gsfdko{dkora fmtok a xtgmf]k; ( 29/07/2026 gzu pczj zq oleg]a f;Pd'koltrk .sh xt-k-q o 3 [h ko g,n v'r6 76 o ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ທ່ານ ບຸນເລື່ອມ ມະນີວົງ ປະທານສະພາ ປະຊາຊົນແຂວງຫລວງພະບາງ ພ້ອມດ້ວຍຄະນະ ເຄື່ອນໄຫວພົບປະ ຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ເມືອງພູ ຄູນ ໃນວັນທີ 27 ກໍລະກົດ 2026 ໂດຍມີການນໍາເມືອງ, ຜູ້ມີສິດປ່ອນ ບັດ ບ້ານຜາເກັ່ງນ້ອຍ, ບ້ານຜາເກັ່ງ ໃຫຍ່ ແລະ ບ້ານໂພນໄຊ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ບຸນ ເລື່ອມ ມະນີວົງ ໄດ້ເຜີຍແຜ່ຜົນ ສຳເລັດກອງປະຊຸມຄັ້ງປະຖົມມະ ລືກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດ ທີ V, ທັງໄດ້ເປີດໂອກາດໃຫ້ຜູ້ ເຂົ້າຮ່ວມສະແດງຄວາມເຫັນ ແລະ ຄຳສະເໜີ ກ່ຽວກັບບັນຫາທີ່ກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເພື່ອນຳສະເໜີຕໍ່ສະພາແຫ່ງຊາດ ແລະ ປະສານກັບຂະແໜງການ ທີ່ກ່ຽວຂ້ອງພິຈາລະນາແກ້ໄຂ ຕາມຄວາມເໝາະສົມ, ຖືກຕ້ອງ ຕາມລະບຽບການ. ພ້ອມນີ້, ໄດ້ ອະທິບາຍ ແລະ ຊີ້ແຈງບາງຄຳ ເຫັນ ເພື່ອໃຫ້ປະຊາຊົນຮັບຮູ້-ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ລວມທັງກົດໝາຍ ແລະ ນິຕິກຳ ຂອງລັດ ເພື່ອພ້ອມກັນປະກອບສ່ວນ ສ້າງສາ-ພັດທະນາປະເທດຊາດ ກໍຄື ແຂວງຫລວງພະບາງ ໃຫ້ນັບ ມື້ຈະເລີນກ້າວໜ້າ. ບ້ານຜາເກັ່ງນ້ອຍ ປະກອບມີ 3 ຊົນເຜົ່າ, ມີ 146 ຄອບຄົວ, ພົນລະເມືອງ 930 ຄົນ, ຍິງ 428 ຄົນ, ປະຊາຊົນສ່ວນຫລາຍຢຶດຖືກ ເອົາການປູກຝັງ-ລ້ຽງສັດ ແລະ ບໍລິການຄ້າຂາຍເປັນອາຊີບຫລັກ, ສາມາດສ້າງຄວາມເຂັ້ມແຂງ ກາຍເປັນບ້ານພັດທະນາ. ພ້ອມນີ້, ປະຊາຊົນພາຍໃນບ້ານ ໄດ້ສະເໜີ ຕໍ່ສະມາຊິກສະພາແຫ່ງຊາດປະຈຳ c0;'7e,j ;o wfh Ia [mb olq ,mq [ra fmtok glA omk' c]t -j ;pz6 h xtlq [wroE4h ;, g,n v's];'oEmk c]t -;'g2y ' rq [xtc]dxj Po[q fIPo ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ພິທີພົບປະ ແລະ ແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນເມືອງຫລວງນ້ຳທາ ແຂວງຫລວງນ້ຳທາ ສປປ ລາວ ກັບ ຄະນະຜູ້ແທນເມືອງຊວງເຟີງ ແຂວງຫູໜານ ສປ ຈີນ ຈັດຂຶ້ນໃນ ວັນທີ 26 ກໍລະກົດ 2026 ທີ່ເມືອງ ຫລວງນ້ຳທາ ໂດຍມີທ່ານ ຄຳຫລ້າ ແຫລ່ງໄຊຍະທຳ ປະທານຄະນະ ກຳມະການປົກຄອງເມືອງຫລວງ ນ້ຳທາ, ທ່ານ ຢູ້ ຮຸ້ຍຫລົງ ຫົວໜ້າ ສູນວຽກງານເຄື່ອງຈັກກະສິກຳ ເມືອງຊວງເຟີງ ພ້ອມດ້ວຍຄະນະ ທັງສອງຝ່າຍເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ຄຳຫລ້າ ແຫລ່ງໄຊຍະທຳ ໄດ້ກ່າວສະແດງ ຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຜູ້ແທນຈາກເມືອງຊວງ ເຟີງ ພ້ອມທັງໄດ້ລາຍງານສະ ພາບລວມໃນການພັດທະນາ ເສດຖະກິດ-ສັງຄົມ ຂອງເມືອງ ຫລວງນ້ຳທາ: ເມືອງຫລວງນ້ຳ ທາ ຕັ້ງຢູ່ໃຈກາງຂອງແຂວງ, ມີ ເນື້ອທີ່ທັງໝົດ 230.400 ເຮັກຕາ ເນື້ອທີ່ພູດອຍກວມເອົາ 75%, ທິດເໜືອມີຊາຍແດນຕິດກັບ ສປ ຈີນ ຍາວ 76,69 ກິໂລແມັດ, ທົ່ວເມືອງປະກອບມີ 4 ຕາແສງ, 78 ບ້ານ, ມີ 16.320 ຄອບຄົວ (12.768 ຫລັງຄາເຮືອນ) ແລະ ມີພົນລະເມືອງທັງໝົດ 68.619 ຄົນ, ຍິງ 33.943 ຄົນ ປະກອບ ມີ 16 ຊົນເຜົ່າ. ເມືອງຫລວງນ້ຳ ທາ ເປັນຈຸດຍຸດທະສາດທີ່ສຳຄັນ ໃນການເຊື່ອມໂຍງ ໂດຍມີດ່ານ ສາກົນ 2 ແຫ່ງ ຄື: ດ່ານສາກົນ ທາງລົດໄຟລາວ-ຈີນ ແລະ ດ່ານ ສາກົນບໍ່ເຕ່ນ ທີ່ເຊື່ອມອອກສູ່ ສປ ຈີນ ພ້ອມດ້ວຍເສັ້ນທາງ R3A ເຊື່ອມຕໍ່ອະນຸພາກພື້ນ ຈີນ-ລາວໄທ. ສຳລັບດ້ານເສດຖະກິດແມ່ນ ມີການຂະຫຍາຍຕົວ 6,96%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 1.230,71 ຕື້ກີບ ໃນນີ້, ກະສິກຳກວມ 35,08%, ອຸດສາຫະກຳ - ການຄ້າກວມ 13,39% ແລະ ການບໍລິການກວມ 51,54%, ສະເລ່ຍລາຍຮັບຕໍ່ຫົວ ຄົນບັນລຸ 1.033 ໂດລາສະຫະລັດ ຕໍ່ຄົນຕໍ່ປີ. ທ່ານ ຖ່ານ ຈື້ເຟີງ ຮອງຫົວໜ້າ ຫ້ອງການພົວພັນຕ່າງປະເທດ ຕາງໜ້າຄະນະຜູ້ແທນຝ່າຍຈີນ ໄດ້ ລາຍງານວ່າ: ເມືອງຊວງເຟີງ ໄດ້ ຮັບການສ້າງຕັ້ງຂຶ້ນໃນປີ 1951, ຕັ້ງຢູ່ທາງພາກກາງຂອງແຂວງຫູ ໜານ(ຂຶ້ນກັບນະຄອນຫລົ່ວຕີ), ມີ ເນື້ອທີ່ 1.715 ກວ່າກິໂລຕາແມັດ ຊຶ່ງພູມສັນຖານສ່ວນໃຫຍ່ເປັນເນີນ ພູ ແລະ ພູເຂົາ. ເຂດການປົກຄອງ ແບ່ງເປັນ 16 ຫົວໜ່ວຍບໍລິຫານ (2 ເຂດຖະໜົນ, 11 ເທສະບານ ເມືອງ, 3 ຕາແສງ) ແລະ ມີ 424 ບ້ານ. ໃນປີ 2022, GDP ຂອງ ເມືອງບັນລຸໄດ້ 26,6 ຕື້ຢວນ. ເມືອງ ຊວງເຟີງ ມີຄວາມໂດດເດັ່ນດ້ານ ການຜະລິດກະສິກຳ ໂດຍໃນປີ 2015 ສາມາດຜະລິດສະບຽງ ອາຫານໄດ້ເຖິງ 550.000 ກວ່າ ໂຕນ, ມີຊື່ສຽງໃນການຜະລິດຊາ, ເຂົ້າ ແລະ ຜະລິດຕະພັນແປຮູບ ຕ່າງໆ. ນອກຈາກນີ້, ຍັງເປັນເມືອງ ອຸດສາຫະກຳຂະໜາດນ້ອຍທີ່ສຳຄັນ ຊຶ່ງເປັນຖານການຜະລິດເຄື່ອງຈັກ ກະສິກຳ ເຊັ່ນ: ລົດໄຖນາ, ເຄື່ອງ ອົບແຫ້ງ ແລະ ປ້ຳນ້ຳ ທີ່ມີຍີ່ຫໍ້ ແລະ ຮູບແບບລວມກັນເຖິງ 400 ກວ່າຮຸ່ນ ກາຍເປັນເສົາຫລັກຂອງ ເສດຖະກິດທ້ອງຖິ່ນທີ່ສົ່ງອອກໄປ ທົ່ວປະເທດຈີນ ແລະ ຕ່າງປະເທດ. ການພົບປະໃນຄັ້ງນີ້, ສອງຝ່າຍ ໄດ້ປຶກສາຫາລື ແລະ ເຫັນດີເປັນເອ ກະພາບຕໍ່ເຈດຈຳນົງໃນການສ້າງ ຕັ້ງເປັນເມືອງມິດຕະພາບ ລະຫວ່າງ ເມືອງຊວງເຟີງ ກັບ ເມືອງຫລວງ ນ້ຳທາ. ພ້ອມທັງປຶກສາຫາລືສຶກສາ ຄວາມເປັນໄປໄດ້ໃນການຮ່ວມມື ຫລາຍດ້ານ ບົນພື້ນຖານຕ່າງຝ່າຍ ຕ່າງມີຜົນປະໂຫຍດ ເຊັ່ນ: ການ ພັດທະນາ ເຕັກໂນໂລຊີຫຸ່ນຍົນ ກະສິກຳຂະໜາດນ້ອຍ, ວຽກງານ ຄວາມປອດໄພທາງດ້ານອາຫານ, ຂະບວນການແປຮູບຜະລິດຕະພັນ, ການຈັດຈຳໜ່າຍ, ຕະຫລອດຮອດ ການຮ່ວມມືດ້ານການລົງທຶນທາງ ດ້ານກະສິກຳ, ອຸດສາຫະກຳ-ການ ຄ້າ ແລະ ການທ່ອງທ່ຽວ. ໃນໂອ ກາດດຽວກັນ, ໄດ້ມີພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) 1 ສະບັບ ວ່າດ້ວຍການຮ່ວມມື ມິດຕະພາບ ເພື່ອສຶກສາຄົ້ນຄວ້າ ຜະລິດຕະພັນເຄື່ອງຈັກກະສິກຳ ລະຫວ່າງ ສູນວຽກງານເຄື່ອງຈັກ ກະສິກຳເມືອງຊວງເຟີງ ກັບ ບໍລິສັດ ພັດທະນາກະສິກໍາ ຊິງລ້ຽວ ຈໍາ ກັດ (ສປປ ລາວ) ໂດຍຊ້ອງໜ້າ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງ ຝ່າຍ. ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ບໍລິສັດ ລາວ ຄາຍຢວນບໍ່ແຮ່ ຈໍາກັດ ໄດ້ປະກອບ ສ່ວນມອບເງິນ 500 ລ້ານກີບ ສົມທົບທຶນປັບປຸງ ແລະ ສ້ອມແປງ ທາງຫລວງແຫ່ງຊາດເລກທີ 12 ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 200 ລ້ານກີບ ເພື່ອນຳໄປ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມຢູ່ ເມືອງຄູນຄຳ. ພິທີມອບ-ຮັບ ຈັດ ຂຶ້ນໃນວັນທີ 27 ກໍລະກົດ 2026 ທີ່ຫ້ອງວ່າການແຂວງຄຳມ່ວນ, ບໍ່ແຮ່ຈໍາກັດ ແລະ ຕາງໜ້າຮັບ ໂດຍ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງຄຳມ່ວນ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ໄຊຊະນະ ໂຄດ ພູທອນ ໄດ້ກ່າວສະແດງຄວາມ ຂອບໃຈຕໍ່ການສະໜັບສະໜູນດັ່ງ ກ່າວ ໂດຍຢືນຢັນວ່າ ແຂວງຈະ ນຳໃຊ້ເງິນ ແລະ ສິ່ງຂອງທີ່ໄດ້ຮັບ ໃຫ້ຖືກຈຸດປະສົງໂປ່ງໃສ ແລະ ເກີດປະໂຫຍດສູງສຸດຕໍ່ການຟື້ນຟູ ເສັ້ນທາງ ແລະ ການບັນເທົາຄວາມ ທຸກຂອງປະຊາຊົນ. ການປະກອບ ສ່ວນຂອງບໍລິສັດ ໃນຄັ້ງນີ້, ບໍ່ພຽງ ແຕ່ຊ່ວຍປັບປຸງ ແລະ ສ້ອມແປງ ເສັ້ນທາງຍຸດທະສາດຂອງແຂວງ ແລະ ຂອງປະເທດເທົ່ານັ້ນ, ແຕ່ ຍັງເປັນການຊ່ວຍແບ່ງເບົາຄວາມ ເດືອດຮ້ອນຂອງປະຊາຊົນຜູ້ປະສົບ ໄພ ອັນຈະຊ່ວຍສ້າງເງື່ອນໄຂໃຫ້ ການຟື້ນຟູ ແລະ ການພັດທະນາ ເສດຖະກິດ-ສັງຄົມຂອງແຂວງຄຳ ມ່ວນ ດຳເນີນໄປຢ່າງຕໍ່ເນື່ອງ. ຂ່າວ: ມະນີວັນ dP,d= j lh k' c]t xa [x5 '3I'\= g,n v'cdj omh k; ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີວາງສີລາ ລືກ ໂຄງການກໍ່ສ້າງ ແລະ ປັບປຸງ ສ້ອມແປງໂຮງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດຂຶ້ນເມື່ອມໍ່ໆ ມານີ້ ເພື່ອຮອງຮັບຄົນເຈັບທີ່ເຂົ້າມາ ປິ່ນປົວຢູ່ໂຮງໝໍດັ່ງກ່າວ ໂດຍມີ ທ່ານ ບຸນເພັງ ວົງຊົມພູ ຮອງຫົວໜ້າ ຫ້ອງການສາທາລະນະສຸກ ເມືອງ ແກ່ນທ້າວ ພ້ອມດ້ວຍຜູ້ຕາງໜ້າ ຈາກບໍລິສັດ ດວງຈັນຮຸ່ງເຮືອງ ຈຳກັດຜູ້ດຽວ, ຄະນະອໍານວຍການ ໂຮງໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂຄງການກໍ່ສ້າງ ແລະ ສ້ອມ ແປງໂຮງໝໍ ເມືອງແກ່ນທ້າວ ໃນ ຄັ້ງນີ້, ໜ້າວຽກຫລັກປະກອບມີ: ການທຸບມ້າງອາຄານເກົ່າທີ່ຊຸດໂຊມ ອອກ, ກໍ່ສ້າງອາຄານສຸກເສີນ 2 ຊັ້ນ (ຂະໜາດ 7,2x12 ແມັດ), ຕາງໜ້າມອບໂດຍ ທ່ານ ຫານ ຫຸຍ ລູ ປະທານ ບໍລິສັດ ລາວຄາຍຢວນ ທາງຍ່າງຫ້ອງສຸກເສີນຫາອາຄານ ເກົ່າ (ຂະໜາດ 2,5x7 ແມັດ), ຕຶກ ອາຄານນອນປິ່ນປົວຄົນເຈັບ ແລະ ສາງຢາ 2 ຊັ້ນ (ຂະໜາດ 16x31 ແມັດ) ແລະ ອາຄານໂຮງເຢັນ (ຂະໜາດ 7x7,5 ແມັດ). ໂຄງການດັ່ງກ່າວ, ມີມູນຄ່າ ການກໍ່ສ້າງ 12,11 ຕື້ກວ່າກີບ ໂດຍແມ່ນພະແນກສາທາລະນະ ສຸກ ແຂວງໄຊຍະບູລີ ເປັນເຈົ້າຂອງ ໂຄງການ ແລະ ບໍລິສັດ ດວງຈັນ ຮຸ່ງເຮືອງ ຈຳກັດຜູ້ດຽວ ເປັນຜູ້ຮັບ ເໝົາກໍ່ສ້າງ ຊຶ່ງມີກຳນົດໄລຍະເວລາ ກໍ່ສ້າງໃຫ້ເລັດພາຍໃນ 3 ປີ. ເຂດເລືອກຕັ້ງ ເປັນຕົ້ນ ທຶນສ້າງ ອ່າງເກັບນໍ້າລິນເພີ່ມອີກ, ເນື່ອງ ຈາກອ່າງເກັບນໍ້າໃນປັດຈຸບັນມີ ຂະໜາດນ້ອຍ, ນໍ້າບໍ່ພຽງພໍຕໍ່ການ ຊົມໃຊ້ຂອງປະຊາຊົນ, ສະເໜີໃຫ້ ຊ່ວຍຊອກວິທີທາງຊ່ວຍເຫລືອ ຄອບຄົວທີ່ຍັງທຸກຍາກ ແລະ ປັບປຸງ ພື້ນຖານໂຄງລ່າງພາຍໃນບ້ານ ລວມທັງເສັ້ນທາງເຂົ້າຫາເຂດທໍາ ການຜະລິດ. ໂອກາດນີ້, ຜູ້ຕາງໜ້າຈາກ ພະແນກການຂັ້ນແຂວງ ໄດ້ ໃຫ້ຄໍາຊີ້ແຈງ, ອະທິບາຍ ແລະ ເຜີຍແຜ່ບັນດາແຈ້ງການ-ຂໍ້ຫ້າມ ທີ່ກ່ຽວຂ້ອງກັບວຽກງານວິຊາ ສະເພາະ ຂອງແຕ່ລະຂະແໜງການ, ເພື່ອໃຫ້ປະຊາຊົນຊ່ວຍປະກອບ ສ່ວນຮັກສາຮ່ອງລະບາຍນໍ້າຂ້າງ ທາງ, ອະນາໄມຫຍ້າແຄມທາງ ແລະ ແນວທາງສົ່ງເສີມການປູກ ກາເຟ ເພື່ອສ້າງລາຍຮັບໃຫ້ກັບປະ ຊາຊົນ ພ້ອມທັງຊີ້ນໍາແຜນການ ພັດທະນາ ຊຸກຍູ້ເສດຖະກິດຂອງຕາ ແສງ ພາຍໃນເມືອງພູຄູນ. ໃນພິທີດັ່ງກ່າວ, ສະພາປະຊາ ຊົນແຂວງຫລວງພະບາງ ຍັງໄດ້ ມອບເງິນ 15 ລ້ານກີບ ໃຫ້ຄະນະ ກຳມະການປົກຄອງ 3 ບ້ານ ເພື່ອ ນຳໄປຊຸກຍູ້ການຈັດຕັ້ງປະຕິບັດ ວຽກງານຂອງບ້ານໃຫ້ໄດ້ຮັບຜົນ ດີ. ຂ່າວ-ພາບ: ທະນູສີນ ອິດທິພົນ
RkJQdWJsaXNoZXIy MTc3MTYxMQ==