່ໄລຍະ ດຽວປີຜ່ານມາເທົ່າກັບ 143,27%, ທຽບໃສ່ແຜນການປີປະຕິບັດໄດ້ 62,52% (ແຜນການ 5.081,06 ລ້ານກີບ) ແລະ ລາຍຮັບດຸ່ນດ່ຽງ ຈາກແຂວງ 2.749,42 ລ້ານກີບ, ສາມາດຈັດຕັ້ງປະຕິບັດໂຄງການ ລົງທຶນເອກະຊົນພາຍໃນ ແລະ ຕ່າງ ປະເທດໄດ້ທັງໝົດ 38 ໂຄງການ, ມູນຄ່າການລົງທຶນລວມ 3.190,98 ຕື້ກີບ, ໄດ້ລົງທຶນເຂົ້າແຕ່ລະຂະ ແໜງການລາຍລະອຽດຄື: ຂະ ແໜງກະສິກຳ ແລະ ປ່າໄມ້ ມີ 27 ໂຄງການ, ມູນຄ່າການລົງທຶນ 63,34 ຕື້ກີບ, ຂະແໜງອຸດສາຫະ ກຳ ແລະ ການຄ້າ ມີ 11 ໂຄງການ, ມູນຄ່າການລົງທຶນ 3.127,64 ຕື້ ກີບ, ທົ່ວເມືອງຈຳນວນບ້ານທີ່ມີ ເສັ້ນທາງເຂົ້າເຖີງມີ 73 ບ້ານ ກວມ ເອົາ 100%, ທາງທຽວໄດ້ 2 ລະດູ ມີ 50 ບ້ານ ກວມເອົາ 68,49% ຂອງບ້ານທົ່ວເມືອງ, ທາງທ່ຽວໄດ້ ລະດູດຽວມີ 23 ບ້ານ ກວມເອົາ 32% ຂອງບ້ານທົ່ວເມືອງ, ວຽກ ງານນໍ້າປະປາຈໍານວນບ້ານທີ່ຊົມ ໃຊ້ນໍ້າປະປາມີ 7 ບ້ານ. ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳ ຂອງຄະນະພັກ-ຄະນະນຳຂອງ ເມືອງ ທີ່ໄດ້ມີຜົນສຳເລັດຫລາຍ ດ້ານ, ພ້ອມເນັ້ນໃຫ້ຄະນະພັກ, ຄະ ນະນຳຂອງເມືອງເອົາໃຈໃສ່ຫລາຍ ດ້ານເປັນຕົ້ນພ້ອມກັນເອົາໃຈໃສ່ໃນ ການນຳພາ-ຊີ້ນຳການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່, ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງຕິດພັນກັບຄາດໝາຍສູ້ ຊົນຂອງແຂວງ-ຂອງເມືອງ, ເພີ່ມ ທະວີໃນການສ້າງການຫັນປ່ຽນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນໄດ້ຮັບການປັບປຸງດີ ຂຶ້ນກວ່າເກົ່າ; ເພີ່ມທະວີໃນການ ເຄື່ອນໄຫວວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ພາຍໃນ ເມືອງ, ແກ້ໄຂບັນຫາປະກົດການຫຍໍ້ ທໍ້ໂດຍສະເພາະບັນຫາຢາເສບຕິດ; ສືບຕໍ່ເອົາໃຈໃສ່ໃນການພັດທະນາ ເສດຖະກິດ, ສົ່ງເສີມເສດຖະກິດ ພູມປັນຍາຂອງປະຊາຊົນ, ສົ່ງເສີມ ໃຫ້ປະປະຊາຊົນມີວຽກເຮັດງານ ທຳເພື່ອສ້າງລາຍຮັບເປັນຕົ້ນແມ່ນ ການປູກ, ການລ້ຽງ, ດຶງດູດການ ລົງທຶນຂອງພາຍໃນ, ຕ່າງປະເທດ, ສ້າງຖານລາຍຮັບໃໝ່ດ້ວຍການ ສົ່ງເສີມການລົງທຶນ, ເອົາໃສ່ໃສ່ ຊຸກຍູ້ສົ່ງເສີມໃຫ້ລູກຫລານໄດ້ຮັບ ການສຶກສາເພາະການສຶກສາກໍ ເປັນໜຶ່ງໃນເງື່ອນໄຂແກ້ໄຂຄວາມ ທຸກຍາກ; ຊຸກຍູ້ສົ່ງເສີມແຮງງານ ດິບໃຫ້ກາຍເປັນແຮງງານທີ່ມີ ຄວາມຮູ້ຄວາມສາມາດ; ການກໍ່ ສ້າງພັກ-ພະນັກງານກໍຕ້ອງໄດ້ ເອົາໃຈໃສ່ສ້າງພະນັກງານໃຫ້ມີ ຄຸນສົມບັດສິນທຳປະຕິວັດ, ມີຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສັບຊ້ອນໜ້າທີ່ວຽກງານໃຫ້ສອດ ຄ່ອງຕາມຄວາມຮູ້ຄວາມສາມາດ, ສຳລັບວຽກງານກວດກາຄະນະ ພັກ, ຄະນະນໍາຕ້ອງເຂົ້າໃຈຢ່າງ ເລິກເຊິ່ງຕໍ່ວຽກງານກວດກາ, ເພາະວຽກງານກວດກາແມ່ນໜຶ່ງ ໃນວຽກງານການນຳພາຂອງພັກ ເປັນກົນໄກການບໍລິຫານໜຶ່ງຂອງ ການນຳພາຄຸ້ມຄອງບໍລະຫານລັດ, ແຜນການກວດກາຕ້ອງເປັນແຜນ ຂອງຄະນະປະຈຳພັກເມືອງບໍ່ແມ່ນ ຂອງຄະນະກວດກາ, ຄະນະກວດ ກາແມ່ນເຮັດໜ້າທີ່ຕິດຕາມ, ກວດ ກາຕາມແຜນຂອງຄະນະປະຈໍາພັກ ເມືອງ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ, ຜູ້ເຮັດວຽກງານກວດ ກາຕ້ອງມີສາຍຕາແຫລມຄົມ, ຫູໄວ, ໃຈສັດຊື່, ມືສະອາດ. ໃນວັນດຽວກັນນີ້,ສະຫາຍວັນໄຊ ພອງສະຫວັນ ກໍໄດ້ມອບເງິນ 50 ລ້ານກີບ, ຄອມພິວເຕີ ແລະ ປີ່ນເຕີ 6 ຊຸດ ໃຫ້ເມືອງ ເພື່ອນຳໄປໝູນໃຊ້ໃນ ວຽກງານຕ່າງໆຂອງເມືອງ ແລະ ໄປຢ້ຽມຊົມຫ້ອງການຕາແສງບຸນ ໃຕ້ ຕື່ມອີກ. ເພື່ອຍົກລະດັບຄວາມສາມາດໃນ ການສິດສອນພາສາອັງກິດໃຫ້ແກ່ ຄູ-ອາຈານໃນລາວ, ການປັບປຸງ ຫລັກສູດ ແລະ ສື່ການຮຽນ-ການ ສອນ, ພ້ອມທັງສົ່ງເສີມການແລກ ປ່ຽນວັດທະນະທໍາລະຫວ່າງສອງ ປະເທດ ຕື່ມອີກ. ໃນວັນທີ 29 ກໍລະກົດ 2026 ທີ່ ສໍານັກກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີເຊັນບົດບັນທຶກຄວາມ ເຂົ້າໃຈ ຫລື MOU ວ່າດ້ວຍການ ຮ່ວມມືໃນໂຄງການຜູ້ຊ່ວຍຄູສອນ ພາສາອັງກິດ ແລະ ຜູ້ຊ່ຽວຊານ ທາງດ້ານພາສາອັງກິດ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ສະຖານ ເອກອັກຄະລັດຖະທູດສະຫະລັດ ອາເມລິກາ ປະຈຳ ສປປ ລາວ ໂດຍການຮ່ວມລົງນາມຂອງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມ ຮ່ວມມືກັບຕ່າງປະເທດ, ກະຊວງ ສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ມິເຊວ ວາຍ ເອົາລໍ (Michelle Y Outlaw) ອຸປະທູດ ຮັກສາການຊົ່ວຄາວສະຖານເອກ ອັກຄະລັດຖະທູດສະຫະລັດອາເມ ລິກາ ປະຈຳ ສປປ ລາວ ໂດຍມີ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຮອງຫົວໜ້າ ຫ້ອງການ, ຮອງຫົວໜ້າກົມ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ໂຄງການດັ່ງກ່າວ, ໄດ້ຮັບການ ສະໜັບສະໜູນທຶນທັງໝົດຈາກ ກະຊວງການຕ່າງປະເທດ ສະຫະ ລັດອາເມລິກາ ໂດຍມີເປົ້າໝາຍ ເພື່ອຍົກລະດັບຄວາມສາມາດໃນ ການສິດສອນພາສາອັງກິດໃຫ້ ແກ່ຄູ-ອາຈານລາວ, ການປັບປຸງ ຫລັກສູດ ແລະ ສື່ການຮຽນ-ການ ສອນ, ພ້ອມທັງສົ່ງເສີມການແລກ ປ່ຽນວັດທະນະທຳລະຫວ່າງສອງ ປະເທດ, ພາຍໃຕ້ MOU ສະບັບ ນີ້, ຝ່າຍອາເມລິກາ ຈະສົ່ງຜູ້ຊ່ວຍ ຄູສອນພາສາອັງກິດ 12 ທ່ານ ແລະ ຜູ້ຊ່ຽວຊານພາສາອັງກິດ 5 ທ່ານ ເຂົ້າມາປະຈໍາການຢູ່ຕາມ ມະຫາວິທະຍາໄລ, ວິທະຍາໄລຄູ, ວິທະຍາໄລເຕັກນິກ-ວິຊາຊີບ ແລະ ໂຮງຮຽນມັດທະຍົມຢູ່ໃນຫລາຍ ແຂວງທົ່ວປະເທດ ສປປ ລາວ ເປັນ ໄລຍະເວລາ 2 ປີ ນັບແຕ່ມື້ລົງລາຍ ເຊັນເປັນຕົ້ນໄປ. ຂ່າວ-ພາບ: ບົວລະພາ ຫລາຍຂຶ້ນ, ຕິດພັນກັບການປຸງແຕ່ງ ເພື່ອສະໜອງພາຍໃນເມືອງໃຫ້ກຸ້ມຢູ່ ກຸ້ມກິນ, ເອົາໃຈໃສ່ໃນການປົກປັກ ຮັກສາທຳມະຊາດ, ສິ່ງແວດລ້ອມ, ດຶງດູດການລົງທຶນດ້ວຍທ່າແຮງ ຂອງເມືອງທີ່ມີ; ສົ່ງເສີມລູກຫລານ ໃຫ້ໄດ້ຮຽນໜັງສື ເພື່ອເປັນກໍາລັງ ແຮງໃນການແກ້ໄຂຄວາມທຸກຍາກ, ຄູ-ອາຈານກໍຕ້ອງໄດ້ເອົາໃຈໃສ່ໃນ ການສິດສອນ. ສຳລັບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເປັນວຽກ ຍຸດທະສາດທີ່ສຳຄັນທີ່ຈະຕ້ອງໄດ້ ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ໂດຍສະເພາະບັນຫາປະກົດການ ຫຍໍ້ທໍ້, ບັນຫາຢາເສບຕິດ, ມີສະຕິຕໍ່ ກົນອຸບາຍຕ່າງໆຂອງອິດທິກຳລັງ ປໍລະປັກ; ວຽກງານກໍ່ສ້າງພັກພະນັກງານ ຕ້ອງຍົກສູງຄຸນນະ ພາບຂອງການຈັດຕັ້ງພັກ, ການ ຈັດຕັ້ງປະຕິບັດບັນດາມະຕິຄໍາສັ່ງ ຂອງພັກ, ການຂະຫຍາຍພັກ, ຍົກ ລະດັບຄວາມຮູ້ຄວາມສາມາດຂອງ ສະມາຊິກພັກ-ພະນັກງານ, ການ ເຄື່ອນໄຫວວຽກງານລວມແມ່ນ ຍຶດຖືຜົນປະໂຫຍດສ່ວນລວມເປັນ ຫລັກ, ຕັ້ງໜ້າຈັດຕັ້ງປະຕິບັດ ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີ ປະສິດທິພາບ, ປະສິດທິຜົນ ແລະ ໃຫ້ມີຜົນສຳເລັດ; ວຽກງານກວດ ກາພັກ, ກວດກາລັດ, ວຽກງານ ຕ້ານ ແລະ ສະກັດກັ້ນການສໍ້ລາດ ບັງຫລວງ ແມ່ນເປັນເຄື່ອງມືໜຶ່ງ ໃນການນໍາພາຂອງພັກ ບໍລິຫານລັດ ດ້ວຍການຕິດຕາມ, ກວດກາປະເມີນ ຜົນໃນແຕ່ລະໄລຍະ ເພື່ອຊອກໃຫ້ ເຫັນດ້ານດີ, ດ້ານຄົງຄ້າງໃນການ ເຄື່ອນໄຫວວຽກງານຕ່າງໆ, ກວດ ກາການຜັນຂະຫຍາຍມະຕິ, ຄຳສັ່ງ, ການສ້າງແຜນ, ການຈັດຕັ້ງປະຕິບັດ ແຜນ, ການປະເມີນແຜນກວດເຫັນ ອັນດີກະຕ້ອງໄດ້ຊຸກຍູ້ສົ່ງເສີມ, ໂຄ ສະນາເຜີຍແຜ່, ຖ້າມີດ້ານອ່ອນກໍ ຕ້ອງໄດ້ປັບປຸງປ່ຽນແປງ, ບັນດາ ສະຫາຍຄະນະພັກ, ຄະນະນຳຂອງ ເມືອງຕ້ອງມີຄວາມສາມັກຄີພາຍ ໃນເປັນປຶກແຜ່ນ, ເປັນກຳລັງແຮງ, ເປັນຫົວຈັກຫລັກແຫລ່ງໃນການ ຂັບເຄື່ອນວຽກງານຕ່າງໆໃນທົ່ວ ເມືອງ, ໃຫ້ນຳພາ-ຊີ້ນຳ, ບັນຊາ ແຕ່ລະຂະແໜງການຢ່າງແທດເຖິງ ຕົວຈິງ. ສະຫາຍ ທອງຕື ເກຍສະບົງ ກຳມະການພັກແຂວງ, ເລຂາພັກ ເມືອງສໍາພັນ ໄດ້ຮັບຟັງການລາຍ ງານສະພາບລວມຂອງເມືອງ ໃນ ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີໂດຍຫຍໍ້ວ່າ: ລວມຍອດ ມູນຄ່າຜະລິດຕະພັນພາຍໃນເມືອງ 6 ເດືອນຕົ້ນປີ 2026 ຂະຫຍາຍ ຕົວເພີ່ມຂຶ້ນ 3,43% ( ແຜນການ ປີ 5,55%); ສາມາດສ້າງມູນ ຄ່າເພີ່ມໃນປັດຈຸບັນໄດ້ 177,22 ຕື້ກີບ ເທົ່າກັບ 57,64% ຂອງ ແຜນການປີ, ສະເລ່ຍຕໍໍ່ຫົວຄົນ ໄດ້ ປະມານ 6.320.000 ກີບ ຫລື ເທົ່າກັບ 301,15 ໂດລາສະຫະລັດ, ທົ່ວເມືອງມີບ້ານພົ້ນທຸກ 9 ບ້ານ ເທົ່າກັບ 14,52%, ຄອບຄົວພົ້ນທຸກ 898 ຄອບຄົວ ກວມ 19,46%, ພົນລະເມືອງທຸກຍາກຍັງກວມ ເອົາ 83,47% ຂອງຈໍານວນ ພົນລະເມືອງໃນທົ່ວເມືອງ, ມີບ້ານ ພັດທະນາ 2 ບ້ານ, ປະກາດບ້ານ ໃຫຍ່ເປັນຕົວເມືອງໃນຊົນນະບົດ 1 ບ້ານ. ໂອກາດເຄື່ອນໄຫວວຽກງານ ຄັ້ງນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນ 50.000.000 ກີບ, ຄອມພິວເຕີ ແລະ ປີ່ນເຕີ 6 ຊຸດ ແລະ ກຸ່ມນັກທຸລະກິດໜຸ່ມ ກໍໄດ້ປະກອບ ສ່ວນມອບເງິນ100.000.000ກີບ ໃຫ້ເມືອງ ເພື່ອນຳໄປໝູນໃຊ້ໃນ ວຽກງານຕ່າງໆຂອງເມືອງ ແລະ ໄປຢ້ຽມຊົມເທສະບານເມືອງ ຕື່ມອີກ. ນ້ຳຫວານ, ນ້ຳດື່ມ ແລະ ອາຫານ ປະເພດຕ່າງໆມາຕັ້ງເປັນໂຮງທານ ເພື່ອໃຫ້ມວນຊົນຜູ້ມາໃສ່ບາດໄດ້ ຮັບປະທານ. ການຮ່ວມໃສ່ບາດໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມສາມັກ ຄີ, ຄວາມສັດທາ ແລະ ຄວາມຮ່ວມ ມືຂອງພຸດທະສາສະນິກະຊົນໃນ ການອະນຸລັກ ແລະ ສືບທອດປະເພນີ ອັນດີງາມຂອງຊາດໃຫ້ຄົງຢູ່ຄູ່ຄົນ ລາວຕະຫລອດໄປ. ໃນທຸກໆປີເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຫລື ວັນເພັງ 15 ຄໍ່າ ເປັນວັນເຂົ້າພັນສາທາງ ສາສະໜາພຸດ ຊຶ່ງກາຍເປັນຮີດ ຄອງປະເພນີອັນດີງາມຂອງລາວ ເຮົາທີ່ເຄີຍປະຕິບັດສືບທອດກັນມາ ແຕ່ບູຮານນະການ, ປະຊາຊົນລາວ ບັນດາເຜົ່າໄດ້ປະຕິບັດກັນມາໃນ ທຸກໆປີເພື່ອອຸທິດສ່ວນບຸນສ່ວນກຸສົນ ໃຫ້ສຳພະເວສີ (ຜີເຜດ) ຫລື ໃຫ້ ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີບໍ່ມີຍາດ, ເພື່ອນມິດສະຫາຍທີ່ໄດ້ ລ່ວງລັບໄປແລ້ວ. ບຸນເຂົ້າພັນສາເປັນປະເພນີສຳ ຄັນທາງພະພຸດທະສາສະໜາ ພະສົງ ຈະເລີ່ມຈຳພັນສາເປັນເວລາ 3 ເດືອນ ເພື່ອບໍາເພັນກຸສົນຢູ່ແຕ່ໃນ ວັດ ແລະ ປົກປັກຮັກສາວັດວາອາ ຮາມ, ໄຫວ້ພະສູດມົນ, ເທສະໜາ ເຜີຍແຜ່ຫລັກຄຳສັ່ງສອນຂອງ ພະພຸດທະເຈົ້າໃຫ້ແກ່ອອກຕົນນ ຍາດໂຍມໃຫ້ຕັ້ງໜ້າຢູ່ໃນສິນໃນ ທຳ, ໝັ້ນທຳຄວາມດີ ແລະ ສ້າງຜົນ ປະໂຫຍດໃຫ້ສັງຄົມ. ຂ່າວ-ພາບ: ທະນູທອງ

RkJQdWJsaXNoZXIy MTc3MTYxMQ==